ຈົ່ງຍົກຄວາມສະຫວ່າງຂອງທ່ານຂຶ້ນ
ຄຳເຊື້ອເຊີນຂອງຂ້າພະເຈົ້າໃນມື້ນີ້ກໍລຽບງ່າຍ: ຈົ່ງແບ່ງປັນພຣະກິດຕິຄຸນ. ຈົ່ງເປັນຕົວທ່ານເອງ ແລະ ຍົກຄວາມສະຫວ່າງຂອງທ່ານຂຶ້ນ.
ຂະນະທີ່ນັ່ງຍົນໄປປະເທດເປຣູສອງສາມປີກ່ອນ, ຂ້າພະເຈົ້າໄດ້ນັ່ງໃກ້ຜູ້ຊາຍຄົນໜຶ່ງທີ່ບໍ່ເຊື່ອວ່າມີພຣະເຈົ້າ. ລາວໄດ້ຖາມຂ້າພະເຈົ້າວ່າເປັນຫຍັງຂ້າພະເຈົ້າຈຶ່ງເຊື່ອໃນພຣະເຈົ້າ. ໃນລະຫວ່າງການສົນທະນາທີ່ມ່ວນຊື່ນຂອງພວກເຮົາ, ຂ້າພະເຈົ້າໄດ້ບອກລາວວ່າ ຂ້າພະເຈົ້າເຊື່ອໃນພຣະເຈົ້າ ເພາະວ່າໂຈເຊັບ ສະມິດ ໄດ້ເຫັນພຣະອົງ—ແລະ ຂ້າພະເຈົ້າໄດ້ເວົ້າຕື່ມວ່າ ຄວາມຮູ້ຂອງຂ້າພະເຈົ້າເຖິງພຣະເຈົ້າກໍໄດ້ມາຈາກປະສົບການສ່ວນຕົວທີ່ເປັນຈິງທາງວິນຍານນຳອີກ. ຂ້າພະເຈົ້າໄດ້ແບ່ງປັນຄວາມເຊື່ອຂອງຂ້າພະເຈົ້າກັບລາວວ່າ “ທຸກສິ່ງທຸກຢ່າງຊີ້ໃຫ້ເຫັນວ່າ ມັນມີພຣະເຈົ້າ”1 ແລະ ໄດ້ຖາມລາວວ່າ ລາວເຊື່ອວ່າແຜ່ນດິນໂລກ—ບໍ່ນ້ຳແຫ່ງຊີວິດຢູ່ໃນຊ່ອງວ່າງໃນອາກາດ—ເປັນມາໄດ້ແນວໃດ. ລາວໄດ້ຕອບ, ໃນຖ້ອຍຄຳຂອງລາວເອງວ່າ “ເພາະຄວາມບັງເອີນ” ອາດໄດ້ເກີດຂຶ້ນເມື່ອຫລາຍໆລ້ານປີກ່ອນ. ເມື່ອຂ້າພະເຈົ້າໄດ້ອະທິບາຍວ່າສິ່ງນັ້ນເປັນໄປບໍ່ໄດ້ ທີ່ “ຄວາມບັງເອີນ” ຈະຜະລິດສິ່ງທີ່ສວຍງາມ ແລະ ມີລະບຽບດັ່ງນີ້ໄດ້, ລາວກໍໄດ້ງຽບໄປຄາວໜຶ່ງ ແລະ ແລ້ວດ້ວຍຄວາມຕະຫລົກໄດ້ເວົ້າວ່າ, “ຂ້ອຍບໍ່ຮູ້ຄຳຕອບ.” ຂ້າພະເຈົ້າໄດ້ຖາມຖ້າຫາກວ່າລາວຈະອ່ານພຣະຄຳພີມໍມອນ. ລາວເວົ້າວ່າລາວຈະອ່ານ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ສົ່ງເຫລັ້ມໜຶ່ງໄປໃຫ້ລາວ.
ຫລາຍປີຕໍ່ມາ ຂ້າພະເຈົ້າໄດ້ຜູກມິດກັບເພື່ອນໃໝ່ຄົນໜຶ່ງຕອນຢູ່ໃນສະໜາມບິນທີ່ເມືອງລາໂກສ໌, ປະເທດນີເຊຣີ. ພວກເຮົາໄດ້ມາຮູ້ຈັກກັນຂະນະທີ່ລາວໄດ້ກວດເບິ່ງໜັງສືເດີນທາງຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຖາມລາວເລື່ອງຄວາມເຊື່ອທາງສາດສະໜາ, ແລະ ລາວໄດ້ບອກວ່າ ລາວມີຄວາມເຊື່ອຫລາຍໃນພຣະເຈົ້າ. ຂ້າພະເຈົ້າໄດ້ແບ່ງປັນຄວາມຊື່ນຊົມ ແລະ ການມີຊີວິດຊີວາຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ ແລະ ໄດ້ຖາມຖ້າຫາກວ່າລາວຢາກຮຽນຮູ້ຕື່ມອີກບໍຈາກຜູ້ສອນສາດສະໜາ. ລາວເວົ້າວ່າ ໂດຍ, ໄດ້ຮັບການສິດສອນ, ແລະ ໄດ້ຮັບບັບຕິສະມາ. ໜຶ່ງ ຫລື ສອງປີຕໍ່ຈາກນັ້ນ, ຂະນະທີ່ຂ້າພະເຈົ້າໄດ້ຍ່າງຜ່ານສະໜາມບິນຢູ່ທີ່ປະເທດລີເບເຣຍ, ຂ້າພະເຈົ້າໄດ້ຍິນຄົນເອີ້ນຊື່ຂ້າພະເຈົ້າ. ຂ້າພະເຈົ້າໄດ້ຫັນໄປເບິ່ງ, ແລະ ຊາຍໜຸ່ມຄົນດຽວກັນນັ້ນໄດ້ເຂົ້າມາຫາຂ້າພະເຈົ້າດ້ວຍຮອຍຍິ້ມທີ່ເບີກບານ. ພວກເຮົາໄດ້ໂອບກອດກັນຢ່າງຊື່ນຊົມ ແລະ ລາວໄດ້ບອກຂ້າພະເຈົ້າວ່າລາວຍັງເຂັ້ມແຂງຢູ່ໃນສາດສະໜາຈັກ ແລະ ກຳລັງເຮັດວຽກກັບຜູ້ສອນສາດສະໜາເພື່ອສິດສອນແຟນຂອງລາວ.
ເວລານີ້, ຂ້າພະເຈົ້າບໍ່ຮູ້ຖ້າຫາກວ່າເພື່ອນຂອງຂ້າພະເຈົ້າທີ່ບໍ່ເຊື່ອວ່າມີພຣະເຈົ້າໄດ້ອ່ານພຣະຄຳພີມໍມອນ ຫລື ໄດ້ເຂົ້າຮ່ວມສາດສະໜາຈັກຫລືບໍ່. ເພື່ອນຄົນທີສອງຂອງຂ້າພະເຈົ້າໄດ້ເຂົ້າຮ່ວມ. ສຳລັບທັງສອງ, ໜ້າທີ່ຮັບຜິດຊອບຂອງຂ້າພະເຈົ້າ2—ໂອກາດຂອງຂ້າພະເຈົ້າ—ແມ່ນອັນດຽວກັນ: ຍົກຄວາມສະຫວ່າງຂອງພຣະກິດຕິຄຸນຂຶ້ນ—ທີ່ຈະຮັກ, ແບ່ງປັນ, ແລະ ເຊື້ອເຊີນແຕ່ລະຄົນ ໃນວິທີທາງແບບປົກກະຕິ ແລະ ທຳມະຊາດ.3
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າໄດ້ປະສົບກັບພອນຂອງການແບ່ງປັນພຣະກິດຕິຄຸນ, ແລະ ມັນເປັນສິ່ງທີ່ປະເສີດແທ້ໆ. ຕໍ່ໄປນີ້ແມ່ນບາງຕົວຢ່າງ:
ການແບ່ງປັນພຣະກິດຕິຄຸນນຳຄວາມຊື່ນຊົມ ແລະ ຄວາມຫວັງມາໃຫ້.
ທ່ານເຫັນບໍ່ ແລະ ທ່ານ ແລະ ຂ້າພະເຈົ້າຮູ້ວ່າ ເຮົາໄດ້ມີຊີວິດຢູ່ໃນຖານະລູກໆຂອງພຣະບິດາເທິງສະຫວັນ ກ່ອນໄດ້ລົງມາສູ່ແຜ່ນດິນໂລກ4 ແລະ ວ່າແຜ່ນດິນໂລກໄດ້ຖືກສ້າງຂຶ້ນມາເພື່ອຈຸດປະສົງຂອງການມອບໂອກາດໃຫ້ແຕ່ລະຄົນ ໄດ້ຮັບຮ່າງກາຍ, ມີປະສົບການ, ຮຽນຮູ້, ແລະ ເຕີບໂຕເພື່ອວ່າຈະໄດ້ຮັບຊີວິດນິລັນດອນ—ຊຶ່ງຄືຊີວິດຂອງພຣະເຈົ້າ.5 ພຣະບິດາເທິງສະຫວັນຮູ້ວ່າເຮົາຈະທົນທຸກ ແລະ ເຮັດບາບຢູ່ເທິງໂລກ, ສະນັ້ນ ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງມາ, ຜູ້ຊຶ່ງ “ພຣະຊົນຊີບອັນຫາທີ່ປຽບບໍ່ໄດ້”6 ແລະ ການເສຍສະລະຊົດໃຊ້ອັນບໍ່ມີຂອບເຂດ7 ເຮັດໃຫ້ເປັນໄປໄດ້ສຳລັບເຮົາ ທີ່ຈະໄດ້ຮັບການໃຫ້ອະໄພ, ຖືກປິ່ນປົວ, ແລະ ເຮັດໃຫ້ຫາຍດີ.8
ການຮູ້ຄວາມຈິງເຫລົ່ານີ້ແມ່ນການປ່ຽນແປງຊີວິດ! ເມື່ອຄົນໜຶ່ງຮຽນຮູ້ຈຸດປະສົງທີ່ຮຸ່ງໂລດຂອງຊີວິດ, ມາເຂົ້າໃຈວ່າພຣະຄຣິດໃຫ້ອະໄພ ແລະ ຊ່ວຍເຫລືອຜູ້ຄົນທີ່ຕິດຕາມພຣະອົງ, ແລະ ແລ້ວເລືອກທີ່ຈະຕິດຕາມພຣະຄຣິດລົງໄປໃນນ້ຳແຫ່ງການບັບຕິສະມາ, ຊີວິດກໍປ່ຽນແປງໄປໃນທາງດີ—ແມ່ນແຕ່ເມື່ອສະຖານະການພາຍນອກຂອງຊີວິດນັ້ນບໍ່ປ່ຽນແປງກໍຕາມ.
ເອື້ອຍນ້ອງທີ່ຊື່ນບານຄົນໜຶ່ງທີ່ຂ້າພະເຈົ້າໄດ້ພົບໃນເມືອງໂອນິດສາ, ປະເທດນີເຊຣີ, ໄດ້ບອກຂ້າພະເຈົ້າວ່າ ນັບຕັ້ງແຕ່ນາງໄດ້ຮຽນຮູ້ພຣະກິດຕິຄຸນ ແລະ ໄດ້ຮັບບັບຕິສະມາ (ແລະ ບັດນີ້ ຂ້າພະເຈົ້າຈະໃຊ້ຄຳເວົ້າຂອງນາງເອງ), “ທຸກສິ່ງກໍດີສຳລັບຂ້ານ້ອຍ. ຂ້ານ້ອຍມີຄວາມສຸກ. ຂ້ານ້ອຍໄດ້ຢູ່ໃນສະຫວັນ.”9 ການແບ່ງປັນພຣະກິດຕິຄຸນສ່ອງແສງຄວາມຊື່ນຊົມ ແລະ ຄວາມຫວັງເຂົ້າໄປໃນຈິດວິນຍານຂອງທັງຜູ້ໃຫ້ ແລະ ຜູ້ຮັບ. ຈິງໆແລ້ວ “[ ທ່ານ] ຈະມີຄວາມຊື່ນຊົມຫລາຍພຽງໃດ”10 ຂະນະທີ່ທ່ານແບ່ງປັນພຣະກິດຕິຄຸນ! ການແບ່ງປັນພຣະກິດຕິຄຸນຄືຄວາມຊື່ນຊົມເພີ່ມຕື່ມໃສ່ຄວາມຊື່ນຊົມ, ຄວາມຫວັງເພີ່ມຕື່ມໃສ່ຄວາມຫວັງ.11
ການແບ່ງປັນພຣະກິດຕິຄຸນນຳອຳນາດຂອງພຣະເຈົ້າມາສູ່ຊີວິດຂອງເຮົາ
ເມື່ອເຮົາຮັບບັບຕິສະມາ, ເຮົາແຕ່ລະຄົນໄດ້ເຂົ້າເຮັດ12 ພັນທະສັນຍາອັນຕໍ່ເນື່ອງກັບພຣະເຈົ້າ ທີ່ “ຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ,”13 ຊຶ່ງຮ່ວມດ້ວຍ “ທີ່ຈະຢືນເປັນພະຍານເຖິງ [ພຣະອົງ] ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.”14 ເມື່ອເຮົາ “ເຂົ້າສະໜິດຢູ່ໃນ” ພຣະອົງໂດຍການຮັກສາພັນທະສັນຍານີ້, ແລ້ວອຳນາດແຫ່ງຄວາມເປັນເໝືອນພຣະເຈົ້າທີ່ມີຊີວິດຊີວາ, ຄ້ຳຈູນ, ແລະ ຊຳລະໃຫ້ບໍລິສຸດ ຈະຫລັ່ງໄຫລເຂົ້າມາໃນຊີວິດຂອງເຮົາຈາກພຣະຄຣິດ, ດັ່ງທີ່ງ່າໄດ້ຮັບການບຳລຸງລ້ຽງຈາກເຄືອ.15
ການແບ່ງປັນພຣະກິດຕິຄຸນປົກປ້ອງເຮົາຈາກການລໍ້ລວງ
ພຣະຜູ້ເປັນເຈົ້າບັນຊາວ່າ:
“ສະນັ້ນ ຈົ່ງຍົກຄວາມສະຫວ່າງຂອງເຈົ້າຂຶ້ນເພື່ອມັນຈະສ່ອງແສງໄປທົ່ວໂລກ. ຈົ່ງເບິ່ງ ເຮົາຄືຄວາມສະຫວ່າງຊຶ່ງເຈົ້າຈະຍົກຂຶ້ນ—ພ້ອມທັງສິ່ງທີ່ເຈົ້າໄດ້ເຫັນເຮົາກະທຳໄປນັ້ນ. …
“… ເຮົາໄດ້ສັ່ງ … ໃຫ້ເຈົ້າເຂົ້າມາຫາເຮົາ, ເພື່ອເຈົ້າຈະໄດ້ສຳພັດ ແລະ ເຫັນ; ເຖິງແມ່ນເຊັ່ນນັ້ນເຈົ້າຈົ່ງປະຕິບັດຕໍ່ໂລກ; ແລະ ຜູ້ໃດກໍຕາມທີ່ຝ່າຝືນບັນຍັດນີ້ ຜູ້ນັ້ນຈະຍອມໃຫ້ຕົນຖືກຊັກນຳໄປຫາການລໍ້ລວງ.”16
ການເລືອກທີ່ຈະບໍ່ຍົກຄວາມສະຫວ່າງຂອງພຣະກິດຕິຄຸນຂຶ້ນຈະນຳເຮົາໄປຢູ່ໃນຄວາມມືດ, ບ່ອນທີ່ເຮົາຈະຖືກລໍ້ລວງງ່າຍຂຶ້ນ. ສຳຄັນໄປກວ່ານັ້ນ, ສິ່ງກົງກັນຂ້າມກໍຈິງ: ການເລືອກຍົກຄວາມສະຫວ່າງຂອງພຣະກິດຕິຄຸນ ຈະນຳເຮົາໄປຢູ່ໃກ້ຄວາມສະຫວ່າງນັ້ນຢ່າງເຕັມທີ່ຫລາຍຂຶ້ນ ແລະ ການປົກປ້ອງ ທີ່ມັນມີໃຫ້ເພື່ອຕໍ່ຕ້ານການລໍ້ລວງ. ຊ່າງເປັນພອນຢ່າງເຫລືອລົ້ນແທ້ໆ ໃນໂລກທີ່ມືດມົນໃນປະຈຸບັນ!
ການແບ່ງປັນພຣະກິດຕິຄຸນນຳການປິ່ນປົວມາໃຫ້
ຊິດສະເຕີ ທິບຟານີ ມາຍໂລນ ໄດ້ຮັບເອົາການເຊື້ອເຊີນໃຫ້ສະໜັບສະໜູນຜູ້ສອນສາດສະໜາ ເຖິງແມ່ນຈະມີບັນຫາສ່ວນຕົວຢ່າງໜັກ, ລວມທັງຄຳຖາມກ່ຽວກັບສັດທາຂອງນາງກໍຕາມ. ເມື່ອບໍ່ດົນມານີ້ ນາງໄດ້ບອກຂ້າພະເຈົ້າວ່າ ການສະໜັບສະໜູນຜູ້ສອນສາດສະໜາໄດ້ຊ່ວຍໃຫ້ນາງມີສັດທາ ແລະ ມີສຸຂະພາບດີຂຶ້ນຄືນໃໝ່. ດ້ວຍຖ້ອຍຄຳຂອງນາງເອງວ່າ, “ວຽກງານເຜີຍແຜ່ເປັນການປິ່ນປົວທີ່ດີ.”17
ຄວາມຊື່ນຊົມ. ຄວາມຫວັງ. ອຳນາດທີ່ຍືນຍົງຈາກພຣະເຈົ້າ. ການປົກປ້ອງຈາກການລໍ້ລວງ. ການປິ່ນປົວ. ທັງໝົດນີ້—ແລະ ອີກຫລາຍຢ່າງ (ລວມທັງການໃຫ້ອະໄພບາບ)18—ຖອກເທຈາກສະຫວັນລົງເທິງເຮົາ ຂະນະທີ່ເຮົາແບ່ງປັນພຣະກິດຕິຄຸນ.
ບັດນີ້, ຈົ່ງຫັນໄປຫາໂອກາດທີ່ຍິ່ງໃຫຍ່ຂອງເຮົາ
ອ້າຍເອື້ອຍນ້ອງທັງຫລາຍ, “ມີຫລາຍຄົນໃນບັນດາສຳນັກ … [ກຸ່ມ,] ແລະ ນິກາຍທັງປວງ … ຜູ້ທີ່ຖືກກີດກັນຈາກຄວາມຈິງ ເພາະພວກເຂົາບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ.”19 ຄວາມຈຳເປັນທີ່ຈະຍົກຄວາມສະຫວ່າງຂອງເຮົາຂຶ້ນ ບໍ່ເຄີຍຈຳເປັນຫລາຍກວ່າໃນເວລານີ້ໃນປະຫວັດສາດຂອງມະນຸດທັງໝົດ. ແລະ ຄວາມຈິງບໍ່ເຄີຍເຂົ້າເຖິງໄດ້ຫລາຍກວ່ານີ້.
ທ້າວຈິມມີ ທອນ, ຜູ້ທີ່ໄດ້ເຕີບໃຫຍ່ຂຶ້ນເປັນຊາວພຸດ, ມີຄວາມປະທັບໃຈກັບຄອບຄົວໜຶ່ງທີ່ໄດ້ແບ່ງປັນຊີວິດຢູ່ໃນຢູທູບ. ເມື່ອລາວໄດ້ຮຽນຮູ້ວ່າເຂົາເຈົ້າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ລາວໄດ້ສຶກສາພຣະກິດຕິຄຸນທາງອອນລາຍດ້ວຍຕົວເອງ, ໄດ້ອ່ານພຣະຄຳພີມໍມອນໂດຍການໃຊ້ແອັບ, ແລະ ແລ້ວໄດ້ຮັບບັບຕິສະມາຫລັງຈາກໄດ້ພົບກັບຜູ້ສອນສາດສະໜາຕອນຢູ່ວິທະຍາໄລ.20 ຕອນນີ້ ແອວເດີ ທອນ ກໍເປັນຜູ້ສອນສາດສະໜາເຕັມເວລາເອງແລ້ວ.
ລາວ ແລະ ເພື່ອນຜູ້ສອນສາດສະໜາຂອງລາວຕະຫລອດທົ່ວໂລກ, ກໍເປັນກອງທັບຂອງພຣະຜູ້ເປັນເຈົ້າ—ຕາມຄຳເວົ້າຂອງສາດສະດາຂອງເຮົາ.21 ຜູ້ສອນສາດສະໜາເຫລົ່ານີ້ກະທຳສິ່ງທີ່ແຕກຕ່າງຈາກແນວໂນ້ມຂອງໂລກ: ໃນເມື່ອການສຳຫລວດລາຍງານວ່າ ຄົນລຸ້ນ Gen Z [ເກີດລະຫວ່າງປີ 2000-2010] ກຳລັງຫັນ ໜີໄປ ຈາກພຣະເຈົ້າ,22 ນັກຮົບໜຸ່ມຂອງເຮົາ23 ພວກແອວເດີ ແລະ ຊິດສະເຕີກຳລັງຫັນຜູ້ຄົນໃຫ້ ມາຫາ ພຣະເຈົ້າ. ແລະ ສະມາຊິກຂອງສາດສະໜາຈັກເປັນຈຳນວນຫລາຍເພີ່ມຂຶ້ນກໍກຳລັງຮ່ວມມືກັບຜູ້ສອນສາດສະໜາໃນການແບ່ງປັນພຣະກິດຕິຄຸນ, ຊ່ວຍເຫລືອໝູ່ເພື່ອນຫລາຍຄົນໃຫ້ມາຫາພຣະຄຣິດ ແລະ ສາດສະໜາຈັກຂອງພຣະອົງ.
ສະມາຊິກໄພ່ພົນຍຸກສຸດທ້າຍຂອງເຮົາໃນປະເທດລີເບເຣຍໄດ້ຊ່ວຍໝູ່ເພື່ອນຈຳນວນ 507 ຄົນລົງໄປໃນນ້ຳແຫ່ງການບັບຕິສະມາລະຫວ່າງ 10 ເດືອນທີ່ບໍ່ມີຜູ້ສອນສາດສະໜາເຕັມເວລາຮັບໃຊ້ຢູ່ໃນປະເທດຂອງເຂົາເຈົ້າ. ເມື່ອປະທານສະເຕກທີ່ດີເລີດຢູ່ທີ່ນັ້ນໄດ້ຍິນວ່າຜູ້ສອນສາດສະໜາເຕັມເວລາອາດຈະກັບຄືນມາ, ເພິ່ນໄດ້ກ່າວວ່າ: “ໂອ້ ດີຫລາຍ, ບັດນີ້ເຂົາເຈົ້າຈະສາມາດຊ່ວຍພວກເຮົາກັບວຽກງານ ຂອງພວກເຮົາ.”
ເພິ່ນເວົ້າຖືກ: ການເຕົ້າໂຮມອິດສະຣາເອນ—ອຸດົມການທີ່ຍິ່ງໃຫຍ່ທີ່ສຸດຢູ່ເທິງແຜ່ນດິນໂລກນີ້ກໍເປັນໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາ24—ຂອງເຮົາ. ແລະ ນີ້ກໍເປັນວັນເວລາ ຂອງເຮົາ! ຄຳເຊື້ອເຊີນຂອງຂ້າພະເຈົ້າໃນມື້ນີ້ກໍລຽບງ່າຍ: ຈົ່ງແບ່ງປັນພຣະກິດຕິຄຸນ. ຈົ່ງເປັນຕົວທ່ານເອງ ແລະ ຍົກຄວາມສະຫວ່າງຂຶ້ນ. ຈົ່ງອະທິຖານທູນຂໍຄວາມຊ່ວຍເຫລືອຈາກສະຫວັນ ແລະ ເຮັດຕາມການກະຕຸ້ນຂອງພຣະວິນຍານ. ຈົ່ງແບ່ງປັນຊີວິດຂອງທ່ານຢ່າງປົກກະຕິ ແລະ ທຳມະຊາດ; ເຊື້ອເຊີນຄົນອື່ນ ໃຫ້ມາເບິ່ງເອົາ, ໃຫ້ມາຊ່ວຍເຫລືອ, ແລະ ໃຫ້ມາຮ່ວມນຳ.25 ແລະ ແລ້ວຈົ່ງຊື່ນຊົມເຖິດຂະນະທີ່ທ່ານ ແລະ ຜູ້ຄົນທີ່ທ່ານຮັກຮັບເອົາພອນທີ່ໄດ້ສັນຍາໄວ້.
ຂ້າພະເຈົ້າຮູ້ວ່າໃນພຣະຄຣິດ ຂ່າວປະເສີດເຫລົ່ານີ້ກໍຖືກສັ່ງສອນໃຫ້ແກ່ຜູ້ຄົນທີ່ອ່ອນນ້ອມ; ໃນພຣະຄຣິດ ຜູ້ຄົນທີ່ລະທົມໃຈ ແລະ ຊອກຊ້ຳຈະໄດ້ຮັບການປິ່ນປົວ; ໃນພຣະຄຣິດ ເສລີພາບຈະຖືກປະກາດແກ່ຊະເລີຍເສິກ; ແລະ ໃນພຣະຄຣິດ, ພຽງແຕ່ໃນພຣະຄຣິດເທົ່ານັ້ນ, ພວກທີ່ໄວ້ທຸກຈະໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ.26 ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຫລາຍພຽງໃດທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກ!27
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາຂອງເຮົາສົມບູນ.28 ພຣະອົງຈະເຮັດໃຫ້ສຳເລັດ, ພຣະອົງຈະເຮັດໃຫ້ສົມບູນ, ການໃຊ້ສັດທາຂອງເຮົາ—ເຖິງແມ່ນຈະບໍ່ສົມບູນແບບ ເທົ່າໃດກໍຕາມ—ໃນການຍົກຄວາມສະຫວ່າງຂອງພຣະກິດຕິຄຸນນັ້ນຂຶ້ນ. ພຣະອົງຈະເຮັດສິ່ງມະຫັດສະຈັນໃນຊີວິດຂອງເຮົາ ແລະ ໃນຊີວິດຂອງທຸກຄົນທັງປວງທີ່ພຣະອົງເຕົ້າໂຮມ, ເພາະພຣະອົງເປັນພຣະເຈົ້າແຫ່ງສິ່ງມະຫັດສະຈັນ.29 ໃນພຣະນາມອັນມະຫັດສະຈັນຂອງພຣະເຢຊູຄຣິດ, ອາແມນ.