ສວຍງາມ—ລຽບງ່າຍ
ຂໍໃຫ້ເຮົາຈົ່ງຮັກສາພຣະກິດຕິຄຸນໃຫ້ລຽບງ່າຍ ຂະນະທີ່ເຮົາຮັບເອົາໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນ.
ຄຳນຳ
ຂ້າພະເຈົ້າຂໍຕ້ອນຮັບທຸກທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ນີ້ດ້ວຍຄວາມອົບອຸ່ນ.
ມື້ນີ້ຂ້າພະເຈົ້າຫວັງວ່າຈະອະທິບາຍກ່ຽວກັບອົງປະກອບສອງຢ່າງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ, ຕິດຕາມດ້ວຍເລື່ອງລາວທີ່ດົນໃຈສີ່ຢ່າງຈາກໄພ່ພົນຍຸກສຸດທ້າຍຕະຫລອດທົ່ວໂລກ ໃນການສະແດງເຖິງການນຳໃຊ້ຫລັກທຳເຫລົ່ານີ້. ອົງປະກອບຢ່າງທຳອິດຂອງພຣະກິດຕິຄຸນທີ່ຖືກຟື້ນຟູ—ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ—ເຈາະຈົງໃສ່ໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນ. ອົງປະກອບຢ່າງທີສອງເຕືອນເຮົາວ່າ ພຣະກິດຕິຄຸນແມ່ນແຈ່ມແຈ້ງ, ມີຄ່າ, ແລະ ລຽບງ່າຍ.
ໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນ
ກ່ອນຈະໄດ້ຮັບຊີວິດນິລັນດອນໄດ້ນັ້ນ, ເຮົາຕ້ອງ “ມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ.”1 ເມື່ອເຮົາມາຫາພຣະຄຣິດ ແລະ ຊ່ວຍຄົນອື່ນໃຫ້ເຮັດຄືກັນ, ເຮົາໄດ້ມີພາກສ່ວນໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ, ຊຶ່ງເຈາະຈົງໃສ່ໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນ.2 ໜ້າທີ່ຮັບຜິດຊອບຈາກສະຫວັນເຫລົ່ານີ້ ສອດຄ່ອງກັບຂໍກະແຈຖານະປະໂລຫິດທີ່ຖືກຟື້ນຟູໂດຍໂມເຊ, ອີລາຍ, ເອລີຢາ, ຊຶ່ງບັນທຶກຢູ່ໃນ ພາກທີ 110 ຂອງ ຄຳສອນ ແລະ ພັນທະສັນຍາ,3 ແລະ ພຣະບັນຍັດຂໍ້ໃຫຍ່ ແລະ ທີສອງ ທີ່ປະທານໃຫ້ເຮົາໂດຍພຣະເຢຊູຄຣິດ ເພື່ອໃຫ້ຮັກເພື່ອນບ້ານເໝືອນຮັກຕົນເອງ.4 ມັນມີຢູ່ໃນສອງໜ້າທຳອິດຂອງ General Handbook, ສະບັບໃໝ່, ທີ່ມີໃຫ້ສະມາຊິກທຸກຄົນ.
ຖ້າການໄດ້ຍິນຄຳວ່າ “General Handbook” ຫລື “ໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນ” ເຮັດໃຫ້ທ່ານສັ່ນສາຍເພາະຢ້ານກົວວ່າມັນຈະຊັບຊ້ອນ, ບໍ່ຕ້ອງຢ້ານເລີຍ. ໜ້າທີ່ຮັບຜິດຊອບເຫລົ່ານີ້ແມ່ນລຽບງ່າຍ, ໃຫ້ການດົນໃຈ, ຈູງໃຈ, ແລະ ເຮັດໄດ້. ມັນມີດັ່ງຕໍ່ໄປນີ້:
-
ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ
-
ການດູແລຄົນຂັດສົນ
-
ການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ
-
ການເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ
ທ່ານສາມາດເບິ່ງມັນ ດັ່ງທີ່ຂ້າພະເຈົ້າໄດ້ເບິ່ງ: ວ່າເປັນແຜນທີ່ເສັ້ນທາງທີ່ພາກັບຄືນສູ່ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ.
ພຣະກິດຕິຄຸນແມ່ນ ແຈ່ມແຈ້ງ, ມີຄ່າ, ແລະ ລຽບງ່າຍ
ມັນມີກ່າວວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດແມ່ນ “ສວຍງາມ ແລະ ລຽບງ່າຍ.”5 ໂລກບໍ່ເປັນແບບນັ້ນ. ມັນສັບສົນ, ຊັບຊ້ອນ, ແລະ ເຕັມໄປດ້ວຍຄວາມໂກລາຫົນ ແລະ ຂັດແຍ້ງ. ເຮົາໄດ້ຮັບພອນເມື່ອເຮົາຮັກສາມັນບໍ່ໃຫ້ຊັບຊ້ອນ, ຊຶ່ງພົບເຫັນໄດ້ທົ່ວໄປຢູ່ໃນໂລກ, ເພື່ອເຂົ້າສູ່ວິທີທີ່ເຮົາໄດ້ຮັບ ແລະ ປະຕິບັດພຣະກິດຕິຄຸນ.
ປະທານດາລິນ ເອັຈ ໂອກສ໌ ໄດ້ສັງເກດວ່າ: “ເຮົາໄດ້ຖືກສິດສອນຫລາຍເລື່ອງທີ່ເລັກນ້ອຍ ແລະ ງ່າຍໆ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເຮົາຕ້ອງເຂົ້າໃຈວ່າ ໃນຊ່ວງເວລາອັນດົນນານ, ເລື່ອງເລັກນ້ອຍ ຈະນຳເລື່ອງໃຫຍ່ມາ.”6 ພຣະເຢຊູຄຣິດເອງໄດ້ບັນຍາຍແອກຂອງພຣະອົງວ່າ ກໍພໍເໝາະ ແລະ ພາລະຂອງພຣະອົງກໍເບົາ.7 ເຮົາທຸກຄົນຄວນພະຍາຍາມຮັກສາຄວາມລຽບງ່າຍຂອງພຣະກິດຕິຄຸນ—ໃນຊີວິດຂອງເຮົາ, ໃນຫ້ອງຮຽນ ແລະ ໃນກຸ່ມຂອງເຮົາ, ແລະ ໃນຫວອດ ແລະ ສະເຕກຂອງເຮົາ.
ຂະນະທີ່ທ່ານຟັງເລື່ອງເລົ່າດັ່ງຕໍ່ໄປນີ້ ທີ່ຂ້າພະເຈົ້າຈະແບ່ງປັນກັບທ່ານ, ຈົ່ງຮູ້ໄວ້ວ່າ ມັນໄດ້ຖືກເລືອກຢ່າງລະມັດລະວັງ ເພື່ອວ່າດ້ານໜຶ່ງຈະໃຫ້ການດົນໃຈ ແລະ ອີກດ້ານໜຶ່ງຈະເປັນການແຈ້ງໃຫ້ຊາບ. ການກະທຳຂອງໄພ່ພົນຍຸກສຸດທ້າຍແຕ່ລະຄົນ ກາຍເປັນແບບຢ່າງໃຫ້ເຮົາແຕ່ລະຄົນ ໃນການນຳໃຊ້ພຣະກິດຕິຄຸນໃນທາງທີ່ແຈ່ມແຈ້ງ, ມີຄ່າ, ແລະ ລຽບງ່າຍ ຂະນະທີ່ເຮັດໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນຢ່າງໜຶ່ງທີ່ຫາກໍກ່າວມານັ້ນ.
ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ
ໜຶ່ງ, ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເຈັນສ໌ ໃນປະເທດເດນມາກ ອະທິຖານທຸກວັນເພື່ອດຳລົງຊີວິດຕາມພຣະກິດຕິຄຸນ ແລະ ຮູ້ສຶກເຖິງການກະຕຸ້ນຈາກພຣະວິນຍານບໍລິສຸດ. ລາວໄດ້ຮຽນຮູ້ທີ່ຈະປະຕິບັດທັນທີທີ່ລາວຮູ້ສຶກໄດ້ຮັບການຊີ້ນຳຈາກພຣະວິນຍານ.
ເຈັນສ໌ໄດ້ເລົ່າດັ່ງຕໍ່ໄປນີ້:
“ພວກເຮົາໄດ້ອາໄສຢູ່ໃນເຮືອນຫລັງນ້ອຍໆ ແອ້ມດ້ວຍຝາລາຍໄມ້ ມຸງດ້ວຍໃບຈາກ ຢູ່ໃນໃຈກາງໝູ່ບ້ານນ້ອຍທີ່ອົບອຸ່ນ, ໃກ້ກັບສະນ້ຳຂອງໝູ່ບ້ານ.
“ໃນຄ່ຳຄືນນີ້ ກັບລະດູຮ້ອນທີ່ສວຍງາມທີ່ສຸດຂອງປະເທດເດນມາກ, ປະຕູ ແລະ ປ່ອງຢ້ຽມຈະເປີດອອກ, ແລະ ທຸກຢ່າງກໍສະຫງົບ ແລະ ມິດງຽບ. ເນື່ອງຈາກວ່າຄ່ຳຄືນໃນລະດູຮ້ອນສົດໃສ ແລະ ຍາວນານ ຂ້າພະເຈົ້າຈຶ່ງບໍ່ຄິດທີ່ຈະປ່ຽນດອກໄຟທີ່ຂາດແລ້ວ ຢູ່ໃນຫ້ອງເຄື່ອງໃຊ້ຂອງພວກເຮົາ.
“ທັນໃດນັ້ນ, ຂ້າພະເຈົ້າກໍຮູ້ສຶກວ່າ ຕ້ອງປ່ຽນດອກໄຟທັນທີ! ໃນເວລາດຽວກັນ, ຂ້າພະເຈົ້າກໍໄດ້ຍິນສຽງ ແມຣີແອນ ພັນລະຍາຂອງຂ້າພະເຈົ້າຮ້ອງຂ້າພະເຈົ້າ ແລະ ລູກໆ ເພື່ອໃຫ້ລ້າງມື ເພາະອາຫານແລງພ້ອມແລ້ວ!
“ຂ້າພະເຈົ້າໄດ້ແຕ່ງງານດົນພໍທີ່ຈະຮູ້ວ່າ ມັນບໍ່ແມ່ນເວລາທີ່ຈະເຮັດແນວອື່ນ ນອກຈາກລ້າງມື, ແຕ່ຂ້າພະເຈົ້າໄດ້ຍິນຕົວເອງຮ້ອງບອກແມຣີແອນວ່າ ຂ້າພະເຈົ້າຈະໄປຮ້ານຂາຍຂອງຈັກບຶດໜຶ່ງ ເພື່ອໄປຊື້ດອກໄຟໃໝ່. ຂ້າພະເຈົ້າຮູ້ສຶກຖືກກະຕຸ້ນໃຫ້ອອກໄປທັນທີ.
“ຮ້ານຂາຍຂອງແມ່ນຢູ່ຟາກສະນ້ຳໃກ້ໆນັ້ນ. ທຳມະດາແລ້ວພວກເຮົາຈະຍ່າງໄປ, ແຕ່ມື້ນັ້ນຂ້າພະເຈົ້າໄດ້ຈັບເອົາລົດຖີບຂອງຂ້າພະເຈົ້າ. ຂະນະທີ່ຂີ່ລົບຖີບກາຍສະນ້ຳໄປນັ້ນ, ຂ້າພະເຈົ້າໄດ້ສັງເກດເຫັນເດັກນ້ອຍຜູ້ຊາຍ, ປະມານສອງປີ, ຍ່າງຢູ່ຄົນດຽວ, ໃກ້ຂອບສະ, ໃກ້ໆນ້ຳ—ທັນໃດນັ້ນ ລາວກໍຕົກລົງໄປ! ໄວຂະໜາດ—ບໍ່ພໍນາທີລາວກໍຫາຍໄປແລ້ວ!
“ບໍ່ມີຄົນໃດເຫັນ ມີແຕ່ຂ້າພະເຈົ້າເທົ່ານັ້ນ. ຂ້າພະເຈົ້າໄດ້ໂຍນລົດຖີບລົງພື້ນ, ແລ່ນໄປ, ແລະ ໂດດລົງໃນສະ ທີ່ເລິກພຽງແອວ. ໜ້ານ້ຳເຕັມດ້ວຍຈອກແໜ, ຊຶ່ງບໍ່ສາມາດຫລຽວຜ່ານໜ້ານ້ຳໄດ້. ແລ້ວຂ້າພະເຈົ້າຮູ້ສຶກເຫັນນ້ຳເໜັງຢູ່ດ້ານໜຶ່ງ. ຂ້າພະເຈົ້າໄດ້ເອົາມືງົມ, ຈັບເອົາເສື້ອ, ແລະ ດຶງທ້າວນ້ອຍຂຶ້ນມາ. ລາວເລີ່ມຫາຍໃຈ, ທັງໄອ, ແລະ ຮ້ອງໄຫ້. ບໍ່ດົນຈາກນັ້ນ ທ້າວນ້ອຍກໍໄດ້ຢູ່ກັບພໍ່ແມ່.”
ຂະນະທີ່ ບຣາເດີ ເຈັນສ໌ ອະທິຖານໃນແຕ່ລະເຊົ້າເພື່ອຂໍໃຫ້ຮູ້ຈັກການກະຕຸ້ນຈາກພຣະວິນຍານບໍລິສຸດ, ແມ່ນແຕ່ບາງສິ່ງທີ່ບໍ່ປົກກະຕິ ເຊັ່ນຕ້ອງໄດ້ປ່ຽນດອກໄຟທັນທີ, ລາວກໍຍັງໄດ້ອະທິຖານເພື່ອວ່າລາວຈະສາມາດເປັນເຄື່ອງມືໃນການເປັນພອນໃຫ້ລູກໆຂອງພຣະເຈົ້ານຳອີກ. ເຈັນສ໌ດຳລົງຊີວິດຕາມພຣະກິດຕິຄຸນ ໂດຍການສະແຫວງຫາການຊີ້ນຳຈາກສະຫວັນ, ພະຍາຍາມມີຄ່າຄວນພໍ, ແລ້ວເຮັດຈົນສຸດຄວາມສາມາດເພື່ອຈະໄດ້ເຮັດຕາມການຊີ້ນຳ ເມື່ອລາວໄດ້ຮັບ.
ການດູແລຄົນຂັດສົນ
ຕໍ່ໄປນີ້ແມ່ນຕົວຢ່າງຂອງການດູແລຄົນຂັດສົນ. ມື້ໜຶ່ງ ປະທານສະເຕກຄົນໜຶ່ງຢູ່ເມືອງຄູຄູຕາ ໃນປະເທດໂກໂລມບີ ໄດ້ໄປກັບປະທານອົງການຍິງໜຸ່ມຂອງສະເຕກ ເພື່ອຢ້ຽມຢາມຍິງໜຸ່ມສອງຄົນ—ແລະ ອ້າຍຂອງເຂົາເຈົ້າທີ່ເປັນໄວລຸ້ນ—ຜູ້ກຳລັງດີ້ນລົນກັບບັນຫາໃນຊີວິດ. ພໍ່ຂອງເຂົາເຈົ້າຫາກໍເສຍຊີວິດເມື່ອບໍ່ດົນນັ້ນ, ແລະ ແມ່ຂອງເຂົາເຈົ້າໄດ້ເສຍຊີວິດໜຶ່ງປີກ່ອນ. ບັດນີ້ ສາມອ້າຍນ້ອງໄດ້ຖືກປະໃຫ້ຢູ່ຕາມລຳພັງ ຢູ່ໃນເຮືອນຫລັງນ້ອຍໆ. ຝາເຮືອນແອ້ມດ້ວຍໄມ້ດິບ ແລະ ແຜ່ນຢາງ, ຫລັງຄາສັງກະສີກໍມີພໍປົກແຕ່ບ່ອນທີ່ເຂົາເຈົ້ານອນເທົ່ານັ້ນ.
ຫລັງຈາກການຢ້ຽມຢາມຂອງພວກເພິ່ນ, ຜູ້ນຳເຫລົ່ານີ້ຮູ້ວ່າ ພວກເພິ່ນຕ້ອງໄດ້ຊ່ວຍເຫລືອ. ຜ່ານທາງສະພາຫວອດ, ແຜນການຊ່ວຍເຫລືອເຂົາເຈົ້າກໍເລີ່ມຕົ້ນ. ຜູ້ນຳໃນຫວອດ ແລະ ສະເຕກ—ສະມາຄົມສະຕີສົງເຄາະ, ກຸ່ມແອວເດີ, ກຸ່ມຊາຍໜຸ່ມ, ກຸ່ມຍິງໜຸ່ມ, ແລະ ຫລາຍຄອບຄົວ—ທຸກຄົນກໍພ້ອມທີ່ຈະໃຫ້ຄວາມຊ່ວຍເຫລືອຄອບຄົວນີ້.
ອົງການຫວອດໄດ້ຕິດຕໍ່ຫາສະມາຊິກຫວອດ ຜູ້ທີ່ເຮັດວຽກກໍ່ສ້າງ. ບາງຄົນຊ່ວຍອອກແບບ, ບາງຄົນບໍລິຈາກເວລາ ແລະ ເຫື່ອແຮງ, ບາງຄົນໄດ້ເຮັດອາຫານ, ແລະ ບາງຄົນກໍໄດ້ບໍລິຈາກວັດສະດຸທີ່ຈຳເປັນ.
ເມື່ອເຮືອນຫລັງນ້ອຍນັ້ນສຳເລັດຮຽບຮ້ອຍ, ມັນເປັນມື້ທີ່ມີຄວາມຊື່ນຊົມຫລາຍສຳລັບຜູ້ທີ່ໄດ້ຊ່ວຍເຫລືອ ແລະ ສຳລັບສະມາຊິກຫວອດໜຸ່ມສາມຄົນນັ້ນ. ລູກກຳພ້າເຫລົ່ານີ້ຮູ້ສຶກອົບອຸ່ນ ແລະ ໝັ້ນໃຈໃນສາຍສຳພັນກັບຄອບຄົວຫວອດ ທີ່ຮູ້ວ່າ ເຂົາເຈົ້າບໍ່ໄດ້ຢູ່ຕາມລຳພັງ ແລະ ວ່າພຣະເຈົ້າຄອຍດູແລເຂົາເຈົ້າສະເໝີ. ຜູ້ທີ່ເອື້ອມອອກໄປ ໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດສຳລັບຄອບຄົວນີ້ ແລະ ໄດ້ເຮັດໜ້າທີ່ເປັນພຣະຫັດຂອງພຣະອົງ ໃນການຮັບໃຊ້ເຂົາເຈົ້າ.
ການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ
ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າມັກຕົວຢ່າງນີ້ ກ່ຽວກັບການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ. ທ້າວຄະເລຕັນ ອາຍຸສິບເຈັດປີ ຈາກ Cape Verde [ປະເທດກັບແວກ] ບໍ່ຮູ້ແນ່ວ່າ ຈະມີຫຍັງເກີດຂຶ້ນ ທີ່ມື້ໜຶ່ງລາວໄດ້ຍ່າງເຂົ້າໄປໃນຫ້ອງຮຽນສາດສະໜາໃນຫວອດຂອງລາວ. ແຕ່ຊີວິດຂອງລາວ ແລະ ຊີວິດຂອງຄົນອື່ນໆໄດ້ປ່ຽນໄປຕະຫລອດການ ເພາະລາວໄດ້ຍ່າງເຂົ້າໄປ.
ທ້າວຄະເລຕັນ, ພ້ອມດ້ວຍແມ່ ແລະ ອ້າຍຂອງລາວ, ໄດ້ຮັບບັບຕິສະມາເຂົ້າໃນສາດສະໜາຈັກດົນແລ້ວ, ແຕ່ຄອບຄົວໄດ້ເຊົາໄປໂບດ. ການເຂົ້າໄປໃນຫ້ອງຮຽນສາດສະໜາພຽງຄັ້ງດຽວ ພິສູດໄດ້ວ່າ ເປັນຈຸດເຊື່ອມຕໍ່ຄອບຄົວ.
ຊາວໜຸ່ມຢູ່ໃນຫ້ອງຮຽນສາດສະໜາກໍອົບອຸ່ນ ແລະ ໃຫ້ການຕ້ອນຮັບ. ເຂົາເຈົ້າຊ່ວຍໃຫ້ທ້າວຄະເລຕັນຮູ້ສຶກສະບາຍໃຈ ແລະ ຊຸກຍູ້ລາວໃຫ້ໄປຮ່ວມກິດຈະກຳອື່ນອີກ. ລາວກໍໄປ ແລະ ບໍ່ດົນກໍເລີ່ມຕົ້ນໄປຮ່ວມການປະຊຸມໂບດອື່ນໆ. ອະທິການທີ່ສະຫລາດໄດ້ເຫັນສັກກະຍະພາບທາງວິນຍານໃນຕົວທ້າວຄະເລຕັນ ແລະ ໄດ້ເຊື້ອເຊີນລາວໃຫ້ເປັນຜູ້ຊ່ວຍເພິ່ນ. “ນັບແຕ່ນັ້ນມາ,” ອະທິການ ຄຣູສ໌ ເວົ້າ, “ທ້າວຄະເລຕັນກາຍເປັນຕົວຢ່າງ ແລະ ເປັນອິດທິພົນໃຫ້ແກ່ຊາວໜຸ່ມຄົນອື່ນໆ.”
ຄົນທຳອິດທີ່ທ້າວຄະເລຕັນໄດ້ຊວນມາໂບດແມ່ນແມ່ຂອງລາວ, ແລ້ວອ້າຍຂອງລາວ. ແລ້ວລາວໄດ້ຂະຫຍາຍວົງກວ້າງອອກໄປຫາໝູ່ເພື່ອນ. ເພື່ອນຄົນໜຶ່ງເປັນຊາຍໜຸ່ມອາຍຸລຸ້ນລາວຄາວດຽວກັບລາວ, ທ້າວວິວສັນ. ເທື່ອທຳອິດທີ່ລາວໄດ້ພົບກັບຜູ້ສອນສາດສະໜາ, ທ້າວວິວສັນໄດ້ບອກເຖິງຄວາມປາດຖະໜາຂອງລາວທີ່ຈະຮັບບັບຕິສະມາ. ຜູ້ສອນສາດສະໜາມີຄວາມປະທັບໃຈ ແລະ ງຶດງໍ້ ກັບສິ່ງທີ່ທ້າວຄະເລຕັນໄດ້ແບ່ງປັນກັບທ້າວວິວສັນ.
ຄວາມພະຍາຍາມຂອງທ້າວຄະເລຕັນບໍ່ໄດ້ຢຸດພຽງເທົ່ານັ້ນ. ລາວໄດ້ຊ່ວຍສະມາຊິກທີ່ບໍ່ເຂັ້ມແຂງໃຫ້ກັບມາໂບດ, ນອກເໜືອໄປຈາກການແບ່ງປັນພຣະກິດຕິຄຸນກັບໝູ່ເພື່ອນທີ່ນັບຖືສາດສະໜາອື່ນ. ປະຈຸບັນນີ້ ຫວອດນັ້ນມີຊາວໜຸ່ມທີ່ເຂັ້ມແຂງຢູ່ 35 ຄົນ, ພ້ອມກັບຫ້ອງຮຽນສາດສະໜາທີ່ກຳລັງຈະເລີນກ້າວໜ້າ, ສ່ວນໃຫຍ່ເປັນຍ້ອນຄວາມພະຍາຍາມຂອງທ້າວຄະເລຕັນ ທີ່ຈະຮັກ, ແບ່ງປັນ, ແລະ ເຊື້ອເຊີນ. ທ້າວຄະເລຕັນ ແລະ ອ້າຍຂອງລາວ, ທ້າວຄະລີເບີ, ກຳລັງກຽມໄປຮັບໃຊ້ເຜີຍແຜ່ເຕັມເວລາ.
ການເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ
ສຸດທ້າຍ, ຂ້າພະເຈົ້າຂໍແບ່ງປັນຕົວຢ່າງທີ່ສວຍງາມກ່ຽວກັບການເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ. ນາງລີເດຍ ຈາກເມືອງຄາຄີບ, ປະເທດອູແກຣນ, ທຳອິດໄດ້ຮຽນຮູ້ກ່ຽວກັບພຣະວິຫານຈາກຜູ້ສອນສາດສະໜາ. ທັນທີ, ນາງລີເດຍກໍຮູ້ສຶກຢາກໄປພຣະວິຫານຫລາຍທີ່ສຸດ, ແລະ ຫລັງຈາກໄດ້ຮັບບັບຕິສະມາ, ນາງເລີ່ມຕົ້ນກະກຽມທີ່ຈະຮັບເອົາໃບຮັບຮອງເຂົ້າພຣະວິຫານ.
ນາງລີເດຍໄດ້ໄປພຣະວິຫານແຟຣ້ງເຝີດ ເຢຍລະມັນ ເພື່ອຮັບເອົາຂອງປະທານສັກສິດຂອງນາງ ແລະ ແລ້ວໄດ້ໃຊ້ຫລາຍມື້ເພື່ອເຮັດວຽກແທນຜູ້ຕາຍ. ຫລັງຈາກການອຸທິດພຣະວິຫານ ຄຽບ ອູແກຣນ, ນາງລີເດຍໄດ້ໄປພຣະວິຫານເລື້ອຍໆ. ນາງ ແລະ ສາມີຂອງນາງ, ແອນາໂທລີ, ໄດ້ຜະນຶກເຂົ້າກັນຊົ່ວນິລັນດອນຢູ່ທີ່ນັ້ນ ແລະ ຕໍ່ມາໄດ້ຖືກເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາຢູ່ທີ່ພຣະວິຫານ. ທັງສອງໄດ້ພົບລາຍຊື່ຂອງບັນພະບຸລຸດຫລາຍກວ່າ 15,000 ຊື່ ແລະ ໄດ້ເຮັດພິທີການພຣະວິຫານສຳລັບເຂົາເຈົ້າ.
ເມື່ອຖາມກ່ຽວກັບຄວາມຮູ້ສຶກຂອງນາງເລື່ອງວຽກງານພຣະວິຫານ, ນາງລີເດຍເວົ້າວ່າ, “ຂ້ານ້ອຍໄດ້ຮັບຫຍັງຢູ່ໃນພຣະວິຫານ? ຂ້ານ້ອຍໄດ້ເຮັດພັນທະສັນຍາກັບພຣະເຈົ້າ. ປະຈັກພະຍານຂອງຂ້ານ້ອຍໄດ້ຖືກເຮັດໃຫ້ເຂັ້ມແຂງຂຶ້ນ. ຂ້ານ້ອຍໄດ້ຮຽນຮູ້ທີ່ຈະຮັບເອົາການເປີດເຜີຍສ່ວນຕົວ. ຂ້ານ້ອຍສາມາດເຮັດພິທີການຊ່ວຍໃຫ້ລອດໃຫ້ບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງຂ້ານ້ອຍ. ແລະ ຂ້ານ້ອຍສາມາດຮັກ ແລະ ຮັບໃຊ້ຄົນອື່ນໆ.” ນາງໄດ້ລົງທ້າຍດ້ວຍຄຳນີ້ວ່າ: “ພຣະຜູ້ເປັນເຈົ້າຢາກເຫັນເຮົາຢູ່ໃນພຣະວິຫານເລື້ອຍໆ.”
ສະຫລຸບ
ຂ້າພະເຈົ້າໄດ້ຮັບການດົນໃຈໂດຍຄວາມດີຂອງໄພ່ພົນຍຸກສຸດທ້າຍເຫລົ່ານີ້, ທຸກຄົນກໍມີພື້ນຖານທີ່ແຕກຕ່າງ ແລະ ຫລາກຫລາຍ, ຢູ່ໃນສີ່ເລື່ອງນີ້. ມີຫລາຍຢ່າງທີ່ສາມາດຮຽນຮູ້ຈາກຜົນງານທີ່ໜ້າອັດສະຈັນ ຊຶ່ງເກີດຂຶ້ນຜ່ານທາງການນຳໃຊ້ຫລັກທຳພຣະກິດຕິຄຸນແບບລຽບງ່າຍ. ທຸກສິ່ງທີ່ເຂົາເຈົ້າເຮັດນັ້ນ ເຮົາກໍສາມາດເຮັດໄດ້ຄືກັນ.
ຂໍໃຫ້ເຮົາຈົ່ງຮັກສາພຣະກິດຕິຄຸນໃຫ້ລຽບງ່າຍ ຂະນະທີ່ເຮົາຮັບເອົາໜ້າທີ່ຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງຈາກສະຫວັນ: ເພື່ອ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ ເພື່ອວ່າຈະຮູ້ສຶກໄວຕໍ່ການກະຕຸ້ນ, ດັ່ງທີ່ເຈັນສ໌ ໃນປະເທດເດນມາກຮູ້ສຶກ. ເພື່ອຈະໄດ້ ດູແລຄົນຂັດສົນ, ດັ່ງທີ່ສະແດງໃຫ້ເຫັນໂດຍສະມາຊິກຂອງສະເຕກຄູຄູຕາ ໃນປະເທດໂກໂລມບີ ໃນການຈັດຫາທີ່ພັກອາໄສໃຫ້ເດັກກຳພ້າ ສະມະຊິກຫວອດ. ເພື່ອຈະໄດ້ ເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ, ໃນທາງທີ່ທ້າວຄະເລຕັນໄດ້ເຮັດ ຈາກ Cape Verde [ປະເທດກັບແວກ ເກາະໜຶ່ງ] ໃນອາຟຣິກາ ກັບໝູ່ເພື່ອນ ແລະ ຄອບຄົວຂອງລາວ. ສຸດທ້າຍ, ເພື່ອຈະໄດ້ ເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ, ດັ່ງທີ່ສະແດງເປັນຕົວຢ່າງໂດຍຊິດສະເຕີ ລີເດຍ ຈາກປະເທດອູແກຣນ, ຜ່ານທາງພິທີການພຣະວິຫານ, ໂຄງການປະຫວັດຄອບຄົວ, ແລະ ການຮັບໃຊ້ໃນພຣະວິຫານຂອງນາງ.
ການເຮັດເຊັ່ນນັ້ນ ຈະນຳຄວາມຊື່ນຊົມ ແລະ ຄວາມສະຫງົບສຸກມາໃຫ້ຢ່າງແນ່ນອນ. ຂ້າພະເຈົ້າສັນຍາ ແລະ ເປັນພະຍານເຖິງສິ່ງນີ້—ແລະ ເຖິງພຣະເຢຊູຄຣິດ ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ—ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.