ການກາຍເປັນໜຶ່ງດຽວໃນພຣະຄຣິດ: ຄຳອຸປະມາເລື່ອງຄວາມລາດຊັນ
ໃນເວລາຂອງພຣະຜູ້ເປັນເຈົ້າ, ສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນບ່ອນທີ່ເຮົາເລີ່ມຕົ້ນ, ແຕ່ແມ່ນບ່ອນທີ່ເຮົາຈະໄປຫາ.
ຕອນທີ່ຍັງເປັນເດັກນ້ອຍ, ຂ້າພະເຈົ້າມີຄວາມມຸ້ງມາດປາດຖະໜາອັນຍິ່ງໃຫຍ່. ມື້ໜຶ່ງຫລັງຈາກເລີກໂຮງຮຽນ ຂ້າພະເຈົ້າຖາມວ່າ, “ແມ່, ໃຫຍ່ມາລູກຄວນເປັນຫຍັງດີ: ນັກກິລາບານບ້ວງມືອາຊີບ ຫລື ເປັນນັກຮ້ອງທີ່ໂດ່ງດັງ?” ໜ້າເສຍດາຍທີ່ທ້າວຄະລາກນ້ອຍ “ແຂ້ວວ່ອງ” ບໍ່ມີພອນສະຫວັນເລີຍໃນດ້ານກິລາ ຫລື ດ້ານດົນຕີ. ແລະ ເຖິງແມ່ນວ່າຈະພະຍາຍາມຫລາຍຄັ້ງກໍຕາມ, ຂ້າພະເຈົ້າກໍຖືກປະຕິເສດຊ້ຳແລ້ວຊ້ຳອີກ ບໍ່ໃຫ້ເຂົ້າຮຽນໂປຣແກຣມວິຊາການຂັ້ນສູງຂອງໂຮງຮຽນຂອງຂ້າພະເຈົ້າ. ໃນທີ່ສຸດ, ບັນດາຄູອາຈານຂອງຂ້າພະເຈົ້າໄດ້ແນະນຳໃຫ້ຂ້າພະເຈົ້າສືບຕໍ່ຮຽນຢູ່ຫ້ອງທຳມະດາ. ເມື່ອເວລາຜ່ານໄປ, ຂ້າພະເຈົ້າໄດ້ພັດທະນາການຮຽນແບບຊົດເຊີຍ. ແຕ່ຈົນຮອດການໄປເຜີຍແຜ່ຂອງຂ້າພະເຈົ້າຢູ່ປະເທດຍີ່ປຸ່ນ ຂ້າພະເຈົ້າຈຶ່ງຮູ້ສຶກວ່າ ຄວາມເປັນໄປໄດ້ທາງສະຕິປັນຍາ ແລະ ທາງຈິດວິນຍານຂອງຂ້າພະເຈົ້າໄດ້ເລີ່ມປະກົດຂຶ້ນ. ຂ້າພະເຈົ້າໄດ້ສືບຕໍ່ພາກພຽນພະຍາຍາມຢ່າງໜັກ. ແຕ່ເປັນເທື່ອທຳອິດໃນຊີວິດຂອງຂ້າພະເຈົ້າ, ທີ່ຂ້າພະເຈົ້າໄດ້ໃຫ້ພຣະຜູ້ເປັນເຈົ້າມີສ່ວນຮ່ວມໃນການພັດທະນາຂອງຂ້າພະເຈົ້າ, ແລະ ມັນໄດ້ສ້າງຄວາມແຕກຕ່າງທັງໝົດຂຶ້ນ.
ອ້າຍເອື້ອຍນ້ອງທັງຫລາຍ, ໃນສາດສະໜາຈັກນີ້, ເຮົາເຊື່ອໃນສັກກະຍະພາບແຫ່ງສະຫວັນຂອງລູກໆຂອງພຣະເຈົ້າທຸກຄົນ ແລະ ໃນຄວາມສາມາດຂອງເຮົາທີ່ຈະປະສົບຄວາມສຳເລັດຫລາຍກວ່າ ດ້ວຍຄວາມຊ່ວຍເຫລືອຈາກພຣະຄຣິດ. ໃນເວລາຂອງພຣະຜູ້ເປັນເຈົ້າ, ສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນບ່ອນທີ່ເຮົາເລີ່ມຕົ້ນ ແຕ່ແມ່ນບ່ອນທີ່ເຮົາຈະໄປຫາ.1
ໃນການສາທິດຫລັກທຳຂໍ້ນີ້, ຂ້າພະເຈົ້າຈະແຕ້ມກ່ຽວກັບພື້ນຖານຄະນິດສາດໃຫ້ເບິ່ງ. ບັດນີ້, ຢ່າຕົກໃຈເດີ ເມື່ອໄດ້ຍິນຄຳວ່າ ຄະນິດສາດ ຢູ່ໃນກອງປະຊຸມໃຫຍ່ສາມັນ. ພວກອາຈານສອນຄະນິດສາດທີ່ມະຫາວິທະຍາໄລບຣິກຳ ຢັງ–ໄອດາໂຮໄດ້ຮັບຮອງກັບຂ້າພະເຈົ້າແລ້ວວ່າ ແມ່ນແຕ່ລະດັບເລີ່ມຕົ້ນກໍຈະສາມາດເຂົ້າໃຈແນວຄິດທີ່ເປັນສູນກາງນີ້. ມັນເລີ່ມຕົ້ນດ້ວຍສູດຄິດໄລ່ເສັ້ນ. ຈຸດຕັດແກນຕັ້ງ, ເພື່ອຈຸດປະສົງຂອງເຮົາ, ແມ່ນຈຸດເລີ່ມຕົ້ນຂອງເສັ້ນຂອງເຮົາ. ຈຸດຕັດແກນຕັ້ງສາມາດມີທັງຈຸດເລີ່ມຕົ້ນທີ່ສູງ ແລະ ຕ່ຳ. ຄວາມລາດຊັນຂອງເສັ້ນ ສາມາດອຽງໄປທາງບວກ ຫລື ທາງລົບກໍໄດ້.
ເຮົາທຸກຄົນລ້ວນແຕ່ມີຈຸດຕັດແກນຕັ້ງໃນຊີວິດທີ່ແຕກຕ່າງກັນ—ເຮົາເລີ່ມຈາກບ່ອນທີ່ແຕກຕ່າງກັນ ພ້ອມດ້ວຍຖານະຄວາມເປັນຢູ່ທີ່ແຕກຕ່າງກັນ. ບາງຄົນເກີດມາພ້ອມກັບຈຸດຕັດແກນຕັ້ງທີ່ສູງ, ຊຶ່ງເຕັມໄປດ້ວຍໂອກາດ. ບາງຄົນກໍປະເຊີນກັບສະພາບການເລີ່ມຕົ້ນທີ່ທ້າທາຍ ແລະ ເບິ່ງຄືວ່າບໍ່ຍຸດຕິທຳ.2 ຫລັງຈາກນັ້ນ ເຮົາກໍກ້າວໜ້າໄປຕາມຄວາມລາດຊັນຂອງຄວາມກ້າວໜ້າສ່ວນຕົວ. ອະນາຄົດຂອງເຮົາຈະຖືກກຳນົດໜ້ອຍກວ່າໂດຍຈຸດເລີ່ມຕົ້ນຂອງເຮົາ ແລະ ຈະຖືກກຳນົດຫລາຍກວ່າດ້ວຍຄວາມລາດຊັນຂອງເຮົາ. ພຣະເຢຊູຄຣິດເຫັນສັກກະຍະພາບແຫ່ງສະຫວັນ ບໍ່ວ່າເຮົາຈະເລີ່ມຕົ້ນຈາກຈຸດໃດກໍຕາມ. ພຣະອົງໄດ້ເຫັນມັນໃນຄົນຂໍທານ, ຄົນບາບ, ແລະ ຄົນອ່ອນແອ. ພຣະອົງໄດ້ເຫັນມັນໃນຄົນຫາປາ, ຄົນເກັບພາສີ, ແລະ ແມ່ນແຕ່ຄົນກະຕືລືລົ້ນ. ບໍ່ວ່າເຮົາຈະເລີ່ມຕົ້ນໃນຈຸດໃດ, ພຣະຄິດຈະພິຈາລະນາວ່າ ເຮົາເຮັດຫຍັງກັບສິ່ງທີ່ເຮົາໄດ້ຮັບມາ.3 ໃນຂະນະທີ່ໂລກເນັ້ນໃສ່ຈຸດຕັດແກນຕັ້ງຂອງເຮົາ, ພຣະເຈົ້າເນັ້ນໃສ່ຄວາມລາດຊັນຂອງເຮົາ. ໃນຫລັກການຄຳນວນຂອງພຣະຜູ້ເປັນເຈົ້າ, ພຣະອົງຈະເຮັດທຸກຢ່າງເທົ່າທີ່ພຣະອົງເຮັດໄດ້ ເພື່ອຊ່ວຍເຮົາໃຫ້ຫັນຄວາມລາດຊັນຂອງເຮົາໄປທາງສະຫວັນ.
ຫລັກການນີ້ຄວນໃຫ້ການປອບໂຍນແກ່ຜູ້ທີ່ຕໍ່ສູ້ດີ້ນລົນ ແລະ ການຢຸດພັກ ແກ່ຜູ້ທີ່ເບິ່ງຄືວ່າຈະໄດ້ປຽບໃນທຸກດ້ານ. ຂ້າພະເຈົ້າຈະຂໍເລີ່ມຕົ້ນໂດຍການກ່າວເຖິງບຸກຄົນທີ່ເລີ່ມຕົ້ນດ້ວຍສະພາບການທີ່ຍາກລຳບາກ, ລວມທັງຍາກຈົນ, ຄວາມຈຳກັດເລື່ອງການສຶກສາ, ແລະ ສະຖານະການຄອບຄົວທີ່ທ້າທາຍ. ບາງຄົນປະເຊີນກັບການທ້າທາຍທາງຮ່າງກາຍ, ຂໍ້ຈຳກັດດ້ານສຸຂະພາບຈິດ, ຫລື ຄວາມຜິດປົກກະຕິທາງກຳມະພັນທີ່ຮຸນແຮງ.4 ສຳລັບທຸກຄົນທີ່ກຳລັງຕໍ່ສູ້ດີ້ນລົນກັບຈຸດເລີ່ມຕົ້ນທີ່ຍາກລຳບາກໃດໆ, ກະລຸນາຮັບຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດຮູ້ເຖິງການຕໍ່ສູ້ດີ້ນລົນຂອງເຮົາ. ພຣະອົງ “ໄດ້ຮັບເອົາຄວາມບົກພ່ອງ [ຂອງເຮົາ], ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາ … ເພື່ອພຣະອົງຈະຮູ້ຈັກ … ວ່າ ຈະຊ່ວຍເຫລືອ [ເຮົາ] ຕາມຄວາມບົກພ່ອງ [ຂອງເຮົາ] ໄດ້ແນວໃດ.”5
ຂ້າພະເຈົ້າຂໍແບ່ງປັນກຳລັງໃຈສອງດ້ານ ສຳລັບຜູ້ທີ່ເລີ່ມຕົ້ນດ້ວຍສະພາບການທີ່ຍາກລຳບາກ. ກ່ອນອື່ນ, ໃຫ້ສຸມໃຈໃສ່ຈຸດທີ່ທ່ານກຳລັງມຸ້ງໜ້າໄປ ແລະ ບໍ່ແມ່ນຈຸດເລີ່ມຕົ້ນຂອງທ່ານ. ມັນຜິດທີ່ຈະເມີນເສີຍຈາກສະພາບການຂອງທ່ານ—ມັນມີແທ້ ແລະ ຈຳເປັນຕ້ອງແກ້ໄຂ. ແຕ່ການທີ່ສຸມໃຈໃສ່ຫລາຍເກີນໄປກັບຈຸດເລີ່ມຕົ້ນທີ່ຍາກລຳບາກ ສາມາດກຳນົດຕົວທ່ານ ແລະ ແມ່ນແຕ່ ຈຳກັດ ຄວາມສາມາດໃນການເລືອກຂອງທ່ານໄດ້.6
ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ຮັບໃຊ້ກັບກຸ່ມຄົນໜຸ່ມກຸ່ມໜຶ່ງໃນໃຈເມືອງບອສ໌ຕັນ, ລັດມາສາຊູເສດສ໌, ຊຶ່ງພວກເຂົາສ່ວນໃຫຍ່ແມ່ນຍັງໃໝ່ຕໍ່ພຣະກິດຕິຄຸນ ແລະ ຕໍ່ຄວາມຄາດຫວັງຂອງສາດສະໜາຈັກ. ມັນເຮັດໃຫ້ຂ້າພະເຈົ້າສັບສົນລະຫວ່າງຄວາມເຂົ້າອົກເຂົ້າໃຈ ແລະ ຄວາມກັງວົນຕໍ່ສະຖານະການຂອງພວກເຂົາກັບຄວາມປາດຖະໜາທີ່ຈະລົດມາດຕະຖານຂອງພຣະເຈົ້າລົງ.7 ໃນທີ່ສຸດ ຂ້າພະເຈົ້າກໍໄດ້ຮູ້ວ່າ ວິທີທີ່ມີພະລັງທີ່ສຸດທີ່ຈະສະແດງຄວາມຮັກຂອງຂ້າພະເຈົ້າ ແມ່ນການທີ່ບໍ່ມີວັນລົດຄວາມຄາດຫວັງຂອງຂ້າພະເຈົ້າ. ໃນທຸກສິ່ງທີ່ຂ້າພະເຈົ້າຮູ້ຈັກເຮັດ, ພວກເຮົາໄດ້ເນັ້ນໃສ່ສັກກະຍະພາບຂອງພວກເຂົານຳກັນ, ແລະ ພວກເຂົາແຕ່ລະຄົນໄດ້ເລີ່ມຍົກລະດັບຄວາມລາດຊັນຂອງພວກເຂົາຂຶ້ນ. ຄວາມເຕີບໂຕຂອງພວກເຂົາໃນພຣະກິດຕິຄຸນນັ້ນ ຄ່ອຍເປັນຄ່ອຍໄປເທື່ອລະໜ້ອຍ ແຕ່ສະໝ່ຳສະເໝີ. ທຸກວັນນີ້, ພວກເຂົາໄດ້ຮັບໃຊ້ເຜີຍແຜ່, ໄດ້ຮຽນຈົບວິທະຍາໄລ, ໄດ້ແຕ່ງງານໃນພຣະວິຫານ, ແລະ ກຳລັງດຳເນີນຊີວິດສ່ວນຕົວ ແລະ ຊີວິດໃນວິຊາຊີບທີ່ໂດດເດັ່ນ.
ສອງ, ໃຫ້ພຣະຜູ້ເປັນເຈົ້າມີສ່ວນຮ່ວມໃນຂະບວນການຍົກລະດັບຄວາມລາດຊັນຂອງທ່ານ. ໃນຂະນະທີ່ກຳລັງຮັບໃຊ້ເປັນປະທານມະຫາວິທະຍາໄລບຣິກຳ ຢັງ–ແພັດເວທົ່ວໂລກ, ຂ້າພະເຈົ້າຈື່ໄດ້ວ່າກຳລັງນັ່ງຢູ່ໃນກອງປະຊຸມໃຫ້ຄຳດົນໃຈໃນເມືອງລິມາ, ປະເທດເປຣູ, ບ່ອນທີ່ແອວເດີ ຄາໂລສ໌ ອາ ໂກດອຍ ເປັນຜູ້ຂຶ້ນກ່າວຄຳປາໄສ. ໃນຂະນະທີ່ເພິ່ນເບິ່ງອອກໄປບ່ອນຊຸມນຸມນັ້ນ, ເພິ່ນເບິ່ງຄືວ່າຮູ້ສຶກປະທັບໃຈທີ່ໄດ້ສັງເກດນັກສຶກສາມະຫາວິທະຍາໄລລຸ້ນທຳອິດທີ່ຊື່ສັດຫລາຍຄົນ. ບາງເທື່ອເມື່ອສະທ້ອນຄິດເຖິງເສັ້ນທາງຜ່ານຂອງເພິ່ນເອງກັບສະພາບການຫຍຸ້ງຍາກເຊັ່ນນັ້ນ, ແອວເດີ ໂກດອຍ ໄດ້ກ່າວຢ່າງສະເທືອນອາລົມວ່າ: ພຣະຜູ້ເປັນເຈົ້າຈະ “ຊ່ວຍພວກເຈົ້າຫລາຍກວ່າທີ່ພວກເຈົ້າສາມາດຊ່ວຍຕົນເອງ. [ດັ່ງນັ້ນ] ຈົ່ງໃຫ້ພຣະຜູ້ເປັນເຈົ້າມີສ່ວນຮ່ວມໃນຂະບວນການນີ້.”8 ສາດສະດານີໄຟໄດ້ສິດສອນວ່າ, “ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ.”9 ເຮົາຕ້ອງເຮັດໃຫ້ດີທີ່ສຸດ,10 ຊຶ່ງລວມທັງການກັບໃຈ, ແຕ່ຜ່ານທາງພຣະຄຸນຂອງພຣະຜູ້ເປັນເຈົ້າເທົ່ານັ້ນ ເຮົາຈຶ່ງສາມາດຮູ້ຈັກເຖິງສັກກະຍະພາບແຫ່ງສະຫວັນຂອງເຮົາໄດ້.11
ສຸດທ້າຍນີ້, ຂ້າພະເຈົ້າຂໍແບ່ງປັນຄຳແນະນຳສອງຢ່າງສຳລັບຜູ້ທີ່ເລີ່ມຕົ້ນດ້ວຍລະດັບທີ່ສູງກວ່າ. ກ່ອນອື່ນ, ເຮົາສາມາດສະແດງຄວາມຖ່ອມຕົວຕໍ່ສະພາບການທີ່ເຮົາບໍ່ໄດ້ສ້າງຂຶ້ນເອງໄດ້ບໍ? ດັ່ງທີ່ທ່ານແຣັກສ໌ ອີ ລີ ອະດີດປະທານມະຫາວິທະຍາໄລບຣິກຳ ຢັງ ໄດ້ກ່າວແກ່ບັນດານັກຮຽນຂອງເພິ່ນວ່າ, “ພວກເຮົາທຸກຄົນໄດ້ດື່ມນ້ຳຈາກນ້ຳສ້າງທີ່ພວກເຮົາບໍ່ໄດ້ຂຸດ ແລະ ອຸ່ນກາຍດ້ວຍໄຟທີ່ພວກເຮົາບໍ່ໄດ້ກໍ່.”12 ແລ້ວ ເພິ່ນກໍໄດ້ຮຽກຮ້ອງບັນດານັກຮຽນຂອງເພິ່ນໃຫ້ທົດແທນ ແລະ ຕື່ມເຕີມນ້ຳສ້າງການສຶກສາທີ່ຜູ້ບຸກເບີກກ່ອນໜ້ານີ້ໄດ້ສ້າງໄວ້. ການທີ່ບໍ່ປູກເມັດພືດຄືນໃນສວນ ທີ່ຜູ້ອື່ນປູກໄວ້ໃຫ້ເຮົາກິນ ກໍເທົ່າກັບການຄືນເງິນຕະລັນຕົນທີ່ບໍ່ເພີ່ມຈຳນວນ.
ສອງ, ການສຸມໃຈໃສ່ແຕ່ຈຸດເລີ່ມຕົ້ນທີ່ສູງ ມັກຈະເປັນກັບດັກໃຫ້ເຮົາຮູ້ສຶກວ່າໂຕເອງກຳລັງກ້າວໜ້າ ແຕ່ແທ້ຈິງແລ້ວ ຄວາມລາດຊັນພາຍໃນຂອງເຮົາອາດຂ້ອນຂ້າງຢຸດຢູ່ຊື່ໆ. ອາຈານ ຄະເລຕັນ ເອັມ ຄຣິສເຕັນເຊັນ ທີ່ມະຫາວິທະຍາໄລຮາເວີດ ໄດ້ສິດສອນວ່າ ຜູ້ທີ່ປະສົບຜົນສຳເລັດຫລາຍທີ່ສຸດ ແມ່ນຜູ້ທີ່ຖ່ອມຕົວຫລາຍທີ່ສຸດ ເພາະພວກເຂົາໝັ້ນໃຈພໍທີ່ຈະຮັບການປັບປຸງແກ້ໄຂ ແລະ ຮຽນຮູ້ຈາກໃຜກໍໄດ້.13 ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ແນະນຳໃຫ້ເຮົາ “ເຕັມໃຈທີ່ຈະຊອກຫາວິທີຍອມຮັບ ແລະ ແມ່ນແຕ່ສະແຫວງຫາການປັບປຸງແກ້ໄຂ.”14 ແມ່ນແຕ່ໃນຍາມທີ່ເບິ່ງຄືວ່າກຳລັງໄປໄດ້ດີ, ເຮົາຕ້ອງສະແຫວງຫາໂອກາດທີ່ຈະພັດທະນາປັບປຸງຜ່ານທາງການອ້ອນວອນອະທິຖານ.
ບໍ່ວ່າເຮົາຈະເລີ່ມຈາກສະພາບການທີ່ອຸດົມສົມບູນ ຫລື ຍາກລຳບາກກໍຕາມ, ເຮົາຈະບັນລຸສັກກະຍະພາບສູງສຸດຂອງເຮົາໄດ້ພຽງແຕ່ເມື່ອເຮົາເຮັດໃຫ້ພຣະເຈົ້າເປັນຫຸ້ນສ່ວນຂອງເຮົາ. ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ໂອ້ລົມກັບຜູ້ໃຫ້ການສຶກສາທີ່ມີຊື່ສຽງລະດັບປະເທດຄົນໜຶ່ງ ທີ່ກຳລັງສອບຖາມກ່ຽວກັບຄວາມສຳເລັດຂອງມະຫາວິທະຍາໄລບຣິກຳ ຢັງ–ແພັດເວ. ເພິ່ນເປັນຄົນສະຫລາດ ແລະ ຄຳຖາມຂອງເພິ່ນກໍຈິງໃຈ, ແຕ່ໂດຍຊັດເຈນແລ້ວ, ເພິ່ນຕ້ອງການຄຳຕອບທີ່ກ່ຽວຂ້ອງກັບທາງໂລກ. ຂ້າພະເຈົ້າໄດ້ເລົ່າກ່ຽວກັບໂປຣແກຣມການຮັກສາ ແລະ ຄວາມພະຍາຍາມໃນການອົບຮົມຊີ້ນຳ. ແຕ່ຂ້າພະເຈົ້າໄດ້ສະຫລຸບໂດຍເວົ້າວ່າ, “ທັງໝົດນີ້ແມ່ນແນວທາງປະຕິບັດທີ່ດີ, ແຕ່ສາເຫດທີ່ແທ້ຈິງທີ່ນັກຮຽນຂອງພວກເຮົາກຳລັງກ້າວໜ້າແມ່ນຍ້ອນວ່າ ພວກເຮົາສິດສອນພວກເຂົາກ່ຽວກັບສັກກະຍະພາບແຫ່ງສະຫວັນຂອງພວກເຂົາ. ລອງຈິນຕະນາການເບິ່ງ ຖ້າໝົດທັງຊີວິດຂອງທ່ານ ທ່ານຖືກບອກວ່າທ່ານຈະບໍ່ມີວັນປະສົບຜົນສຳເລັດ. ແລ້ວລອງພິຈາລະນາຜົນກະທົບຂອງການໄດ້ຖືກສິດສອນວ່າ ທ່ານເປັນບຸດ ແລະ ທິດາຂອງພຣະເຈົ້າແທ້ໆ ທີ່ມີຄວາມເປັນໄປໄດ້ຈາກສະຫວັນ.” ເພິ່ນຢຸດ, ແລ້ວພຽງຕອບວ່າ, “ນັ້ນມີພະລັງຫລາຍ.”
ອ້າຍເອື້ອຍນ້ອງທັງຫລາຍ, ໜຶ່ງໃນບັນດາການອັດສະຈັນໃນນີ້, ສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ແມ່ນວ່າ ເຮົາແຕ່ລະຄົນສາມາດປະສົບຄວາມສຳເລັດຫລາຍກວ່າ ດ້ວຍຄວາມຊ່ວຍເຫລືອຈາກພຣະຄຣິດ. ຂ້າພະເຈົ້າບໍ່ຮູ້ຈັກອົງການອື່ນໃດທີ່ໃຫ້ສະມາຊິກໄດ້ມີໂອກາດທີ່ຈະຮັບໃຊ້, ທົດແທນ, ກັບໃຈ, ແລະ ກາຍເປັນຄົນທີ່ດີກວ່າເກົ່າຫລາຍກວ່ານີ້. ບໍ່ວ່າເຮົາຈະເລີ່ມຕົ້ນໃນສະພາບການທາງຈິດວິນຍານທີ່ອຸດົມສົມບູນ ຫລື ຫຍຸ້ງຍາກກໍຕາມ, ຂໍໃຫ້ເຮົາຈົ່ງໃຫ້ສາຍຕາ ແລະ ຄວາມລາດຊັນຂອງເຮົາຊີ້ໄປທາງສະຫວັນ. ເມື່ອເຮົາເຮັດເຊັ່ນນັ້ນ, ພຣະຄຣິດຈະຍົກເຮົາຂຶ້ນສູ່ບ່ອນທີ່ສູງກວ່າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.