ລາງວັນການຄົ້ນຫາຢ່າງຊື່ສັດ
ຂ້າພະເຈົ້າຂໍເຊື້ອເຊີນໃຫ້ເຮົາໝົດທຸກຄົນສືບຕໍ່ເພີ່ມພູນສັດທາຂອງເຮົາໃນພຣະຄຣິດ, ຜູ້ສືບຕໍ່ປ່ຽນແປງຊີວິດຂອງຜູ້ທີ່ສະແຫວງຫາພຣະອົງ.
ໃນຕົ້ນປີ 1846, ຜູ້ບຸກເບີກທັງຊາຍ, ຍິງ, ແລະ ເດັກນ້ອຍຫລາຍພັນຄົນໄດ້ມຸ້ງໜ້າໄປທາງພາກຕາເວັນຕົກສູ່ຊີໂອນ. ສັດທາອັນຍິ່ງໃຫຍ່ຂອງເຂົາເຈົ້າໄດ້ກະຕຸ້ນຄວາມກ້າຫານທີ່ບໍ່ມີຂອບເຂດຂອງເຂົາເຈົ້າ. ສຳລັບບາງຄົນ, ການເດີນທາງນັ້ນບໍ່ເຄີຍສິ້ນສຸດຍ້ອນວ່າເຂົ້າເຈົ້າໄດ້ເສຍຊີວິດລະຫວ່າງການເດີນທາງ. ຄົນອື່ນໆ, ເຖິງແມ່ນໄດ້ປະເຊີນກັບຄວາມຍາກລຳບາກອັນໃຫຍ່ຫລວງ, ແຕ່ກໍໄດ້ກ້າວໄປຂ້າງໜ້າດ້ວຍສັດທາ.
ຍ້ອນເຂົາເຈົ້າເຫລົ່ານັ້ນ, ລຸ້ນລູກຫລານຕໍ່ໆມາ, ຄອບຄົວຂອງຂ້າພະເຈົ້າຈຶ່ງໄດ້ຊື່ນຊົມກັບພອນຕ່າງໆຂອງພຣະກິດຕິຄຸນທີ່ແທ້ຈິງຂອງພຣະເຢຊູຄຣິດ.
ຄືກັນກັບຊາຍໜຸ່ມອີກຄົນໜຶ່ງ, ຜູ້ຊຶ່ງຂ້າພະເຈົ້າຈະກ່າວເຖິງຈັກໜ່ອຍ, ຂ້າພະເຈົ້າອາຍຸ 14 ປີ ເມື່ອຕອນທີ່ຂ້າພະເຈົ້າເລີ່ມສົງໄສໃນສາດສະໜາ ແລະ ສັດທາຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ເຂົ້າຮ່ວມໂບດອີກນິກາຍໜຶ່ງທີ່ຢູ່ໃກ້ບ້ານຂອງຂ້າພະເຈົ້າ, ແຕ່ວ່າຂ້າພະເຈົ້າຍັງມີຄວາມຮູ້ສຶກຢາກໄປຢ້ຽມຢາມໂບດອື່ນໆທີ່ແຕກຕ່າງກັນໄປ.
ຕອນສວຍຂອງວັນໜຶ່ງ, ຂ້າພະເຈົ້າໄດ້ສັງເກດເຫັນຊາຍໜຸ່ມສອງຄົນທີ່ໃສ່ຊຸດສີດຳ ແລະ ເສື້ອສີຂາວ ເຂົ້າໄປໃນເຮືອນເພື່ອນບ້ານຂອງຂ້າພະເຈົ້າ. ຊາຍໜຸ່ມເຫລົ່ານີ້ເບິ່ງຄື—ພິເສດ.
ມື້ຕໍ່ມາຂ້າພະເຈົ້າໄດ້ພົບກັບເພື່ອນບ້ານຂອງຂ້າພະເຈົ້າ, ລີໂອເນີ ໂລເປສ, ແລະ ໄດ້ຖາມລາວກ່ຽວກັບຜູ້ຊາຍສອງຄົນນັ້ນ. ລີໂອເນີໄດ້ອະທິບາຍວ່າ ເຂົາເຈົ້າເປັນຜູ້ສອນສາດສະໜາຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ລາວໄດ້ບອກກັບຂ້າພະເຈົ້າດ້ວຍຄວາມຊົມຊື່ນຍິນດີວ່າ ຄອບຄົວຂອງລາວໄດ້ຮັບບັບຕິສະມາເຂົ້າໃນສາດສະໜາຈັກເມື່ອໜຶ່ງປີກ່ອນ. ເມື່ອເຫັນວ່າຂ້າພະເຈົ້າມີຄວາມສົນໃຈ, ລີໂອເນີໄດ້ຊັກຊວນໃຫ້ຂ້າພະເຈົ້າພົບກັບຜູ້ສອນສາດສະໜາ ແລະ ຮຽນຮູ້ກ່ຽວກັບສາດສະໜາຈັກ.
ສອງມື້ຕໍ່ມາ, ຂ້າພະເຈົ້າໄດ້ໄປເຮືອນຄອບຄົວໂລເປສ ເພື່ອພົບກັບຜູ້ສອນສາດສະໜາ. ເຂົາເຈົ້າໄດ້ແນະນຳຕົວເອງໃນຖານະ ແອວເດີ ຈອນ ເມເຊີລີ ມາຈາກເມືອງອອກເດັນ, ລັດຢູທາ, ແລະ ແອວເດີ ຄຣິສໂຕເຟີ ໂອໂຊຣິໂອ ມາຈາກເມືອງວໍນັດ ຄຣີກ, ລັດຄາລິຟໍເນຍ. ຂ້າພະເຈົ້າຈະບໍ່ມີວັນລືມເຂົາເຈົ້າ.
ເນື່ອງຈາກວ່າຂ້າພະເຈົ້າອາຍຸພຽງແຕ່ 14 ປີ ແອວເດີ ເມເຊີລີ ໄດ້ຂໍໃຫ້ພວກເຮົາໄປທີ່ບ້ານຂອງຂ້າພະເຈົ້າ ເພື່ອວ່າແມ່ຂອງຂ້າພະເຈົ້າຈະສາມາດຮັບຮູ້ນຳວ່າເຂົາເຈົ້າໄດ້ສິດສອນຫຍັງແດ່ກັບຂ້າພະເຈົ້າ. ທີ່ນັ້ນ, ລາວໄດ້ອະທິບາຍຢ່າງສຸພາບວ່າ ເຂົາເຈົ້າໄດ້ມາເພື່ອແບ່ງປັນຂ່າວສານກ່ຽວກັບພຣະເຢຊູຄຣິດ ແລະ ຂໍອະນຸຍາດຈາກແມ່ຂອງຂ້າພະເຈົ້າ ເພື່ອຈະສິດສອນຂ້າພະເຈົ້າ. ແມ່ໄດ້ຕົກລົງເຫັນດີ ແລະ ແມ່ນແຕ່ໄດ້ຮ່ວມກັບພວກເຮົາໃນຂະນະທີ່ເຂົາເຈົ້າສິດສອນຂ້າພະເຈົ້າ.
ທຳອິດຜູ້ສອນສາດສະໜາໄດ້ຂໍໃຫ້ ລີໂອເນີ ເປັນຜູ້ກ່າວອະທິຖານ. ນີ້ເຮັດໃຫ້ຂ້າພະເຈົ້າປະທັບໃຈຢ່າງສຸດຊຶ້ງ ຍ້ອນວ່າຄຳອະທິຖານຂອງລາວນັ້ນບໍ່ໄດ້ມາຈາກການທ່ອງຈຳຄຳສັບຕ່າງໆ ແຕ່ເປັນການສະແດງອອກຈາກໃຈຈິງຂອງລາວ. ຂ້າພະເຈົ້າຮູ້ສຶກໄດ້ວ່າລາວກຳລັງໂອ້ລົມກັບພຣະບິດາເທິງສະຫວັນຂອງລາວແທ້ໆ.
ຕໍ່ຈາກນັ້ນຜູ້ສອນສາດສະໜາໄດ້ສິດສອນພວກເຮົາກ່ຽວກັບພຣະເຢຊູຄຣິດ. ເຂົາເຈົ້າໄດ້ເອົາຮູບຂອງພຣະອົງໃຫ້ຂ້າພະເຈົ້າເບິ່ງ ທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈເພາະວ່າມັນຄືຮູບຂອງພຣະຄຣິດທີ່ໄດ້ຟື້ນຄືນພຣະຊົນແລ້ວ ແລະ ດຳລົງຢູ່.
ເຂົາເຈົ້າໄດ້ດຳເນີນຕໍ່ໄປ, ສິດສອນພວກເຮົາເຖິງວິທີທີ່ພຣະເຢຊູໄດ້ສ້າງຕັ້ງສາດສະໜາຈັກຂອງພຣະອົງໃນສະໃໝບູຮານ, ມີພຣະອົງເປັນປະມຸກ ຮ່ວມໂດຍອັກຄະສາວົກສິບສອງຄົນ. ເຂົາເຈົ້າໄດ້ສິດສອນພວກເຮົາກ່ຽວກັບການປະຖິ້ມຄວາມເຊື່ອ—ເຖິງຄວາມຈິງ ແລະ ສິດອຳນາດຂອງພຣະຄຣິດໄດ້ຖືກເອົາໄປຈາກແຜ່ນດິນໂລກຫລັງຈາກທີ່ອັກຄະສາວົກຂອງພຣະອົງໄດ້ຕາຍໄປ.
ເຂົາເຈົ້າໄດ້ບອກກັບພວກເຮົາເຖິງຊາຍໜຸ່ມອາຍຸ 14 ປີ ຊື່ວ່າໂຈເຊັບ ສະມິດ ຜູ້ທີ່, ໃນຊ່ວງຊຸມຕົ້ນປີ 1800, ໄດ້ໄປຢ້ຽມຢາມໂບດຕ່າງໆເພື່ອຄົ້ນຫາຄວາມຈິງ. ເມື່ອເວລາຜ່ານໄປ, ຍິ່ງເຮັດໃຫ້ໂຈເຊັບສັບສົນຫລາຍຂຶ້ນ. ຫລັງຈາກທີ່ໄດ້ອ່ານໃນພຣະຄຣິສຕະທຳຄຳພີວ່າ ເຮົາສາມາດ “ທູນຂໍຈາກພຣະເຈົ້າ”1 ເພື່ອຂໍສະຕິປັນຍາ, ໂຈເຊັບ, ໂດຍທີ່ປະຕິບັດໃນສັດທາ, ໄດ້ເຂົ້າໄປໃນປ່າ ເພື່ອອະທິຖານ ແລະ ທູນຖາມວ່າເພິ່ນຄວນເຂົ້າຮ່ວມສາດສະໜາຈັກໃດ.
ຜູ້ສອນສາດສະໜາອີກຄົນໜຶ່ງກໍໄດ້ອ່ານເລື່ອງລາວຂອງໂຈເຊັບ ວ່າໄດ້ເກີດຫຍັງຂຶ້ນຂະນະທີ່ເພິ່ນໄດ້ອະທິຖານຢູ່:
“ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ, ແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ, ຊຶ່ງຄ່ອຍໆເລື່ອນລົງມາຈົນເຖິງຕົວຂອງຂ້າພະເຈົ້າ.
“… ເມື່ອແສງນັ້ນລົງມາເຖິງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນສອງພຣະອົງປະທັບຢືນຢູ່ໃນອາກາດຊື່ຫົວຂອງຂ້າພະເຈົ້າ, ຄວາມສະຫວ່າງ ແລະ ລັດສະໝີພາບຂອງທັງສອງພຣະອົງນັ້ນເກີນກວ່າທີ່ຈະພັນລະນາໄດ້. ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ, ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”2
ໃນລະຫວ່າງບົດຮຽນນັ້ນ, ພຣະວິນຍານໄດ້ຢືນຢັນຄວາມຈິງຫລາຍຢ່າງກັບຂ້າພະເຈົ້າ.
ຢ່າງທຳອິດ, ພຣະເຈົ້າຟັງຄຳອະທິຖານທີ່ຈິງໃຈຂອງລູກໆຂອງພຣະອົງ, ແລະ ຟ້າສະຫວັນເປີດໃຫ້ກັບທຸກຄົນ—ບໍ່ແມ່ນແຕ່ໃຫ້ກັບຄົນໃດຄົນໜຶ່ງ.
ຢ່າງທີສອງ, ພຣະເຈົ້າອົງເປັນພຣະບິດາ, ພຣະເຢຊູຄຣິດ, ແລະ ພຣະວິນຍານບໍລິສຸດເປັນສາມພຣະອົງ ທີ່ແຍກຈາກກັນ, ເປັນໜຶ່ງດຽວໃນພຣະປະສົງຂອງພວກພຣະອົງ “ເພື່ອກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”3
ຢ່າງທີສາມ, ເຮົາໄດ້ຖືກສ້າງຂຶ້ນຕາມຮູບລັກສະນະຂອງພຣະເຈົ້າ. ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ມີພຣະກາຍເປັນເນື້ອໜັງ ແລະ ກະດູກຄືກັນກັບເຮົາ, ແຕ່ພວກພຣະອົງມີລັດສະໝີພາບ ແລະ ດີພ້ອມ, ແລະ ພຣະວິນຍານບໍລິສຸດມີພຣະກາຍທີ່ເປັນວິນຍານ.4
ຢ່າງທີສີ່, ຜ່ານທາງໂຈເຊັບ ສະມິດ, ພຣະເຢຊູຄຣິດໄດ້ຟື້ນຟູພຣະກິດຕິຄຸນ ແລະ ສາດສະໜາຈັກທີ່ແທ້ຈິງຂອງພຣະອົງເທິງແຜ່ນດິນໂລກ. ສິດອຳນາດຖານະປະໂລຫິດທີ່ໄດ້ຖືກມອບໃຫ້ກັບອັກຄະສາວົກຂອງພຣະຄຣິດ ເມື່ອ 2,000 ປີກ່ອນ ຄືສິດອຳນາດດຽວກັນ ທີ່ໄດ້ມອບໃຫ້ກັບໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໂດຍເປໂຕ, ຢາໂກໂບ, ແລະ ໂຢຮັນ.5
ສຸດທ້າຍ, ພວກເຮົາໄດ້ຮຽນຮູ້ກ່ຽວກັບປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ: ພຣະຄຳພີມໍມອນ. ຖືກຂຽນຂຶ້ນໂດຍສາດສະດາຫລາຍທ່ານໃນສະໃໝບູຮານ, ໄດ້ເລົ່າເຖິງຜູ້ຄົນທີ່ໄດ້ອາໃສຢູ່ທະວີບອາເມຣິກາ ກ່ອນ, ລະຫວ່າງ, ແລະ ຫລັງການກຳເນີດຂອງພຣະເຢຊູ. ຈາກພຣະຄຳພີນັ້ນ ເຮົາໄດ້ຮຽນຮູ້ເຖິງວິທີທີ່ພວກເຂົາໄດ້ຮູ້ຈັກ, ໄດ້ຮັກ, ແລະ ໄດ້ນະມັດສະການພຣະຄຣິດ, ຜູ້ທີ່ໄດ້ປະກົດຕົວຕໍ່ພວກເຂົາໃນຖານະພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນ.
ພຣະວິນຍານໄດ້ກະຕຸ້ນຂ້າພະເຈົ້າຢ່າງເລິກເຊິ່ງຂະນະທີ່ຂ້າພະເຈົ້າໄດ້ຮຽນຮູ້ເຖິງການປະກາດຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ພວກເຂົາວ່າ “ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ຜູ້ທີ່ສາດສະດາໄດ້ໃຫ້ຖ້ອຍຄຳວ່າຈະມາຍັງໂລກນີ້.”6
ຜູ້ສອນສາດສະໜາໄດ້ມອບພຣະຄຳພີມໍມອນໃຫ້ພວກເຮົາຄົນລະເຫລັ້ມ. ພວກເຮົາໄດ້ອ່ານ ແລະ ຍອມຮັບເອົາການເຊື້ອເຊີນທີ່ຢູ່ໃນທ້າຍປຶ້ມພຣະຄຳພີມໍມອນ, ທີ່ວ່າ:
“ແລະ ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະກົດແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.
“ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ ທ່ານຈະຮູ້ຈັກຄວາມຈິງຂອງທຸກເລື່ອງ.”7
ມັນເກືອບເຖິງ 45 ປີແລ້ວ ນັບແຕ່ຂ້າພະເຈົ້າ ແລະ ແມ່ຂອງຂ້າພະເຈົ້າໄດ້ຮຽນຮູ້ເປັນຄັ້ງທຳອິດເຖິງຄວາມສຸກ ແລະ ອຳນາດຂອງການມີສັດທາໃນພຣະຄຣິດ. ເປັນຍ້ອນສັດທາຂອງເຂົາເຈົ້າໃນພຣະຄຣິດ ທີ່ຄອບຄົວໂລເປສໄດ້ແປ່ງປັນຄວາມເຊື່ອອັນໃໝ່ຂອງເຂົາເຈົ້າກັບຂ້າພະເຈົ້າ. ເປັນຍ້ອນສັດທາຂອງເຂົາເຈົ້າໃນພຣະຄຣິດ ທີ່ຜູ້ສອນສາດສະໜາທັງສອງຄົນໄດ້ຈາກບ້ານເຮືອນຂອງເຂົາເຈົ້າໃນສະຫະລັດເພື່ອຊອກຫາຂ້າພະເຈົ້າ ແລະ ແມ່ຂອງຂ້າພະເຈົ້າ. ເປັນຍ້ອນສັດທາຂອງເພື່ອນທີ່ຮັກທັງໝົດເຫລົ່ານີ້ ທີ່ໄດ້ປູກຝັງເມັດພືດນ້ອຍໆແຫ່ງສັດທາໃນພວກເຮົາ ທີ່ໄດ້ເຕີບໂຕເປັນຕົ້ນໄມ້ໃຫຍ່ແຫ່ງພອນນິລັນດອນ.
ໃນຊ່ວງປີແຫ່ງການໄດ້ຮັບພອນຕ່າງໆເຫລົ່ານີ້, ພວກເຮົາໄດ້ຮັບຮູ້, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດວ່າ: “ທຸກສິ່ງທີ່ດີໃນຊີວິດ—ພອນກ່ຽວກັບຄວາມສຳຄັນນິລັນດອນທີ່ຈະມາເຖິງທຸກຢ່າງ—ເລີ່ມຕົ້ນດ້ວຍສັດທາ. ການໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງເຮົາເລີ່ມຕົ້ນດ້ວຍສັດທາວ່າ ພຣະອົງຈະນຳພາເຮົາ. ການກັບໃຈທີ່ແທ້ຈິງເລີ່ມຕົ້ນດ້ວຍສັດທາວ່າ ພຣະເຢຊູຄຣິດມີອຳນາດທີ່ຈະຊຳລະລ້າງ, ປິ່ນປົວ, ແລະ ເພີ່ມຄວາມເຂັ້ມແຂງໃຫ້ເຮົາ.”8
ຂ້າພະເຈົ້າຂໍເຊື້ອເຊີນໃຫ້ເຮົາໝົດທຸກຄົນສືບຕໍ່ເພີ່ມພູນສັດທາຂອງເຮົາໃນພຣະຄຣິດ, ພຣະອົງຜູ້ທີ່ປ່ຽນແປງຊີວິດຂອງແມ່ທີ່ຮັກຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ແລະ ສືບຕໍ່ປ່ຽນແປງຊີວິດຂອງຜູ້ທີ່ສະແຫວງຫາພຣະອົງ. ຂ້າພະເຈົ້າຮູ້ວ່າໂຈເຊັບ ສະມິດ ເປັນສາດສະດາແຫ່ງການຟື້ນຟູ, ວ່າປະທານແນວສັນເປັນສາດສະດາຂອງເຮົາໃນປະຈຸບັນ, ວ່າພຣະເຢຊູຄືພຣະຄຣິດທີ່ຊົງພຣະຊົນ ແລະ ຄືພຣະຜູ້ໄຖ່ຂອງເຮົາ, ແລະ ວ່າພຣະບິດາເທິງສະຫວັນຍັງຊົງພຣະຊົນຢູ່ ແລະ ຕອບທຸກໆຄຳອະທິຖານຂອງລູກໆຂອງພຣະອົງ. ຂ້າພະເຈົ້າຂໍເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.