ຊັບສົມບັດທີ່ຍິ່ງໃຫຍ່ທີ່ສຸດ
ເຮົາແຕ່ລະຄົນຕ້ອງມາຫາພຣະຄຣິດດ້ວຍຄຳໝັ້ນສັນຍາຢ່າງບໍ່ປະນິປະນອມຕໍ່ພຣະກິດຕິຄຸນຂອງພຣະອົງ.
ພຣະຄຳພີກ່າວເຖິງເສດຖີໜຸ່ມຄົນໜຶ່ງ, ຜູ້ແລ່ນມາຫາພຣະເຢຊູ, ຄຸເຂົ່າລົງຕໍ່ໜ້າພຣະອົງ, ດ້ວຍຄວາມຈິງໃຈ, ຖາມພຣະອາຈານວ່າ, “ຂ້ານ້ອຍຕ້ອງປະຕິບັດຢ່າງໃດຈຶ່ງຈະໄດ້ຮັບຊີວິດນິລັນດອນ?” ຫລັງຈາກໄດ້ທົບທວນພຣະບັນຍັດຫລາຍໆຂໍ້ທີ່ຊາຍຄົນນີ້ໄດ້ຮັກສາຢ່າງຊື່ສັດ, ພຣະເຢຊູໄດ້ບອກລາວໃຫ້ໄປຂາຍທຸກສິ່ງທີ່ລາວມີຢູ່, ບໍລິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ, ແບກເອົາໄມ້ກາງແຂນຂອງລາວ, ແລະ ຕາມພຣະອົງໄປ. ພຣະຄຳທີ່ກ້າຫານນັ້ນ ເຮັດໃຫ້ເສດຖີໜຸ່ມປ່ຽນໃຈ—ເຖິງແມ່ນຖືກຮັບປະກັນວ່າ—ລາວຈະມີຊັບສົມບັດໃນສະຫວັນກໍຕາມ, ແລະ ລາວໄດ້ອອກໄປ ເປັນທຸກໃຈຢ່າງໜັກ ເພາະ, ພຣະຄຳພີກ່າວວ່າ, “ລາວເປັນຄົນຮັ່ງມີຫລາຍ.”1
ເຫັນໄດ້ຢ່າງຊັດເຈນວ່າ, ເລື່ອງນີ້ເປັນຄຳເຕືອນທີ່ສຳຄັນກ່ຽວກັບການໃຊ້ຊັບສິນ ແລະ ຄວາມຕ້ອງການຂອງຄົນຍາກຈົນ. ແຕ່ໃນທີ່ສຸດ ມັນເປັນເລື່ອງລາວກ່ຽວກັບການອຸທິດຕົນຕໍ່ໜ້າທີ່ຮັບຜິດຊອບແຫ່ງສະຫວັນ. ເຖິງແມ່ນຈະຮັ່ງມີ ຫລື ຍາກຈົນ, ເຮົາແຕ່ລະຄົນຕ້ອງມາຫາພຣະຄຣິດດ້ວຍຄຳໝັ້ນສັນຍາຢ່າງບໍ່ປະນິປະນອມຕໍ່ພຣະກິດຕິຄຸນຂອງພຣະອົງ ຊຶ່ງຖືກຄາດໝາຍຈາກຊາຍໜຸ່ມຄົນນັ້ນ. ໃນພາສາຂອງຊາວໜຸ່ມໃນປະຈຸບັນ, ເຮົາຕ້ອງປະກາດຕົນເອງວ່າ “ເຕັມທີ່.”2
ໃນບົດປະພັນທີ່ໜ້າຊົງຈຳຂອງເພິ່ນ, ຊີ ແອັສ ຫລູອິສ ໄດ້ຈິນຕະນາການ ເຫັນພຣະຜູ້ເປັນເຈົ້າກ່າວກັບເຮົາໃນແບບນີ້ວ່າ: “ເຮົາບໍ່ຕ້ອງການ … ເວລາຂອງເຈົ້າ … [ຫລື] ເງິນຄຳຂອງເຈົ້າ … [ຫລື] ວຽກງານຂອງເຈົ້າ [ຫລາຍເທົ່າກັບ] ເຮົາ [ພຽງແຕ່] ຕ້ອງການເຈົ້າ. [ຕົ້ນໄມ້ຕົ້ນນັ້ນທີ່ເຈົ້າກຳລັງຕັດກິ່ງ.] ເຮົາບໍ່ຢາກຕັດກິ່ງບ່ອນນີ້ ບ່ອນນັ້ນ, ເຮົາຢາກ … ຕັດລົງທັງຕົ້ນ. [ແລະ ແຂ້ວເຫລັ້ມນັ້ນ.] ເຮົາບໍ່ຢາກເຈາະຮູ, ຫລື ໂອບເກາະມັນ, ຫລື ຈອດມັນ. [ເຮົາຢາກ] ຖອນມັນອອກ. [ຕາມຈິງແລ້ວ, ເຮົາຢາກໃຫ້ເຈົ້າ] ມອບ [ຕົວຕົນທຳມະຊາດທັງໝົດໃຫ້ເຮົາ]. … [ແລະ] ເຮົາຈະມອບຕົວຕົນໃໝ່ໃຫ້ເຈົ້າແທນ. ຕາມຈິງແລ້ວ, ເຮົາຈະມອບຕົວເຮົາເອງໃຫ້ເຈົ້າ: ຄວາມປະສົງ … ຂອງເຮົາ ຈະກາຍເປັນ [ຄວາມປະສົງຂອງເຈົ້າ].”3
ຜູ້ທີ່ຈະກ່າວກັບເຮົາໃນກອງປະຊຸມໃຫຍ່ສາມັນຄັ້ງນີ້ທຸກຄົນ ໃນທາງໃດທາງໜຶ່ງ, ຈະກ່າວກັບເຮົາເຖິງສິ່ງທີ່ພຣະຄຣິດໄດ້ກ່າວກັບເສດຖີໜຸ່ມຄົນນັ້ນວ່າ: “ຈົ່ງມາຫາພຣະຜູ້ຊ່ວຍໃຫ້ລອດຂອງທ່ານ. ມາຢ່າງເຕັມທີ່ ແລະ ເຕັມໃຈ. ຈົ່ງແບກເອົາໄມ້ກາງແຂນຂອງທ່ານ, ເຖິງແມ່ນວ່າມັນຈະໜັກປານໃດກໍຕາມ, ແລະ ຕິດຕາມພຣະອົງໄປ.”4 ພວກເພິ່ນຈະກ່າວວ່າ ໂດຍທີ່ຮູ້ວ່າ ໃນອານາຈັກຂອງພຣະເຈົ້າ, ບໍ່ມີມາດຕະການເຄິ່ງທາງ, ບໍ່ມີການເລີ່ມ ແລະ ຢຸດ, ບໍ່ມີການຫັນຫລັງກັບ. ສຳລັບຜູ້ທີ່ຂໍອະນຸຍາດຝັງພໍ່ແມ່ທີ່ເສຍຊີວິດ ຫລື ຢ່າງໜ້ອຍບອກສະມາຊິກໃນຄອບຄົວ, ຄຳຕອບຂອງພຣະເຢຊູເປັນຄຳສັ່ງ ແລະ ແຈ່ມແຈ້ງ. “ປ່ອຍໃຫ້ຄົນອື່ນເຮັດ,” ພຣະອົງກ່າວ. “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວກັບຄືນຫລັງ ຜູ້ນັ້ນກໍບໍ່ສົມກັບອານາຈັກຂອງພຣະເຈົ້າ.”5 ເມື່ອມີການຂໍຮ້ອງໃຫ້ເຮັດສິ່ງທີ່ຍາກ, ແມ່ນແຕ່ສິ່ງທີ່ຂັດກັບຄວາມປາດຖະໜາຂອງໃຈເຮົາ, ຈົ່ງຈື່ຈຳໄວ້ວ່າ ຄວາມຈົງຮັກພັກດີທີ່ເຮົາໄດ້ປະຕິຍານຕໍ່ອຸດົມການຂອງພຣະຄຣິດ ຄືການອຸທິດຕົນຢ່າງສູງສຸດໃນຊີວິດຂອງເຮົາ. ເຖິງແມ່ນເອຊາຢາໃຫ້ເຮົາໝັ້ນໃຈໄດ້ວ່າ ມັນມີໃຫ້ “ໂດຍບໍ່ຕ້ອງເສຍຄ່າຫຍັງ,”6—ແລະ ມັນມີແທ້— ແຕ່ເຮົາຕ້ອງກຽມພ້ອມ, ໂດຍການໃຊ້ຖ້ອຍຄຳຂອງທ່ານທີ ແອັສ ແອວຫລຽດ ວ່າ, ເພື່ອຈະມີມັນໄດ້ “ຕ້ອງໃຊ້ທຸກສິ່ງທີ່ເຮົາມີ.”7
ແນ່ນອນ, ເຮົາທຸກຄົນມີນິໄສ ຫລື ຂໍ້ບົກພ່ອງ ຫລື ປະຫວັດສ່ວນຕົວທີ່ສາມາດກີດກັນເຮົາຈາກການເອົາໃຈໃສ່ຢ່າງເຕັມທີ່ຕໍ່ວຽກງານທາງວິນຍານນີ້. ແຕ່ພຣະເຈົ້າເປັນພຣະບິດາຂອງເຮົາ ແລະ ດີເລີດແທ້ໆໃນການໃຫ້ອະໄພບາບທີ່ເຮົາໄດ້ປະຖິ້ມ, ບາງທີຍ້ອນເຮົາໃຫ້ພຣະອົງເຮັດແນວນັ້ນຫລາຍເທື່ອຫລາຍທີ. ບໍ່ວ່າໃນກໍລະນີໃດ, ຈະມີຄວາມຊ່ວຍເຫລືອຈາກສະຫວັນສຳລັບເຮົາທຸກຄົນ ໃນຊົ່ວໂມງທີ່ເຮົາຮູ້ສຶກວ່າ ຈະປ່ຽນແປງການປະພຶດຂອງເຮົາ. ພຣະເຈົ້າໄດ້ປ່ຽນໂຊນໃຫ້ “ເປັນຄົນໃໝ່.”8 ເອເຊກຽນໄດ້ຮຽກຮ້ອງຊາວອິດສະຣາເອນໃນສະໄໝບູຮານທັງໝົດ ໃຫ້ປະຖິ້ມອະດີດຂອງຕົນ ແລະ “ຈົ່ງ … ຕັ້ງຄວາມຄິດໃໝ່ ແລະ ເອົາຈິດໃຈໃໝ່.”9 ແອວມາຮຽກຮ້ອງໃຫ້ມີ “ການປ່ຽນແປງອັນຍິ່ງໃຫຍ່”10 ທີ່ຈະຂະຫຍາຍຈິດວິນຍານ, ແລະ ພຣະເຢຊູເອງກໍໄດ້ສິດສອນວ່າ “ຖ້າຜູ້ໃດບໍ່ໄດ້ບັງເກີດໃໝ່, ຜູ້ນັ້ນຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້.”11 ເຫັນໄດ້ຢ່າງແຈ້ງຊັດວ່າ ຄວາມເປັນໄປໄດ້ຂອງການປ່ຽນແປງ ແລະ ການດຳລົງຊີວິດໃນລະດັບທີ່ສູງກວ່າ ໄດ້ເປັນໜຶ່ງໃນຂອງປະທານຂອງພຣະເຈົ້າ ສຳລັບຜູ້ທີ່ສະແຫວງຫາມັນ.
ໝູ່ເພື່ອນທັງຫລາຍ, ໃນຊ່ວງເວລາປະຈຸບັນຂອງເຮົາ ເຮົາພົບເຫັນທຸກຮູບແບບຂອງການແບ່ງແຍກໃຫຍ່ ແລະ ການແບ່ງແຍກຍ່ອຍ, ກຸ່ມໃຫຍ່ ແລະ ກຸ່ມນ້ອຍ, ເຜົ່າດິຈິຕັນ ແລະ ເອກະລັກທາງການເມືອງ, ຊຶ່ງມີການມຸ້ງຮ້າຍເຕັມໄປໝົດ. ເຮົາຄວນຖາມຕົວເອງບໍ ຖ້າຫາກຊີວິດທີ່ “ສູງກວ່າ ແລະ ສັກສິດກວ່າ”12, ໂດຍທີ່ໃຊ້ວະລີຂອງປະທານຣະໂຊ ເອັມ ແນວສັນ, ເປັນບາງສິ່ງທີ່ເຮົາສາມາດສະແຫວງຫາ? ເມື່ອເຮັດເຊັ່ນນັ້ນ, ເຮົາຈະຈື່ຈຳຊ່ວງເວລາທີ່ໜ້າປະທັບໃຈ ໃນພຣະຄຳພີມໍມອນນັ້ນໄດ້ ຊຶ່ງຜູ້ຄົນໄດ້ຖາມ ແລະ ຕອບຄຳຖາມນັ້ນຢ່າງໜັກແໜ້ນ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີການຂັດແຍ້ງກັນໃນບັນດາຜູ້ຄົນທັງໝົດ, ໃນທົ່ວແຜ່ນດິນ … ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.
“ແລະ ມັນບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງກັນ, … ບໍ່ມີກິເລດຕັນຫາຢ່າງໃດເລີຍ; ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.
“ມັນບໍ່ມີໂຈນ, ຫລື ຄາດຕະກອນ, ທັງບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ ຄົນທັງໝົດຢູ່ເປັນພວກດຽວກັນ; ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ.
“ແລະ ພວກເຂົາໄດ້ເປັນສຸກຫລາຍແທ້ໆ!”13
ແມ່ນຫຍັງຄືສິ່ງສຳຄັນຕໍ່ການດຳລົງຊີວິດຢ່າງເພິ່ງພໍໃຈ ແລະ ມີຄວາມສຸກ? ມັນຝັງຢູ່ໃນຂໍ້ຄວາມປະໂຫຍກດຽວທີ່ວ່າ: “ຄວາມຮັກຂອງພຣະເຈົ້າ … ມີຢູ່ໃນໃຈຂອງຜູ້ຄົນ.”14 ເມື່ອຄວາມຮັກຂອງພຣະເຈົ້າສ້າງຄວາມຮູ້ສຶກໃນຊີວິດຂອງເຮົາເອງ, ໃນຄວາມສຳພັນຂອງເຮົາຕໍ່ກັນແລະກັນ ແລະ ໃນທີ່ສຸດຕໍ່ເພື່ອນມະນຸດທຸກຄົນ, ເມື່ອນັ້ນຄວາມແຕກຕ່າງແບບເກົ່າ, ການເອີ້ນຜູ້ຄົນຕ່າງໆນາໆ, ຄວາມແຕກແຍກທີ່ສ້າງຂຶ້ນມາ ຈະເລີ່ມຫາຍໄປ, ແລະ ສັນຕິສຸກຈະມີເພີ່ມຂຶ້ນ. ນັ້ນຄືສິ່ງທີ່ໄດ້ເກີດຂຶ້ນຢ່າງຊັດເຈນ ໃນຕົວຢ່າງຂອງພຣະຄຳພີມໍມອນຂອງເຮົາ. ມັນບໍ່ມີຊາວເລມັນ, ຫລື ຊາວຢາໂຄບ, ຫລື ຊາວໂຢເຊັບ, ຫລື ຊາວໂຊຣຳ ອີກຕໍ່ໄປ. ບໍ່ມີ “ຊາວນັ້ນ ຊາວນີ້” ເລີຍ. ຜູ້ຄົນໄດ້ໃຊ້ເອກະລັກທີ່ດີກວ່າເກົ່າຢ່າງດຽວກັນ. ພວກເຂົາທັງໝົດ, ພຣະຄຳພີເວົ້າ, ຖືກຮູ້ກັນວ່າ “ເປັນລູກຂອງພຣະຄຣິດ.”15
ແນ່ນອນ, ເຮົາກຳລັງເວົ້າຢູ່ນີ້ກ່ຽວກັບພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ ທີ່ມອບໃຫ້ແກ່ຄອບຄົວມະນຸດ—ທີ່ຈະຮັກພຣະເຈົ້າ, ປາດສະຈາກການສະຫງວນ ຫລື ປະນິປະນອມ, ນັ້ນຄື, ໝົດໃຈ, ສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງ.16 ຄວາມຮັກແບບນີ້ຕໍ່ພຣະເຈົ້າ ແມ່ນ ພຣະບັນຍັດ ຂໍ້ໃຫຍ່ ແລະ ຂໍ້ຕົ້ນທີ່ຍິ່ງໃຫຍ່ໃນຈັກກະວານ. ແຕ່ ຄວາມຈິງ ຂໍ້ໃຫຍ່ ແລະ ຂໍ້ຕົ້ນຂອງຈັກກະວານແມ່ນວ່າ ພຣະເຈົ້າຮັກເຮົາ ແບບນັ້ນແທ້ໆ—ດ້ວຍສຸດພຣະໄທ, ໂດຍບໍ່ສະຫງວນ ຫລື ປະນິປະນອມ, ດ້ວຍໝົດພຣະໄທ, ສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງ ຂອງພຣະອົງ. ແລະ ເມື່ອພະລັງທີ່ສະຫງ່າລາສີເຫລົ່ານັ້ນຈາກພຣະໄທຂອງພຣະອົງ ແລະ ຂອງເຮົາມາພົບກັນ ໂດຍປາດສະຈາກການຢັບຢັ້ງ, ກໍຈະເກີດການລະເບີດທີ່ແທ້ຈິງຂອງພະລັງທາງວິນຍານ ແລະ ສິນທຳ. ແລ້ວ, ດັ່ງທີ່ ທ່ານທາຍຮາດ ເດ ຊາແດນ ໄດ້ຂຽນວ່າ, “ເປັນຄັ້ງທີສອງໃນປະຫວັດສາດຂອງໂລກ, ມະນຸດຈະຄົ້ນພົບໄຟໄດ້.”17
ຈາກນັ້ນ, ແລະ ພຽງແຕ່ໃນເວລານັ້ນເອງ, ທີ່ເຮົາຈະສາມາດຮັກສາພຣະບັນຍັດຂໍ້ໃຫຍ່ ແລະ ທີສອງ ໃນທາງທີ່ບໍ່ຜິວເຜີນ ຫລື ເລັກນ້ອຍ. ຖ້າເຮົາຮັກພຣະເຈົ້າພຽງພໍທີ່ຈະພະຍາຍາມຊື່ສັດຕໍ່ພຣະອົງຢ່າງເຕັມທີ່, ແລ້ວພຣະອົງຈະມອບຄວາມສາມາດ, ຄວາມເກັ່ງກ້າ, ຄວາມຕັ້ງໃຈ, ແລະ ວິທີທີ່ຈະຮັກເພື່ອນບ້ານຂອງເຮົາ ແລະ ຕົວເຮົາເອງ ໃຫ້ແກ່ເຮົາ. ບາງທີເມື່ອນັ້ນເຮົາຈະສາມາດເວົ້າອີກຄັ້ງວ່າ, “ບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.”18
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າອະທິຖານວ່າ ເຮົາຈະສຳເລັດໃນສິ່ງທີ່ເສດຖີໜຸ່ມຄົນນັ້ນລົ້ມເຫລວ, ວ່າເຮົາຈະແບກເອົາໄມ້ກາງແຂນຂອງພຣະຄຣິດ, ເຖິງແມ່ນຈະຍາກປານໃດກໍຕາມ, ໂດຍບໍ່ຄຳນຶງເຖິງບັນຫາ ແລະ ບໍ່ຄຳນຶງວ່າຈະຕ້ອງເສຍສະລະຫລາຍເທົ່າໃດກໍຕາມ. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາປະຕິຍານວ່າຈະຕິດຕາມພຣະອົງ, ບໍ່ວ່າໃນທາງໃດກໍທາງໜຶ່ງ, ຈະຜ່ານໄປທາງມົງກຸດໜາມ ແລະ ໄມ້ກາງແຂນຂອງຊາວໂຣມ. ບໍ່ວ່າຊາຍໜຸ່ມຄົນນັ້ນຈະຮັ່ງມີພຽງໃດ, ແຕ່ລາວກໍບໍ່ຮັ່ງມີພຽງພໍທີ່ຈະຊື້ທາງອອກ ປາດສະຈາກການຮັບເອົາການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ເຮົາກໍເຊັ່ນກັນ. ສຳລັບພອນຂອງການໄດ້ຮັບຊັບສົມບັດທີ່ຍິ່ງໃຫຍ່ທີ່ສຸດ—ຂອງປະທານແຫ່ງຊີວິດນິລັນດອນ—ມັນໜ້ອຍພໍທີ່ເຮົາຈະຖືກຂໍໃຫ້ຢູ່ໃນເສັ້ນທາງ ເພື່ອຕິດຕາມມະຫາປະໂລຫິດແຫ່ງຄວາມເຊື່ອຂອງເຮົາ, ດາວເພັກຂອງເຮົາ, ພຣະຜູ້ເປັນກາງ, ແລະ ກະສັດຂອງເຮົາໄປ. ຂ້າພະເຈົ້າເປັນພະຍານດ້ວຍຖ້ອຍຄຳຂອງອາມາລະໄຄໃນສະໄໝບູຮານທີ່ໜ້ອຍຄົນຮູ້ຈັກ ວ່າເຮົາແຕ່ລະຄົນຈະ “ຖວາຍທັງຈິດວິນຍານ [ຂອງເຮົາ] ເປັນເຄື່ອງບູຊາແດ່ພຣະອົງ.”19 ດ້ວຍການອຸທິດຕົນຢ່າງຕັ້ງໃຈ ແລະ ແນ່ວແນ່, ເຮົາຮ້ອງວ່າ:
ພຣະອົງເຈົ້າ; ຂ້ານີ້ຫລົງຜິດໄປ:
ແມ້ຈາກພຣະອົງທີ່ຂ້າຮັກ. …
ໂປດຮັບດວງໃຈຂ້າ, ແລະ ປະທັບ;
ໄວ້ກັບພຣະອົງທີ່ບັນລັງ.20
ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.