ສິ່ງມະຫັດສະຈັນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ
ຂ້າພະເຈົ້າຮູ້ວ່າພຣະກິດຕິຄຸນຂອງພຣະອົງສາມາດນຳເອົາຄວາມຫວັງ, ສັນຕິສຸກ, ແລະ ຄວາມຊື່ນຊົມມາໃຫ້, ບໍ່ພຽງແຕ່ໃນເວລານີ້, ແຕ່ວ່າຈະເປັນພອນໃຫ້ກັບຄົນອື່ນຈົນນັບບໍ່ຖ້ວນໃນລຸ້ນຕໍ່ໆໄປ.
Mabuhay [ສະບາຍດີ]! ຂ້າພະເຈົ້ານຳຄວາມຮັກ ແລະ ຮອຍຍິ້ມອັນອົບອຸ່ນມາໃຫ້ທ່ານຈາກໄພ່ພົນຟີລິບປິນທີ່ດີເລີດ. ປີນີ້ແມ່ນຄົບຮອບ 60 ປີນັບຕັ້ງແຕ່ຜູ້ສອນສາດສະໜາຄົນທຳອິດໄດ້ໄປຮອດໝູ່ເກາະຕ່າງໆຂອງປະເທດຟີລິບປິນ. ປະຈຸບັນນີ້ ມີເຂດເຜີຍແຜ່ 23 ແຫ່ງ ແລະ ມີສະມາຊິກຂອງສາດສະໜາຈັກຫລາຍກວ່າ 800,000 ຄົນໃນ 123 ສະເຕກ. ບັດນີ້ມີພຣະວິຫານທັງໝົດເຈັດແຫ່ງທີ່ເປີດໃຫ້ບໍລິການ, ຢູ່ໃນຂັ້ນຕອນການສ້າງ, ຫລື ຖືກປະກາດໄປແລ້ວ. ນີ້ເປັນສິ່ງມະຫັດສະຈັນແທ້ໆ. ພວກເຮົາເຫັນເຖິງການບັນລຸຄຳທຳນາຍໃນ 2 ນີໄຟ 10:21: “ແຕ່ຄຳສັນຍາຂອງພຣະຜູ້ເປັນເຈົ້າກັບຜູ້ທີ່ຢູ່ໃນເກາະໃນທະເລນັ້ນຍິ່ງໃຫຍ່.”
ສິ່ງມະຫັດສະຈັນນີ້ຍັງເປັນການບັນລຸຄຳທຳນາຍທີ່ໄດ້ໃຫ້ໄວ້ໃນການອະທິຖານຂອງແອວເດີ ກໍດອນ ບີ ຮິງລີ ສະໄໝນັ້ນທີ່ນະຄອນຫລວງມະນິລາ ໃນປີ 1961. ໃນຄຳອະທິຖານ, ແອວເດີ ຮິງລີ ໄດ້ກ່າວວ່າ: “ພວກຂ້ານ້ອຍວິງວອນຂໍພອນຂອງພຣະອົງໃຫ້ແກ່ຜູ້ຄົນຂອງແຜ່ນດິນນີ້, ວ່າເຂົາເຈົ້າຈະເປັນມິດທີ່ດີ ແລະ ມີນ້ຳໃຈຕ້ອນຮັບແຂກ ແລະ ມີຄວາມເມດຕາ ແລະ ກະລຸນາຕໍ່ຜູ້ຄົນທີ່ຈະມາທີ່ນີ້, ແລະ ວ່າຈຳນວນຫລວງຫລາຍ, ແມ່ນແລ້ວ, ພຣະອົງເຈົ້າເອີຍ, ພວກຂ້ານ້ອຍອະທິຖານວ່າຈະມີ [ຈຳນວນຫລວງຫລາຍ,] ຫລາຍພັນຄົນທີ່ຈະໄດ້ຮັບຂ່າວສານນີ້ ແລະ ໄດ້ຮັບພອນເຊັ່ນນັ້ນ. ຂໍໃຫ້ພຣະອົງໃຫ້ພອນແກ່ເຂົາເຈົ້າດ້ວຍການມີຄວາມຄິດທີ່ເປີດກວ້າງ ແລະ ໃຈທີ່ມີຄວາມເຂົ້າອົກເຂົ້າໃຈ, ແລະ ຮັບດ້ວຍສັດທາ, ແລະດ້ວຍຄວາມກ້າຫານທີ່ຈະດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນ” (ການອະທິຖານອຸທິດ ຢູ່ທີ່ American War Memorial Cemetery, ຟີລິບປິນ, ວັນທີ 28 ເດືອນເມສາ, 1961).
ໃນຈຳນວນທີ່ນັບບໍ່ໄດ້, ຂອງໄພ່ພົນຍຸກສຸດທ້າຍຜູ້ຊື່ສັດຫລາຍພັນຄົນ, ການມະຫັດສະຈັນຂອງພຣະກິດຕິຄຸນໄດ້ນຳການປ່ຽນແປງໃນທາງບວກມາໃຫ້ປະເທດນີ້ ແລະ ປະຊາຊົນ. ຂ້າພະເຈົ້າຄືໜຶ່ງໃນພະຍານທີ່ຍັງມີຊີວິດຢູ່. ໃນຕອນທີ່ຂ້າພະເຈົ້າອາຍຸຫົກປີ ພໍ່ແມ່ຂອງຂ້າພະເຈົ້າໄດ້ເຂົ້າຮ່ວມສາດສະໜາຈັກທີ່ພາກໃຕ້ຂອງເກາະມິນດານາວ. ໃນເວລານັ້ນ, ທົ່ວປະເທດມີພຽງແຕ່ເຂດເຜີຍແຜ່ເຂດດຽວ ແລະ ຍັງບໍ່ມີສະເຕກເທື່ອ. ຂ້າພະເຈົ້າຈະກະຕັນຍູຊົ່ວນິລັນດອນສຳລັບຄວາມກ້າຫານ ແລະ ຄຳໝັ້ນສັນຍາຂອງພໍ່ແມ່ຂ້າພະເຈົ້າໃນການຕິດຕາມພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າເຄົາລົບພວກເພິ່ນ ແລະ ຜູ້ບຸກເບີກທຸກຄົນຂອງສາດສະໜາຈັກໃນປະເທດຟີລິບປິນ. ພວກເພິ່ນໄດ້ປູທາງໄວ້ສຳລັບຄວາມສຳເລັດຂອງຄົນລຸ້ນຫລັງທີ່ຈະໄດ້ຮັບພອນ.
ກະສັດເບັນຢາມິນໃນພຣະຄຳພີມໍມອນໄດ້ກ່າວວ່າ: “ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ຮັບພອນທຸກສິ່ງ ທັງຝ່າຍໂລກ ແລະ ຝ່າຍວິນຍານ” (ໂມໄຊຢາ 2:41).
ຂະນະທີ່ເຮົາດຳລົງຊີວິດ ແລະ ເຊື່ອຟັງຫລັກທຳ ແລະ ພິທີການຕ່າງໆແຫ່ງພຣະກິດຕິຄຸນ, ເຮົາໄດ້ຮັບພອນ, ຮັບການປ່ຽນແປງ, ແລະ ປ່ຽນໃຈເຫລື້ອມໃສ ເພື່ອໃຫ້ກາຍເປັນເໝືອນດັ່ງພຣະເຢຊູຄຣິດຫລາຍຂຶ້ນກວ່າເກົ່າ. ນັ້ນແມ່ນວິທີທີ່ພຣະກິດຕິຄຸນໄດ້ປ່ຽນແປງ ແລະ ເປັນພອນໃຫ້ກັບໄພ່ພົນຊາວຟີລິບປິນ, ລວມທັງຄອບຄົວຂອງຂ້າພະເຈົ້າ. ພຣະກິດຕິຄຸນເປັນຫົນທາງແຫ່ງຄວາມສຸກ, ແລະ ຊີວິດທີ່ອຸດົມສົມບູນຢ່າງແທ້ຈິງ.
ຫລັກທຳຂໍ້ທຳອິດແຫ່ງພຣະກິດຕິຄຸນແມ່ນສັດທາໃນອົງພຣະເຢຊູຄຣິດເຈົ້າ. ຊາວຟີລິບປິນຫລາຍຄົນມີຄວາມເຊື່ອໂດຍທຳມະຊາດໃນພຣະເຈົ້າ. ມັນເປັນເລື່ອງງ່າຍສຳລັບພວກເຮົາທີ່ຈະໄວ້ວາງໃຈໃນພຣະເຢຊູຄຣິດ ແລະ ຮູ້ວ່າພວກເຮົາສາມາດໄດ້ຮັບຄຳຕອບຕໍ່ຄຳອະທິຖານຂອງພວກເຮົາ.
ຄອບຄົວໂອເບໂດຊາ ເປັນຕົວຢ່າງທີ່ດີໃນເລື່ອງນີ້. ບຣາເດີ ໂອເບໂດຊາ ໄດ້ເປັນປະທານສາຂາຂອງຂ້າພະເຈົ້າ ໃນຕອນທີ່ຂ້າພະເຈົ້າຍັງເປັນຊາຍໜຸ່ມ. ບຣາເດີ ແລະ ຊິດສະເຕີ ໂອເບໂດຊາ ມີຄວາມປາດຖະໜາອັນຍິ່ງໃຫຍ່ໃນການຜະນຶກຄອບຄົວຂອງພວກເພິ່ນໃນພຣະວິຫານມະນິລາ. ພວກເພິ່ນອາໃສຢູ່ເມືອງເຈັນເນີໂຣ ແຊນໂຕສ໌, ຊຶ່ງໄກຈາກນະຄອນຫລວງມະນິລາ 1,000 ໄມ (1,600 ກິໂລແມັດ). ສຳລັບຄອບຄົວທີ່ມີສະມາຊິກທັງໝົດເກົ້າຄົນ, ເຮັດໃຫ້ການເດີນທາງໄປພຣະວິຫານນັ້ນເບິ່ງຄ້າຍກັບວ່າບໍ່ມີຄວາມເປັນໄປໄດ້ເລີຍ. ແຕ່ຄືກັນກັບພໍ່ຄ້າຄົນນັ້ນຜູ້ທີ່ໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ໄຂ່ມຸກເມັດໜຶ່ງທີ່ມີລາຄາແພງຫລາຍ (ເບິ່ງ ມັດທາຍ 13:45–46), ທັງສອງຄົນໄດ້ຕັດສິນໃຈຂາຍເຮືອນຂອງພວກເພິ່ນ ເພື່ອເປັນຄ່າໃຊ້ຈ່າຍສຳລັບການເດີນທາງ. ຊິດສະເຕີ ໂອເບໂດຊາ ເປັນກັງວົນຍ້ອນວ່າພວກເພິ່ນຈະບໍ່ມີເຮືອນໃຫ້ກັບຄືນໄປຫາ. ແຕ່ບຣາເດີ ໂອເບໂດຊາ ໄດ້ຮັບຮອງລາວວ່າ ພຣະຜູ້ເປັນເຈົ້າຈະຕຽມທາງໄວ້ໃຫ້.
ພວກເພິ່ນໄດ້ຜະນຶກເຂົ້າກັນເປັນຄອບຄົວສຳລັບການເວລາ ແລະ ຊົ່ວນິລັນດອນ ຢູ່ໃນພຣະວິຫານໃນປີ 1985. ໃນພຣະວິຫານ ພວກເພິ່ນພົບຄວາມສຸກອັນຫາທີ່ປຽບບໍ່ໄດ້—ໄຂ່ມຸກອັນລ້ຳຄ່າຂອງພວກເພິ່ນ. ແລະ ເປັນດັ່ງຄຳເວົ້າຂອງບຣາເດີ ໂອເບໂດຊາ, ພຣະຜູ້ເປັນເຈົ້າໄດ້ຕຽມທາງໄວ້ໃຫ້ແທ້ໆ. ໃນຕອນທີ່ກັບມາຈາກນະຄອນຫລວງມະນິລາ, ມີຄົນຮູ້ຈັກທີ່ໃຈດີໄດ້ໃຫ້ທີ່ພັກແກ່ພວກເພິ່ນ, ແລະ ພາຍລຸນມາ ພວກເພິ່ນກໍມີເຮືອນຂອງຕົວເອງ. ພຣະຜູ້ເປັນເຈົ້າຈະດູແລຜູ້ທີ່ສະແດງສັດທາໃນພຣະອົງ.
ຫລັກທຳຂໍ້ທີສອງຂອງພຣະກິດຕິຄຸນແມ່ນການກັບໃຈ. ການກັບໃຈ ຄືການຫັນໜີຈາກຄວາມຜິດບາບ ແລະ ຫັນໄປຫາພຣະເຈົ້າເພື່ອການໃຫ້ອະໄພ. ມັນຄືການປ່ຽນແປງຄວາມຄິດ ແລະ ຈິດໃຈ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, ມັນຄື “ການເຮັດ ແລະ ການເປັນຄົນດີຂຶ້ນເລັກນ້ອຍໃນແຕ່ລະວັນ” (“We Can Do Better and Be Better,” Liahona, May 2019, 67).
ການກັບໃຈກໍຄ້າຍຄືກັບສະບູ. ໃນຕອນທີ່ຍັງເປັນວິສະວະກອນເຄມີໜຸ່ມ, ຂ້າພະເຈົ້າໄດ້ເຮັດວຽກຢູ່ໂຮງງານຜະລິດສະບູໃນປະເທດຟີລິບປິນ. ຂ້າພະເຈົ້າໄດ້ຮຽນຮູ້ວິທີເຮັດສະບູ ແລະ ຂັ້ນຕອນການອອກລິດຂອງມັນ. ເມື່ອທ່ານປະສົມນ້ຳມັນໃສ່ກັບສານດ່າງ ແລະ ເພີ່ມສານຕ້ານເຊື້ອແບັກທີເຣຍໃສ່, ມັນຈະສ້າງສານທີ່ມີພະລັງ ທີ່ສາມາດກຳຈັດເຊື້ອແບັກທີເຣຍ ແລະ ພະຍາດໄວຣັດຕ່າງໆໄດ້. ເຊັ່ນດຽວກັນກັບສະບູ, ການກັບໃຈເປັນນ້ຳຢາທຳຄວາມສະອາດ. ມັນໃຫ້ໂອກາດເຮົາເພື່ອຊຳລະຄວາມບໍ່ສະອາດຂອງເຮົາ ແລະ ເສດຊາກອັນເກົ່າທີ່ບໍ່ດີຂອງເຮົາອອກໄປ, ເພື່ອເຮັດໃຫ້ເຮົາມີຄ່າຄວນທີ່ຈະໄດ້ຢູ່ກັບພຣະຜູ້ເປັນເຈົ້າ, ເພາະ “ສິ່ງທີ່ບໍ່ສະອາດຈະບໍ່ໄດ້ຮັບອານາຈັກຂອງ [ພຣະເຈົ້າ] ເປັນມູນມໍລະດົກໄດ້ເລີຍ” (ແອວມາ 11:37).
ໂດຍຜ່ານການກັບໃຈ ເຮົາຈະສາມາດເຂົ້າເຖິງການເຮັດໃຫ້ສະອາດ, ອຳນາດແຫ່ງການຊຳລະລ້າງຂອງພຣະເຢຊູຄຣິດໄດ້. ມັນເປັນພາກສ່ວນໜຶ່ງທີ່ສຳຄັນຂອງຂັ້ນຕອນການປ່ຽນໃຈເຫລື້ອມໃສ. ນີ້ຄືສິ່ງທີ່ເກີດຂຶ້ນກັບຊາວອານໄທ-ນີໄຟ-ລີໄຮ ໃນພຣະຄຳພີມໍມອນ. ເຂົາເຈົ້າເປັນຊາວເລມັນຜູ້ທີ່ໄດ້ປ່ຽນໃຈເຫລື້ອມໃສຢ່າງແທ້ຈິງຈົນວ່າເຂົາເຈົ້າ “ບໍ່ເຄີຍຕົກໄປ” (ເບິ່ງ ແອວມາ 23:6–8). ເຂົາເຈົ້າໄດ້ຝັງອາວຸດສົງຄາມຂອງເຂົາເຈົ້າ ແລະ ບໍ່ນຳເອົາພວກມັນອອກມາອີກ. ເຂົາເຈົ້າຍອມຕາຍດີກວ່າລ່ວງລະເມີດຕໍ່ພັນທະສັນຍານັ້ນ. ແລະ ເຂົາເຈົ້າກໍເຮັດໄດ້ແທ້. ເຮົາຮູ້ວ່າການເສຍສະລະຂອງເຂົາເຈົ້າໄດ້ນຳສິ່ງມະຫັດສະຈັນມາ; ຫລາຍພັນຄົນທີ່ໄດ້ຕໍ່ສູ້ຕ້ານເຂົາເຈົ້ານັ້ນ ໄດ້ວາງອາວຸດລົງ ແລະ ໄດ້ປ່ຽນໃຈເຫລື້ອມໃສ. ຫລາຍປີຕໍ່ມາ ພວກລູກຊາຍຂອງເຂົາເຈົ້າ, ຜູ້ທີ່ເຮົາຮູ້ຈັກວ່າເປັນນັກຮົບໜຸ່ມຜູ້ກ້າຫານ, ໄດ້ຖືກປົກປັກຮັກສາໃຫ້ປອດໄພ ໃນການສູ້ຮົບຢ່າງໜ້າເຫລືອເຊື່ອ!
ຄອບຄົວຂອງຂ້າພະເຈົ້າ ແລະ ໄພ່ພົນຊາວຟີລິບປິນຫລາຍຄົນໄດ້ຜ່ານຂັ້ນຕອນຂອງການປ່ຽນໃຈເຫລື້ອມໃສທີ່ຄ້າຍຄືກັນນີ້. ເມື່ອພວກເຮົາຍອມຮັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ເຂົ້າຮ່ວມສາດສະໜາຈັກ, ພວກເຮົາປ່ຽນແປງທິດທາງ ແລະ ວັດທະນະທຳຂອງພວກເຮົາໃຫ້ສອດຄ່ອງກັບພຣະກິດຕິຄຸນ. ພວກເຮົາໄດ້ປະຖິ້ມຮີດຄອງປະເພນີທີ່ຜິດໆ. ຂ້າພະເຈົ້າເຫັນຕົວຢ່າງນີ້ຈາກພໍ່ຂອງຂ້າພະເຈົ້າ ເມື່ອເພິ່ນໄດ້ຮຽນຮູ້ພຣະກິດຕິຄຸນ ແລະ ກັບໃຈ. ເພິ່ນເປັນຄົນສູບຢາຫລາຍ, ແຕ່ວ່າເພິ່ນໄດ້ປະຖິ້ມກອກຢາຂອງເພິ່ນ ແລະ ບໍ່ກັບໄປຈັບມັນອີກ. ຍ້ອນການຕັດສິນໃຈປ່ຽນແປງຂອງເພິ່ນ, ລູກຫລານໃນສີ່ລຸ້ນຄົນນັບຈາກເພິ່ນມາຈຶ່ງໄດ້ຮັບພອນ.
ການກັບໃຈໄດ້ນຳພາເຮົາໃຫ້ເຮັດ ແລະ ຮັກສາພັນທະສັນຍາຜ່ານທາງພິທີການຕ່າງໆທີ່ສັກສິດ. ພິທີການທຳອິດແຫ່ງຄວາມລອດ ແລະ ຄວາມສູງສົ່ງຄືການຮັບບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ. ການບັບຕິສະມາຊ່ວຍເຮົາໃຫ້ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ເຂົ້າເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າ. ເຮົາສາມາດຕໍ່ພັນທະສັນຍາແຫ່ງການບັບຕິສະມານີ້ໄດ້ທຸກອາທິດ ເມື່ອເຮົາຮັບສິນລະລຶກ. ນີ້ກໍເປັນສິ່ງມະຫັດສະຈັນອີກຢ່າງໜຶ່ງເຊັ່ນກັນ!
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື້ອເຊີນໃຫ້ທ່ານນຳເອົາສິ່ງມະຫັດສະຈັນນີ້ມາສູ່ຊີວິດຂອງທ່ານ. ເຂົ້າມາຫາພຣະເຢຊູຄຣິດ ແລະ ເລືອກທີ່ຈະພັດທະນາສັດທາຂອງທ່ານໃນພຣະອົງ; ກັບໃຈ ແລະ ເຮັດ ແລະ ຮັກສາພັນທະສັນຍາຕ່າງໆທີ່ມີຢູ່ໃນພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ. ສິ່ງນີ້ຈະອະນຸຍາດໃຫ້ທ່ານທຽມແອກກັບພຣະຄຣິດ ແລະ ໄດ້ຮັບອຳນາດ ແລະ ພອນແຫ່ງຄວາມເປັນເໝືອນພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:20).
ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງຂອງພຣະເຢຊູຄຣິດ ແລະ ວ່າພຣະອົງຊົງພຣະຊົນຢູ່ ແລະ ຮັກເຮົາແຕ່ລະຄົນ. ຂ້າພະເຈົ້າຮູ້ວ່າພຣະກິດຕິຄຸນຂອງພຣະອົງສາມາດນຳເອົາຄວາມຫວັງ, ສັນຕິສຸກ, ແລະ ຄວາມຊື່ນຊົມມາໃຫ້, ບໍ່ພຽງແຕ່ໃນເວລານີ້, ແຕ່ວ່າຈະເປັນພອນໃຫ້ກັບຄົນອື່ນຈົນນັບບໍ່ຖ້ວນໃນລຸ້ນຕໍ່ໆໄປ. ນັ້ນເປັນເຫດຜົນສຳລັບຮອຍຍິ້ມທີ່ສວຍງາມ ແລະ ອົບອຸ່ນຂອງໄພ່ພົນຊາວຟີລິບປິນ. ມັນຄືສິ່ງມະຫັດສະຈັນຂອງພຣະກິດຕິຄຸນ ແລະ ຄຳສອນຂອງພຣະຄຣິດ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.