ການມີຄ່າຄວນບໍ່ແມ່ນຄວາມໄຮ້ທີ່ຕິ
ເມື່ອທ່ານຮູ້ສຶກວ່າທ່ານລົ້ມເຫລວຫລາຍເທື່ອເກີນກວ່າຈະພະຍາຍາມຕໍ່ໄປ, ໃຫ້ຈື່ຈຳການຊົດໃຊ້ຂອງພຣະຄຣິດ ແລະ ພຣະຄຸນທີ່ເຮັດໃຫ້ເປັນໄປໄດ້ນັ້ນແທ້ຈິງ.
ມີເທື່ອໜຶ່ງ ຂ້າພະເຈົ້າໄດ້ສົ່ງຂໍ້ຄວາມໄປຫາລູກສາວ ແລະ ລູກເຂີຍຂອງຂ້າພະເຈົ້າ ໂດຍການເວົ້າໃສ່ມືຖື. ຂ້າພະເຈົ້າເວົ້າ, “ພວກເຈົ້າເປັນຈັ່ງໃດ. ພໍ່ຮັກພວກເຈົ້າເດີ.” ເຂົາເຈົ້າໄດ້ຮັບ, “ຊັງພວກເຈົ້າເດີ. ຄວນຮັກພວກເຈົ້າ.” ໜ້າປະຫລາດໃຈຫລາຍທີ່ຂ່າວສານໃນທາງບວກສາມາດເຮັດໃຫ້ເຂົ້າໃຈຜິດໄດ້ຢ່າງງ່າຍດາຍ? ນີ້ຄືສິ່ງທີ່ບາງເທື່ອໄດ້ເກີດຂຶ້ນກັບຂ່າວສານຂອງພຣະເຈົ້າ ເລື່ອງການກັບໃຈ ແລະ ການມີຄ່າຄວນ.
ບາງຄົນຮັບເອົາຂ່າວສານແບບເຂົ້າໃຈຜິດວ່າ ການກັບໃຈ ແລະ ການປ່ຽນແປງແມ່ນບໍ່ຈຳເປັນ. ຂ່າວສານຂອງພຣະເຈົ້າຄື ຈຳເປັນ.1 ແຕ່ພຣະເຈົ້າຍັງຮັກເຮົາ ເຖິງແມ່ນວ່າເຮົາຂາດຕົກບົກພ່ອງ ແມ່ນບໍ? ແນ່ນອນ. ພຣະອົງຮັກເຮົາຢ່າງຄົບບໍລິບູນ. ຂ້າພະເຈົ້າຮັກຫລານທຸກຄົນຂອງຂ້າພະເຈົ້າ, ທັງຄວາມບໍ່ດີພ້ອມ ແລະ ອື່ນໆ, ແຕ່ບໍ່ໄດ້ໝາຍຄວາມວ່າ ຂ້າພະເຈົ້າບໍ່ຢາກໃຫ້ພວກເຂົາປັບປຸງຕົວເອງ ແລະ ກາຍເປັນບຸກຄົນທີ່ພວກເຂົາສາມາດກາຍເປັນໄດ້. ພຣະເຈົ້າຮັກເຮົາດັ່ງທີ່ເຮົາເປັນຢູ່, ແຕ່ພຣະອົງກໍຮັກເຮົາຫລາຍເກີນໄປ ທີ່ຈະປະເຮົາໃຫ້ເປັນຢູ່ແບບນີ້.2 ການເຕີບໂຕໄປສູ່ພຣະຜູ້ເປັນເຈົ້າຄື ຈຸດປະສົງຂອງຄວາມເປັນມະຕະ.3 ການປ່ຽນແປງຄື ຈຸດປະສົງຂອງການຊົດໃຊ້ຂອງພຣະຄຣິດ. ບໍ່ພຽງແຕ່ພຣະຄຣິດສາມາດໂຜດຊີວິດ, ຊຳລະລ້າງ, ປອບໂຍນ, ແລະ ປິ່ນປົວເຮົາ, ແຕ່ໃນລະຫວ່າງນັ້ນ, ພຣະອົງກໍສາມາດປ່ຽນເຮົາໃຫ້ກາຍເປັນເໝືອນດັ່ງພຣະອົງໄດ້.4
ບາງຄົນຮັບເອົາຂ່າວສານແບບເຂົ້າໃຈຜິດວ່າ ການກັບໃຈເປັນເຫດການທີ່ເກີດຂຶ້ນພຽງເທື່ອດຽວ. ຂ່າວສານຂອງພຣະເຈົ້າຄື, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນ, “ການກັບໃຈ … ເປັນຂັ້ນຕອນ.”5 ການກັບໃຈອາດໃຊ້ເວລາ ແລະ ຄວາມພະຍາຍາມຊ້ຳແລ້ວຊ້ຳອີກ,6 ການປະຖິ້ມບາບກໍຄືກັນ7 ແລະ ການ “ບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ”8 ຄືການສະແຫວງຫາຕະຫລອດຊີວິດ.9
ຊີວິດກໍຄືກັນກັບການເດີນທາງຂ້າມປະເທດ. ເຮົາບໍ່ສາມາດໄປເຖິງຈຸດໝາຍປາຍທາງດ້ວຍນ້ຳມັນພຽງຖັງດຽວເທົ່ານັ້ນ. ເຮົາຕ້ອງຕື່ມນ້ຳມັນໃສ່ຖັງເທື່ອແລ້ວເທື່ອອີກ. ການຮັບສ່ວນສິນລະລຶກກໍຄືກັນກັບການໄປແວ່ປ້ຳນ້ຳມັນ. ເມື່ອເຮົາກັບໃຈ ແລະ ຕໍ່ພັນທະສັນຍາຂອງເຮົາ, ເຮົາໄດ້ປະຕິຍານຕົວວ່າ ເຮົາເຕັມໃຈທີ່ຈະຮັກສາພຣະບັນຍັດ, ແລ້ວພຣະເຈົ້າ ແລະ ພຣະຄຣິດຈະອວຍພອນເຮົາດ້ວຍພຣະວິນຍານບໍລິສຸດ.10 ສະຫລຸບແລ້ວ, ເຮົາສັນຍາວ່າຈະເດີນຕໍ່ໄປໃນເສັ້ນທາງຂອງເຮົາ, ແລ້ວພຣະເຈົ້າ ແລະ ພຣະຄຣິດສັນຍາວ່າ ຈະຕື່ມນ້ຳມັນໃສ່ຖັງຂອງເຮົາ.
ບາງຄົນຮັບເອົາຂ່າວສານແບບເຂົ້າໃຈຜິດວ່າ ເຂົາເຈົ້າບໍ່ມີຄ່າຄວນພໍທີ່ຈະມີພາກສ່ວນຢ່າງເຕັມທີ່ໃນພຣະກິດຕິຄຸນ ຍ້ອນວ່າເຂົາເຈົ້າຍັງບໍ່ສາມາດປະຖິ້ມນິໄສທີ່ບໍ່ດີ. ຂ່າວສານຂອງພຣະເຈົ້າຄື ການມີຄ່າຄວນບໍ່ແມ່ນຄວາມໄຮ້ທີ່ຕິ.11 ການມີຄ່າຄວນຄືການເປັນຄົນຊື່ສັດ ແລະ ພະຍາຍາມ. ເຮົາຕ້ອງຊື່ສັດກັບພຣະເຈົ້າ, ກັບຜູ້ນຳຖານະປະໂລຫິດ, ແລະ ກັບຄົນອື່ນໆທີ່ຮັກເຮົາ,12 ແລະ ເຮົາຕ້ອງພະຍາຍາມຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ບໍ່ຍອມແພ້ ເປັນເພາະເຮົາໄດ້ເຮັດຄວາມຜິດ.13 ແອວເດີ ບລູສ໌ ຊີ ເຮເຟັນ ໄດ້ກ່າວວ່າ ການພັດທະນາຄຸນລັກສະນະແບບພຣະຄຣິດ “ຮຽກຮ້ອງຄວາມອົດທົນ ແລະ ຄວາມພາກພຽນຫລາຍກວ່າຄວາມໄຮ້ທີ່ຕິ.”14 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຂອງປະທານແຫ່ງພຣະວິນຍານໄດ້ “ຖືກມອບໃຫ້ເພື່ອຜົນປະໂຫຍດຂອງຜູ້ທີ່ຮັກເຮົາ ແລະ ຮັກສາບັນຍັດທັງໝົດຂອງເຮົາ, ແລະ ຄົນທີ່ສະແຫວງຫາທີ່ຈະເຮັດແນວນັ້ນ.”15
ມີຊາຍໜຸ່ມຄົນໜຶ່ງ ຂ້າພະເຈົ້າຈະເອີ້ນລາວວ່າ ເດມັນ ໄດ້ຂຽນບອກວ່າ: “ຕອນກຳລັງເຕີບໃຫຍ່, ຂ້ານ້ອຍໄດ້ຕໍ່ສູ້ດີ້ນລົນກັບບັນຫາເລື່ອງຮູບພາບລາມົກ. ຂ້ານ້ອຍຮູ້ສຶກອັບອາຍ ທີ່ຂ້ານ້ອຍບໍ່ສາມາດເຮັດສິ່ງທີ່ຖືກຕ້ອງ.” ທຸກຄັ້ງທີ່ທ້າວເດມັນເຮັດຄວາມຜິດ, ຄວາມເຈັບປວດເພາະການກິນແໜງໄດ້ໜັກຂຶ້ນເລື້ອຍໆ, ຈົນວ່າລາວຄິດວ່າຕົວເອງບໍ່ມີຄ່າສຳລັບພຣະຄຸນ, ການໃຫ້ອະໄພ, ຫລື ໂອກາດໃດໆຕື່ມອີກຈາກພຣະເຈົ້າ. ລາວເວົ້າວ່າ: “ຂ້ານ້ອຍໄດ້ຕັດສິນໃຈວ່າ ຂ້ານ້ອຍສົມຄວນທີ່ຈະຮູ້ສຶກໂສກເສົ້າຕະຫລອດເວລາ. ຂ້ານ້ອຍຄິດວ່າ ພຣະເຈົ້າຄົງກຽດຊັງຂ້ານ້ອຍ ເພາະຂ້ານ້ອຍບໍ່ໄດ້ເຕັມໃຈທີ່ຈະພະຍາຍາມຫລາຍກວ່າເກົ່າ ແລະ ກຳຈັດບັນຫານັ້ນໃຫ້ໝົດສິ້ນໄປເສຍ. ຂ້ານ້ອຍໄດ້ຢຸດເຮັດເປັນອາທິດ ແລະ ບາງເທື່ອກໍເປັນເດືອນ, ແຕ່ແລ້ວຂ້ານ້ອຍໄດ້ກັບຄືນໄປເຮັດຄືເກົ່າ ແລະ ຄິດວ່າ, ‘ເຮົາຄົງບໍ່ດີພໍຈັກເທື່ອ, ສະນັ້ນ ຊິພະຍາຍາມຕໍ່ໄປເຮັດຫຍັງ?’”
ໃນເວລາທີ່ທໍ້ຖອຍໃຈທີ່ສຸດນັ້ນເອງ ທ້າວເດມັນໄດ້ເວົ້າກັບຜູ້ນຳຖານະປະໂລຫິດຂອງລາວວ່າ: “ບາງທີຂ້ອຍຄວນເຊົາໄປໂບດ. ຂ້ອຍເມື່ອຍກັບການເປັນຄົນໜ້າຊື່ໃຈຄົດ.”
ຜູ້ນຳຂອງລາວໄດ້ຕອບວ່າ: “ເຈົ້າບໍ່ໄດ້ເປັນຄົນໜ້າຊື່ໃຈຄົດ ຍ້ອນວ່າເຈົ້າມີນິໄສບໍ່ດີ ທີ່ເຈົ້າພະຍາຍາມເຊົາເຮັດ. ເຈົ້າຈະເປັນຄົນໜ້າຊື່ໃຈຄົດ ຖ້າຫາກເຈົ້າປົກປິດມັນໄວ້, ຕົວະກ່ຽວກັບມັນ, ຫລື ພະຍາຍາມຊັກຊວນໃຫ້ຕົວເອງເຊື່ອວ່າ ສາດສະໜາຈັກມີບັນຫາ ເພາະການຮັກສາມາດຕະຖານສູງເຊັ່ນນັ້ນ. ຄວາມຊື່ສັດກ່ຽວກັບການກະທຳຂອງເຈົ້າ ແລະ ການຕັດສິນໃຈທີ່ຈະປ່ຽນແປງ ບໍ່ແມ່ນການເປັນຄົນໜ້າຊື່ໃຈຄົດ. ມັນແມ່ນການເປັນສານຸສິດ.”16 ຜູ້ນຳຄົນນີ້ໄດ້ອ້າງເຖິງຖ້ອຍຄຳຂອງແອວເດີ ຣີເຈີດ ຈີ ສະກາດ, ຜູ້ໄດ້ສິດສອນວ່າ: “ພຣະຜູ້ເປັນເຈົ້າເຫັນຄວາມອ່ອນແອວ່າແຕກຕ່າງຈາກການກະບົດ. … ເມື່ອພຣະຜູ້ເປັນເຈົ້າກ່າວເຖິງຄວາມອ່ອນແອ, ມັນຈະມາກັບຄວາມເມດຕາສະເໝີ.”17
ທັດສະນະຄະຕິນັ້ນໄດ້ໃຫ້ຄວາມຫວັງແກ່ທ້າວເດມັນ. ລາວຮັບຮູ້ວ່າພຣະເຈົ້າທີ່ສະຖິດຢູ່ໃນສະຫວັນ ບໍ່ໄດ້ກ່າວວ່າ, “ເດມັນເຮັດຜິດອີກແລ້ວ.” ກົງກັນຂ້າມ, ພຣະອົງອາດກ່າວວ່າ, “ເບິ່ງແມ ເດມັນດີຂຶ້ນຫລາຍແລ້ວ.” ໃນທີ່ສຸດ ຊາຍໜຸ່ມຄົນນີ້ກໍໄດ້ຢຸດກົ້ມໜ້າດ້ວຍຄວາມອັບອາຍ ຫລື ຫລຽວຊ້າຍຫລຽວຂວາຊອກຫາຂໍ້ແກ້ຕົວ ແລະ ປອບໃຈຕົວເອງ. ລາວໄດ້ເງີຍໜ້າຂຶ້ນຂໍຄວາມຊ່ວຍເຫລືອຈາກສະຫວັນ ແລະ ລາວກໍໄດ້ຮັບ.18
ເດມັນເວົ້າວ່າ: “ເທື່ອດຽວທີ່ຂ້ານ້ອຍໄດ້ຫັນມາຫາພຣະເຈົ້າໃນເວລາທີ່ຜ່ານມາ ແມ່ນຕອນຂ້ານ້ອຍທູນຂໍການໃຫ້ອະໄພ, ແຕ່ບັດນີ້ ຂ້ານ້ອຍໄດ້ທູນຂໍພຣະຄຸນ—‘ອຳນາດທີ່ເຮັດໃຫ້ສາມາດ’ ຂອງພຣະອົງ [Bible Dictionary, “Grace”]. ຂ້ານ້ອຍບໍ່ເຄີຍທູນຂໍແນວນັ້ນມາກ່ອນຈັກເທື່ອ. ທຸກວັນນີ້ຂ້ານ້ອຍບໍ່ໄດ້ໃຊ້ເວລາຫລາຍກັບການກຽດຊັງຕົວເອງ ສຳລັບສິ່ງທີ່ຂ້ານ້ອຍໄດ້ເຮັດ ແລະ ໄດ້ໃຊ້ເວລາຫລາຍກັບການຮັກພຣະເຢຊູ ສຳລັບສິ່ງທີ່ພຣະອົງໄດ້ກະທຳ.”
ເມື່ອພິຈາລະນາເຖິງໄລຍະເວລາທີ່ເດມັນໄດ້ຕໍ່ສູ້ດີ້ນລົນ, ມັນບໍ່ເປັນປະໂຫຍດ ແລະ ເປັນໄປບໍ່ໄດ້ ທີ່ພໍ່ແມ່ ຫລື ຜູ້ນຳທີ່ຊ່ວຍເຫລືອລາວ ຈະເວົ້າວ່າ “ຢ່າເຮັດອີກ” ໄວເກີນໄປ ຫລື ກຳນົດມາດຕະຖານໃຫ້ເລີກຢ່າງເດັດຂາດ ເພື່ອຈະຖືກນັບວ່າ “ມີຄ່າຄວນ.” ກົງກັນຂ້າມ, ເຂົາເຈົ້າໄດ້ເລີ່ມດ້ວຍເປົ້າໝາຍເລັກນ້ອຍ, ທີ່ສາມາດເອື້ອມເຖິງໄດ້. ເຂົາເຈົ້າໄດ້ກຳຈັດຄວາມຄາດຫວັງທີ່ລົ້ມເຫລວ ຫລື ດີທັງໝົດ ແລະ ໄດ້ເອົາໃຈໃສ່ກັບການເຕີບໂຕເທື່ອລະເລັກເທື່ອລະນ້ອຍ, ຊຶ່ງຊ່ວຍໃຫ້ເດມັນສ້າງຕົວເອງເທິງຄວາມສຳເລັດອັນຕໍ່ເນື່ອງ ແທນທີ່ຈະລົ້ມເຫລວ.19 ເໝືອນດັ່ງຜູ້ຄົນຂອງລິມໄຮທີ່ເປັນຂ້າທາດ, ລາວໄດ້ຮຽນຮູ້ວ່າ ລາວກໍສາມາດ “ຮຸ່ງເຮືອງຂຶ້ນເປັນລະດັບ.”20
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ແນະນຳວ່າ: “ໃນການຈັດການກັບບາງສິ່ງທີ່ໃຫຍ່ໂຕ, ເຮົາອາດຈະຕ້ອງຈັດການກັບມັນເທື່ອລະເລັກເທື່ອລະນ້ອຍ. … ການລວມນິໄສໃໝ່ ແລະ ເປັນປະໂຫຍດເຂົ້າກັບຄຸນລັກສະນະຂອງເຮົາ ຫລື ການເອົາຊະນະນິໄສທີ່ບໍ່ດີ ຫລື ການຕິດແສດ ສ່ວນຫລາຍແລ້ວຈະໝາຍເຖິງຄວາມພະຍາຍາມໃນມື້ນີ້ ຕິດຕາມດ້ວຍມື້ອື່ນ ແລະ ຕໍ່ໆໄປ, ບາງທີເປັນເວລາຫລາຍວັນ, ແມ່ນແຕ່ຫລາຍເດືອນ ແລະ ຫລາຍປີ. … ແຕ່ເຮົາສາມາດເຮັດໄດ້ ຍ້ອນວ່າເຮົາສາມາດວິງວອນຕໍ່ພຣະເຈົ້າໄດ້ … ເພື່ອຂໍຄວາມຊ່ວຍເຫລືອ ທີ່ເຮົາຕ້ອງການໃນແຕ່ລະວັນ.”21
ບັດນີ້, ອ້າຍເອື້ອຍນ້ອງທັງຫລາຍ, ການລະບາດຂອງພະຍາດໂຄວິດ-19 ບໍ່ໄດ້ເປັນສິ່ງງ່າຍສຳລັບຜູ້ໃດ, ແຕ່ການແຍກຕົວ ພ້ອມກັບຂໍ້ຈຳກັດໃຫ້ກັກຕົວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ທີ່ຕໍ່ສູ້ດີ້ນລົນກັບນິໄສທີ່ບໍ່ດີ ໂດຍສະເພາະ. ຈົ່ງຈື່ຈຳໄວ້ວ່າ ການປ່ຽນແປງເປັນໄປໄດ້, ການກັບໃຈແມ່ນຂະບວນການ, ແລະ ການມີຄ່າຄວນບໍ່ແມ່ນຄວາມໄຮ້ທີ່ຕິ. ສິ່ງສຳຄັນທີ່ສຸດ, ຈົ່ງຈື່ຈຳໄວ້ວ່າ ພຣະເຈົ້າ ແລະ ພຣະຄຣິດຈະຊ່ວຍເຮົາຢູ່ທີ່ນີ້ ແລະ ໃນເວລານີ້.22
ບາງຄົນຮັບເອົາຂ່າວສານແບບເຂົ້າໃຈຜິດວ່າ ພຣະເຈົ້າຄອຍຖ້າຊ່ວຍເຫລືອເຮົາ ຫລັງຈາກ ທີ່ເຮົາກັບໃຈແລ້ວ. ຂ່າວສານຂອງພຣະເຈົ້າຄື ພຣະອົງຈະຊ່ວຍເຫລືອເຮົາ ຂະນະ ທີ່ເຮົາກັບໃຈ. ພຣະຄຸນຂອງພຣະອົງມີໃຫ້ສຳລັບເຮົາ “ບໍ່ວ່າເຮົາຈະຢູ່ໃນຈຸດໃດກໍຕາມ ໃນເສັ້ນທາງແຫ່ງຄວາມເຊື່ອຟັງ.”23 ແອວເດີ ດີເດີ ແອັຟ ອຸກດອບ ໄດ້ກ່າວວ່າ: “ພຣະເຈົ້າບໍ່ຕ້ອງການຜູ້ຄົນທີ່ບໍ່ມີທີ່ຕິ. ພຣະອົງສະແຫວງຫາຜູ້ທີ່ຈະມອບ ‘ຫົວໃຈ ແລະ ມອບຈິດໃຈທີ່ເຕັມໃຈ’ [ຄຳສອນ ແລະ ພັນທະສັນຍາ 64:34], ແລະ ພຣະອົງຈະເຮັດໃຫ້ເຂົາເຈົ້າ ‘ດີພ້ອມໃນພຣະຄຣິດ’ [ໂມໂຣໄນ 10:32–33].”24
ຜູ້ຄົນຢ່າງຫລວງຫລາຍໄດ້ຮັບຄວາມເຈັບປວດ ເປັນເພາະຄວາມແຕກລ້າວ ແລະ ຄວາມຕຶງຄຽດ ໃນຄວາມສຳພັນ ຊຶ່ງເຮັດໃຫ້ເຂົາເຈົ້າຍາກທີ່ຈະເຊື່ອໃນຄວາມເຫັນອົກເຫັນໃຈ ແລະ ຄວາມອົດກັ້ນຂອງພຣະເຈົ້າ. ເຂົາເຈົ້າໄດ້ຕໍ່ສູ້ດີ້ນລົນທີ່ຈະເຫັນພຣະເຈົ້າດັ່ງທີ່ພຣະອົງເປັນຢູ່—ເປັນພຣະບິດາທີ່ຊົງຮັກ ຜູ້ຊ່ວຍເຫລືອເຮົາໃນເວລາທີ່ເຮົາຕ້ອງການ25 ແລະ ຮູ້ຈັກວິທີທີ່ຈະ “ປະທານຂອງດີໃຫ້ແກ່ຄົນທີ່ທູນຂໍຈາກພຣະອົງ.”26 ພຣະຄຸນຂອງພຣະອົງບໍ່ແມ່ນພຽງເປັນລາງວັນສຳລັບການມີຄ່າຄວນ. ມັນແມ່ນ “ຄວາມຊ່ວຍເຫລືອຈາກສະຫວັນ” ທີ່ພຣະອົງປະທານໃຫ້ ເພື່ອຊ່ວຍເຮົາໃຫ້ມີຄ່າຄວນ. ບໍ່ແມ່ນພຽງເປັນລາງວັນສຳລັບຄວາມຊອບທຳ. ມັນແມ່ນ “ຂອງປະທານແຫ່ງພະລັງ” ທີ່ພຣະອົງປະທານໃຫ້ ເພື່ອຊ່ວຍເຮົາໃຫ້ຊອບທຳ.27 ເຮົາບໍ່ພຽງແຕ່ກຳລັງຍ່າງ ໄປຫາ ພຣະເຈົ້າ ແລະ ພຣະຄຣິດເທົ່ານັ້ນ. ເຮົາກຳລັງຍ່າງ ໄປກັບ ພວກພຣະອົງ.28
ຕະຫລອດທົ່ວສາດສະໜາຈັກ, ຊາວໜຸ່ມໄດ້ທ່ອງຈຳຄຳຂວັນຂອງກຸ່ມຍິງໜຸ່ມ ແລະ ກຸ່ມຖານະປະໂລຫິດແຫ່ງອາໂຣນ. ຈາກປະເທດນູແວນເຊລັງ ເຖິງປະເທດສະເປນ ເຖິງປະເທດເອທິໂອປີ ເຖິງປະເທດຍີ່ປຸ່ນ, ກຸ່ມຍິງໜຸ່ມກ່າວວ່າ, “ຂ້ານ້ອຍທະນຸຖະໜອມພອນແຫ່ງການກັບໃຈ.” ຈາກປະເທດຈີເລ ເຖິງ ປະເທດກົວເຕມາລາ ເຖິງ ເມືອງໂມໂຣໄນ, ລັດຢູທາ, ກຸ່ມຊາຍໜຸ່ມກ່າວວ່າ, “ຂະນະທີ່ຂ້ານ້ອຍພະຍາຍາມຮັບໃຊ້, ໃຊ້ສັດທາ, ກັບໃຈ, ແລະ ປັບປຸງຕົວເອງໃນແຕ່ລະວັນ, ຂ້ານ້ອຍຈະເໝາະສົມກັບພອນຂອງພຣະວິຫານ ແລະ ມີຄວາມສຸກອັນຍາວນານ ທີ່ພຽງແຕ່ໄດ້ຮັບຜ່ານທາງພຣະກິດຕິຄຸນ.”
ຂ້າພະເຈົ້າສັນຍາວ່າ ພອນເຫລົ່ານັ້ນ ແລະ ຄວາມສຸກນັ້ນມີຈິງ ແລະ ເອື້ອມເຖິງໄດ້ສຳລັບຜູ້ທີ່ຮັກສາພຣະບັນຍັດທັງໝົດ ແລະ “ສະແຫວງຫາທີ່ຈະເຮັດແນວນັ້ນ.”29 ເມື່ອທ່ານຮູ້ສຶກວ່າທ່ານລົ້ມເຫລວຫລາຍເທື່ອເກີນກວ່າຈະພະຍາຍາມຕໍ່ໄປ, ໃຫ້ຈື່ຈຳການຊົດໃຊ້ຂອງພຣະຄຣິດ ແລະ ພຣະຄຸນທີ່ເຮັດໃຫ້ເປັນໄປໄດ້ນັ້ນມີຈິງ.30 “ພຣະພາຫາແຫ່ງຄວາມເມດຕາ [ຂອງພຣະອົງ] ໄດ້ເດ່ອອກມາຫາທ່ານ.”31 ທ່ານເປັນທີ່ຮັກ—ໃນທຸກວັນນີ້, ໃນ 20 ປີຂ້າງໜ້າ, ແລະ ຕະຫລອດໄປ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.