ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່
ການໃຫ້ກຽດແກ່ພັນທະສັນຍາເປັນອາວຸດຄືຄວາມຊອບທຳ ແລະ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.
ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດຈະໃຫ້ຄວາມເຂົ້າໃຈ ແລະ ໃຫ້ຄວາມຮູ້ແກ່ເຮົາທຸກຄົນ ຂະນະທີ່ເຮົາພິຈາລະນາວຽກງານທີ່ໜ້າອັດສະຈັນແຫ່ງຄວາມລອດ ແລະ ຄວາມສູງສົ່ງ ໃນຍຸກສະໄໝຂອງຄວາມສົມບູນແຫ່ງເວລານີ້ນຳກັນ.
ການມາຢ້ຽມຢາມເທື່ອທຳອິດຂອງໂມໂຣໄນຕໍ່ໂຈເຊັບ ສະມິດ
ປະມານສາມປີຫລັງຈາກພາບທີ່ມາໃຫ້ເຫັນຄັ້ງທຳອິດ, ໃນຄືນຂອງວັນທີ 21 ເດືອນກັນຍາ, 1823, ຊາຍໜຸ່ມໂຈເຊັບ ສະມິດ ໄດ້ອະທິຖານເພື່ອຂໍການໃຫ້ອະໄພໂທດແກ່ຄວາມຜິດບາບຂອງເພິ່ນ ແລະ ຂໍໃຫ້ຮູ້ສະພາບ ແລະ ຖານະຂອງເພິ່ນຢູ່ຕໍ່ພຣະພັກຂອງພຣະເຈົ້າ.1 ບຸກຄົນໜຶ່ງໄດ້ປະກົດຂຶ້ນຢູ່ຂ້າງຕຽງນອນຂອງເພິ່ນ ໄດ້ເອີ້ນຊື່ໂຈເຊັບ, ແລະ ປະກາດວ່າ “ເພິ່ນແມ່ນທູດສະຫວັນທີ່ຖືກສົ່ງມາຈາກທີ່ປະທັບຂອງພຣະເຈົ້າ … ແລະ ວ່າເພິ່ນຊື່ ໂມໂຣໄນ.” ເພິ່ນໄດ້ອະທິບາຍ “ວ່າພຣະເຈົ້າມີວຽກງານໃຫ້ [ໂຈເຊັບ] ເຮັດ”2 ແລະ ແລ້ວໄດ້ແນະນຳເພິ່ນກ່ຽວກັບການອອກມາຂອງພຣະຄຳພີມໍມອນ. ສິ່ງທີ່ສຳຄັນຄື, ພຣະຄຳພີມໍມອນເປັນໜຶ່ງໃນຫົວຂໍ້ທຳອິດ ທີ່ກ່າວເຖິງໃນຂ່າວສານຂອງໂມໂຣໄນ.
ພຣະຄຳພີມໍມອນແມ່ນປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ແລະ ເປັນເຄື່ອງມືທີ່ຍິ່ງໃຫຍ່ຂອງການປ່ຽນໃຈເຫລື້ອມໃສ ໃນຍຸກສຸດທ້າຍ. ຈຸດປະສົງຂອງເຮົາໃນການແບ່ງປັນພຣະກິດຕິຄຸນ ແມ່ນເພື່ອເຊື້ອເຊີນທຸກຄົນໃຫ້ມາຫາພຣະເຢຊູຄຣິດ,3 ຮັບເອົາພອນຂອງພຣະກິດຕິຄຸນທີ່ຖືກຟື້ນຟູ, ແລະ ອົດທົນຈົນເຖິງທີ່ສຸດ ຜ່ານທາງສັດທາໃນພຣະຜູ້ຊ່ວຍໃຫ້ລອດ.4 ການຊ່ວຍເຫລືອຜູ້ຄົນໃຫ້ມີປະສົບການປ່ຽນແປງອັນຍິ່ງໃຫຍ່ໃນໃຈ5 ແລະ ຜູກມັດຕົວເອງໄວ້ກັບພຣະຜູ້ເປັນເຈົ້າຜ່ານທາງພັນທະສັນຍາ ແລະ ພິທີການທີ່ສັກສິດ ເປັນຈຸດເປົ້າໝາຍຕົ້ນຕໍຂອງການສັ່ງສອນພຣະກິດຕິຄຸນ.
ຄຳແນະນຳຂອງໂມໂຣໄນເລື່ອງພຣະຄຳພີມໍມອນຕໍ່ໂຈເຊັບ ສະມິດ ໄດ້ລິເລີ່ມວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງສຳລັບຜູ້ທີ່ ຢູ່ຟາກມ່ານເບື້ອງນີ້ ໃນຍຸກສະໄໝຂອງຄວາມສົມບູນແຫ່ງເວລາ.
ໃນການສືບຕໍ່ໃຫ້ຄຳແນະນຳແກ່ໂຈເຊັບ, ຕໍ່ໄປໂມໂຣໄນໄດ້ອ້າງເຖິງຂໍ້ຄວາມຈາກໜັງສືມາລາກີ ຢູ່ໃນພຣະຄຳພີເດີມ, ຊຶ່ງແຕກຕ່າງໜ້ອຍໜຶ່ງໃນພາສາທີ່ໃຊ້ຢູ່ໃນພຣະຄຳພີສະບັບກະສັດເຈມສ໌ ທີ່ວ່າ:
“ຈົ່ງເບິ່ງ, ເຮົາຈະເປີດເຜີຍຖານະປະໂລຫິດແກ່ເຈົ້າ, ໂດຍມືຂອງເອລີຢາຜູ້ເປັນສາດສະດາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ.
“… ແລະ ເພິ່ນຈະປູກຝັງຄຳສັນຍາທີ່ໄດ້ເຮັດກັບພໍ່ໄວ້ໃນໃຈລູກ, ແລະ ໃຈລູກຈະຫັນໄປຫາພໍ່ຂອງເຂົາ. ຖ້າບໍ່ເປັນເຊັ່ນນັ້ນ, ທັງແຜ່ນດິນໂລກຈະຖືກທຳລາຍໃຫ້ໝົດສິ້ນໃນຕອນພຣະອົງສະເດັດມາ.”6
ຈຸດປະສົງຂອງເຮົາໃນການສ້າງພຣະວິຫານແມ່ນເພື່ອວ່າ ຈະໃຫ້ມີສະຖານທີ່ສັກສິດ ບ່ອນທີ່ພັນທະສັນຍາ ແລະ ພິທີການທີ່ສັກສິດສຳລັບຄວາມລອດ ແລະ ຄວາມສູງສົ່ງຂອງຄອບຄົວມະນຸດ ຈະສາມາດຖືກປະຕິບັດ, ສຳລັບທັງຄົນເປັນ ແລະ ຄົນຕາຍ. ຄຳແນະນຳຂອງໂມໂຣໄນຕໍ່ໂຈເຊັບ ສະມິດ ກ່ຽວກັບບົດບາດທີ່ສຳຄັນຂອງເອລີຢາ ແລະ ສິດອຳນາດຂອງຖານະປະໂລຫິດ ໄດ້ຂະຫຍາຍວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຢູ່ ຟາກມ່ານເບື້ອງນີ້ ແລະ ໄດ້ລິເລີ່ມວຽກງານໃນຍຸກສະໄໝຂອງເຮົາ ສຳລັບຄົນຕາຍຢູ່ ຟາກມ່ານເບື້ອງນັ້ນ.
ສະຫລຸບແລ້ວ, ການສິດສອນຂອງໂມໂຣໄນ ໃນເດືອນກັນຍາ ປີ 1823 ກ່ຽວກັບພຣະຄຳພີມໍມອນ ແລະ ພາລະກິດຂອງເອລີຢາ ໄດ້ຈັດຕັ້ງຮາກຖານຫລັກຄຳສອນສຳລັບວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຢູ່ ທັງສອງຟາກມ່ານ.
ຄຳສອນຂອງສາດສະດາໂຈເຊັບ ສະມິດ
ບົດຮຽນຕ່າງໆທີ່ໂຈເຊັບ ສະມິດ ໄດ້ຮຽນຮູ້ຈາກໂມໂຣໄນ ໄດ້ເປັນອິດທິພົນໃຫ້ທຸກດ້ານ ໃນການປະຕິບັດສາດສະໜາກິດຂອງເພິ່ນ. ຍົກຕົວຢ່າງ, ໃນການຊຸມນຸມທີ່ສັກສິດໃນພຣະວິຫານເຄີດແລນ ໃນວັນທີ 6 ເດືອນເມສາ, 1837, ສາດສະດາໄດ້ປະກາດວ່າ: “ຫລັງຈາກທັງໝົດທີ່ກ່າວມານັ້ນ, ໜ້າທີ່ອັນຍິ່ງໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດແມ່ນການສັ່ງສອນພຣະກິດຕິຄຸນ.”7
ເກືອບກົງກັບວັນຄົບຮອບເຈັດປີພໍດີ, ໃນວັນທີ 7 ເດືອນເມສາ, 1844, ໂຈເຊັບ ສະມິດ ໄດ້ກ່າວຄຳເທດສະໜາ ຊຶ່ງຮູ້ຈັກກັນໃນທຸກວັນນີ້ວ່າ ສຸນທອນພົດຂອງຄິງ ໂຟແລັດ. ເພິ່ນໄດ້ປະກາດຢູ່ໃນຄຳປາໄສວ່າ, “ໜ້າທີ່ຮັບຜິດຊອບທີ່ຍິ່ງໃຫຍ່ທີ່ສຸດຢູ່ໃນໂລກນີ້ທີ່ພຣະເຈົ້າໄດ້ມອບໃຫ້ເຮົາ ແມ່ນເພື່ອໃຫ້ຊອກຫາຄົນຕາຍຂອງເຮົາ.”8
ແຕ່ການສັ່ງສອນພຣະກິດຕິຄຸນ ແລະ ການຊອກຫາຄົນຕາຍຂອງເຮົາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບທີ່ຍິ່ງໃຫຍ່ທີ່ສຸດ ທີ່ພຣະເຈົ້າໄດ້ມອບໃຫ້ເຮົາໄດ້ແນວໃດ? ຂ້າພະເຈົ້າເຊື່ອວ່າສາດສະດາ ໂຈເຊັບ ສະມິດ ໄດ້ເນັ້ນໃນທັງສອງປະໂຫຍກເຖິງຄວາມຈິງຂັ້ນພື້ນຖານວ່າ ພັນທະສັນຍາ, ຊຶ່ງໄດ້ເຮັດຜ່ານທາງພິທີການຂອງຖານະປະໂລຫິດທີ່ມີສິດອຳນາດ, ສາມາດຜູກມັດເຮົາໄວ້ກັບອົງພຣະເຢຊູຄຣິດເຈົ້າ ແລະ ເປັນຈຸດໃຈກາງອັນສຳຄັນຂອງວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຢູ່ທັງສອງຟາກມ່ານ.
ວຽກງານເຜີຍແຜ່ ແລະ ວຽກງານພຣະວິຫານ ແລະ ປະຫວັດຄອບຄົວເປັນພາກສ່ວນເສີມ ແລະ ສຳພັນກັບວຽກງານອັນຍິ່ງໃຫຍ່ ຊຶ່ງເນັ້ນໃສ່ພັນທະສັນຍາ ແລະ ພິທີການສັກສິດ ທີ່ຊ່ວຍເຮົາໃຫ້ໄດ້ຮັບອຳນາດຂອງຄວາມເປັນເໝືອນພຣະເຈົ້າໃນຊີວິດຂອງເຮົາ ແລະ, ໃນທີ່ສຸດ, ກັບຄືນໄປຫາທີ່ປະທັບຂອງພຣະບິດາເທິງສະຫວັນ. ດັ່ງນັ້ນ, ສອງປະໂຫຍກດັ່ງກ່າວຂອງສາດສະດາ ໃນຕອນຕົ້ນອາດປະກົດວ່າຂັດແຍ້ງກັນ, ຕາມຈິງແລ້ວ, ມັນເນັ້ນຈຸດສຸມຂອງວຽກງານອັນຍິ່ງໃຫຍ່ໃນຍຸກສຸດທ້າຍ.
ການຜູກມັດໄວ້ກັບພຣະຜູ້ຊ່ວຍໃຫ້ລອດຜ່ານທາງພັນທະສັນຍາ ແລະ ພິທີການ
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ:
“ຈົ່ງເອົາແອກຂອງເຮົາແບກໄວ້, ແລ້ວຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ມີໃຈອ່ອນສຸພາບ ແລະ ຖ່ອມລົງ: ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ.”9
ເຮົາແບກເອົາແອກຂອງພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ເຮົາຮຽນຮູ້, ຮັບເອົາຢ່າງມີຄຸນຄ່າ, ແລະ ຮັກສາພັນທະສັນຍາ ແລະ ພິທີການທີ່ສັກສິດ. ເຮົາຖືກຜູກມັດໄວ້ແໜ້ນຢູ່ກັບພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ເຮົາຈື່ຈຳ ແລະ ເຮັດໃຫ້ດີທີ່ສຸດດ້ວຍຄວາມຊື່ສັດ ໃນການດຳລົງຊີວິດໃຫ້ສອດຄ່ອງກັບພັນທະທີ່ເຮົາໄດ້ຮັບເອົາ. ແລະ ການຜູກມັດໄວ້ກັບພຣະອົງນັ້ນ ເປັນແຫລ່ງໃຫ້ພະລັງທາງວິນຍານ ໃນທຸກຊ່ວງຊີວິດເຮົາ.
ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ
ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ພິຈາລະນາພອນທີ່ສັນຍາໄວ້ກັບສານຸສິດທີ່ຮັກສາພັນທະສັນຍາຂອງພຣະເຢຊູຄຣິດ. ຍົກຕົວຢ່າງ, ນີໄຟ “ໄດ້ເຫັນສາດສະໜາຈັກຂອງພຣະເມສານ້ອຍຂອງພຣະເຈົ້າ [ໃນຍຸກສຸດທ້າຍ], ແລະ ມີສະມາຊິກພຽງເລັກໜ້ອຍເທົ່ານັ້ນ, … ໄພ່ພົນຂອງພຣະເຈົ້າມີຢູ່ທົ່ວໄປຕາມຜືນແຜ່ນດິນໂລກເໝືອນກັນ; ແລະ ການຄອບຄອງຂອງພວກເຂົາ … ມີພຽງເລັກໜ້ອຍເທົ່ານັ້ນ.”10
ເພິ່ນກໍໄດ້ “ເຫັນອຳນາດຂອງພຣະເມສານ້ອຍຂອງພຣະເຈົ້າລົງມາເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ ແລະ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ, … ພວກເຂົາມີ ອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.”11
ວະລີທີ່ວ່າ “ມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່” ບໍ່ແມ່ນພຽງແຕ່ເປັນແນວຄິດທີ່ດີ ຫລື ເປັນຕົວຢ່າງຂອງພາສາພຣະຄຳພີທີ່ສວຍງາມເທົ່ານັ້ນ. ແຕ່, ພອນເຫລົ່ານີ້ເປັນຫລັກຖານທີ່ເຫັນໄດ້ຊັດເຈນໃນຊີວິດຂອງສານຸສິດຍຸກສຸດທ້າຍຈົນນັບບໍ່ຖ້ວນຂອງພຣະຜູ້ເປັນເຈົ້າ.
ການມອບໝາຍຂອງຂ້າພະເຈົ້າໃນຖານະສະມາຊິກຂອງອັກຄະສາວົກສິບສອງ ໄດ້ພາຂ້າພະເຈົ້າໄປທັງທົ່ວໂລກ. ແລະ ຂ້າພະເຈົ້າໄດ້ຮັບພອນ ທີ່ໄດ້ພົບເຫັນ ແລະ ຮຽນຮູ້ບົດຮຽນທີ່ໜ້າຊົງຈຳຈາກພວກທ່ານຫລາຍໆຄົນ. ຂ້າພະເຈົ້າເປັນພະຍານວ່າ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າໃນທຸກວັນນີ້ ມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່ແທ້ໆ. ຂ້າພະເຈົ້າໄດ້ເຫັນຄວາມຊື່ສັດ, ຄວາມກ້າຫານ, ທັດສະນະຄະຕິ, ຄວາມມະນະອົດທົນ, ແລະ ຄວາມຊື່ນຊົມທີ່ຂະຫຍາຍກວ້າງເກີນຄວາມສາມາດຂອງມະນຸດ—ແລະ ນັ້ນພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຈັດຫາໃຫ້.
ຂ້າພະເຈົ້າໄດ້ເປັນພະຍານເຖິງຄວາມຊອບທຳ ແລະ ອຳນາດຂອງພຣະເຈົ້າໃນຄວາມສະຫງ່າລາສີທີ່ຍິ່ງໃຫຍ່ ຊຶ່ງໄດ້ຮັບຜ່ານທາງຄວາມຊື່ສັດຕໍ່ພັນທະສັນຍາ ແລະ ພິທີການໃນຊີວິດຂອງສະມາຊິກໜຸ່ມຄົນໜຶ່ງຂອງສາດສະໜາຈັກ ຜູ້ເປັນອຳມະພາດເຄິ່ງຕົວ ເນື່ອງດ້ວຍອຸປະຕິເຫດລົດຊົນທີ່ຮ້າຍແຮງ. ຫລັງຈາກຮັບການບຳບັດສ່ວນຕົວທີ່ທໍລະຫົດເປັນເວລາຫລາຍເດືອນ ແລະ ປັບຕົວເຂົ້າກັບວິຖີຊີວິດໃໝ່ທີ່ຈຳກັດໃນການເຄື່ອນໄຫວ, ຂ້າພະເຈົ້າໄດ້ພົບ ແລະ ເວົ້າລົມກັບຜູ້ທີ່ແຂງແກ່ນຄົນນີ້. ລະຫວ່າງການສົນທະນາກັນ ຂ້າພະເຈົ້າໄດ້ຖາມວ່າ, “ປະສົບການນີ້ຊ່ວຍເຈົ້າຮຽນຮູ້ຢ່າງໃດແດ່?” ລາວຕອບທັນທີວ່າ, “ຂ້ານ້ອຍບໍ່ໂສກເສົ້າ. ຂ້ານ້ອຍບໍ່ໃຈຮ້າຍ. ແລະ ທຸກສິ່ງຈະເປັນໄປດ້ວຍດີ.”
ຂ້າພະເຈົ້າໄດ້ເປັນພະຍານເຖິງຄວາມຊອບທຳ ແລະ ອຳນາດຂອງພຣະເຈົ້າໃນຄວາມສະຫງ່າລາສີທີ່ຍິ່ງໃຫຍ່ ຊຶ່ງໄດ້ຮັບຜ່ານທາງຄວາມຊື່ສັດຕໍ່ພັນທະສັນຍາ ແລະ ພິທີການໃນຊີວິດຂອງສະມາຊິກຂອງສາດສະໜາຈັກ ທີ່ຫາກໍໄດ້ຮັບບັບຕິສະມາ ແລະ ຮັບການຢືນຢັນ. ຜູ້ປ່ຽນໃຈເຫລື້ອມໃສເຫລົ່ານີ້ມີຄວາມກະຕືລືລົ້ນທີ່ຈະຮຽນຮູ້ ແລະ ຮັບໃຊ້, ເຕັມໃຈ ແຕ່ສ່ວນຫລາຍບໍ່ແນ່ໃຈວ່າຈະປະຖິ້ມນິໄສເກົ່າ ແລະ ປະເພນີເກົ່າແກ່ໄດ້ແນວໃດ, ແຕ່ກໍໄດ້ກາຍເປັນ “ພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ” ດ້ວຍຄວາມຊື່ນຊົມ.12
ຂ້າພະເຈົ້າໄດ້ເປັນພະຍານເຖິງຄວາມຊອບທຳ ແລະ ອຳນາດຂອງພຣະເຈົ້າໃນຄວາມສະຫງ່າລາສີທີ່ຍິ່ງໃຫຍ່ ຊຶ່ງໄດ້ຮັບຜ່ານທາງຄວາມຊື່ສັດຕໍ່ພັນທະສັນຍາ ແລະ ພິທີການໃນຊີວິດຂອງຄອບຄົວໜຶ່ງ ທີ່ໄດ້ດູແລຄູ່ຄອງ ແລະ ພໍ່ແມ່ຜູ້ປ່ວຍໜັກໄລຍະສຸດທ້າຍດ້ວຍຄວາມອ່ອນໂຍນ. ສານຸສິດທີ່ກ້າຫານເຫລົ່ານີ້ໄດ້ບອກເຖິງເວລາທີ່ຄອບຄົວຂອງເຂົາເຈົ້າຮູ້ສຶກໂດດດ່ຽວ—ແລະ ເວລາທີ່ເຂົາເຈົ້າຮູ້ວ່າ ພຣະຫັດຂອງພຣະຜູ້ເປັນເຈົ້າໄດ້ຊູແຮງເຂົາເຈົ້າແນວໃດ. ຄອບຄົວນີ້ໄດ້ສະແດງຄວາມກະຕັນຍູຢ່າງສຸດຊຶ້ງສຳລັບປະສົບການຫຍຸ້ງຍາກຂອງຊ່ວງມະຕະ ທີ່ຊ່ວຍເຂົາເຈົ້າໃຫ້ເຕີບໂຕ ແລະ ກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ, ຫລາຍຂຶ້ນ. ພຣະເຈົ້າຊ່ວຍເຫລືອ ແລະ ອວຍພອນຄອບຄົວນີ້ ໂດຍມີພຣະວິນຍານບໍລິສຸດເປັນເພື່ອນ ແລະ ເຮັດໃຫ້ບ້ານເຮືອນຂອງເຂົາເຈົ້າເປັນບ່ອນພັກພາທີ່ສັກສິດ ຄືກັນກັບພຣະວິຫານ.
ຂ້າພະເຈົ້າໄດ້ເປັນພະຍານເຖິງຄວາມຊອບທຳ ແລະ ອຳນາດຂອງພຣະເຈົ້າໃນຄວາມສະຫງ່າລາສີທີ່ຍິ່ງໃຫຍ່ ຊຶ່ງໄດ້ຮັບຜ່ານທາງຄວາມຊື່ສັດຕໍ່ພັນທະສັນຍາ ແລະ ພິທີການໃນຊີວິດຂອງສະມາຊິກຂອງສາດສະໜາຈັກ ຜູ້ເຈັບປວດໃຈ ເພາະການຢ່າຮ້າງ. ຄວາມກຸ້ມອົກກຸ້ມໃຈຂອງເອື້ອຍນ້ອງຄົນນີ້ ໄດ້ເພີ່ມຂຶ້ນຈາກຄວາມຮູ້ສຶກບໍ່ຍຸດຕິທຳ ທີ່ກ່ຽວຂ້ອງກັບການທີ່ສາມີໄດ້ລະເມີດພັນທະສັນຍາ ແລະ ທຳລາຍການແຕ່ງງານຂອງເຂົາເຈົ້າ. ນາງຢາກໄດ້ຮັບຄວາມຍຸດຕິທຳ ແລະ ຄວາມຮັບຜິດຊອບ.
ຂະນະທີ່ເອື້ອຍນ້ອງທີ່ຊື່ສັດຜູ້ນີ້ກຳລັງຕໍ່ສູ້ດີ້ນລົນກັບທຸກສິ່ງທີ່ໄດ້ເກີດຂຶ້ນກັບນາງ, ນາງໄດ້ສຶກສາ ແລະ ໄຕ່ຕອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຢ່າງຈິງຈັງຫລາຍກວ່າທີ່ເຄີຍເຮັດມາໃນຊີວິດ. ໂດຍເທື່ອລະນ້ອຍ, ຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງພາລະກິດແຫ່ງການໄຖ່ຂອງພຣະຄຣິດໄດ້ກັ່ນລົງມາເທິງຈິດວິນຍານຂອງນາງ—ການຮັບທຸກທໍລະມານເພື່ອບາບຂອງເຮົາ ແລະ ເພື່ອຄວາມເຈັບປວດຂອງເຮົາ, ຄວາມອ່ອນແອ, ຄວາມຜິດຫວັງ, ແລະ ຄວາມປວດລ້າວ. ແລະ ນາງໄດ້ຮັບການດົນໃຈໃຫ້ຖາມຕົວເອງ ໃນຄຳຖາມທີ່ຕ້ອງຄຸ້ນຄິດວ່າ: ນັບແຕ່ບາບເຫລົ່ານັ້ນໄດ້ຖືກຈ່າຍໃຫ້ແລ້ວ, ເຈົ້າຍັງຢາກໃຫ້ຈ່າຍອີກເທື່ອທີສອງຊັ້ນບໍ? ນາງຮັບຮູ້ວ່າ ການຮຽກຮ້ອງເຊັ່ນນັ້ນຄົງບໍ່ທ່ຽງທຳ ຫລື ມີເມດຕາເລີຍ.
ເອື້ອຍນ້ອງຄົນນີ້ໄດ້ຮຽນຮູ້ວ່າ ການຜູກມັດຕົວເອງໄວ້ກັບພຣະຜູ້ຊ່ວຍໃຫ້ລອດ ຜ່ານທາງພັນທະສັນຍາ ແລະ ພິທີການ ສາມາດປິ່ນປົວບາດແຜ ຊຶ່ງເກີດຂຶ້ນເພາະຄົນອື່ນໃຊ້ອຳເພີໃຈເຮັດສິ່ງທີ່ຜິດສິນທຳ ແລະ ຊ່ວຍໃຫ້ນາງພົບຄວາມສາມາດທີ່ຈະໃຫ້ອະໄພ ແລະ ຮັບເອົາຄວາມສະຫງົບ, ຄວາມເມດຕາ, ແລະ ຄວາມຮັກ.
ຄຳສັນຍາ ແລະ ປະຈັກພະຍານ
ຄຳສັນຍາ ແລະ ພອນຂອງພັນທະສັນຍາ ເປັນໄປໄດ້ຍ້ອນພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດຂອງເຮົາເທົ່ານັ້ນ. ພຣະອົງເຊື້ອເຊີນເຮົາໃຫ້ເບິ່ງທີ່ພຣະອົງ,13 ມາຫາພຣະອົງ,14 ຮຽນຮູ້ຈາກພຣະອົງ,15 ແລະ ຜູກມັດຕົວເຮົາເອງໄວ້ກັບພຣະອົງ16 ຜ່ານທາງພັນທະສັນຍາ ແລະ ພິທີການແຫ່ງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ. ຂ້າພະເຈົ້າເປັນພະຍານ ແລະ ສັນຍາວ່າ ການຮັກສາພັນທະສັນຍາ ຈະສວມເຮົາດ້ວຍອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່. ແລະ ຂ້າພະເຈົ້າເປັນພະຍານວ່າ ອົງພຣະເຢຊູຄຣິດເຈົ້າທີ່ຊົງພຣະຊົນ ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ດ້ວຍຄວາມປິຕິຍິນດີ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.