ຄວາມຮັກຂອງພຣະເຈົ້າ: ເປັນທີ່ປິຕິຍິນດີທີ່ສຸດແກ່ຈິດວິນຍານ
ຄວາມຮັກຂອງພຣະເຈົ້າບໍ່ໄດ້ຖືກພົບຢູ່ໃນສະພາບການຕ່າງໆໃນຊີວິດຂອງເຮົາ ແຕ່ຢູ່ໃນການສະຖິດຢູ່ຂອງພຣະອົງໃນຊີວິດຂອງເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ທ່ານຮູ້ບໍວ່າ ພຣະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາ, ຮັກທ່ານຫລາຍສ່ຳໃດ? ທ່ານເຄີຍຮູ້ສຶກເຖິງຄວາມຮັກຂອງພຣະອົງເລິກລົງໄປໃນຈິດວິນຍານຂອງທ່ານບໍ່?
ເມື່ອທ່ານຮູ້ຈັກ ແລະ ເຂົ້າໃຈວ່າ ທ່ານເປັນທີ່ຮັກຢ່າງໝົດໃຈໃນຖານະລູກຂອງພຣະເຈົ້າຫລາຍສ່ຳໃດແລ້ວ, ທຸກຢ່າງຈະປ່ຽນໄປ. ມັນປ່ຽນວິທີທີ່ທ່ານຮູ້ສຶກກ່ຽວກັບຕົວທ່ານເອງ ເມື່ອທ່ານເຮັດຜິດພາດ. ມັນປ່ຽນວິທີທີ່ທ່ານຮູ້ສຶກ ເມື່ອສິ່ງທີ່ຍາກລຳບາກເກີດຂຶ້ນ. ມັນປ່ຽນມຸມມອງຂອງທ່ານກ່ຽວກັບພຣະບັນຍັດຂອງພຣະເຈົ້າ. ມັນປ່ຽນມຸມມອງຂອງທ່ານກ່ຽວກັບຄົນອື່ນ ແລະ ກ່ຽວກັບຄວາມສາມາດຂອງທ່ານໃນການສ້າງຄວາມແຕກຕ່າງ.
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ກ່າວວ່າ: “ພຣະບັນຍັດ ຂໍ້ໃຫຍ່ ແລະ ຂໍ້ຕົ້ນທີ່ກ່ຽວພັນກັບຊ່ວງນິລັນດອນ ແມ່ນທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ, ດ້ວຍສຸດກຳລັງ ຂອງເຮົາ—ນັ້ນແຫລະຄືພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ. ແຕ່ ຄວາມຈິງ ທີ່ຍິ່ງໃຫຍ່ຂໍ້ທຳອິດແຫ່ງນິລັນດອນ ແມ່ນພຣະເຈົ້າຮັກ ເຮົາ ດ້ວຍສຸດພຣະໄທ, ດ້ວຍສຸດພະລັງ, ດ້ວຍສຸດຄວາມນຶກຄິດ, ແລະ ດ້ວຍສຸດກຳລັງ ຂອງພຣະອົງ.”1
ເຮົາແຕ່ລະຄົນຈະສາມາດຮູ້ຈັກເລິກລົງໃນຈິດວິນຍານຂອງເຮົາເຖິງຄວາມຈິງແຫ່ງນິລັນດອນທີ່ຍິ່ງໃຫຍ່ນີ້ໄດ້ແນວໃດ?
ສາດສະດານີໄຟໄດ້ຖືກສະແດງໃຫ້ເຫັນໃນນິມິດ ເຖິງຫລັກຖານທີ່ມີພະລັງທີ່ສຸດຂອງຄວາມຮັກຂອງພຣະເຈົ້າ. ເມື່ອເບິ່ງໄປຍັງຕົ້ນໄມ້ແຫ່ງຊີວິດ, ນີໄຟໄດ້ຖືກຖາມວ່າ ເພິ່ນຮູ້ຈັກການຕີຄວາມໝາຍຂອງມັນບໍ່. ໃນຄຳຕອບນັ້ນ, ທູດສະຫວັນອົງໜຶ່ງໄດ້ສະແດງໃຫ້ນີໄຟເຫັນເມືອງໜຶ່ງ, ແມ່ຄົນໜຶ່ງ, ແລະ ແອນ້ອຍຄົນໜຶ່ງ. ຂະນະທີ່ນີໄຟຫລຽວເບິ່ງເມືອງນາຊາເຣັດ ແລະ ນາງມາຣີ ແມ່ທີ່ຊອບທຳ, ກຳລັງອູ້ມແອນ້ອຍເຢຊູໃນອ້ອມແຂນຂອງນາງນັ້ນ, ທູດສະຫວັນອົງນັ້ນໄດ້ຮ້ອງປະກາດວ່າ, “ຈົ່ງເບິ່ງ ພຣະເມສານ້ອຍຂອງພຣະເຈົ້າ, ແທ້ຈິງແລ້ວ, ແມ່ນພຣະບຸດຂອງພຣະບິດາຜູ້ສະຖິດນິລັນດອນ!”2
ໃນຊ່ວງເວລາທີ່ສັກສິດນັ້ນ, ນີໄຟໄດ້ເຂົ້າໃຈວ່າ ໃນການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ, ພຣະເຈົ້າໄດ້ສະແດງຄວາມຮັກອັນບໍລິສຸດ ແລະ ສົມບູນຂອງພຣະອົງ. ນີໄຟໄດ້ເປັນພະຍານວ່າ, ຄວາມຮັກຂອງພຣະເຈົ້າ, “ແຜ່ຜາຍອອກ ມາຫາໃຈຂອງລູກຫລານມະນຸດ.”3
ເຮົາສາມາດນຶກພາບຄວາມຮັກຂອງພຣະເຈົ້າວ່າເປັນດັ່ງຄວາມສະຫວ່າງທີ່ສາຍສ່ອງອອກມາຈາກຕົ້ນໄມ້ແຫ່ງຊີວິດ, ຊຶ່ງແຜ່ຜາຍອອກມາຫາໃຈຂອງລູກຫລານມະນຸດ. ຄວາມສະຫວ່າງ ແລະ ຄວາມຮັກຂອງພຣະເຈົ້າມີຢູ່ໃນການນິລະມິດສ້າງທັງໝົດຂອງພຣະອົງ.4
ບາງເທື່ອເຮົາກໍຄິດແບບຜິດໆວ່າ ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ ຫລັງຈາກ ທີ່ເຮົາຍ່າງໄປຕາມຮາວເຫລັກ ແລະ ຮັບສ່ວນໝາກໄມ້ເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຄວາມຮັກຂອງພຣະເຈົ້າ, ບໍ່ໄດ້ຖືກຮັບໂດຍຜູ້ທີ່ເຂົ້າມາ ຫາ ຕົ້ນໄມ້ເທົ່ານັ້ນ ແຕ່ຍັງເປັນພະລັງທີ່ກະຕຸ້ນໃຫ້ເຮົາ ສະແຫວງຫາ ຕົ້ນໄມ້ນັ້ນນຳອີກ.
“ດັ່ງນັ້ນ, ມັນຈຶ່ງເປັນທີ່ເພິ່ງປາດຖະໜາທີ່ສຸດເໜືອກວ່າທຸກສິ່ງທຸກຢ່າງທັງສິ້ນ,” ນີໄຟສິດສອນ, ແລະ ທູດສະຫວັນໄດ້ຮ້ອງຂຶ້ນວ່າ, “ແທ້ຈິງແລ້ວ, ແລະ ເປັນທີ່ປິຕິຍິນດີທີ່ສຸດແກ່ຈິດວິນຍານ.”5
ເມື່ອຊາວປີກ່ອນ, ສະມາຊິກຄອບຄົວທີ່ຮັກຄົນໜຶ່ງໄດ້ອອກໄປຈາກສາດສະໜາຈັກ. ລາວມີຄຳຖາມຫລາຍຂໍ້ທີ່ບໍ່ໄດ້ຮັບຄຳຕອບ. ເມຍຂອງລາວ, ຜູ້ທີ່ປ່ຽນໃຈເຫລື້ອມໃສ, ຍັງຄົງຍຶດໝັ້ນໃນສັດທາຂອງນາງ. ເຂົາເຈົ້າໄດ້ພະຍາຍາມຢ່າງໜັກເພື່ອທີ່ຈະຮັກສາຊີວິດແຕ່ງງານຂອງເຂົາເຈົ້າໄວ້ ເມື່ອມີຄວາມແຕກຕ່າງເກີດຂຶ້ນ.
ປີກາຍນີ້ ລາວໄດ້ຂຽນຄຳຖາມສາມຂໍ້ກ່ຽວກັບສາດສະໜາຈັກ ຊຶ່ງຍາກສຳລັບລາວທີ່ຈະທຳຄວາມເຂົ້າໃຈ ແລະ ໄດ້ສົ່ງໄປໃຫ້ຜົວເມຍສອງຄູ່ທີ່ເປັນໝູ່ລາວມາຫລາຍປີ. ລາວໄດ້ເຊື້ອເຊີນເຂົາເຈົ້າໃຫ້ໄຕ່ຕອງຄຳຖາມເຫລົ່ານັ້ນ ແລະ ມາຮ່ວມກິນເຂົ້າແລງນຳກັນເພື່ອແບ່ງປັນຄວາມຄິດຂອງເຂົາເຈົ້າ.
ຫລັງຈາກໄດ້ພົບປະກັບໝູ່ເພື່ອນແລ້ວ, ລາວໄດ້ເຂົ້າໄປໃນຫ້ອງຂອງລາວ ແລະ ໄດ້ເລີ່ມເຮັດວຽກບາງຢ່າງ. ການສົນທະນາໃນຕອນແລງ ແລະ ຄວາມຮັກທີ່ໝູ່ເພື່ອນຂອງລາວໄດ້ສະແດງຕໍ່ລາວ ໄດ້ເຮັດໃຫ້ລາວຄິດ. ຕໍ່ມາ, ລາວໄດ້ຂຽນວ່າ ລາວຖືກກະຕຸ້ນໃຫ້ຢຸດສິ່ງທີ່ລາວກຳລັງເຮັດຢູ່ນັ້ນ. ລາວໄດ້ເວົ້າວ່າ “ຄວາມສະຫວ່າງທີ່ເຈີດຈ້າເຕັມຢູ່ໃນຈິດວິນຍານຂອງຂ້ອຍ. … ຂ້ອຍຄຸ້ນເຄີຍກັບຄວາມຮູ້ສຶກທີ່ເລິກລ້ຳແຫ່ງການຮູ້ແຈ້ງນີ້, ແຕ່ໃນກໍລະນີນີ້ ມັນສືບຕໍ່ມີພະລັງຂຶ້ນເລື້ອຍໆຫລາຍກວ່າເມື່ອກ່ອນ ແລະ ຄົງຢູ່ເປັນເວລາຫລາຍນາທີ. ຂ້ອຍນັ່ງຢ່າງງຽບໆກັບຄວາມຮູ້ສຶກນັ້ນ, ຊຶ່ງຂ້ອຍໄດ້ເຂົ້າໃຈແລ້ວວ່າ ເປັນການສະແດງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ຂ້ອຍ. … ຂ້ອຍຮູ້ສຶກວ່າການດົນໃຈທາງວິນຍານໄດ້ບອກຂ້ອຍວ່າ ຂ້ອຍສາມາດກັບຄືນໄປໂບດ ແລະ ສະແດງຄວາມຮັກນີ້ຂອງພຣະເຈົ້າ ໃນສິ່ງທີ່ຂ້ອຍເຮັດຢູ່ບ່ອນນັ້ນໄດ້.
ແລ້ວລາວກໍສົງໄສກ່ຽວກັບຄຳຖາມຂອງລາວ. ຄວາມຮູ້ສຶກທີ່ລາວໄດ້ຮັບແມ່ນວ່າ ພຣະເຈົ້າໃຫ້ກຽດຄຳຖາມຂອງລາວ ແລະ ການທີ່ບໍ່ໄດ້ຮັບຄຳຕອບທີ່ຊັດເຈນ ບໍ່ຄວນຢຸດລາວຈາກການດຳເນີນໄປໜ້າ.6 ລາວຄວນແບ່ງປັນຄວາມຮັກຂອງພຣະເຈົ້າກັບທຸກຄົນ ໃນຂະນະທີ່ລາວສືບຕໍ່ທີ່ຈະໄຕ່ຕອງຕໍ່ໄປ. ຂະນະທີ່ລາວເຮັດຕາມຄວາມປະທັບໃຈນັ້ນ, ລາວໄດ້ຮູ້ສຶກເຊື່ອມໂຍງກັບໂຈເຊັບ ສະມິດ, ຜູ້ທີ່ໄດ້ກ່າວໄວ້ຫລັງຈາກພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງເພິ່ນວ່າ, “ຈິດວິນຍານຂອງຂ້າພະເຈົ້າໄດ້ເຕັມໄປດ້ວຍຄວາມຮັກ, ແລະ ເປັນເວລາຫລາຍມື້ ຂ້າພະເຈົ້າສາມາດປິຕິຍິນດີກັບຄວາມຊື່ນຊົມຢ່າງຍິ່ງ.”7
ເປັນທີ່ປະຫລາດໃຈຫລາຍ, ທີ່ບໍ່ເທົ່າໃດເດືອນຕໍ່ມາ, ສະມາຊິກຄອບຄົວຄົນນີ້ກໍໄດ້ຮັບການເອີ້ນອັນດຽວກັນກັບທີ່ລາວໄດ້ຮັບເມື່ອ 20 ປີກ່ອນ. ຄັ້ງທຳອິດທີ່ລາວໄດ້ຮັບການເອີ້ນນັ້ນ, ລາວກໍໄດ້ເຮັດໜ້າທີ່ຮັບຜິດຊອບຂອງລາວໃນຖານະສະມາຊິກຂອງສາດສະໜາຈັກ ທີ່ຮັບຜິດຊອບຕໍ່ໜ້າທີ່. ຕອນນີ້, ຄຳຖາມສຳລັບລາວບໍ່ແມ່ນ “ຂ້ອຍຈະສາມາດບັນລຸການເອີ້ນນີ້ໄດ້ແນວໃດ?” ແຕ່ເປັນ “ຂ້ອຍຈະສາມາດສະແດງຄວາມຮັກຂອງພຣະເຈົ້າຜ່ານທາງການຮັບໃຊ້ຂອງຂ້ອຍໄດ້ແນວໃດ?” ດ້ວຍແນວທາງໃໝ່ນີ້ ລາວຮູ້ສຶກຊື່ນຊົມ, ມີຄວາມໝາຍ, ແລະ ມີຈຸດປະສົງໃນທຸກໆດ້ານຂອງການເອີ້ນຂອງລາວ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຈະສາມາດຮັບເອົາພະລັງການປ່ຽນແປງແຫ່ງຄວາມຮັກຂອງພຣະເຈົ້າໄດ້ແນວໃດ? ສາດສະດາມໍມອນໄດ້ເຊື້ອເຊີນໃຫ້ເຮົາ, “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ.”8 ມໍມອນບໍ່ພຽງແຕ່ເຊື້ອເຊີນໃຫ້ເຮົາອະທິຖານເພື່ອວ່າເຮົາຈະເຕັມໄປດ້ວຍຄວາມຮັກຂອງພຣະອົງທີ່ມີຕໍ່ ຄົນອື່ນ ເທົ່ານັ້ນ ແຕ່ໃຫ້ອະທິຖານເພື່ອໃຫ້ເຮົາສາມາດຮູ້ຈັກຄວາມຮັກອັນບໍລິສຸດຂອງພຣະເຈົ້າທີ່ມີຕໍ່ ຕົວເຮົາເອງ.9
ເມື່ອເຮົາໄດ້ຮັບຄວາມຮັກຂອງພຣະອົງ, ເຮົາຈະພົບຄວາມຊື່ນຊົມທີ່ຍິ່ງໃຫຍ່ກວ່າ ໃນຄວາມພະຍາຍາມທີ່ຈະຮັກ ແລະ ຮັບໃຊ້ ດັ່ງທີ່ພຣະອົງໄດ້ເຮັດ, ກາຍເປັນ “ຜູ້ຕິດຕາມທີ່ແທ້ຈິງຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.”10
ຄວາມຮັກຂອງພຣະເຈົ້າບໍ່ໄດ້ຖືກພົບຢູ່ໃນ ສະພາບການຕ່າງໆ ໃນຊີວິດຂອງເຮົາ ແຕ່ຢູ່ໃນ ການສະຖິດຢູ່ ຂອງພຣະອົງໃນຊີວິດຂອງເຮົາ. ເຮົາຮູ້ຈັກເຖິງຄວາມຮັກຂອງພຣະອົງ ເມື່ອເຮົາຮັບເອົາພະລັງທີ່ເກີນກວ່າຂອງເຮົາເອງ ແລະ ເມື່ອພຣະວິນຍານຂອງພຣະອົງນຳສັນຕິສຸກ, ການປອບໂຍນ, ແລະ ການຊີ້ນຳມາໃຫ້. ບາງເທື່ອອາດຈະເປັນເລື່ອງຍາກທີ່ຈະຮູ້ສຶກເຖິງຄວາມຮັກຂອງພຣະອົງ. ເຮົາສາມາດອະທິຖານໃຫ້ຕາເຮົາເປີດ ເພື່ອຈະໄດ້ເຫັນພຣະຫັດຂອງພຣະອົງໃນຊີວິດຂອງເຮົາ ແລະ ເຫັນຄວາມຮັກຂອງພຣະອົງໃນຄວາມງາມຂອງການສ້າງຂອງພຣະອົງ.
ຂະນະທີ່ເຮົາໄຕ່ຕອງພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການເສຍສະລະທີ່ບໍ່ມີຂອບເຂດຂອງພຣະອົງ, ເຮົາຈະເລີ່ມເຂົ້າໃຈຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາໄດ້. ເຮົາຮ້ອງເພງທີ່ແຕ່ງໂດຍ ອີລາຍຊາ ອາ ສະໂນ ດ້ວຍຄວາມຄາລະວະວ່າ: “ໂລຫິດລ້ຳຄ່າພຣະອົງຫລັ່ງໃຫ້; ອີກທັງຊີວັນຍອມຕາຍ.”11 ຄວາມຖ່ອມຕົວຂອງພຣະເຢຊູໃນການທົນທຸກທໍລະມານອັນຍິ່ງໃຫຍ່ສຳລັບເຮົາ ກັ່ນກອງຈິດວິນຍານຂອງເຮົາ, ໂດຍເປີດໃຈຂອງເຮົາໃຫ້ສະແຫວງຫາການໃຫ້ອະໄພຈາກພຣະຫັດຂອງພຣະອົງ ແລະ ເຕີມເຕັມເຮົາດ້ວຍຄວາມປາດຖະໜາທີ່ຈະດຳເນີນຊີວິດດັ່ງທີ່ພຣະອົງໄດ້ດຳເນີນ.12
ປະທານຣະໂຊ ເອັມ ແນວສັນ ໄດ້ຂຽນໄວ້ວ່າ, “ຍິ່ງເຮົາມຸ່ງໝັ້ນທີ່ຈະວາງແບບແຜນຊີວິດຂອງເຮົາຕາມພຣະອົງຫລາຍເທົ່າໃດ, ຄວາມຮັກຂອງເຮົາກໍຍິ່ງບໍລິສຸດ ແລະ ສັກສິດຫລາຍຂຶ້ນເທົ່ານັ້ນ.”13
ລູກຊາຍຂອງພວກເຮົາໄດ້ເລົ່າວ່າ: “ຕອນທີ່ຂ້ອຍອາຍຸ 11 ປີ, ໝູ່ຂອງຂ້ອຍ ກັບຂ້ອຍໄດ້ຕັດສິນໃຈທີ່ຈະລີ້ຈາກຄູສອນຂອງພວກເຮົາ ແລະ ບໍ່ໄປຫ້ອງຮຽນປະຖົມໄວ ຊົ່ວໂມງແລກ. ເມື່ອພວກເຮົາມາຮອດ, ດ້ວຍຄວາມປະຫລາດໃຈ, ຄູສອນຂອງພວກເຮົາໄດ້ທັກທາຍພວກເຮົາຢ່າງອົບອຸ່ນ. ແລ້ວເພິ່ນໄດ້ອະທິຖານຢ່າງຈິງໃຈ ໃນຂະນະທີ່ເພິ່ນສະແດງຄວາມກະຕັນຍູທີ່ຈິງໃຈຕໍ່ພຣະຜູ້ເປັນເຈົ້າ ວ່າພວກເຮົາໄດ້ຕັດສິນໃຈໄປຫ້ອງຮຽນໃນມື້ນັ້ນ ດ້ວຍຄວາມສະໝັກໃຈຂອງພວກເຮົາເອງ. ຂ້ອຍຈື່ບໍ່ໄດ້ວ່າບົດຮຽນແມ່ນກ່ຽວກັບຫຍັງ ທັງບໍ່ຈື່ຊື່ຂອງຄູສອນຜູ້ນັ້ນ, ແຕ່ຕອນນີ້, ປະມານ 30 ປີຕໍ່ມາ, ຂ້ອຍຍັງຄົງປະທັບໃຈໃນຄວາມຮັກອັນບໍລິສຸດທີ່ເພິ່ນໄດ້ສະແດງໃຫ້ຂ້ອຍເຫັນໃນມື້ນັ້ນ.”
ເມື່ອຫ້າປີກ່ອນ ຂ້າພະເຈົ້າໄດ້ສັງເກດເຫັນຕົວຢ່າງແຫ່ງຄວາມຮັກທີ່ສັກສິດ ໃນຂະນະທີ່ກຳລັງໄປຮ່ວມຊັ້ນປະຖົມໄວ ໃນປະເທດລັດເຊຍ. ຂ້າພະເຈົ້າໄດ້ເຫັນເອື້ອຍນ້ອງທີ່ຊື່ສັດຄົນໜຶ່ງຄຸເຂົ່າລົງຕໍ່ໜ້າເດັກນ້ອຍສອງຄົນ ແລະ ກ່າວປະຈັກພະຍານແກ່ພວກເຂົາວ່າ ເຖິງແມ່ນຖ້າຫາກມີແຕ່ພວກເຂົາຢູ່ໃນໂລກ, ພຣະເຢຊູກໍຈະມາທົນທຸກທໍລະມານ ແລະ ສິ້ນພຣະຊົນພຽງແຕ່ເພື່ອພວກເຂົາເທົ່ານັ້ນ.
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ສິ້ນພຣະຊົນເພື່ອເຮົາແຕ່ລະຄົນ ແລະ ທຸກໆຄົນຢ່າງແນ່ນອນ. ນັ້ນແມ່ນການສະແດງຄວາມຮັກທີ່ບໍ່ມີຂອບເຂດຂອງພຣະອົງທີ່ມີຕໍ່ເຮົາ ແລະ ຕໍ່ພຣະບິດາຂອງພຣະອົງ.
“ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ. ຂໍ້ຄວາມແສນຫວານນີ້ຊ່າງປອບໂຍນ! … ພຣະຊົງຊົນເພື່ອໃຫ້ຮັກແກ່ເຮົາ.”14
ຂໍໃຫ້ເຮົາຈົ່ງເປີດໃຈຂອງເຮົາເພື່ອຮັບເອົາຄວາມຮັກອັນບໍລິສຸດທີ່ພຣະເຈົ້າມີໃຫ້ສຳລັບເຮົາ ແລະ ແລ້ວໃຫ້ກະຈາຍຄວາມຮັກຂອງພຣະອົງ ໃນທຸກສິ່ງທີ່ເຮົາເຮັດ ແລະ ເຮົາເປັນ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.