ການກ່າວເຖິງສຸຂະພາບຈິດ
ຂ້າພະເຈົ້າຂໍແບ່ງປັນຂໍ້ສັງເກດຫລາຍຢ່າງທີ່ຂ້າພະເຈົ້າໄດ້ສັງເກດເບິ່ງ ໃນຕອນທີ່ຄອບຄົວຂອງພວກເຮົາເຄີຍຜ່ານການທົດລອງ.
ເຖິງແມ່ນວ່າ ຄອບຄົວຂອງເຮົາໄດ້ຮັບພອນຢ່າງຫລວງຫລາຍໃນຂະນະທີ່ກຳລັງຍ່າງໄປຕາມເສັ້ນທາງແຫ່ງພັນທະສັນຍາຢ່າງເບີກບານ, ແຕ່ເຮົາກໍຍັງເຄີຍປະເຊີນກັບພູເຂົາທີ່ສູງຈົນເກີນໄປ. ຂ້າພະເຈົ້າຢາກແບ່ງປັນປະສົບການທີ່ເປັນສ່ວນຕົວແທ້ໆກ່ຽວກັບການປ່ວຍທາງຈິດໃຈ. ຊຶ່ງລວມທັງໂຣກຊຶມເສົ້າທີ່ຮ້າຍແຮງ, ໂຣກວິຕົກກັງວົນທີ່ຮ້າຍແຮງ, ໂຣກຈິດສອງອາລົມ, ໂຣກສະມາທິສັ້ນທີ່ຢູ່ລ້າບໍ່ໄດ້ (ADHD)—ແລະ ບາງຄັ້ງກໍລວມກັນທັງໝົດ. ຂ້າພະເຈົ້າແບ່ງປັນປະສົບການອັນລະອຽດອ່ອນນີ້ ໂດຍໄດ້ຮັບອະນຸຍາດຈາກຜູ້ທີ່ກ່ຽວຂ້ອງແລ້ວ.
ໃນລະຫວ່າງການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ພົບກັບຫລາຍຮ້ອຍກວ່າບຸກຄົນ ແລະ ຄອບຄົວທີ່ມີປະສົບການຄ້າຍໆກັນ. ບາງເທື່ອຂ້າພະເຈົ້າກໍສົງໄສວ່າ “ການເຈັບປ່ວຍທີ່ດຽວດາຍ” ຊຶ່ງປົກຄຸມທົ່ວແຜ່ນດິນ ດັ່ງທີ່ໄດ້ມີກ່າວໄວ້ໃນພຣະຄຳພີ ອາດລວມທັງການປ່ວຍທາງຈິດໃຈເຊັ່ນກັນ.1 ມັນມີຢູ່ທົ່ວໂລກ, ກວມທຸກທະວີບ ແລະ ທຸກວັດທະນະທຳ, ແລະ ກຳລັງສົ່ງຜົນກະທົບຕໍ່ທຸກຄົນ—ບໍ່ວ່າຈະໜຸ່ມ, ເຖົ້າ, ຮັ່ງມີ, ແລະ ຍາກຈົນ. ສະມາຊິກຂອງສາດສະໜາຈັກກໍບໍ່ໄດ້ຖືກຍົກເວັ້ນ.
ໃນເວລາດຽວກັນ, ຄຳສອນຂອງພວກເຮົາໄດ້ສິດສອນພວກເຮົາໃຫ້ພະຍາຍາມກາຍເປັນເໝືອນດັ່ງພຣະເຢຊູຄຣິດ ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ. ເດັກນ້ອຍຂອງພວກເຮົາຮ້ອງເພງ, “I’m trying to be like Jesus [ເຮົາພະຍາຍາມເປັນເໝືອນພຣະເຢຊູ].”2 ເຮົາປາດຖະໜາທີ່ຈະດີພ້ອມຄືກັນກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຊົງດີພ້ອມ.3 ເນື່ອງຈາກການປ່ວຍທາງຈິດໃຈສາມາດຂັດຂວາງການຮັບຮູ້ຂອງເຮົາເຖິງຄວາມດີພ້ອມ, ມັນຈຶ່ງມັກຈະຖືກບໍ່ກ່າວເຖິງ. ຜົນທີ່ໄດ້ຮັບກໍຄື, ມີຄວາມບໍ່ຮູ້ຈັກຫລາຍເກີນໄປ, ມີການທົນທຸກຢ່າງງຽບໆຫລາຍເກີນໄປ, ແລະ ມີຄວາມສິ້ນຫວັງຫລາຍເກີນໄປ. ຫລາຍຄົນກໍຮູ້ສຶກຖືກກົດດັນຍ້ອນພວກເຂົາບໍ່ສາມາດເຮັດຕາມມາດຕະຖານທີ່ຖືກຕັ້ງໄວ້, ໂດຍເຊື່ອຢ່າງຜິດໆວ່າ ພວກເຂົາບໍ່ຮູ້ສຶກເປັນພາກສ່ວນໃນສາດສະໜາຈັກ.
ເພື່ອທີ່ຈະຕໍ່ສູ້ກັບຄວາມຮູ້ສຶກເຊັ່ນນັ້ນ, ເປັນສິ່ງສຳຄັນທີ່ຕ້ອງຈື່ວ່າ “ພຣະຜູ້ຊ່ວຍໃຫ້ລອດຮັກລູກໆຂອງພຣະບິດາຂອງພຣະອົງແຕ່ລະຄົນ. ພຣະອົງເຂົ້າໃຈຢ່າງເຕັມທີ່ເຖິງຄວາມເຈັບປວດ ແລະ ການຕໍ່ສູ້ດີ້ນລົນທີ່ຫລາຍຄົນປະເຊີນໃນຂະນະທີ່ພວກເຂົາກຳລັງດຳເນີນຊີວິດຢູ່ກັບການທ້າທາຍທາງດ້ານສຸຂະພາບຈິດໃນວົງກວ້າງ. ພຣະອົງໄດ້ທົນ ‘ຕໍ່ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງ ທຸກຢ່າງ; … [ໂດຍ] ຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ’ (ແອວມາ 7:11; ເນັ້ນຄຳເນີ້ງ; ເບິ່ງ ເຮັບເຣີ 4:15–16; 2 ນີໄຟ 9:21 ນຳອີກ). ຍ້ອນວ່າພຣະອົງເຂົ້າໃຈຄວາມທຸກທັງໝົດ, ພຣະອົງຈຶ່ງຮູ້ວິທີ ‘ປິ່ນປົວຫົວໃຈທີ່ຊອກຊ້ຳ’ (ລູກາ 4:18; ເບິ່ງ ເອຊາຢາ 49:13–16 ນຳອີກ).”4 ການທ້າທາຍຕ່າງໆມັກຈະບົ່ງບອກເຖິງຄວາມຕ້ອງການເຄື່ອງມື ແລະ ການຊ່ວຍເຫລືອເພີ່ມເຕີມ ແລະ ມັນບໍ່ແມ່ນຂໍ້ບົກພ່ອງຂອງບຸກຄະລິກ.
ຂ້າພະເຈົ້າຂໍແບ່ງປັນຂໍ້ສັງເກດຫລາຍຢ່າງທີ່ຂ້າພະເຈົ້າໄດ້ສັງເກດເບິ່ງ ໃນຕອນທີ່ຄອບຄົວຂອງພວກເຮົາເຄີຍຜ່ານການທົດລອງ.
ກ່ອນອື່ນ, ຫລາຍຄົນຈະຄໍ່າຄວນກັບພວກເຮົາ; ພວກເຂົາຈະບໍ່ຕັດສິນພວກເຮົາ. ເນື່ອງຈາກອາການຕົກໃຈເສຍຂວັນ, ມີຄວາມກັງວົນ, ແລະ ມີຄວາມຊຶມເສົ້າຢ່າງໜັກ, ລູກຊາຍຂອງພວກເຮົາຈຶ່ງໄດ້ກັບບ້ານຈາກການເຜີຍແຜ່ຂອງລາວຫລັງຈາກຜ່ານໄປພຽງແຕ່ສີ່ອາທິດ. ໃນຖານະພໍ່ແມ່, ພວກເຮົາເຫັນວ່າມັນຍາກທີ່ຈະຮັບມືກັບຄວາມຜິດຫວັງ ແລະ ຄວາມໂສກເສົ້າ ເພາະວ່າພວກເຮົາໄດ້ອະທິຖານຫລາຍ ເພື່ອຄວາມສຳເລັດຂອງລາວ. ຄືກັນກັບພໍ່ແມ່ທຸກຄົນ, ພວກເຮົາຢາກໃຫ້ລູກໆຂອງພວກເຮົາຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ. ການເຜີຍແຜ່ເປັນຈຸດໝາຍທີ່ສຳຄັນສຳລັບລູກຊາຍຂອງພວກເຮົາ. ພວກເຮົາຍັງສົງໄສວ່າ ຄົນອື່ນຈະຄິດແນວໃດ.
ໂດຍທີ່ພວກເຮົາບໍ່ຮູ້, ການກັບຄືນມາຂອງລູກຊາຍຂອງພວກເຮົານັ້ນ ທຳຮ້າຍລາວຫລາຍຍິ່ງກວ່າອີກ. ກະລຸນາຮູ້ວ່າ ລາວຮັກພຣະຜູ້ເປັນເຈົ້າ ແລະ ຢາກຮັບໃຊ້, ແຕ່ລາວບໍ່ສາມາດເຮັດໄດ້ ຍ້ອນວ່າມັນຍາກສຳລັບລາວທີ່ຈະເຂົ້າໃຈ. ຕໍ່ມາບໍ່ດົນ ລາວກໍພົບຕົວເອງຢູ່ໃນຈຸດແຫ່ງຄວາມສິ້ນຫວັງ, ຕໍ່ສູ້ກັບຄວາມຮູ້ສຶກຜິດຢ່າງໜັກ. ລາວບໍ່ຮູ້ສຶກຖືກຍອມຮັບອີກຕໍ່ໄປ ນອກຈາກຮູ້ສຶກມຶນທາງວິນຍານ. ລາວໄດ້ໝົກໝຸ້ນຢູ່ກັບຄວາມຄິດທີ່ຊໍ້າໆ ກ່ຽວກັບຄວາມຕາຍ.
ໃນຂະນະທີ່ຢູ່ໃນສະພາວະທີ່ບໍ່ມີເຫດຜົນນີ້, ລູກຊາຍຂອງພວກເຮົາໄດ້ເຊື່ອວ່າ ສິ່ງດຽວທີ່ເຫລືອຢູ່ກໍຄື ການຂ້າຕົວຕາຍ. ມັນໄດ້ໃຊ້ພຣະວິນຍານບໍລິສຸດ ແລະ ທູດສະຫວັນເປັນກອງພັນຢູ່ທັງສອງຟາກມ່ານເພື່ອຊ່ວຍຊີວິດລາວ.
ໃນຂະນະທີ່ລາວກຳລັງຕໍ່ສູ້ເພື່ອຊີວິດຂອງຕົນ ແລະ ໃນລະຫວ່າງຊ່ວງເວລາທີ່ຍາກລຳບາກຢ່າງເຫລືອລົ້ນນີ້, ຄອບຄົວຂອງພວກເຮົາ, ຜູ້ນຳພາຫວອດ, ສະມາຊິກ, ແລະ ໝູ່ເພື່ອນ ໄດ້ພະຍາຍາມຊ່ວຍເຫລືອ ແລະ ປະຕິບັດສາດສະໜາກິດຕໍ່ພວກເຮົາ.
ຂ້າພະເຈົ້າບໍ່ເຄີຍຮູ້ສຶກເຖິງຄວາມຮັກຢ່າງຫລວງຫລາຍເຊັ່ນນີ້ມາກ່ອນ. ຂ້າພະເຈົ້າບໍ່ເຄີຍຮູ້ສຶກເຖິງຄວາມມີພະລັງ ແລະ ໃນທາງສ່ວນຕົວເຊັ່ນນີ້ມາກ່ອນ ວ່າການປອບໂຍນຜູ້ທີ່ຕ້ອງການ ການປອບໂຍນໝາຍຄວາມວ່າແນວໃດ. ຄອບຄົວຂອງພວກເຮົາຈະກະຕັນຍູຕໍ່ຄວາມຮັກນັ້ນສະເໝີ.
ຂ້າພະເຈົ້າບໍ່ສາມາດອະທິບາຍເຖິງສິ່ງອັດສະຈັນຕ່າງໆຈົນນັບບໍ່ຖ້ວນ ທີ່ກ່ຽວຂ້ອງກັບເຫດການເຫລົ່ານີ້. ຂອບພຣະຄຸນທີ່ລູກຊາຍຂອງພວກເຮົາລອດຊີວິດມາໄດ້, ແຕ່ມັນໃຊ້ເວລາດົນ ແລະ ໃຊ້ການດູແລທາງການແພດ, ທາງການບຳບັດ, ແລະ ການດູແລທາງຈິດວິນຍານຢ່າງຫລວງຫລາຍ ກ່ອນລາວຈະຫາຍດີ ແລະ ຈະຍອມຮັບວ່າລາວເປັນທີ່ຮັກ, ມີຄຸນຄ່າ, ແລະ ເປັນທີ່ຕ້ອງການ.
ຂ້າພະເຈົ້າຮູ້ດີວ່າ ເຫດການເຊັ່ນນີ້ບໍ່ໄດ້ຈົບລົງຄືກັນກັບຂອງພວກເຮົາທັງໝົດ. ຂ້າພະເຈົ້າເສຍໃຈກັບຜູ້ທີ່ສູນເສຍຄົນທີ່ຮັກໄວເກີນໄປ ແລະ ຕອນນີ້ເຫລືອແຕ່ຄວາມຮູ້ສຶກໂສກເສົ້າ ເຊັ່ນດຽວກັນກັບຄຳຖາມທີ່ຍັງບໍ່ໄດ້ຮັບຄຳຕອບ.
ຂໍ້ສັງເກດຂໍ້ຕໍ່ໄປກໍຄື ມັນອາດຍາກສຳລັບພໍ່ແມ່ທີ່ຈະສັງເກດເຫັນການຕໍ່ສູ້ດີ້ນລົນຂອງລູກໆຂອງຕົນ, ແຕ່ເຮົາຕ້ອງໃຫ້ຄວາມຮູ້ກັບໂຕເອງ. ເຮົາຈະສາມາດຮູ້ຄວາມແຕກຕ່າງລະຫວ່າງຄວາມຍາກລຳບາກທີ່ກ່ຽວຂ້ອງກັບການພັດທະນາປົກກະຕິ ແລະ ສັນຍານຂອງຄວາມປ່ວຍໄດ້ແນວໃດ? ໃນຖານະພໍ່ແມ່, ເຮົາມີໜ້າທີ່ອັນສັກສິດໃນການຊ່ວຍເຫລືອລູກໆຂອງເຮົາໃຫ້ຜ່ານຜ່າການທ້າທາຍຕ່າງໆຂອງຊີວິດ; ເຖິງຢ່າງໃດກໍຕາມ, ມີໜ້ອຍຄົນໃນພວກເຮົາທີ່ເປັນຜູ້ຊ່ຽວຊານດ້ານສຸຂະພາບຈິດ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງດູແລລູກໆຂອງເຮົາ ໂດຍຊ່ວຍພວກເຂົາໃຫ້ຮຽນຮູ້ທີ່ຈະພໍໃຈກັບຄວາມພະຍາຍາມທີ່ຈິງໃຈຂອງພວກເຂົາ ໃນຂະນະທີ່ພວກເຂົາພະຍາຍາມບັນລຸຄວາມຄາດຫວັງທີ່ເໝາະສົມ. ເຮົາແຕ່ລະຄົນຮູ້ຈາກຂໍ້ບົກພ່ອງສ່ວນຕົວຂອງເຮົາເອງວ່າ ການເຕີບໃຫຍ່ທາງວິນຍານແມ່ນຂະບວນການອັນຕໍ່ເນື່ອງ.
ບັດນີ້ ພວກເຮົາເຂົ້າໃຈແລ້ວວ່າ “ບໍ່ມີວິທີຮັກສາທຸກຢ່າງແບບງ່າຍໆ ທັງສຳລັບສຸຂະພາບທາງອາລົມ ແລະ ຈິດໃຈ. ເຮົາຈະປະເຊີນກັບຄວາມກົດດັນ ແລະ ຄວາມວຸ້ນວາຍ ເພາະເຮົາຢູ່ໃນໂລກທີ່ຕົກ ພ້ອມກັບຮ່າງກາຍທີ່ຕົກ. ນອກຈາກນີ້, ຫລາຍໆປັດໄຈທີ່ມີສ່ວນຮ່ວມ ອາດນຳໄປສູ່ການບົ່ງມະຕິການປ່ວຍທາງຈິດໃຈໄດ້. ໂດຍບໍ່ຄຳນຶງເຖິງຄວາມເປັນຢູ່ທີ່ດີທາງຈິດໃຈ ແລະ ທາງອາລົມ, ການເອົາໃຈໃສ່ຕໍ່ການເຕີບໂຕ ຈະດີກວ່າການໝົກໝຸ້ນຢູ່ກັບຂໍ້ບົກພ່ອງຂອງເຮົາ.”5
ສຳລັບພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າແລ້ວ, ສິ່ງໜຶ່ງທີ່ຊ່ວຍພວກເຮົາມາໂດຍຕະຫລອດ ກໍຄືການຢູ່ໃກ້ພຣະຜູ້ເປັນເຈົ້າໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້. ເມື່ອເບິ່ງຄືນຫລັງ, ຕອນນີ້ພວກເຮົາເຫັນວ່າ ພຣະຜູ້ເປັນເຈົ້າໄດ້ສິດສອນພວກເຮົາດ້ວຍຄວາມອົດທົນ ຜ່ານຊ່ວງເວລາແຫ່ງຄວາມບໍ່ແນ່ນອນຄັ້ງໃຫຍ່ນີ້. ແສງສະຫວ່າງຂອງພຣະອົງໄດ້ນຳພາພວກເຮົາເທື່ອລະບາດກ້າວ ຜ່ານຊົ່ວໂມງທີ່ມືດທີ່ສຸດ. ພຣະຜູ້ເປັນເຈົ້າໄດ້ຊ່ວຍພວກເຮົາໃຫ້ເຫັນວ່າ ຄຸນຄ່າຂອງຈິດວິນຍານດວງໜຶ່ງ ສຳຄັນໃນແບບແຜນນິລັນດອນຫລາຍຍິ່ງກວ່າວຽກງານ ຫລື ຄວາມສຳເລັດທາງໂລກໃດໆ.
ອີກເທື່ອໜຶ່ງ, ການໃຫ້ຄວາມຮູ້ກັບໂຕເອງກ່ຽວກັບການປ່ວຍທາງຈິດໃຈ ກຽມເຮົາໃຫ້ພ້ອມທີ່ຈະຊ່ວຍຕົນເອງ ແລະ ຄົນອື່ນທີ່ອາດກຳລັງຕໍ່ສູ້ດີ້ນລົນຢູ່. ການສົນທະນາຢ່າງເປີດເຜີຍ ແລະ ຈິງໃຈຕໍ່ກັນແລະກັນ ຈະຊ່ວຍໃຫ້ຫົວຂໍ້ທີ່ສຳຄັນນີ້ໄດ້ຮັບຄວາມສົນໃຈຕາມທີ່ມັນສົມຄວນໄດ້ຮັບ. ເຖິງແນວໃດ, ຂໍ້ມູນກໍຈະມາກ່ອນການດົນໃຈ ແລະ ການເປີດເຜີຍ. ການທ້າທາຍທີ່ມັກຈະເບິ່ງບໍ່ເຫັນເຫລົ່ານີ້ສາມາດສົ່ງຜົນກະທົບຕໍ່ໃຜກໍໄດ້, ແລະ ເມື່ອເຮົາກຳລັງປະເຊີນໜ້າກັບມັນ, ມັນຈະເບິ່ງຄືວ່າເຮົາບໍ່ສາມາດຜ່ານມັນໄປໄດ້.
ສິ່ງທໍາອິດທີ່ເຮົາຕ້ອງຮຽນຮູ້ກໍຄື ເຮົາບໍ່ໄດ້ຢູ່ຄົນດຽວຢ່າງແນ່ນອນ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສຶກສາຫົວຂໍ້ກ່ຽວກັບສຸຂະພາບຈິດໃນພາກ Life Help [ຊ່ວຍຊີວິດ] ຂອງແອັບຫ້ອງສະໝຸດພຣະກິດຕິຄຸນ. ການຮຽນຮູ້ຈະນຳໄປສູ່ຄວາມເຂົ້າໃຈຫລາຍຂຶ້ນ, ການຍອມຮັບຫລາຍຂຶ້ນ, ຄວາມເຫັນອົກເຫັນໃຈຫລາຍຂຶ້ນ, ຄວາມຮັກຫລາຍຂຶ້ນ. ມັນສາມາດຫລຸດເລື່ອງເສົ້າສະຫລົດໃຈລົງ ໃນຂະນະດຽວກັນກໍຊ່ວຍໃຫ້ເຮົາພັດທະນາ ແລະ ຈັດການກັບຄວາມຄາດຫວັງທີ່ດີຕໍ່ສຸຂະພາບ ແລະ ການປະຕິສຳພັນທີ່ດີຕໍ່ສຸຂະພາບ.
ຂໍ້ສັງເກດຂໍ້ສຸດທ້າຍຂອງຂ້າພະເຈົ້າກໍຄື: ເຮົາຕ້ອງເບິ່ງແຍງຊຶ່ງກັນແລະກັນຢູ່ສະເໝີ. ເຮົາຕ້ອງຮັກກັນແລະກັນ, ແລະ ຕັດສິນໃຫ້ໜ້ອຍລົງ—ໂດຍສະເພາະເມື່ອຄວາມຄາດຫວັງຂອງເຮົາບໍ່ໄດ້ຖືກບັນລຸໃນທັນທີ. ເຮົາຕ້ອງຊ່ວຍເດັກນ້ອຍ ແລະ ຊາວໜຸ່ມຂອງເຮົາໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະເຢຊູຄຣິດໃນຊີວິດຂອງພວກເຂົາ, ແມ່ນແຕ່ເມື່ອພວກເຂົາກຳລັງຕໍ່ສູ້ດີ້ນລົນທີ່ຈະຮູ້ສຶກຮັກຕົວເອງກໍຕາມ. ແອວເດີ ອໍສັນ ແອັຟ ວິດນີ, ຜູ້ເຄີຍຮັບໃຊ້ເປັນສະມາຊິກແຫ່ງກຸ່ມອັກຄະສາວົກສິບສອງ, ໄດ້ແນະນຳບັນດາພໍ່ແມ່ກ່ຽວກັບວິທີຊ່ວຍລູກໆທີ່ກຳລັງຕໍ່ສູ້ດີ້ນລົນດັ່ງນີ້: “ຈົ່ງອະທິຖານເພື່ອ … ລູກໆຂອງທ່ານ; ຍຶດໝັ້ນໃນພວກເຂົາດ້ວຍສັດທາຂອງທ່ານ.”6
ຂ້າພະເຈົ້າມັກຈະຄິດໄຕ່ຕອງຢູ່ຕະຫລອດວ່າ ການຍຶດໝັ້ນໃນພວກເຂົາດ້ວຍສັດທານັ້ນ ໝາຍຄວາມວ່າແນວໃດ. ຂ້າພະເຈົ້າເຊື່ອວ່າ ມັນລວມທັງການກະທຳທີ່ລຽບງ່າຍດ້ວຍຄວາມຮັກ, ດ້ວຍຄວາມອ່ອນໂຍນ, ດ້ວຍຄວາມດີ, ແລະ ດ້ວຍຄວາມເຄົາລົບ. ນັ້ນໝາຍຄວາມວ່າ ໃຫ້ພວກເຂົາພັດທະນາຕາມເວລາຂອງພວກເຂົາເອງ ແລະ ສະແດງປະຈັກພະຍານເພື່ອຊ່ວຍໃຫ້ພວກເຂົາຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ. ມັນຮຽກຮ້ອງໃຫ້ເຮົາຄິດເຖິງພວກເຂົາຫລາຍຂຶ້ນ ແລະ ຄິດເຖິງຕົວເຮົາເອງ ແລະ ຜູ້ອື່ນໜ້ອຍລົງ. ນັ້ນມັກຈະໝາຍເຖິງ ການເວົ້າໃຫ້ໜ້ອຍລົງ ແລະ ຟັງໃຫ້ຫລາຍຂຶ້ນ. ເຮົາຕ້ອງຮັກພວກເຂົາ, ເສີມພະລັງພວກເຂົາ, ແລະ ຍ້ອງຍໍພວກເຂົາເລື້ອຍໆ ໃນຄວາມພະຍາຍາມຂອງພວກເຂົາທີ່ຈະປະສົບຜົນສຳເລັດ ແລະ ຊື່ສັດຕໍ່ພຣະເຈົ້າ. ແລະ ສຸດທ້າຍນີ້, ເຮົາຄວນເຮັດທຸກຢ່າງທີ່ເຮົາສາມາດເຮັດໄດ້ ເພື່ອໃຫ້ຢູ່ໃກ້ພວກເຂົາ—ເຊັ່ນດຽວກັນກັບທີ່ເຮົາຢູ່ໃກ້ພຣະເຈົ້າ.
ສຳລັບທຸກຄົນທີ່ກຳລັງຮັບຜົນກະທົບຈາກການປ່ວຍທາງຈິດໃຈ, ໃຫ້ທ່ານຍຶດໝັ້ນຕໍ່ພັນທະສັນຍາຂອງທ່ານ, ເຖິງແມ່ນວ່າທ່ານອາດຈະບໍ່ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໃນເວລານີ້ກໍຕາມ. ເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ ແລະ ຈາກນັ້ນ “ຂໍໃຫ້ພວກເຮົາຈົ່ງຢືນຢູ່ຊື່ໆ … ເພື່ອເຫັນຄວາມລອດຂອງພຣະເຈົ້າ, ແລະ ເພື່ອພຣະອົງຈະເປີດເຜີຍແຂນຂອງພຣະອົງ.”7
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ພຣະອົງຮູ້ຈັກເຮົາ. ພຣະອົງຮັກເຮົາ ແລະ ພຣະອົງຈະລໍຖ້າເຮົາ. ໃນລະຫວ່າງການທົດລອງຂອງຄອບຄົວຂອງພວກເຮົາ, ຂ້າພະເຈົ້າໄດ້ຮູ້ວ່າ ພຣະອົງຢູ່ໃກ້ພວກເຮົາຫລາຍສໍ່າໃດ. ຄຳສັນຍາຂອງພຣະອົງເປັນຄວາມຈິງທີ່ວ່າ:
ຢ່າຢ້ານອັນໃດເລີຍ ເພາະເຮົາຈະຢູ່ກັບເຈົ້າ,
ເພາະເຮົາເປັນພຣະເຈົ້າຂອງເຈົ້າ ເຮົາຈະຄ້ຳຊູ.
ຈະຊ່ວຍໜູນກຳລັງ ຈະຊ່ວຍຕັ້ງເຈົ້າໃຫ້ໝັ້ນ, …
ຈະຊູເຈົ້າດ້ວຍຫລັກການທີ່ຖືກຕ້ອງ ແລະ ຊອບທຳ.
ການທີ່ຮູ້ວ່າຮາກຖານຂອງເຮົາໝັ້ນຄົງຫລາຍສໍ່າໃດ, ຂໍໃຫ້ເຮົາຮ້ອງປະກາດດ້ວຍຄວາມຍິນດີວ່າ:
ຈິດວິນຍານທີ່ພັກພິງອົງພຣະເຢຊູມາ
ເຮົາບໍ່ສາມາດຈະປະຖິ້ມເຂົາໃຫ້ເຫລົ່າສັດຕູ;
ແມ້ໝູ່ມວນນະລົກຈະສັ່ນໄກວໂຍກຫວັ່ນໄຫວ, …
ເຮົາຈະບໍ່ມີວັນປ່ອຍປະລະຖິ້ມຈິດວິນຍານ!8
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.