ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໂດຍ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


8:59

ໂດຍ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ

ເຮົາ​ຄວນ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ​ຕໍ່​ຄວາມ​ທຸກ​ຂອງ​ເຮົາ? ເຮົາ​ຮູ້​ສຶກ​ຂອບ​ພຣະ​ຄຸນ​ຫລື​ບໍ່ ຍ້ອນ​ວ່າ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພອນ​ຂອງ​ເຮົາ​ຫລາຍ​ກວ່າ​ບັນ​ຫາ​ຂອງ​ເຮົາ?

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ໄດ້​ເປັນ​ໜຶ່ງ​ໃນ​ຫລາຍໆ​ການ​ທົດ​ລອງ ແລະ ການ​ທ້າ​ທາຍ​ທີ່​ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ປະ​ເຊີນ​ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ​ຂອງ​ໂລກ. ໃນ​ຕົ້ນ​ປີ​ນີ້, ຄອບ​ຄົວ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຜ່ານ​ຜ່າ​ວັນ​ເວ​ລາ​ທີ່​ມືດ​ມົນ. ການ​ແຜ່​ລະ​ບາດ ແລະ ສາ​ເຫດ​ອື່ນໆ​ໄດ້​ນຳ​ຄວາມ​ຕາຍ ແລະ ຄວາມ​ເຈັບ​ປວດ​ມາ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຮົາ ເພາະ​ການ​ຈາກ​ໄປ​ຂອງ​ຄົນ​ທີ່​ພວກ​ເຮົາ​ຮັກ​ບາງ​ຄົນ. ເຖິງ​ແມ່ນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ທາງ​ການ​ແພດ, ໄດ້​ຖື​ສິນ​ອົດ​ເຂົ້າ, ແລະ ອະ​ທິ​ຖານ, ຕະ​ຫລອດ​ເວ​ລາ​ຫ້າ​ອາ​ທິດ ແຕ່​ຊາ​ລີ ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ຊູ​ສີ ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຈິມ​ມີ ອ້າຍ​ເຂີຍ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ຂ້າມ​ໄປ​ຫາ​ຟາກ​ມ່ານ​ເບື້ອງ​ນັ້ນ.

ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ກໍ​ສົງ​ໄສ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ກັນ​ແສງ ຕອນ​ທີ່​ພຣະ​ອົງ​ເຫັນ​ນາງ​ມາ​ຣີ​ເຈັບ​ປວດ​ໃຈ​ຍ້ອນ​ການ​ຕາຍ​ຂອງ​ລາ​ຊາ​ໂຣ ນ້ອງ​ຊາຍ​ຂອງ​ນາງ, ເຖິງ​ແມ່ນ​ພຣະ​ອົງ​ຮູ້​ວ່າ​ພຣະ​ອົງ​ມີ​ອຳ​ນາດ​ທີ່​ຈະ​ເຮັດ​ໃຫ້​ລາ​ຊາ​ໂຣ​ຄືນ​ມີ​ຊີ​ວິດ ແລະ ຮູ້​ວ່າ​ອີກ​ຈັກ​ໜ່ອຍ ພຣະ​ອົງ​ຈະ​ໃຊ້​ອຳ​ນາດ​ຂອງ​ພຣະ​ອົງ​ເພື່ອ​ຊ່ວຍ​ໝູ່​ຂອງ​ພຣະ​ອົງ​ຈາກ​ຄວາມ​ຕາຍ.1 ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ຫລາດ​ໃຈ​ກັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ນາງ​ມາ​ຣີ; ພຣະ​ອົງ​ເຂົ້າ​ໃຈ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ເກີນ​ກວ່າ​ຈະ​ອະ​ທິ​ບາຍ​ໄດ້ ທີ່​ນາງ​ມາ​ຣີ​ຮູ້​ສຶກ​ກັບ​ການ​ຕາຍ​ຂອງ​ລາ​ຊາ​ໂຣ ນ້ອງ​ຊາຍ​ຂອງ​ນາງ.

ເຮົາ​ກໍ​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ແສນ​ສາ​ຫັດ​ເຊັ່ນ​ດຽວ​ກັນ ເມື່ອ​ເຮົາ​ປະ​ສົບ​ກັບ​ການ​ແຍກ​ຈາກ​ກັນ​ຊົ່ວ​ຄາວ ຈາກ​ຄົນ​ທີ່​ເຮົາ​ຮັກ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ສົມ​ບູນ​ແບບ​ຕໍ່​ເຮົາ. ພຣະ​ອົງ​ບໍ່​ໄດ້​ໂທດ​ເຮົາ​ສຳ​ລັບ​ຄວາມ​ສາຍ​ຕາ​ສັ້ນ​ຂອງ​ເຮົາ, ຫລື ຂີດ​ຈຳ​ກັດ​ໃນ​ການ​ເບິ່ງ​ເຫັນ​ເສັ້ນ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ກົງ​ກັນ​ຂ້າມ, ພຣະ​ອົງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັບ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ.2 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, … ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ.”3

ຕອນ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ, ຂ້າ​ພະ​ເຈົ້າ​ຈື່​ຕອນ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໜ້າ​ອັດ​ສະ​ຈັນ​ຜູ້​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ນັບ​ຖື ໄດ້​ຮັບ​ຂ່າວ​ຮ້າຍ. ແມ່ ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​ເຫດ​ທີ່​ໜ້າ​ສະ​ຫລົດ​ໃຈ. ປະ​ທານ​ເຜີຍ​ແຜ່​ໄດ້​ສະ​ເໜີ​ທາງ​ເລືອກ​ໃຫ້​ແອວ​ເດີ​ຜູ້​ນີ້​ກັບ​ບ້ານ​ເພື່ອ​ໄປ​ຮ່ວມ​ງານ​ສົບ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ທີ່​ໄດ້​ລົມ​ກັບ​ພໍ່​ຂອງ​ລາວ​ທາງ​ໂທ​ລະ​ສັບ, ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່​ຕໍ່ ແລະ ສຳ​ເລັດ​ການ​ເຜີຍ​ແຜ່​ຂອງ​ລາວ.

ການ​ຢ້ຽມ​ຢາມ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ໂຮງ​ໝໍ

ຫລັງ​ຈາກ​ນັ້ນ​ບໍ່​ດົນ, ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ຮັບ​ໃຊ້​ໃນ​ເຂດ​ດຽວ​ກັນ​ນັ້ນ, ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ໄດ້​ຮັບ​ໂທ​ລະ​ສັບ​ສຸກ​ເສີນ; ພວກ​ໂຈນ​ໄດ້​ລັກ​ເອົາ​ລົດ​ຖີບ​ທີ່​ເປັນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ດຽວ​ກັນ​ນີ້ ແລະ ໄດ້​ທຳ​ຮ້າຍ​ລາວ​ດ້ວຍ​ມີດ. ລາວ ແລະ ຄູ່​ສອນ​ຂອງ​ລາວ​ຕ້ອງ​ໄດ້​ຍ່າງ​ໄປ​ໂຮງ​ໝໍ​ທີ່​ຢູ່​ໃກ້​ທີ່​ສຸດ, ບ່ອນ​ທີ່​ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ໄປ​ພົບ​ກັບ​ພວກ​ເຂົາ​ເຈົ້າ. ລະ​ຫວ່າງ​ທາງ​ໄປ​ໂຮງ​ໝໍ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເສົ້າ​ໃຈ​ນຳ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້. ຂ້າ​ພະ​ເຈົ້າ​ຈິນ​ຕະ​ນາ​ການ​ວ່າ ລາວ​ຄົງ​ທໍ້​ແທ້​ໃຈ​ຫລາຍ​ທີ່​ສຸດ ແລະ ແນ່​ນອນ, ຫລັງ​ຈາກ​ປະ​ສົບ​ການ​ທີ່​ສະ​ເທືອນ​ໃຈ​ເທື່ອ​ນີ້, ລາວ​ຄົງ​ຈະ​ຢາກ​ກັບ​ບ້ານ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ພວກ​ເຮົາ​ໄປ​ຮອດ​ໂຮງ​ໝໍ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້​ນອນ​ຢູ່​ເທິງ​ຕຽງ, ກຳ​ລັງ​ຖ້າ​ເຂົ້າ​ຫ້ອງ​ຜ່າ​ຕັດ—ແລະ ລາວ​ກຳ​ລັງ​ຍິ້ມ​ຢູ່. ຂ້າ​ພະ​ເຈົ້າ​ຄິດ​ວ່າ, “ລາວ​ສາ​ມາດ​ຍິ້ມ​ໃນ​ເວ​ລາ​ແບບ​ນີ້​ໄດ້​ແນວ​ໃດ?” ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ພັກ​ຟື້ນ​ຢູ່​ໂຮງ​ໝໍ, ລາວ​ໄດ້​ຢາຍ​ແຜ່ນ​ພັບ ແລະ ປຶ້ມ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ພວກ​ໝໍ, ນາງ​ພະ​ຍາ​ບານ, ແລະ ຄົນ​ເຈັບ​ອື່ນໆ. ແມ່ນ​ແຕ່​ໃນ​ການ​ທົດ​ລອງ​ເຊັ່ນ​ນີ້, ລາວ​ບໍ່​ໄດ້​ຢາກ​ກັບ​ບ້ານ​ເລີຍ. ກົງ​ກັນ​ຂ້າມ, ລາວ​ໄດ້​ຮັບ​ໃຊ້​ຈົນ​ເຖິງ​ມື້​ສຸດ​ທ້າຍ​ຂອງ​ການ​ເຜີຍ​ແຜ່​ຂອງ​ລາວ​ດ້ວຍ​ສັດ​ທາ, ດ້ວຍ​ພະ​ລັງ, ດ້ວຍ​ຄວາມ​ເຂັ້ມ​ແຂງ, ແລະ ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ.

ໃນ​ຕອນ​ຕົ້ນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ນີ​ໄຟ​ໄດ້​ກ່າວ​ວ່າ, “ໂດຍ​ທີ່​ເຫັນ​ຄວາມ​ທຸກ​ຫລາຍ​ຢ່າງ​ໃນ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຢ່າງ​ໃດ​ກໍ​ຕາມ ໂດຍ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ.”4

ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ການ​ທົດ​ລອງ​ຫລາຍໆ​ຢ່າງ​ທີ່​ນີ​ໄຟ​ໄດ້​ປະ​ເຊີນ, ຊຶ່ງ​ຫລາຍ​ຢ່າງ​ເຫລົ່າ​ນັ້ນ​ໄດ້​ຖືກ​ລວມ​ໄວ້​ຢູ່​ໃນ​ງານ​ຂຽນ​ຂອງ​ເພິ່ນ. ການ​ທົດ​ລອງ​ຂອງ​ເພິ່ນ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ ເຮົາ​ທຸກ​ຄົນ​ເຄີຍ​ໄດ້​ຜ່ານ​ຜ່າ​ວັນ​ເວ​ລາ​ທີ່​ມືດ​ມົນ​ຂອງ​ເຮົາ​ເອງ. ໜຶ່ງ​ໃນ​ຈຳ​ນວນ​ການ​ທົດ​ລອງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ເມື່ອ​ນີ​ໄຟ​ໄດ້​ຖືກ​ບັນ​ຊາ​ໃຫ້​ກັບ​ຄືນ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ທີ່​ລາ​ບານ​ມີ​ຢູ່​ໃນ​ຄວາມ​ຄອບ​ຄອງ​ຂອງ​ລາວ. ພວກ​ອ້າຍ​ຂອງ​ນີ​ໄຟ​ເປັນ​ຄົນ​ທີ່​ມີ​ສັດ​ທາ​ໜ້ອຍ, ແລະ ພວກ​ເຂົາ​ຍັງ​ໄດ້​ຕີ​ນີ​ໄຟ​ດ້ວຍ​ທ່ອນ​ໄມ້​ນຳ​ອີກ. ນີ​ໄຟ​ໄດ້​ປະ​ເຊີນ​ກັບ​ການ​ທົດ​ລອງ​ອີກ​ຢ່າງ​ໜຶ່ງ ເມື່ອ​ຄັນ​ທະ​ນູ​ຂອງ​ເພິ່ນ​ຫັກ ແລະ ບໍ່​ສາ​ມາດ​ຫາ​ອາ​ຫານ​ມາ​ໃຫ້​ຄອບ​ຄົວ​ໄດ້. ຕໍ່​ມາ, ເມື່ອ​ນີ​ໄຟ​ໄດ້​ຖືກ​ບັນ​ຊາ​ໃຫ້​ສ້າງ​ເຮືອ, ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ເພິ່ນ ແລະ ປະ​ຕິ​ເສດ​ບໍ່​ຊ່ວຍ​ເຫລືອ​ເພິ່ນ. ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ທົດ​ລອງ​ເຫລົ່າ​ນີ້ ແລະ ອື່ນໆ​ອີກ​ຫລາຍ​ຢ່າງ​ໃນ​ຊ່ວງ​ຊີ​ວິດ​ຂອງ​ເພິ່ນ, ແຕ່​ນີ​ໄຟ​ກໍ​ຍັງ​ຮັບ​ຮູ້​ເຖິງ​ຄວາມ​ດີ​ງາມ​ຂອງ​ພຣະ​ເຈົ້າ​ຢູ່​ສະ​ເໝີ.

ນີ​ໄຟ​ຖືກ​ມັດ​ຢູ່​ໃນ​ເຮືອ

ໃນ​ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ເພິ່ນ​ກຳ​ລັງ​ຂ້າມ​ມະ​ຫາ​ສະ​ໝຸດ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ນັ້ນ, ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ນີ​ໄຟ​ໄດ້ “ເລີ່ມ​ຫາ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ຕົນ​ເອງ,” ເວົ້າ​ຄຳ​ຫຍາບ​ຄາຍ, ແລະ ລືມ​ໄປ​ວ່າ​ແມ່ນ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ທີ່​ຮັກ​ສາ​ພວກ​ເຂົາ​ໄວ້. ເມື່ອ​ນີ​ໄຟ​ກ່າວ​ຕິ​ຕຽນ​ພວກ​ເຂົາ, ພວກ​ເຂົາ​ກໍ​ຂຸ່ນ​ເຄືອງ​ໃຈ ແລະ ມັດ​ເພິ່ນ​ດ້ວຍ​ເຊືອກ​ຈົນ​ເພິ່ນ​ເໜັງ​ບໍ່​ໄດ້. ພຣະ​ຄຳ​ພີ​ມໍ​ມອນ​ລະ​ບຸ​ວ່າ ພວກ​ອ້າຍ​ຂອງ​ເພິ່ນ “ໄດ້​ເຮັດ​ຮຸນ​ແຮງ​ຕໍ່ [ເພິ່ນ]”; ຂໍ້​ແຂນ ແລະ ຂໍ້​ຂາ​ຂອງ​ເພິ່ນ “ກໍ​ບວມ​ຊ້ຳ​ຫລາຍ​ຄື​ກັນ ແລະ ຄວາມ​ເຈັບ​ປວດ​ກໍ​ທະ​ວີ​ຂຶ້ນ.”5 ນີ​ໄຟ​ໄດ້​ໂສກ​ເສົ້າ ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ອ້າຍ​ຂອງ​ເພິ່ນ ແລະ ບາງ​ຄັ້ງ​ກໍ​ຮູ້​ສຶກ​ເສົ້າ​ໃຈ​ຢ່າງ​ໜັກ.6 “ເຖິງ​ຢ່າງ​ໃດ​ກໍ​ຕາມ”, ເພິ່ນ​ປະ​ກາດ, “ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ຫາ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ສັນ​ລະ​ເສີນ​ພຣະ​ອົງ​ຕະ​ຫລອດ​ທັງ​ວັນ; ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ.”7

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ຄວນ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ​ຕໍ່​ຄວາມ​ທຸກ​ຂອງ​ເຮົາ? ເຮົາ​ຈະ​ເວົ້າ​ຈົ່ມ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຍ້ອນ​ຄວາມ​ທຸກ​ນັ້ນ​ບໍ? ຫລື, ເຊັ່ນ​ດຽວ​ກັບ​ນີ​ໄຟ ແລະ ອະ​ດີດ​ໝູ່​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ, ເຮົາຮູ້​ສຶກ​ຂອບ​ພຣະ​ຄຸນ​ຫລື​ບໍ່ ດ້ວຍ​ຖ້ອຍ​ຄຳ, ຄວາມ​ຄິດ, ແລະ ການ​ກະ​ທຳ ຍ້ອນ​ວ່າ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພອນ​ຂອງ​ເຮົາ​ຫລາຍ​ກວ່າ​ບັນ​ຫາ​ຂອງ​ເຮົາ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ ໄດ້​ເປັນ​ຕົວ​ຢ່າງ​ໃຫ້​ເຮົາ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຍາກ​ລຳ​ບາກ ແລະ ການ​ທົດ​ລອງ, ມີ​ສອງ​ສາມ​ຢ່າງ​ທີ່​ສາ​ມາດ​ນຳ​ສັນ​ຕິ​ສຸກ ແລະ ຄວາມ​ເພິ່ງ​ພໍ​ໃຈ​ມາ​ໃຫ້​ເຮົາ​ຫລາຍ​ໄປ​ກວ່າ​ການ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ດ້ວຍ​ກັນ. ພຣະ​ທຳ​ມັດ​ທາຍ​ເລົ່າ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຍິນ​ວ່າ ພີ່​ນ້ອງ​ຂອງ​ພຣະ​ອົງ ໂຢ​ຮັນ​ບັບ​ຕິ​ສະ​ໂຕ ໄດ້​ຖືກ​ຕັດ​ຫົວ​ໂດຍ​ກະ​ສັດ​ເຮ​ໂຣດ ເພື່ອ​ເຮັດ​ໃຫ້​ລູກ​ສາວ​ຂອງ​ເຮ​ໂຣ​ເດຍ​ພໍ​ໃຈ:

“ພວກ​ລູກ​ສິດ​ຂອງ​ໂຢ​ຮັນ​ໄດ້​ມາ​ຮັບ​ເອົາ​ສົບ​ໄປ​ຝັງ, ແລ້ວ​ພວກ​ເຂົາ​ກໍ​ໄປ​ບອກ​ໃຫ້​ພຣະ​ເຢ​ຊູ​ຮູ້.

“ເມື່ອ​ພຣະ​ເຢ​ຊູ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ໂຢ​ຮັນ ພຣະ​ອົງ​ກໍ​ສະ​ເດັດ​ລົງ​ເຮືອ​ຈາກ​ທີ່​ນັ້ນ ໄປ​ຍັງ​ບ່ອນ​ມິດ​ງຽບ​ຢູ່​ຕ່າງ​ຫາກ, ເມື່ອ​ປະ​ຊາ​ຊົນ​ຮູ້​ເລື່ອງ​ນີ້ ຈຶ່ງ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດ​ຕາມ​ພຣະ​ອົງ​ໄປ.

“ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ອອກ​ຈາກ​ເຮືອ​ມາ ກໍ​ເຫັນ​ປະ​ຊາ​ຊົນ​ຝູງ​ໃຫຍ່ ພຣະ​ອົງ​ຈຶ່ງ​ສົງ​ສານ​ປະ​ຊາ​ຊົນ​ເຫລົ່າ​ນັ້ນ ແລະ ພຣະ​ອົງ​ໄດ້​ຊົງ​ໂຜດ​ຮັກ​ສາ​ຄົນ​ທີ່​ເຈັບ​ໄຂ້​ໄດ້​ປ່ວຍ​ທັງ​ຫລາຍ​ໃຫ້​ຫາຍ​ດີ.

“ເມື່ອ​ເຖິງ​ຕອນ​ແລງ ພວກ​ສາ​ວົກ​ກໍ​ມາ​ຫາ​ພຣະ​ອົງ ແລະ ເວົ້າ​ວ່າ, ບ່ອນ​ນີ້​ກໍ​ເປັນ​ປ່າ​ບ່ອນ​ເປົ່າ​ປ່ຽວ ແລະ ຄ່ຳ​ຫລາຍ​ແລ້ວ; ສະ​ນັ້ນ ໃຫ້​ທ່ານ​ບອກ​ປະ​ຊາ​ຊົນ​ໃຫ້​ເລີກ​ເມືອ​ສາ, ເພື່ອ​ໃຫ້​ພວກ​ເຂົາ​ໄປ​ຕາມ​ໝູ່​ບ້ານ​ຕ່າງໆ, ຫາ​ຊື້​ອາ​ຫານ​ສຳ​ລັບ​ພວກ​ເຂົາ​ເອງ.

“ພຣະ​ເຢ​ຊູ​ຕອບ​ວ່າ, ພວກ​ເຂົາ​ບໍ່​ຈຳ​ເປັນ​ຕ້ອງ​ເລີກ​ເມືອ​ດອກ; ໃຫ້​ພວກ​ເຈົ້າ​ເອົາ​ອາ​ຫານ​ໃຫ້​ພວກ​ເຂົາ​ກິນ​ສາ.”8

ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ໃນ​ລະ​ຫວ່າງ​ຊ່ວງ​ເວ​ລາ​ແຫ່ງ​ການ​ທົດ​ລອງ ແລະ ຄວາມ​ຍາກ​ລຳ​ບາກ, ເຮົາ​ກໍ​ສາ​ມາດ​ຮັບ​ຮູ້​ເຖິງ​ຄວາມ​ລຳ​ບາກ​ຂອງ​ຄົນ​ອື່ນ​ໄດ້. ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ເຮົາ​ສາ​ມາດ​ເອື້ອມ​ອອກ​ໄປ ແລະ ຍົກ​ພວກ​ເຂົາ​ຂຶ້ນ. ແລະ ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ກໍ​ຈະ​ຖືກ​ຍົກ​ຂຶ້ນ​ໂດຍ​ການ​ຮັບ​ໃຊ້​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ຂອງ​​ເຮົາ. ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ: “ຢາ​ແກ້​ຄວາມ​ກັງ​ວົນ​ທີ່​ດີ​ທີ່​ສຸດ​ທີ່​ຂ້າ​ພະ​ເຈົ້າ​ຮູ້ ກໍ​ຄື​ການ​ເຮັດ​ວຽກ. ຢາ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຄວາມ​ສິ້ນ​ຫວັງ​ແມ່ນ​ການ​ຮັບ​ໃຊ້. ຢາ​ແກ້​ຄວາມ​ເມື່ອຍ​ລ້າ​ທີ່​ດີ​ທີ່​ສຸດ ກໍ​ຄື​ການ​ທ້າ​ທາຍ​ໃນ​ການ​ຊ່ວຍ​ເຫລືອ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ເມື່ອຍ​ຫລາຍ​ກວ່າ.”9

ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ຫລາຍ​ໂອ​ກາດ​ທີ່​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຮັບ​ໃຊ້​ເພື່ອນ​ມະ​ນຸດ​ຂອງ​ຂ້າ​ພະ​ເຈົ້າ. ແມ່ນ​ໃນ​ຕອນ​ນັ້ນ​ແຫລະ ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ແບ່ງ​ເບົາ​ພາ​ລະ​ຂອງ​ຂ້າ​ພະ​ເຈົ້າ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; ເພິ່ນ​ເປັນ​ຕົວ​ຢ່າງ​ທີ່​ດີ​ຫລາຍ​ເຖິງ​ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ​ໃນ​ລະ​ຫວ່າງ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ​ນີ້. ຂ້າ​ພະ​ເຈົ້າ​ລວມ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ກັບ​ຂອງ​ໄພ່​ພົນ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ບໍ່​ມີ​ສິ້ນ​ສຸດ​ຂອງ​ພຣະ​ອົງ ໃນ​ຊ່ວງ​ວັນ​ເວ​ລາ​ທີ່​ມືດ​ມົນ​ຂອງ​ຂ້າ​ພະ​ເຈົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ ເຂົ້າ​ໃຈ​ຄວາມ​ເຈັບ​ປວດ​ຂອງ​ເຮົາ ແລະ ຄວາມ​ທຸກ​ຂອງ​ເຮົາ. ພຣະ​ອົງ​ຢາກ​ແບ່ງ​ເບົາ​ພາ​ລະ​ຂອງ​ເຮົາ ແລະ ປອບ​ໂຍນ​ເຮົາ. ເຮົາ​ຕ້ອງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ໂດຍ​ການ​ຮັບ​ໃຊ້ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ທີ່​ມີ​ພາ​ລະ​ໜັກ​ໜ່ວງ​ກວ່າ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.