ໄວ້ວາງໃຈອີກຄັ້ງ
ຄວາມໄວ້ວາງໃຈໃນພຣະເຈົ້າ ແລະ ກັນແລະກັນ ຈະນຳພອນຈາກສະຫວັນມາໃຫ້.
ມີເທື່ອໜຶ່ງ, ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າເຄີຍຄິດບຶດໜຶ່ງວ່າ ຢາກໜີຈາກບ້ານ. ແບບເດັກໆ, ຂ້າພະເຈົ້າຮູ້ສຶກວ່າ ບໍ່ມີໃຜຮັກຂ້າພະເຈົ້າ.
ແມ່ຜູ້ຮູ້ຈັກສັງເກດ ໄດ້ຟັງ ແລະ ຮັບຮອງຂ້າພະເຈົ້າ. ຂ້າພະເຈົ້າກໍຢູ່ບ້ານຕໍ່ໄປຢ່າງປອດໄພ.
ທ່ານເຄີຍຮູ້ສຶກບໍວ່າ ທ່ານກຳລັງໜີຈາກບ້ານ? ສ່ວນຫລາຍ, ການໜີຈາກບ້ານໝາຍຄວາມວ່າ ຄວາມໄວ້ວາງໃຈໝົດສິ້ນ ຫລື ພັງທະລາຍ—ໝົດຄວາມໄວ້ວາງໃຈກັບຕົວເອງ, ກັບຄົນອື່ນ, ກັບພຣະເຈົ້າ. ເມື່ອຄວາມໄວ້ວາງໃຈຖືກທ້າທາຍ, ເຮົາສົງໄສວ່າຈະໄວ້ວາງໃຈອີກຄັ້ງໄດ້ແນວໃດ.
ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ແມ່ນ, ບໍ່ວ່າເຮົາຈະກັບມາບ້ານ ຫລື ກັບໄປບ້ານ, ພຣະເຈົ້າຈະມາພົບເຮົາ.1 ໃນພຣະອົງ ເຮົາສາມາດພົບສັດທາ ແລະ ຄວາມກ້າຫານ, ສະຕິປັນຍາ ແລະ ການຫລິງເຫັນ ເພື່ອຈະໄວ້ວາງໃຈອີກຄັ້ງ. ເຊັ່ນດຽວກັນ, ພຣະອົງໄດ້ຂໍໃຫ້ເຮົາເປີດໄຟຖ້າຄົນອື່ນ, ຮູ້ຈັກໃຫ້ອະໄພຫລາຍຂຶ້ນ ແລະ ຕັດສິນໜ້ອຍລົງ ກັບຕົວເອງ ແລະ ຄົນອື່ນໆ, ເພື່ອວ່າສາດສະໜາຈັກຂອງພຣະອົງຈະສາມາດເປັນສະຖານທີ່ ບ່ອນທີ່ເຮົາຮູ້ສຶກອົບອຸ່ນ, ບໍ່ວ່າເຮົາຈະມາເປັນເທື່ອທຳອິດ ຫລື ກັບຄືນມາ.
ຄວາມໄວ້ວາງໃຈແມ່ນການກະທຳດ້ວຍສັດທາ. ພຣະເຈົ້າມີສັດທາໃນຕົວເຮົາ. ແຕ່, ຄວາມໄວ້ວາງໃຈຂອງມະນຸດສາມາດຖືກເຮັດໃຫ້ລົດນ້ອຍຖອຍລົງ ຫລື ຖືກທຳລາຍໄດ້ເມື່ອ:
-
ໝູ່ເພື່ອນ, ເພື່ອນທຸລະກິດ, ຫລື ບາງຄົນທີ່ເຮົາໄວ້ວາງໃຈບໍ່ຈິງໃຈ, ທຳຮ້າຍເຮົາ, ຫລື ເອົາປຽບເຮົາ.2
-
ຄູ່ແຕ່ງງານບໍ່ຊື່ສັດ.
-
ບາງທີ ໂດຍທີ່ບໍ່ຄາດຄິດ, ບາງຄົນທີ່ເຮົາຮັກ ປະເຊີນກັບຄວາມຕາຍ, ໄດ້ຮັບບາດເຈັບ, ຫລື ປ່ວຍໂຊ.
-
ເຮົາປະເຊີນກັບຄຳຖາມເລື່ອງພຣະກິດຕິຄຸນທີ່ບໍ່ຄາດຄິດ, ບາງທີ ເປັນບາງສິ່ງທີ່ກ່ຽວກັບປະຫວັດສາດຂອງສາດສະໜາຈັກ ຫລື ນະໂຍບາຍຂອງສາດສະໜາຈັກ, ແລະ ບາງຄົນເວົ້າວ່າ ສາດສະໜາຈັກຂອງເຮົາ ໄດ້ເຊື່ອງຊ້ອນບາງຢ່າງ ຫລື ບໍ່ບອກຄວາມຈິງ.
ສະຖານະການອື່ນໆ ອາດບໍ່ຖືກກ່າວເນັ້ນ ແຕ່ກໍໜ້າເປັນຫ່ວງເທົ່າໆກັນ.
ບາງທີເຮົາບໍ່ເຫັນຕົວເອງໃນສາດສະໜາຈັກ, ບໍ່ຮູ້ສຶກວ່າເປັນພາກສ່ວນ, ຮູ້ສຶກຖືກຕັດສິນໂດຍຄົນອື່ນ.
ຫລື, ເຖິງແມ່ນເຮົາໄດ້ເຮັດທຸກສິ່ງທີ່ຄາດຫວັງແລ້ວ, ແຕ່ກໍຍັງບໍ່ດີຂຶ້ນ. ເຖິງແມ່ນເຄີຍມີປະສົບການນຳພຣະວິນຍານບໍລິສຸດ, ແຕ່ເຮົາອາດບໍ່ຮູ້ສຶກວ່າ ເຮົາຮູ້ວ່າພຣະເຈົ້າຊົງພຣະຊົນຢູ່ ຫລື ພຣະກິດຕິຄຸນເປັນຄວາມຈິງ.
ຫລາຍຄົນໃນທຸກວັນນີ້ ຮູ້ສຶກຈຳເປັນຕ້ອງມີຄວາມໄວ້ວາງໃຈຄືນໃໝ່ໃນຄວາມສຳພັນຂອງມະນຸດ ແລະ ໃນສັງຄົມປະຈຸບັນ.3
ຂະນະທີ່ເຮົາສະທ້ອນຄິດເຖິງຄວາມໄວ້ວາງໃຈ, ເຮົາຮູ້ວ່າພຣະເຈົ້າແມ່ນພຣະເຈົ້າແຫ່ງຄວາມຈິງ ແລະ “ບໍ່ສາມາດເວົ້າຕົວະ.”4 ເຮົາຮູ້ວ່າ ຄວາມໄວ້ວາງໃຈແມ່ນການຮັບຮູ້ເຖິງສິ່ງທີ່ມັນເປັນຢູ່, ມັນເຄີຍເປັນ, ແລະ ຈະເປັນ.5 ເຮົາຮູ້ວ່າການເປີດເຜີຍ ແລະ ການດົນໃຈອັນຕໍ່ເນື່ອງ ເຮັດໃຫ້ຄວາມຈິງທີ່ບໍ່ປ່ຽນແປງເໝາະສົມກັບສະພາບການທີ່ປ່ຽນແປງຢູ່ສະເໝີ.
ເຮົາຮູ້ວ່າ ພັນທະສັນຍາທີ່ຖືກຝ່າຝືນ ເຮັດໃຫ້ໃຈແຕກລ້າວ. “ຂ້ອຍໄດ້ເຮັດສິ່ງທີ່ໂງ່ຈ້າ,” ລາວເວົ້າ. “ເຈົ້າຊິອະໄພໃຫ້ຂ້ອຍໄດ້ບໍ?” ສາມີ ແລະ ພັນລະຍາອາດຈັບມືກັນ, ຫວັງວ່າຈະໄວ້ວາງໃຈກັນອີກ. ໃນສະຖານທີ່ໜຶ່ງອີກ, ນັກໂທດຄົນໜຶ່ງສະທ້ອນຄິດວ່າ, “ຖ້າເຮົາໄດ້ຮັກສາພຣະວາຈາແຫ່ງປັນຍາ, ເຮົາຄົງບໍ່ໄດ້ມາຢູ່ນີ້ ໃນມື້ນີ້.”
ເຮົາຮູ້ວ່າ ການມີຄວາມຊື່ນຊົມໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ ແລະ ຖືກເອີ້ນໃຫ້ຮັບໃຊ້ໃນສາດສະໜາຈັກຂອງພຣະອົງ ແມ່ນຄຳເຊື້ອເຊີນໃຫ້ຮູ້ສຶກເຖິງຄວາມໄວ້ວາງພຣະໄທຂອງພຣະເຈົ້າທີ່ມີຕໍ່ເຮົາ ແລະ ຕໍ່ກັນແລະກັນ. ສະມາຊິກຂອງສາດສະໜາຈັກ, ລວມທັງຜູ້ໃຫຍ່ໂສດ, ກໍຮັບໃຊ້ຕະຫລອດທົ່ວສາດສະໜາຈັກ ແລະ ໃນຊຸມຊົນຂອງເຮົາເປັນປະຈຳ.
ໂດຍທາງການດົນໃຈ, ອະທິການຈະເອີ້ນຄູ່ສາມີພັນລະຍາໜຸ່ມໃຫ້ຮັບໃຊ້ຢູ່ໃນຫ້ອງອະນຸບານໃນຫວອດ. ທຳອິດ, ຜູ້ເປັນສາມີຈະນັ່ງຢູ່ແຈຫ້ອງ, ປີດຕົວ ແລະ ຢູ່ຫ່າງໄກ. ທີລະເລັກທີລະນ້ອຍ, ລາວເລີ່ມຕົ້ນຍິ້ມໃສ່ພວກເດັກນ້ອຍ. ພາຍຫລັງ, ຄູ່ສາມີພັນລະຍາໄດ້ສະແດງຄວາມກະຕັນຍູ. ແຕ່ກ່ອນ, ເຂົາເຈົ້າເວົ້າວ່າ, ພັນລະຍາຢາກມີລູກ; ແຕ່ສາມີບໍ່ຢາກມີ. ບັດນີ້, ການຮັບໃຊ້ນັ້ນໄດ້ປ່ຽນໃຈ ແລະ ເຮັດໃຫ້ເຂົາເຈົ້າເປັນໜຶ່ງ. ມັນກໍຍັງນຳຄວາມຊື່ນຊົມຂອງການມີລູກມາສູ່ການແຕ່ງງານ ແລະ ບ້ານເຮືອນຂອງເຂົາເຈົ້ານຳອີກ.
ໃນອີກເມືອງໜຶ່ງ, ແມ່ໜຸ່ມຄົນໜຶ່ງທີ່ມີລູກນ້ອຍຫລາຍຄົນ ແລະ ສາມີຂອງນາງໄດ້ແປກໃຈ ແລະ ຕື້ນຕັນໃຈ ແຕ່ກໍໄດ້ຮັບເອົາການເອີ້ນຂອງນາງໃຫ້ຮັບໃຊ້ເປັນປະທານສະມາຄົມສະຕີສົງເຄາະໃນຫວອດ. ບໍ່ດົນຈາກນັ້ນ, ພະຍຸນ້ຳແຂງໄດ້ເຮັດໃຫ້ໄຟຟ້າດັບ, ຊັ້ນວາງຂອງຢູ່ຮ້ານກໍວ່າງເປົ່າ ແລະ ບ້ານເຮືອນກໍເຢັນປານຕູ້ນ້ຳແຂງ. ເພາະເຂົາເຈົ້າຍັງມີໄຟຟ້າ ແລະ ແອຮ້ອນຢູ່, ຄອບຄົວໜຸ່ມທີ່ມີໃຈເພື່ອແຜ່ນີ້ ໄດ້ເປີດເຮືອນຕ້ອນຮັບຫລາຍຄອບຄົວ ແລະ ຫລາຍຄົນໃນລະຫວ່າງອາກາດທີ່ໜາວເຢັນນັ້ນ.
ຄວາມໄວ້ວາງໃຈກາຍເປັນຈິງ ເມື່ອເຮົາເຮັດບາງສິ່ງດ້ວຍສັດທາ. ການຮັບໃຊ້ ແລະ ການເສຍສະລະຈະຂະຫຍາຍຄວາມສາມາດ ແລະ ຫລໍ່ຫລອມໃຈ. ຄວາມໄວ້ວາງໃຈໃນພຣະເຈົ້າ ແລະ ກັນແລະກັນ ຈະນຳພອນຈາກສະຫວັນມາໃຫ້.
ຫລັງຈາກທີ່ລອດຈາກໂຣກມະເລັງ, ອ້າຍນ້ອງທີ່ຊື່ສັດຄົນໜຶ່ງໄດ້ຖືກລົດຕຳ. ແທນທີ່ຈະຮູ້ສຶກເສຍໃຈກັບຕົວເອງ, ລາວໄດ້ທູນຖາມດ້ວຍການອະທິຖານວ່າ, “ຂ້ານ້ອຍສາມາດຮຽນຮູ້ຫຍັງແດ່ຈາກປະສົບການນີ້?” ຢູ່ໃນຫ້ອງສຸກເສີນຂອງລາວ, ລາວຮູ້ສຶກໄດ້ຮັບການດົນໃຈໃຫ້ສັງເກດເບິ່ງນາງພະຍາບານຄົນໜຶ່ງ ຜູ້ເປັນຫ່ວງສາມີ ແລະ ລູກໆຂອງນາງ. ຄົນໄຂ້ທີ່ເຈັບປວດໄດ້ພົບເຫັນຄຳຕອບ ຂະນະທີ່ລາວໄວ້ວາງໃຈໃນພຣະເຈົ້າ ແລະ ເອື້ອມອອກໄປຫາຄົນອື່ນ.
ຂະນະທີ່ອ້າຍນ້ອງຄົນໜຶ່ງຜູ້ມີບັນຫາເລື່ອງຮູບພາບລາມົກລໍຖ້າຢູ່ນອກຫ້ອງການຂອງປະທານສະເຕກ, ປະທານສະເຕກໄດ້ອະທິຖານເພື່ອຈະໄດ້ຮູ້ຈັກວິທີຊ່ວຍເຫລືອ. ຄວາມປະທັບໃຈທີ່ແຈ່ມແຈ້ງໄດ້ບອກວ່າ: “ເປີດປະຕູ ແລະ ໃຫ້ອ້າຍນ້ອງຄົນນັ້ນເຂົ້າມາໄດ້.” ດ້ວຍສັດທາ ແລະ ຄວາມໄວ້ວາງໃຈວ່າ ພຣະເຈົ້າຈະຊ່ວຍເຫລືອ, ຜູ້ນຳຖານະປະໂລຫິດໄດ້ເປີດປະຕູ ແລະ ໂອບກອດອ້າຍນ້ອງຄົນນັ້ນ. ແຕ່ລະຄົນຮູ້ສຶກເຖິງຄວາມຮັກ ແລະ ຄວາມໄວ້ວາງໃຈແຫ່ງການປ່ຽນແປງ ຕໍ່ພຣະເຈົ້າ ແລະ ຕໍ່ກັນແລະກັນ. ດ້ວຍການເສີມກຳລັງ, ອ້າຍນ້ອງຄົນນັ້ນກໍສາມາດເລີ່ມຕົ້ນກັບໃຈ ແລະ ປ່ຽນແປງ.
ຂະນະທີ່ສະຖານະການສ່ວນຕົວຂອງເຮົາອາດເປັນເລື່ອງສ່ວນຕົວ, ຫລັກທຳພຣະກິດຕິຄຸນ ແລະ ພຣະວິນຍານບໍລິສຸດສາມາດຊ່ວຍເຮົາໃຫ້ຮູ້ຈັກ ວິທີໃດ ແລະ ເມື່ອໃດ ທີ່ຈະໄວ້ວາງໃຈຄົນອື່ນອີກຄັ້ງ. ເມື່ອຄວາມໄວ້ວາງໃຈຖືກທຳລາຍ ຫລື ຖືກຫັກຫລັງ, ຄວາມຜິດຫວັງ ແລະ ຄວາມທໍ້ແທ້ໃຈມີຈິງ; ເຊັ່ນດຽວກັນ ກໍມີຄວາມຕ້ອງການທີ່ຈະສາມາດຫລິງເຫັນ ເພື່ອຈະໄດ້ຮູ້ວ່າເມື່ອໃດສັດທາ ແລະ ຄວາມກ້າຫານສົມຄວນໄດ້ຮັບຄວາມໄວ້ວາງໃຈອີກຄັ້ງໃນຄວາມສຳພັນຂອງມະນຸດ.
ແຕ່, ດ້ວຍຄວາມນັບຖືຕໍ່ພຣະເຈົ້າ ແລະ ການເປີດເຜີຍສ່ວນຕົວ, ປະທານຣະໂຊ ເອັມ ແນວສັນ ຮັບຮອງວ່າ, “ທ່ານບໍ່ຈຳເປັນຕ້ອງສົງໄສວ່າ ທ່ານຄວນໄວ້ວາງໃຈຜູ້ໃດ.”6 ເຮົາສາມາດໄວ້ວາງໃຈພຣະເຈົ້າສະເໝີ. ພຣະຜູ້ເປັນເຈົ້າຮູ້ຈັກເຮົາດີກວ່າ ແລະ ຮັກເຮົາຫລາຍກວ່າທີ່ເຮົາຮູ້ຈັກ ຫລື ຮັກຕົວເອງ. ຄວາມຮັກອັນບໍ່ມີຂອບເຂດ ແລະ ຄວາມຮູ້ທີ່ສົມບູນຂອງພຣະອົງກ່ຽວກັບອະດີດ, ປະຈຸບັນ, ແລະ ອະນາຄົດ ເຮັດໃຫ້ພັນທະສັນຍາ ແລະ ຄຳສັນຍາຂອງພຣະອົງຄົງທີ່ ແລະ ແນ່ນອນ.
ໃຫ້ໄວ້ວາງໃຈສິ່ງທີ່ພຣະຄຳພີເອີ້ນວ່າ “ຕາມຄວາມສົມຄວນຂອງເວລາ.”7 ດ້ວຍພອນຂອງພຣະເຈົ້າ, ຕາມຄວາມສົມຄວນຂອງເວລາ, ແລະ ສືບຕໍ່ດ້ວຍສັດທາ ແລະ ການເຊື່ອຟັງ, ເຮົາຈະສາມາດຫາທາງແກ້ໄຂ ແລະ ພົບຄວາມສະຫງົບສຸກໄດ້.
ພຣະຜູ້ເປັນເຈົ້າປອບໂຍນ:
“ນ້ຳຕາອາດໄຫລຫລັ່ງໃນເວລາກາງຄືນ, ແຕ່ຄວາມຊົມຊື່ນຍິນດີກໍມີມາໃນຕອນເຊົ້າ.”8
“ຈົ່ງມອບຄວາມເດືອດຮ້ອນຂອງເຈົ້າໄວ້ກັບພຣະຜູ້ເປັນເຈົ້າສາ ພຣະອົງຈະປົກປ້ອງຄຸ້ມຄອງເຈົ້າໄວ້.”9
“ບໍ່ມີຄວາມໂສກເສົ້າໃດ ທີ່ສະຫວັນບໍ່ສາມາດປິ່ນປົວໄດ້.”10
ຈົ່ງໄວ້ວາງໃຈໃນພຣະເຈົ້າ11 ແລະ ການອັດສະຈັນຂອງພຣະອົງ. ເຮົາ ແລະ ຄວາມສຳພັນຂອງເຮົາສາມາດປ່ຽນແປງ. ຜ່ານທາງການຊົດໃຊ້ຂອງພຣະຄຣິດ ພຣະຜູ້ເປັນເຈົ້າ, ເຮົາສາມາດປະຖິ້ມທຳມະຊາດທີ່ເຫັນແກ່ຕົວຂອງເຮົາ ແລະ ກາຍເປັນລູກຂອງພຣະເຈົ້າ, ອ່ອນໂຍນ, ຖ່ອມຕົວ,12 ເຕັມໄປດ້ວຍສັດທາ ແລະ ຄວາມໄວ້ວາງໃຈທີ່ສົມຄວນ. ເມື່ອເຮົາກັບໃຈ, ເມື່ອເຮົາສາລະພາບ ແລະ ປະຖິ້ມບາບຂອງເຮົາ, ພຣະຜູ້ເປັນເຈົ້າກ່າວວ່າ ພຣະອົງຈະບໍ່ຈື່ຈຳມັນອີກເລີຍ.13 ບໍ່ແມ່ນວ່າພຣະອົງລືມ; ແຕ່, ຢ່າງໜ້າອັດສະຈັນ, ເບິ່ງຄືວ່າ ພຣະອົງເລືອກທີ່ຈະບໍ່ຈື່ຈຳມັນ, ເຮົາກໍຄວນເຮັດເຊັ່ນກັນ.
ຄວາມໄວ້ວາງໃຈໃນການດົນໃຈຂອງພຣະເຈົ້າ ເພື່ອຫລິງເຫັນຢ່າງສະຫລາດ. ເຮົາສາມາດໃຫ້ອະໄພຄົນອື່ນໃນເວລາ ແລະ ໃນວິທີທາງທີ່ຖືກຕ້ອງ ດັ່ງທີ່ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຄວນ,14 ຂະນະທີ່ຕ້ອງ “ສະຫລາດເໝືອນງູ, ແລະ ອ່ອນສຸພາບເໝືອນນົກເຂົາ.”15
ບາງເທື່ອເມື່ອໃຈຂອງເຮົາຊອກຊ້ຳ ແລະ ສຳນຶກຜິດ, ເຮົາມັກຈະເປີດໃຈຕໍ່ການປອບໂຍນ ແລະ ການນຳພາຂອງພຣະວິນຍານບໍລິສຸດ.16 ການກ່າວໂທດ ແລະ ການໃຫ້ອະໄພ ທັງສອງເລີ່ມຕົ້ນດ້ວຍການຮັບຮູ້ຄວາມຜິດ. ສ່ວນຫລາຍການກ່າວໂທດຈະສຸມໃສ່ອະດີດ. ການໃຫ້ອະໄພມອງໄປສູ່ອະນາຄົດຢ່າງເປັນອິດສະລະ. “ດ້ວຍວ່າ ພຣະເຈົ້າໄດ້ໃຊ້ພຣະບຸດເຂົ້າມາໃນໂລກ ບໍ່ແມ່ນເພື່ອຕັດສິນລົງໂທດມະນຸດສະໂລກ; ແຕ່ເພື່ອມະນຸດສະໂລກ ຈະລອດໂດຍຜ່ານທາງພຣະອົງ.”17
ອັກຄະສາວົກໂປໂລຖາມວ່າ, “ຜູ້ໃດຈະແຍກຄວາມຮັກຂອງເຮົາຈາກພຣະຄຣິດໄດ້?” ພຣະອົງຕອບວ່າ, “ຄວາມຕາຍ, ຫລື ຊີວິດກໍດີ, … ຄວາມສູງ ຫລື ຄວາມເລິກກໍດີ … ຈະບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າ, ຊຶ່ງມີຢູ່ໃນພຣະເຢຊູ ພຣະຜູ້ເປັນເຈົ້າຂອງພວກເຮົາ.”18 ແຕ່, ມີບາງຄົນທີ່ສາມາດແຍກເຮົາຈາກພຣະເຈົ້າ ແລະ ພຣະເຢຊູຄຣິດໄດ້—ແລະ ຄົນນັ້ນແມ່ນເຮົາ, ຕົວເຮົາເອງ. ດັ່ງເອຊາຢາກ່າວວ່າ, “ຍ້ອນການບາບຂອງພວກເຈົ້າເອງ ພຣະອົງຈຶ່ງບໍ່ໄດ້ຍິນພວກເຈົ້າ.”19
ໂດຍຄວາມຮັກຂອງສະຫວັນ ແລະ ກົດຂອງສະຫວັນ, ເຮົາຕ້ອງຮັບຜິດຊອບຕໍ່ການເລືອກ ແລະ ຜົນສະທ້ອນຂອງເຮົາເອງ. ແຕ່ຄວາມຮັກໃນການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາແມ່ນ “ບໍ່ມີຂອບເຂດ ແລະ ນິລັນດອນ.”20 ເມື່ອເຮົາພ້ອມແລ້ວທີ່ຈະກັບບ້ານ, ແມ່ນແຕ່ໃນ “ຂະນະທີ່ຍັງຢູ່ຫ່າງໄກ,”21 ພຣະເຈົ້າກໍພ້ອມແລ້ວທີ່ຈະຕ້ອນຮັບເຮົາດ້ວຍຄວາມເຫັນອົກເຫັນໃຈຢ່າງຫລວງຫລາຍ, ສະເໜີມອບສິ່ງທີ່ດີທີ່ສຸດທີ່ພຣະອົງມີໃຫ້ເຮົາດ້ວຍຄວາມຊົມຊື່ນຍິນດີ.22
ປະທານເຈ ຣູເບັນ ຄະລາກ ໄດ້ກ່າວວ່າ, “ຂ້າພະເຈົ້າເຊື່ອວ່າ ພຣະບິດາເທິງສະຫວັນຢາກຊ່ວຍລູກໆທຸກຄົນຂອງພຣະອົງໃຫ້ລອດ, … ວ່າໃນຄວາມຍຸດຕິທຳ ແລະ ຄວາມເມດຕາຂອງພຣະອົງ ພຣະອົງຈະປະທານລາງວັນສູງສຸດໃຫ້ສຳລັບການກະທຳຂອງເຮົາ, ປະທານທຸກສິ່ງທີ່ພຣະອົງສາມາດເຮັດໄດ້, ແລະ ໃນທາງກົງກັນຂ້າມ, ຂ້າພະເຈົ້າເຊື່ອວ່າ ພຣະອົງຈະກຳນົດໂທດທີ່ຕ່ຳທີ່ສຸດໃຫ້ເຮົາ ທີ່ພຣະອົງສາມາດກຳນົດ.”23
ຢູ່ເທິງໄມ້ກາງແຂນ, ແມ່ນແຕ່ຄຳອ້ອນວອນດ້ວຍຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ພຣະບິດາຂອງພຣະອົງ ກໍບໍ່ແມ່ນ “ພຣະບິດາເຈົ້າເອີຍ, ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ” ແຕ່ໂດຍປາດສະຈາກເງື່ອນໄຂ ໄດ້ກ່າວວ່າ “ພຣະບິດາເຈົ້າເອີຍ, ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ, ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ.”24 ອຳເພີໃຈ ແລະ ອິດສະລະພາບຂອງເຮົາມີຄວາມໝາຍ ຍ້ອນວ່າເຮົາຕ້ອງຮັບຜິດຊອບຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ຕົວເຮົາເອງ ສຳລັບບຸກຄົນທີ່ເຮົາເປັນ, ສຳລັບສິ່ງທີ່ເຮົາຮູ້ ແລະ ເຮັດ. ຂອບພຣະຄຸນທີ່, ເຮົາສາມາດໄວ້ວາງໃຈໃນຄວາມຍຸດຕິທຳ ແລະ ຄວາມເມດຕາທີ່ສົມບູນຂອງພຣະເຈົ້າ ເພື່ອພິພາກສາເຈດຕະນາ ແລະ ການກະທຳຂອງເຮົາຢ່າງສົມບູນແບບ.
ເຮົາສະຫລຸບ ດັ່ງທີ່ເຮົາເລີ່ມຕົ້ນ—ດ້ວຍຄວາມເຫັນອົກເຫັນໃຈຂອງພຣະເຈົ້າ ຂະນະທີ່ເຮົາແຕ່ລະຄົນກັບບ້ານຄືນຫາພຣະອົງ ແລະ ຄືນຫາກັນແລະກັນ.
ທ່ານຈື່ຄຳອຸປະມາຂອງພຣະເຢຊູຄຣິດກ່ຽວກັບຊາຍຄົນໜຶ່ງທີ່ມີລູກຊາຍສອງຄົນໄດ້ບໍ?25 ລູກຊາຍຄົນໜຶ່ງໄດ້ຈາກເຮືອນໄປ ແລະ ໃຊ້ຈ່າຍມໍລະດົກຈົນໝົດກ້ຽງ. ເມື່ອລາວສຳນຶກຕົວໄດ້, ລູກຊາຍຄົນນີ້ຈຶ່ງຄິດຢາກກັບບ້ານ. ລູກຊາຍອີກຄົນໜຶ່ງ, ຮູ້ສຶກວ່າ ລາວໄດ້ຮັກສາພຣະບັນຍັດ “ຕະຫລອດມາຫລາຍປີ,”26 ບໍ່ຢາກຕ້ອນຮັບນ້ອງຊາຍຂອງລາວກັບບ້ານ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາພິຈາລະນາວ່າ ພຣະເຢຊູໄດ້ຂໍໃຫ້ເຮົາເປີດໃຈ, ມີຄວາມເຂົ້າໃຈ, ມີຄວາມເຫັນອົກເຫັນໃຈ, ແລະ ຖ່ອມຕົວ, ແລະ ເຫັນຕົວເອງໃນສອງບົດບາດ?
ເໝືອນດັ່ງລູກຊາຍ ຫລື ລູກສາວຜູ້ທຳອິດ, ເຮົາອາດຫລົງທິດຫລົງທາງໄປ ແລະ ຕໍ່ມາຢາກກັບບ້ານ. ພຣະເຈົ້າລໍຖ້າຕ້ອນຮັບເຮົາສະເໝີ.
ແລະ ເໝືອນດັ່ງລູກຊາຍ ຫລື ລູກສາວຜູ້ທີສອງ, ພຣະເຈົ້າໄດ້ອ້ອນວອນເຮົາຢ່າງອ່ອນໂຍນໃຫ້ປິຕິຍິນດີກັບພຣະອົງ ຂະນະທີ່ເຮົາແຕ່ລະຄົນກັບຄືນບ້ານຫາພຣະອົງ. ພຣະອົງເຊື້ອເຊີນເຮົາໃຫ້ເຮັດໃຫ້ກອງປະຊຸມ, ກຸ່ມ, ຫ້ອງຮຽນ, ແລະ ກິດຈະກຳຂອງເຮົາເປີດຮັບ, ແທ້ຈິງ, ປອດໄພ—ເປັນບ້ານສຳລັບກັນແລະກັນ. ດ້ວຍຄວາມເມດຕາ, ຄວາມເຂົ້າໃຈ, ແລະ ຄວາມນັບຖືຕໍ່ທຸກຄົນ, ເຮົາແຕ່ລະຄົນສະແຫວງຫາພຣະຜູ້ເປັນເຈົ້າດ້ວຍຄວາມຖ່ອມ ແລະ ອະທິຖານ ແລະ ຕ້ອນຮັບພອນຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະອົງສຳລັບທຸກຄົນ.
ການເດີນທາງໃນຊີວິດຂອງເຮົາເປັນສ່ວນບຸກຄົນ, ແຕ່ເຮົາສາມາດກັບມາຫາພຣະເຈົ້າ ພຣະບິດາຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງອີກຄັ້ງ ດ້ວຍຄວາມໄວ້ວາງໃຈໃນພຣະເຈົ້າ, ໃນກັນແລະກັນ, ແລະ ໃນຕົວເຮົາເອງ.27 ພຣະເຢຊູກ່າວວ່າ, “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ.”28 ດັ່ງທີ່ສາດສະດາໂຈເຊັບໄດ້ເຮັດ, ຂໍໃຫ້ເຮົາບໍ່ທໍ້ຖອຍ ຄົງວາງໃຈໃນການດູແລຂອງພຣະບິດາເທິງສະຫວັນ.29 ອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນທີ່ຮັກແພງ, ຈົ່ງຊອກຫາສັດທາ ແລະ ຄວາມໄວ້ວາງໃຈອີກຄັ້ງ—ການອັດສະຈັນທີ່ພຣະອົງສັນຍາກັບທ່ານໃນມື້ນີ້. ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.