ເຮັດໃຫ້ການປ່ຽນໃຈເຫລື້ອມໃສຂອງເຮົາຕໍ່ພຣະເຢຊູຄຣິດເລິກເຊິ່ງຍິ່ງຂຶ້ນ
ພຣະຄຳພີ ແລະ ຄວາມຮູ້ຂອງເຮົາກ່ຽວກັບພຣະເຈົ້າເປັນຂອງຂວັນ—ເປັນຂອງຂວັນທີ່ເຮົາມັກລືມຄຸນຄ່າ. ຂໍໃຫ້ເຮົາທະນຸຖະໜອມພອນເຫລົ່ານີ້.
ຂອບໃຈຫລາຍໆ, ບຣາເດີ ນຽວສັນ, ສຳລັບຂ່າວສານທີ່ປະທັບໃຈຂອງທ່ານ. ພວກເຮົາຕ້ອງກັນສິ່ງນັ້ນ.
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາເມື່ອບໍ່ດົນມານີ້ວ່າ, “ກ່ອນຈະເຮັດຫຍັງໄດ້ດີ ຕ້ອງໃຊ້ຄວາມພະຍາຍາມ. ການກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດບໍ່ໄດ້ຖືກຍົກເວັ້ນ. ການເພີ່ມພູນສັດທາຂອງທ່ານ ແລະ ການໄວ້ວາງໃຈໃນພຣະອົງຕ້ອງໃຊ້ຄວາມພະຍາຍາມ.” ທ່າມກາງຄຳແນະນຳທີ່ເພິ່ນໄດ້ໃຫ້ແກ່ເຮົາເພື່ອເພີ່ມພູນສັດທາຂອງເຮົາໃນພຣະເຢຊູຄຣິດນັ້ນກໍຄື ໃຫ້ເຮົາເອົາຕົວເຂົ້າຫາພຣະຄຳພີ ເພື່ອໃຫ້ເຂົ້າໃຈພາລະກິດ ແລະ ການປະຕິບັດສາດສະໜາກິດຂອງພຣະຄຣິດຫລາຍກວ່າເກົ່າ. (ເບິ່ງ “Christ Is Risen; Faith in Him Will Move Mountains,” Liahona, May 2021, 103.)
ເຮົາຮຽນຮູ້ຢູ່ໃນພຣະຄຳພີມໍມອນວ່າ ພຣະຄຳພີເປັນພາກສ່ວນສຳຄັນໃນຄອບຄົວຂອງລີໄຮ—ສຳຄັນຫລາຍຈົນວ່ານີໄຟ ແລະ ພວກອ້າຍຂອງເພິ່ນ ໄດ້ກັບໄປເຢຣູຊາເລັມ ເພື່ອໄປເອົາແຜ່ນຈາລຶກທອງເຫລືອງ (ເບິ່ງ 1 ນີໄຟ 3–4).
ພຣະຄຳພີເປີດເຜີຍພຣະປະສົງຂອງພຣະເຈົ້າເພື່ອພວກເຮົາ, ເຊັ່ນດຽວກັບທີ່ເລຍໂຮນາໄດ້ເປີດເຜີຍຕໍ່ນີໄຟ ແລະ ບິດາຂອງເພິ່ນ. ຫລັງຈາກທີ່ເພິ່ນໄດ້ເຮັດຄັນທະນູຂອງເພິ່ນຫັກ, ນີໄຟຕ້ອງການທີ່ຈະຮູ້ວ່າເພິ່ນຄວນໄປຫາອາຫານໄດ້ຢູ່ໃສ. ລີໄຮ ບິດາຂອງເພິ່ນ, ໄດ້ຫລຽວເບິ່ງເລຍໂຮນາ ແລະ ໄດ້ເຫັນສິ່ງຕ່າງໆທີ່ມີຂຽນໄວ້. ນີໄຟໄດ້ເຫັນວ່າ ເຂັມທິດທຳງານຕາມສັດທາ, ຄວາມພາກພຽນ, ແລະ ຄວາມເອົາໃຈໃສ່ຕໍ່ເຂັມທິດເຫລົ່ານັ້ນ. ເພິ່ນຍັງໄດ້ເຫັນຂໍ້ຄວາມຂຽນໄວ້ ຊຶ່ງອ່ານງ່າຍ ແລະ ໄດ້ໃຫ້ຄວາມເຂົ້າໃຈແກ່ພວກເພິ່ນກ່ຽວກັບທາງຂອງພຣະຜູ້ເປັນເຈົ້າ. ເພິ່ນໄດ້ຮູ້ວ່າ ພຣະຜູ້ເປັນເຈົ້ານຳເລື່ອງອັນໃຫຍ່ຍິ່ງມາໃຫ້ດ້ວຍວິທີນ້ອຍໆ. ເພິ່ນໄດ້ເຊື່ອຟັງກ່ຽວກັບທິດທາງທີ່ເລຍໂຮນາຊີ້ບອກ. ເພິ່ນໄດ້ຂຶ້ນໄປເທິງພູ ແລະ ຫາອາຫານມາໃຫ້ຄອບຄົວຂອງເພິ່ນ, ຜູ້ທີ່ທົນທຸກຫລາຍຍ້ອນການຂາດແຄນ. (ເບິ່ງ 1 ນີໄຟ 16:23-31.)
ສຳລັບຂ້າພະເຈົ້າແລ້ວເບິ່ງຄືວ່າ ນີໄຟເປັນນັກຮຽນທີ່ອຸທິດຕົນຕໍ່ພຣະຄຳພີ. ເຮົາອ່ານວ່າ ນີໄຟໄດ້ເບີກບານໃນພຣະຄຳພີ, ໃຈຂອງເພິ່ນຄຳນຶງເຖິງຂໍ້ຄວາມເຫລົ່ານັ້ນ, ແລະ ໄດ້ບັນທຶກມັນໄວ້ເພື່ອການຮຽນຮູ້ ແລະ ເພື່ອຜົນປະໂຫຍດຂອງລູກຫລານຂອງເພິ່ນ (ເບິ່ງ 2 ນີໄຟ 4:15–16).
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ:
“ຖ້າຫາກເຮົາ ‘ຈະມຸ້ງໜ້າ, ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ, ແລະ ອົດທົນຈົນເຖິງທີ່ສຸດ … [ເຮົາ] ຈະມີຊີວິດນິລັນດອນ’ [2 ນີໄຟ 31:20].
“ຄຳວ່າຊື່ນຊົມໝາຍເຖິງຫລາຍກວ່າການຊີມ. ຊື່ນຊົມໝາຍເຖິງການກິນຢ່າງແຊບຊ້ອຍ. ເຮົາຮັບສ່ວນພຣະຄຳພີຢ່າງແຊບຊ້ອຍໂດຍການສຶກສາມັນ ໃນຄວາມຮູ້ສຶກຂອງການຄົ້ນຄວ້າດ້ວຍຄວາມເບີກບານໃຈ ແລະ ດ້ວຍການເຊື່ອຟັງທີ່ຊື່ສັດ. ເມື່ອເຮົາຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ, ມັນຈະຝັງແໜ້ນ ‘ຢູ່ໃນຫົວໃຈ’ [2 ໂກຣິນໂທ 3:3]. ມັນໄດ້ກາຍເປັນພາກສ່ວນທີ່ສຳຄັນຂອງທຳມະຊາດຂອງເຮົາ” (“Living by Scriptural Guidance,” Liahona, Jan. 2001, 21).
ມີສິ່ງໃດແດ່ທີ່ເຮົາຈະເຮັດ ຖ້າຈິດວິນຍານຂອງເຮົາເບີກບານໃນພຣະຄຳພີ?
ຄວາມປາດຖະໜາຂອງເຮົາທີ່ຈະເປັນພາກສ່ວນໃນການເຕົ້າໂຮມອິດສະຣະເອນຢູ່ທັງສອງຟາກມ່ານຈະເພີ່ມຂຶ້ນ. ເປັນເລື່ອງປົກກະຕິ ແລະ ທຳມະຊາດສຳລັບເຮົາທີ່ຈະເຊື້ອເຊີນຄອບຄົວ ແລະ ໝູ່ເພື່ອນຂອງເຮົາໃຫ້ຟັງຜູ້ສອນສາດສະໜາ. ເຮົາຈະມີຄ່າຄວນ, ແລະ ເຮົາຈະມີໃບຮັບຮອງເຂົ້າພຣະວິຫານປະຈຸບັນ ເພື່ອທີ່ຈະເຂົ້າໄປພຣະວິຫານໃຫ້ເລື້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ເຮົາຈະເຮັດວຽກເພື່ອຊອກຫາ, ກະກຽມ, ແລະ ສົ່ງລາຍຊື່ຂອງບັນພະບຸລຸດຂອງເຮົາໄປໃຫ້ພຣະວິຫານ. ເຮົາຈະຊື່ສັດໃນການຮັກສາວັນຊະບາໂຕ, ໄປໂບດທຸກໆວັນອາທິດ ເພື່ອຕໍ່ພັນທະສັນຍາຂອງເຮົາກັບພຣະຜູ້ເປັນເຈົ້າ ໃນຂະນະທີ່ເຮົາມີສ່ວນຢ່າງມີຄ່າຄວນໃນການຮັບສິນລະລຶກ. ເຮົາຈະແກ້ໄຂເພື່ອຈະໄດ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ໂດຍດຳລົງຊີວິດຕາມທຸກພຣະຄຳທີ່ອອກມາຈາກພຣະໂອດຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:44).
ການທີ່ທ່ານເບີກບານໃນສິ່ງຕ່າງໆຂອງພຣະຜູ້ເປັນເຈົ້າໝາຍຄວາມວ່າແນວໃດສຳລັບທ່ານ?
ຄວາມເບີກບານໃນພຣະຄຳພີມີຄວາມໝາຍຫລາຍກວ່າຄວາມຫິວໂຫຍ ແລະ ຄວາມກະຫາຍຄວາມຮູ້. ນີໄຟໄດ້ປະສົບກັບຄວາມຊື່ນຊົມຢ່າງຍິ່ງໃນຊີວິດຂອງເພິ່ນ. ເຖິງຢ່າງໃດກໍຕາມ, ເພິ່ນກໍເຄີຍປະເຊີນກັບຄວາມຍາກລຳບາກ ແລະ ຄວາມໂສກເສົ້າ (ເບິ່ງ 2 ນີໄຟ 4:12–13). “ເຖິງຢ່າງໃດກໍຕາມ,” ເພິ່ນກ່າວ, “ຂ້າພະເຈົ້າຍັງຮູ້ວ່າ, ຂ້າພະເຈົ້າໄວ້ວາງໃຈຜູ້ໃດມາ” (2 ນີໄຟ 4:19). ເມື່ອເຮົາສຶກສາພຣະຄຳພີ, ເຮົາຈະເຂົ້າໃຈເຖິງແຜນການແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ ໄດ້ດີຍິ່ງຂຶ້ນ, ແລະ ເຮົາຈະໄວ້ວາງໃຈໃນຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ກັບເຮົາໃນພຣະຄຳພີ, ເຊັ່ນດຽວກັບຄຳສັນຍາ ແລະ ພອນຕ່າງໆຂອງສາດສະດາສະໄໝໃໝ່.
ຕອນບ່າຍມື້ໜຶ່ງ, ຂ້າພະເຈົ້າກັບພັນລະຍາໄດ້ຮັບເຊີນໃຫ້ໄປບ້ານຂອງໝູ່ຄົນໜຶ່ງ. ລູກຊາຍອາຍຸເຈັດປີຂອງເຂົາເຈົ້າ, ທ້າວເດວິດ, ບໍ່ເຄີຍໄດ້ຍິນເລື່ອງເລົ່າພຣະຄຣິສຕະທຳຄຳພີກ່ຽວກັບດາວິດ ແລະ ໂກລີອາດຈັກເທື່ອ, ແລະ ລາວຢາກຟັງ. ຂະນະທີ່ຂ້າພະເຈົ້າເລີ່ມເລົ່າເລື່ອງນັ້ນ, ລາວກໍຮູ້ສຶກປະທັບໃຈກັບການທີ່ດາວິດ, ດ້ວຍສັດທາຂອງລາວ ແລະ ໃນພຣະນາມຂອງພຣະເຈົ້າແຫ່ງອິດສະຣະເອນ, ໄດ້ທຳຮ້າຍ ແລະ ຂ້າຄົນຟີລິດສະຕິນດ້ວຍກະຖຸນ ແລະ ກ້ອນຫີນກ້ອນດຽວ, ໂດຍທີ່ບໍ່ໄດ້ຖືດາບໃນມືຂອງລາວເລີຍ (ເບິ່ງ 1 ຊາມູເອນ 17).
ຂະນະທີ່ລາວກຳລັງແນມເບິ່ງຂ້າພະເຈົ້າດ້ວຍຕາສີເຂັ້ມໂລ້ໆ, ລາວໄດ້ຖາມຂ້າພະເຈົ້າຢ່າງໜັກແໜ້ນວ່າ, “ພຣະເຈົ້າແມ່ນໃຜ?” ຂ້າພະເຈົ້າໄດ້ອະທິບາຍແກ່ລາວວ່າ ພຣະເຈົ້າແມ່ນພຣະບິດາເທິງສະຫວັນຂອງພວກເຮົາ ແລະ ພວກເຮົາຮຽນຮູ້ກ່ຽວກັບພຣະອົງໃນພຣະຄຳພີ.
ແລ້ວລາວກໍຖາມຂ້າພະເຈົ້າວ່າ, “ພຣະຄຳພີແມ່ນຫຍັງ?” ຂ້າພະເຈົ້າບອກລາວວ່າ ພຣະຄຳພີແມ່ນພຣະຄຳຂອງພຣະເຈົ້າ ແລະ ໃນນັ້ນ ລາວຈະສາມາດພົບເຫັນເລື່ອງລາວທີ່ສວຍງາມຕ່າງໆທີ່ຈະຊ່ວຍລາວໃຫ້ຮູ້ຈັກພຣະເຈົ້າຫລາຍຍິ່ງຂຶ້ນ. ຂ້າພະເຈົ້າໄດ້ຂໍໃຫ້ແມ່ຂອງລາວໃຊ້ພຣະຄຣິສຕະທຳຄຳພີທີ່ນາງມີຢູ່ເຮືອນ ແລະ ບໍ່ໃຫ້ເດວິດເຂົ້ານອນໂດຍທີ່ບໍ່ອ່ານເລື່ອງນັ້ນທັງໝົດໃຫ້ລາວຟັງ. ລາວເບີກບານໃຈໃນຂະນະທີ່ລາວຟັງ. ພຣະຄຳພີ ແລະ ຄວາມຮູ້ຂອງເຮົາກ່ຽວກັບພຣະເຈົ້າເປັນຂອງຂວັນ—ເປັນຂອງຂວັນທີ່ເຮົາມັກລືມຄຸນຄ່າ. ຂໍໃຫ້ເຮົາທະນຸຖະໜອມພອນເຫລົ່ານີ້.
ໃນລະຫວ່າງທີ່ຮັບໃຊ້ເຜີຍແຜ່ຕອນທີ່ເປັນຊາຍໜຸ່ມນັ້ນ, ຂ້າພະເຈົ້າໄດ້ສັງເກດວ່າ ໂດຍການສິດສອນພຣະຄຳພີຂອງເຮົາ, ຊີວິດຂອງຫລາຍໆຄົນໄດ້ປ່ຽນໄປ. ຂ້າພະເຈົ້າໄດ້ຮູ້ເຖິງພະລັງຂອງພຣະຄຳພີ ແລະ ການທີ່ມັນສາມາດປ່ຽນຊີວິດຂອງເຮົາຢ່າງໃດ. ແຕ່ລະຄົນທີ່ພວກເຮົາສິດສອນກ່ຽວກັບພຣະກິດຕິຄຸນທີ່ຖືກຟື້ນຟູ ເປັນບຸກຄົນທີ່ເປັນເອກະລັກ ທີ່ມີຄວາມຕ້ອງການທີ່ແຕກຕ່າງກັນ. ພຣະຄຳພີສັກສິດ—ແມ່ນແລ້ວ, ຄຳທຳນາຍທີ່ໄດ້ຖືກຂຽນໄວ້ໂດຍບັນດາສາດສະດາທີ່ບໍລິສຸດ—ໄດ້ນຳພວກເຂົາມາສູ່ສັດທາໃນພຣະຜູ້ເປັນເຈົ້າ ແລະ ມາສູ່ການກັບໃຈ ແລະ ໄດ້ປ່ຽນແປງຈິດໃຈຂອງພວກເຂົາ.
ພຣະຄຳພີເຕີມເຕັມພວກເຂົາດ້ວຍຄວາມຊື່ນຊົມ ເມື່ອພວກເຂົາໄດ້ຮັບການດົນໃຈ, ການຊີ້ນຳ, ການປອບໂຍນ, ຄວາມເຂັ້ມແຂງ, ແລະ ຄຳຕອບຕໍ່ຄວາມຕ້ອງການຂອງພວກເຂົາ. ຫລາຍຄົນໃນພວກເຂົາໄດ້ຕັດສິນໃຈທີ່ຈະປ່ຽນແປງຊີວິດຂອງພວກເຂົາ ແລະ ເລີ່ມຮັກສາພຣະບັນຍັດຂອງພຣະເຈົ້າ.
ນີໄຟຊຸກຍູ້ໃຫ້ເຮົາເບີກບານໃນພຣະຄຳຂອງພຣະຄຣິດ, ເພາະພຣະຄຳຂອງພຣະຄຣິດຈະບອກເຮົາທຸກຢ່າງທີ່ເຮົາຄວນເຮັດ. (ເບິ່ງ 2 ນີໄຟ 32:3).
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມີແຜນການຖາວອນໃນການສຶກສາພຣະຄຳພີ. ປຶ້ມ ຈົ່ງຕາມເຮົາມາ ເປັນແຫລ່ງທີ່ດີທີ່ເຮົາມີ ສຳລັບການສິດສອນ ແລະ ການຮຽນຮູ້ພຣະກິດຕິຄຸນ, ຊຶ່ງເຮັດໃຫ້ການປ່ຽນໃຈເຫລື້ອມໃສຕໍ່ພຣະເຢຊູຄຣິດເລິກເຊິ່ງຍິ່ງຂຶ້ນ, ແລະ ຊ່ວຍໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງ. ເມື່ອເຮົາສຶກສາພຣະກິດຕິຄຸນ, ເຮົາບໍ່ໄດ້ພຽງແຕ່ສະແຫວງຫາຂໍ້ມູນໃໝ່ເທົ່ານັ້ນ; ກົງກັນຂ້າມ, ເຮົາສະແຫວງຫາທີ່ຈະກາຍເປັນ “ຄົນທີ່ຖືກສ້າງໃໝ່” (2 ໂກຣິນໂທ 5:17).
ພຣະວິນຍານບໍລິສຸດນຳພາເຮົາໄປສູ່ຄວາມຈິງ ແລະ ເປັນພະຍານຕໍ່ເຮົາເຖິງຄວາມຈິງນັ້ນ (ເບິ່ງ ໂຢຮັນ 16:13). ພຣະອົງເຮັດໃຫ້ຄວາມຄິດຂອງເຮົາແຈ້ງສະຫວ່າງຂຶ້ນ ແລະ ສ້າງຄວາມເຂົ້າໃຈຂອງເຮົາໃໝ່ ແລະ ສຳພັດໃຈຂອງເຮົາ ຜ່ານການເປີດເຜີຍຈາກພຣະເຈົ້າ, ຊຶ່ງເປັນແຫລ່ງຂອງຄວາມຈິງທັງໝົດ. ພຣະວິນຍານບໍລິສຸດຊຳລະໃຈຂອງເຮົາ. ພຣະອົງດົນໃຈເຮົາໃຫ້ມີຄວາມປາດຖະໜາທີ່ຈະດຳລົງຊີວິດຕາມຄວາມຈິງ ແລະ ສື່ມບອກເຮົາເຖິງວິທີທີ່ຈະເຮັດສິ່ງນີ້ໄດ້. “ພຣະວິນຍານບໍລິສຸດ … ຈະສັ່ງສອນພວກເຈົ້າທຸກສິ່ງ” (ໂຢຮັນ 14:26).
ເມື່ອເວົ້າເຖິງຖ້ອຍຄຳທີ່ພຣະອົງໄດ້ເປີດເຜີຍຕໍ່ສາດສະດາໂຈເຊັບ ສະມິດ ແລ້ວ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ກ່າວວ່າ:
“ຖ້ອຍຄຳເຫລົ່ານີ້ບໍ່ໄດ້ເປັນຂອງມະນຸດ ຫລື ຂອງຄົນໃດ, ແຕ່ເປັນຂອງເຮົາ; …
“ເພາະແມ່ນສຽງຂອງເຮົາ ຊຶ່ງກ່າວກັບພວກເຈົ້າ; ເພາະມັນຖືກມອບໃຫ້ແກ່ພວກເຈົ້າໂດຍວິນຍານຂອງເຮົາ … ;
“ດັ່ງນັ້ນ, ພວກເຈົ້າສາມາດເປັນພະຍານໄດ້ວ່າ ພວກເຈົ້າໄດ້ຍິນສຽງຂອງເຮົາ, ແລະ ຮູ້ຖ້ອຍຄຳຂອງເຮົາ” (ຄຳສອນ ແລະ ພັນທະສັນຍາ 18:34–36).
ເຮົາຄວນສະແຫວງຫາຄວາມເປັນເພື່ອນຈາກພຣະວິນຍານບໍລິສຸດ. ເປົ້າໝາຍນີ້ຄວນຄວບຄຸມການຕັດສິນໃຈຂອງເຮົາ ແລະ ນຳພາຄວາມຄິດ ແລະ ການກະທຳຂອງເຮົາ. ເຮົາຕ້ອງສະແຫວງຫາທຸກຢ່າງທີ່ເຊື້ອເຊີນອິດທິພົນຂອງພຣະວິນຍານ ແລະ ປະຕິເສດສິ່ງໃດກໍຕາມທີ່ບິດເບືອນໄປຈາກອິດທິພົນນີ້.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນພຣະບຸດທີ່ຮັກຂອງພຣະບິດາເທິງສະຫວັນຂອງເຮົາ. ຂ້າພະເຈົ້າຮັກພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ. ຂ້າພະເຈົ້າກະຕັນຍູສຳລັບພຣະຄຳພີຂອງພຣະອົງ ແລະ ສຳລັບບັນດາສາດສະດາທີ່ມີຊີວິດຢູ່ຂອງພຣະອົງ. ປະທານແນວສັນເປັນສາດສະດາຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.