ຂ້າພະເຈົ້າອະທິຖານວ່າ ພຣະອົງຈະໃຊ້ເຮົາ
ຄວາມພະຍາຍາມເລັກໆນ້ອຍໆລວມກັນເຮັດໃຫ້ເກີດຜົນອັນໃຫຍ່ໂຕໄດ້, ໂດຍຂະຫຍາຍຫລາຍສິ່ງທີ່ເຮົາເຮັດ ໃນຖານະສານຸສິດຂອງພຣະເຢຊູຄຣິດ.
ເຂົ້າໜົມທີ່ເຮັດດ້ວຍແຜ່ນແປ້ງບາງໆນີ້ ມີໃສ້ແກ່ນໝາກພິສະຕາຈິໂອ ແມ່ນສຳລັບການສະແດງຄວາມຂອບໃຈ. ຄອບຄົວ ຄາດາໂດ ເປັນຜູ້ເຮັດເຂົ້າໜົມເຫລົ່ານັ້ນ, ຊຶ່ງເຂົາເຈົ້າມີຮ້ານເຂົ້າໜົມສາມສາຂາ ຢູ່ເມືອງດາມັສກັດ, ປະເທດຊີເຣຍ. ເມື່ອສົງຄາມເກີດຂຶ້ນ, ຫົນທາງກໍປິດ ຊຶ່ງກະທົບກະເທືອນກັບການຂົນສົ່ງສະບຽງອາຫານ ແລະ ອຸປະກອນຕ່າງໆ ໄປໃຫ້ຕົວເມືອງ. ຄອບຄົວ ຄາດາໂດ ເລີ່ມອົດຢາກ. ໃນສະພາບທີ່ສິ້ນຫວັງທີ່ສຸດນີ້, ອົງການກຸສົນໄພ່ພົນຍຸກສຸດທ້າຍ ແລະ ພະນັກງານທີ່ກ້າຫານຢູ່ທີ່ສູນຣາມາທົ່ວໂລກ ໄດ້ເລີ່ມຕົ້ນເສີບອາຫານຮ້ອນທຸກວັນ, ພ້ອມທັງນ້ຳນົມສຳລັບເດັກນ້ອຍ. ຫລັງຈາກຊ່ວງໄລຍະຫຍຸ້ງຍາກຜ່ານໄປ, ຄອບຄົວນີ້ກໍເລີ່ມຕົ້ນຊີວິດຂອງເຂົາເຈົ້າ—ຮ້ານເຂົ້າໜົມກໍເຊັ່ນກັນ—ອີກຄັ້ງໃນປະເທດໃໝ່.
ເມື່ອບໍ່ດົນມານີ້, ເຂົ້າໜົມກ່ອງໜຶ່ງໄດ້ຖືກສົ່ງມາໃຫ້ຫ້ອງການຂອງສາດສະໜາຈັກ ພ້ອມດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້: “ເປັນເວລາຫລາຍກວ່າສອງເດືອນ, ພວກເຮົາໄດ້ເພິ່ງອາໄສກິນອາຫານຈາກເຮືອນຄົວ [ການກຸສົນ] ຣາມາ–ໄພ່ພົນຍຸກສຸດທ້າຍ. ຖ້າປາດສະຈາກຄວາມຊ່ວຍເຫລືອນັ້ນ ພວກເຮົາຄົງອົດຫິວຕາຍເສຍແລ້ວ. ຂໍຈົ່ງຮັບ … ເຂົ້າໜົມໃຫ້ຊີມຈາກຮ້ານຂອງຂ້າພະເຈົ້າ ເພື່ອເປັນການສະແດງຄວາມຂອບໃຈ. ຂ້າພະເຈົ້າຂໍໃຫ້ພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ຈົ່ງອວຍພອນພວກທ່ານ … ໃນທຸກສິ່ງທີ່ພວກທ່ານເຮັດດ້ວຍເທີ້ນ.”1
ເຂົ້າໜົມແຫ່ງຄວາມກະຕັນຍູ ແລະ ຄວາມຊົງຈຳ ມັນແມ່ນສຳລັບທ່ານ. ສຳລັບທຸກຄົນຜູ້ທີ່ໄດ້ອະທິຖານຫລັງຈາກໄດ້ເບິ່ງເລື່ອງລາວຢູ່ໃນຂ່າວ, ສຳລັບທຸກຄົນຜູ້ໄດ້ອາສາສະໝັກ ໃນເວລາທີ່ບໍ່ສະດວກ ຫລື ຜູ້ທີ່ໄດ້ບໍລິຈາກເງິນດ້ວຍຄວາມເມດຕາ ໃຫ້ແກ່ກອງທຶນຊ່ວຍເຫລືອມະນຸດສະທຳ; ໂດຍໄວ້ວາງໃຈວ່າ ມັນຈະຖືກໃຊ້ໃຫ້ເປັນປະໂຫຍດ, ຂອບໃຈຫລາຍໆເດີ.
ໜ້າທີ່ຮັບຜິດຊອບແຫ່ງສະຫວັນເພື່ອດູແລຄົນຍາກຈົນ
ສາດສະໜາຈັກຂອງພຣະເຢຊູຄຣິດຢູ່ພາຍໃຕ້ການມອບໝາຍອັນສູງສົ່ງໃຫ້ດູແລຄົນຍາກຈົນ.2 ມັນເປັນພາກສ່ວນຈຳເປັນໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ.3 ສິ່ງທີ່ເປັນຄວາມຈິງໃນວັນເວລາຂອງແອວມາ ກໍເປັນຄວາມຈິງໃນວັນເວລາຂອງເຮົາຄືກັນ ທີ່ວ່າ: “ແລະ ໃນສະພາບອັນຈະເລີນຮຸ່ງເຮືອງຂອງພວກເຂົາແບບນີ້, ພວກເຂົາບໍ່ໄດ້ປະໃຫ້ຜູ້ໃດເປືອຍເປົ່າ, ຫລື ຫິວໂຫຍ, ຫລື ກະຫາຍນ້ຳ, ຫລື ເຈັບປວດ, ຫລື ຂາດການບຳລຸງລ້ຽງ; ແລະ ພວກເຂົາບໍ່ໄດ້ໝົກໝຸ້ນຢູ່ກັບຂອງມີຄ່າ; ສະນັ້ນ ພວກເຂົາຈຶ່ງແຈກຢາຍໃຫ້ແກ່ທຸກຄົນທັງຜູ້ເຖົ້າ ແລະ ຜູ້ໜຸ່ມ, ທັງຂ້າທາດ ແລະ ຜູ້ເປັນອິດສະລະ, ທັງຊາຍ ແລະ ຍິງ, ບໍ່ວ່າຈະຢູ່ນອກສາດສະໜາຈັກ, ຫລື ຢູ່ໃນສາດສະໜາຈັກກໍຕາມ ໂດຍບໍ່ໄດ້ເຫັນແກ່ຜູ້ໃດຜູ້ໜຶ່ງເມື່ອຄົນເຫລົ່ານັ້ນຢູ່ໃນຄວາມຕ້ອງການ.”4
ສາດສະໜາຈັກຕອບສະໜອງການມອບໝາຍນີ້ໃນຫລາຍວິທີທາງທີ່ແຕກຕ່າງກັນ, ລວມທັງ:
-
ການປະຕິບັດສາດສະໜາກິດທີ່ເຮົາເຮັດຜ່ານທາງສະມາຄົມສະຕີສົງເຄາະ, ກຸ່ມຖານະປະໂລຫິດ, ແລະ ຫ້ອງຮຽນຕ່າງໆ.
-
ການຖືສິນອົດເຂົ້າ ແລະ ການໃຊ້ເງິນບໍລິຈາກຖືສິນອົດເຂົ້າ;
-
ໄຮ່ນາຮົ້ວສວນສະຫວັດດີການ ແລະ ໂຮງງານອາຫານກະປ໋ອງ;
-
ສູນຕ້ອນຮັບຊາວອົບພະຍົບ;
-
ໂຄງການເອື້ອມອອກໄປຫາຜູ້ຢູ່ໃນຄຸກ;
-
ອົງການສາດສະໜາຈັກຊ່ວຍເຫລືອມະນຸດສະທຳ;
-
ແລະ ແອັບ JustServe, ໃນບ່ອນທີ່ມີໃຫ້ບໍລິການ, ຊຶ່ງຈັດຜູ້ອາສາສະໝັກໃສ່ກັບໂອກາດຮັບໃຊ້.
ທັງໝົດນີ້ເປັນແນວທາງ, ຊຶ່ງຈັດລະບຽບຜ່ານທາງຖານະປະໂລຫິດ, ບ່ອນທີ່ຄວາມພະຍາຍາມເລັກໆນ້ອຍໆລວມກັນເຮັດໃຫ້ເກີດຜົນອັນໃຫຍ່ໂຕໄດ້, ໂດຍຂະຫຍາຍຫລາຍສິ່ງທີ່ເຮົາເຮັດ ໃນຖານະສານຸສິດຂອງພຣະເຢຊູຄຣິດ.
ສາດສະດາມີຄວາມພິທັກຮັກສາຕໍ່ທັງທົ່ວໂລກ
ສາດສະດາມີໜ້າທີ່ດູແລທັງທົ່ວໂລກ, ບໍ່ແມ່ນພຽງແຕ່ດູແລສະມາຊິກຂອງສາດສະໜາຈັກເທົ່ານັ້ນ. ຂ້າພະເຈົ້າສາມາດລາຍງານໄດ້ຈາກປະສົບການສ່ວນຕົວຂອງຂ້າພະເຈົ້າວ່າ ຝ່າຍປະທານສູງສຸດຮັບເອົາການມອບໝາຍນັ້ນເປັນສ່ວນຕົວ ແລະ ດ້ວຍການອຸທິດຕົນແນວໃດ. ຂະນະທີ່ມີຄວາມຕ້ອງການຫລາຍຂຶ້ນ, ຝ່າຍປະທານສູງສຸດໄດ້ມອບໝາຍໃຫ້ເຮົາເພີ່ມຄວາມຊ່ວຍເຫລືອມະນຸດສະທຳໃຫ້ຫລາຍຕື່ມອີກ ໃນວິທີທາງທີ່ສຳຄັນ. ພວກເພິ່ນສົນໃຈກັບສິ່ງທີ່ຜູ້ຄົນນິຍົມຊົມຊອບກັນຫລາຍທີ່ສຸດ ແລະ ລາຍລະອຽດທີ່ນ້ອຍທີ່ສຸດ.
ເມື່ອບໍ່ດົນມານີ້, ພວກເຮົາໄດ້ເອົາຊຸດນຸ່ງປ້ອງກັນພະຍາດທີ່ໂຮງຫຍິບເຄື່ອງ ບີໄຮວ໌ ໄດ້ຫຍິບສຳລັບໂຮງໝໍເພື່ອໃຊ້ໃນຊ່ວງໄລຍະການແຜ່ລະບາດ ໄປໃຫ້ພວກເພິ່ນເບິ່ງ. ໃນຖານະທີ່ເປັນໝໍຄົນໜຶ່ງ, ປະທານຣະໂຊ ເອັມ ແນວສັນ ກໍມີຄວາມສົນໃຈຫລາຍ. ເພິ່ນບໍ່ພຽງແຕ່ຢາກເບິ່ງມັນເທົ່ານັ້ນ. ເພິ່ນຢາກໃສ່ມັນລອງເບິ່ງ—ກວດເບິ່ງແຂນເສື້ອ ແລະ ຄວາມຍາວ ແລະ ມັດຈັ່ງໃດຢູ່ຂ້າງຫລັງ. ຈາກນັ້ນເພິ່ນໄດ້ບອກພວກເຮົາ, ດ້ວຍຄວາມຮູ້ສຶກໃນນ້ຳສຽງຂອງເພິ່ນວ່າ, “ເມື່ອພວກທ່ານໄປພົບກັບຜູ້ຄົນໃນໜ້າທີ່ມອບໝາຍຂອງພວກທ່ານ, ໃຫ້ຂອບໃຈເຂົາເຈົ້າແດ່ເດີສຳລັບການຖືສິນອົດເຂົ້າ, ການບໍລິຈາກ, ແລະ ການປະຕິບັດສາດສະໜາກິດຂອງເຂົາເຈົ້າໃນພຣະນາມຂອງພຣະຜູ້ເປັນເຈົ້າ.”
ການລາຍງານເລື່ອງການຊ່ວຍເຫລືອມະນຸດສະທຳ
ຕາມການຊີ້ນຳຂອງປະທານແນວສັນ, ຂ້າພະເຈົ້າຈະລາຍງານຕໍ່ທ່ານກ່ຽວກັບວິທີທີ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ຕອບຮັບເຮີຣິເຄນ, ແຜ່ນດິນໄຫວ, ແລະ ສະໜອງຄວາມຕ້ອງການຂອງຊາວອົບພະຍົບແນວໃດ—ແລະ ແມ່ນແຕ່ການລະບາດຂອງພະຍາດ—ຂອບໃຈຫລາຍໆສຳລັບຄວາມເມດຕາຂອງໄພ່ພົນຍຸກສຸດທ້າຍ ແລະ ໝູ່ເພື່ອນຫລາຍໆຄົນ. ຂະນະທີ່ຫລາຍກວ່າ 1,500 ໂຄງການ ທີ່ກ່ຽວພັນກັບພະຍາດໂຄວິດ-19 ເປັນຈຸດສຸມທີ່ໃຫຍ່ສຸດຂອງໂຄງການຊ່ວຍເຫລືອຂອງສາດສະໜາຈັກ ເປັນເວລາຫລາຍກວ່າ 18 ເດືອນຜ່ານມານີ້, ສາດສະໜາຈັກກໍຍັງໄດ້ຕອບຮັບໄພທຳມະຊາດ 933 ເທື່ອ ແລະ ວິກິດເລື່ອງຊາວອົບພະຍົບໃນ 108 ປະເທດນຳອີກ. ແຕ່ສະຖິຕິບໍ່ບອກລາຍລະອຽດທັງໝົດ. ຂ້າພະເຈົ້າຂໍແບ່ງປັນສີ່ຕົວຢ່າງສັ້ນໆ ເພື່ອສະແດງໃຫ້ຮູ້ຈັກໜ້ອຍໜຶ່ງເຖິງສິ່ງທີ່ປະຕິບັດກັນຢູ່.
ໂຄງການບັນເທົາທຸກໂຄວິດຊາວອາຟຣິກາໃຕ້
ນາງດິກາ ເອັມພູຕີ ອາຍຸສິບຫົກປີ ຈາກເມືອງແວວກຳ, ປະເທດອາຟຣິກາໃຕ້, ໄດ້ສູນເສຍພໍ່ແມ່ຂອງນາງໄດ້ຫລາຍປີແລ້ວ, ຊຶ່ງນາງຕ້ອງດູແລນ້ອງສາມຄົນ ດ້ວຍຕົວນາງເອງ. ການຫາອາຫານໃຫ້ພຽງພໍກໍເປັນເລື່ອງທີ່ໜ້າກັງວົນສຳລັບນາງຢູ່ແລ້ວ, ແຕ່ການຂາດແຄນອຸປະກອນໃຊ້ສອຍສຳລັບໂຄວິດ ແລະ ການກັກຕົວ ເຮັດໃຫ້ເກືອບເປັນໄປບໍ່ໄດ້. ເຂົາເຈົ້າຫິວໂຫຍຕະຫລອດ, ປະທັງຊີວິດໄປແຕ່ລະວັນດ້ວຍຄວາມຊ່ວຍເຫລືອຈາກເພື່ອນບ້ານ.
ໃນມື້ທີ່ແຈ່ມໃສຂອງເດືອນສິງຫາ ປີ 2020, ນາງດິກາປະຫລາດໃຈທີ່ມີຄົນມາເຄາະປະຕູບ້ານ. ນາງໄດ້ເປີດປະຕູ ແລະ ເຫັນຄົນແປກໜ້າສອງຄົນ—ຄົນໜຶ່ງເປັນຜູ້ຕາງໜ້າໃຫ້ສາດສະໜາຈັກຈາກຫ້ອງການເຂດໃນເມືອງໂຈແຮນເນສະເບີກ ແລະ ອີກຄົນໜຶ່ງຈາກຫ້ອງການພັດທະນາສັງຄົມຂອງອາຟຣິກາໃຕ້.
ທັງສອງອົງການໄດ້ຮ່ວມມືກັນນຳເອົາອາຫານມາໃຫ້ຄອບຄົວທີ່ຢູ່ໃນຄວາມສ່ຽງ. ນາງດິກາດີໃຈຫລາຍ ຂະນະທີ່ຫລຽວເບິ່ງແປ້ງເຂົ້າຈີ່ ແລະ ອາຫານຊະນິດອື່ນໆທີ່ຈຳເປັນ, ຊຶ່ງຊື້ດ້ວຍທຶນຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ. ສິ່ງຂອງເຫລົ່ານັ້ນຈະຊ່ວຍຄ້ຳຈູນຊີວິດຂອງຄອບຄົວນາງໄດ້ຫລາຍອາທິດ ຈົນກວ່າຝ່າຍລັດຖະບານຈະສົ່ງສະບຽງອາຫານມາໃຫ້.
ເລື່ອງລາວຂອງນາງດິກາ ເປັນເລື່ອງໜຶ່ງໃນປະສົບການນັບພັນໆ ທີ່ເກີດຂຶ້ນທົ່ວໂລກ ໃນຊ່ວງໄລຍະການລະບາດຂອງພະຍາດໂຄວິດ ຕ້ອງຂໍຂອບໃຈຫລາຍໆສຳລັບການອຸທິດບໍລິຈາກຂອງທ່ານ.
ໂຄງການບັນເທົາທຸກຊາວອັບການິດສະຖານທີ່ເມືອງແຣມສະຕາຍ
ເຮົາທຸກຄົນກໍໄດ້ເຫັນພາບລ່າສຸດໃນຂ່າວ: ອົບພະຍົບຫລາຍພັນຄົນທີ່ບິນຈາກປະເທດອັບການິດສະຖານ. ຫລາຍຄົນໄດ້ໄປຮອດສະໜາມບິນ ຫລື ສະຖານທີ່ພັກຊົ່ວຄາວຢູ່ປະເທດກາຕາ, ສະຫະລັດ, ເຢຍລະມັນ, ແລະ ສະເປນ ກ່ອນຈະເດີນທາງຕໍ່ໄປຫາຈຸດໝາຍປາຍທາງສຸດທ້າຍ. ເຂົາເຈົ້າຕ້ອງການສິ່ງຂອງຈຳເປັນ, ແລະ ສາດສະໜາຈັກກໍໄດ້ຕອບສະໜອງ ພ້ອມທັງໜ່ວຍອາສາສະໝັກ. ຢູ່ທີ່ຄ້າຍທະຫານອາກາດ ແຣມສະຕາຍ ໃນປະເທດເຢຍລະມັນ, ສາດສະໜາຈັກໄດ້ບໍລິຈາກໄດເປີ້, ນົມຝຸ່ນ, ອາຫານ, ແລະ ເກີບ.
ເອື້ອຍນ້ອງສະມາຄົມສະຕີສົງເຄາະບາງຄົນໄດ້ສັງເກດເຫັນວ່າ ແມ່ຍິງຊາວອັບການິດສະຖານຫລາຍຄົນໄດ້ໃຊ້ເສື້ອຂອງຜົວເຂົາເຈົ້າປົກໜ້າ ເພາະວ່າຜ້າປົກໜ້າຕາມປະເພນີຂອງເຂົາເຈົ້າຖືກດຶງອອກໃນຄວາມວຸ່ນວາຍຢູ່ສະໜາມບິນຄາບູນ. ໃນການກະທຳຂອງມິດຕະພາບທີ່ຂ້າມເຂດແດນທາງສາດສະໜາ ຫລື ວັດທະນະທຳ, ເອື້ອຍນ້ອງໃນຫວອດ ແຣມສະຕາຍ ແຫ່ງທີໜຶ່ງ ໄດ້ເຕົ້າໂຮມກັນເພື່ອຫຍິບເຄື່ອງນຸ່ງມຸດສະລິມພື້ນເມືອງໃຫ້ພວກແມ່ຍິງຊາວອັບການິດສະຖານ. ຊິດສະເຕີ ແບັດຕະນີ ຮອລ໌ ໄດ້ເວົ້າວ່າ, “ພວກເຮົາໄດ້ຍິນວ່າ ພວກແມ່ຍິງຕ້ອງການເຄື່ອງນຸ່ງສຳລັບການອະທິຖານ, ແລະ ພວກເຮົາກໍກຳລັງຫຍິບ ເພື່ອວ່າເຂົາເຈົ້າຈະສາມາດອະທິຖານໄດ້ [ຢ່າງສະບາຍ].”5
ໂຄງການບັນເທົາທຸກຊາວໄຮຕີຈາກແຜ່ນດິນໄຫວ
ຕົວຢ່າງຕໍ່ໄປນີ້ສະແດງໃຫ້ເຫັນວ່າ ທ່ານບໍ່ຈຳເປັນຕ້ອງຮັ່ງມີ ຫລື ເປັນຜູ້ໃຫຍ່ ກ່ອນຈະເປັນເຄື່ອງມືສຳລັບຄວາມດີໄດ້. ນາງແມຣີ “ດີຈາດຈູ” ຈາກະ ອາຍຸສິບແປດປີ ມາຈາກສາຂາ ຄາແວວລັນ ໃນປະເທດໄຮຕີ. ເມື່ອແຜ່ນດິນໄຫວທີ່ຮ້າຍແຮງໄດ້ເກີດຂຶ້ນໃກ້ກັບເມືອງຂອງນາງ ໃນເດືອນສິງຫາ, ເຮືອນຂອງຄອບຄົວນາງເປັນໜຶ່ງໃນອາຄານຈຳນວນສິບພັນຫລັງທີ່ພັງທະລາຍ. ມັນເກືອບເປັນໄປບໍ່ໄດ້ທີ່ຈະນຶກພາບຂອງຄວາມສິ້ນຫວັງໃນການສູນເສຍເຮືອນຂອງທ່ານໄປ. ແຕ່ແທນທີ່ຈະຍອມແພ້ຕໍ່ຄວາມສິ້ນຫວັງນັ້ນ, ນາງດີຈາດຈູ—ຢ່າງໜ້າແປກໃຈ—ໄດ້ຫັນອອກໄປຊ່ວຍຄົນອື່ນ.
ນາງເຫັນແມ່ຕູ້ຄົນຂ້າງບ້ານມີຄວາມລຳບາກ ແລະ ນາງໄດ້ເລີ່ມຕົ້ນດູແລລາວ. ນາງໄດ້ຊ່ວຍເຫລືອຄົນອື່ນໆມ້ຽນຂີ້ເຫຍື້ອ. ເຖິງແມ່ນຈະອິດເມື່ອຍ, ແຕ່ນາງໄດ້ຊ່ວຍສະມາຊິກຂອງສາດສະໜາຈັກຄົນອື່ນໆຢາຍອາຫານ ແລະ ເຄື່ອງອະນາໄມໃຫ້ຄົນອື່ນໆ. ເລື່ອງລາວຂອງນາງດີຈາດຈູ ກໍເປັນຕົວຢ່າງໜຶ່ງຂອງການຮັບໃຊ້ທີ່ມີພະລັງ ຊຶ່ງກະທຳໂດຍກຸ່ມຊາວໜຸ່ມ ແລະ ຜູ້ໃຫຍ່ໜຸ່ມ ຂະນະທີ່ເຂົາເຈົ້າເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ.
ໂຄງການບັນເທົາທຸກຊາວເຢຍລະມັນຈາກໄພນ້ຳຖ້ວມ
ພຽງແຕ່ສອງສາມອາທິດກ່ອນແຜ່ນດິນໄຫວ, ກຸ່ມຜູ້ໃຫຍ່ໜຸ່ມອີກກຸ່ມໜຶ່ງໄດ້ໃຫ້ການຮັບໃຊ້ທີ່ຄ້າຍຄືກັນນີ້ ຢູ່ຟາກມະຫາສະໝຸດແອັດແລນຕິກເບື້ອງນັ້ນ. ໄພນ້ຳຖ້ວມທີ່ໄຫລຜ່ານເອີຣົບໃນເດືອນກໍລະກົດ ແມ່ນຮ້າຍແຮງທີ່ສຸດໃນຫລາຍທົດສະວັດທີ່ຜ່ານມາ.
ເມື່ອນ້ຳຫລຸດລົງ, ເຈົ້າຂອງຮ້ານຄົນໜຶ່ງໃນທ້ອງຖິ່ນແຄມທະເລຂອງເມືອງອາວາຍເລີ, ປະເທດເຢຍລະມັນ, ໄດ້ສຳຫລວດຄວາມເສຍຫາຍ ແລະ ຮູ້ສຶກກຸ້ມໃຈຢ່າງໜັກ. ຊາຍທີ່ຖ່ອມຕົວຄົນນີ້, ເປັນຊາວກາໂຕລິກທີ່ອຸທິດຕົນ, ໄດ້ອະທິຖານຄ່ອຍໆ ຫວັງວ່າພຣະເຈົ້າຈະສົ່ງບາງຄົນມາຊ່ວຍເຫລືອລາວ. ເຊົ້າຕໍ່ມາ, ປະທານແດນ ແຮມມັນ ຈາກເຂດເຜີຍແຜ່ແຟຣ້ງເຝີດ ເຢຍລະມັນ ໄດ້ມາຫາຖະໜົນສາຍນັ້ນພ້ອມກັບກຸ່ມຜູ້ສອນສາດສະໜາຈຳນວນໜຶ່ງ ທີ່ນຸ່ງເສື້ອກັກສີເຫລືອງ Helping Hands. ນ້ຳໄດ້ຖ້ວມສູງເຖິງ 10 ຟີດ (3 ແມັດ) ຂອງຝາຮ້ານ, ເຫລືອໄວ້ແຕ່ຂີ້ຕົມສູງເຕັມຮ້ານ. ຜູ້ອາສາສະໝັກໄດ້ຊ້ວນເອົາຂີ້ຕົມອອກ, ຖອດພົມ ແລະ ມ້າງຝາຫ້ອງອອກ, ແລະ ກອງທຸກສິ່ງໄວ້ຢູ່ຂ້າງຖະໜົນເພື່ອເອົາໄປຖິ້ມ. ເຈົ້າຂອງຮ້ານທີ່ດີໃຈຫລາຍ ໄດ້ເຮັດວຽກງານຄຽງຂ້າງເຂົາເຈົ້າເປັນເວລາຫລາຍຊົ່ວໂມງ, ດ້ວຍຄວາມອັດສະຈັນໃຈທີ່ພຣະຜູ້ເປັນເຈົ້າໄດ້ສົ່ງກຸ່ມຜູ້ຮັບໃຊ້ຂອງພຣະອົງມາ ໃນການຕອບຄຳອະທິຖານຂອງລາວ—ພາຍໃນ 24 ຊົ່ວໂມງ!6
“ຂ້າພະເຈົ້າອະທິຖານວ່າ ພຣະອົງຈະໃຊ້ເຮົາ”
ໃນການກ່າວເຖິງອົງການຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ, ແອວເດີ ແຈັບຟະຣີ ອາ ຮໍແລນ ຄັ້ງໜຶ່ງໄດ້ກ່າວວ່າ: “ຄຳອະທິຖານໄດ້ຮັບຄຳຕອບ … ສ່ວນຫລາຍ … ຈາກພຣະເຈົ້າ ໂດຍການໃຊ້ຄົນອື່ນ. ຂ້າພະເຈົ້າອະທິຖານວ່າ ພຣະອົງຈະໃຊ້ເຮົາ ຂ້າພະເຈົ້າອະທິຖານວ່າ ເຮົາຈະເປັນຄຳຕອບຕໍ່ຄຳອະທິຖານຂອງຄົນອື່ນ.”7
ອ້າຍເອື້ອຍນ້ອງທັງຫລາຍ, ຜ່ານທາງການປະຕິບັດສາດສະໜາກິດ, ການບໍລິຈາກ, ເວລາ, ແລະ ຄວາມຮັກຂອງທ່ານ, ທ່ານໄດ້ເປັນຄຳຕອບຕໍ່ຄຳອະທິຖານຢ່າງຫລວງຫລາຍ. ແຕ່ກໍຍັງມີຫລາຍສິ່ງຫລາຍຢ່າງທີ່ຈະຕ້ອງເຮັດ. ໃນຖານະສະມາຊິກຂອງສາດສະໜາຈັກທີ່ໄດ້ຮັບບັບຕິສະມາແລ້ວ, ເຮົາຢູ່ພາຍໃຕ້ພັນທະສັນຍາທີ່ຈະດູແລຜູ້ທີ່ຢູ່ໃນຄວາມຕ້ອງການ. ການຊ່ວຍເຫລືອສ່ວນຕົວຂອງເຮົາ ບໍ່ຈຳເປັນຕ້ອງໃຊ້ເງິນ ຫລື ໄປຫາສະຖານທີ່ຫ່າງໄກສະເໝີໄປ8 ແຕ່ມັນຮຽກຮ້ອງການຊີ້ນຳຈາກພຣະວິນຍານບໍລິສຸດ ແລະ ຫົວໃຈທີ່ພ້ອມຈະເວົ້າກັບພຣະຜູ້ເປັນເຈົ້າວ່າ: “ຂ້ານ້ອຍຈະໄປ, ໂຜດສົ່ງຂ້ານ້ອຍໄປເຖີດ.”9
ປີທີ່ພຣະຜູ້ເປັນເຈົ້າຈະເມດຕາ
ລູກາ 4 ບັນທຶກວ່າ ພຣະເຢຊູໄດ້ມາສູ່ເມືອງນາຊາເຣັດ, ບ່ອນທີ່ພຣະອົງໄດ້ເຕີບໃຫຍ່ຂຶ້ນ, ແລະ ໄດ້ຢືນຂຶ້ນໃນໂຮງທຳມະສາລາເພື່ອອ່ານ. ມັນເປັນເວລາໃກ້ການເລີ່ມຕົ້ນການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະອົງ, ແລະ ພຣະອົງໄດ້ອ້າງເຖິງຂໍ້ພຣະຄຳພີຂໍ້ນີ້ ຈາກພຣະທຳເອຊາຢາ:
“ພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ເທິງຂ້ານ້ອຍ, ເພາະພຣະອົງໄດ້ຫົດສົງແຕ່ງຕັ້ງຂ້ານ້ອຍໄວ້ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ; ພຣະອົງໃຊ້ຂ້ານ້ອຍໄປ [ປິ່ນປົວຫົວໃຈທີ່ຊອກຊ້ຳ], ປະກາດອິດສະລະພາບແກ່ຄົນທັງຫລາຍທີ່ຖືກຈຳຈອງ, ແລະ ຄົນຕາບອດຈະເຫັນຮຸ່ງອີກ, ປົດປ່ອຍຜູ້ຖືກກົດຂີ່ໃຫ້ເປັນອິດສະລະ,
“ໃຫ້ປະກາດປີທີ່ພຣະຜູ້ເປັນເຈົ້າຈະເມດຕາ. …
“… ພຣະທຳຕອນນີ້ໄດ້ສຳເລັດເປັນຈິງໃນວັນນີ້.”10
ຂ້າພະເຈົ້າເປັນພະຍານວ່າ ພຣະຄຳພີກຳລັງສຳເລັດເປັນຈິງໃນວັນເວລາຂອງເຮົາເຊັ່ນກັນ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດໄດ້ສະເດັດມາເພື່ອປິ່ນປົວຫົວໃຈທີ່ຊອກຊ້ຳ. ພຣະກິດຕິຄຸນຂອງພຣະອົງແມ່ນເພື່ອເຮັດໃຫ້ຄົນຕາບອດເຫັນຮຸ່ງ. ສາດສະໜາຈັກຂອງພຣະອົງແມ່ນເພື່ອສັ່ງສອນການປົດປ່ອຍຜູ້ທີ່ຖືກຈຳຈອງ, ແລະ ສານຸສິດຂອງພຣະອົງຕະຫລອດທົ່ວໂລກກໍກຳລັງພະຍາຍາມປົດປ່ອຍຜູ້ທີ່ຖືກກົດຂີ່ໃຫ້ເປັນອິດສະລະ.
ຂ້າພະເຈົ້າຂໍຈົບດ້ວຍການກ່າວຊ້ຳຄຳຖາມທີ່ພຣະເຢຊູໄດ້ຖາມອັກຄະສາວົກຂອງພຣະອົງ ຊີໂມນເປໂຕວ່າ “ເຈົ້າຮັກເຮົາບໍ?”11 ຄວາມສຳຄັນຂອງພຣະກິດຕິຄຸນແມ່ນຢູ່ໃນວິທີທີ່ເຮົາຕອບຄຳຖາມສຳລັບຕົວເຮົາເອງ ແລະ ຢູ່ໃນການ “ລ້ຽງແກະ [ຂອງພຣະອົງ].”12 ດ້ວຍຄວາມຄາລະວະ ແລະ ຄວາມຮັກອັນຍິ່ງໃຫຍ່ຕໍ່ພຣະເຢຊູຄຣິດ ພຣະອາຈານຂອງເຮົາ, ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນ ໃຫ້ເປັນພາກສ່ວນໃນການປະຕິບັດສາດສະໜາກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ຂ້າພະເຈົ້າອະທິຖານວ່າ ພຣະອົງຈະໃຊ້ເຮົາ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.