ບ້ານແຫ່ງລະບຽບທີ່ເປັນລຳດັບ
“ລະບຽບທີ່ເປັນລຳດັບ” ເປັນວິທີທີ່ລຽບງ່າຍ, ເປັນທຳມະຊາດ, ແລະ ມີປະສິດທິພາບທີ່ສຸດສຳລັບພຣະຜູ້ເປັນເຈົ້າ ໃນການສິດສອນເຮົາ, ໃນຖານະລູກໆຂອງພຣະອົງ, ກ່ຽວກັບຫລັກທຳທີ່ສຳຄັນ.
ໃນຊີວິດການທຳງານ ແລະ ການຮັບໃຊ້ໃນສາດສະໜາຈັກ, ຂ້າພະເຈົ້າໄດ້ເຮັດແນວນີ້ມາແລ້ວຫລາຍພັນເທື່ອ—ແຕ່ບໍ່ເຄີຍມີຈັກເທື່ອທີ່ມີຜູ້ຊາຍ 15 ທ່ານເຫລົ່ານີ້ນັ່ງຢູ່ຂ້າງຫລັງຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກເຖິງຄຳອະທິຖານຂອງທ່ານ ແລະ ຂອງພວກເພິ່ນ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນຄົນຈາກອານາຈັກຕົງກາໃນປາຊີຟິກໃຕ້ໂດຍກຳເນີດ ແຕ່ເຕີບໃຫຍ່ຢູ່ອາເມຣິກາເໜືອ. ໂຣກລະບາດໄດ້ເຮັດໃຫ້ຜູ້ສອນສາດສະໜາໜຸ່ມຊາວຕົງກາຫລາຍຄົນທີ່ກຳລັງຮັບໃຊ້ຢູ່ທົ່ວໂລກ ບໍ່ສາມາດກັບຄືນບ້ານເກີດເມືອງນອນຂອງເຂົາເຈົ້າໄດ້ ຍ້ອນການປິດຊາຍແດນ. ພວກແອວເດີຊາວຕົງກາບາງຄົນໄດ້ຮັບໃຊ້ເຜີຍແຜ່ເປັນເວລາສາມປີ ແລະ ພວກຊິດສະເຕີເປັນເວລາຫລາຍກວ່າສອງປີ! ເຂົາເຈົ້າໄດ້ລໍຖ້າຢ່າງອົດທົນດ້ວຍສັດທາ ຊຶ່ງຜູ້ຄົນຂອງພວກເຮົາເປັນທີ່ຮູ້ຈັກ. ໃນຂະນະດຽວກັນ, ຢ່າໄດ້ຕົກໃຈ ຖ້າບາງຄົນໃນພວກເຂົາເຈົ້າທີ່ກຳລັງຮັບໃຊ້ໃນຫວອດ ແລະ ສະເຕກຂອງທ່ານ ເບິ່ງຄືຂ້າພະເຈົ້າຂຶ້ນເລື້ອຍໆ—ເຖົ້າແກ່ລົງ ແລະ ຜົມຫງອກ. ພວກເຮົາກະຕັນຍູຕໍ່ຜູ້ສອນສາດສະໜາໃນທຸກທີ່ທຸກບ່ອນ ສຳລັບການຮັບໃຊ້ຢ່າງອຸທິດຕົນຂອງເຂົາເຈົ້າ, ເຖິງແມ່ນວ່າຈະສັ້ນ ຫລື ຍາວກວ່າທີ່ເຂົາເຈົ້າໄດ້ຄາດໄວ້ກໍຕາມ ຍ້ອນໂຣກລະບາດ.
ວັນອາທິດມື້ໜຶ່ງ ຕອນຂ້າພະເຈົ້າເປັນມັກຄະນາຍົກ, ຂ້າພະເຈົ້າຢູ່ຫ້ອງໂຖງທາງເຂົ້າຕຶກໂບດ ກຳລັງຖືຖາດນ້ຳຢາຍສິນລະລຶກ ເມື່ອຜູ້ຍິງຄົນໜຶ່ງໄດ້ຍ່າງເຂົ້າມາໃນຕຶກ. ຕາມໜ້າທີ່, ຂ້າພະເຈົ້າໄດ້ຍ່າງເຂົ້າໄປຫານາງ ແລະ ຍື່ນຖາດໃຫ້ນາງ. ນາງໄດ້ງຶກຫົວ, ຍິ້ມ, ແລະ ຈັບເອົາຈອກນ້ຳໄປ. ນາງມາຮອດຊ້າເກີນໄປທີ່ຈະຮັບເຂົ້າຈີ່. ຫລັງຈາກປະສົບການນີ້ບໍ່ດົນ, ຄູສອນປະຈຳບ້ານຂອງຂ້າພະເຈົ້າ, ເນັດ ບຣິມລີ, ໄດ້ສິດສອນຂ້າພະເຈົ້າວ່າ ແງ່ມຸມ ແລະ ພອນຫລາຍໆຢ່າງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກມອບໃຫ້ແກ່ເຮົາຕາມລະບຽບທີ່ເປັນລຳດັບ.
ຕໍ່ມາໃນອາທິດນັ້ນ, ເນັດ ແລະ ຄູ່ຂອງເພິ່ນໄດ້ມາບ້ານຂອງພວກເຮົາພ້ອມກັບບົດຮຽນທີ່ໜ້າຈົດຈຳ. ເນັດໄດ້ຢ້ຳເຕືອນພວກເຮົາວ່າ ພຣະເຈົ້າໄດ້ສ້າງແຜ່ນດິນໂລກຕາມລຳດັບ. ພຣະຜູ້ເປັນເຈົ້າໄດ້ໃຊ້ຄວາມລະມັດລະວັງເປັນຢ່າງດີໃນການອະທິບາຍໃຫ້ໂມເຊຟັງກ່ຽວກັບລຳດັບທີ່ພຣະອົງໄດ້ສ້າງແຜ່ນດິນໂລກ. ກ່ອນອື່ນ, ພຣະອົງໄດ້ເລີ່ມຈາກການແຍກແສງສະຫວ່າງອອກຈາກຄວາມມືດ, ແລ້ວແຍກນ້ຳອອກຈາກພື້ນດິນແຫ້ງ. ພຣະອົງໄດ້ຕື່ມພືດ ແລະ ສັດຕ່າງໆທີ່ມີຊີວິດ ກ່ອນທີ່ຈະແນະນຳດາວພະເຄາະທີ່ຫາກໍໄດ້ສ້າງຂຶ້ນໃໝ່ນີ້ໃຫ້ກັບການນິລະມິດສ້າງທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ນັ້ນຄື: ມະນຸດຊາດ, ໂດຍເລີ່ມຈາກອາດາມ ແລະ ເອວາ.
“ດັ່ງນັ້ນ ພຣະເຈົ້າຈຶ່ງສ້າງມະນຸດໃຫ້ຄືພຣະອົງ. ພຣະອົງສ້າງເຂົາໃຫ້ເປັນຊາຍ ແລະ ຍິງ. …
“ພຣະເຈົ້າຊົມທຸກໆສິ່ງທີ່ໄດ້ນິລະມິດສ້າງຂຶ້ນມາ ແລ້ວກໍເຫັນວ່າດີຫລາຍ” (ປະຖົມມະການ 1:27, 31).
ພຣະຜູ້ເປັນເຈົ້າຊົງພໍພຣະໄທ. ແລະ ພຣະອົງໄດ້ພັກຜ່ອນໃນມື້ທີເຈັດ.
ລຳດັບຊຶ່ງແຜ່ນດິນໂລກໄດ້ຖືກສ້າງຂຶ້ນ ບໍ່ພຽງແຕ່ເຮັດໃຫ້ເຮົາເຫັນສິ່ງທີ່ສຳຄັນທີ່ສຸດສຳລັບພຣະເຈົ້າເທົ່ານັ້ນ, ແຕ່ຍັງໃຫ້ເຮົາເຫັນວ່າ ພຣະອົງໄດ້ສ້າງແຜ່ນດິນໂລກເພື່ອຫຍັງ ແລະ ເພື່ອໃຜ.
ເນັດ ບຣິມລີ ໄດ້ຂັ້ນບົດຮຽນທີ່ໄດ້ຮັບການດົນໃຈນີ້ດ້ວຍຖ້ອຍຄຳທີ່ລຽບງ່າຍວ່າ: “ເວ, ບ້ານຂອງພຣະເຈົ້າເປັນບ້ານແຫ່ງຄວາມເປັນລະບຽບ. ພຣະອົງຄາດຫວັງທີ່ຈະໃຫ້ເຈົ້າດຳເນີນຊີວິດຂອງເຈົ້າຢ່າງມີລະບຽບ. ໃນລຳດັບທີ່ເໝາະສົມ. ພຣະອົງຢາກໃຫ້ເຈົ້າຮັບໃຊ້ເຜີຍແຜ່ກ່ອນທີ່ເຈົ້າຈະແຕ່ງງານ.” ມາເຖິງຈຸດນີ້, ຜູ້ນຳຂອງສາດສະໜາຈັກໄດ້ສິດສອນໃນປະຈຸບັນນີ້ວ່າ “ພຣະຜູ້ເປັນເຈົ້າຄາດຫວັງໃຫ້ຊາຍໜຸ່ມແຕ່ລະຄົນທີ່ສາມາດ ໃຫ້ກຽມພ້ອມທີ່ຈະຮັບໃຊ້. … ຍິງໜຸ່ມ … ຜູ້ທີ່ປາດຖະໜາທີ່ຈະຮັບໃຊ້ ກໍຄວນກຽມພ້ອມເຊັ່ນກັນ” (General Handbook: Serving in The Church of Jesus Christ of Latter-day Saints, 24.0, ChurchofJesusChrist.org). ບຣາເດີ ບຣິມລີ ໄດ້ເວົ້າຕໍ່ວ່າ: “ພຣະເຈົ້າຢາກໃຫ້ເຈົ້າແຕ່ງງານກ່ອນທີ່ເຈົ້າຈະມີລູກ. ແລະ ພຣະອົງຢາກໃຫ້ເຈົ້າພັດທະນາພອນສະຫວັນຂອງເຈົ້າຕໍ່ໄປ ໃນຂະນະທີ່ເຈົ້າໄດ້ຮັບການສຶກສາ.” ຖ້າທ່ານເລືອກທີ່ຈະດຳເນີນຊີວິດຂອງທ່ານຢ່າງບໍ່ມີລຳດັບ, ທ່ານຈະພົບວ່າຊີວິດຂອງທ່ານຫຍຸ້ງຍາກ ແລະ ວຸ້ນວາຍຫລາຍຂຶ້ນ.
ບຣາເດີ ບຣິມລີ ຍັງໄດ້ສິດສອນພວກເຮົາວ່າ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍເຮົາຈັດລະບຽບຊີວິດຂອງເຮົາຄືນໃໝ່ ຊຶ່ງເຮົາເຄີຍເຮັດໃຫ້ວຸ້ນວາຍ ຫລື ບໍ່ມີລຳດັບໂດຍການເລືອກທີ່ບໍ່ດີຂອງເຮົາເອງ ຫລື ຂອງຄົນອື່ນ.
ຕັ້ງແຕ່ຕອນນັ້ນມາ, ຂ້າພະເຈົ້າກໍປະທັບໃຈໃນ “ລະບຽບທີ່ເປັນລຳດັບ.” ຂ້າພະເຈົ້າໄດ້ພັດທະນານິໄສທີ່ມັກຊອກຫາແບບແຜນທີ່ເປັນລຳດັບໃນຊີວິດ ແລະ ໃນພຣະກິດຕິຄຸນ.
ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນຫລັກທຳຂໍ້ນີ້ວ່າ: “ເມື່ອເຮົາສຶກສາ, ຮຽນຮູ້, ແລະ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ລຳດັບມັກຈະເປັນການໃຫ້ຄວາມຮູ້. ລອງພິຈາລະນາເບິ່ງ, ຍົກຕົວຢ່າງເຊັ່ນ, ບົດຮຽນຕ່າງໆທີ່ເຮົາໄດ້ຮຽນຮູ້ກ່ຽວກັບລຳດັບຄວາມສຳຄັນທາງວິນຍານ ຂອງລຳດັບເຫດການສຳຄັນຕ່າງໆທີ່ໄດ້ເກີດຂຶ້ນຈົນກາຍເປັນຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ຖືກຟື້ນຟູໃນຍຸກສຸດທ້າຍນີ້.”
ແອວເດີ ແບ໊ດນາ ໄດ້ລະບຸພາບທີ່ມາໃຫ້ເຫັນຄັ້ງທຳອິດ ແລະ ການປະກົດຕົວເທື່ອທຳອິດຂອງໂມໂຣໄນຕໍ່ໂຈເຊັບ ສະມິດ ໃນຂະນະທີ່ກຳລັງສິດສອນສາດສະດາໜຸ່ມກ່ອນ, ເຖິງທຳມະຊາດ ແລະ ລັກສະນະຂອງພຣະເຈົ້າ, ຕາມດ້ວຍບົດບາດຂອງພຣະຄຳພີມໍມອນ ແລະ ເອລີຢາໃນການເຕົ້າໂຮມອິດສະຣາເອນຢູ່ທັງສອງຟາກມ່ານ ໃນຍຸກສະໄໝສຸດທ້າຍນີ້.
ແອວເດີ ແບ໊ດນາ ໄດ້ປິດທ້າຍວ່າ: “ລຳດັບທີ່ດົນໃຈນີ້ ເປັນການໃຫ້ຄວາມຮູ້ກ່ຽວກັບເລື່ອງທາງວິນຍານທີ່ມີຄວາມສຳຄັນສູງສຸດຕໍ່ພຣະເຈົ້າ” (“The Hearts of the Children Shall Turn,” Liahona, Nov. 2011, 24).
ຂໍ້ສັງເກດໜຶ່ງທີ່ຂ້າພະເຈົ້າໄດ້ສັງເກດກໍຄືວ່າ “ລະບຽບທີ່ເປັນລຳດັບ” ເປັນວິທີທີ່ລຽບງ່າຍ, ເປັນທຳມະຊາດ, ແລະ ມີປະສິດທິພາບທີ່ສຸດສຳລັບພຣະຜູ້ເປັນເຈົ້າ ໃນການສິດສອນເຮົາ, ໃນຖານະລູກໆຂອງພຣະອົງ, ກ່ຽວກັບຫລັກທຳທີ່ສຳຄັນ.
ເຮົາໄດ້ເຂົ້າມາໃນໂລກນີ້ເພື່ອຮຽນຮູ້ ແລະ ມີປະສົບການທີ່ເຮົາບໍ່ສາມາດມີໄດ້ດ້ວຍວິທີອື່ນ. ການເຕີບໃຫຍ່ຂອງເຮົາເປັນເອກະລັກສະເພາະສຳລັບເຮົາແຕ່ລະຄົນ ແລະ ເປັນອົງປະກອບສຳຄັນໃນແຜນຂອງພຣະບິດາເທິງສະຫວັນ. ການເຕີບໃຫຍ່ທາງຮ່າງກາຍ ແລະ ທາງວິນຍານ ເລີ່ມຕົ້ນເປັນໄລຍະ ແລະ ພັດທະນາຊ້າໆ ເມື່ອເຮົາມີປະສົບການຕາມລຳດັບ.
ແອວມາໄດ້ກ່າວເທດສະໜາທີ່ມີພະລັງກ່ຽວກັບສັດທາ—ໂດຍການປຽບທຽບເລື່ອງເມັດພືດ, ຊຶ່ງຫາກໄດ້ຮັບການດູແລ ແລະ ບຳລຸງລ້ຽງຢ່າງເໝາະສົມ, ມັນຈະງອກງາມຂຶ້ນຈາກຕົ້ນອ່ອນນ້ອຍໆ ກາຍເປັນຕົ້ນໄມ້ໃຫຍ່ເຕັມຂະໜາດ ຊຶ່ງມີໝາກທີ່ແຊບຊ້ອຍ (ເບິ່ງ ແອວມາ 32:28–43). ບົດຮຽນກໍຄືວ່າ ສັດທາຂອງທ່ານຈະເພີ່ມຂຶ້ນ ເມື່ອທ່ານໃຫ້ສະຖານທີ່ ແລະ ບຳລຸງລ້ຽງເມັດພືດນັ້ນ—ຫລື ພຣະຄຳຂອງພຣະເຈົ້າ—ໃນຫົວໃຈຂອງທ່ານ. ສັດທາຂອງທ່ານຈະເພີ່ມຂຶ້ນ ເມື່ອພຣະຄຳຂອງພຣະເຈົ້າເລີ່ມ “ພອງຢູ່ໃນເອິກຂອງພວກທ່ານ” (ຂໍ້ທີ 28). ການທີ່ມັນ “ພອງ, ແລະ ງອກ, ເລີ່ມເຕີບໂຕຂຶ້ນ” (ຂໍ້ທີ 30) ເປັນທັງພາບ ແລະ ຄວາມຮູ້. ມັນຍັງເປັນລຳດັບນຳອີກ.
ພຣະຜູ້ເປັນເຈົ້າໄດ້ສິດສອນເຮົາແຕ່ລະຄົນຕາມຄວາມສາມາດໃນການຮຽນຮູ້ ແລະ ວິທີການຮຽນຮູ້ຂອງເຮົາ. ການເຕີບໃຫຍ່ຂອງເຮົາແມ່ນຂຶ້ນຢູ່ກັບຄວາມເຕັມໃຈ, ຄວາມຢາກຮູ້ຢາກເຫັນຕາມທຳມະຊາດ, ລະດັບຂອງສັດທາ, ແລະ ຄວາມເຂົ້າໃຈຂອງເຮົາ.
ນີໄຟໄດ້ຖືກສິດສອນສິ່ງທີ່ໂຈເຊັບ ສະມິດ ໄດ້ຮຽນຮູ້ໃນເມືອງເຄີດແລນ ລັດໂອໄຮໂອ, ຫລາຍກວ່າ 2,300 ປີຕໍ່ມາ: “ເພາະຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຮົາຈະໃຫ້ແກ່ລູກຫລານມະນຸດເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ; ແລະ ຜູ້ທີ່ເຊື່ອຟັງກົດເກນຂອງເຮົາ ແລະ ງ່ຽງຫູຟັງຄຳແນະນຳຂອງເຮົາ ຍ່ອມເປັນສຸກ, ເພາະວ່າເຂົາຈະຮຽນຮູ້ເຖິງປັນຍາ” (2 ນີໄຟ 28:30).
ການທີ່ເຮົາຮຽນຮູ້ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ” ກໍເປັນລຳດັບເຊັ່ນກັນ.
ລອງພິຈາລະນາຂໍ້ຄວາມຕໍ່ໄປນີ້ທີ່ເຮົາໄດ້ຍິນມາເກືອບທັງຊີວິດຂອງເຮົາ: “ໃຫ້ເຮັດສິ່ງທຳອິດກ່ອນ” ຫລື “ໃຫ້ກິນນົມກ່ອນກິນຊີ້ນ.” ແລ້ວຄຳວ່າ “ເຮົາຕ້ອງຍ່າງກ່ອນຈຶ່ງແລ່ນ” ເດ? ຄຳເວົ້າທີ່ເປັນຄວາມຈິງເຫລົ່ານີ້ອະທິບາຍບາງສິ່ງທີ່ເປັນລຳດັບ.
ການມະຫັດສະຈັນດຳເນີນງານຕາມລະບຽບທີ່ເປັນລຳດັບ. ການມະຫັດສະຈັນເກີດຂຶ້ນເມື່ອເຮົາໃຊ້ສັດທາກ່ອນ. ສັດທາມາກ່ອນການມະຫັດສະຈັນ.
ກຸ່ມຊາຍໜຸ່ມກໍໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດແຫ່ງອາໂຣນຕາມລຳດັບ, ອີງຕາມອາຍຸຂອງຜູ້ທີ່ໄດ້ຮັບການແຕ່ງຕັ້ງ: ມັກຄະນາຍົກ, ຄູສອນ, ແລະ ແລ້ວປະໂລຫິດ.
ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ແມ່ນເປັນໄປຕາມລຳດັບແບບທຳມະຊາດ. ເຮົາໄດ້ຮັບບັບຕິສະມາກ່ອນທີ່ຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ພິທີການພຣະວິຫານກໍເປັນໄປຕາມລຳດັບເຊັ່ນດຽວກັນ. ແນ່ນອນ, ດັ່ງທີ່ເພື່ອນຂອງຂ້າພະເຈົ້າ ເນັດ ບຣິມລີ ໄດ້ສິດສອນຂ້າພະເຈົ້າຢ່າງມີສະຕິປັນຍາ, ສິນລະລຶກເປັນໄປຕາມລຳດັບ—ມັນເລີ່ມຈາກເຂົ້າຈີ່, ຕາມດ້ວຍນ້ຳ.
“ໃນລະຫວ່າງອາຫານວັນນັ້ນ ພຣະເຢຊູໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ໂມທະນາຂອບພຣະຄຸນ ພຣະອົງຫັກເຂົ້າຈີ່ນັ້ນ ແລະ ຍື່ນໃຫ້ພວກສາວົກ ໂດຍກ່າວແກ່ພວກເພິ່ນວ່າ, ຈົ່ງຮັບກິນເຖີດ, ນີ້ແຫລະ ແມ່ນກາຍຂອງເຮົາ.
“ແລ້ວພຣະອົງກໍຈັບເອົາຈອກຂຶ້ນມາ ໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຍື່ນໃຫ້ພວກສາວົກ ໂດຍກ່າວແກ່ພວກເພິ່ນວ່າ, ‘ພວກເຈົ້າທຸກຄົນຈົ່ງດື່ມ;
“ນີ້ແຫລະ ແມ່ນເລືອດຂອງເຮົາ ຊຶ່ງເປັນເລືອດແຫ່ງພັນທະສັນຍາຂອງພຣະເຈົ້າ ທີ່ຫລັ່ງໄຫລອອກສຳລັບຄົນຈຳນວນຫລາຍ ເພື່ອຄວາມຜິດບາບຈະໄດ້ຮັບການອະໄພ” (ມັດທາຍ 26:26–28).
ໃນເຢຣູຊາເລັມ ແລະ ໃນອາເມຣິກາ, ພຣະຜູ້ຊ່ວຍໃຫ້ລອດໄດ້ຈັດຕັ້ງສິນລະລຶກຕາມລະບຽບດຽວກັນ.
“ຈົ່ງເບິ່ງ, ບ້ານຂອງເຮົາເປັນບ້ານແຫ່ງລະບຽບ, ອົງພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ບໍ່ແມ່ນບ້ານແຫ່ງຄວາມສັບສົນ” (ຄຳສອນ ແລະ ພັນທະສັນຍາ 132:8).
ການກັບໃຈກໍເປັນລຳດັບເຊັ່ນກັນ. ມັນເລີ່ມຈາກສັດທາໃນພຣະເຢຊູຄຣິດ, ເຖິງແມ່ນວ່າຈະເປັນພຽງແຕ່ໜ້ອຍໜຶ່ງກໍຕາມ. ສັດທາຮຽກຮ້ອງຄວາມຖ່ອມຕົວ, ຊຶ່ງເປັນອົງປະກອບສຳຄັນຂອງການມີ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ” (2 ນີໄຟ 2:7).
ແນ່ນອນ, ຫລັກທຳສີ່ປະການທຳອິດຂອງພຣະກິດຕິຄຸນກໍເປັນລຳດັບ. “ພວກເຮົາເຊື່ອວ່າ ຫລັກທຳ ແລະ ພິທີການເບື້ອງຕົ້ນແຫ່ງພຣະກິດຕິຄຸນຄື: ໜຶ່ງ ສັດທາໃນອົງພຣະເຢຊູຄຣິດເຈົ້າ; ສອງ ການກັບໃຈ; ສາມ ບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ; ສີ່ ການວາງມືເພື່ອຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ” (ຫລັກແຫ່ງຄວາມເຊື່ອ 1:4).
ກະສັດເບັນຢາມິນໄດ້ສິດສອນຜູ້ຄົນຂອງເພິ່ນເຖິງຄວາມຈິງທີ່ສຳຄັນນີ້: “ແລະ ໃຫ້ເບິ່ງວ່າເຮັດສິ່ງທັງໝົດນີ້ດ້ວຍປັນຍາ ແລະ ເປັນລະບຽບ; ເພາະບໍ່ຈຳເປັນທີ່ຄົນຈະແລ່ນໄວກວ່າກຳລັງຂອງຕົນ. ແລະ ອີກຢ່າງໜຶ່ງ, ສົມຄວນທີ່ເຂົາຈະພາກພຽນເພື່ອໂດຍການນັ້ນເຂົາຈະໄດ້ຮັບລາງວັນ; ສະນັ້ນ, ທຸກຢ່າງຕ້ອງເປັນໄປຕາມລະບຽບ” (ໂມໄຊຢາ 4:27).
ຂໍໃຫ້ເຮົາດຳເນີນຊີວິດຕາມລະບຽບ ແລະ ສະແຫວງຫາທີ່ຈະເຮັດຕາມລຳດັບທີ່ພຣະຜູ້ເປັນເຈົ້າໄດ້ອອກແບບໄວ້ໃຫ້ເຮົາ. ເຮົາຈະໄດ້ຮັບພອນເມື່ອເຮົາຊອກຫາ ແລະ ເຮັດຕາມແບບແຜນ ແລະ ລຳດັບ ຊຶ່ງພຣະຜູ້ເປັນເຈົ້າໄດ້ສິດສອນວ່າສິ່ງໃດສຳຄັນທີ່ສຸດສຳລັບພຣະອົງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.