ບໍ່ມີຫວ້ານຢາທີ່ກີເລອາດບໍ?
ວ່າອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ເປັນພຽງແຕ່ຄວາມສາມາດຂອງພຣະອົງທີ່ຈະປິ່ນປົວຮ່າງກາຍຂອງເຮົາເທົ່ານັ້ນ, ແຕ່ບາງທີແມ່ນແຕ່ສຳຄັນກວ່ານັ້ນຄື, ຄວາມສາມາດຂອງພຣະອົງທີ່ຈະປິ່ນປົວຫົວໃຈຂອງເຮົາ.
ບໍ່ດົນຫລັງຈາກການເຜີຍແຜ່ຂອງຂ້າພະເຈົ້າ, ຕອນເປັນນັກສຶກສາຢູ່ທີ່ມະຫາວິທະຍາໄລບຣິກຳ ຢັງ, ຂ້າພະເຈົ້າໄດ້ຮັບໂທລະສັບຈາກພໍ່ຂອງຂ້າພະເຈົ້າ. ເພິ່ນໄດ້ບອກຂ້າພະເຈົ້າວ່າ ເພິ່ນຖືກກວດພົບວ່າເປັນໂຣກມະເລັງໃນມ້າມ ແລະ ວ່າ, ເຖິງແມ່ນວ່າໂອກາດຂອງເພິ່ນທີ່ຈະລອດນັ້ນບໍ່ດີປານໃດ, ແຕ່ເພິ່ນກໍຕັ້ງໃຈທີ່ຈະຮັບເອົາການປິ່ນປົວໃຫ້ຫາຍດີ ແລະ ກັບມາເຮັດກິດຈະກຳປົກກະຕິໃນຊີວິດຂອງເພິ່ນອີກ. ໂທລະສັບນັ້ນເປັນວິນາທີທີ່ເປັນຫ່ວງຫລາຍສຳລັບຂ້າພະເຈົ້າ. ພໍ່ຂອງຂ້າພະເຈົ້າໄດ້ເປັນອະທິການຂອງຂ້າພະເຈົ້າ, ເປັນເພື່ອນ, ແລະ ເປັນຜູ້ໃຫ້ຄຳແນະນຳຂອງຂ້າພະເຈົ້າ. ຂະນະທີ່ແມ່ຂອງຂ້າພະເຈົ້າ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ໄຕ່ຕອງເຖິງອະນາຄົດ, ມັນໄດ້ປະກົດວ່າມືດມົນ. ທ້າວເດບ ນ້ອງຊາຍຂອງຂ້າພະເຈົ້າກຳລັງຮັບໃຊ້ເຜີຍແຜ່ຢູ່ທີ່ລັດນິວຢອກ ແລະ ໄດ້ມີສ່ວນຮ່ວມຢູ່ທາງໄກໃນເຫດການທີ່ຫຍຸ້ງຍາກເຫລົ່ານີ້ຂອງຄອບຄົວ.
ຜູ້ໃຫ້ການດູແລທາງການແພດຂອງວັນນັ້ນໄດ້ແນະນຳໃຫ້ຜ່າຕັດ ເພື່ອພະຍາຍາມ ແລະ ລົດການແຜ່ຂອງມະເລັງນັ້ນໃຫ້ຊ້າລົງ. ຄອບຄົວຂອງພວກເຮົາໄດ້ຖືສິນອົດເຂົ້າ ແລະ ອະທິຖານ ຢ່າງຕັ້ງໃຈ ເພື່ອຂໍການມະຫັດສະຈັນ. ຂ້າພະເຈົ້າຮູ້ສຶກວ່າ ພວກເຮົາມີສັດທາພຽງພໍວ່າພໍ່ຂອງຂ້າພະເຈົ້າຈະຫາຍດີໄດ້. ກ່ອນການຜ່າຕັດ, ທ້າວນອມ ອ້າຍຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ໃຫ້ພອນແກ່ພໍ່ຂອງຂ້າພະເຈົ້າ. ພ້ອມດ້ວຍສັດທາທັງໝົດທີ່ພວກເຮົາມີ, ພວກເຮົາໄດ້ອະທິຖານວ່າເພິ່ນຈະໄດ້ຮັບການປິ່ນປົວໃຫ້ຫາຍດີ.
ການຜ່າຕັດນັ້ນໄດ້ກຳນົດວ່າຈະໃຊ້ເວລາຫລາຍຊົ່ວໂມງ, ແຕ່ຫລັງຈາກບໍ່ດົນເທົ່າໃດ, ທ່ານໝໍໄດ້ມາທີ່ຫ້ອງລໍຖ້າເພື່ອພົບກັບຄອບຄົວຂອງພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າຂະນະທີ່ພວກເພິ່ນໄດ້ເລີ່ມການຜ່າຕັດ, ພວກເພິ່ນກໍເຫັນໄດ້ວ່າມະເລັງໄດ້ແຜ່ອອກໄປທົ່ວຮ່າງກາຍຂອງພໍ່ຂ້າພະເຈົ້າແລ້ວ. ອີງຕາມສິ່ງທີ່ພວກເພິ່ນໄດ້ສັງເກດເຫັນ, ພໍ່ຂອງຂ້າພະເຈົ້າຈະມີຊີວິດຕໍ່ໄປພຽງແຕ່ສອງສາມເດືອນເທົ່ານັ້ນ. ພວກເຮົາເສົ້າເສຍໃຈຫລາຍ.
ເມື່ອພໍ່ຂອງຂ້າພະເຈົ້າໄດ້ຕື່ນຈາກການຜ່າຕັດ, ເພິ່ນກໍກັງວົນຢາກຮູ້ຖ້າຫາກວ່າການຜ່າຕັດນັ້ນໄດ້ສຳເລັດຜົນດີຫລືບໍ່. ພວກເຮົາໄດ້ບອກເພິ່ນເຖິງຂ່າວຮ້າຍນັ້ນ.
ພວກເຮົາໄດ້ຖືສິນອົດເຂົ້າ ແລະ ອະທິຖານ ທູນຂໍການມະຫັດສະຈັນຕໍ່ໄປ. ຂະນະທີ່ສຸຂະພາບຂອງພໍ່ຂ້າພະເຈົ້າຊຸດໂຊມລົງໄວໆ, ພວກເຮົາໄດ້ເລີ່ມອະທິຖານວ່າບໍ່ໃຫ້ເພິ່ນເຈັບປວດຫລາຍ. ໃນທີ່ສຸດ, ເມື່ອອາການຂອງເພິ່ນຮ້າຍແຮງຫລາຍຂຶ້ນ, ພວກເຮົາໄດ້ທູນຂໍໃຫ້ພຣະຜູ້ເປັນເຈົ້າອະນຸຍາດໃຫ້ເພິ່ນໄປໄວໆ. ພຽງແຕ່ສອງສາມເດືອນຫລັງຈາກການຜ່າຕັດ, ດັ່ງທີ່ທ່ານໝໍຜ່າຕັດໄດ້ຄາດຄະເນໄວ້, ພໍ່ຂອງຂ້າພະເຈົ້າກໍໄດ້ເສຍຊີວິດໄປ.
ສະມາຊິກໃນຫວອດ ແລະ ໝູ່ເພື່ອນຂອງຄອບຄົວໄດ້ທຸ້ມເທຄວາມຮັກ ແລະ ການດູແລໃຫ້ແກ່ຄອບຄົວຂອງພວກເຮົາ. ພວກເຮົາໄດ້ມີການສົ່ງສະການທີ່ສວຍງາມທີ່ໄດ້ໃຫ້ກຽດແກ່ຊີວິດຂອງພໍ່ຂອງຂ້າພະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເວລາຜ່ານໄປ, ແລະ ພວກເຮົາໄດ້ປະສົບກັບຄວາມເຈັບປວດຈາກການເສຍໄປຂອງພໍ່ຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເລີ່ມສົງໄສວ່າເປັນຫຍັງພໍ່ຂອງຂ້າພະເຈົ້າຈຶ່ງບໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີ. ຂ້າພະເຈົ້າໄດ້ສົງໄສຖ້າຫາກວ່າສັດທາຂອງຂ້າພະເຈົ້າບໍ່ເຂັ້ມແຂງພໍ. ເປັນຫຍັງບາງຄອບຄົວໄດ້ຮັບການມະຫັດສະຈັນ, ແຕ່ຄອບຄົວຂອງພວກເຮົາບໍ່ໄດ້ຮັບເລີຍ? ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະຫັນໄປຫາພຣະຄຳພີສຳລັບຄຳຕອບຕອນໄປເຜີຍແຜ່, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເລີ່ມຄົ້ນຄວ້າພຣະຄຳພີ.
ພຣະຄຳພີເດີມສິດສອນເຖິງເຄື່ອງເທດ ຫລື ນ້ຳມັນຫອມ, ທີ່ໃຊ້ສຳລັບການປິ່ນປົວບາດແຜ, ທີ່ສະກັດມາຈາກຟຸ່ມໄມ້ທີ່ເກີດໃນກີເລອາດ. ໃນສະໄໝພຣະຄຳພີເດີມ ນ້ຳມັນນັ້ນໄດ້ເປັນທີ່ຮູ້ຈັກກັນວ່າ “ຫວ້ານຢາທີ່ກີເລອາດ.”1 ສາດສະດາເຢເຣມີຢາໄດ້ຄ້ຳຄວນເຖິງໄພພິບັດທີ່ເພິ່ນໄດ້ສັງເກດເຫັນໃນບັນດາຜູ້ຄົນຂອງເພິ່ນ ແລະ ໄດ້ຫວັງສຳລັບການປິ່ນປົວ. ເຢເຣມີຢາໄດ້ຖາມວ່າ, “ບໍ່ມີຫວ້ານຢາທີ່ກີເລອາດ; ບໍ່ມີໝໍຜູ້ໃດປິ່ນປົວໄດ້ບໍ?”2 ຜ່ານວັນນະຄະດີ, ດົນຕີ, ແລະ ສິລະປະ, ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ສ່ວນຫລາຍຈະຖືກອ້າງເຖິງວ່າເປັນ ຫວ້ານຢາທີ່ກີເລອາດ ເພາະຍ້ອນອຳນາດແຫ່ງການປິ່ນປົວທີ່ອັດສະຈັນຂອງພຣະອົງ. ເໝືອນດັ່ງເຢເຣມີຢາ, ຂ້າພະເຈົ້າກໍໄດ້ສົງໄສວ່າ, “ບໍ່ມີຫວ້ານຢາທີ່ກີເລອາດສຳລັບຄອບຄົວນຽວສັນບໍ?”
ໃນ ມາຣະໂກ ບົດທີ 2 ຂອງພຣະຄຳພີໃໝ່, ພວກເຮົາໄດ້ພົບເຫັນພຣະຜູ້ຊ່ວຍໃຫ້ລອດຢູ່ທີ່ເມືອງກາເປນາອູມ. ຜູ້ຄົນຕະຫລອດທົ່ວແຜ່ນດິນໄດ້ເລົ່າເລື່ອງລາວກ່ຽວກັບອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ຫລາຍໆຄົນກໍໄດ້ເດີນທາງໄປຍັງເມືອງກາເປນາອູມ ເພື່ອໄປຮັບການປິ່ນປົວໃຫ້ຫາຍດີໂດຍພຣະຜູ້ຊ່ວຍໃຫ້ລອດ. ຫລາຍໆຄົນໄດ້ມາເຕົ້າໂຮມກັນຢູ່ໃນບ້ານບ່ອນທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຢູ່ ຈົນວ່າບໍ່ມີບ່ອນຫວ່າງສຳລັບພຣະອົງທີ່ຈະຕ້ອນຮັບເຂົາເຈົ້າທັງໝົດ. ຜູ້ຊາຍສີ່ຄົນໄດ້ຫາມຊາຍເປ້ຍຄົນໜຶ່ງໄປຮັບການປິ່ນປົວໂດຍພຣະຜູ້ຊ່ວຍໃຫ້ລອດ. ເຂົາເຈົ້າບໍ່ສາມາດຜ່ານກຸ່ມໝູ່ຄົນທີ່ແໜ້ນໜານັ້ນໄປ, ແລະ ສະນັ້ນເຂົາເຈົ້າຈຶ່ງຮື້ຫລັງຄາເຮືອນ ແລະ ໄດ້ຢ່ອນຊາຍຄົນນັ້ນລົງໄປ ເພື່ອພົບກັບພຣະຜູ້ຊ່ວຍໃຫ້ລອດ.
ຂະນະທີ່ຂ້າພະເຈົ້າໄດ້ອ່ານເລື່ອງລາວນີ້, ຂ້າພະເຈົ້າໄດ້ຕົກໃຈໂດຍສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວຕອນທີ່ພຣະອົງໄດ້ພົບຜູ້ຊາຍຄົນນີ້ວ່າ: “ລູກເອີຍ ຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພແລ້ວ.”3 ຂ້າພະເຈົ້າໄດ້ຄິດຖ້າຫາກວ່າຂ້າພະເຈົ້າໄດ້ເປັນໜຶ່ງໃນບັນດາຜູ້ຊາຍສີ່ຄົນທີ່ໄດ້ຫາມຜູ້ຊາຍຄົນນັ້ນ, ຂ້າພະເຈົ້າອາດກ່າວຕໍ່ພຣະຜູ້ຊ່ວຍໃຫ້ລອດວ່າ, “ພວກຂ້ານ້ອຍໄດ້ນຳລາວມາທີ່ນີ້ເພື່ອຮັບການປິ່ນປົວ.” ຂ້າພະເຈົ້າຄິດວ່າພຣະຜູ້ຊ່ວຍໃຫ້ລອດອາດໄດ້ຕອບວ່າ, “ເຮົາໄດ້ປິ່ນປົວລາວແລ້ວເດ.” ເປັນໄປໄດ້ບໍ ທີ່ຂ້າພະເຈົ້າບໍ່ເຂົ້າໃຈທັງໝົດ—ວ່າພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ເປັນພຽງແຕ່ຄວາມສາມາດຂອງພຣະອົງທີ່ຈະປິ່ນປົວຮ່າງກາຍຂອງເຮົາເທົ່ານັ້ນ ແຕ່, ບາງທີແມ່ນແຕ່ສຳຄັນກວ່ານັ້ນຄື, ຄວາມສາມາດຂອງພຣະອົງທີ່ຈະປິ່ນປົວຫົວໃຈຂອງເຮົາ ແລະ ຫົວໃຈທີ່ແຕກສະຫລາຍຂອງຄອບຄົວຂອງຂ້າພະເຈົ້າ?
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນບົດຮຽນທີ່ສຳຄັນຜ່ານປະສົບການນີ້ ຂະນະທີ່ໃນທີ່ສຸດພຣະອົງກໍປິ່ນປົວຜູ້ຊາຍຄົນນີ້ທາງຮ່າງກາຍ. ມັນກໍແຈ່ມແຈ້ງດີຕໍ່ຂ້າພະເຈົ້າວ່າຂ່າວສານຂອງພຣະອົງນັ້ນແມ່ນວ່າ ພຣະອົງສາມາດສຳພັດຕາຂອງຜູ້ຄົນທີ່ຕາບອດ ແລະ ເຂົາເຈົ້າກໍຈະເຫັນໄດ້. ພຣະອົງສາມາດສຳພັດຫູຂອງຜູ້ຄົນທີ່ຫູໜວກ, ແລະ ເຂົາເຈົ້າກໍຈະໄດ້ຍິນ. ພຣະອົງສາມາດສຳພັດຂາຂອງຜູ້ຄົນທີ່ຍ່າງບໍ່ໄດ້, ແລະ ເຂົາເຈົ້າກໍຈະຍ່າງໄດ້. ພຣະອົງສາມາດປິ່ນປົວຕາ ແລະ ຫູ ແລະ ຂາຂອງເຮົາໄດ້, ແຕ່ສຳຄັນທີ່ສຸດແມ່ນ, ພຣະອົງສາມາດປິ່ນປົວຫົວໃຈຂອງເຮົາຂະນະທີ່ພຣະອົງຊຳລະລ້າງເຮົາໃຫ້ສະອາດຈາກບາບ ແລະ ຍົກເຮົາຂຶ້ນຜ່ານຜ່າການທົດລອງທີ່ຍາກລຳບາກ.
ເມື່ອພຣະຜູ້ຊ່ວຍໃຫ້ລອດປະກົດຕໍ່ຜູ້ຄົນໃນພຣະຄຳພີມໍມອນຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະອົງກ່າວອີກເຖິງອຳນາດແຫ່ງການປິ່ນປົວຂອງພຣະອົງ. ຊາວນີໄຟໄດ້ຍິນສຸລະສຽງຂອງພຣະອົງຈາກຟ້າສະຫວັນວ່າ, “ບັດນີ້ພວກເຈົ້າຍັງຈະບໍ່ຫັນກັບມາຫາເຮົາບໍ, ແລະ ກັບໃຈຈາກບາບຂອງພວກເຈົ້າ ແລະ ປ່ຽນໃຈເຫລື້ອມໃສ, ເພື່ອເຮົາຈະໄດ້ປິ່ນປົວພວກເຈົ້າ?”4 ຕໍ່ມາ, ພຣະຜູ້ຊ່ວຍໃຫ້ລອດສິດສອນວ່າ, “ເພາະເຈົ້າບໍ່ສາມາດຈະຮູ້ໄດ້ວ່າ ເຂົາອາດຈະກັບມາ ແລະ ກັບໃຈຫລືບໍ່, ແລະ ມາຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ແລະ ເຮົາຈະປິ່ນປົວເຂົາ.”5 ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ອ້າງເຖິງການປິ່ນປົວທາງຮ່າງກາຍ ແຕ່ເຖິງການປິ່ນປົວທາງວິນຍານຂອງຈິດວິນຍານຂອງເຂົາເຈົ້າ.
ໂມໂຣໄນນຳຄວາມເຂົ້າໃຈເພີ່ມເຕີມມາໃຫ້ຂະນະທີ່ເພິ່ນແບ່ງປັນຖ້ອຍຄຳຂອງມໍມອນ, ບິດາຂອງເພິ່ນ. ຫລັງຈາກກ່າວເຖິງການມະຫັດສະຈັນ, ມໍມອນອະທິບາຍວ່າ, “ແລະ ພຣະຄຣິດໄດ້ກ່າວວ່າ: ຖ້າຫາກເຈົ້າມີສັດທາໃນເຮົາ, ເຈົ້າຈະມີອຳນາດເຮັດສິ່ງໃດກໍໄດ້ຕາມທີ່ເຮົາເຫັນວ່າ ສົມຄວນ.”6 ຂ້າພະເຈົ້າໄດ້ຮຽນຮູ້ວ່າເປົ້າໝາຍຂອງສັດທາຂອງຂ້າພະເຈົ້າຕ້ອງເປັນພຣະເຢຊູຄຣິດ, ແລະ ວ່າຂ້າພະເຈົ້າຈຳເປັນຕ້ອງຍອມຮັບສິ່ງທີ່ພຣະອົງເຫັນວ່າສົມຄວນ ຂະນະທີ່ຂ້າພະເຈົ້າໃຊ້ສັດທາໃນພຣະອົງ. ບັດນີ້ ຂ້າພະເຈົ້າເຂົ້າໃຈວ່າການເສຍຊີວິດຂອງພໍ່ຂອງຂ້າພະເຈົ້າແມ່ນສົມຄວນຕໍ່ແຜນຂອງພຣະເຈົ້າ. ບັດນີ້, ຂະນະທີ່ຂ້າພະເຈົ້າວາງມືເທິງຫົວຄົນອື່ນເພື່ອໃຫ້ພອນເຂົາເຈົ້າ, ສັດທາຂອງຂ້າພະເຈົ້າໃນພຣະຄຣິດ, ແລະ ຂ້າພະເຈົ້າເຂົ້າໃຈວ່າຄົນໆນັ້ນສາມາດ ແລະ ຈະຫາຍດີທາງຮ່າງກາຍ ຖ້າຫາກວ່າພຣະຄຣິດເຫັນວ່າສົມຄວນ.
ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງເຮັດໃຫ້ມີທັງອຳນາດແຫ່ງການໄຖ່ ແລະ ອຳນາດທີ່ເຮັດໃຫ້ສາມາດ, ເປັນພອນທີ່ສູງສຸດທີ່ພຣະເຢຊູຄຣິດມີໃຫ້ທຸກໆຄົນ. ເມື່ອເຮົາກັບໃຈດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ພຣະຜູ້ຊ່ວຍໃຫ້ລອດຈະຊຳລະລ້າງເຮົາໃຫ້ສະອາດຈາກບາບ. ຂະນະທີ່ເຮົາຍອມຮັບຕໍ່ພຣະປະສົງຂອງພຣະບິດາດ້ວຍຄວາມເບີກບານ, ແມ່ນແຕ່ໃນສະຖານະການທີ່ຍາກລຳບາກທີ່ສຸດ, ພຣະຜູ້ຊ່ວຍໃຫ້ລອດຈະຍົກພາລະແບກຫາບຂອງເຮົາຂຶ້ນ ແລະ ເຮັດໃຫ້ມັນເບົາບາງລົງ.7
ແຕ່ນີ້ຄືບົດຮຽນທີ່ສຳຄັນກວ່າທີ່ຂ້າພະເຈົ້າໄດ້ຮຽນຮູ້. ຂ້າພະເຈົ້າໄດ້ເຂົ້າໃຈຜິດໄປວ່າອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຜົນສຳລັບຄອບຄົວຂອງຂ້າພະເຈົ້າ. ບັດນີ້ ເມື່ອຂ້າພະເຈົ້າຫວນຄິດກັບໄປດ້ວຍຕາ ແລະ ປະສົບການທີ່ເປັນຜູ້ໃຫຍ່ກວ່າ, ຂ້າພະເຈົ້າເຫັນວ່າອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດກໍປະຈັກໃຫ້ເຫັນໄດ້ໃນຊີວິດຂອງສະມາຊິກໃນຄອບຄົວຂອງຂ້າພະເຈົ້າແຕ່ລະຄົນ. ຂ້າພະເຈົ້າໄດ້ເອົາໃຈໃສ່ແຕ່ການປິ່ນປົວທາງຮ່າງກາຍ ຈົນວ່າຂ້າພະເຈົ້າບໍ່ໄດ້ເຫັນການມະຫັດສະຈັນທີ່ໄດ້ເກີດຂຶ້ນ. ພຣະຜູ້ເປັນເຈົ້າໄດ້ເສີມຄວາມເຂັ້ມແຂງ ແລະ ໄດ້ຍົກແມ່ຂອງຂ້າພະເຈົ້າຂຶ້ນເກີນກວ່າຄວາມສາມາດຂອງເພິ່ນຜ່ານການທົດລອງທີ່ຍາກລຳບາກນີ້, ແລະ ເພິ່ນກໍໄດ້ມີອາຍຸໝັ້ນຍືນ ແລະ ມີຊີວິດທີ່ດີ. ເພິ່ນໄດ້ມີອິດທິພົນໃນທາງບວກຫລາຍຕໍ່ລູກຫລານຂອງເພິ່ນ. ພຣະຜູ້ເປັນເຈົ້າໄດ້ອວຍພອນຂ້າພະເຈົ້າ ແລະ ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ ດ້ວຍຄວາມຮັກ, ການເປັນນ້ຳໜຶ່ງໃຈດຽວກັນ, ສັດທາ, ແລະ ການຟື້ນຕົວໄວ ຊຶ່ງໄດ້ກາຍເປັນພາກສ່ວນທີ່ສຳຄັນຂອງຊີວິດຂອງພວກເຮົາ ແລະ ເປັນຢູ່ຕໍ່ໄປໃນທຸກວັນນີ້.
ແຕ່ເປັນຈັ່ງໃດລະກ່ຽວກັບພໍ່ຂອງຂ້າພະເຈົ້າ? ດັ່ງທີ່ເປັນໄປກັບທຸກຄົນທີ່ຈະກັບໃຈ, ເພິ່ນກໍໄດ້ຮັບການປິ່ນປົວທາງວິນຍານ ຂະນະທີ່ເພິ່ນໄດ້ສະແຫວງຫາ ແລະ ໄດ້ຮັບພອນເພາະຍ້ອນການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ເພິ່ນໄດ້ຮັບການປົດບາບ ແລະ ບັດນີ້ກໍກຳລັງລໍຖ້າການຟື້ນຄືນຊີວິດທີ່ໜ້າອັດສະຈັນ. ອັກຄະສາວົກໂປໂລ ໄດ້ສິດສອນວ່າ, “ດ້ວຍວ່າ, ຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ, ຄົນທັງປວງກໍຈະຖືກຊົງບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ.”8 ທ່ານກໍເຫັນວ່າ, ຂ້າພະເຈົ້າໄດ້ກ່າວຕໍ່ພຣະຜູ້ຊ່ວຍໃຫ້ລອດວ່າ, “ພວກຂ້ານ້ອຍໄດ້ພາພໍ່ມາຫາພຣະອົງເພື່ອຮັບການປິ່ນປົວ,” ແລະ ບັດນີ້ ມັນແຈ່ມແຈ້ງຕໍ່ຂ້າພະເຈົ້າວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ປິ່ນປົວເພິ່ນແລ້ວ. ຫວ້ານຢາທີ່ກີເລອາດໃຊ້ໄດ້ຜົນກັບຄອບຄົວນຽວສັນ—ມັນບໍ່ໄດ້ເປັນໄປຕາມວິທີທາງທີ່ພວກເຮົາໄດ້ຄິດວ່າຈະເປັນ, ແຕ່ໃນວິທີທາງທີ່ສຳຄັນຫລາຍກວ່ານັ້ນ ທີ່ໄດ້ເປັນພອນ ແລະ ສືບຕໍ່ເປັນພອນໃຫ້ແກ່ຊີວິດຂອງພວກເຮົາຕໍ່ໄປ.
ໃນ ໂຢຮັນ ບົດທີ 6 ຂອງພຣະຄຳພີໃໝ່, ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດການມະຫັດສະຈັນທີ່ໜ້າສົນໃຈທີ່ສຸດ. ດ້ວຍປາສອງສາມໂຕ ແລະ ເຂົ້າຈີ່ສີ່ຫ້າກ້ອນ, ພຣະຜູ້ຊ່ວຍໃຫ້ລອດໄດ້ລ້ຽງອາຫານຜູ້ຄົນຈຳນວນ 5,000 ຄົນ. ຂ້າພະເຈົ້າໄດ້ອ່ານເລື່ອງລາວນີ້ຫລາຍເທື່ອແລ້ວ, ແຕ່ຍັງມີສ່ວນໜຶ່ງຂອງປະສົບການນັ້ນທີ່ຂ້າພະເຈົ້າໄດ້ພາດໄປທີ່ບັດນີ້ກໍມີຄວາມໝາຍຫລາຍຕໍ່ຂ້າພະເຈົ້າ. ຫລັງຈາກພຣະຜູ້ຊ່ວຍໃຫ້ລອດໄດ້ລ້ຽງອາຫານຜູ້ຄົນຈຳນວນ 5,000 ຄົນ, ພຣະອົງໄດ້ບອກສານຸສິດຂອງພຣະອົງໃຫ້ເກັບເອົາຈຳນວນທີ່ເຫລືອນັ້ນ, ຊຶ່ງໄດ້ເປັນຈຳນວນ 12 ກະບຸງ. ຂ້າພະເຈົ້າໄດ້ຄິດວ່າ ເປັນຫຍັງພຣະຜູ້ຊ່ວຍໃຫ້ລອດຈຶ່ງໃຊ້ເວລາເຮັດສິ່ງນັ້ນ. ມັນແຈ່ມແຈ້ງຕໍ່ຂ້າພະເຈົ້າວ່າ ບົດຮຽນບົດໜຶ່ງທີ່ເຮົາສາມາດຮຽນຮູ້ຈາກເຫດການນັ້ນກໍຄືວ່າ: ພຣະອົງສາມາດລ້ຽງອາຫານ 5,000 ຄົນ ແລະ ແລ້ວຍັງມີຈຳນວນທີ່ເຫລືອຢູ່. “ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງ.”9 ອຳນາດແຫ່ງການໄຖ່ ແລະ ການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດປົກຄຸມບາບ, ບາດແຜ, ຫລື ການທົດລອງໃດໆ—ບໍ່ວ່າຈະໃຫຍ່ ຫລື ຍາກລຳບາກເທົ່າໃດກໍຕາມ—ແລະ ຍັງມີຈຳນວນທີ່ເຫລືອຢູ່ອີກຫລາຍ. ພຣະຄຸນຂອງພຣະອົງມີພຽງພໍ.
ດ້ວຍຄວາມຮູ້ນັ້ນ, ເຮົາສາມາດກ້າວໄປໜ້າໄດ້ ດ້ວຍສັດທາ, ໂດຍຮູ້ວ່າ ເມື່ອຊ່ວງເວລາທີ່ຍາກລຳບາກມາເຖິງ—ແລະ ແນ່ນອນວ່າມັນຈະມາເຖິງ—ຫລື ເມື່ອບາບອ້ອມຮອບຊີວິດຂອງເຮົາໄວ້, ພຣະຜູ້ຊ່ວຍໃຫ້ລອດຈະຢືນຢູ່ “ພ້ອມດ້ວຍການປິ່ນປົວ,”10 ເຊື້ອເຊີນເຮົາໃຫ້ມາຫາພຣະອົງ.
ຂ້າພະເຈົ້າເປັນພະຍານຕໍ່ທ່ານເຖິງ ຫວ້ານຢາທີ່ກີເລອາດ, ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ, ພຣະຜູ້ໄຖ່ຂອງເຮົາ, ແລະ ເຖິງອຳນາດແຫ່ງການປິ່ນປົວທີ່ອັດສະຈັນຂອງພຣະອົງ. ຂ້າພະເຈົ້າເປັນພະຍານເຖິງຄວາມປາດຖະໜາຂອງພຣະອົງທີ່ຈະປິ່ນປົວທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.