ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສັນ​ຕິ​ສຸກ​ສ່ວນ​ຕົວ​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ສັນ​ຕິ​ສຸກ​ສ່ວນ​ຕົວ​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ

ບໍ່​ມີ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ນີ້ ທີ່​ຈະ​ສະ​ແຫວງ​ຫາ​ສັນ​ຕິ​ສຸກ​ສ່ວນ​ຕົວ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ອຸ​ທິດ​ພາກ​ສ່ວນ​ໜຶ່ງ​ຂອງ​ເມືອງ​ນາ​ວູ​ແຫ່ງ​ປະ​ຫວັດ​ສາດ. ໃນ​ພາກ​ສ່ວນ​ຂອງ​ການ​ມອບ​ໝາຍ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຄຸກ​ລີ​ເບີ​ຕີ​ໃນ​ລັດ​ມີ​ເຊີ​ຣີ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄຸກ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ເຫດ​ການ​ທີ່​ເຮັດ​ໃຫ້​ມັນ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ. ຊີ​ວິດ​ຂອງ​ໄພ່​ພົນ​ຖືກ​ຂົ່ມ​ຂູ່​ເພາະ​ຄຳ​ສັ່ງ​ໃຫ້​ກຳ​ຈັດ ຈາກ​ເຈົ້າ​ລັດ​ມີ​ເຊີ​ຣີ. ນອກ​ເໜືອ​ໄປ​ຈາກ​ນັ້ນ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ເພື່ອນ​ຮ່ວມ​ງານ​ທີ່​ຊື່​ສັດ​ສອງ​ສາມ​ຄົນ​ໄດ້​ຖືກ​ຄຸມ​ຂັງ​ໃນ​ຄຸກ​ລີ​ເບີ​ຕີ​ຢ່າງ​ບໍ່​ຍຸດ​ຕິ​ທຳ. ເຫດ​ຜົນ​ໜຶ່ງ​ຂອງ​ການ​ຄັດ​ຄ້ານ​ທີ່​ຮຸນ​ແຮງ​ຕໍ່​ສະ​ມາ​ຊິກ​ຂອງ​ເຮົາ​ກໍ​ເປັນ​ເພາະ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ໄດ້​ຄັດ​ຄ້ານ​ການ​ເປັນ​ຂ້າ​ທາດ.1 ການ​ຂົ່ມ​ເຫັງ​ທີ່​ຮ້າຍ​ແຮງ​ນີ້​ທີ່​ໂຈ​ເຊັບ ສະ​ມິດ ແລະ ຜູ້​ຕິດ​ຕາມ​ຂອງ​ເພິ່ນ​ໄດ້​ຮັບ ປະ​ກອບ​ເປັນ​ຕົວ​ຢ່າງ​ທີ່​ຮ້າຍ​ກາດ​ຂອງ​ການ​ນຳ​ໃຊ້​ອຳ​ເພີ​ໃຈ​ທີ່​ບໍ່​ຊອບ​ທຳ ທີ່​ສາ​ມາດ​ກະ​ທົບ​ກະ​ເທືອນ​ຜູ້​ຄົນ​ທີ່​ຊອບ​ທຳ. ເວ​ລາ​ຂອງ​ໂຈ​ເຊັບ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ຍາກ​ລຳ​ບາກ​ບໍ່​ໄດ້​ພິ​ສູດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ພ​ຣະ​ໄທ ຫລື ຖອນ​ພຣະ​ພອນ​ຂອງ​ພຣະ​ອົງ​ອອກ​ໄປ.

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຊາບ​ຊຶ້ງ​ໃຈ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ສິ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ປະ​ກາດ ຂະ​ນະ​ທີ່​ເພິ່ນ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ​ວ່າ: “ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ? ແລະ ສາ​ລາ​ທີ່​ປົກ​ປິດ ບ່ອນ​ລີ້​ຂອງ​ພຣະ​ອົງ​ຢູ່​ບ່ອນ​ໃດ?”2 ໂຈ​ເຊັບ​ໄດ້​ທູນ​ຖາມ​ວ່າ ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ “ຈະ​ທົນ​ຮັບ​ເອົາ​ການ​ກະ​ທຳ​ຜິດ ແລະ ການ​ກົດ​ຂີ່​ຂົ່ມ​ເຫັງ​ທີ່​ຜິດ​ກົດ​ໝາຍ​ເຫລົ່າ​ນີ້” ນານ​ເທົ່າ​ໃດ.3

ຮູບ​ພາບ
ແອວ​ເດີ ຄຸກ ຢ້ຽມ​ຢາມ​ຄຸກ​ລີ​ເບີ​ຕີ

ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ຊາບ​ຊຶ້ງ​ໃຈ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ຄຳ​ຕອບ​ວ່າ: “ລູກ​ເອີຍ, ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ຈິດ​ວິນ​ຍານ​ຂອງ​ເຈົ້າ; ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ; ແລະ ຈາກ​ນັ້ນ, ຖ້າ​ຫາກ​ເຈົ້າ​ອົດ​ທົນ​ມັນ​ໄດ້​ດີ, ພຣະ​ເຈົ້າ​ຈະ​ຍົກ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ.”4 ມັນ​ກໍ​ແຈ່ມ​ແຈ້ງ​ດີ​ທີ່​ການ​ຕໍ່​ຕ້ານ​ສາ​ມາດ​ຫລໍ່​ຫລອມ​ເຮົາ​ສຳ​ລັບ​ຈຸດ​ໝາຍ​ປາຍ​ທາງ​ຊັ້ນ​ສູງ ແລະ ນິ​ລັນ​ດອນ.5

ພຣະ​ຄຳ​ທີ່​ລ້ຳ​ຄ່າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ວ່າ “ລູກ​ເອີຍ, ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ຈິດ​ວິນ​ຍານ​ຂອງ​ເຈົ້າ”6 ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ມີ​ຄວາມ​ສຳ​ຄັນ​ຫລາຍ​ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ. ມັນ​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ເຖິງ​ການ​ສິດ​ສອນ​ຂອງ​ພຣະ​ອົງ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ.

ກ່ອນ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ​ຢູ່​ທີ່​ສວນ​ເຄັດ​ເຊ​ມາ​ເນ ແລະ ການ​ຄຶງ​ເທິງ​ໄມ້​ກາງ​ແຂນ, ພຣະ​ອົງ​ໄດ້​ບັນ​ຊາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ “ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ”7 ແລະ ຕໍ່​ຈາກ​ນັ້ນ​ໄດ້​ປອບ​ໂຍນ ພວກ​ເພິ່ນ​ດ້ວຍ​ພຣະ​ຄຳ​ເຫລົ່າ​ນີ້​ວ່າ “ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”8

ພຣະ​ນາມ​ໜຶ່ງ​ທີ່​ທະ​ນຸ​ຖະ​ໜອມ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ​ແມ່ນ, “ອົງ​ສັນ​ຕິ​ລາດ.”9 ໃນ​ທີ່​ສຸດ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ ລວມ​ທັງ​ສັນ​ຕິ​ສຸກ ແລະ ຄວາມ​ຮັກ.10 ພວກ​ເຮົາ​ລໍ​ຖ້າ​ການ​ປົກ​ຄອງ​ໃນ​ຊ່ວງ​ພັນ​ປີ​ຂອງ​ພຣະ​ເມ​ຊີ​ອາ.

ເຖິງ​ແມ່ນ​ວ່າ​ພາບ​ນິ​ມິດ​ນີ້​ໃຫ້​ເຫັນ​ວ່າ​ຈະ​ມີ​ການ​ປົກ​ຄອງ​ເປັນ​ເວ​ລາ​ພັນ​ປີ, ເຮົາ​ກໍ​ຮູ້​ວ່າ ສັນ​ຕິ​ສຸກ ແລະ ຄວາມ​ປອງ​ດອງ​ຕະ​ຫລອດ​ທົ່ວ​ໂລກ ກໍ​ບໍ່​ໄດ້​ແຜ່​ຜາຍ​ອອກ​ໄປ​ຫລາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.11 ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ການ​ຂາດ​ຄວາມ​ສຸ​ພາບ​ຫລາຍ​ຂະ​ໜາດ​ນີ້. ເຮົາ​ຖືກ​ໂຈມ​ຕີ​ດ້ວຍ​ຄວາມ​ໂມ​ໂຫ​ຮ້າຍ, ຄຳ​ວາ​ຈາ​ທີ່​ຂັດ​ແຍ້ງ ແລະ ຍຸ​ຍົງ, ການ​ກະ​ທຳ​ອັນ​ຮ້າຍ​ກາດ​ທີ່​ທຳ​ລາຍ​ສັນ​ຕິ​ສຸກ ແລະ ຄວາມ​ສະ​ຫງົບ.

ສັນ​ຕິ​ສຸກ​ຢູ່​ໃນ​ໂລກ ບໍ່​ໄດ້​ຖືກ​ສັນ​ຍາ​ໄວ້ ຫລື ຮັບ​ຮອງ​ຈົນ​ກວ່າ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ອັກ​ຄະ​ສາ​ວົກ​ສິບ​ສອງ​ວ່າ ພາ​ລະ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ​ຈະ​ບໍ່​ໄດ້​ບັນ​ລຸ​ເຖິງ​ສັນ​ຕິ​ສຸກ​ຕະ​ຫລອດ​ທົ່ວ​ໂລກ. ພຣະ​ອົງ​ໄດ້​ສິດ​ສອນ​ວ່າ, “ຢ່າ​ຄິດ​ວ່າ​ເຮົາ​ນຳ​ຄວາມ​ສະ​ຫງົບ​ສຸກ​ມາ​ສູ່​ໂລກ.”12 ສັນ​ຕິ​ສຸກ​ຕະ​ຫລອດ​ທົ່ວ​ໂລກ​ບໍ່​ໄດ້​ເປັນ​ພາກ​ສ່ວນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕົ້ນ​ຕໍ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ. ບໍ່​ມີ​ສັນ​ຕິ​ສຸກ​ຕະ​ຫລອດ​ທົ່ວ​ໂລກ​ໃນ​ວັນ​ເວ​ລາ​ນີ້.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈະ​ສາ​ມາດ​ບັນ​ລຸ​ເຖິງ​ສັນ​ຕິ​ສຸກ ສ່ວນ​ຕົວ ໄດ້​ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ໂມ​ໂຫ​ຮ້າຍ, ການ​ຂັດ​ແຍ້ງ, ແລະ ການ​ແບ່ງ​ແຍກ​ທີ່​ທຳ​ລາຍ ແລະ ເຮັດ​ໃຫ້​ໂລກ​ຂອງ​ເຮົາ​ເສື່ອມ​ໂຊມ. ບໍ່​ມີ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ນີ້ ທີ່​ຈະ​ສະ​ແຫວງ​ຫາ​ສັນ​ຕິ​ສຸກ​ສ່ວນ​ຕົວ. ເພງ​ສວດ​ທີ່​ສວຍ​ງາມ ແລະ ເປັນ​ທີ່​ໂປດ​ປານ​ເພງ​ໜຶ່ງ ທີ່​ຖືກ​ແຕ່ງ​ຂຶ້ນ​ມາ​ສຳ​ລັບ​ຊາວ​ໜຸ່ມ​ໃນ​ວັນ​ເວ​ລາ​ນີ້ ໂດຍ ບຣາ​ເດີ ນິກ ເດ ມີ​ຊື່​ວ່າ “Peace in Christ [ສັນ​ຕິ​ສຸກ​ໃນ​ພຣະ​ຄຣິດ]” ປະ​ກາດ​ວ່າ, “ເມື່ອ​ບໍ່​ມີ​ສັນ​ຕິ​ສຸກ​ໃນ​ໂລກ, ມີ​ສັນ​ຕິ​ສຸກ​ໃນ​ພຣະ​ຄຣິດ.”13 ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ເພງ​ສວດ​ນີ້​ກ່ອນ​ທີ່​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ຕະ​ລອດ​ທົ່ວ​ໂລກ.

ເພງ​ສວດ​ນີ້​ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ສັນ​ຕິ​ສຸກ​ໃນ​ຮູບ​ແບບ​ທີ່​ສວຍ​ງາມ ແລະ ເນັ້ນ​ຢ່າງ​ຖືກ​ຕ້ອງ​ວ່າ ສັນ​ຕິ​ສຸກ​ນັ້ນ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ໝັ້ນ​ຄົງ​ໃນ​ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ປະ​ກາດ​ວ່າ, “ວິນ​ຍານ​ແຫ່ງ​ສັນ​ຕິ​ສຸກ ແລະ ຄວາມ​ຮັກ​ນັ້ນ​ຈະ​ມາ​ສູ່​ໂລກ​ບໍ່​ໄດ້ … ຈົນ​ກວ່າ​ມະ​ນຸດ​ຊາດ​ຈະ​ຮັບ​ເອົາ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ ແລະ ຂ່າວ​ສານ​ຂອງ​ພຣະ​ເຈົ້າ … ແລະ ຮັບ​ຮູ້​ຄວາມ​ຮູ້ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ ຊຶ່ງ​ມາ​ຈາກ​ສະ​ຫວັນ.”14

ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ເຊົາ​ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸ​ສັນ​ຕິ​ສຸກ​ຕະ​ຫລອດ​ທົ່ວ​ໂລກ, ແຕ່​ເຮົາ​ໄດ້​ຖືກ​ຮັບ​ຮອງ​ວ່າ ເຮົາ​ຈະ​ສາ​ມາດ​ມີ​ສັນ​ຕິ​ສຸກ​ສ່ວນ​ຕົວ, ດັ່ງ​ທີ່​ພຣະ​ຄຣິດ​ສິດ​ສອນ. ຫລັກ​ທຳ​ນີ້​ຖືກ​ກຳ​ນົດ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ວ່າ: “ແຕ່​ຈົ່ງ​ຮຽນ​ຮູ້​ວ່າ ຄົນ​ທີ່​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ​ຈະ​ໄດ້​ຮັບ​ລາງ​ວັນ​ຂອງ​ເຂົາ, ແມ່ນ​ແຕ່​ສັນ​ຕິ​ສຸກ​ໃນ​ໂລກ​ນີ້, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”15

ແມ່ນ​ຫຍັງ​ຄື “ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ” ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ຮັບ​ມື​ກັບ​ການ​ໂຕ້​ຖຽງ ແລະ ລົດ​ຜ່ອນ​ການ​ຂັດ​ແຍ້ງ ແລະ ພົບ​ເຫັນ​ສັນ​ຕິ​ສຸກ​ຢູ່​ໃນ​ໂລກ​ນີ້? ຄຳ​ສອນ​ທັງ​ໝົດ​ຂອງ​ພຣະ​ຄຣິດ​ກໍ​ຊີ້​ໄປ​ຫາ​ທິດ​ທາງ​ນີ້. ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ສີ່​ຫ້າ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ສຳ​ຄັນ​ເປັນ​ພິ​ເສດ.

ໜຶ່ງ: ຮັກ​ພຣະ​ເຈົ້າ, ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ໃຫ້​ອະ​ໄພ​ທຸກ​ຄົນ

ປະ​ທານ​ຈອດ ອາວ​ເບີດ ສະ​ມິດ ໄດ້​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປີ 1945. ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ ເພິ່ນ​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ວ່າ ເປັນ​ຜູ້​ນຳ​ທີ່​ຮັກ​ສັນ​ຕິ​ສຸກ. ໃນ​ເວ​ລາ 15 ປີ​ກ່ອນ​ເພິ່ນ​ໄດ້​ເປັນ​ປະ​ທານ, ການ​ທ້າ​ທາຍ ແລະ ການ​ທົດ​ລອງ​ເລື່ອງ​ເສດ​ຖະ​ກິດ​ຕົກ​ຕ່ຳ​ຄັ້ງ​ຍິ່ງ​ໃຫຍ່​ຕະ​ຫລອດ​ທົ່ວ​ໂລກ, ຕິດ​ຕາມ​ດ້ວຍ​ຄວາມ​ຕາຍ ແລະ ການ​ທຳ​ລາຍ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ໄດ້​ເປັນ​ຊ່ວງ​ເວ​ລາ​ແຫ່ງ​ການ​ຂັດ​ແຍ້ງ​ຫລາຍ​ທີ່​ສຸດ.

ຕອນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້​ສິ້ນ​ສຸດ​ລົງ, ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ທຳ​ອິດ​ຂອງ​ເພິ່ນ​ໃນ​ຖາ​ນະ​ປະ​ທານ ໃນ​ເດືອນ​ຕຸ​ລາ 1945, ປະ​ທານ​ສະ​ມິດ​ໄດ້​ເຕືອນ​ໄພ່​ພົນ​ເຖິງ​ການ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໃຫ້​ຮັກ​ເພື່ອນ​ບ້ານ ແລະ ໃຫ້​ອະ​ໄພ​ສັດ​ຕູ​ຂອງ​ເຂົາ​ເຈົ້າ ແລະ ແລ້ວ​ໄດ້​ສິດ​ສອນ​ວ່າ “ນັ້ນ​ເປັນ​ທັດ​ສະ​ນະ​ຄະ​ຕິ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທຸກ​ຄົນ​ຄວນ​ສະ​ແຫວງ​ຫາ ຖ້າ​ຫາກ​ເຂົາ​ເຈົ້າ​ຫວັງ​ໃນ​ມື້​ໜຶ່ງ ທີ່​ຈະ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ຮັບ ເອົາ​ການ​ຕ້ອນ​ຮັບ​ກັບ​ບ້ານ​ທີ່​ຮຸ່ງ​ໂລດ​ຈາກ​ພຣະ​ອົງ.”16

ສອງ: ສະ​ແຫວງ​ຫາ​ຜົນ​ຂອງ​ພຣະ​ວິນ​ຍານ

ອັກ​ຄະ​ສາ​ວົກ​ໂປ​ໂລ ໃນ​ສານ​ຂອງ​ເພິ່ນ​ເຖິງ​ຊາວ​ຄາ​ລາ​ເຕຍ ກຳ​ນົດ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ​ທີ່​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມໍ​ລະ​ດົກ ແລະ ວຽກ​ງານ​ທີ່​ສາ​ມາດ​ເຮັດ​ໃຫ້​ເຮົາ​ບໍ່​ເໝາະ​ສົມ​ຈະ​ໄດ້​ຮັບ, ປາດ​ສະ​ຈາກ​ການ​ກັບ​ໃຈ. ໃນ​ບັນ​ດາ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ຈະ​ໄດ້​ຮັບ​ແມ່ນ​ຜົນ​ຂອງ​ພຣະ​ວິນ​ຍານ​ແຫ່ງ “ຄວາມ​ຮັກ, ຄວາມ​ຊົມ​ຊື່ນ​ຍິນ​ດີ, ສັນ​ຕິ​ສຸກ, ຄວາມ​ອົດ​ທົນ​ດົນ​ນານ, ຄວາມ​ເມດ​ຕາ​ປາ​ນີ, ຄວາມ​ດີ, [ສັດ​ທາ], ຄວາມ​ສຸ​ພາບ​ອ່ອນ​ຫວານ, [ແລະ] ການ​ຮູ້​ຈັກ​ບັງ​ຄັບ​ຕົນ.”17 ໂປ​ໂລ​ຍັງ​ລວມ​ທັງ​ການ​ຊ່ວຍ​ຮັບ​ພາ​ລະ​ໜັກ​ຂອງ​ກັນ​ແລະ​ກັນ ແລະ ບໍ່​ອິດ​ເມື່ອຍ​ໃນ​ການ​ເຮັດ​ດີ.18 ໃນ​ບັນ​ດາ​ວຽກ​ງານ​ທີ່​ບໍ່​ຊອບ​ທຳ ເພິ່ນ​ລວມ​ທັງ​ຄວາມ​ກຽດ​ຊັງ, ຄວາມ​ໂມ​ໂຫ, ແລະ ການ​ຜິດ​ຖຽງ​ກັນ.19

ບົດ​ຮຽນ​ທີ່​ຍິ່ງ​ໃຫຍ່​ບົດ​ໜຶ່ງ​ຢູ່​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ​ແມ່ນ​ກ່ຽວ​ກັບ​ບິ​ດາ​ອັບ​ຣາ​ຮາມ. ອັບ​ຣາ​ຮາມ ແລະ ໂລດ, ຫລານ​ຊາຍ​ຂອງ​ເພິ່ນ, ເປັນ​ຄົນ​ຮັ່ງ​ມີ​ແຕ່​ໄດ້​ພົບ​ເຫັນ​ວ່າ​ເຂົາ​ເຈົ້າ​ອາ​ໄສ​ຢູ່​ນຳ​ກັນ​ບໍ່​ໄດ້. ເພື່ອ​ຈະ​ກຳ​ຈັດ​ການ​ຜິດ​ຖຽງ​ກັນ, ອັບ​ຣາ​ຮາມ​ໄດ້​ປ່ອຍ​ໃຫ້​ໂລດ​ເລືອກ​ເອົາ​ແຜ່ນ​ດິນ​ທີ່​ລາວ​ຢາກ​ໄດ້. ໂລດ​ໄດ້​ເລືອກ​ເອົາ​ທົ່ງ​ຮາບ​ພຽງ​ຂອງ​ແມ່​ນ້ຳ​ຈໍ​ແດນ, ຊຶ່ງ​ທັງ​ມີ​ນ້ຳ​ຫລາຍ ແລະ ສວຍ​ງາມ. ອັບ​ຣາ​ຮາມ​ໄດ້​ເລືອກ​ເອົາ​ດິນ​ແດນ​ທີ່​ອຸ​ດົມ​ສົມ​ບູນ​ໜ້ອຍ​ກວ່າ​ຂອງ​ທົ່ງ​ຮາບ​ພຽງ​ຂອງ​ມຳ​ເຣ. ແລ້ວ​ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ ອັບ​ຣາ​ຮາມ ໄດ້​ຕັ້ງ​ທີ່​ພັກ​ຂອງ​ເພິ່ນ ແລະ ໄດ້​ສ້າງ “ແທ່ນ​ບູ​ຊາ​ຖວາຍ​ແກ່​ພຣະ​ເຈົ້າ.”20 ກົງ​ກັນ​ຂ້າມ, ໂລດ​ໄດ້, “ຕັ້ງ​ຖິ່ນ​ຖານ​ຢູ່​ທ່າມ​ກາງ​ເມືອງ​ຕ່າງໆ ໃນ​ທົ່ງ​ຮາບ​ພຽງ​ໃກ້​ກັບ​ເມືອງ​ໂຊ​ໂດມ.”21 ເພື່ອ​ຈະ​ມີ​ຄວາມ​ສຳ​ພັນ​ທີ່​ສະ​ຫງົບ, ບົດ​ຮຽນ​ກໍ​ແຈ່ມ​ແຈ້ງ: ເຮົາ​ຄວນ​ເຕັມ​ໃຈ​ທີ່​ຈະ​ປະ​ນີ​ປະ​ນອມ ແລະ ກຳ​ຈັດ​ການ​ຜິດ​ຖຽງ​ກັນ​ໃນ​ເລື່ອງ​ທີ່​ບໍ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ. ດັ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ, “ພວກ​ທ່ານ​ຈະ​ບໍ່​ມີ​ຈິດ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ອັນ​ຕະ​ລາຍ​ໃຫ້​ຊຶ່ງ​ກັນ​ແລະ​ກັນ, ແຕ່​ຈະ​ຢູ່​ນຳ​ກັນ ຢ່າງ​ສັນ​ຕິ.”22 ແຕ່​ໃນ​ເລື່ອງ​ການ​ປະ​ພຶດ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ ແລະ ຂໍ້​ຄຳ​ສັ່ງ​ຂອງ​ຄຳ​ສອນ, ເຮົາ​ຕ້ອງ​ຄົງ​ຢູ່​ຢ່າງ​ໝັ້ນ​ຄົງ ແລະ ແນ່ວ​ແນ່.

ຖ້າ​ຫາກ​ເຮົາ​ຢາກ​ມີ​ສັນ​ຕິ​ສຸກ ຊຶ່ງ​ເປັນ​ລາງ​ວັນ​ຂອງ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ, ເຮົາ​ຈະ ບໍ່ ຕັ້ງ​ຖິ່ນ​ຖານ​ຂອງ​ເຮົາ​ໃຫ້​ຢູ່​ໃກ້​ໂລກ. ເຮົາ​ຈະ​ຕັ້ງ​ຖິ່ນ​ຖານ​ຂອງ​ເຮົາ​ໃຫ້​ຢູ່​ໃກ້​ພຣະ​ວິ​ຫານ.

ສາມ: ໃຊ້​ອຳ​ເພີ​ໃຈ​ເພື່ອ​ເລືອກ​ຄວາມ​ຊອບ​ທຳ

ສັນ​ຕິ​ສຸກ ແລະ ອຳ​ເພີ​ໃຈ​ຜູກ​ພັນ​ກັນ​ເປັນ​ອົງ​ປະ​ກອບ​ທີ່​ຈຳ​ເປັນ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ. ດັ່ງ​ທີ່​ຖືກ​ບັນ​ຍາຍ​ຢູ່​ໃນ​ບົດ​ຄວາມ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ “ອຳ​ເພີ​ໃຈ ແລະ ຄວາມ​ຮັບ​ຜິດ​ຊອບ,” “ອຳ​ເພີ​ໃຈ​ຄື​ຄວາມ​ສາ​ມາດ ແລະ ສິດ​ທິ​ພິ​ເສດ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ເຮົາ ເພື່ອ​ໃຫ້​ເລືອກ ແລະ ກະ​ທຳ​ເພື່ອ​ຕົວ​ເຮົາ​ເອງ.”23 ດັ່ງ​ນັ້ນ, ອຳ​ເພີ​ໃຈ​ຈຶ່ງ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ເຕີບ​ໂຕ ແລະ ປະ​ສົບ​ການ​ສ່ວນ​ຕົວ​ທີ່​ເປັນ​ພອນ​ໃຫ້​ແກ່​ເຮົາ ຂະ​ນະ​ທີ່​ເຮົາ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.24

ອຳ​ເພີ​ໃຈ​ໄດ້​ເປັນ​ບັນ​ຫາ​ຕົ້ນ​ຕໍ​ໃນ​ສະ​ພາ​ກ່ອນ​ເກີດ​ໃນ​ສະ​ຫວັນ ແລະ ການ​ຂັດ​ແຍ້ງ​ລະ​ຫວ່າງ​ຜູ້​ທີ່​ເລືອກ​ຈະ​ຕິດ​ຕາມ​ພຣະ​ຄຣິດ ແລະ ຜູ້​ຕິດ​ຕາມ​ຊາ​ຕານ.25 ການ​ປ່ອຍ​ປະ​ຄວາມ​ທະ​ນົງ​ຕົວ ແລະ ການ​ຄວບ​ຄຸມ ແລະ ການ​ເລືອກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ອະ​ນຸ​ຍາດ​ໃຫ້​ເຮົາ​ມີ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ ແລະ ສັນ​ຕິ​ສຸກ​ຂອງ​ພຣະ​ອົງ. ແຕ່​ສັນ​ຕິ​ສຸກ​ສ່ວນ​ຕົວ​ຈະ​ຖືກ​ທ້າ​ທາຍ​ເມື່ອ​ຜູ້​ຄົນ​ນຳ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ​ໃນ​ວິ​ທີ​ທາງ​ທີ່​ອັນ​ຕະ​ລາຍ ແລະ ເຈັບ​ປວດ.

ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ ການ​ຮັບ​ປະ​ກັນ​ສັນ​ຕິ​ສຸກ​ທີ່​ເຮົາ​ໄດ້ຮູ້​ສຶກ​ໃນ​ຫົວ​ໃຈ​ຂອງ​ເຮົາ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ໂດຍ​ຄວາມ​ຮູ້​ທີ່​ເຮົາ​ໄດ້​ມີ ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ຈະ​ສຳ​ເລັດ​ເພື່ອ​ເຮົາ. ສິ່ງ​ນີ້​ກໍ​ຖືກ​ຂຽນ​ໄວ້​ຢ່າງ​ສວຍ​ງາມ​ຢູ່​ໃນ​ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: “ຂະ​ນະ​ທີ່​ເຮົາ​ເພິ່ງ​ພາ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ຕໍ່​ການ​ທົດ​ລອງ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ເຈັບ​ປວດ​ຂອງ​ເຮົາ. ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ຄວາມ​ສະ​ຫງົບ, ແລະ ການ​ປອບ​ໂຍນ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ​ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໄດ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.”26

ສີ່: ສ້າງ​ຊີ​ໂອນ​ຢູ່​ໃນ​ຫົວ​ໃຈ ແລະ ບ້ານ​ເຮືອນ​ຂອງ​ເຮົາ

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ແລະ ພາກ​ສ່ວນ​ຂອງ​ຄອບ​ຄົວ​ຂອງ​ພຣະ​ອົງ. ເຮົາ​ຍັງ​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ທີ່​ເຮົາ​ໄດ້​ມາ​ເກີດ​ນຳ​ອີກ. ສະ​ຖາ​ບັນ​ຄອບ​ຄົວ​ເປັນ​ພື້ນ​ຖານ​ສຳ​ລັບ​ຄວາມ​ສຸກ ແລະ ສັນ​ຕິ​ສຸກ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ—ແລະ ລະ​ຫວ່າງ​ການ​ແຜ່​ລະ​ບາດ​ນີ້ ເຮົາ​ໄດ້​ຮຽນ​ຮູ້—ວ່າ​ການ​ປະ​ຕິ​ບັດ​ທາງ​ດ້ານ​ສາດ​ສະ​ໜາ​ໂດຍ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ສາ​ມາດ “ປ່ອຍ​ພະ​ລັງ​ຂອງ​ຄອບ​ຄົວ​ອອກ​ໄປ … ເພື່ອ​ປ່ຽນ​ບ້ານ​ເຮືອນ [ຂອງ​ເຮົາ] ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ.”27 ຖ້າ​ຫາກ​ເຮົາ​ມີ​ການ​ປະ​ຕິ​ບັດ​ທາງ​ດ້ານ​ສາດ​ສະ​ໜາ​ແບບ​ນີ້​ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ເຮົາ​ຈະ​ມີ​ສັນ​ຕິ​ສຸກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ.28 ເຮົາ​ຮັບ​ຮູ້​ໄດ້​ວ່າ​ພວກ​ທ່ານ​ຫລາຍ​ຄົນ​ບໍ່​ມີ​ພອນ​ຂອງ​ບ້ານ​ເຮືອນ​ທີ່​ຊອບ​ທຳ ແລະ ຕໍ່​ສູ້​ເປັນ​ປົກ​ກະ​ຕິ​ກັບ​ຜູ້​ຄົນ​ທີ່​ເລືອກ​ຄວາມ​ບໍ່​ຊອບ​ທຳ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ໃຫ້​ການ​ປົກ​ປ້ອງ ແລະ ສັນ​ຕິ​ສຸກ ເພື່ອ​ວ່າ ໃນ​ທີ່​ສຸດ​ຈະ​ນຳ​ພາ​ທ່ານ​ໄປ​ສູ່​ຄວາມ​ປອດ​ໄພ ແລະ ທີ່​ພັກ​ອາ​ໄສ​ຈາກ​ມໍ​ລະ​ສຸມ​ຊີ​ວິດ.

ຂ້າ​ພະ​ເຈົ້າ​ຮັບ​ຮອງ​ທ່ານ​ວ່າ ຄວາມ​ຊື່ນ​ຊົມ, ຄວາມ​ຮັກ, ແລະ ຄວາມ​ສຳ​ເລັດ​ທີ່​ໄດ້​ມີ​ຢູ່​ໃນ​ຄອບ​ຄົວ​ທີ່​ຊອບ​ທຳ ແລະ ຮັກ​ຫອມ​ຈະ​ສ້າງ​ທັງ​ສັນ​ຕິ​ສຸກ ແລະ ຄວາມ​ສຸກ. ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ເປັນ​ສູນ​ກາງ​ຂອງ​ການ​ມີ​ຊີ​ໂອນ​ຢູ່​ໃນ​ຫົວ​ໃຈ ແລະ ບ້ານ​ເຮືອນ​ຂອງ​ເຮົາ.29

ຫ້າ: ຕິດ​ຕາມ​ຄຳ​ແນະ​ນຳ​ໃນ​ປະ​ຈຸ​ບັນ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ

ສັນ​ຕິ​ສຸກ​ຂອງ​ເຮົາ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ຫລາຍ ເມື່ອ​ເຮົາ​ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ອີກ​ຈັກ​ໜ້ອຍ​ເຮົາ​ກໍ​ຈະ​ມີ​ໂອ​ກາດ​ໄດ້​ຍິນ​ຈາກ​ເພິ່ນ. ເພິ່ນ​ຖືກ​ກະ​ກຽມ​ໄວ້​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ສຳ​ລັບ​ການ​ເອີ້ນ​ນີ້. ການ​ກະ​ກຽມ​ສ່ວນ​ຕົວ​ຂອງ​ເພິ່ນ​ກໍ​ໄດ້​ເປັນ​ເລື່ອງ​ທີ່​ອັດ​ສະ​ຈັນ.30

ເພິ່ນ​ໄດ້​ສິດ​ສອນ​ເຮົາ​ວ່າ ເຮົາ​ສາ​ມາດ “ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ໄດ້​ດົນ​ນານ, ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ປັ່ນ​ປ່ວນ​ນີ້,” ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.31 ພຣະ​ອົງ​ແນະ​ນຳ​ເຮົາ​ໃຫ້ “ກັບ​ໃຈ​ທຸກ​ວັນ” ຮັບ​ເອົາ “ການ​ຊຳ​ລະ​ລ້າງ, ການ​ປິ່ນ​ປົວ, ແລະ ການ​ເສີມ​ພະ​ລັງ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ.32 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ສ່ວນ​ຕົວ​ວ່າ ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ​ໄດ້​ຮັບ ແລະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ສະ​ຫວັນ.

ຂະ​ນະ​ທີ່​ເຮົາ​ໃຫ້​ກຽດ ແລະ ສະ​ໜັບ​ສະ​ໜູນ​ເພິ່ນ​ໃນ​ຖາ​ນະ​ສາດ​ສະ​ດາ​ຂອງ​ເຮົາ, ເຮົາ​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ແລະ ໃຫ້​ການ​ເປັນ​ພະ​ຍານ​ສ່ວນ​ຕົວ​ຂອງ​ອັກ​ຄະ​ສາ​ວົກ​ວ່າ ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ, ນຳ​ພາ ແລະ ຊີ້​ນຳ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ. ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​ເປັນ​ແຫລ່ງ​ທີ່​ແທ້​ຈິງ​ແຫ່ງ​ສັນ​ຕິ​ສຸກ. ພຣະ​ອົງ​ເປັນ​ອົງ​ສັນ​ຕິ​ລາດ. ຂ້າ​ພະ​ເຈົ້າ​ສະ​ແດງ​ພະ​ຍານ​ທີ່​ແນ່​ນອນ ແລະ ຈິງ​ຈັງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “People in Independence did not like that the Saints preached to Indians and disapproved of slavery” (Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 [2018], 172).

  2. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:3.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7–8.

  5. ເບິ່ງ 2 ນີ​ໄຟ 2:11–15.

  6. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7.

  7. ໂຢ​ຮັນ 13:34.

  8. ໂຢ​ຮັນ 14:27.

  9. ເອ​ຊາ​ຢາ 9:6; 2 ນີ​ໄຟ 19:6 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ, ຢູ່​ໃນ​ຄຳ​ບູ​ລົມ​ສຸກ​ຂອງ​ພຣະ​ອົງ​ວ່າ, “ຄົນ​ທັງ​ປວງ​ທີ່​ສ້າງ​ຄວາມ​ສະ​ຫງົບ​ຍ່ອມ​ເປັນ​ສຸກ: ເພາະ​ວ່າ​ເຂົາ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ເຈົ້າ” (ມັດ​ທາຍ 5:9).

  10. “ອຳ​ນາດ​ຫລັກ​ຄື​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ຖືກ​ຕ້ອງ … ເຖິງ​ເທົ່າ​ອະ​ວະ​ສານ” (ເບິ່ງ ເອ​ຊາ​ຢາ 9:6–7; 2 ນີ​ໄຟ 19:6–7; ເບິ່ງ ຄາ​ລາ​ເຕຍ 5:22 ນຳ​ອີກ).

  11. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:35. ປະ​ທານ​ວິວ​ເຝີດ ວູດ​ຣັບ ໄດ້​ປະ​ກາດ​ເລື່ອງ​ນີ້ ໃນ​ປີ 1894 ແລະ ອີກ​ຄັ້ງ​ໃນ​ປີ 1896 (ເບິ່ງ The Discourses of Wilford Woodruff, sel. G. Homer Durham [1946], 251–52; ເບິ່ງ Marion G. Romney, ໃນ Conference Report, Apr. 1967, 79–82; Ezra Taft Benson, “The Power of the Word,” Ensign, May 1986, 79–80; Dallin H. Oaks, “Preparation for the Second Coming,” Liahona, May 2004, 9) ນຳ​ອີກ.

  12. ມັດ​ທາຍ 10:34.

  13. Nik Day, “Peace in Christ,” 2018 Mutual theme song, Liahona, Jan. 2018, 54–55; New Era, Jan. 2018, 24–25. ເພງ​ສວດ “Peace in Christ” ສິດ​ສອນ​ວ່າ:

    ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ແບບ​ພຣະ​ອົງ,

    ມັນ​ມີ​ສັນ​ຕິ​ໃນ​ພຣະ​ຄຣິດ.

    ພຣະ​ອົງ​ໃຫ້​ຄວາມ​ຫວັງ

    ເມື່ອ​ຄວາມ​ຫວັງ​ໝົດ​ໄປ.

    ພຣະ​ອົງ​ໃຫ້​ພະ​ລັງ

    ເມື່ອ​ເຮົາ​ເດີນ​ຕໍ່​ບໍ່​ໄດ້.

    ພຣະ​ອົງ​ໃຫ້​ທີ່​ພັກ​ເຊົາ

    ໃນ​ມໍ​ລະ​ສຸມ​ຊີ​ວິດ.

    ເມື່ອ​ບໍ່​ມີ​ສັນ​ຕິ​ໃນ​ໂລກ,

    ມັນ​ມີ​ສັນ​ຕິ​ໃນ​ພຣະ​ຄຣິດ.

  14. Teachings of Presidents of the Church: Joseph F. Smith (1998), 400.

  15. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23.

  16. ເບິ່ງ George Albert Smith, ໃນ Conference Report, Oct. 1945, 169–70.

  17. ຄາ​ລາ​ເຕຍ 5:22–23.

  18. ເບິ່ງ ຄາ​ລາ​ເຕຍ 6:2, 9.

  19. ເບິ່ງ ຄາ​ລາ​ເຕຍ 5:20.

  20. ປະ​ຖົມ​ມະ​ການ 13:18.

  21. ປະ​ຖົມ​ມະ​ການ 13:12.

  22. ໂມ​ໄຊ​ຢາ 4:13.

  23. Gospel Topics, “Agency and Accountability,” topics.ChurchofJesusChrist.org.

  24. ເຮົາ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ” (2 ນີ​ໄຟ 2:27). ອຳ​ເພີ​ໃຈ​ຍັງ​ອະ​ນຸ​ຍາດ​ໃຫ້​ການ​ເລືອກ​ຄວາມ​ຊົ່ວ​ທີ່​ຮ້າຍ​ກາດ​ຂອງ​ຄົນ​ອື່ນ ສ້າງ​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ ແລະ ບາງ​ເທື່ອ​ແມ່ນ​ແຕ່​ຄວາມ​ຕາຍ​ນຳ​ອີກ. ພຣະ​ຄຳ​ພີ​ເຮັດ​ໃຫ້​ແຈ້ງ​ຊັດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ອຳ​ເພີ​ໃຈ​ໃຫ້ ເພື່ອ​ວ່າ​ມະ​ນຸດ​ຈະ​ສາ​ມາດ​ເລືືອກ​ຄວາມ​ດີ ຫລື ຄວາມ​ຊົ່ວ (ເບິ່ງ 2 ນີ​ໄຟ 2:16).

  25. ເບິ່ງ Gospel Topics, “Agency and Accountability,” topics.ChurchofJesusChrist.org.

  26. ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 60 ChurchofJesusChrist.org.

  27. Russell M. Nelson, “Becoming Exemplary Latter-day Saints,” Liahona, Nov. 2018, 113.

  28. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23.

  29. ຂ້າ​ພະ​ເຈົ້າ​ໂຊກ​ດີ​ທີ່​ເຕີບ​ໂຕ​ຂຶ້ນ​ຢູ່​ໃນ​ບ້ານ​ບ່ອນ​ທີ່​ມີ​ສັນ​ຕິ​ສຸກ. ສິ່ງ​ນີ້​ເປັນ​ໄປ​ໄດ້​ເພາະ​ອິດ​ທິ​ພົນ​ຂອງ​ແມ່​ຂອງ​ພວກ​ເຮົາ, ຜູ້​ທີ່​ເປັນ​ສະ​ມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ດີ​ເດັ່ນ​ໃນ​ທຸກ​ວິ​ທີ​ທາງ ແຕ່​ບໍ່​ໄດ້​ເຂັ້ມ​ແຂງ. ແມ່​ໃຫ້​ກຽດ​ພໍ່​ຂອງ​ພວກ​ເຮົາ ແລະ ຫລີກ​ລ້ຽງ​ການ​ຂັດ​ແຍ້ງ. ເພິ່ນ​ໄດ້​ສິດ​ສອນ​ພວກ​ເຮົາ​ຕອນ​ເປັນ​ເດັກ​ນ້ອຍ ໃຫ້​ອະ​ທິ​ຖານ ແລະ ໄປ​ໂບດ. ເພິ່ນ​ຍັງ​ໄດ້​ສິດ​ສອນ​ພວກ​ເຮົາ​ໃຫ້​ຮັກ ແລະ ຮັບ​ໃຊ້​ກັນ​ແລະ​ກັນ (ເບິ່ງ ໂມ​ໄຊ​ຢາ 4:14–15). ການ​ເຕີບ​ໂຕ​ຂຶ້ນ​ໃນ​ບ້ານ​ດັ່ງ​ນີ້​ໄດ້​ໃຫ້​ສັນ​ຕິ​ສຸກ ແລະ ໄດ້​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

  30. ຣະ​ໂຊ ເອັມ ແນວ​ສັນ ໄດ້​ສຳ​ເລັດ​ການ​ສຶກ​ສາ​ຝ່າຍ​ການ​ແພດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ​ທາ ໃນ​ອັນ​ດັບ​ທີ​ໜຶ່ງ​ໃນ​ຫ້ອງ​ຂອງ​ເພິ່ນ ຕອນ​ອາ​ຍຸ 22 ປີ. ເພິ່ນ​ປາດ​ຖະ​ໜາ​ຢາກ​ເປັນ​ໝໍ​ຜ່າ​ຕັດ ແລະ ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ທີ່​ມີ​ໃຫ້​ຢູ່​ໃນ​ສະ​ຖາ​ບັນ​ການ​ແພດ​ທີ່​ມີ​ຊື່​ສຽງ. ເພິ່ນ​ໄດ້​ຮັບ​ໃຊ້​ຕາມ​ໜ້າ​ທີ່​ເປັນ​ທະ​ຫານ​ຢູ່​ປະ​ເທດ​ເກົາ​ຫລີ ແລະ ຍີ່​ປຸ່ນ. ເປັນ​ເວ​ລາ​ຫລາຍ​ປີ ເພິ່ນ​ໄດ້​ເປັນ​ຜູ້​ບຸກ​ເບີກ​ການ​ຜ່າ​ຕັດ​ເປີດ​ຫົວ​ໃຈ ແລະ ໄດ້​ເປັນ​ທີ່​ຮັບ​ຮູ້​ຕະ​ຫລອດ​ທົ່ວ​ໂລກ. ເຖິງ​ແມ່ນ​ວ່າ​ການ​ກະ​ກຽມ​ນີ້​ກໍ​ໜ້າ​ອັດ​ສະ​ຈັນ​ໃຈ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຕະ​ຫລອດ​ທົ່ວ​ໂລກ​ດ້ວຍ​ທັກ​ສະ​ທາງ​ການ​ແພດ​ຂອງ​ເພິ່ນ, ແຕ່​ການ​ກະ​ກຽມ​ທາງ​ວິນ​ຍານ​ຂອງ​ເພິ່ນ​ຍິ່ງ​ສຳ​ຄັນ​ຫລາຍ​ກວ່າ. ເພິ່ນ​ເປັນ​ພໍ່​ຂອງ​ຄອບ​ຄົວ​ໃຫຍ່​ທີ່​ມີ​ລູກ, ມີ​ຫລານ, ແລະ ມີ​ເຫລນ. ເພິ່ນ​ໄດ້​ຮັບ​ໃຊ້​ຄອບ​ຄົວ ແລະ ສາດ​ສະ​ໜາ​ຈັກ​ຂອງ​ເພິ່ນ​ຢ່າງ​ຊື່​ສັດ​ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ.

  31. ເບິ່ງ Russell M. Nelson, “Opening Message,” Liahona, May 2020, 6; ເບິ່ງ Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 81–84 ນຳ​ອີກ.

  32. Russell M. Nelson, “Opening Message,” 6.

ພິມ