ເຊື້ອເຊີນໃຫ້ພຣະຄຣິດເປັນຜູ້ຂຽນເລື່ອງລາວຂອງທ່ານ
ຂໍໃຫ້ເລື່ອງລາວຂອງທ່ານຈົ່ງເປັນເລື່ອງລາວແຫ່ງສັດທາ, ໂດຍການເຮັດຕາມຜູ້ເປັນຕົວຢ່າງຂອງທ່ານ, ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ.
ຂ້າພະເຈົ້າຈະເລີ່ມຕົ້ນໂດຍການຖາມຄຳຖາມສີ່ຫ້າຂໍ້, ເພື່ອໃຫ້ເປັນການສະທ້ອນຄິດໃນໃຈ:
-
ທ່ານກຳລັງຂຽນເລື່ອງລາວສ່ວນຕົວແບບໃດສຳລັບຊີວິດຂອງທ່ານ?
-
ເສັ້ນທາງທີ່ທ່ານບັນຍາຍໃນເລື່ອງລາວຂອງທ່ານນັ້ນຊື່ຕົງບໍ?
-
ເລື່ອງລາວຂອງທ່ານຈົບລົງໃນບ່ອນທີ່ມັນໄດ້ເລີ່ມຕົ້ນບໍ, ໃນບ້ານເທິງສະຫວັນຂອງທ່ານບໍ?
-
ເລຶ່ອງລາວຂອງທ່ານມີຜູ້ເປັນຕົວຢ່າງບໍ—ແລະ ແມ່ນພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດບໍ?
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດເປັນ “ຜູ້ບຸກເບີກ ແລະ ຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ.”1 ທ່ານຈະເຊື້ອເຊີນໃຫ້ພຣະອົງເປັນຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງທ່ານເຖິງທີ່ສຳເລັດບໍ?
ພຣະອົງຮູ້ຈັກທີ່ສຸດຕັ້ງແຕ່ຕົ້ນ. ພຣະອົງໄດ້ເປັນພຣະຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ. ພຣະອົງປະສົງໃຫ້ເຮົາກັບບ້ານໄປຫາພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ. ພຣະອົງໄດ້ລົງທຶນທຸກສິ່ງເພື່ອຊ່ວຍເຫລືອເຮົາ ແລະ ປະສົງໃຫ້ເຮົາປະສົບຄວາມສຳເລັດ.
ທ່ານຄິດວ່າແມ່ນຫຍັງກີດກັນເຮົາຈາກການໃຫ້ພຣະອົງຂຽນເລື່ອງລາວຂອງເຮົາ?
ບາງທີການປຽບທຽບນີ້ຈະຊ່ວຍໃຫ້ທ່ານປະເມີນຕົວເອງ.
ທະນາຍຄວາມຜູ້ມີປະສິດທິພາບຮູ້ວ່າ ໃນການຊັກຖາມ, ທ່ານບໍ່ຄ່ອຍຈະຖາມພະຍານ ໃນຄຳຖາມທີ່ທ່ານບໍ່ຮູ້ຄຳຕອບ. ການຖາມຄຳຖາມເຊັ່ນນັ້ນຄືການເຊື້ອເຊີນໃຫ້ພະຍານບອກທ່ານ—ແລະ ຜູ້ພິພາກສາ ແລະ ຄະນະລູກຂຸນ—ສິ່ງທີ່ທ່ານຍັງບໍ່ຮູ້ເທື່ອ. ທ່ານອາດໄດ້ຄຳຕອບທີ່ເຮັດໃຫ້ທ່ານຕັ້ງຕົວບໍ່ທັນ ແລະ ກົງກັນຂ້າມກັບເລື່ອງລາວທີ່ທ່ານໄດ້ວາງແນວທາງໄວ້ແລ້ວສຳລັບຄະດີຂອງທ່ານ.
ໂດຍທົ່ວໄປແລ້ວ ເຖິງແມ່ນວ່າການຊັກຖາມພະຍານ ໃນຄຳຖາມຊຶ່ງທ່ານບໍ່ຮູ້ຄຳຕອບເປັນເລື່ອງທີ່ບໍ່ສະຫລາດສຳລັບທະນາຍຄວາມ, ແຕ່ນັ້ນກົງກັນຂ້າມກັບເຮົາ. ເຮົາສາມາດທູນຖາມພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ, ໃນພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດທີ່ເມດຕາຂອງເຮົາ, ແລະ ພະຍານຜູ້ຕອບຄຳຖາມຂອງເຮົາແມ່ນພຣະວິນຍານບໍລິສຸດ, ຜູ້ທີ່ເປັນພະຍານເຖິງຄວາມຈິງສະເໝີ.2 ເພາະພຣະວິນຍານບໍລິສຸດເຮັດວຽກເປັນໜຶ່ງດຽວໃນທຸກເລື່ອງກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ເຮົາຮູ້ວ່າການສະແດງໃຫ້ປະຈັກຂອງພຣະວິນຍານບໍລິສຸດນັ້ນແມ່ນເຊື່ອຖືໄດ້. ແລ້ວ, ເປັນຫຍັງ, ບາງເທື່ອເຮົາຈຶ່ງບໍ່ມັກຈະທູນຂໍຄວາມຊ່ວຍເຫລືອຈາກສະຫວັນແບບນີ້, ຊຶ່ງເປັນຄວາມຈິງທີ່ສະແດງໃຫ້ປະຈັກຕໍ່ເຮົາໂດຍພຣະວິນຍານບໍລິສຸດ? ເປັນຫຍັງເຮົາຈຶ່ງລັງເລທີ່ຈະຖາມຄຳຖາມທີ່ເຮົາບໍ່ຮູ້ຄຳຕອບໃນເມື່ອພະຍານນັ້ນບໍ່ພຽງແຕ່ເປັນມິດ ແຕ່ຈະບອກຄວາມຈິງສະເໝີ?
ບາງທີມັນເປັນເພາະເຮົາບໍ່ມີສັດທາທີ່ຈະຍອມຮັບຄຳຕອບທີ່ເຮົາອາດໄດ້ຮັບ. ບາງທີມັນເປັນເພາະທຳມະຊາດຂອງມະນຸດຊາຍຍິງທີ່ມີຢູ່ໃນຕົວເຮົານັ້ນທີ່ລັງເລທີ່ຈະມອບທຸກສິ່ງໃຫ້ແດ່ພຣະຜູ້ເປັນເຈົ້າ ຢ່າງຄົບຖ້ວນ ແລະ ໄວ້ວາງໃຈພຣະອົງ ໂດຍສິ້ນເຊີງ. ບາງທີນັ້ນຈຶ່ງເປັນເຫດທີ່ເຮົາເລືອກຈະຍຶດໝັ້ນຢູ່ກັບເລື່ອງລາວທີ່ເຮົາໄດ້ຂຽນສຳລັບຕົວເອງແລ້ວ, ສະບັບທີ່ສະດວກສະບາຍໃນເລື່ອງລາວຂອງເຮົາທີ່ພຣະອາຈານຜູ້ຂຽນບໍ່ໄດ້ກວດແກ້. ເຮົາບໍ່ຢາກຖາມຄຳຖາມ ແລະ ໄດ້ຮັບຄຳຕອບທີ່ບໍ່ເຂົ້າກັນດີກັບເລື່ອງລາວຂອງເຮົາ ທີ່ເຮົາກຳລັງຂຽນສຳລັບຕົວເຮົາເອງ.
ຈິງໆແລ້ວ, ໜ້ອຍຄົນໃນບັນດາພວກເຮົາອາດຈະຕື່ມການທົດລອງທີ່ຫລໍ່ຫລອມເຮົາເຂົ້າໃສ່ໃນເລື່ອງລາວໃນຊີວິດຂອງເຮົາ. ແຕ່ເຮົາບໍ່ມັກຈຸດສູງສຸດຂອງເລື່ອງລາວທີ່ຮຸ່ງໂລດທີ່ເຮົາອ່ານບໍ ເມື່ອຕົວເອກເອົາຊະນະການດີ້ນລົນ? ການທົດລອງເປັນອົງປະກອບຂອງແຜນການທີ່ເຮັດໃຫ້ເລື່ອງລາວທີ່ເຮົາມັກຫລາຍເປັນທີ່ໜ້າສົນໃຈ, ອະມະຕະ, ສົ່ງເສີມສັດທາ, ແລະ ມີຄຸນຄ່າໃນການບອກເລົ່າ. ການດີ້ນລົນອັນສວຍງາມທີ່ຖືກຂຽນເປັນເລື່ອງລາວ ຂອງເຮົາ ເປັນສິ່ງທີ່ດຶງດູດເຮົາເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ ແລະ ຫລໍ່ຫລອມເຮົາ, ເຮັດໃຫ້ເຮົາເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ເພື່ອວ່າດາວິດຈະເອົາຊະນະໂກລີອາດ, ທ້າວນ້ອຍຄົນນັ້ນຕ້ອງຕໍ່ສູ້ກັບຍັກໃຫຍ່. ເຫດການທີ່ຈະເຮັດໃຫ້ສະພາບການງ່າຍຂຶ້ນສຳລັບດາວິດອາດຈະເປັນການກັບຄືນໄປລ້ຽງແກະ. ແຕ່ກົງກັນຂ້າມ ລາວໄດ້ສະທ້ອນຄິດຢ່າງເລິກເຊິ່ງກ່ຽວກັບປະສົບການຂອງລາວໃນການຊ່ວຍຊີວິດລູກແກະຈາກໂຕສິງ ແລະ ໂຕໝີ. ໃນການສ້າງພື້ນຖານເທິງຜົນງານທີ່ກ້າຫານເຫລົ່ານັ້ນ, ລາວໄດ້ຮວບຮວມສັດທາ ແລະ ຄວາມກ້າຫານພໍທີ່ຈະໃຫ້ພຣະເຈົ້າກຳນົດສິ່ງທີ່ຈະເກີດຂຶ້ນໃນຊີວິດຂອງລາວ, ໂດຍປະກາດວ່າ, “ພຣະຜູ້ເປັນເຈົ້າໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກໂຕສິງກັບໂຕໝີມາແລ້ວຢ່າງໃດ; ພຣະອົງກໍຈະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊາຍຟີລິດສະຕິນຄົນນີ້ໄດ້ເໝືອນກັນຢ່າງນັ້ນ.”3 ດ້ວຍຄວາມປາດຖະໜາທີ່ຈະໃຫ້ພຣະເຈົ້າໄຊຊະນະ, ໂດຍການຮັບຟັງພຣະວິນຍານບໍລິສຸດ ແລະ ຄວາມເຕັມໃຈໃຫ້ພຣະຜູ້ຊ່ວຍໃຫ້ລອດເປັນຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງລາວເຖິງທີ່ສຳເລັດ, ທ້າວນ້ອຍດາວິດຈຶ່ງໄດ້ເອົາຊະນະໂກລີອາດ ແລະ ໄດ້ຊ່ວຍຊີວິດຂອງຜູ້ຄົນຂອງລາວໃຫ້ລອດ.
ແນ່ນອນວ່າ, ຫລັກທຳອັນສູງສົ່ງຂອງອຳເພີໃຈ, ອະນຸຍາດໃຫ້ເຮົາຂຽນເລື່ອງລາວຂອງເຮົາ ເອງ—ດາວິດຈະກັບບ້ານກໍໄດ້, ກັບໄປລ້ຽງແກະ. ແຕ່ພຣະເຢຊູຄຣິດພ້ອມແລ້ວທີ່ຈະໃຊ້ເຮົາໃຫ້ເປັນເຄື່ອງມືຈາກສະຫວັນ, ເປັນສໍດຳແຫລມໃນພຣະຫັດຂອງພຣະອົງ, ເພື່ອຈະຂຽນເລື່ອງລາວທີ່ດີເດັ່ນ! ພຣະອົງເຕັມພຣະໄທຢ່າງມີເມດຕາທີ່ຈະໃຊ້ຂ້າພະເຈົ້າ, ສໍດຳນ້ອຍໆກ້ານໜຶ່ງ, ເພື່ອເປັນເຄື່ອງມືໃນພຣະຫັດຂອງພຣະອົງ, ຖ້າຫາກຂ້າພະເຈົ້າມີສັດທາທີ່ຈະໃຫ້ພຣະອົງໃຊ້, ຖ້າຫາກຂ້າພະເຈົ້າຈະໃຫ້ພຣະອົງເປັນຜູ້ຂຽນເລື່ອງລາວຂອງຂ້າພະເຈົ້າ.
ເອສະເທີກໍເປັນອີກຕົວຢ່າງທີ່ສວຍງາມອີກຄົນໜຶ່ງຂອງການໃຫ້ພຣະເຈົ້າໄຊຊະນະ. ແທນທີ່ຈະຢຸດຕິຢູ່ໃນເລື່ອງລາວທີ່ລະມັດລະວັງຂອງການເອົາຕົວລອດ, ນາງໄດ້ໃຊ້ສັດທາ, ເພິ່ງພາພຣະຜູ້ເປັນເຈົ້າທັງໝົດສຳລັບສິ່ງທີ່ຈະເກີດຂຶ້ນໃນຊີວິດຂອງນາງ. ຮາມານໄດ້ວາງແຜນທີ່ຈະທຳລາຍຊາວຢິວທຸກຄົນໃນອານາຈັກເປີເຊຍ. ມໍເດໄກ, ພີ່ນ້ອງຂອງນາງເອສະເທີ, ໄດ້ຮູ້ເຖິງແຜນຮ້າຍ ແລະ ໄດ້ຂຽນສານໄປຫານາງເອສະເທີ, ຊຸກຍູ້ນາງໃຫ້ໂອ້ລົມກັບກະສັດເພື່ອເຫັນແກ່ຜູ້ຄົນຂອງນາງ. ນາງໄດ້ບອກໃຫ້ລາວຊາບວ່າ ຜູ້ທີ່ເຂົ້າເຝົ້າກະສັດໂດຍບໍ່ໄດ້ຖືກເອີ້ນຈະຕ້ອງຕາຍ. ແຕ່ໃນການກະທຳດ້ວຍສັດທາອັນຍິ່ງໃຫຍ່, ນາງໄດ້ຂໍໃຫ້ມໍເດໄກໄປເຕົ້າໂຮມຊາວຢິວ ແລະ ຖືສິນອົດເຂົ້າເພື່ອນາງ. “ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງດຽວກັນ,” ນາງກ່າວ, “ຫລັງຈາກນີ້ຂ້ອຍຈະໄປຫາກະສັດ ເຖິງແມ່ນວ່າຈະເປັນການຝ່າຝືນກົດໝາຍກໍຕາມ. ຖ້າຂ້ອຍຕາຍຍ້ອນກະທຳເຊັ່ນນີ້ ຂ້ອຍກໍຍອມ.”4
ນາງເອສະເທີໄດ້ເຕັມໃຈໃຫ້ພຣະຜູ້ຊ່ວຍໃຫ້ລອດຂຽນເລື່ອງລາວຂອງນາງ ເຖິງແມ່ນວ່າ, ຜ່ານມຸມມອງມະຕະແລ້ວ, ຈຸດຈົບອາດໂສກເສົ້າ. ເປັນຈັ່ງບຸນ, ກະສັດໄດ້ຮັບເອົານາງເອສະເທີ, ແລະ ຊາວຢິວໃນອານາຈັກເປີເຊຍກໍລອດຊີວິດໄດ້.
ແນ່ນອນວ່າ, ລະດັບຄວາມກ້າຫານຂອງນາງເອສະເທີນັ້ນ ໜ້ອຍໜັກໜ້ອຍໜາຈະຖືກຮຽກຮ້ອງຈາກເຮົາ. ແຕ່ການໃຫ້ພຣະເຈົ້າໄຊຊະນະ, ການໃຫ້ພຣະອົງເປັນຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງເຮົາເຖິງທີ່ສຳເລັດ, ຮຽກຮ້ອງໃຫ້ເຮົາຮັກສາພຣະບັນຍັດ ແລະ ພັນທະສັນຍາທີ່ເຮົາໄດ້ເຮັດກັບພຣະອົງ. ມັນເປັນການຮັກສາພຣະບັນຍັດ ແລະ ພັນທະສັນຍາຂອງເຮົານັ້ນເອງທີ່ຈະເປີດສາຍຂອງການສື່ສານເພື່ອໃຫ້ເຮົາໄດ້ຮັບການເປີດເຜີຍ ຜ່ານທາງພຣະວິນຍານບໍລິສຸດ. ແລະ ມັນແມ່ນຜ່ານການສະແດງໃຫ້ປະຈັກຂອງພຣະວິນຍານທີ່ເຮົາຈະສຳພັດພຣະຫັດຂອງພຣະອາຈານ ຂຽນເລື່ອງລາວຂອງເຮົາໄປກັບເຮົາ.
ໃນເດືອນເມສາ ປີ 2021, ສາດສະດາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ຂໍໃຫ້ເຮົາພິຈາລະນາສິ່ງທີ່ເຮົາສາມາດເຮັດໄດ້ ຖ້າຫາກເຮົາມີສັດທາຫລາຍຂຶ້ນໃນພຣະເຢຊູຄຣິດ. ດ້ວຍສັດທາທີ່ຫລາຍຂຶ້ນໃນພຣະເຢຊູຄຣິດ, ເຮົາສາມາດຖາມຄຳຖາມທີ່ເຮົາບໍ່ຮູ້ຄຳຕອບ—ທູນຖາມພຣະບິດາຜູ້ສະຖິດໃນສະຫວັນ, ໃນພຣະນາມຂອງພຣະເຢຊູຄຣິດ, ໃຫ້ສົ່ງຄຳຕອບມາຜ່ານທາງພຣະວິນຍານບໍລິສຸດ, ຜູ້ທີ່ເປັນພະຍານເຖິງຄວາມຈິງ. ຖ້າຫາກເຮົາມີສັດທາຫລາຍຂຶ້ນ, ເຮົາຈະຖາມຄຳຖາມ ແລະ ແລ້ວເຕັມໃຈທີ່ຈະຍອມຮັບຄຳຕອບທີ່ເຮົາໄດ້ຮັບ, ເຖິງແມ່ນວ່າມັນບໍ່ເຂົ້າກັນດີກັບເລື່ອງລາວຂອງເຮົາກໍຕາມ. ແລະ ພອນທີ່ໄດ້ສັນຍາໄວ້ ທີ່ຈະມາຈາກການກະທຳດ້ວຍສັດທາໃນພຣະເຢຊູຄຣິດນັ້ນ ຈະເປັນການມີສັດທາຫລາຍຂຶ້ນໃນພຣະອົງ ໃນຖານະຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງເຮົາເຖິງທີ່ສຳເລັດ. ປະທານແນວສັນໄດ້ປະກາດວ່າ ເຮົາ “ຮັບເອົາສັດທາຕື່ມ ໂດຍການເຮັດບາງສິ່ງທີ່ ຮຽກຮ້ອງສັດທາຕື່ມ ອີກ.”5
ສະນັ້ນ, ຄູ່ສາມີພັນລະຍາທີ່ທົນທຸກກັບການເປັນໝັນ ອາດທູນຂໍດ້ວຍສັດທາຖ້າຫາກວ່າເຂົາເຈົ້າຄວນຮັບເອົາເດັກນ້ອຍມາລ້ຽງເປັນລູກບຸນທຳ ແລະ ເຕັມໃຈທີ່ຈະຍອມຮັບຄຳຕອບ, ເຖິງແມ່ນວ່າເລື່ອງລາວທີ່ເຂົາເຈົ້າໄດ້ຂຽນສຳລັບຕົວເອງແລ້ວນັ້ນ ແມ່ນລວມທັງການໃຫ້ກຳເນີດທີ່ມະຫັດສະຈັນ.
ຄູ່ສາມີພັນລະຍາອາວຸໂສອາດທູນຖາມຖ້າຫາກວ່າມັນເຖິງເວລາທີ່ເຂົາເຈົ້າຈະໄປຮັບໃຊ້ເຜີຍແຜ່ ແລະ ເຕັມໃຈທີ່ຈະໄປ ເຖິງແມ່ນວ່າເລື່ອງລາວທີ່ເຂົາເຈົ້າໄດ້ຂຽນສຳລັບຕົວເອງແລ້ວນັ້ນແມ່ນລວມທັງການໃຊ້ເວລາເພີ່ມໃນການທຳງານ. ຫລື ບາງທີຄຳຕອບຈະແມ່ນວ່າ “ບໍ່ເຖິງເວລາເທື່ອ,” ແລະ ເຂົາເຈົ້າຈະຮຽນຮູ້ໃນບົດຕໍ່ໄປຂອງເລື່ອງລາວຂອງເຂົາເຈົ້າວ່າ ເປັນຫຍັງເຂົາເຈົ້າຍັງເປັນທີ່ຕ້ອງການຢູ່ທີ່ບ້ານໄປອີກຈັກໜ້ອຍໜຶ່ງ.
ຊາຍໜຸ່ມ ຫລື ຍິງໜຸ່ມໄວລຸ້ນຄົນໜຶ່ງ ອາດທູນຖາມດ້ວຍສັດທາ ຖ້າຫາກວ່າການສະແຫວງຫາທາງດ້ານກິລາ ຫລື ວິຊາການສຶກສາ ຫລື ດົນຕີຈະເປັນສິ່ງທີ່ມີຄ່າຫລາຍທີ່ສຸດ ແລະ ເຕັມໃຈທີ່ຈະເຮັດຕາມການກະຕຸ້ນຂອງພະຍານທີ່ສົມບູນແບບ, ພຣະວິນຍານບໍລິສຸດ.
ເປັນຫຍັງເຮົາຈຶ່ງຢາກໃຫ້ພຣະຜູ້ຊ່ວຍໃຫ້ລອດເປັນຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງເຮົາເຖິງທີ່ສຳເລັດ? ເພາະວ່າພຣະອົງຮູ້ເຖິງສັກກະຍະພາບຂອງເຮົາເປັນຢ່າງດີ, ພຣະອົງຈະພາເຮົາໄປເຖິງສະຖານທີ່ ທີ່ເຮົາບໍ່ເຄີຍຈິນຕະນາການເຫັນໄດ້ດ້ວຍຕົວເຮົາເອງ. ພຣະອົງອາດເຮັດໃຫ້ເຮົາເປັນດັ່ງທ້າວດາວິດ ຫລື ນາງເອສະເທີ. ພຣະອົງຈະເຮັດໃຫ້ເຮົາເຕີບໂຕ ແລະ ຫລໍ່ຫລອມເຮົາ ເພື່ອໃຫ້ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ສິ່ງທີ່ເຮົາຈະບັນລຸຜົນສຳເລັດໄດ້ ຂະນະທີ່ເຮົາກະທຳດ້ວຍສັດທາທີ່ມີຫລາຍຂຶ້ນນັ້ນ ຈະເພີ່ມພູນສັດທາຂອງເຮົາໃນພຣະເຢຊູຄຣິດ.
ອ້າຍເອື້ອຍນ້ອງທັງຫລາຍ, ພຽງແຕ່ໜຶ່ງປີຜ່ານມານີ້ ສາດສະດາທີ່ຮັກແພງຂອງເຮົາໄດ້ຖາມວ່າ: “ທ່ານ ເຕັມໃຈທີ່ຈະໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງທ່ານບໍ່? … ທ່ານ ເຕັມໃຈ ທີ່ຈະເຮັດສິ່ງໃດກໍຕາມທີ່ພຣະອົງປະສົງໃຫ້ທ່ານເຮັດ ມີຄວາມສຳຄັນກວ່າຄວາມທະເຍີທະຍານທຸກຢ່າງຂອງທ່ານບໍ່?”6 ຂ້າພະເຈົ້າຂໍຕື່ມໃສ່ຄຳຖາມຂອງສາດສະດາດ້ວຍຄວາມຖ່ອມຕົນວ່າ: “ທ່ານຈະໃຫ້ພຣະເຈົ້າເປັນຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງທ່ານເຖິງທີ່ສຳເລັດບໍ່?”
ໃນພຣະທຳພຣະນິມິດເຮົາຮຽນຮູ້ວ່າເຮົາຈະຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ຖືກພິພາກສາຈາກທະບຽນແຫ່ງຊີວິດ, ອີງຕາມວຽກງານຂອງເຮົາ.7
ເຮົາຈະຖືກພິພາກສາຕາມທະບຽນແຫ່ງຊີວິດຂອງເຮົາ. ເຮົາສາມາດເລືອກທີ່ຈະຂຽນເລື່ອງລາວທີ່ສະດວກສະບາຍສຳລັບຕົວເຮົາເອງກໍໄດ້. ຫລື ເຮົາສາມາດໃຫ້ພຣະອາຈານຜູ້ຂຽນ ແລະ ຜູ້ສຳເລັດ ຂຽນເລື່ອງລາວຂອງເຮົາໄປກັບເຮົາ, ຍອມໃຫ້ບົດບາດທີ່ພຣະອົງຢາກໃຫ້ເຮົາຫລິ້ນ ມີຄວາມສຳຄັນກວ່າຄວາມທະເຍີທະຍານທຸກຢ່າງຂອງເຮົາ.
ຈົ່ງໃຫ້ພຣະຄຣິດເປັນຜູ້ຂຽນ ແລະ ຜູ້ຊົງເຮັດໃຫ້ເລື່ອງລາວຂອງທ່ານເຖິງທີ່ສຳເລັດ!
ຈົ່ງໃຫ້ພຣະວິນຍານບໍລິສຸດເປັນພະຍານຂອງທ່ານ!
ຈົ່ງຂຽນເລື່ອງລາວ ຊຶ່ງໃນເສັ້ນທາງທີ່ທ່ານເດີນໄປນັ້ນແມ່ນຊື່ຕົງ, ໃນເສັ້ນທາງທີ່ນຳພາທ່ານກັບຄືນໄປຫາບ້ານໃນສະຫວັນຂອງທ່ານ ເພື່ອຈະດຳລົງຊີວິດຢູ່ໃນທີ່ປະທັບຂອງພຣະເຈົ້າ.
ຈົ່ງໃຫ້ຄວາມຍາກລຳບາກ ແລະ ຄວາມທຸກທໍລະມານທີ່ເປັນພາກສ່ວນຂອງເລື່ອງລາວທີ່ມ່ວນຊື່ນ ເປັນແຫລ່ງທີ່ນຳພາທ່ານໃຫ້ເຂົ້າໃກ້, ແລະ ກາຍເປັນເໝືອນພຣະເຢຊູຄຣິດຫລາຍຂຶ້ນ.
ຈົ່ງບອກເລົ່າເລື່ອງລາວຊຶ່ງໃນນັ້ນທ່ານຮັບຮູ້ວ່າຟ້າສະຫວັນກໍເປີດຢູ່. ຈົ່ງຖາມຄຳຖາມທີ່ທ່ານບໍ່ຮູ້ຄຳຕອບ, ໂດຍຮູ້ວ່າພຣະເຈົ້າເຕັມພຣະໄທທີ່ຈະເຮັດໃຫ້ພຣະປະສົງຂອງພຣະອົງເປັນທີ່ຮູ້ຈັກສຳລັບທ່ານ ຜ່ານທາງພຣະວິນຍານບໍລິສຸດ.
ຂໍໃຫ້ເລື່ອງລາວຂອງທ່ານຈົ່ງເປັນເລື່ອງລາວແຫ່ງສັດທາ, ໂດຍການເຮັດຕາມຜູ້ເປັນຕົວຢ່າງຂອງທ່ານ, ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.