ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ດັ່ງ​ທີ່​ໄດ້​ປະ​ກາດ, ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ຂໍ​ສະ​ເໜີ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ການ​ສະ​ໜັບ​ສະ​ໜູນ.

ຈົ່ງ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ໃນ​ວິ​ທີ​ທາງ​ທີ່​ເຄີຍ​ເຮັດ​ມາ ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ. ຖ້າ​ມີ​ຜູ້​ໃດ​ຄັດ​ຄ້ານ​ຕໍ່​ການ​ສະ​ເໜີ​ໃດໆ, ຂໍ​ໃຫ້​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຂອງ​ຕົນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ດາ​ລິນ ແຮ​ຣິສ ໂອກສ໌ ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ; ແລະ ເຮັນ​ຣີ ເບັນ​ນຽນ ໄອ​ຣິງ ເປັນ​ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ຖ້າ​ມີ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ດາ​ລິນ ເອັຈ ໂອກສ໌ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ເອັມ ຣະ​ໂຊ ບາ​ເລີດ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ: ເອັມ ຣະ​ໂຊ ບາ​ເລີດ, ແຈັບ​ຟະ​ຣີ ອາ ຮໍ​ແລນ, ດີ​ເດີ ແອັຟ ອຸກ​ດອບ, ເດ​ວິດ ເອ ແບ໊ດ​ນາ, ຄວິນ​ຕິນ ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ແອວ ແອນ​ເດີ​ເຊັນ, ຣອນ​ໂນ ເອ ແຣັສ໌​ແບນ, ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, ແດວ ຈີ ເຣັນ​ລັນ, ແກ​ຣິດ ດັບ​ເບິນ​ຢູ ກອງ, ແລະ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ຖ້າ​ມີ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ໄດ້​ປົດ ແອວ​ເດີສ໌ ເຈ ແດວ​ເວັນ ໂຄ​ນິສ, ທິມ​ມະ​ຕີ ເຈ ໄດສ໌, ເດ​ວິດ ແອັຟ ອີ​ແວນສ໌, ຣໍ​ເບີດ ຊີ ເກ, ເຈມສ໌ ບີ ມາ​ຕີ​ໂນ, ແລະ ແທ​ເຣັນສ໌ ເອັມ ວິນ​ສັນ ຈາກ​ການ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ ແລະ ມອບ​ຕຳ​ແໜ່ງ​ໃຫ້​ພວກ​ເພິ່ນ​ໃນ​ຖາ​ນະ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ອ້າຍ​ນ້ອງ​ເຫລົ່າ​ນີ້ ແລະ ຄອບ​ຄົວ​ຂອງ​ພວກ​ເພິ່ນ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ພວກ​ເພິ່ນ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຂໍ​ແຈ້ງ​ບອກ​ວ່າ ແອວ​ເດີ ດີນ ເອັມ ເດ​ວີສ໌, ຜູ້​ໄດ້​ເສຍ​ຊີ​ວິດ​ເມື່ອ​ວັນ​ທີ 31 ເດືອນ​ສິງ​ຫາ, 2021, ຄົງ​ຈະ​ໄດ້​ຖືກ​ປົດ​ຈາກ​ການ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ​ໃນ​ກອງ​ປະ​ຊຸມ​ນີ້. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ ແລະ ຂໍ​ຂອບ​ໃຈ​ຢ່າງ​ຍິ່ງ​ຕໍ່​ຊິດ​ສະ​ເຕີ ດາ​ລາ ເດ​ວີສ໌ ແລະ ຄອບ​ຄົວ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ບໍ່​ຮູ້​ຈັກ​ອິດ​ເມື່ອຍ​ຂອງ​ແອວ​ເດີ ເດ​ວີສ໌.

ພວກ​ເຮົາ​ກໍ​ຂໍ​ແຈ້ງ​ບອກ​ດ້ວຍ​ຄວາມ​ຂອບ​ໃຈ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ ຜູ້​ທີ່​ໄດ້​ສຳ​ເລັດ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ​ລະ​ຫວ່າງ​ປີ​ທີ່​ຜ່ານ​ມາ​ນີ້.

ທຸກ​ຄົນ​ທີ່​ຢາກ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ, ສາ​ວົກ​ເຈັດ​ສິບ—ລວມ​ທັງ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຄົນ​ໃໝ່​ສອງ​ທ່ານ ຊຶ່ງ​ໄດ້​ປະ​ກາດ​ໄປ​ແລ້ວ​ໃນ​ຕົ້ນ​ອາ​ທິດ​ນີ້ ຢູ່​ໃນ newsroom.ChurchofJesusChrist.org—ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ ຊຶ່ງ​ຖືກ​ແຕ່ງ​ຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ຖ້າ​ມີ.

ຂໍ​ຂອບ​ໃຈ​ສຳ​ລັບ​ສັດ​ທາ ແລະ ຄຳ​ອະ​ທິ​ຖານ​ຂອງ​ທ່ານ ເພື່ອ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ມາ.

ການ​ປ່ຽນ​ແປງ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ​ການ​ປະ​ຊຸມ​ຜູ້​ນຳ ທີ່​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ:

ເປ​ໂດຣ໌ ອີ ເຮີ​ນານ​ເດສ໌ ແລະ ຊາ​ເດັນ ເອັນ​ດິງ​ກາ.

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ປົດ​ລະ​ຫວ່າງ​ການ​ປະ​ຊຸມ​ຜູ້​ນຳ ທີ່​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ:

ກົວ​ເລ​ໂມ ອີ ກາ​ເດຍ ແລະ ກາ​ເອ​ທານ ເຄ​ລູ​ນູ.

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ປົດ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2021:

ພີ ເດ​ວິດ ອາ​ກາ​ຊາ​ນີ, ຄິວ​ເມີ ເອ ອາ​ກູ​ອີ​ໂຣ, ເຟຣ​ເດ​ຣິກ ໂອ ອາ​ຄິນ​ໂບ, ແນວ​ສັນ ອາ​ດິ​ລາ, ຣິ​ເຈີດ ຊີ ບາ​ກີ​ຣັນ, ດົງ ໂຊນ ເບ, ມັດ​ຕິວ ເບັນ​ນາ​ຊາ, ລໍ​ເຣນສ໌ ພີ ບະ​ລັງ, ຫລຸຍສ໌ ເຈ ຄາ​ເມ, ດັກ​ລັສ ບີ ຄາດ​ເທີ, ອາ​ໂຣ​ໂດ ບີ ຄາ​ວາ​ຄານ​ເຕ, ຫລຸຍສ໌ ຊີ ຈາ​ເວ​ຣີ, ອູ​ລີ​ເຊສ໌ ຈາ​ເວສ໌, ບເຣັ້ນ ເຈ ຄຣິສ​ເຕັນ​ເຊັນ, ດັກ​ລັສ ແອວ ແດນສ໌, ເອັມ ທີ ເບັນ ເດ​ວິສ໌, ມາກ ຊີ ເດ​ວິສ໌, ເຈ ສະ​ກາດ ໂດ​ຣີ​ອັສ, ເອັມ ເດີກ ດຣິສ໌​ໂຄ, ອານ​ໂທ​ນິ​ໂອ ແອັຟ ຟອນ​ເດສ໌, ໂຮ​ເຊ​ ເອ ເຟີ​ນານ​ເດສ໌, ມາ​ຕີ​ອາສ໌ ດີ ເຟີ​ນານ​ເດສ໌, ຄານ​ດີ​ໂດ ຟໍ​ຕູ​ນາ, ບຣູສ ອີ ເກັ້ນ, ໄມ​ໂກ ເອ ກຽວ​ເລນ​ວໍ​ເທີ, ໄມ​ໂກ ດີ ໂກຣ, ແດນ​ໂຍ ຈີ ແຮມ​ໂມ​ຕັນ, ທອມ-ແອັດ​ລີ ເຮີ​ແລນ, ເຣ​ມັນ ແອັສ ເຮ​ແມນ, ແຈ​ແຣັດ ເຄ ຊີ ອິກ​ເວ, ຄຣິສ​ໂຕ​ຟີ ຄາ​ວາ​ຢາ, ຈອນ ເອ ໂຄ​ຣານ​ເທັງ, ມິງ-ຊຸນ ຄວນ, ທອດ ແອັສ ລາ​ຄິນ, ຮວນ ເຈ ເລ​ຣິ​ໂນ, ຄາ​ໂລ ເອັມ ເລ​ຊາ​ໂນ, ເຟ​ລິກສ໌ ເອ ມາ​ທີ​ເນສ໌, ເຈ ວອນ ມິກ​ອາ​ເຕີ, ແຄ​ວິນ ເຄ ມິສ໌​ກິນ, ຮີ​ລາ​ມັນ ມອນ​ເທ​ໂຮ, ໄມ​ໂກ ອາ ເມີ​ເຣ, ຣາຍ​ແອນ ວີ ປາ​ກາ​ດູ​ອານ, ເອ ໂມ​ໂຣ​ໄນ ເປ​ເຣສ໌, ຄາ​ໂລສ໌ ອີ ເປ​ໂຣ​ຕີ, ມາກ ພີ ເປ​ເຕ​ຣູ, ທອມ​ມັສ ທີ ພຣາຍ​ເດ, ບຣາຍ​ແອນ ແອວ ຣໍ​ສັນ, ເຣ​ເນ ໂຣ​ເມ, ບະ​ເລກ ເອັມ ໂຣ​ເນ, ຫລຸຍສ໌ ຈີ ຣູ​ອີສ໌, ມາ​ຊິ​ໂມ ເອ ຊາ​ອາ​ເວ​ດຣາ ຜູ້​ລູກ, ເປ​ໂດຣ໌ ເອ ຊານ​ຮູ​ຊາ, ເອ​ຣິກ ເຈ ສະ​ມູສ໌, ພອລ໌ ເອັຈ ຊິງ​ຄະ​ແລ, ເບັນ​ຢາ​ມິນ ທີ ຊິນ​ຈູ, ເດ​ວິດ ແອວ ສະ​ເຕ​ໂປ​ຕັນ, ແດນ​ໂຍ ເທ​ເຊ​ອີ​ຣາ, ຊາຍ​ຈີ ໂທ​ກູ​ຊາ​ວາ, ແມັກ​ຊິ​ໂມ ຊີ ທໍ​ເຣສ໌, ເຮ​ຊູ ເວ​ເລສ໌, ຄາ​ໂລສ໌ ວີ​ຢາ​ເຣ​ອານ, ພອລ໌ ເອັຈ ວັດ​ຄິນສ໌, ຣໍ​ເບີດ ເຄ ວິວ​ລຽມ, ຊີ ແດວ ວີລິສ໌, ແຄ​ວິນ ເຈ ເວິດ​ແທນ, ແລະ ຫລຸຍສ໌ ຈີ ຊາ​ປາ​ຕາ.

ພິມ