ຄວາມເຫັນອົກເຫັນໃຈທີ່ຍືນຍົງຂອງພຣະຜູ້ຊ່ວຍໃຫ້ລອດ
ການສະແດງຄວາມເຫັນອົກເຫັນໃຈຕໍ່ຄົນອື່ນແມ່ນແກ່ນສານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຫລັກທຳທີ່ໂດດເດັ່ນທີ່ສຸດຂໍ້ໜຶ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກຄື ການປະຕິບັດຕໍ່ຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ. ຂໍໃຫ້ເຮົາສະທ້ອນຄິດເຖິງຫລັກທຳຂໍ້ນີ້ ແລະ ພາກປະຕິບັດຂອງມັນໂດຍການພິຈາລະນາເລື່ອງລາວຂອງການຢ້ຽມຢາມຂອງພຣະເຢຊູຢູ່ທີ່ບ້ານຂອງຊີໂມນ ຄົນຟາຣີຊາຍ.
ພຣະທຳລູກາບອກເລົ່າວ່າ ຜູ້ຍິງຄົນໜຶ່ງ, ທີ່ຖືວ່າເປັນຄົນບາບ, ໄດ້ເຂົ້າໄປໃນບ້ານຂອງຊີໂມນຕອນທີ່ພຣະເຢຊູກໍໄດ້ຢູ່ທີ່ນັ້ນ. ດ້ວຍຄວາມສຳນຶກຜິດ, ຜູ້ຍິງຄົນນັ້ນໄດ້ເຂົ້າໄປໃກ້ພຣະເຢຊູ, ໄດ້ລ້າງພຣະບາດຂອງພຣະອົງດ້ວຍນ້ຳຕາຂອງນາງ, ເຊັດພຣະບາດດ້ວຍຜົມຂອງນາງ, ແລະ ແລ້ວໄດ້ຈູບ ແລະ ຫົດສົງພຣະບາດດ້ວຍນ້ຳມັນຫອມພິເສດ.1 ເຈົ້າພາບຜູ້ທະນົງຕົວ, ຜູ້ທີ່ຖືວ່າຕົນເອງດີກວ່ານາງທາງດ້ານສິນທຳ, ໄດ້ຄິດຢູ່ໃນໃຈດ້ວຍຄຳຕຳນິ ແລະ ຄວາມອວດອົ່ງວ່າ, “ຖ້າຜູ້ນີ້ ແມ່ນ [ສາດສະດາ] ແທ້ ເພິ່ນຄົງຮູ້ວ່າຍິງທີ່ກຳລັງແຕະຕ້ອງຕົນນັ້ນເປັນຜູ້ໃດ ເພິ່ນຄົງຮູ້ວ່າ: ນາງເປັນຄົນຊົ່ວ.”2
ທັດສະນະຄະຕິທີ່ຄິດວ່າຕົນດີກວ່າຄົນອື່ນຂອງຄົນຟາຣີຊາຍໄດ້ນຳພາລາວໄປຕັດສິນທັງພຣະເຢຊູ ແລະ ຜູ້ຍິງຄົນນັ້ນຢ່າງບໍ່ທ່ຽງທຳ. ແຕ່ໃນຄວາມຮອບຮູ້ທຸກຢ່າງຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ຮູ້ເຖິງຄວາມຄິດຂອງຊີໂມນ ແລະ, ດ້ວຍປັນຍາທີ່ຍິ່ງໃຫຍ່, ໄດ້ທ້າທາຍທັດສະນະທີ່ວາງຕົວຂອງຊີໂມນ, ແລະ ທັງໄດ້ຕັກເຕືອນລາວສຳລັບການຂາດຄວາມສຸພາບຮຽບຮ້ອຍຂອງລາວໃນການຕ້ອນຮັບແຂກພິເສດ ດັ່ງພຣະຜູ້ຊ່ວຍໃຫ້ລອດເຂົ້າໄປໃນບ້ານຂອງລາວ. ແທ້ຈິງແລ້ວ, ການຕຳນິຄົນຟາຣີຊາຍໂດຍກົງຂອງພຣະເຢຊູໄດ້ເປັນພະຍານວ່າ ແທ້ຈິງແລ້ວ ພຣະເຢຊູໄດ້ເປັນຜູ້ຄອບຄອງຂອງປະທານແຫ່ງການທຳນາຍ ແລະ ວ່າຜູ້ຍິງຄົນນັ້ນ, ດ້ວຍຫົວໃຈທີ່ຖ່ອມ ແລະ ສຳນຶກຜິດ, ໄດ້ກັບໃຈ ແລະ ໄດ້ຮັບການໃຫ້ອະໄພສຳລັບບາບຂອງນາງ.3
ດັ່ງຫລາຍໆເຫດການລະຫວ່າງການປະຕິບັດສາດສະໜາກິດຂອງພຣະເຢຊູຢູ່ເທິງໂລກ, ເລື່ອງລາວນີ້ກໍສະແດງໃຫ້ເຫັນອີກວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດຢ່າງເຫັນອົກເຫັນໃຈຕໍ່ທຸກຄົນ ຜູ້ທີ່ໄດ້ມາຫາພຣະອົງ—ປາດສະຈາກຄວາມແຕກຕ່າງ—ແລະ ໂດຍພິເສດສຸດແມ່ນຕໍ່ຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຂອງພຣະອົງຫລາຍທີ່ສຸດ. ຄວາມສຳນຶກຜິດ ແລະ ຄວາມຮັກທີ່ຄາລະວະທີ່ຜູ້ຍິງຄົນນັ້ນໄດ້ສະແດງຕໍ່ພຣະເຢຊູກໍໄດ້ເປັນຫລັກຖານເຖິງການກັບໃຈ ແລະ ຄວາມປາດຖະໜາທີ່ຈິງໃຈຂອງນາງທີ່ຈະໄດ້ຮັບການປົດບາບຂອງນາງ. ເຖິງຢ່າງໃດກໍຕາມ, ຄວາມຄິດວ່າຕົນດີກວ່າຄົນອື່ນຂອງຊີໂມນ, ຄຽງຄູ່ດ້ວຍຫົວໃຈທີ່ແຂງກະດ້າງຂອງລາວ,4 ໄດ້ກີດກັນລາວຈາກການສະແດງຄວາມເຂົ້າອົກເຂົ້າໃຈກັບຄົນທີ່ໄດ້ກັບໃຈແລ້ວຄົນນັ້ນ, ແລະ ລາວຍັງໄດ້ປະຕິບັດຕໍ່ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກດ້ວຍຄວາມບໍ່ສົນໃຈ ແລະ ການດູຖູກ. ທັດສະນະຄະຕິຂອງລາວໄດ້ເປີດເຜີຍວ່າ ວິຖີຊີວິດຂອງລາວບໍ່ມີຫຍັງຫລາຍໄປກວ່າການຮັກສາກົດລະບຽບທີ່ເຄັ່ງຄັດ ແລະ ຕາມກົດເກນເທົ່ານັ້ນ ແລະ ການສະແດງອອກພາຍນອກເຖິງຄວາມເຊື່ອໝັ້ນຂອງລາວ ຜ່ານທາງການໂອ້ອວດຕົນເອງ ແລະ ຄວາມບໍລິສຸດທີ່ຈອມປອມ.5
ການປະຕິບັດສາດສະໜາກິດທີ່ເຫັນອົກເຫັນໃຈ ແລະ ເປັນສ່ວນຕົວຂອງພຣະເຢຊູໃນເລື່ອງນີ້ ສະແດງໃຫ້ເຫັນແບບຢ່າງທີ່ສົມບູນແບບຂອງວິທີທີ່ເຮົາຄວນປະຕິບັດຕໍ່ເພື່ອນບ້ານຂອງເຮົາ. ພຣະຄຳພີກໍມີຕົວຢ່າງຈົນນັບບໍ່ຖ້ວນເຖິງວິທີທີ່ພຣະຜູ້ຊ່ວຍໃຫ້ລອດຖືກດົນໃຈໂດຍຄວາມເຫັນອົກເຫັນໃຈທີ່ເລິກເຊິ່ງຂອງພຣະອົງ ແລະ ຍືນຍົງ, ໄດ້ປະຕິບັດຕໍ່ຜູ້ຄົນໃນວັນເວລາຂອງພຣະອົງ ແລະ ໄດ້ຊ່ວຍເຫລືອຜູ້ທີ່ທົນທຸກທໍລະມານ ແລະ ຜູ້ທີ່ “ກັງວົນເປັນທຸກໃຈ ແລະ ຂາດທີ່ເພິ່ງເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ.”6 ພຣະອົງໄດ້ຍື່ນພຣະຫັດແຫ່ງຄວາມເມດຕາຂອງພຣະອົງອອກໄປຫາຜູ້ທີ່ຕ້ອງການ ການບັນເທົາທຸກຈາກພາລະໜັກຂອງພວກເຂົາ, ທັງທາງຮ່າງກາຍ ແລະ ທາງວິນຍານ.7
ທັດສະນະຄະຕິທີ່ເຫັນອົກເຫັນໃຈຂອງພຣະເຢຊູແມ່ນອີງຕາມຄວາມໃຈບຸນ,8 ນັ້ນຄື, ຢູ່ໃນຄວາມຮັກທີ່ບໍລິສຸດ ແລະ ສົມບູນແບບຂອງພຣະອົງ, ຊຶ່ງເປັນຈຸດໃຈກາງທີ່ສຳຄັນຂອງການເສຍສະລະຊົດໃຊ້ຂອງພຣະອົງ. ຄວາມເຫັນອົກເຫັນໃຈເປັນບຸກຄະລິກລັກສະນະພື້ນຖານຂອງຜູ້ຄົນທີ່ພະຍາຍາມໄດ້ຮັບການຊຳລະໃຫ້ສະອາດ ແລະ ຄຸນນະພາບແຫ່ງສະຫວັນນີ້ຜູກພັນກັບຄຸນສົມບັດອື່ນໆຂອງຊາວຄຣິດ ດັ່ງເຊັ່ນ ການເປັນທຸກກັບຄົນທີ່ເປັນທຸກ ແລະ ການມີຄວາມເຂົ້າອົກເຂົ້າໃຈ, ຄວາມເມດຕາ, ແລະ ຄວາມດີ.9 ການສະແດງອອກເຖິງຄວາມເຫັນອົກເຫັນໃຈຕໍ່ຄົນອື່ນ, ແທ້ຈິງແລ້ວ, ເປັນຈຸດໃຈກາງທີ່ສຳຄັນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ເປັນຫລັກຖານຂອງຄວາມໃກ້ຊິດທາງວິນຍານ ແລະ ອາລົມຂອງເຮົາກັບພຣະຜູ້ຊ່ວຍໃຫ້ລອດ. ຍິ່ງໄປກວ່ານັ້ນ, ມັນສະແດງເຖິງລະດັບຂອງອິດທິພົນທີ່ພຣະອົງມີໃນວິຖີຊີວິດຂອງເຮົາ ແລະ ສະແດງໃຫ້ເຫັນສັກກະຍະພາບຂອງວິນຍານຂອງເຮົາ.
ມັນມີຄວາມໝາຍທີ່ຈະສັງເກດເຫັນວ່າ ການກະທຳທີ່ເຫັນອົກເຫັນໃຈຂອງພຣະເຢຊູນັ້ນບໍ່ໄດ້ເປັນການສະແດງໃຫ້ປະຈັກເປັນບາງຄັ້ງບາງຄາວ ຫລື ຖືກຮຽກຮ້ອງໃຫ້ເຮັດ, ອີງຕາມລາຍການຂອງວຽກງານທີ່ຕ້ອງສຳເລັດ, ແຕ່ມັນເປັນການສະແດງອອກປະຈຳວັນເຖິງຄວາມເປັນຈິງຂອງຄວາມຮັກອັນບໍລິສຸດຂອງພຣະອົງແດ່ພຣະເຈົ້າ ແລະ ລູກໆຂອງພຣະອົງ ແລະ ຄວາມປາດຖະໜາທີ່ຍືນຍົງຂອງພຣະອົງທີ່ຈະຊ່ວຍເຫລືອພວກເຂົາ.
ພຣະເຢຊູສາມາດບົ່ງບອກເຖິງຄວາມຕ້ອງການຂອງຜູ້ຄົນໄດ້ ແມ່ນແຕ່ໃນໄລຍະຫ່າງໄກ. ດັ່ງນັ້ນ, ມັນຈຶ່ງບໍ່ເປັນເລື່ອງແປກ, ຍົກຕົວຢ່າງ, ທັນທີທີ່ໄດ້ໂຜດຮັກສາຄົນຮັບໃຊ້ຂອງນາຍທະຫານຄົນໜຶ່ງແລ້ວ,10 ພຣະເຢຊູໄດ້ເດີນທາງຈາກເມືອງກາເປນາອູມໄປຍັງເມືອງໜຶ່ງຊື່ວ່າ ນາອິນ. ຢູ່ທີ່ນັ້ນພຣະເຢຊູໄດ້ເຮັດການມະຫັດສະຈັນທີ່ລະອຽດອ່ອນທີ່ສຸດຢ່າງໜຶ່ງໃນການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ ເມື່ອພຣະອົງໄດ້ບັນຊາໃຫ້ຊາຍໜຸ່ມຄົນໜຶ່ງທີ່ເສຍຊີວິດແລ້ວ, ລູກຊາຍຄົນດຽວຂອງແມ່ໝ້າຍຄົນໜຶ່ງ, ໃຫ້ກັບມາມີຊີວິດ. ພຣະເຢຊູບໍ່ພຽງແຕ່ຮູ້ເຖິງຄວາມທຸກທໍລະມານທີ່ໜັກໜ່ວງຂອງແມ່ທີ່ໜ້າສົງສານຄົນນັ້ນ ແຕ່ຍັງຮູ້ສະຖານະການທີ່ຍາກລຳບາກໃນຊີວິດຂອງນາງນຳອີກ, ແລະ ພຣະອົງຮູ້ສຶກມີຄວາມເຫັນອົກເຫັນໃຈທີ່ຈິງແທ້ໃຫ້ແກ່ນາງ.11
ເໝືອນດັ່ງຍິງບາບຄົນນັ້ນ ແລະ ແມ່ໝ້າຍທີ່ເມືອງນາອິນ, ຫລາຍໆຄົນທີ່ຢູ່ໃນຊີວິດຂອງເຮົາກໍສະແຫວງຫາການປອບໂຍນ, ຄວາມສົນໃຈ, ການເປັນພາກສ່ວນ, ແລະ ຄວາມຊ່ວຍເຫລືອໃດໆກໍຕາມທີ່ເຮົາສາມາດມອບໃຫ້ເຂົາເຈົ້າໄດ້. ເຮົາທຸກຄົນສາມາດເປັນເຄື່ອງມືໃນພຣະຫັດຂອງພຣະຜູ້ເປັນເຈົ້າ ແລະ ກະທຳຢ່າງເຫັນອົກເຫັນໃຈຕໍ່ຜູ້ທີ່ມີຄວາມຕ້ອງການ, ດັ່ງທີ່ພຣະເຢຊູໄດ້ກະທຳ.
ຂ້າພະເຈົ້າຮູ້ຈັກເດັກຍິງຄົນໜຶ່ງທີ່ໄດ້ເກີດມາພ້ອມດ້ວຍສົບ ແລະ ເພດານປາກແຫວ່ງທີ່ຮ້າຍແຮງ. ນາງຕ້ອງໄດ້ຮັບການຜ່າຕັດເທື່ອທຳອິດໃນຈຳນວນການຜ່າຕັດຫລາຍເທື່ອໃນມື້ທີສອງຂອງຊີວິດນາງ. ໂດຍທີ່ມີຄວາມເຫັນອົກເຫັນໃຈທີ່ແທ້ຈິງຕໍ່ຜູ້ທີ່ປະສົບການທ້າທາຍແບບດຽວກັນນີ້, ເດັກຍິງຄົນນີ້ ແລະ ພໍ່ແມ່ຂອງນາງໄດ້ສະແຫວງຫາທີ່ຈະໃຫ້ການສະໜັບສະໜູນ, ຄວາມເຂົ້າໃຈ, ແລະ ການຊ່ວຍເຫລືອທາງດ້ານອາລົມແກ່ຄົນອື່ນທີ່ຕ້ອງຮັບມືກັບຄວາມເປັນຈິງທີ່ຫຍຸ້ງຍາກນີ້. ເຂົາເຈົ້າໄດ້ຂຽນຫາຂ້າພະເຈົ້າເມື່ອບໍ່ດົນມານີ້ ແລະ ບອກວ່າ: “ຜ່ານການທ້າທາຍຂອງລູກສາວຂອງພວກເຮົາ, ພວກເຮົາໄດ້ມີໂອກາດພົບປະຜູ້ຄົນທີ່ດີເລີດຫລາຍໆຄົນ ທີ່ຕ້ອງການ ການປອບໂຍນ, ການສະໜັບສະໜູນ, ແລະ ກຳລັງໃຈ. ເມື່ອບໍ່ດົນມານີ້, ລູກສາວຂອງພວກເຮົາ, ຜູ້ທີ່ດຽວນີ້ມີອາຍຸ 11 ປີ, ໄດ້ເວົ້າລົມກັບພໍ່ແມ່ຂອງແອນ້ອຍຄົນໜຶ່ງທີ່ມີການທ້າທາຍແບບດຽວກັນນີ້. ໃນລະຫວ່າງການສົນທະນານັ້ນ, ລູກສາວຂອງພວກເຮົາໄດ້ຖອດໜ້າກາກປິດປາກທີ່ນາງໃສ່ຢູ່ເພາະການລະບາດ ອອກບຶດໜຶ່ງເພື່ອວ່າພໍ່ແມ່ຄູ່ນັ້ນຈະເຫັນໄດ້ວ່າຍັງມີຄວາມຫວັງຢູ່, ເຖິງແມ່ນວ່າແອນ້ອຍຄົນນັ້ນຍັງຕ້ອງໃຊ້ເວລາອີກນານໃນສອງສາມປີຂ້າງໜ້າເພື່ອແກ້ໄຂບັນຫາ. ພວກເຮົາຮູ້ສຶກກະຕັນຍູຫລາຍສຳລັບໂອກາດທີ່ຈະສະແດງຄວາມເຂົ້າອົກເຂົ້າໃຈຕໍ່ຜູ້ຄົນທີ່ທົນທຸກ, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດກະທຳເພື່ອເຮົາ. ພວກເຮົາຮູ້ສຶກວ່າ ພວກເຮົາໄດ້ລົດຜ່ອນຄວາມເຈັບປວດຂອງພວກເຮົາທຸກໆເທື່ອທີ່ພວກເຮົາໃຫ້ການບັນເທົາຄວາມເຈັບປວດຂອງຄົນອື່ນ.”
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂະນະທີ່ເຮົາພະຍາຍາມທີ່ຈະລວມເອົາທັດສະນະຄະຕິແຫ່ງຄວາມເຫັນອົກເຫັນໃຈເຂົ້າມາໃນຊີວິດຂອງເຮົາ, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງ, ເຮົາຈະມີຄວາມຮູ້ສຶກໄວຕໍ່ຄວາມຕ້ອງການຂອງຜູ້ຄົນຫລາຍຂຶ້ນ. ດ້ວຍຄວາມຮູ້ສຶກໄວທີ່ມີຫລາຍຂຶ້ນນັ້ນ, ຄວາມຮູ້ສຶກສົນໃຈ ແລະ ຄວາມຮັກທີ່ຈິງແທ້ຈະມີອິດທິພົນຕໍ່ທຸກການກະທຳຂອງເຮົາ. ພຣະຜູ້ເປັນເຈົ້າຈະຮັບຮູ້ຄວາມພະຍາຍາມຂອງເຮົາ, ແລະ ເຮົາຈະໄດ້ຮັບພອນຢ່າງແນ່ນອນດ້ວຍໂອກາດທີ່ຈະເປັນເຄື່ອງມືໃນພຣະຫັດຂອງພຣະອົງ ໃນການເຮັດໃຫ້ຫົວໃຈອ່ອນລົງ ແລະ ນຳເອົາການບັນເທົາທຸກມາໃຫ້ຜູ້ມີ “ມືທີ່ອ່ອນເພຍ.”12
ຄຳຕັກເຕືອນຂອງພຣະເຢຊູຕໍ່ຊີໂມນຄົນຟາຣີຊາຍກໍໄດ້ເຮັດໃຫ້ມັນຊັດເຈນວ່າ ເຮົາບໍ່ຄວນຕັດສິນເພື່ອນບ້ານຂອງເຮົາຢ່າງຮຸນແຮງ ແລະ ໂຫດຮ້າຍ ເພາະວ່າເຮົາທຸກຄົນກໍຕ້ອງການຄວາມເຂົ້າໃຈ ແລະ ຄວາມເມດຕາສຳລັບຂໍ້ບົກພ່ອງຂອງເຮົາຈາກພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ. ນີ້ບໍ່ແມ່ນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນໃນອີກໂອກາດໜຶ່ງບໍ ເມື່ອພຣະອົງໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແຕ່ໄມ້ທັງທ່ອນຢູ່ໃນຕາຂອງເຈົ້າເອງແລ້ວເຈົ້າບໍ່ເຫັນ?”13
ເຮົາຕ້ອງພິຈາລະນາວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈສະຖານະການທັງໝົດທີ່ເປັນສ່ວນປະກອບຕໍ່ທັດສະນະຄະຕິ ຫລື ປະຕິກິລິຍາຂອງຜູ້ໃດຜູ້ໜຶ່ງ. ພາບປະກົດພາຍນອກກໍເປັນສິ່ງທີ່ຫລອກລວງໄດ້ ແລະ ສ່ວນຫລາຍແລ້ວກໍບໍ່ໄດ້ເປັນຕົວແທນໃຫ້ແກ່ການວັດແທກທີ່ຖືກຕ້ອງຂອງພຶດຕິກຳຂອງຜູ້ໃດຜູ້ໜຶ່ງ. ແຕກຕ່າງຈາກທ່ານ ແລະ ຂ້າພະເຈົ້າ, ພຣະຄຣິດສາມາດເຫັນໄດ້ຢ່າງແຈ້ງຊັດໃນທຸກໆດ້ານຂອງສະພາບການໃດໜຶ່ງໂດຍສະເພາະ.14 ແມ່ນແຕ່ເມື່ອຮູ້ຄວາມອ່ອນແອທັງໝົດຂອງເຮົາດັ່ງທີ່ພຣະອົງຮູ້, ພຣະຜູ້ຊ່ວຍໃຫ້ລອດຍັງບໍ່ກ່າວໂທດເຮົາຢ່າງຮ້າຍແຮງ ແຕ່ໄດ້ຊ່ວຍເຮົາຕໍ່ໄປຢ່າງເຫັນອົກເຫັນໃຈ, ຊ່ວຍເຮົາເອົາທ່ອນໄມ້ອອກໄປຈາກຕາຂອງເຮົາ. ພຣະເຢຊູເບິ່ງພາຍໃນຈິດໃຈສະເໝີ, ແລະ ບໍ່ແມ່ນຕາມທີ່ເຫັນພາຍນອກ.15 ພຣະອົງເອງໄດ້ປະກາດວ່າ, “ຢ່າຕັດສິນຕາມທີ່ເຫັນພາຍນອກ.”16
ບັດນີ້, ໃຫ້ພິຈາລະນາຄຳແນະນຳທີ່ສະຫລາດຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ສານຸສິດສິບສອງຄົນຊາວນີໄຟ ກ່ຽວກັບຄຳຖາມນີ້:
“ແລະ ຈົ່ງຮູ້ໄວ້ວ່າ ເຈົ້າຈະເປັນຜູ້ພິພາກສາຂອງຜູ້ຄົນພວກນີ້, ຕາມການພິພາກສາຊຶ່ງເຮົາຈະມອບໃຫ້ແກ່ເຈົ້າ, ຊຶ່ງຈະຍຸດຕິທຳ. ສະນັ້ນ, ເຈົ້າຄວນເປັນຄົນແນວໃດ? ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນດັ່ງທີ່ເຮົາເປັນ.”17
“ສະນັ້ນ ເຮົາຈຶ່ງຢາກໃຫ້ເຈົ້າດີພ້ອມຄືກັນກັບເຮົາ, ຫລື ພຣະບິດາຂອງເຈົ້າ ຜູ້ປະທັບຢູ່ໃນສະຫວັນຊົງດີພ້ອມ.”18
ໃນສະພາບການນີ້, ພຣະຜູ້ເປັນເຈົ້າຈະຕັດສິນຜູ້ຄົນທີ່ມັກຕັດສິນຂໍ້ບົກພ່ອງ ທີ່ຄາດວ່າເປັນຂອງຄົນອື່ນຢ່າງບໍ່ຊອບທຳ. ເພື່ອຈະເຮັດໃຫ້ຕົວເຮົາເອງເໝາະສົມທີ່ຈະຕັດສິນຢ່າງຊອບທຳ, ເຮົາຕ້ອງພະຍາຍາມທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ ແລະ ມອງເບິ່ງຄວາມບົກພ່ອງຂອງບຸກຄົນຢ່າງເຫັນອົກເຫັນໃຈ, ແມ່ນແຕ່ໃນທາງດຽວກັນກັບທີ່ພຣະອົງມອງເບິ່ງ. ໂດຍພິຈາລະນາວ່າເຮົາຍັງຢູ່ໄກກ່ອນຈະບັນລຸເຖິງຄວາມດີພ້ອມ, ບາງທີມັນກໍຈະດີກວ່າຖ້າຫາກເຮົາຈະນັ່ງລົງທີ່ພຣະບາດຂອງພຣະເຢຊູ ແລະ ອ້ອນວອນຂໍຄວາມເມດຕາສຳລັບຄວາມບົກພ່ອງຂອງເຮົາເອງ, ດັ່ງທີ່ຜູ້ຍິງທີ່ກັບໃຈຄົນນັ້ນໄດ້ເຮັດຢູ່ໃນບ້ານຂອງຄົນຟາຣີຊາຍ, ແລະ ບໍ່ໃຊ້ເວລາ ແລະ ກຳລັງຫລາຍສຸມໃສ່ສິ່ງທີ່ຄິດວ່າເປັນຄວາມບົກພ່ອງຂອງຄົນອື່ນ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ຂະນະທີ່ເຮົາພະຍາຍາມລວມເອົາຕົວຢ່າງແຫ່ງຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ວຍໃຫ້ລອດເຂົ້າມາໃນຊີວິດຂອງເຮົາ, ຄວາມສາມາດຂອງເຮົາທີ່ຈະຍົກຍ້ອງຄຸນນະທຳຂອງເພື່ອນບ້ານຂອງເຮົາຈະເພີ່ມທະວີຂຶ້ນ ແລະ ສັນຊາດຕະຍານທຳມະຊາດຂອງເຮົາທີ່ຈະຕັດສິນຄວາມບົກພ່ອງຂອງເຂົາເຈົ້າກໍຈະລົດນ້ອຍລົງ. ຄວາມສຳພັນທີ່ໃກ້ຊິດຂອງເຮົາກັບພຣະເຈົ້າຈະແໜ້ນແຟ້ນຫລາຍຂຶ້ນ, ແລະ ແນ່ນອນວ່າຊີວິດຂອງເຮົາຈະຫວານຊື່ນກວ່າເກົ່າ, ຄວາມຮູ້ສຶກຂອງເຮົາກໍຈະອ່ອນໂຍນຫລາຍຂຶ້ນ, ແລະ ເຮົາຈະພົບແຫລ່ງຂອງຄວາມສຸກທີ່ບໍ່ມີວັນສິ້ນສຸດ. ເຮົາຈະເປັນທີ່ຮູ້ຈັກກັນວ່າ ຄົນທີ່ສ້າງຄວາມສະຫງົບສຸກ,19 ຊຶ່ງຖ້ອຍຄຳຂອງເຮົານັ້ນແມ່ນນິ້ມນວນດັ່ງນ້ຳຄ້າງໃນຕອນເຊົ້າຂອງລະດູໃບໄມ້ປົ່ງ.
ຂ້າພະເຈົ້າອະທິຖານວ່າ ເຮົາຈະກາຍເປັນຄົນທີ່ອົດທົນດົນນານ ແລະ ເຂົ້າໃຈຄົນອື່ນຫລາຍຂຶ້ນ ແລະ ວ່າຄວາມເມດຕາຂອງພຣະຜູ້ເປັນເຈົ້າ, ໃນຄວາມອ່ອນໂຍນທີ່ສົມບູນແບບ, ຈະປອບໂຍນຄວາມບໍ່ອົດທົນຂອງເຮົາກັບຄວາມບົກພ່ອງຂອງເຂົາເຈົ້າ. ນີ້ຄືການເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ເຮົາ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນ. ພຣະອົງເປັນແບບຢ່າງທີ່ສົມບູນແບບຂອງການເປັນສານຸສິດທີ່ມີຄວາມເມດຕາ ແລະ ອົດທົນ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.