ຈົ່ງມາຫາພຣະຄຣິດ ແລະ ຢ່າມາຄົນດຽວ
ວິທີທີ່ດີທີ່ສຸດສຳລັບພວກເຈົ້າທີ່ຈະພັດທະນາໂລກຄື ທີ່ຈະກະກຽມໂລກສຳລັບພຣະຄຣິດ ໂດຍການເຊື້ອເຊີນທຸກຄົນໃຫ້ຕິດຕາມພຣະອົງ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບຈົດໝາຍຈາກຍິງໜຸ່ມທີ່ມັກສອບຖາມຄົນໜຶ່ງ. ນາງໄດ້ຂຽນວ່າ: “ຂ້ານ້ອຍຮູ້ສຶກວ່າ ບໍ່ມີຄວາມກ້າວໜ້າ. … ຂ້ານ້ອຍບໍ່ແນ່ໃຈວ່າຂ້ານ້ອຍເປັນໃຜ, ແຕ່ຮູ້ສຶກວ່າ ຂ້ານ້ອຍຢູ່ທີ່ນີ້ເພື່ອຈຸດປະສົງນິລັນດອນທີ່ຍິ່ງໃຫຍ່.”
ທ່ານເຄີຍມີຄວາມປາດຖະໜາຢາກເຂົ້າໃຈຈຸດປະສົງຂອງຊີວິດບໍ, ສົງໄສຖ້າຫາກວ່າພຣະບິດາເທິງສະຫວັນຮູ້ຈັກວ່າທ່ານເປັນໃຜ ແລະ ຖ້າຫາກວ່າພຣະອົງຕ້ອງການທ່ານບໍ? ຊາວໜຸ່ມທີ່ຮັກແພງຂອງຂ້າພະເຈົ້າ, ແລະ ຕໍ່ທຸກຄົນ, ຂ້າພະເຈົ້າເປັນພະຍານວ່າຄຳຕອບນັ້ນແມ່ນວ່າ ເຄີຍ! ພຣະຜູ້ເປັນເຈົ້າມີແຜນສຳລັບພວກເຈົ້າ! ພຣະອົງໄດ້ກະກຽມພວກເຈົ້າສຳລັບວັນເວລານີ້, ດຽວນີ້, ເພື່ອເປັນພະລັງ ແລະ ກຳລັງສຳລັບຄວາມດີຢູ່ໃນວຽກງານທີ່ຍິ່ງໃຫຍ່ຂອງພຣະອົງ. ພວກເຮົາຕ້ອງການພວກເຈົ້າ! ມັນຈະບໍ່ຍິ່ງໃຫຍ່ເທົ່າໃດຖ້າປາດສະຈາກພວກເຈົ້າ!
ພາຍໃຕ້ສະຖານະການທີ່ສັກສິດ, ສາດສະດາທີ່ຮັກຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ຄັ້ງໜຶ່ງໄດ້ເຕືອນໃຈຂ້າພະເຈົ້າເຖິງຄວາມຈິງສອງຢ່າງທີ່ເປັນພື້ນຖານຕໍ່ວຽກງານທີ່ຍິ່ງໃຫຍ່ ແລະ ຮຸ່ງໂລດຂອງພວກເຈົ້າ.
ຂະນະທີ່ຂ້າພະເຈົ້ານັ່ງຢູ່ຕັ່ງສະລົ້ງກັບສາມີຂອງຂ້າພະເຈົ້າ, ສາດສະດາຂອງເຮົາໄດ້ດຶງເອົາຕັ່ງຂອງເພິ່ນມາໃກ້, ຫົວເຂົ່າເກືອບແຕະຫົວເຂົ່າຂອງພວກເຮົາ, ແລະ ໄດ້ຫລຽວເບິ່ງພວກເຮົາດ້ວຍສາຍຕາທີ່ຮູ້ສຶກໄວສີຟ້າຂອງເພິ່ນ. ຂ້າພະເຈົ້າບໍ່ແນ່ໃຈຖ້າຫາກວ່າຫົວໃຈຂອງຂ້າພະເຈົ້າເຕັ້ນຢູ່ໄວໆ ຫລື ວ່າໄດ້ຢຸດເຕັ້ນໄປເສຍແລ້ວ ຕອນທີ່ເພິ່ນໄດ້ເອີ້ນໃຫ້ຂ້າພະເຈົ້າຮັບໃຊ້ເປັນປະທານອົງການຍິງໜຸ່ມສາມັນ. ເພິ່ນໄດ້ຖາມຄຳຖາມທີ່ຍັງດັງກ້ອງຢູ່ໃນຫົວໃຈຂອງຂ້າພະເຈົ້າວ່າ, “ບອນນີ, ແມ່ນຫຍັງຄືສິ່ງທີ່ສຳຄັນທີ່ສຸດທີ່ [ຊາວໜຸ່ມ] ຕ້ອງຮູ້?”
ຂ້າພະເຈົ້າໄດ້ໄຕ່ຕອງບຶດໜຶ່ງ ແລະ ເວົ້າວ່າ “ພວກເຂົາຕ້ອງຮູ້ວ່າ ພວກເຂົາເປັນໃຜ.”
“ແມ່ນແລ້ວ!” ເພິ່ນໄດ້ກ່າວ, “ແລະ ພວກເຂົາຕ້ອງຮູ້ຈຸດປະສົງຂອງພວກເຂົາ.”
ເອກະລັກແຫ່ງສະຫວັນຂອງເຮົາ
ພວກເຈົ້າເປັນທີ່ທະນຸຖະໜອມ, ເປັນລູກທີ່ຮັກຫອມຂອງພຣະບິດາເທິງສະຫວັນ. ພຣະອົງຮັກພວກເຈົ້າຢ່າງສົມບູນ ຈົນພຣະອົງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດມາ, ເພື່ອຊົດໃຊ້ແທນພວກເຈົ້າ ແລະ ຂ້າພະເຈົ້າ.1 ຄວາມຮັກທີ່ພຣະຜູ້ຊ່ວຍໃຫ້ລອດມີໃຫ້ພວກເຈົ້ານັ້ນບໍ່ລົ້ມເຫລວ—ເຖິງແມ່ນເມື່ອເຮົາລົ້ມເຫລວ! ບໍ່ມີຫຍັງສາມາດແຍກເຮົາຈາກຄວາມຮັກຂອງພຣະເຈົ້າໄດ້.2 ການຈົດຈຳຄວາມຮັກນີ້ ຈະສາມາດຊ່ວຍພວກເຈົ້າໃຫ້ກີດກັນຄວາມສັບສົນຂອງໂລກ ທີ່ພະຍາຍາມເຮັດໃຫ້ຄວາມໝັ້ນໃຈຂອງພວກເຈົ້າອ່ອນແອລົງ ໃນເອກະລັກແຫ່ງສະຫວັນຂອງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າບໍ່ເຫັນສັກກະຍະພາບຂອງພວກເຈົ້າ.
ຢູ່ທີ່ກອງປະຊຸມສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ຂ້າພະເຈົ້າໄດ້ພົບຍິງໜຸ່ມສອງຄົນທີ່ໄດ້ດີ້ນລົນ. ຍິງໜຸ່ມທັງສອງໄດ້ກ່າວເຖິງການຫັນໄປຫາປິຕຸພອນຂອງຕົນ ເພື່ອຄົ້ນຫາຄວາມຮັກ ແລະ ການຊີ້ນຳຂອງພຣະຜູ້ເປັນເຈົ້າອີກຄັ້ງ ສຳລັບພວກນາງເປັນສ່ວນຕົວ. ໃຫ້ຊອກຫາປິຕຸພອນຂອງພວກເຈົ້າ, ເປົ່າຂີ້ຝຸ່ນອອກຖ້າຈຳເປັນ, ແຕ່ໃຫ້ສຶກສາມັນເລື້ອຍໆ. ຖ້າຫາກພວກເຈົ້າບໍ່ມີປິຕຸພອນ, ກໍໃຫ້ໄປຂໍ—ໃນໄວໆນີ້. ຢ່າລັງເລທີ່ຈະຊອກຫາສິ່ງທີ່ພຣະຜູ້ເປັນເຈົ້າຢາກບອກພວກເຈົ້າໃນເວລານີ້ ກ່ຽວກັບວ່າພວກເຈົ້າເປັນໃຜກັນແທ້.
ຈຸດປະສົງນິລັນດອນຂອງເຮົາ
ຄວາມຈິງຢ່າງທີສອງທີ່ປະທານແນວສັນໄດ້ກ່າວກັບພວກເຮົາໃນມື້ນັ້ນແມ່ນ ຄືການຮູ້ຈັກຈຸດປະສົງຂອງເຮົາ. ນີ້ແມ່ນພາລະອັນຍິ່ງໃຫຍ່ ແລະ ມີກຽດຂອງເຮົາ.
ເມື່ອຫລາຍປີກ່ອນ, ລູກຊາຍຂອງຂ້າພະເຈົ້າ ທ້າວແທນເນີ ມີອາຍຸປະມານຫ້າປີ ຕອນລາວໄດ້ຫລິ້ນເກມເຕະບານເທື່ອທຳອິດຂອງລາວ. ລາວກໍຕື່ນເຕັ້ນຫລາຍ!
ຕອນພວກເຮົາໄດ້ໄປເຖິງບ່ອນຫລິ້ນເກມ, ພວກເຮົາໄດ້ເຫັນວ່າ ທີມຂອງລາວໄດ້ໃຊ້ເປົ້າບານມາດຕະຖານ—ບໍ່ແມ່ນເປົ້າບານນ້ອຍໆທີ່ຍົກຍ້າຍໄປມາໄດ້ ແຕ່ເປັນເປົ້າບານໃຫຍ່ໆ ທີ່ເບິ່ງຄືວ່າໃຫຍ່ເກີນໄປສຳລັບເດັກນ້ອຍອາຍຸຫ້າປີ.
ເບິ່ງຄືວ່າເກມນີ້ເປັນແບບເລື່ອງເລົ່າໃນນິຍາຍ ຂະນະທີ່ຂ້າພະເຈົ້າຫລຽວເບິ່ງທ້າວແທນເນີເຂົ້າປະຈຳທີ່ເປັນນາຍຍາມປະຕູເປົ້າ. ຂ້າພະເຈົ້າກໍແປກໃຈຫລາຍ. ລາວເຂົ້າໃຈຈຸດປະສົງຂອງລາວໃນການເຝົ້າປະຕູນັ້ນແທ້ບໍ?
ສຽງໝາກຫວີດດັງຂຶ້ນ, ແລະ ພວກເຮົາກໍຕື່ນເຕັ້ນໄປນຳການແຂ່ງຂັນນັ້ນ ຈົນລືມທ້າວແທນເນີ. ໃນທັນໃດນັ້ນຄົນໜຶ່ງຂອງທີມກັງກັນຂ້າມໄດ້ໝາກບານ ແລະ ເຕະມັນໄປໄວໆຫາລາວ. ຂ້າພະເຈົ້າໄດ້ຫລຽວໄປທາງທ້າວແທນເນີ ເພື່ອໃຫ້ແນ່ໃຈວ່າ ລາວຢືນຢູ່ ແລະ ພ້ອມແລ້ວທີ່ຈະປົກປ້ອງເປົ້າ. ຂ້າພະເຈົ້າໄດ້ເຫັນບາງສິ່ງທີ່ຂ້າພະເຈົ້າບໍ່ຄາດຄິດ.
ໃນລະຫວ່າງຈຸດໃດຈຸດໜຶ່ງໃນເກມນັ້ນ, ທ້າວແທນເນີໃຈລອຍໄປທາງອື່ນ ແລະ ໄດ້ເອົາແຂນຊ້າຍຂອງລາວສອດສານເຂົ້າໄປໃນຫລາຍໆຮູຂອງຕາໜ່າງເປົ້າ. ແລ້ວລາວກໍໄດ້ເຮັດແບບດຽວກັນນັ້ນກັບແຂນຂວາຂອງລາວ. ແລ້ວກັບຂາຊ້າຍ. ໃນທີ່ສຸດ, ກັບຂາຂວາຂອງລາວ. ທ້າວແທນເນີກໍຄາຢູ່ໃນຕາໜ່າງເປົ້ານັ້ນ. ລາວໄດ້ລືມຈຸດປະສົງຂອງລາວ ແລະ ສິ່ງທີ່ລາວຖືກມອບໝາຍໃຫ້ເຮັດ.
ເຖິງແມ່ນວ່າອາຊີບເຕະບານຂອງທ້າວແທນເນີບໍ່ກຸ້ມດົນ, ແຕ່ບົດຮຽນຂອງລາວສຳລັບຂ້າພະເຈົ້າໃນມື້ນັ້ນຈະບໍ່ຈືດຈາງໄປຈາກຄວາມຊົງຈຳຂອງຂ້າພະເຈົ້າ. ເປັນບາງຄັ້ງບາງຄາວ ເຮົາທຸກຄົນກໍຈະໃຈລອຍ ລືມໄປວ່າເຮົາມາເຮັດຫຍັງຢູ່ນີ້ ແລະ ຫັນພະລັງຂອງເຮົາໄປບ່ອນອື່ນ. ອາວຸດທີ່ມີພະລັງທີ່ສຸດຂອງຊາຕານ ແມ່ນການລົບກວນເຮົາດ້ວຍເຫດຜົນທີ່ດີ ແລະ ດີກວ່າ ຊຶ່ງ, ໃນເວລາທີ່ເຮົາຕ້ອງການ, ອາດເຮັດໃຫ້ເຮົາຕາບອດ ແລະ ຜູກມັດເຮົາໃຫ້ຫ່າງຈາກອຸດົມການທີ່ດີທີ່ສຸດ—ວຽກງານສະເພາະເຈາະຈົງນັ້ນ ທີ່ເອີ້ນເຮົາເຂົ້າມາໃນໂລກນີ້.3
ຈຸດປະສົງນິລັນດອນຂອງເຮົາ ແມ່ນເພື່ອມາຫາພຣະຄຣິດ ແລະ ເຂົ້າຮ່ວມກັບພຣະອົງຢ່າງແຂງຂັນ ໃນວຽກງານອັນຍິ່ງໃຫຍ່ຂອງພຣະອົງ. ມັນງ່າຍເທົ່າກັບຕອນເຮັດຕາມທີ່ປະທານແນວສັນໄດ້ສິດສອນ ທີ່ວ່າ: “ທຸກເທື່ອທີ່ເຮົາເຮັດບາງສິ່ງທີ່ຊ່ວຍບາງຄົນ … ໃຫ້ເຮັດ ແລະ ຮັກສາພັນທະສັນຍາຂອງເຂົາເຈົ້າກັບພຣະເຈົ້າ, ເຮົາໄດ້ຊ່ວຍເຕົ້າໂຮມອິດສະຣາເອນ.”4 ແລະ ເມື່ອເຮົາເຮັດວຽກງານຂອງພຣະອົງນຳພຣະອົງ, ເຮົາຈະຮູ້ຈັກພຣະອົງຫລາຍຂຶ້ນ.
ເຮົາຈະສືບຕໍ່ສະແຫວງຫາທີ່ຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນຜ່ານທາງສັດທາ, ການກັບໃຈທີ່ທະນຸຖະໜອມ, ແລະ ການຮັກສາພຣະບັນຍັດ. ເມື່ອເຮົາຜູກມັດຕົວເອງໄວ້ກັບພຣະອົງ ຜ່ານທາງພັນທະສັນຍາ ແລະ ພິທີການ, ຊີວິດຂອງເຮົາຈະເຕັມໄປດ້ວຍຄວາມເຊື່ອໝັ້ນ,5 ການປົກປ້ອງ,6 ແລະ ຄວາມຊື່ນຊົມທີ່ເລິກເຊິ່ງ ແລະ ຍືນຍົງ.7
ເມື່ອເຮົາມາຫາພຣະອົງ, ເຮົາຈະເບິ່ງຄົນອື່ນຜ່ານທາງພຣະເນດຂອງພຣະອົງ.8 ຈົ່ງມາຫາພຣະຄຣິດ. ຈົ່ງມາດຽວນີ້, ແຕ່ຢ່າມາຄົນດຽວ!9
ພຣະກິດຕິຄຸນຂອງພຣະເຢຊູຄຣິດບໍ່ພຽງແຕ່ເປັນສິ່ງທີ່ ດີງາມ ເທົ່ານັ້ນ, ມັນເປັນສິ່ງທີ່ ຈຳເປັນ ສຳລັບທຸກຄົນ. “ບໍ່ມີທາງອື່ນ ຫລື ວິທີອື່ນໃດທີ່ມະນຸດຈະລອດໄດ້, ມີແຕ່ໃນ ແລະ ໂດຍທາງພຣະຄຣິດເທົ່ານັ້ນ.”10 ເຮົາຕ້ອງການພຣະເຢຊູຄຣິດ! ຊາວໂລກຕ້ອງການພຣະເຢຊູຄຣິດ.11
ຈົ່ງຈື່ຈຳວ່າ, ວິທີທີ່ດີທີ່ສຸດສຳລັບພວກເຈົ້າທີ່ຈະພັດທະນາໂລກຄື ທີ່ຈະກະກຽມໂລກສຳລັບພຣະຄຣິດ ໂດຍການຕິດຕາມພຣະອົງໃນເວລານີ້.
ມີເລື່ອງໜຶ່ງຢູ່ໃນພຣະຄຳພີມໍມອນທີ່ມີພະລັງ ຊຶ່ງກ່າວເຖິງຕອນທີ່ພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນພຣະຊົນໄດ້ໃຊ້ເວລາຢູ່ກັບຊາວນີໄຟ. ພວກເຈົ້າສາມາດຈິນຕະນາການໄດ້ບໍວ່ານັ້ນຈະເປັນແບບໃດ?
ຂະນະທີ່ພຣະຄຣິດໄດ້ປະກາດວ່າ ພຣະອົງຕ້ອງສະເດັດກັບໄປຫາພຣະບິດາ, “ພຣະອົງໄດ້ທອດພຣະເນດເບິ່ງຝູງຊົນ ໂດຍຮອບອີກ.”12 ໂດຍທີ່ເຫັນຜູ້ຄົນຫລັ່ງນ້ຳຕາ, ພຣະອົງໄດ້ຮູ້ວ່າ ຫົວໃຈຂອງເຂົາເຈົ້າປາດຖະໜາຢາກໃຫ້ພຣະອົງຢູ່ກັບເຂົາເຈົ້າຕື່ມອີກໜ້ອຍໜຶ່ງ.
ພຣະອົງໄດ້ຖາມວ່າ “ມີຜູ້ໃດເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ່? ຈົ່ງນຳເອົາພວກເຂົາມານີ້. ມີຜູ້ໃດທີ່ເປັນລ່ອຍ, ຫລື ຕາບອດ, … ຫລື ຫູໜວກ, ຫລື ເປັນທຸກອັນໃດບໍ່? ຈົ່ງນຳເອົາພວກເຂົາມານີ້ ແລະ ເຮົາຈະປິ່ນປົວພວກເຂົາ.”13
ໂດຍທີ່ມີຄວາມເຫັນອົກເຫັນໃຈຢ່າງຍິ່ງ, ພຣະອົງບໍ່ໄດ້ຈຳກັດ ແລະ ໄດ້ເອີ້ນຫາທຸກຄົນທີ່ “ເປັນທຸກອັນໃດ.” ຂ້າພະເຈົ້າມັກຫລາຍທີ່ວ່າບໍ່ມີຫຍັງທີ່ໃຫຍ່ ຫລື ນ້ອຍເກີນໄປສຳລັບພຣະອົງທີ່ຈະປິ່ນປົວ.
ພຣະອົງຮູ້ຈັກຄວາມທຸກທໍລະມານ ຂອງເຮົາ ນຳອີກ ແລະ ເອີ້ນໃຫ້ນຳທຸກຄົນທີ່ກັງວົນ ແລະ ກຸ້ມໃຈ, ຜູ້ທີ່ອິດເມື່ອຍ, ຜູ້ທີ່ທະນົງຕົວ, ຜູ້ທີ່ເຂົ້າໃຈຜິດ, ຜູ້ທີ່ໂດດດ່ຽວດຽວດາຍ, ຫລື ຜູ້ທີ່ “ເປັນທຸກອັນໃດ” ມາຫາພຣະອົງ.
ແລະ ທຸກຄົນ “ໄດ້ອອກໄປ … ; ແລະ ພຣະອົງໄດ້ປິ່ນປົວພວກເຂົາທຸກຄົນ. …
“… ທັງຜູ້ທີ່ໄດ້ຮັບການປິ່ນປົວ ແລະ ຜູ້ມີສຸຂະພາບແຂງແຮງ, [ໄດ້] ກົ້ມຂາບລົງແທບພຣະບາດ ແລະ ໄດ້ນະມັດສະການພຣະອົງ.”14
ທຸກເທື່ອທີ່ຂ້າພະເຈົ້າອ່ານເລື່ອງນີ້, ຂ້າພະເຈົ້າໄດ້ຖາມຕົວເອງວ່າ: ເຮົາຈະນຳໃຜມາຫາພຣະຄຣິດ? ພວກເຈົ້າ ຈະນຳໃຜມາ?
ເຮົາສາມາດຫລຽວ ເບິ່ງອີກຮອບ ດັ່ງທີ່ພຣະອົງເຮັດໄດ້ບໍ, ດັ່ງທີ່ພຣະເຢຊູໄດ້ເຮັດ, ເພື່ອຈະໃຫ້ແນ່ໃຈວ່າ ເຮົາບໍ່ໄດ້ພາດໃຜໄປ ແລະ ທຸກຄົນກໍຖືກເຊື້ອເຊີນໃຫ້ມາຮູ້ຈັກພຣະອົງ?
ຂ້າພະເຈົ້າຂໍເລົ່າເລື່ອງໜຶ່ງ ເພື່ອເປັນຕົວຢ່າງວ່າມັນງ່າຍເທົ່າໃດ. ເພື່ອນອາຍຸ 15 ປີ ຂອງຂ້າພະເຈົ້າຊື່ ເພຕັນ ໄດ້ມີເປົ້າໝາຍທີ່ຈະອ່ານພຣະຄຳພີຫ້າຂໍ້ຕອນກິນເຂົ້າເຊົ້າແຕ່ລະມື້, ແຕ່ນາງບໍ່ໄດ້ເຮັດຄົນດຽວ. ໂດຍການຫລຽວເບິ່ງອີກຮອບ, ນາງເພຕັນໄດ້ເຊື້ອເຊີນພໍ່ແມ່ ແລະ ອ້າຍເອື້ອຍນ້ອງຂອງນາງ, ແມ່ນແຕ່ນ້ອງຊາຍຜູ້ມີອາຍຸຫ້າປີ. ການກະທຳທີ່ເບິ່ງຄືວ່ານ້ອຍໆນີ້ ເປັນສິ່ງທີ່ພຣະຄຣິດໄດ້ສິດສອນເມື່ອພຣະອົງໄດ້ເຊື້ອເຊີນວ່າ “ຈົ່ງນຳເອົາພວກເຂົາມານີ້.”
ຄຳເຊື້ອເຊີນຈາກພຣະຜູ້ເປັນເຈົ້າກໍຍັງຖືກສະເໜີມອບໃຫ້ແກ່ເຮົາຢູ່ໃນເວລານີ້. ຍິງໜຸ່ມ ແລະ ຊາຍໜຸ່ມທັງຫລາຍ, ໃຫ້ເລີ່ມຕົ້ນໃນເວລານີ້ເລີຍ, ໃນບ້ານເຮືອນຂອງພວກເຈົ້າເອງ. ພວກເຈົ້າຈະອະທິຖານ ແລະ ທູນຖາມພຣະບິດາເທິງສະຫວັນບໍ່ ເຖິງວິທີທີ່ ພວກເຈົ້າ ຈະສາມາດຊ່ວຍເຫລືອ ພໍ່ແມ່ຂອງພວກເຈົ້າ ຂະນະທີ່ພວກເພິ່ນສືບຕໍ່ມາຫາພຣະຄຣິດ? ພວກເພິ່ນຕ້ອງການພວກເຈົ້າຫລາຍ ເທົ່າກັບທີ່ພວກເຈົ້າຕ້ອງການພວກເພິ່ນ.
ແລ້ວໃຫ້ ຫລຽວເບິ່ງອີກຮອບ ຫາອ້າຍເອື້ອຍນ້ອງ, ໝູ່ເພື່ອນ, ແລະ ເພື່ອນບ້ານຂອງພວກເຈົ້າ. ພວກເຈົ້າຈະນຳໃຜມາຫາພຣະຄຣິດ?
ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນພະຍານວ່າ, “ຈົ່ງເບິ່ງ ເຮົາຄືຄວາມສະຫວ່າງ; ເຮົາໄດ້ເຮັດເປັນຕົວຢ່າງໄວ້ໃຫ້ເຈົ້າແລ້ວ.”15 ເຮົາຈະຮູ້ສຶກເຖິງຄວາມຮັກ ແລະ ສັນຕິສຸກຂອງພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ເຮົາຊ່ວຍພຣະອົງໃນການຊ່ວຍຄອບຄົວຂອງພຣະເຈົ້າໃຫ້ໄດ້ຮັບຄວາມລອດ, ເພາະພຣະອົງໄດ້ສັນຍາວ່າ, “ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”16
ນີ້ຊ່າງເປັນວັນເວລາອັນຮຸ່ງໂລດແທ້ໆ ທີ່ຈະເປັນພາກສ່ວນໃນອຸດົມການຂອງພຣະຄຣິດ!
ແມ່ນແລ້ວ, ພວກເຈົ້າຢູ່ທີ່ນີ້ເພື່ອ ຈຸດປະສົງນິລັນດອນທີ່ຍິ່ງໃຫຍ່. ຂ້າພະເຈົ້າຮ່ວມກັບປະທານແນວສັນ, ຜູ້ທີ່ໄດ້ກ່າວວ່າ: “ພຣະຜູ້ເປັນເຈົ້າຕ້ອງການທ່ານ ເພື່ອປ່ຽນແປງໂລກ. ເມື່ອທ່ານຍອມຮັບ ແລະ ເຮັດຕາມພຣະປະສົງຂອງພຣະອົງ, ແລ້ວທ່ານຈະພົບເຫັນຕົວເອງ ບັນລຸສິ່ງທີ່ເປັນໄປບໍ່ໄດ້!”17
ຂ້າພະເຈົ້າເປັນພະຍານຢ່າງອາດຫານວ່າ ພຣະຜູ້ເປັນເຈົ້າຮູ້ວ່າພວກເຈົ້າເປັນໃຜ ແລະ ພຣະອົງຮັກພວກເຈົ້າ! ພ້ອມກັນ, ເຮົາຈະເຮັດໃຫ້ຈຸດປະສົງຂອງພຣະອົງກ້າວໄປໜ້າ ຈົນເຖິງວັນທີ່ຍິ່ງໃຫຍ່ນັ້ນ ເມື່ອພຣະຄຣິດເອງຈະສະເດັດກັບມາຍັງໂລກ ແລະ ເອີ້ນໃຫ້ເຮົາແຕ່ລະຄົນມາ “ນີ້.” ເຮົາຈະເຕົ້າໂຮມກັນຢ່າງຊື່ນຊົມ, ເພາະເຮົາເປັນຜູ້ທີ່ມາຫາພຣະຄຣິດ, ແລະ ເຮົາບໍ່ໄດ້ມາຄົນດຽວ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.