ຄວາມຮັກຂອງພຣະເຈົ້າ
ພຣະບິດາຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ອວຍພອນເຮົາດ້ວຍພຣະບັນຍັດ, ແລະ ໃນການຮັກສາພຣະບັນຍັດຂອງພວກພຣະອົງ, ເຮົາຈະຮູ້ສຶກເຖິງຄວາມຮັກອັນສົມບູນແບບຂອງພວກພຣະອົງຢ່າງເຕັມປ່ຽມ ແລະ ເລິກເຊິ່ງຫລາຍຂຶ້ນ.
ພຣະບິດາເທິງສະຫວັນຂອງເຮົາຮັກເຮົາຢ່າງເລິກເຊິ່ງ ແລະ ສົມບູນແບບ.1 ໃນຄວາມຮັກຂອງພຣະອົງ, ພຣະອົງໄດ້ສ້າງແຜນໜຶ່ງຂຶ້ນມາ, ແຜນແຫ່ງການໄຖ່ ແລະ ຄວາມສຸກ ເພື່ອເປີດໂອກາດ ແລະ ຄວາມຊື່ນຊົມໃຫ້ແກ່ເຮົາທຸກຄົນ ທີ່ເຕັມໃຈທີ່ຈະຮັບເອົາ, ລວມທັງທຸກສິ່ງທີ່ພຣະອົງມີ ແລະ ເປັນຢູ່.2 ເພື່ອຈະບັນລຸສິ່ງນີ້, ພຣະອົງເຕັມພຣະໄທທີ່ຈະມອບພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ໃຫ້ເປັນພຣະຜູ້ໄຖ່ຂອງເຮົາ. “ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”3 ຄວາມຮັກນັ້ນເປັນຄວາມຮັກອັນບໍລິສຸດຂອງພຣະບິດາ—ມີໃຫ້ທຸກຄົນ, ແຕ່ຍັງເປັນການສ່ວນຕົວຕໍ່ແຕ່ລະບຸກຄົນ.
ພຣະເຢຊູຄຣິດກໍມີຄວາມຮັກອັນສົມບູນແບບອັນດຽວກັນນີ້ກັບພຣະບິດາ. ເມື່ອພຣະບິດາໄດ້ສະເໜີແຜນແຫ່ງຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ, ພຣະອົງໄດ້ຮຽກຮ້ອງໃຫ້ຜູ້ໜຶ່ງເປັນພຣະຜູ້ຊ່ວຍໃຫ້ລອດເພື່ອໄຖ່ເຮົາ—ທີ່ເປັນພາກສ່ວນທີ່ຈຳເປັນຂອງແຜນນັ້ນ. ພຣະເຢຊູໄດ້ອາສາສະໝັກວ່າ, “ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ.”4 ພຣະຜູ້ຊ່ວຍໃຫ້ລອດ “ຍ່ອມຈະບໍ່ກະທຳສິ່ງໃດນອກຈາກມັນຈະເປັນຜົນປະໂຫຍດແກ່ໂລກ; ເພາະພຣະອົງຮັກໂລກຈົນຍອມສະລະຊີວິດຂອງພຣະອົງ ເພື່ອຈະໄດ້ພາມະນຸດທັງປວງມາຫາພຣະອົງ. ດັ່ງນັ້ນ, ພຣະອົງຈຶ່ງບໍ່ບັນຊາຜູ້ໃດວ່າ ພວກເຂົາຈະບໍ່ໄດ້ຮັບສ່ວນຄວາມລອດຈາກພຣະອົງ.”5
ຄວາມຮັກແຫ່ງສະຫວັນນີ້ຄວນໃຫ້ເຮົາໄດ້ຮັບການປອບໂຍນ ແລະ ຄວາມໝັ້ນໃຈຢ່າງຫລວງຫລາຍເມື່ອເຮົາອະທິຖານຫາພຣະບິດາໃນພຣະນາມຂອງພຣະຄຣິດ. ບໍ່ມີໃຜໃນພວກເຮົາທີ່ເປັນຄົນແປກໜ້າຕໍ່ພວກພຣະອົງ. ເຮົາບໍ່ຈຳເປັນຕ້ອງລັງເລໃຈທີ່ຈະເອີ້ນຫາພຣະເຈົ້າ, ແມ່ນແຕ່ເມື່ອເຮົາຮູ້ສຶກວ່າບໍ່ມີຄ່າຄວນດີພໍ. ເຮົາສາມາດເພິ່ງອາໄສຄວາມເມດຕາ ແລະ ຄຸນຄວາມດີຂອງພຣະເຢຊູຄຣິດໄດ້ເພື່ອຈະຖືກຮັບຟັງ.6 ເມື່ອເຮົາຕັ້ງຢູ່ໃນຄວາມຮັກຂອງພຣະເຈົ້າ, ເຮົາຈະເພິ່ງອາໄສຄວາມເຫັນດີເຫັນຊອບຂອງຄົນອື່ນໜ້ອຍລົງເພື່ອຊີ້ນຳເຮົາ.
ຄວາມຮັກຂອງພຣະເຈົ້າບໍ່ໄດ້ໃຫ້ຂໍ້ແກ້ຕົວສຳລັບບາບ; ກົງກັນຂ້າມ, ມັນສະເໜີໃຫ້ການໄຖ່
ເປັນເພາະຄວາມຮັກຂອງພຣະເຈົ້າລວມທັງທຸກສິ່ງ ແລະ ທຸກຄົນ, ບາງຄົນກ່າວເຖິງມັນວ່າ “ບໍ່ມີເງື່ອນໄຂ,” ແລະ ໃນຄວາມຄິດຂອງເຂົາເຈົ້າ ເຂົາເຈົ້າອາດຖືວ່າຄວາມຄິດນັ້ນໝາຍຄວາມວ່າ ພອນ ຂອງພຣະເຈົ້າກໍ “ບໍ່ມີເງື່ອນໄຂ” ແລະ ວ່າ ຄວາມລອດ ກໍ “ບໍ່ມີເງື່ອນໄຂ.” ມັນບໍ່ໄດ້ເປັນແບບນັ້ນ. ບາງຄົນມັກຈະກ່າວດັ່ງຕໍ່ໄປນີ້ວ່າ, “ພຣະຜູ້ຊ່ວຍໃຫ້ລອດຮັກເຮົາດັ່ງທີ່ເຮົາເປັນຢູ່,” ແລະ ແນ່ນອນວ່ານັ້ນກໍເປັນຄວາມຈິງ. ແຕ່ພຣະອົງບໍ່ສາມາດຮັບເອົາເຮົາຈັກຄົນເຂົ້າໄປໃນອານາຈັກຂອງພຣະອົງໄດ້ດັ່ງທີ່ເຮົາເປັນຢູ່, “ເພາະວ່າ ສິ່ງທີ່ບໍ່ສະອາດຈະບໍ່ສາມາດ ຢູ່ໃນທີ່ນັ້ນ, ຫລື ຢູ່ໃນທີ່ປະທັບຂອງພຣະອົງ.”7 ບາບຂອງເຮົາຕ້ອງຖືກແກ້ໄຂກ່ອນ.
ອາຈານຮິວ ນິບລີ ຄັ້ງໜຶ່ງໄດ້ບັນທຶກໄວ້ວ່າ ອານາຈັກຂອງພຣະເຈົ້າບໍ່ສາມາດທົນໄດ້ຖ້າຫາກມັນຍອມຮັບແມ່ນແຕ່ບາບທີ່ນ້ອຍທີ່ສຸດ. ຄວາມເຊື່ອມໂຊມແມ່ນແຕ່ໜ້ອຍດຽວ ກໍໝາຍຄວາມວ່າໂລກໜ້າຈະມີທັງຄວາມເຊື່ອມໂຊມ ແລະ ບໍ່ມີນິລັນດອນ. ຮອຍຕຳນິນ້ອຍທີ່ສຸດໃນຕຶກຫລັງໜຶ່ງ, ໃນສະຖາບັນ, ໃນກົດລະບຽບ, ຫລື ໃນບຸກຄະລິກລັກສະນະ ຈະພິສູດວ່າເປັນອັນຕະລາຍທີ່ຮ້າຍແຮງໃນຊ່ວງນິລັນດອນ ຢ່າງຫລີກລ້ຽງບໍ່ໄດ້.”8 ພຣະບັນຍັດຂອງພຣະເຈົ້າແມ່ນ “ເຄັ່ງຄັດ”9 ເພາະວ່າອານາຈັກຂອງພຣະອົງ ແລະ ຜູ້ອາໄສຢູ່ທີ່ນັ້ນສາມາດຍຶດໝັ້ນໄດ້ຖ້າຫາກວ່າເຂົາເຈົ້າປະຕິເສດຄວາມຊົ່ວຮ້າຍຢ່າງສະໝ່ຳສະເໝີ ແລະ ເລືອກຄວາມດີເທົ່ານັ້ນ, ປາດສະຈາກຂໍ້ຍົກເວັ້ນ.10
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສັງເກດວ່າ, “ພຣະເຢຊູໄດ້ເຂົ້າພຣະໄທຢ່າງແຈ່ມແຈ້ງວ່າ ຫລາຍຄົນໃນວັດທະນະທຳໃນປະຈຸບັນຂອງເຮົາມັກລືມໄປວ່າ: ມັນມີຄວາມແຕກຕ່າງກັນຫລາຍລະຫວ່າງ ພຣະບັນຍັດເພື່ອໃຫ້ອະໄພບາບ (ຊຶ່ງພຣະອົງສາມາດເຮັດໄດ້ຕະຫລອດການ) ແລະ ຄຳເຕືອນຕ້ານການບໍ່ເອົາໂທດ (ຊຶ່ງພຣະອົງບໍ່ເຄີຍກະທຳເລີຍແມ່ນແຕ່ເທື່ອດຽວ).”11
ເຖິງຢ່າງໃດກໍຕາມ, ເຖິງວ່າເຮົາຈະມີຄວາມບົກພ່ອງ, ເຮົາຍັງສາມາດຫວັງໄດ້ວ່າຈະ “ມີຊື່ສຽງ ແລະ ຖານະ,”12 ມີສະຖານທີ່ໃນສາດສະໜາຈັກຂອງພຣະອົງ ແລະ ໃນໂລກຊັ້ນສູງ. ຫລັງຈາກໄດ້ບອກໃຫ້ແຈ່ມແຈ້ງແລ້ວວ່າພຣະອົງບໍ່ສາມາດຍົກເວັ້ນ ຫລື ເມີນເສີຍຈາກບາບ, ພຣະຜູ້ເປັນເຈົ້າໃຫ້ເຮົາແນ່ໃຈໄດ້ວ່າ:
“ເຖິງຢ່າງໃດກໍຕາມ, ຄົນທີ່ກັບໃຈ ແລະ ເຮັດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າຈະໄດ້ຮັບ ການໃຫ້ອະໄພ.”13
“ແທ້ຈິງແລ້ວ ເຖິງແມ່ນວ່າຜູ້ຄົນຂອງເຮົາຈະກັບໃຈ ເຮົາກໍຈະໃຫ້ອະໄພແກ່ເຂົາສຳລັບການລ່ວງລະເມີດຂອງເຂົາທີ່ມີຕໍ່ເຮົາ.”14
ການກັບໃຈ ແລະ ພຣະຄຸນແຫ່ງສະຫວັນແກ້ໄຂບັນຫາ:
“ແລະ ຈົ່ງຈື່ຈຳ ຄຳເວົ້າຂອງແອມມິວເລັກນຳອີກ ຊຶ່ງເພິ່ນໄດ້ເວົ້າຕໍ່ຊີເອສຣອມ, ຢູ່ໃນເມືອງອຳໂມນໄນຮານັ້ນ; ເພາະເພິ່ນໄດ້ເວົ້າກັບລາວວ່າ ພຣະຜູ້ເປັນເຈົ້າຈະສະເດັດມາຢ່າງແນ່ນອນ ເພື່ອໄຖ່ຜູ້ຄົນຂອງພຣະອົງ, ແຕ່ວ່າພຣະອົງຈະບໍ່ໄຖ່ພວກເຂົາ ໃນ ບາບຂອງພວກເຂົາ, ແຕ່ຈະໄຖ່ພວກເຂົາ ຈາກ ບາບຂອງພວກເຂົາ.
“ແລະ ພຣະອົງມີອຳນາດຊຶ່ງໄດ້ຮັບຈາກພຣະບິດາເພື່ອໄຖ່ມະນຸດຈາກບາບຂອງພວກເຂົາ ຍ້ອນການກັບໃຈ; ສະນັ້ນ ພຣະອົງຈຶ່ງໄດ້ສົ່ງທູດຂອງພຣະອົງລົງມາເພື່ອປະກາດຂ່າວກ່ຽວກັບເງື່ອນໄຂຂອງການກັບໃຈ, ຊຶ່ງຈະນຳໄປຫາອຳນາດຂອງພຣະຜູ້ໄຖ່, ໄປຫາຄວາມລອດຂອງຈິດວິນຍານຂອງພວກເຂົາ.”15
ດ້ວຍເງື່ອນໄຂຂອງການກັບໃຈ, ພຣະຜູ້ເປັນເຈົ້າສາມາດມອບຄວາມເມດຕາໃຫ້ປາດສະຈາກການຂະໂມຍຄວາມຍຸດຕິທຳ, ແລະ “ພຣະເຈົ້າຈະບໍ່ເລີກເປັນພຣະເຈົ້າ.”16
ວິທີທາງຂອງໂລກ, ດັ່ງທີ່ທ່ານຮູ້ຈັກ, ແມ່ນຕໍ່ຕ້ານພຣະຄຣິດ, ຫລື “ອັນໃດກໍໄດ້ທີ່ບໍ່ກ່ຽວກັບພຣະຄຣິດ.” ວັນເວລາຂອງເຮົາແມ່ນຄ້າຍຄືກັນກັບເຫດການໃນພຣະຄຳພີມໍມອນ ຊຶ່ງໃນນັ້ນຜູ້ຄົນທີ່ມີຊື່ສຽງໂດ່ງດັງໄຕ່ຕາມຫາການປົກຄອງທີ່ບໍ່ຊອບທຳເໜືອຄົນອື່ນ, ສະຫລອງອິດສະລະໃນການເລືອກເຮັດອັນໃດກໍໄດ້ທາງເພດ, ແລະ ສົ່ງເສີມການສະສົມຄວາມຮັ່ງມີວ່າເປັນຈຸດປະສົງຂອງການມີຊີວິດຢູ່ຂອງເຮົາ. ທິດສະດີຂອງເຂົາເຈົ້າໃຫ້ “ການແກ້ຕົວໃນການເຮັດບາບເລັກນ້ອຍ,”17 ຫລື ແມ່ນແຕ່ບາບຢ່າງຫລວງຫລາຍ, ແຕ່ບໍ່ມີໃຜສາມາດໃຫ້ການໄຖ່ໄດ້. ສິ່ງນັ້ນມີມາໄດ້ພຽງແຕ່ຜ່ານທາງໂລຫິດຂອງພຣະເມສານ້ອຍເທົ່ານັ້ນ. ຜູ້ຄົນທີ່ສະໜັບສະໜູນຄວາມຄິດທີ່ວ່າ “ອັນໃດກໍໄດ້ທີ່ບໍ່ກ່ຽວກັບພຣະຄຣິດ” ຫລື “ອັນໃດກໍໄດ້ຍົກເວັ້ນການກັບໃຈ” ສາມາດສະເໜີໃຫ້ການປະກາດທີ່ບໍ່ມີມູນຄວາມຈິງວ່າບໍ່ມີບາບ ຫລື ວ່າຖ້າຫາກມີ, ໃນທີ່ສຸດມັນກໍບໍ່ມີຜົນສະທ້ອນຫຍັງເລີຍ. ຂ້າພະເຈົ້າບໍ່ສາມາດເຫັນໄດ້ວ່າຂໍ້ໂຕ້ຖຽງນີ້ຈະມີຜົນຫຍັງໃນການພິພາກສາຄັ້ງສຸດທ້າຍ.18
ເຮົາບໍ່ຈຳເປັນຕ້ອງພະຍາຍາມເຮັດສິ່ງທີ່ເປັນໄປບໍ່ໄດ້ໃນການພະຍາຍາມຫາຂໍ້ແກ້ຕົວສຳລັບບາບຂອງເຮົາ. ແລະ ກົງກັນຂ້າມ, ເຮົາບໍ່ຈຳເປັນຕ້ອງພະຍາຍາມເຮັດສິ່ງທີ່ເປັນໄປບໍ່ໄດ້ໃນການລຶບຜົນສະທ້ອນຈາກບາບຂອງເຮົາໂດຍຄຸນຄວາມດີຂອງເຮົາເອງ. ສາດສະໜາຂອງເຮົາບໍ່ແມ່ນສາດສະໜາທີ່ໃຫ້ຂໍ້ແກ້ຕົວ ຫລື ເປັນສາດສະໜາແຫ່ງຄວາມດີພ້ອມ ແຕ່ເປັນສາດສະໜາແຫ່ງການໄຖ່—ການໄຖ່ຜ່ານທາງພຣະເຢຊູຄຣິດ. ຖ້າຫາກເຮົາຢູ່ທ່າມກາງຜູ້ສຳນຶກຜິດ, ໂດຍການຊົດໃຊ້ຂອງພຣະອົງ ບາບຂອງເຮົາຖືກຕອກໄວ້ກັບໄມ້ກາງແຂນຂອງພຣະອົງ, ແລະ ເຮົາ “ດີປົກກະຕິຍ້ອນການຕົບຕີທີ່ທ່ານຮັບເອົາ.”19
ຄວາມຮັກທີ່ປາດຖະໜາຂອງສາດສະດາກໍຄ້າຍຄືກັນກັບຄວາມຮັກຂອງພຣະເຈົ້າ
ເປັນເວລາດົນນານທີ່ຂ້າພະເຈົ້າໄດ້ປະທັບໃຈ ແລະ ຮູ້ສຶກເຖິງຄວາມຮັກທີ່ປາດຖະໜາຂອງສາດສະດາຂອງພຣະເຈົ້າ ໃນການຕັກເຕືອນຂອງພວກເພິ່ນຕໍ່ຕ້ານບາບ. ພວກເພິ່ນບໍ່ໄດ້ຖືກກະຕຸ້ນໂດຍຄວາມປາດຖະໜາທີ່ຈະກ່າວໂທດ. ຄວາມປາດຖະໜາຂອງພວກເພິ່ນກໍຄ້າຍຄືກັນກັບຄວາມຮັກຂອງພຣະເຈົ້າ; ແທ້ຈິງແລ້ວ, ມັນ ຄື ຄວາມຮັກຂອງພຣະເຈົ້າ. ພວກເພິ່ນຮັກຜູ້ຄົນທີ່ພວກເພິ່ນຖືກສົ່ງໄປຫາ, ບໍ່ວ່າເຂົາເຈົ້າຈະເປັນໃຜ ແລະ ບໍ່ວ່າເຂົາເຈົ້າຈະເປັນແບບໃດກໍຕາມ. ເໝືອນດັ່ງພຣະຜູ້ເປັນເຈົ້າ, ຜູ້ຮັບໃຊ້ຂອງພຣະອົງກໍບໍ່ຢາກໃຫ້ຄົນໃດທົນທຸກທໍລະມານກັບຄວາມເຈັບປວດຈາກບາບ ແລະ ການເລືອກທີ່ບໍ່ດີ.20
ແອວມາຖືກສົ່ງໄປປະກາດຂ່າວສານແຫ່ງການກັບໃຈ ແລະ ການໄຖ່ຕໍ່ຜູ້ຄົນທີ່ກຽດຊັງ ຜູ້ທີ່ເຕັມໃຈທີ່ຈະຂົ່ມເຫັງ, ທໍລະມານ ແລະ ແມ່ນແຕ່ຂ້າຊາວຄຣິດຜູ້ທີ່ເຊື່ອ, ລວມທັງແອວມານັ້ນເອງ. ແຕ່ເພິ່ນຍັງຮັກພວກເຂົາ ແລະ ປາດຖະໜາໃຫ້ພວກເຂົາໄດ້ຮັບຄວາມລອດ. ຫລັງຈາກທີ່ໄດ້ປະກາດເຖິງການຊົດໃຊ້ຂອງພຣະຄຣິດແກ່ປະຊາຊົນອຳໂມນໄນຮາແລ້ວ, ແອວມາໄດ້ຮຽກຮ້ອງວ່າ: “ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າປາດຖະໜາຈາກສ່ວນເລິກທີ່ສຸດຂອງໃຈຂອງຂ້າພະເຈົ້າ, ແທ້ຈິງແລ້ວ, ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫລວງຈົນເຖິງຄວາມເຈັບປວດ, ໃຫ້ພວກທ່ານເຊື່ອຟັງຄຳຂອງຂ້າພະເຈົ້າ, ແລະ ປະຖິ້ມບາບຂອງພວກທ່ານເຖີດ, … ເພື່ອພວກທ່ານຈະໄດ້ຖືກຍົກຂຶ້ນໃນວັນສຸດທ້າຍ ແລະ ເຂົ້າໄປໃນທີ່ພັກ [ຂອງພຣະເຈົ້າ].”21
ໃນຖ້ອຍຄຳຂອງປະທານຣະໂຊ ເອັມ ແນວສັນ, “ມັນກໍເປັນເພາະພວກເຮົາເປັນຫ່ວງຫລາຍກ່ຽວກັບລູກໆຂອງພຣະເຈົ້າທຸກຄົນ ທີ່ພວກເຮົາຈຶ່ງປະກາດຄວາມຈິງຂອງພຣະອົງ.”22
ພຣະເຈົ້າຮັກທ່ານ; ທ່ານກໍຮັກພຣະອົງບໍ?
ຄວາມຮັກຂອງພຣະບິດາ ແລະ ພຣະບຸດ ຖືກມອບໃຫ້ດ້ວຍຄວາມເຕັມພຣະໄທ ແລະ ລວມທັງຄວາມຫວັງ ແລະ ຄວາມຄາດຫວັງນຳອີກ. ອີກເທື່ອໜຶ່ງ, ໂດຍການອ້າງເຖິງຖ້ອຍຄຳຂອງປະທານແນວສັນວ່າ, “ພຣະເຈົ້າຕັ້ງກົດໄວ້ເພາະພຣະອົງຮັກເຮົາ ແລະ ປະສົງໃຫ້ເຮົາກາຍເປັນຄົນທີ່ເຮົາສາມາດກາຍເປັນໄດ້.”23
ເພາະວ່າພວກພຣະອົງຮັກທ່ານ, ພວກພຣະອົງຈຶ່ງບໍ່ປະສົງຈະປ່ອຍທ່ານໄວ້ “ຕາມທີ່ທ່ານເປັນຢູ່.” ເພາະວ່າພວກພຣະອົງຮັກທ່ານ, ພວກພຣະອົງຈຶ່ງປະສົງໃຫ້ທ່ານມີຄວາມສຸກ ແລະ ປະສົບຄວາມສຳເລັດ. ເພາະວ່າພວກພຣະອົງຮັກທ່ານ, ພວກພຣະອົງຈຶ່ງປະສົງໃຫ້ທ່ານກັບໃຈ ເພາະນັ້ນເປັນເສັ້ນທາງທີ່ນຳໄປສູ່ຄວາມສຸກ. ແຕ່ມັນເປັນການເລືອກຂອງທ່ານ—ພວກພຣະອົງໃຫ້ກຽດແກ່ອຳເພີໃຈຂອງທ່ານ. ທ່ານຕ້ອງເລືອກທີ່ຈະຮັກພວກພຣະອົງ, ທີ່ຈະຮັບໃຊ້ພວກພຣະອົງ, ທີ່ຈະຮັກສາພຣະບັນຍັດຂອງພວກພຣະອົງ. ແລ້ວພວກພຣະອົງຈະສາມາດ ອວຍພອນ ທ່ານ ພ້ອມທັງ ຮັກ ທ່ານຢ່າງອຸດົມສົມບູນ.
ຄວາມຄາດຫວັງຕົ້ນຕໍຂອງພວກພຣະອົງຈາກເຮົາກໍວ່າໃຫ້ເຮົາຮັກນຳອີກ. “ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ.”24 ດັ່ງທີ່ໂຢຮັນໄດ້ຂຽນວ່າ, “ເພື່ອນທີ່ຮັກທັງຫລາຍເອີຍ, ຖ້າພຣະເຈົ້າຊົງຮັກພວກເຮົາຢ່າງນັ້ນແລ້ວ ພວກເຮົາຄວນຮັກຊຶ່ງກັນແລະກັນ.”25
ຈອຍ ດີ ໂຈນສ໌ ອະດີດປະທານອົງການປະຖົມໄວສາມັນຈຳໄດ້ວ່າ ຕອນເປັນຄູ່ສາມີພັນລະຍາໜຸ່ມ, ເພິ່ນ ແລະ ສາມີຂອງເພິ່ນໄດ້ຮັບການເອີ້ນ ໃຫ້ໄປຢ້ຽມຢາມ ແລະ ປະຕິບັດສາດສະໜາກິດຕໍ່ຄອບຄົວໜຶ່ງ ທີ່ບໍ່ໄດ້ໄປໂບດ ເປັນເວລາຫລາຍປີ. ກໍເຫັນໄດ້ຢ່າງແຈ້ງຊັດໃນທັນທີໃນຕອນໄປຢ້ຽມຢາມເທື່ອທຳອິດຂອງພວກເພິ່ນວ່າ ພວກເພິ່ນບໍ່ໄດ້ເປັນທີ່ຕ້ອງການ. ຫລັງຈາກຄວາມອຸກອັ່ງຈາກຄວາມພະຍາຍາມທີ່ລົ້ມເຫລວອີກຫລາຍເທື່ອ, ແລະ ຫລັງຈາກການອະທິຖານ ແລະ ການໄຕ່ຕອງຢ່າງຈິງໃຈ, ບຣາເດີ ແລະ ຊິດສະເຕີ ໂຈນສ໌ ກໍໄດ້ຮັບຄຳຕອບເຖິງ ເຫດຜົນ ຂອງການຮັບໃຊ້ຂອງພວກເພິ່ນໃນພຣະຄຳພີຂໍ້ນີ້ຈາກ ຄຳສອນ ແລະ ພັນທະສັນຍາວ່າ: “ຈົ່ງຮັກພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຈົ້າດ້ວຍສຸດໃຈຂອງເຈົ້າ, ດ້ວຍສຸດພະລັງ, ຄວາມຄິດ, ແລະ ກຳລັງຂອງເຈົ້າ; ແລະ ໃນພຣະນາມຂອງພຣະເຢຊູຄຣິດ ໃຫ້ເຈົ້າຮັບໃຊ້ພຣະອົງ.”26 ຊິດສະເຕີ ໂຈນສ໌ ໄດ້ກ່າວວ່າ:
“ພວກເຮົາຮັບຮູ້ວ່າ ພວກເຮົາໄດ້ພະຍາຍາມທີ່ຈະຮັບໃຊ້ຄອບຄົວນີ້ ແລະ ທີ່ຈະຮັບໃຊ້ອະທິການຂອງພວກເຮົາ, ແຕ່ພວກເຮົາໄດ້ຖາມຕົວເອງວ່າ ພວກເຮົາໄດ້ຮັບໃຊ້ ເພາະຮັກພຣະຜູ້ເປັນເຈົ້າຫລືບໍ່. …
“… ພວກເຮົາໄດ້ເລີ່ມຕື່ນເຕັ້ນທີ່ຈະໄປຢ້ຽມຢາມຄອບຄົວນີ້ ເພາະຄວາມຮັກທີ່ພວກເຮົາມີຕໍ່ພຣະຜູ້ເປັນເຈົ້າ [ເບິ່ງ 1 ນີໄຟ 11:22]. ພວກເຮົາໄດ້ເຮັດເພື່ອພຣະອົງ. ພຣະອົງໄດ້ເຮັດໃຫ້ບັນຫານັ້ນ ກາຍເປັນສິ່ງທີ່ບໍ່ຕ້ອງຕໍ່ສູ້ດີ້ນລົນອີກຕໍ່ໄປ. ຫລັງຈາກຫລາຍເດືອນທີ່ພວກເຮົາໄດ້ຢືນລົມກັນຢູ່ໜ້າປະຕູບ້ານ, ຄອບຄົວນີ້ໄດ້ໃຫ້ພວກເຮົາເຂົ້າໄປໃນເຮືອນ. ໃນທີ່ສຸດ, ພວກເຮົາໄດ້ມີການອະທິຖານ ແລະ ເວົ້າລົມກັນເລື່ອງພຣະກິດຕິຄຸນເປັນປະຈຳ. ມິດຕະພາບອັນຍາວນານໄດ້ເກີດຂຶ້ນ. ພວກເຮົາໄດ້ນະມັດສະການພຣະອົງ ແລະ ຮັກພຣະອົງ ໂດຍການຮັກລູກໆຂອງພຣະອົງ.”27
ໃນການຮັບຮູ້ວ່າພຣະເຈົ້າຮັກເຮົາຢ່າງສົມບູນແບບ, ເຮົາແຕ່ລະຄົນອາດຖາມວ່າ, “ເຮົາຮັກພຣະເຈົ້າດີປານໃດ? ພຣະອົງສາມາດເພິ່ງພາຄວາມຮັກຂອງເຮົາບໍ ຂະນະທີ່ເຮົາເພິ່ງພາຄວາມຮັກຂອງພຣະອົງ?” ມັນຈະບໍ່ເປັນຄວາມປາດຖະໜາທີ່ມີຄ່າບໍທີ່ຈະດຳລົງຊີວິດເພື່ອວ່າພຣະເຈົ້າຈະສາມາດຮັກເຮົາ ບໍ່ພຽງແຕ່ ເຖິງຈະມີ ຄວາມລົ້ມເຫລວຂອງເຮົາເທົ່ານັ້ນ ແຕ່ ເປັນເພາະ ສິ່ງທີ່ເຮົາກຳລັງກາຍເປັນຢູ່ນຳອີກ? ໂອ້, ເພື່ອວ່າພຣະອົງຈະສາມາດກ່າວເຖິງທ່ານ ແລະ ຂ້າພະເຈົ້າດັ່ງທີ່ພຣະອົງໄດ້ກ່າວເຖິງໄຮຣຳ ສະມິດ, ຍົກຕົວຢ່າງ, “ເພາະເຮົາ, ພຣະຜູ້ເປັນເຈົ້າ, ຮັກລາວ ເພາະຄວາມຊື່ສັດຂອງໃຈລາວ.”28 ຂໍໃຫ້ເຮົາຈົ່ງຈື່ຈຳຄຳຕັກເຕືອນທີ່ດີຂອງໂຢຮັນ ວ່າ: “ເພາະນີ້ແຫລະ ເປັນຄວາມຮັກຕໍ່ພຣະເຈົ້າ ຄືໃຫ້ເຮົາທັງຫລາຍຮັກສາ [ພຣະບັນຍັດ] ຂອງພຣະອົງ ແລະ [ພຣະບັນຍັດ] ຂອງພຣະອົງນັ້ນກໍບໍ່ຍາກໜັກເກີນໄປ.”29
ແທ້ຈິງແລ້ວ, ພຣະບັນຍັດຂອງພຣະອົງກໍບໍ່ຍາກໜັກເກີນໄປ—ແຕ່ກົງກັນຂ້າມ. ມັນໝາຍເສັ້ນທາງແຫ່ງການປິ່ນປົວ, ຄວາມສຸກ, ຄວາມສະຫງົບ ແລະ ຄວາມຊື່ນຊົມ. ພຣະບິດາຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ອວຍພອນເຮົາດ້ວຍພຣະບັນຍັດ, ແລະ ໃນການຮັກສາພຣະບັນຍັດຂອງພວກພຣະອົງ, ເຮົາຈະຮູ້ສຶກເຖິງຄວາມຮັກອັນສົມບູນແບບຂອງພຣະອົງຢ່າງເຕັມປ່ຽມ ແລະ ເລິກເຊິ່ງຫລາຍຂຶ້ນ.30
ນີ້ແມ່ນຂໍ້ແກ້ໄຂສຳລັບວັນເວລາແຫ່ງການຂັດແຍ້ງ ທີ່ບໍ່ຢຸດຢັ້ງຂອງເຮົາ—ຄວາມຮັກຂອງພຣະເຈົ້າ. ໃນຍຸກສະໄໝແຫ່ງຄວາມຮຸ່ງເຮືອງໃນປະຫວັດສາດຂອງພຣະຄຳພີມໍມອນ ຊຶ່ງຕິດຕາມດ້ວຍການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ, ມັນໄດ້ຖືກລາຍງານວ່າ, “ບໍ່ມີ ການຂັດແຍ້ງກັນ ໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.”31 ຂະນະທີ່ເຮົາພະຍາຍາມໄປສູ່ຊີໂອນ, ຈົ່ງຈື່ຈຳຄຳສັນຍາທີ່ມີຢູ່ໃນພຣະທຳພຣະນິມິດວ່າ: “ຄວາມສຸກເປັນຂອງຜູ້ທີ່ຊຳລະລ້າງເສື້ອຜ້າຂອງຕົນໃຫ້ສະອາດ ເພື່ອພວກເຂົາຈະມີສິດຢ່າງຖືກຕ້ອງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ ແລະ ເຂົ້າໄປໃນນະຄອນ [ສັກສິດ] ນັ້ນຜ່ານທາງປະຕູ.”32
ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ, ແລະ ເຖິງຄວາມຮັກອັນສະໝ່ຳສະເໝີ, ທີ່ບໍ່ມີວັນສິ້ນສຸດຂອງພວກພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.