ຖວາຍຄວາມບໍລິສຸດແດ່ພຣະຜູ້ເປັນເຈົ້າ
ການເສຍສະລະບໍ່ກ່ຽວກັບ “ການສະລະຖິ້ມ” ແຕ່ກ່ຽວກັບ “ການມອບໃຫ້” ພຣະຜູ້ເປັນເຈົ້າຫລາຍກວ່າ.
ປີກາຍນີ້, ຂະນະທີ່ກຳລັງຮັບໃຊ້ໃນຝ່າຍປະທານເຂດເອເຊຍເໜືອ, ຂ້າພະເຈົ້າໄດ້ຮັບໂທລະສັບຈາກປະທານຣະໂຊ ເອັມ ແນວສັນ ຊຶ່ງເພິ່ນໄດ້ເຊື້ອເຊີນຂ້າພະເຈົ້າໃຫ້ຮັບໃຊ້ໃນຖານະທີ່ປຶກສາທີສອງໃນຝ່າຍອະທິການຄວບຄຸມ. ດ້ວຍຄວາມກະລຸນາ ເພິ່ນໄດ້ເຊີນ ລໍຣີ ພັນລະຍາຂອງຂ້າພະເຈົ້າ ໃຫ້ເຂົ້າຮ່ວມການສົນທະນານຳ. ຫລັງຈາກທີ່ການໂທສິ້ນສຸດລົງ, ພວກເຮົາຍັງຢູ່ໃນສະພາວະທີ່ບໍ່ເຊື່ອ ເມື່ອພັນລະຍາຂອງຂ້າພະເຈົ້າຖາມວ່າ, “ຝ່າຍອະທິການຄວບຄຸມເຮັດຫຍັງກັນແທ້?” ຫລັງຈາກທີ່ຕຶກຕອງຢູ່ບຶດໜຶ່ງ, ຂ້າພະເຈົ້າກໍຕອບວ່າ: “ອ້າຍກໍບໍ່ຮູ້ຄືກັນ!”
ໜຶ່ງປີຕໍ່ມາ—ແລະ ຫລັງຈາກຄວາມຮູ້ສຶກແຫ່ງຄວາມອ່ອນນ້ອມຖ່ອມຕົວ ແລະ ຄວາມກະຕັນຍູທີ່ເລິກເຊິ່ງ—ຂ້າພະເຈົ້າສາມາດຕອບຄຳຖາມພັນລະຍາຂອງຂ້າພະເຈົ້າດ້ວຍຄວາມເຂົ້າໃຈທີ່ຫລາຍກວ່າເກົ່າ. ທ່າມກາງສິ່ງອື່ນໆອີກຫລາຍຢ່າງ, ຝ່າຍອະທິການຄວບຄຸມ ດູແລວຽກງານສະຫວັດດີການ ແລະ ຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ. ຕອນນີ້ ວຽກງານນີ້ໄດ້ຂະຫຍາຍໄປທັງທົ່ວໂລກ ແລະ ໄດ້ເປັນພອນໃຫ້ແກ່ລູກໆຂອງພຣະເຈົ້າຫລາຍກວ່າແຕ່ກ່ອນ.
ໃນຖານະຝ່າຍອະທິການຄວບຄຸມ, ພວກເຮົາໄດ້ຮັບຄວາມຊ່ວຍເຫລືອຈາກພະນັກງານທີ່ດີເລີດຂອງສາດສະໜາຈັກ ແລະ ຄົນອື່ນໆ, ລວມທັງຝ່າຍປະທານສະມາຄົມສະຕີສົງເຄາະສາມັນ, ຜູ້ທີ່ຮັບໃຊ້ກັບພວກເຮົາໃນຄະນະກຳມະການບໍລິຫານສະຫວັດດີການ ແລະ ການກຸ້ມຕົນເອງຂອງສາດສະໜາຈັກ. ໃນຄວາມສາມາດຂອງພວກເຮົາໃນຖານະສະມາຊິກຂອງຄະນະກຳມະການ, ຝ່າຍປະທານສູງສຸດໄດ້ຂໍໃຫ້ຂ້າພະເຈົ້າ—ພ້ອມທັງຊິດສະເຕີ ແຊຣັນ ຢູແບ້ງ, ຜູ້ທີ່ໄດ້ກ່າວກັບພວກເຮົາແລງວານນີ້—ໃຫ້ແບ່ງປັນຄວາມຄືບໜ້າຂອງຄວາມພະຍາຍາມຊ່ວຍເຫລືອມະນຸດສະທຳລ່າສຸດຂອງສາດສະໜາຈັກ. ພວກເພິ່ນຍັງຂໍຮ້ອງເປັນພິເສດໃຫ້ພວກເຮົາສະແດງຄວາມກະຕັນຍູຢ່າງສຸດຊຶ້ງ—ເພາະວ່າ, ອ້າຍເອື້ອຍນ້ອງທັງຫລາຍ, ທ່ານຄືຜູ້ທີ່ເຮັດໃຫ້ຄວາມພະຍາຍາມຊ່ວຍເຫລືອມະນຸດສະທຳເຫລົ່ານັ້ນເປັນໄປໄດ້.
ຂະນະທີ່ພວກເຮົາສັງເກດດ້ວຍຄວາມກັງວົນກ່ຽວກັບຜົນກະທົບທາງເສດຖະກິດຂອງວິກິດໂຄວິດ-19 ທົ່ວໂລກ, ພວກເຮົາກໍຄາດການໄດ້ຢ່າງງ່າຍດາຍວ່າ ເງິນບໍລິຈາກຊຶ່ງບັນດາໄພ່ພົນສາມາດໃຫ້ໄດ້ຈະຫລຸດລົງ. ເຖິງແນວໃດ, ສະມາຊິກຂອງເຮົາກໍບໍ່ໄດ້ຖືກຍົກເວັ້ນຈາກການລະບາດ. ໃຫ້ທ່ານລອງວາດພາບເບິ່ງຄວາມຮູ້ສຶກຂອງພວກເຮົາ ເວລາພວກເຮົາສັງເກດເຫັນສິ່ງກົງກັນຂ້າມ! ການບໍລິຈາກຊ່ວຍເຫລືອມະນຸດສະທຳໃນປີ 2020 ກັບກາຍເປັນວ່າ ສູງທີ່ສຸດເທົ່າທີ່ເຄີຍມີມາ—ແລະ ມີແນວໂນ້ມທີ່ຈະສູງຂຶ້ນອີກໃນປີນີ້. ເປັນເພາະຄວາມເອື້ອເຟື້ອເພື່ອແຜ່ຂອງທ່ານ, ສາດສະໜາຈັກຈຶ່ງສາມາດຕອບສະໜອງໄດ້ຫລາຍທີ່ສຸດ ນັບຕັ້ງແຕ່ກໍ່ຕັ້ງກອງທຶນຊ່ວຍເຫລືອມະນຸດສະທຳ ໂດຍມີໂຄງການບັນເທົາທຸກໂຄວິດຫລາຍກວ່າ 1,500 ໂຄງການ ໃນຫລາຍກວ່າ 150 ປະເທດ. ການບໍລິຈາກເຫລົ່ານີ້, ຊຶ່ງທ່ານໄດ້ມອບໃຫ້ພຣະຜູ້ເປັນເຈົ້າຢ່າງບໍ່ເຫັນແກ່ຕົວ, ໄດ້ຖືກໃຊ້ຈ່າຍເພື່ອຈັດຫາອາຫານທີ່ຄ້ຳຈູນຊີວິດ, ຖັງອົກຊີເຈນ, ອຸປະກອນການແພດ, ແລະ ວັກຊີນສຳລັບຜູ້ທີ່ອາດຢູ່ໂດຍບໍ່ມີສິ່ງເຫລົ່ານີ້.
ສິ່ງທີ່ສຳຄັນພໍໆກັນກັບການປະກອບສ່ວນດ້ວຍສິ່ງຂອງກໍຄື ເວລາ ແລະ ກຳລັງທີ່ຫລວງຫລາຍ ຊຶ່ງສະມາຊິກຂອງສາດສະໜາຈັກໄດ້ບໍລິຈາກໃຫ້ ໃນການຊ່ວຍເຫລືອມະນຸດສະທຳ. ແມ່ນແຕ່ໃນຂະນະທີ່ມີໂຣກລະບາດຢ່າງຮຸນແຮງ, ໄພທຳມະຊາດ, ການຂັດແຍ້ງຂອງພົນລະເມືອງ, ແລະ ຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ ຍັງຄົງບໍ່ຢຸດຢ່ອນ ແລະ ຍັງສືບຕໍ່ຂັບໄລ່ຜູ້ຄົນນັບລ້ານອອກຈາກບ້ານເຮືອນຂອງພວກເຂົາ. ຕອນນີ້, ອົງການສະຫະປະຊາຊາດໄດ້ລາຍງານວ່າ ມີຜູ້ຖືກບັງຄັບໃຫ້ພັດຖິ່ນຫລາຍກວ່າ 82 ລ້ານຄົນໃນໂລກ.1 ນອກຈາກນີ້ ຍັງມີອີກຫລາຍລ້ານຄົນທີ່ເລືອກທີ່ຈະໜີຈາກຄວາມຍາກຈົນ ຫລື ການກົດຂີ່ ເພື່ອຊອກຫາຊີວິດທີ່ດີກວ່າສຳລັບພວກເຂົາ ຫລື ລູກໆຂອງພວກເຂົາ, ແລະ ທ່ານສາມາດເລີ່ມເບິ່ງເຫັນຂະໜາດຄວາມໃຫຍ່ຂອງສະຖານະການລະດັບໂລກນີ້.
ຂ້າພະເຈົ້າຍິນດີທີ່ຈະລາຍງານວ່າ ຕ້ອງຂອບໃຈເວລາ ແລະ ພອນສະຫວັນຂອງຜູ້ອາສາສະໝັກຢ່າງຫລວງຫລາຍ, ສາດສະໜາຈັກຈຶ່ງໄດ້ຈັດສູນຕ້ອນຮັບຊາວອົບພະຍົບ ແລະ ຄົນເຂົ້າເມືອງໃນຫລາຍໆພື້ນທີ່ ໃນສະຫະລັດ ແລະ ເອີຣົບ. ແລະ ຕ້ອງຂອບໃຈສຳລັບການປະກອບສ່ວນຂອງພວກທ່ານ, ພວກເຮົາໄດ້ມອບສິ່ງຂອງ, ເງິນທຶນ, ແລະ ຜູ້ອາສາສະໝັກ ເພື່ອຊ່ວຍເຫລືອໂຄງການທີ່ຄ້າຍຄືກັນ ຊຶ່ງດຳເນີນການໂດຍອົງການອື່ນໆທົ່ວໂລກ.
ຂ້າພະເຈົ້າຂໍສະແດງຄວາມຂອບໃຈຈາກໃຈຈິງຕໍ່ໄພ່ພົນທີ່ໄດ້ເອື້ອມອອກໄປຊ່ວຍມອບອາຫານການກິນ, ເຄື່ອງນຸ່ງຫົ່ມ, ແລະ ຜູກມິດກັບຊາວອົບພະຍົບເຫລົ່ານີ້ ແລະ ຊ່ວຍເຂົາເຈົ້າຕັ້ງໂຕ ແລະ ກຸ້ມຕົນເອງ.
ຕອນແລງມື້ວານນີ້, ຊິດສະເຕີ ຢູແບ້ງ ໄດ້ແບ່ງປັນສອງສາມຢ່າງກັບທ່ານກ່ຽວກັບຄວາມພະຍາຍາມທີ່ດີງາມຂອງໄພ່ພົນກ່ຽວກັບເລື່ອງນີ້. ຂະນະທີ່ຂ້າພະເຈົ້າຕຶກຕອງເຖິງຄວາມພະຍາຍາມເຫລົ່ານີ້, ຄວາມຄິດຂອງຂ້າພະເຈົ້າມັກຈະຫັນໄປຫາຫລັກທຳແຫ່ງການເສຍສະລະ ແລະ ການເຊື່ອມໂຍງໂດຍກົງຂອງຫລັກທຳນີ້ກັບພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນສອງຂໍ້ຂອງການຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຮົາ.
ໃນການນຳໃຊ້ໃນສະໄໝໃໝ່, ຄຳວ່າ ເສຍສະລະ ໝາຍເຖິງແນວຄິດຂອງການ “ສະລະ” ສິ່ງຂອງຕ່າງໆເພື່ອພຣະຜູ້ເປັນເຈົ້າ ແລະ ອານາຈັກຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນສະໄໝບູຮານ, ຄວາມໝາຍຂອງຄຳວ່າ ເສຍສະລະ ມີຄວາມເຊື່ອມໂຍງຢ່າງໃກ້ຊິດກັບເຄົ້າພາສາລາຕິນສອງເຄົ້າ: sacer, ຊຶ່ງໝາຍເຖິງ “ສັກສິດ” ຫລື “ບໍລິສຸດ,” ແລະ facere, ຊຶ່ງໝາຍເຖິງ “ເຮັດໃຫ້.”2 ສະນັ້ນ, ການເສຍສະລະ ໃນສະໄໝບູຮານໝາຍຄວາມວ່າ ເຮັດໃຫ້ບາງສິ່ງ ຫລື ບາງຄົນບໍລິສຸດແທ້ໆ.3 ເມື່ອເບິ່ງເຊັ່ນນັ້ນແລ້ວ, ການເສຍສະລະແມ່ນຂະບວນການແຫ່ງການກາຍເປັນຜູ້ບໍລິສຸດ ແລະ ຮູ້ຈັກພຣະເຈົ້າ, ບໍ່ແມ່ນເຫດການ ຫລື ພິທີການ “ສະລະ” ສິ່ງຂອງຕ່າງໆເພື່ອພຣະຜູ້ເປັນເຈົ້າ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຮົາຕ້ອງການໃຫ້ພວກເຈົ້າ [ມີຄວາມໃຈບຸນຕໍ່] ເຮົາຢ່າງຈິງໃຈ, ບໍ່ແມ່ນນຳສັດມາຖວາຍບູຊາ; ເຮົາຢາກໃຫ້ປະຊາຊົນຂອງເຮົາຮູ້ຈັກເຮົາ.”4 ພຣະຜູ້ເປັນເຈົ້າຢາກໃຫ້ເຮົາກາຍເປັນຜູ້ບໍລິສຸດ,5 ເພື່ອໃຫ້ເຮົາມີຄວາມໃຈບຸນ,6 ແລະ ເພື່ອໃຫ້ເຮົາຮູ້ຈັກພຣະອົງ.7 ດັ່ງທີ່ອັກຄະສາວົກໂປໂລໄດ້ສິດສອນວ່າ, “ເຖິງແມ່ນເຮົາບໍລິຈາກສິ່ງຂອງທັງໝົດທີ່ເຮົາມີຢູ່ ແລະ ສະລະແມ່ນແຕ່ຕົວເຮົາເອງໃຫ້ເຂົາເຜົາໄຟ ແຕ່ຖ້າເຮົາບໍ່ມີຄວາມຮັກ ການກະທຳຢ່າງນັ້ນກໍບໍ່ໄດ້ປະໂຫຍດຫຍັງໝົດ.”8 ໃນທີ່ສຸດ, ພຣະຜູ້ເປັນເຈົ້າຕ້ອງການຈິດໃຈຂອງເຮົາ; ພຣະອົງຕ້ອງການໃຫ້ເຮົາກາຍເປັນຄົນທີ່ຖືກສ້າງຂຶ້ນໃໝ່.9 ດັ່ງທີ່ພຣະອົງໄດ້ແນະນຳຊາວນີໄຟວ່າ, “ໃຫ້ພວກເຈົ້າຖວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງພວກເຈົ້າ ແກ່ ເຮົາເປັນເຄື່ອງບູຊາ.”10
ການເສຍສະລະບໍ່ກ່ຽວກັບ “ການສະລະ ຖິ້ມ” ແຕ່ ກ່ຽວກັບ “ການມອບ ໃຫ້” ພຣະຜູ້ເປັນເຈົ້າຫລາຍກວ່າ. ຢູ່ທາງເຂົ້າພຣະວິຫານແຕ່ລະແຫ່ງຂອງເຮົາ ມີຄຳວ່າ “ບໍລິສຸດແດ່ພຣະຜູ້ເປັນເຈົ້າ; ບ້ານຂອງພຣະຜູ້ເປັນເຈົ້າ” ຖືກຈາລຶກໄວ້. ເມື່ອເຮົາສັງເກດເບິ່ງພັນທະສັນຍາຂອງເຮົາໂດຍການເສຍສະລະ, ເຮົາໄດ້ຖືກເຮັດໃຫ້ບໍລິສຸດຜ່ານທາງພຣະຄຸນຂອງພຣະເຢຊູຄຣິດ, ແລະ ຢູ່ທີ່ແທ່ນບູຊາຂອງພຣະວິຫານທີ່ສັກສິດ, ດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເຮົາໄດ້ຖວາຍຄວາມບໍລິສຸດຂອງເຮົາແດ່ພຣະຜູ້ເປັນເຈົ້າ. ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສິດສອນວ່າ: “ການຍອມມອບຄວາມປະສົງ [ຫລື ຈິດໃຈ11] ຂອງຄົນໆໜຶ່ງ ເປັນສິ່ງດຽວທີ່ເປັນເອກະລັກສະເພາະຕົວທີ່ເຮົາຕ້ອງວາງຢູ່ເທິງແທ່ນບູຊາຂອງພຣະເຈົ້າ. … ເຖິງຢ່າງໃດກໍຕາມ, ເມື່ອທ່ານ ແລະ ຂ້າພະເຈົ້າຍອມມອບຕົວເຮົາເອງໃນທີ່ສຸດ, ໂດຍການໃຫ້ຄວາມປະສົງສ່ວນຕົວຖືກກືນກິນໃນພຣະປະສົງຂອງພຣະເຈົ້າແລ້ວ, ເຮົາກໍມອບສິ່ງໃດສິ່ງໜຶ່ງ ໃຫ້ ແກ່ພຣະອົງແທ້ໆ!”12
ເມື່ອການເສຍສະລະຂອງເຮົາເພື່ອຜູ້ອື່ນຖືກເບິ່ງຈາກມຸມມອງຂອງການ “ສະລະຖິ້ມ,” ເຮົາອາດເບິ່ງວ່າເປັນພາລະ ແລະ ກໍຈະຮູ້ສຶກທໍ້ແທ້ ເມື່ອການເສຍສະລະຂອງເຮົາບໍ່ເປັນທີ່ຮູ້ຈັກ ຫລື ບໍ່ໄດ້ຮັບລາງວັນ. ເຖິງຢ່າງໃດກໍຕາມ, ເມື່ອເບິ່ງຈາກມຸມມອງຂອງການ “ມອບໃຫ້” ພຣະຜູ້ເປັນເຈົ້າແລ້ວ, ການເສຍສະລະຂອງເຮົາເພື່ອຜູ້ອື່ນ ຈະກາຍເປັນຂອງຂວັນ, ແລະ ຄວາມຊື່ນຊົມແຫ່ງການໃຫ້ ທີ່ເອື້ອເຟື້ອເພື່ອແຜ່ ຊຶ່ງກາຍເປັນລາງວັນໃນໂຕຂອງມັນເອງ. ໂດຍທີ່ບໍ່ຄາດຫວັງຢາກໄດ້ຄວາມຮັກ, ການຮັບຮູ້, ຫລື ຄວາມກະຕັນຍູຈາກຜູ້ອື່ນ, ການເສຍສະລະຂອງເຮົາຈະກາຍເປັນການສະແດງອອກເຖິງຄວາມກະຕັນຍູ ແລະ ຄວາມຮັກທີ່ບໍລິສຸດ ແລະ ເລິກເຊິ່ງທີ່ສຸດຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ເພື່ອນມະນຸດຂອງເຮົາ. ການເສຍສະລະຕົນເອງທີ່ມີຄວາມຮູ້ສຶກອວດອົ່ງໃດໆ ຄວນຫລີກທາງໃຫ້ຄວາມຮູ້ສຶກແຫ່ງຄວາມກະຕັນຍູ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເພິ່ງພໍໃຈ, ແລະ ຄວາມຊື່ນຊົມ.13
ບາງສິ່ງຖືກເຮັດໃຫ້ບໍລິສຸດ—ບໍ່ວ່າຈະເປັນຊີວິດຂອງເຮົາ, ຊັບສິນຂອງເຮົາ, ເວລາຂອງເຮົາ, ຫລື ພອນສະຫວັນຂອງເຮົາ—ບໍ່ແມ່ນພຽງແຕ່ໂດຍການສະລະຖິ້ມເທົ່ານັ້ນ ແຕ່ແມ່ນໂດຍການອຸທິດຖວາຍ14 ແດ່ພຣະຜູ້ເປັນເຈົ້າ. ວຽກງານຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກກໍເປັນຂອງຂວັນເຊັ່ນນັ້ນ. ນີ້ແມ່ນສິ່ງຂອງສ່ວນລວມ, ອຸທິດຖວາຍໂດຍໄພ່ພົນທັງຫລາຍ, ຊຶ່ງເປັນການສະແດງຄວາມຮັກຂອງເຮົາທີ່ມີຕໍ່ພຣະເຈົ້າ ແລະ ລູກໆຂອງພຣະອົງ.15
ສະຕີບ ແລະ ນາງອານິຕາ ແຄນຟຽວ ເປັນຕົວແທນຂອງໄພ່ພົນຍຸກສຸດທ້າຍທັງທົ່ວໂລກທີ່ໄດ້ມີປະສົບການດ້ວຍຕົວເອງເຖິງພອນທີ່ສ້າງຄວາມປ່ຽນແປງຈາກການຖວາຍແດ່ພຣະເຈົ້າ. ໃນຖານະຜູ້ສອນສາດສະໜາສະຫວັດດີການ ແລະ ການກຸ້ມຕົນເອງ, ຄອບຄົວແຄນຟຽວ ໄດ້ຖືກຂໍໃຫ້ຊ່ວຍເຫລືອຢູ່ສູນອົບພະຍົບ ແລະ ສູນຜູ້ເຂົ້າເມືອງຕ່າງໆທົ່ວທັງເອີຣົບ. ໃນອາຊີບທີ່ຊ່ຽວຊານຂອງນາງ, ຊິດສະເຕີ ແຄນຟຽວ ເຄີຍເປັນນັກອອກແບບຕົກແຕ່ງພາຍໃນ ລະດັບໂລກ, ໂດຍໄດ້ຮັບສັນຍາຈ້າງຈາກລູກຄ້າທີ່ຮັ່ງມີ ໃຫ້ຕົກແຕ່ງບ້ານເຮືອນທີ່ຫລູຫລາໃຫ້ສວຍງາມ. ໃນທັນໃດນັ້ນ ນາງໄດ້ພົບວ່າຕົນເອງຖືກຍູ້ເຂົ້າໄປໃນໂລກທີ່ກົງກັນຂ້າມຢ່າງສິ້ນເຊີງ ເມື່ອນາງໄດ້ຮັບໃຊ້ທ່າມກາງຜູ້ຄົນທີ່ສູນເສຍເກືອບທຸກຢ່າງ ໃນແງ່ຂອງຊັບສິນທາງໂລກ. ຕາມຄຳເວົ້າຂອງນາງ, ນາງໄດ້ແລກປ່ຽນ “ທາງຍ່າງຫີນອ່ອນກັບພື້ນດິນ,” ແລະ ໂດຍທີ່ເຮັດເຊັ່ນນັ້ນ ນາງໄດ້ພົບກັບລະດັບຄວາມສຳເລັດທີ່ບໍ່ອາດສາມາດວັດແທກໄດ້ ໃນຂະນະທີ່ນາງ ແລະ ສາມີຂອງນາງເລີ່ມຜູກມິດ—ແລະ ອີກບໍ່ດົນກໍຈະຮັກ ແລະ ໂອບກອດ—ຜູ້ທີ່ຕ້ອງການ ການດູແລຈາກເຂົາເຈົ້າ.
ຄອບຄົວແຄນຟຽວ ໄດ້ສັງເກດວ່າ, “ພວກເຮົາບໍ່ໄດ້ຮູ້ສຶກວ່າພວກເຮົາໄດ້ ‘ສະລະຖິ້ມ’ ອັນໃດເລີຍ ເພື່ອຮັບໃຊ້ພຣະຜູ້ເປັນເຈົ້າ. ຄວາມປາດຖະໜາຂອງພວກເຮົາເປັນພຽງແຕ່ການ ‘ມອບ’ ເວລາ ແລະ ກຳລັງຂອງພວກເຮົາໃຫ້ແກ່ພຣະອົງ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະອົງ ໃນທາງໃດກໍຕາມທີ່ພຣະອົງເຫັນວ່າສົມຄວນທີ່ຈະໃຊ້ພວກເຮົາ. ຂະນະທີ່ພວກເຮົາເຮັດວຽກຄຽງຂ້າງອ້າຍເອື້ອຍນ້ອງຂອງພວກເຮົາ, ຮູບຮ່າງພາຍນອກ—ຄວາມແຕກຕ່າງເລື່ອງພື້ນຖານ ຫລື ຊັບສິນ—ໄດ້ເລື່ອນຫາຍໄປສຳລັບພວກເຮົາ, ແລະ ພວກເຮົາມີແຕ່ເຫັນຈິດໃຈຂອງກັນແລະກັນ. ບໍ່ມີລະດັບຄວາມສຳເລັດໃນອາຊີບການງານ ຫລື ຜົນປະໂຫຍດທາງວັດຖຸໃດ ສາມາດທຽບກັບວິທີທີ່ປະສົບການເຫລົ່ານີ້ເພີ່ມພູນພວກເຮົາ, ໃນການຮັບໃຊ້ທ່າມກາງຜູ້ທີ່ຕ່ຳຕ້ອຍທີ່ສຸດ ໃນບັນດາລູກໆຂອງພຣະເຈົ້າ.”
ເລື່ອງລາວຂອງຄອບຄົວແຄນຟຽວ ແລະ ຄົນອື່ນອີກຫລາຍໆຄົນທີ່ຄືກັນ ໄດ້ຊ່ວຍໃຫ້ຂ້າພະເຈົ້າຊາບຊຶ້ງໃນເນື້ອເພງປະຖົມໄວເພງໜຶ່ງທີ່ລຽບງ່າຍ ແຕ່ເລິກເຊິ່ງ ທີ່ວ່າ:
ລຳທານນ້ອຍໆເວົ້າວ່າ “ຈົ່ງໃຫ້”,
ຄືໄຫລລົງຈາກເນີນເຂົາ;
“ຂ້ອຍຮູ້ຂ້ອຍໂຕນ້ອຍ, ແຕ່ເມື່ອໄຫລໄປບ່ອນໃດ
ທົ່ງຫຍ້າກໍຂຽວລຶ້ມ.”
ແມ່ນແລ້ວ, ແຕ່ລະຄົນໃນພວກເຮົາໂຕນ້ອຍ, ແຕ່ເມື່ອຮ່ວມກັນ, ໃນຂະນະທີ່ເຮົາຟ້າວທີ່ຈະມອບໃຫ້ແກ່ພຣະເຈົ້າ ແລະ ເພື່ອນມະນຸດຂອງເຮົາ; ບໍ່ວ່າເຮົາຈະໄປໃສ ຊີວິດກໍຈະມີຄຸນຄ່າ ແລະ ຮັບພອນ.
ວັກທີສາມຂອງເພງນີ້ບໍ່ເປັນທີ່ຮູ້ຈັກປານໃດ ແຕ່ປິດທ້າຍດ້ວຍຄຳເຊື້ອເຊີນທີ່ມີຄວາມຮັກນີ້:
ພຣະເຢຊູກ່າວໄວ້ວ່າ ໂອຈົ່ງໃຫ້;
ມີສິ່ງທີ່ທຸກຄົນໃຫ້ໄດ້.
ເຮັດດັ່ງເຊັ່ນລຳທານດອກໄມ້ບຸບຜາເຮັດ:
ເພາະພຣະເຈົ້າ ແລະ ຄົນອື່ນມີຊີວິດຢູ່.16
ອ້າຍເອື້ອຍນ້ອງທີ່ຮັກແພງ, ເມື່ອເຮົາດຳເນີນຊີວິດເພື່ອພຣະເຈົ້າ ແລະ ຄົນອື່ນ ໂດຍການມອບຊັບສິນຂອງເຮົາ, ເວລາຂອງເຮົາ, ແລະ ແມ່ນແລ້ວ, ແມ່ນແຕ່ຕົວເຮົາເອງ, ເຮົາກຳລັງເຮັດໃຫ້ໂລກນີ້ເປັນສີຂຽວຂຶ້ນໜ້ອຍໜຶ່ງ, ເຮັດໃຫ້ລູກໆຂອງພຣະເຈົ້າມີຄວາມສຸກຂຶ້ນໜ້ອຍໜຶ່ງ, ແລະ ໃນຂະບວນການນີ້, ບໍລິສຸດຂຶ້ນໜ້ອຍໜຶ່ງ.
ຂໍໃຫ້ພຣະຜູ້ເປັນເຈົ້າອວຍພອນທ່ານຢ່າງລົ້ນເຫລືອສຳລັບການເສຍສະລະທີ່ທ່ານໄດ້ມອບ ໃຫ້ ແກ່ພຣະອົງດ້ວຍຄວາມເຕັມໃຈ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່. “ພຣະຜູ້ບໍລິສຸດຄືພຣະນາມຂອງພຣະອົງ.”17 ພຣະເຢຊູຄຣິດ ເປັນພຣະບຸດຂອງພຣະອົງ ແລະ ພຣະອົງເປັນຜູ້ໃຫ້ຂອງປະທານທີ່ດີທຸກຢ່າງ.18 ຂໍໃຫ້ເຮົາຖືກເຮັດໃຫ້ບໍລິສຸດຜ່ານທາງພຣະຄຸນຂອງພຣະອົງ ແລະ ຍຶດຖືພັນທະສັນຍາຂອງເຮົາໂດຍການເສຍສະລະ ແລະ ຖວາຍຄວາມຮັກ ແລະ ຄວາມບໍລິສຸດຫລາຍຂຶ້ນແດ່ພຣະຜູ້ເປັນເຈົ້າ.19 ໃນພຣະນາມອັນບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.