ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສັດ​ທາ​ທີ່​ຈະ​ທູນ​ຂໍ ແລະ ແລ້ວ​ກະ​ທຳ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ສັດ​ທາ​ທີ່​ຈະ​ທູນ​ຂໍ ແລະ ແລ້ວ​ກະ​ທຳ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ເຖິງ​ຄວາມ​ຈິງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ໂອ​ກາດ​ທີ່​ໄດ້​ມາ​ກ່າວ​ກັບ​ທ່ານ​ໃນ​ວັນ​ເສົາ​ພາກ​ຄ່ຳ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້. ໃນ​ການ​ແນະ​ນຳ​ຕົວ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ມື້​ເຊົ້າ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ “ການ​ເປີດ​ເຜີຍ​ທີ່​ບໍ​ລິ​ສຸດ​ສຳ​ລັບ​ຄຳ​ຖາມ​ໃນ​ໃຈ​ຂອງ​ທ່ານ ຈະ​ເຮັດ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ນີ້​ກຸ້ມ​ຄ່າ ແລະ ໜ້າ​ຊົງ​ຈຳ. ຖ້າ​ຫາກ​ທ່ານ​ຍັງ​ບໍ່​ໄດ້​ສະ​ແຫວງ​ຫາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທື່ອ ເພື່ອ​ຊ່ວຍ​ທ່ານ​ໃຫ້​ໄດ້​ຍິນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ໄດ້​ຍິນ ໃນ​ລະ​ຫວ່າງ​ສອງ​ມື້​ນີ້, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ເຊັ່ນ​ນັ້ນ​ດຽວ​ນີ້.”1 ຂ້າ​ພະ​ເຈົ້າ​ໄດ້​ສະ​ແຫວງ​ຫາ​ພອນ​ນັ້ນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຽມ​ຕົວ​ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ​ສຳ​ລັບ​ການ​ມາ​ຢ້ຽມ​ຢາມ​ທ່ານ​ເທື່ອ​ນີ້. ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຢາກ​ໃຫ້​ທ່ານ​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ.

ວິ​ທີ​ຮັບ​ເອົາ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ​ຍັງ​ບໍ່​ປ່ຽນ​ແປງ​ນັບ​ຕັ້ງ​ແຕ່​ວັນ​ເວ​ລາ​ຂອງ​ອາ​ດາມ ແລະ ເອ​ວາ ເປັນ​ຕົ້ນ​ມາ. ມັນ​ຍັງ​ຄື​ເກົ່າ​ສຳ​ລັບ​ຜູ້​ຮັບ​ໃຊ້​ທີ່​ຖືກ​ເອີ້ນ​ທຸກ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນັບ​ແຕ່​ຕອນ​ເລີ່ມ​ຕົ້ນ ຈົນ​ເຖິງ​ປະ​ຈຸ​ບັນ​ນີ້. ມັນ​ຍັງ​ຄື​ເກົ່າ​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ. ມັນ​ເປັນ​ໄປ​ໂດຍ​ການ​ໃຊ້​ສັດ​ທາ​ສະ​ເໝີ.2

ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ ໄດ້​ມີ​ສັດ​ທາ​ຫລາຍ​ພໍ​ທີ່​ຈະ​ທູນ​ຖາມ​ພຣະ​ເຈົ້າ, ໂດຍ​ທີ່​ເຊື່ອ​ວ່າ​ພຣະ​ເຈົ້າ​ຈະ​​ສະ​ໜອງ​ຄວາມ​ຕ້ອງ​ການ​ຈາກ​ໃຈ​ຈິງ​ຂອງ​ເພິ່ນ. ຄຳ​ຕອບ​ທີ່ ໄດ້​ຮັບ​ນັ້ນ​ປ່ຽນ​ໂລກ. ເພິ່ນ​ຢາກ​ຮູ້​ວ່າ ຄວນ​ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ໃດ​ເພື່ອ​ຈະ​ສະ​ອາດ​ຈາກ​ບາບ. ຄຳ​ຕອບ​ທີ່​ເພິ່ນ​ໄດ້​ຮັບ​ຊຸກ​ຍູ້​ເພິ່ນ​ໃຫ້​ຖາມ​ຄຳ​ຖາມ​ທີ່​ດີ​ຂຶ້ນ​ເລື້ອຍໆ ແລະ ເຮັດ​ຕາມ​ການ​ເປີດ​ເຜີຍ​ທີ່​ຫລັ່ງ​ໄຫລ​ມາ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ພຽງ​ແຕ່​ເປັນ​ການ​ເລີ່ມ​ຕົ້ນ.3

ປະ​ສົບ​ການ​ຂອງ​ທ່ານ​ອາດ​ຄ້າຍ​ຄື​ກັນ​ນັ້ນ ໃນ​ກອງ​ປະ​ຊຸມ​ໃຫຍ່​ນີ້. ທ່ານ​ມີ​ຄຳ​ຖາມ​ສຳ​ລັບ​ສິ່ງ​ທີ່​ທ່ານ​ສະ​ແຫວງ​ຫາ​ຄຳ​ຕອບ. ຢ່າງ​ໜ້ອຍ​ທ່ານ​ມີ​ສັດ​ທາ​ພຽງ​ພໍ​ທີ່​ຫວັງ​ວ່າ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.4 ທ່ານ​ຈະ​ບໍ່​ມີ​ໂອ​ກາດ​ເພື່ອ​ຖາມ​ອອກ​ສຽງ​ສຳ​ລັບ​ຄຳ​ຕອບ​ຈາກ​ຜູ້​ກ່າວ​ຄຳ​ປາ​ໄສ, ແຕ່​ທ່ານ​ສາ​ມາດ​ທູນ​ຖາມ​ພຣະ​ບິ​ດາ​ທີ່​ຊົງ​ຮັກ​ໃນ​ຄຳ​ອະ​ທິ​ຖານ​ໄດ້.

ຂ້າ​ພະ​ເຈົ້າ​ຮູ້​ຈາກ​ປະ​ສົບ​ການ​ວ່າ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ທ່ານ ແລະ ສຳ​ລັບ​ການ​ກຽມ​ທາງວິນ​ຍານ​ຂອງ​ທ່ານ. ຖ້າ​ຫາກ​ທ່ານ​ຕ້ອງ​ການ​ຄຳ​ຕອບ​ທີ່​ສຳ​ຄັນ​ຕໍ່​ຄວາມ​ຜາ​ສຸກ​ນິ​ລັນ​ດອນ​ຂອງ​ທ່ານ ຫລື ຂອງ​ຄົນ​ອື່ນ, ສ່ວນ​ຫລາຍ​ຈະ​ໄດ້​ຮັບ​ຄຳ​ຕອບ. ແຕ່, ເຖິງ​ແມ່ນ​ແນວນັ້ນ, ທ່ານ​ອາດ​ໄດ້​ຮັບ—ດັ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ຮັບ—ຄຳ​ຕອບ ບອກ​ໃຫ້​ອົດ​ທົນ.5

ຖ້າ​ຫາກ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ ໄດ້​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ອ່ອນ​ລົງ ຜ່ານ​ທາງ​ຜົນ​ກະ​ທົບ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ການ​ກະ​ຊິບ​ຂອງ​ພຣະ​ວິນ​ຍານ ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເປັນ​ສຽງ​ແຜ່ວ​ເບົາ—ຊຶ່ງ​ເປັນ​ຄວາມ​ຈິງ—ແຈ່ມ​ແຈ້ງ ແລະ ຫລິງ​ເຫັນ​ໄດ້​ໃນ​ຈິດ​ໃຈ ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ຫງົບ​ງຽບ​ພາຍ​ໃນ ແລະ ຍິນ​ຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ຮູ້​ສຶກ​ທີ່​ຖ່ອມ​ຕົວ​ນັ້ນ ສາ​ມາດ​ບັນ​ຍາຍ​ໄດ້​ດີ​ທີ່​ສຸດ ດັ່ງ​ນີ້ “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເຈົ້າ​ເທີ້ນ.”6

ຂັ້ນ​ຕອນ​ຂອງ​ການ​ເປີດ​ເຜີຍ​ນີ້ ຄື​ເຫດ​ຜົນ​ທີ່​ທ່ານ​ຈະ​ໄດ້​ຍິນ​ຜູ້​ກ່າວ​ປາ​ໄສ​ສິດ​ສອນ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ນີ້ ໃນ​ສິ່ງ​ທີ່​ເອີ້ນ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ.7 ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ຕາມ​ສ່ວນ​ລຳ​ດັບ​ທີ່​ເຮົາ​ສະ​ແຫວງ​ຫາ ທີ່​ຈະ​ນຳ​ເອົາ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ເຂົ້າ​ສູ່​ໃຈ​ຂອງ​ເຮົາ ແລະ ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ເຮົາ.

ທ່ານ​ຄົງ​ຈື່​ໄດ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ວ່າ​ນີ​ໄຟ​ໄດ້​ສິດ​ສອນ​ເຮົາ​ວ່າ ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ເຖິງ​ຄວາມ​ຈິງ ແລະ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ເຮົາ​ກຳ​ລັງ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ນີ​ໄຟ​ໄດ້​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້ ຫລາຍ​ສັດ​ຕະ​ວັດ​ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຄວາມ​ເປັນ​ມະ​ຕະ:

“ເຫລົ່າ​ທູດ​ກ່າວ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ດັ່ງ​ນັ້ນ, ພວກ​ເພິ່ນ​ຈຶ່ງ​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຄຣິດ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ຈົ່ງ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ​ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.

“ດັ່ງ​ນັ້ນ, ບັດ​ນີ້​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຂົ້າ​ໃຈ​ມັນ​ກໍ​ເປັນ​ເພາະ​ພວກ​ທ່ານ​ບໍ່​ໝັ່ນ​ຂໍ ແລະ ທັງ​ພວກ​ທ່ານ​ບໍ່​ໝັ່ນ​ເຄາະ; ດັ່ງ​ນັ້ນ, ພວກ​ທ່ານ​ຈຶ່ງ​ບໍ່​ຖືກ​ພາ​ມາ​ຫາ​ຄວາມ​ສະ​ຫວ່າງ, ແຕ່​ຕ້ອງ​ຕາຍ​ຢູ່​ໃນ​ຄວາມ​ມືດ.

“ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ອີກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ເຂົ້າ​ໄປ​ໂດຍ​ທາງ​ນັ້ນ ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ.

“ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສອນ​ຂອງ​ພຣະ​ຄຣິດ, ແລະ ຈະ​ບໍ່​ມີ​ຄຳ​ສອນ​ປະ​ທານ​ໃຫ້​ອີກ​ຈົນ​ຫລັງ​ຈາກ​ພຣະ​ອົງ​ຈະ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ພວກ​ທ່ານ​ໃນ​ເນື້ອ​ໜັງ. ແລະ ເມື່ອ​ພຣະ​ອົງ​ຈະ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ພວກ​ທ່ານ​ໃນ​ເນື້ອ​ໜັງ​ແລ້ວ, ສິ່ງ​ທີ່​ພຣະ​ອົງ​ຈະ​ກ່າວ​ກັບ​ພວກ​ທ່ານ, ພວກ​ທ່ານ​ຈົ່ງ​ປະ​ຕິ​ບັດ.”8

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ​ບາງ​ຢ່າງ​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃນ​ມື້​ນີ້ ແລະ ໃນ​ມື້​ຕໍ່ໆ​ໄປ. ພຣະ​ອົງ​ຈະ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ.9 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ບໍ່​ຮ້ອງ​ບອກ​ພຣະ​ບັນ​ຍັດ​ແກ່​ທ່ານ ແລະ ຂ້າ​ພະ​ເຈົ້າ. ດັ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ເອ​ລີ​ຢາ​ວ່າ:

“ພຣະ​ອົງ​ກ່າວ​ຕໍ່​ເພິ່ນ​ວ່າ, ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ພຣະ​ຜູ້​ເປັນ​ເຈົ້າ​ເທິງ​ຈອມ​ພູ​ນັ້ນ. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ພວມ​ກະ​ຈາຍ​ໄປ, ກ່ອນ​ໜ້າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະ​ຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູ​ເຂົາ​ຍະ​ອອກ ແລະ ເຮັດ​ໃຫ້​ກ້ອນ​ຫີນ​ແຕກ​ເປັນ​ກ້ອນໆ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງ​ຈາກນັ້ນ​ກໍ​ເກີດ​ແຜ່ນ​ດິນ​ໄຫວ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໄຫວ​ນັ້ນ:

“​ຫລັງ​ຈາກ​ແຜ່ນ​ດິນ​ໄຫວ​ກໍ​ມີ​ໄຟ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ໄຟ​ນີ້. ແລະ ຫລັງ​ຈາກ​ໄຟ​ກໍ​ມີ​ສຽງ​ກະ​ຊິບ​ເບົາໆ​ດັງ​ແວ່ວ​ມາ.”10

ການ​ໄດ້​ຍິນ​ສຽງ​ນັ້ນ ຈະ​ມາ​ຈາກ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ. ດ້ວຍ​ສັດ​ທາ​ພຽງ​ພໍ, ເຮົາ​ຈະ​ທູນ​ຂໍ​ການ​ຊີ້​ນຳ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໄປ ແລະ ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ຂໍ​ໃຫ້​ເຮົາ​ເຮັດ.11 ເຮົາ​ຈະ​ຕ້ອງ​ພັດ​ທະ​ນາ​ສັດ​ທາ ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ຂໍ​ໃຫ້​ເຮົາ​ເຮັດ ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ແລະ ວ່າ​ເຮົາ​ຈະ​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ໃນ​ຂະ​ບວນ​ການ ຍ້ອນ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ.

ດັ່ງ​ທີ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ຈະ​ນຳ​ເຮົາ​ໄປ​ທູນ​ຂໍ​ຄຳ​ຕອບ​ຈາກ​ພຣະ​ບິ​ດາ, ສັດ​ທາ​ນັ້ນ​ກໍ​ຈະ​ນຳ​ຄວາມ​ສຳ​ພັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ ທີ່​ຄ່ອຍ​ພໍ​ໃຫ້​ເຮົາ​ໄດ້​ຍິນ​ຄຳ​ຊີ້​ນຳ​ຂອງ​ພຣະ​ອົງ ແລະ ມີ​ຄວາມ​ຕັ້ງ​ໃຈ ແລະ ຕື່ນ​ເຕັ້ນ​ທີ່​ຈະ​ເຊື່ອ​ຟັງ. ແລ້ວ​ເຮົາ​ຈະ​ຮ້ອງ​ເພງ​ສັນ​ລະ​ເສີນ​ດ້ວຍ​ຄວາມ​ຊື່ນ​ຊົມ, ເຖິງ​ແມ່ນ​ວຽກ​ງານ​ຈະ​ໜັກ​ໜ່ວງ​ວ່າ: “ແສນ​ຫວານ​ງານ​ເລີດ, ຂໍ​ເທີດ​ກະ​ສັດ.”12

ເມື່ອ​ເຮົາ​ມີ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃນ​ຊີ​ວິດ ແລະ ໃນ​ໃຈ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ກໍ​ຈະ​ຮູ້​ສຶກ​ຮັກ ແລະ ເຫັນ​ໃຈ​ຜູ້​ທີ່​ບໍ່​ເຄີຍ​ໄດ້​ຮັບ​ພອນ​ແຫ່ງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ຫລື ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ທີ່​ຈະ​ຮັກ​ສາ​ມັນ ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ມັນ​ຍາກ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ປາດ​ສະ​ຈາກ​ສັດ​ທາ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ເມື່ອ​ບາງ​ຄົນ​ສູນ​ເສຍ​ສັດ​ທາ​ຂອງ​ຕົນ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພວກ​ເຂົາ​ອາດ​ໂຈມ​ຕີ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ, ເອີ້ນ ຂອງດີ​ວ່າ​ຊົ່ວ ແລະ ຂອງຊົ່ວ​ວ່າ​ດີ.13 ເພື່ອ​ຫລີກ​ລ້ຽງ​ຈາກ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ນີ້, ມັນ​ສຳ​ຄັນ​ທີ່​ການ​ເປີດ​ເຜີຍ​ສ່ວນ​ຕົວ​ທີ່​ເຮົາ​ໄດ້​ຮັບ ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຕ້ອງ​ໃຊ້​ສັດ​ທາ​ໃນ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຕ້ອງ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຮັບ​ໃຊ້​ຄົນ​ອື່ນ​ແທນ​ພຣະ​ອົງ. ຕ້ອງ​ໃຊ້​ສັດ​ທາ​ໃນ​ການ​ອອກ​ໄປ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສະ​ເໜີ​ມອບ​ມັນ​ໃຫ້​ກັບ​ຜູ້​ຄົນ ທີ່​ອາດບໍ່​ຮູ້​ສຶກ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ ຫລື ອາດ​ແມ່ນ​ແຕ່​ປະ​ຕິ​ເສດ​ຄວາມ​ເປັນ​ຈິງ​ຂອງ​ຂ່າວ​ສານ. ແຕ່​ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ—ແລະ ຕິດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່—ສັດ​ທາ​ຈະ​ເພີ່ມ​ຂຶ້ນ​ຕະ​ຫລອດ​ທົ່ວ​ໂລກ. ຍ້ອນ​ເທັກ​ໂນ​ໂລ​ຈີ, ບາງ​ທີ​ລູກໆ​ຂອງ​ພຣະ​ເຈົ້າ​ຫລາຍ​ຄົນ​ຈະ​ໄດ້​ຍິນ ແລະ ຮັບ​ຮູ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ສອງ​ມື້​ນີ້ ຫລາຍ​ກວ່າ​ສອງ​ມື້​ອື່ນໆ​ໃນ​ປະ​ຫວັດ​ສາດ.

ດ້ວຍ​ສັດ​ທາ​ທີ່​ເພີ່ມ​ຂຶ້ນ ວ່ານີ້​ແມ່ນ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ເທິງ​ແຜ່ນ​ດິນ​ໂລກ, ສະ​ມາ​ຊິກ​ຈຳ​ນວນ​ຫລາຍ​ກໍ​ຈ່າຍ​ສ່ວນ​ສິບ ແລະ ບໍ​ລິ​ຈາກ ເພື່ອ​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ, ເຖິງ​ແມ່ນ​ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ເຫລົ່າ​ນັ້ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ທົດ​ລອງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ກໍ​ຕາມ. ດ້ວຍ​ສັດ​ທາ​ວ່າ ເຂົາ​ເຈົ້າ​ຖືກ​ເອີ້ນ​ໂດຍ​ພຣະ​ເຢ​ຊູ​ຄຣິດ, ຜູ້​ສອນ​ສາດ​ສະ​ໜາ​ຕະ​ຫລອດ​ທົ່ວ​ໂລກ ໄດ້​ພົບ​ເຫັນ​ວິ​ທີ​ທາງ ທີ່​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ທີ່​ເກີດ​ຈາກ​ການ​ລະ​ບາດ, ເຮັດ​ດ້ວຍ​ຄວາມ​ກ້າ​ຫານ ແລະ ກຳ​ລັງ​ໃຈ. ແລະ ໃນ​ຄວາມ​ພະ​ຍາ​ຍາມ​ເປັນ​ພິ​ເສດ​ຂອງ​ເຂົາ​ເຈົ້າ, ສັດ​ທາ​ຂອງ​ເຂົາ​ເຈົ້າ​ໄດ້​ເຕີບ​ໂຕ​ເຂັ້ມ​ແຂງ​ຂຶ້ນ.

ການ​ຕໍ່​ຕ້ານ ແລະ ການ​ທົດ​ລອງ ເປັນ​ບໍ່​ເກີດ​ຂອງ​ຄວາມ​ເຕີບ​ໂຕ​ຂອງ​ສັດ​ທາ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ. ນັ້ນ​ເປັນ​ຄວາມ​ຈິງ​ສະ​ເໝີ​ມາ, ໂດຍ​ສະ​ເພາະ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ການ​ຟື້ນ​ຟູ ແລະ ການ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.14

ສິ່ງ​ທີ່ປະ​ທານ​ຈອດ ຄິວ ແຄນ​ນັນ ໄດ້​ກ່າວ​ດົນ​ນານ​ມາ​ແລ້ວ ແມ່ນ​ເປັນ​ຄວາມ​ຈິງ​ໃນ​ທຸກວັນ​ນີ້ ແລະ ຈະ​ເປັນ​ແນວນັ້ນ ຈົນ​ກວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ມາ​ເອງ ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ຜູ້​ຄົນ​ຂອງ​ພຣະ​ອົງ: “ການ​ເຊື່ອ​ຟັງ​ພຣະ​ກິດ​ຕິ​ຄຸນ​ຈະ​ນຳ [ຜູ້​ຄົນ] ເຂົ້າ​ສູ່​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ທີ່​ສຸດ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ສ້າງ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ລະ​ຫວ່າງ​ມະ​ນຸດ​ຢູ່​ເທິງ​ໂລກ ແລະ ພຣະ​ຜູ້​ສ້າງ​ທີ່​ຍິ່ງ​ໃຫຍ່ ໃນ​ສະ​ຫວັນ. ມັນ​ເຮັດ​ໃຫ້​ຈິດ​ໃຈ​ມະ​ນຸດ​ຮູ້​ສຶກ​ໝັ້ນ​ໃຈ​ຢ່າງ​ສົມ​ບູນ​ໃນ​ພຣະ​ອົງ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ແລະ ໃນ​ຄວາມ​ເຕັມ​ພຣະ​ໄທ​ຂອງ​ພຣະ​ອົງ​ທີ່​ຈະ​ຟັງ ແລະ ຕອບ​ຄຳ​ອ້ອນ​ວອນ​ຂອງ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ໃນ​ເວ​ລາ​ທີ່​ມີ​ການ​ທົດ​ລອງ ແລະ ຄວາມ​ຫຍຸ້ງ​ຍາກ ຄວາມ​ໝັ້ນ​ໃຈ​ນີ້​ແມ່ນ​ເກີນ​ຄ່າ. ບັນ​ຫາ​ອາດ​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ດຽວ ຫລື ກັບ​ຫລາຍໆ​ຄົນ, ໄພ​ພິ​ບັດ​ອາດ​ຂົ່ມ​ຂູ່ ແລະ ຄວາມ​ຫວັງ​ຂອງ​ມະ​ນຸດ​​ອາດ​ເບິ່ງ​ຄື​ວ່າ​ຈະ​ຖືກ​ໂຄ່ນ​ລົ້ມ, ແຕ່, ບ່ອນ​ທີ່​ຜູ້​ຄົນ​ໄດ້​ໃຊ້​ສິດ​ທິ​ພິ​ເສດ​ຂອງ​ຕົນ ໃນ​ການ​ເຊື່ອ​ຟັງ​ພຣະ​ກິດ​ຕິ​ຄຸນ, ພວກ​ເຂົາ​ຈະ​ມີ​ບ່ອນ​ຢືນ​ຢ່າງ​ແນ່ນອນ; ຕີນ​ຂອງ​ພວກ​ເຂົາ​ຢູ່​ເທິງ​ຫີນ​ທີ່ບໍ່​ສາ​ມາດ​ເຄື່ອນ​ຍ້າຍ​ໄດ້.”15

ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຄື ຫີນ​ທີ່​ເຮົາ​ຢືນ​ຢູ່​ເທິງ​ນັ້ນ ຄື​ພະ​ຍານ​ຂອງ​ເຮົາ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ; ວ່າ​ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ນຳ​ພາ​ເອງ; ແລະ ວ່າ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ ໃນ​ທຸກ​ວັນ​ນີ້.

ປະ​ທານ​ແນວ​ສັນ​ສະ​ແຫວງ​ຫາ ແລະ ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ເປັນ​ຕົວ​ຢ່າງ​ສຳ​ລັບ​ຂ້າ​ພະ​ເຈົ້າ​ເລື່ອງ​ການ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ນັ້ນ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ. ຄວາມ​ຕັ້ງ​ໃຈ​ຢ່າງ​ດຽວ​ກັນ​ນັ້ນ ທີ່​ຈະ​ເຊື່ອ​ຟັງ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ຢູ່​ໃນ​ໃຈ​ຂອງ​ທຸກ​ຄົນ​ທີ່​ໄດ້​ກ່າວ​ຜ່ານ​ມາ ຫລື ຈະ​ກ່າວ, ອະ​ທິ​ຖານ, ຫລື ຮ້ອງ​ເພງ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ນີ້ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທຸກ​ຄົນ​ຕະ​ຫລອດ​ທົ່ວ​ໂລກ​ທີ່​ຮັບ​ຊົມ​ກອງ​ປະ​ຊຸມ​ໃຫຍ່​ນີ້ ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ເຂົາ​ເຈົ້າ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຮູ້​ສຶກ​ຈັກ​ໜ້ອຍ​ໜຶ່ງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳ​ລັບ​ທ່ານ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ສຳ​ລັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ, ຜູ້​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ເປັນ​ປະ​ມຸກ. ພຣະ​ອົງ, ພ້ອມ​ດ້ວຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ, ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ​ໃນ​ລັດ​ນິວ​ຢອກ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ.16 ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສິ່ງ​ນີ້​ເປັນ​ຄວາມ​ຈິງ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ມີ​ປະ​ຈັກ​ພະ​ຍານ​ຢ່າງ​ດຽວ​ກັນ​ນັ້ນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ວຍ​ທ່ານ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ທີ່​ທ່ານ​ຕ້ອງ​ການ ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ ເພື່ອ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ທ່ານ​ສະ​ເໝີ. ຂ້າ​ພະ​ເຈົ້າ​ຂໍ​ມອບ​ຄວາມ​ຮັກ ແລະ ປະ​ຈັກ​ພະ​ຍານ​ທີ່​ແນ່​ນອນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ກັບ​ທ່ານ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ