ການຟື້ນຟູໃນແຕ່ລະວັນ
ເຮົາຕ້ອງການຄວາມສະຫວ່າງຈາກສະຫວັນອັນຕໍ່ເນື່ອງທຸກວັນ. ເຮົາຕ້ອງການ “ເວລາແຫ່ງຄວາມສົດຊື່ນ.” ເວລາແຫ່ງການຟື້ນຟູເປັນສ່ວນຕົວ.
ພວກເຮົາເຕົ້າໂຮມກັນໃນເຊົ້າວັນຊະບາໂຕທີ່ສວຍງາມມື້ນີ້ ເພື່ອກ່າວເຖິງພຣະຄຣິດ, ປິຕິຍິນດີໃນພຣະກິດຕິຄຸນຂອງພຣະອົງ, ແລະ ສົ່ງເສີມ ແລະ ສະໜັບສະໜູນກັນແລະກັນ ຂະນະທີ່ພວກເຮົາເດີນໄປໃນ “ທາງ” ຂອງພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ.1
ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ພວກເຮົາເຕົ້າໂຮມກັນສຳລັບຈຸດປະສົງນີ້ໃນທຸກວັນຊະບາໂຕ ຕະຫລອດປີ. ຖ້າຫາກທ່ານບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ພວກເຮົາຂໍຕ້ອນຮັບທ່ານດ້ວຍຄວາມອົບອຸ່ນທີ່ສຸດ ແລະ ຂອບໃຈທ່ານທີ່ມາຮ່ວມກັບພວກເຮົາ ເພື່ອນະມັດສະການພຣະຜູ້ຊ່ວຍໃຫ້ລອດ ແລະ ຮຽນຮູ້ກ່ຽວກັບພຣະອົງ. ຄືກັບທ່ານ, ພວກເຮົາພະຍາຍາມ—ເຖິງບໍ່ດີພ້ອມທຸກຢ່າງ—ເພື່ອກາຍເປັນໝູ່, ເປັນເພື່ອນບ້ານ, ແລະ ເປັນມະນຸດທີ່ດີກວ່າເກົ່າ,2 ແລະ ພວກເຮົາສະແຫວງຫາທີ່ຈະເຮັດສິ່ງນີ້ ໂດຍການຕິດຕາມຜູ້ທີ່ເປັນຕົວຢ່າງໃຫ້ພວກເຮົາ, ພຣະເຢຊູຄຣິດ.
ພວກເຮົາຫວັງວ່າ ທ່ານຈະສາມາດຮູ້ສຶກເຖິງປະຈັກພະຍານທີ່ຈິງໃຈຂອງພວກເຮົາ. ພຣະເຢຊູຄຣິດຊົງພຣະຊົນ! ພຣະອົງເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນ, ແລະ ພຣະອົງຊີ້ນຳສາດສະດາຢູ່ເທິງແຜ່ນດິນໂລກ ໃນວັນເວລາຂອງພວກເຮົາ. ພວກເຮົາເຊື້ອເຊີນທຸກຄົນໃຫ້ມາ, ຮັບຟັງພຣະຄຳຂອງພຣະເຈົ້າ, ແລະ ຮັບເອົາພຣະກະລຸນາທິຄຸນຂອງພຣະອົງ! ຂ້າພະເຈົ້າຂໍສະແດງປະຈັກພະຍານສ່ວນຕົວວ່າ ພຣະເຈົ້າສະຖິດຢູ່ທ່າມກາງເຮົາ ແລະ ວ່າພຣະອົງຈະເຂົ້າໃກ້ທຸກຄົນ ທີ່ເຂົ້າໃກ້ພຣະອົງ.3
ພວກເຮົາຖືວ່າເປັນກຽດຢ່າງຍິ່ງທີ່ໄດ້ເດີນໄປກັບທ່ານໃນເສັ້ນທາງຂອງສານຸສິດທີ່ຄັບ ແລະ ແຄບຂອງພຣະອາຈານ.
ວິທີການຍ່າງໃນເສັ້ນຊື່
ມີທິດສະດີໜຶ່ງທີ່ເວົ້າກັນເລື້ອຍໆວ່າ ຄົນທີ່ຫລົງທາງຈະຍ່າງອ້ອມໄປວຽນມາຢູ່ບ່ອນເກົ່າ. ເມື່ອບໍ່ດົນມານີ້, ກຸ່ມນັກວິທະຍາສາດທີ່ສະຖາບັນ Max Planck Institute for Biological Cybernetics [ສຶກສາວິທະຍາສາດຊີວະພາບຕາມທີ່ເຂົ້າໃຈໃນທາງເທັກໂນໂລຈີ] ໄດ້ທົດສອບກ່ຽວກັບທິດສະດີນັ້ນ. ເຂົາເຈົ້າໄດ້ພາຜູ້ສະໝັກທົດສອບເຂົ້າໄປໃນປ່າທີ່ຕຶບໜາ ແລະ ໃຫ້ຄຳແນະນຳທີ່ງ່າຍໆວ່າ: “ໃຫ້ຍ່າງເສັ້ນຊື່.” ມັນບໍ່ມີຈຸດສັງເກດທີ່ຫລຽວເຫັນໄດ້. ຜູ້ເຂົ້າຮ່ວມການທົດສອບຕ້ອງອາໄສຄວາມຮູ້ສຶກຂອງຕົນເພື່ອຊ່ວຍຊີ້ນຳ.
ທ່ານຄິດວ່າ ເຂົາເຈົ້າເຮັດໄດ້ດີຊ່ຳໃດ?
ກຸ່ມນັກວິທະຍາສາດໄດ້ສະຫລຸບວ່າ, “ຜູ້ຄົນ [ກໍ] ຍ່າງວົນໄປວຽນມາຢູ່ບ່ອນເກົ່າ ເມື່ອພວກເຂົາບໍ່ຮູ້ວ່າຊິຍ່າງໄປທາງໃດ.”4 ເມື່ອຖືກສອບຖາມທີຫລັງ, ຜູ້ສະໝັກທົດສອບບາງຄົນໄດ້ເວົ້າຢືນຢັນວ່າ ພວກເຂົາບໍ່ໄດ້ຍ່າງອອກຈາກເສັ້ນທາງຈັກໜ່ອຍເລີຍ. ເຖິງແມ່ນພວກເຂົາໝັ້ນໃຈສູງ, ແຕ່ເຄື່ອງ GPS ສະແດງໃຫ້ເຫັນວ່າ ພວກເຂົາໄດ້ຍ່າງອ້ອມເປັນວົງກົມ ກວ້າງພຽງແຕ່ 20 ແມັດ ມົນທົນເທົ່ານັ້ນ.
ເປັນຫຍັງເຮົາຈຶ່ງມີບັນຫາຫລາຍໃນການຍ່າງໃນເສັ້ນຊື່? ນັກຄົ້ນຄວ້າບາງຄົນຕັ້ງຂໍ້ສົມມຸດວ່າ ການຫັນເຫພຽງເລັກນ້ອຍຢູ່ໃນພູມີປະເທດ ຈະສ້າງຄວາມແຕກຕ່າງຫລາຍ. ບາງຄົນໄດ້ຊີ້ບອກວ່າ ເຮົາມີຂາຂ້າງໜຶ່ງທີ່ແຂງແຮງກວ່າອີກຂ້າງໜຶ່ງ. ເຖິງຢ່າງໃດກໍຕາມ, “ສ່ວນຫລາຍແລ້ວ,” ເຮົາມີບັນຫາທີ່ຈະຍ່າງຊື່ຕົງໄປຂ້າງໜ້າ “[ເປັນເພາະ] ມີຄວາມບໍ່ແນ່ນອນໃຈຫລາຍຂຶ້ນກ່ຽວກັບວ່າ ບ່ອນທີ່ຊື່ຕົງຢູ່ຂ້າງໜ້ານັ້ນແມ່ນຢູ່ໃສ.”5
ບໍ່ວ່າຈະເປັນດ້ວຍສາເຫດໃດກໍຕາມ, ມັນເປັນທຳມະຊາດຂອງມະນຸດ: ຖ້າບໍ່ມີຈຸດສັງເກດທີ່ເຊື່ອຖືໄດ້, ເຮົາຈະອອກຈາກເສັ້ນທາງ.
ການອອກຈາກເສັ້ນທາງ
ມັນເປັນເລື່ອງທີ່ໜ້າສົນໃຈບໍ່ ທີ່ກໍລະນີນ້ອຍໆ, ເບິ່ງຄືບໍ່ສຳຄັນ ກໍສາມາດສ້າງຄວາມແຕກຕ່າງໃຫຍ່ໃນຊີວິດຂອງເຮົາໄດ້?
ຂ້າພະເຈົ້າຮູ້ສິ່ງນີ້ຈາກປະສົບການສ່ວນຕົວໃນຖານະນັກບິນ. ທຸກຄັ້ງທີ່ຂ້າພະເຈົ້າເລີ່ມເຂົ້າໃກ້ສະໜາມບິນ, ຂ້າພະເຈົ້າຮູ້ວ່າ ວຽກງານສ່ວນໃຫຍ່ທີ່ເຫລືອຢູ່ຂອງຂ້າພະເຈົ້າຈະປະກອບດ້ວຍການແກ້ໄຂເສັ້ນທາງເລັກໆນ້ອຍໆຢູ່ເລື້ອຍໆ ເພື່ອນຳຍົນບິນລົງເດີ່ນບ່ອນທີ່ພວກເຮົາຄວນລົງ ຢ່າງປອດໄພ.
ທ່ານອາດມີປະສົບການທີ່ຄ້າຍຄືກັນເມື່ອທ່ານຂັບລົດ. ລົມ, ຄວາມຜິດປົກກະຕິຂອງຖະໜົນ, ຕີນລົດອາດບໍ່ຊື່ຕົງ, ການບໍ່ເອົາໃຈໃສ່—ບໍ່ຕ້ອງເວົ້າເຖິງການກະທຳຂອງຜູ້ຂັບລົດຄັນອື່ນໆ—ທັງໝົດສາມາດຊຸກທ່ານອອກຈາກເສັ້ນທາງທີ່ທ່ານຕັ້ງໃຈໄດ້. ຖ້າຫາກບໍ່ເອົາໃຈໃສ່ກັບກໍລະນີເລັກນ້ອຍເຫລົ່ານີ້ ແລ້ວທ່ານອາດຈະມີມື້ທີ່ບໍ່ດີ.6
ສິ່ງນີ້ໃຊ້ໄດ້ກັບເຮົາທາງຮ່າງກາຍ.
ມັນກໍຍັງໃຊ້ໄດ້ກັບເຮົາທາງວິນຍານນຳອີກ.
ການປ່ຽນແປງສ່ວນໃຫຍ່ໃນຊີວິດຝ່າຍວິນຍານຂອງເຮົາ—ທັງດ້ານບວກ ແລະ ດ້ານລົບ—ເກີດຂຶ້ນເທື່ອລະນ້ອຍ, ເທື່ອລະຂັ້ນຕອນ. ເຊັ່ນດຽວກັບຜູ້ສະໝັກທົດສອບ ໃນສະຖາບັນ Max Planck [ແມັກສ໌ ພະລັ້ງ], ເຮົາອາດບໍ່ຮູ້ຕົວວ່າ ເຮົາອອກນອກເສັ້ນທາງແຕ່ເມື່ອໃດ. ເຮົາອາດມີຄວາມໝັ້ນໃຈສູງ ວ່າເຮົາກຳລັງເດີນໄປຊື່. ແຕ່ຄວາມຈິງກໍຄື ຖ້າຫາກປາດສະຈາກຄວາມຊ່ວຍເຫລືອຈາກຈຸດສັງເກດຕ່າງໆ ເພື່ອນຳພາເຮົາ, ເຮົາຈະອອກໄປຈາກທາງຢ່າງຫລີກລ້ຽງບໍ່ໄດ້ ແລະ ໄປຫາບ່ອນທີ່ເຮົາບໍ່ເຄີຍຄິດວ່າ ເຮົາຈະໄປຫາເລີຍ.
ສິ່ງນີ້ເປັນຄວາມຈິງສຳລັບບຸກຄົນ. ມັນກໍເປັນຄວາມຈິງສຳລັບສັງຄົມ ແລະ ປະຊາຊາດ. ພຣະຄຳພີກໍເຕັມໄປດ້ວຍຫລາກຫລາຍຕົວຢ່າງ.
ພຣະທຳພວກຜູ້ປົກຄອງ ບັນທຶກວ່າ ຫລັງຈາກໂຢຊວຍໄດ້ຕາຍໄປ, “ຄົນໃນເຊັ່ນຕໍ່ມາ … ກໍໄດ້ລືມໄລພຣະຜູ້ເປັນເຈົ້າ, ແລະ ສິ່ງທີ່ພຣະອົງໄດ້ກະທຳສຳລັບຊາດອິດສະຣາເອນ.”7
ເຖິງແມ່ນຈະມີການແຊກແຊງຈາກສະຫວັນ, ການມາຢ້ຽມຢາມ, ການຊ່ວຍກູ້, ແລະ ໄຊຊະນະທີ່ໜ້າອັດສະຈັນທີ່ລູກຫລານຂອງອິດສະຣາເອນໄດ້ເຫັນໃນວັນເວລາຂອງໂມເຊ ແລະ ໂຢຊວຍ, ແຕ່ພາຍໃນລຸ້ນດຽວ ຜູ້ຄົນກໍໄດ້ປະຖິ້ມເສັ້ນທາງນັ້ນໄປເສຍແລ້ວ ແລະ ເລີ່ມຕົ້ນເດີນຕາມຄວາມປາດຖະໜາຂອງຕົນເອງ. ແລະ, ແນ່ນອນ, ມັນບໍ່ໄດ້ໃຊ້ເວລາດົນນານກ່ອນພວກເຂົາຈະຕ້ອງໄດ້ຈ່າຍຄ່າສຳລັບພຶດຕິກຳນັ້ນ.
ບາງເທື່ອການລົ້ມລະລາຍນີ້ຕ້ອງໃຊ້ເວລາຫລາຍຊົ່ວລຸ້ນຄົນ. ບາງເທື່ອມັນກໍເກີດຂຶ້ນພາຍໃນເວລາບໍ່ເທົ່າໃດປີ ຫລື ແມ່ນແຕ່ບໍ່ເທົ່າໃດເດືອນ.8 ແຕ່ເຮົາທຸກຄົນລ້ວນແຕ່ອ່ອນໄຫວ. ບໍ່ວ່າປະສົບການທາງວິນຍານຂອງເຮົາຈະເຂັ້ມແຂງຫລາຍປານໃດກໍຕາມໃນອະດີດ, ໂດຍທີ່ເປັນມະນຸດ ເຮົາມີແນວໂນ້ມທີ່ຈະອອກນອກທາງ. ນັ້ນຄືແບບແຜນນັບຈາກສະໄໝຂອງອາດາມ ຈົນເຖິງປະຈຸບັນ.
ນີ້ຄືຂ່າວດີ
ແຕ່ຍັງມີຄວາມຫວັງຢູ່. ແຕກຕ່າງຈາກການທົດສອບເລື່ອງການອອກນອກທາງ, ເຮົາມີຈຸດສັງເກດທີ່ຫລຽວເຫັນໄດ້ ທີ່ເຮົາສາມາດໃຊ້ໃນ “ການປະເມີນເສັ້ນທາງຂອງເຮົາ.
ແລະ ຈຸດສັງເກດເຫລົ່ານີ້ແມ່ນຫຍັງ?
ແນ່ນອນ ມັນລວມທັງການອະທິຖານ ແລະ ການໄຕ່ຕອງພຣະຄຳພີ ແລະ ການໃຊ້ເຄື່ອງມືທີ່ໃຫ້ການດົນໃຈທຸກວັນ ເຊັ່ນປຶ້ມ ຈົ່ງຕາມເຮົາມາ. ທຸກມື້, ເຮົາສາມາດເຂົ້າເຖິງບັນລັງຂອງພຣະເຈົ້າ ດ້ວຍຄວາມຖ່ອມຕົວ ແລະ ຄວາມຊື່ສັດ. ເຮົາສາມາດໄຕ່ຕອງການກະທຳຂອງເຮົາ ແລະ ທົບທວນມື້ຂອງເຮົາ—ພິຈາລະນາຄວາມປະສົງ ແລະ ຄວາມປາດຖະໜາຂອງເຮົາ ໂດຍຄຳນຶງເຖິງພຣະອົງ. ຖ້າຫາກເຮົາອອກຈາກເສັ້ນທາງໄປ, ເຮົາຄວນອ້ອນວອນໃຫ້ພຣະເຈົ້ານຳເຮົາກັບຄືນ, ແລະ ເຮົາຄວນມຸ່ງໝັ້ນທີ່ຈະເຮັດໃຫ້ດີຂຶ້ນ.
ເວລາຂອງການກວດການີ້ ເປັນເວລາທີ່ໃຫ້ໂອກາດສຳລັບການປັບຕົວໃໝ່. ມັນແມ່ນອຸດທະຍານແຫ່ງການໄຕ່ຕອງ ທີ່ເຮົາສາມາດເດີນໄປກັບພຣະຜູ້ເປັນເຈົ້າ ແລະ ຮັບຄຳແນະນຳ, ຮັບເອົາຄວາມຮູ້, ແລະ ຖືກເຮັດໃຫ້ບໍລິສຸດ ໂດຍພຣະຄຳທີ່ເປັນລາຍລັກອັກສອນ ແລະ ການເປີດເຜີຍຜ່ານທາງພຣະວິນຍານ ຂອງພຣະບິດາເທິງສະຫວັນຂອງເຮົາ. ມັນເປັນຊ່ວງເວລາສັກສິດ ເມື່ອເຮົາຈະລະນຶກເຖິງພັນທະສັນຍາອັນສັກສິດຂອງເຮົາ ທີ່ຈະຕິດຕາມພຣະຄຣິດຜູ້ອ່ອນໂຍນ, ເມື່ອເຮົາປະເມີນຄວາມກ້າວໜ້າຂອງເຮົາ ແລະ ປັບຕົວເອງໃຫ້ເຂົ້າກັບຈຸດສັງເກດທາງວິນຍານ ທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບລູກໆຂອງພຣະອົງ.
ໃຫ້ຄິດວ່າມັນເປັນ ການຟື້ນຟູ [ສ່ວນຕົວ] ໃນແຕ່ລະວັນ ຂອງທ່ານ. ໃນການເດີນທາງຂອງເຮົາ ໃນຖານະຜູ້ສະແຫວງບຸນ ໃນເສັ້ນທາງທີ່ຮຸ່ງໂລດ, ເຮົາຮູ້ວ່າ ມັນງ່າຍພຽງໃດທີ່ຈະອອກນອກທາງ. ແຕ່ເຊັ່ນດຽວກັບການເດີນອອກນອກທາງເລັກນ້ອຍ ໄດ້ນຳພາເຮົາໄປຈາກເສັ້ນທາງຂອງພຣະຜູ້ເປັນເຈົ້າຫລາຍຂະໜາດໃດ, ການປັບປ່ຽນເລັກນ້ອຍ ແລະ ລຽບງ່າຍກໍສາມາດນຳເຮົາກັບຄືນສູ່ເສັ້ນທາງໄດ້. ເມື່ອຄວາມມືດຄືບຄານເຂົ້າມາໃນຊີວິດຂອງເຮົາ, ດັ່ງທີ່ມັກຈະເກີດຂຶ້ນເລື້ອຍໆ, ການຟື້ນຟູໃນແຕ່ລະວັນຂອງເຮົາຈະເປີດໃຈເຮົາຕໍ່ຄວາມສະຫວ່າງຂອງສະຫວັນ, ຊຶ່ງສ່ອງແສງໃສ່ຈິດວິນຍານຂອງເຮົາ, ຂັບໄລ່ເງົາ, ຄວາມຢ້ານກົວ, ແລະ ຄວາມສົງໄສອອກໄປ.
ຫາງເສືອນ້ອຍ, ເຮືອໃຫຍ່
ຖ້າຫາກເຮົາສະແຫວງຫາ, ແນ່ນອນ “ພຣະເຈົ້າຈະມອບຄວາມຮູ້ໃຫ້ແກ່ເຮົາໂດຍພຣະວິນຍານສັກສິດຂອງພຣະອົງ, ແທ້ຈິງແລ້ວ, ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດທີ່ບໍ່ອາດຈະກ່າວເຖິງໄດ້.”9 ເມື່ອເຮົາທູນຂໍຫລາຍໆເທື່ອ, ພຣະອົງຈະສິດສອນວິທີທາງໃຫ້ເຮົາ ແລະ ຊ່ວຍເຮົາໃຫ້ເຮັດຕາມ.
ແນ່ນອນວ່າ ສິ່ງນີ້ຈະຕ້ອງໃຊ້ຄວາມພະຍາຍາມທີ່ສະໝ່ຳສະເໝີໃນສ່ວນຂອງເຮົາ. ເຮົາບໍ່ສາມາດພໍໃຈກັບປະສົບການທາງວິນຍານໃນອະດີດ. ເຮົາຕ້ອງດຳເນີນໄປຢ່າງສະໝ່ຳສະເໝີ.
ເຮົາບໍ່ສາມາດເພິ່ງອາໄສປະຈັກພະຍານຂອງຄົນອື່ນຕະຫລອດໄປ. ເຮົາຈະຕ້ອງສ້າງຂອງເຮົາເອງ.
ເຮົາຕ້ອງການຄວາມສະຫວ່າງຈາກສະຫວັນອັນຕໍ່ເນື່ອງທຸກວັນ.
ເຮົາຕ້ອງການ “ເວລາແຫ່ງຄວາມສົດຊື່ນ.”10 ເວລາແຫ່ງການຟື້ນຟູເປັນສ່ວນຕົວ.
“ສາຍນ້ຳທີ່ໄຫລລິນ” ບໍ່ສາມາດ “ຄົງມົນທິນ” ໄດ້ຍາວນານ.11 ເພື່ອໃຫ້ຄວາມຄິດ ແລະ ການກະທຳຂອງເຮົາບໍລິສຸດ, ເຮົາຕ້ອງໄຫລລິນຕໍ່ໄປ!
ເຖິງແນວໃດ, ການຟື້ນຟູພຣະກິດຕິຄຸນ ແລະ ສາດສະໜາຈັກບໍ່ແມ່ນບາງສິ່ງທີ່ເກີດຂຶ້ນພຽງຄັ້ງດຽວກໍແລ້ວໄປ. ມັນເປັນ ຂະບວນການຕໍ່ເນື່ອງ—ໄປແຕ່ລະວັນ, ເທື່ອລະຫົວໃຈ.
ຕາມທີ່ວັນຂອງເຮົາຜ່ານໄປ, ຊີວິດຂອງເຮົາກໍຜ່ານໄປເຊັ່ນດຽວກັນ. ນັກຂຽນຄົນໜຶ່ງປະພັນໄວ້ໃນທາງນີ້ວ່າ: “ມື້ໜຶ່ງກໍເໝືອນທັງຊີວິດ. ທ່ານເລີ່ມຕົ້ນເຮັດບາງສິ່ງ, ແຕ່ສຸດທ້າຍເຮັດແນວອື່ນແທນ, ທ່ານວາງແຜນໄປແລ່ນວຽກ, ແຕ່ບໍ່ຮອດບ່ອນນັ້ນຈັກເທື່ອ. … ແລະ ໃນບັ້ນປາຍຊີວິດຂອງທ່ານ, ຄວາມເປັນຢູ່ທັງໝົດຂອງທ່ານກໍຈະມີຄຸນນະພາບແບບບໍ່ມີລະບຽບນັ້ນຄືກັນ. ທັງຊີວິດຂອງທ່ານຈະມີຮູບຮ່າງເໝືອນວັນດຽວ.”12
ທ່ານຢາກປ່ຽນຮູບຮ່າງຊີວິດຂອງທ່ານບໍ?
ໃຫ້ປ່ຽນຮູບຮ່າງວັນຂອງທ່ານ.
ທ່ານຢາກປ່ຽນວັນຂອງທ່ານບໍ?
ໃຫ້ປ່ຽນຊົ່ວໂມງນີ້.
ໃຫ້ປ່ຽນສິ່ງທີ່ທ່ານຄິດ, ຮູ້ສຶກ, ແລະ ເຮັດໃນຂະນະນີ້.
ຫາງເສືອນ້ອຍໆ ສາມາດບັງຄັບເຮືອລຳໃຫຍ່ໄດ້.13
ດິນຈີ່ກ້ອນນ້ອຍໆ ສາມາດກາຍເປັນຄະລືຫາດທີ່ສວຍງາມໄດ້.
ເມັດພືດນ້ອຍໆ ສາມາດກາຍເປັນຕົ້ນໄມ້ທີ່ສູງສະຫງ່າໄດ້.
ນາທີ ແລະ ຊົ່ວໂມງທີ່ໃຊ້ເປັນປະໂຫຍດ ເປັນພາກສ່ວນສຳຄັນໃນການສ້າງຊີວິດທີ່ດີ. ມັນສາມາດດົນບັນດານຄວາມດີ, ຍົກເຮົາຂຶ້ນຈາກການຈ່ອງຈຳຂອງຄວາມບໍ່ສົມບູນແບບ, ແລະ ນຳພາເຮົາຂຶ້ນສູ່ເສັ້ນທາງແຫ່ງການໄຖ່ ທີ່ໃຫ້ອະໄພ ແລະ ຊຳລະໃຫ້ບໍລິສຸດ.
ພຣະເຈົ້າແຫ່ງການເລີ່ມຕົ້ນໃໝ່
ກັບທ່ານ, ຂ້າພະເຈົ້າຂໍກ່າວຄຳກະຕັນຍູຈາກໃຈສຳລັບໂອກາດໃໝ່, ຊີວິດໃໝ່, ແລະ ຄວາມຫວັງໃໝ່ທີ່ລ້ຳຄ່າ.
ເຮົາເປັ່ງສຽງສັນລະເສີນພຣະເຈົ້າທີ່ໂອບອ້ອມອາລີ ແລະ ໃຫ້ອະໄພຂອງເຮົາ. ແນ່ນອນ ພຣະອົງເປັນພຣະເຈົ້າແຫ່ງການເລີ່ມຕົ້ນໃໝ່. ເປົ້າໝາຍທີ່ປະເສີດໃນວຽກງານຂອງພຣະອົງຄືທີ່ຈະຊ່ວຍເຮົາ, ລູກໆຂອງພຣະອົງ, ໃຫ້ປະສົບຄວາມສຳເລັດໃນການສະແຫວງຫາຊີວິດອະມະຕະ ແລະ ນິລັນດອນ.14
ເຮົາສາມາດກາຍເປັນຄົນໃໝ່ໃນພຣະຄຣິດ, ເພາະພຣະເຈົ້າໄດ້ສັນຍາວ່າ, “ເຖິງແມ່ນວ່າຜູ້ຄົນຂອງເຮົາຈະກັບໃຈເທົ່າໃດເທື່ອກໍຕາມ ເຮົາກໍຈະໃຫ້ອະໄພແກ່ເຂົາສຳລັບການລ່ວງລະເມີດຂອງເຂົາທີ່ມີຕໍ່ເຮົາ”15 ແລະ “ບໍ່ຈື່ຈຳມັນອີກເລີຍ.”16
ອ້າຍເອື້ອຍນ້ອງ, ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເຮົາທຸກຄົນຈະອອກຈາກເສັ້ນທາງເປັນບາງຄັ້ງບາງຄາວ.
ແຕ່ເຮົາສາມາດກັບຄືນສູ່ເສັ້ນທາງໄດ້. ເຮົາສາມາດຊອກຫາທາງຜ່ານຄວາມມືດ ແລະ ການທົດລອງໃນຊີວິດນີ້ ແລະ ກັບຄືນໄປຫາພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ຖ້າຫາກເຮົາສະແຫວງຫາ ແລະ ຮັບຮູ້ຈຸດສັງເກດທາງວິນຍານ ທີ່ພຣະອົງໄດ້ຈັດຕຽມໄວ້, ຮັບເອົາການເປີດເຜີຍສ່ວນຕົວ, ແລະ ມຸ່ງໝັ້ນເພື່ອ ການຟື້ນຟູໃນແຕ່ລະວັນ. ນີ້ຄືວິທີທີ່ເຮົາກາຍເປັນສານຸສິດທີ່ແທ້ຈິງຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ພຣະເຢຊູຄຣິດ.
ເມື່ອເຮົາເຮັດເຊັ່ນນັ້ນ, ພຣະເຈົ້າຈະປາບປື້ມກັບເຮົາ. “ພຣະຜູ້ເປັນເຈົ້າຈະ … ອວຍພອນດິນແດນທີ່ກຳລັງຈະມອບໃຫ້ພວກເຈົ້າ. ພຣະຜູ້ເປັນເຈົ້າຈະຮັບພວກເຈົ້າເປັນໄພ່ພົນຂອງພຣະອົງ.”17
ວ່າເຮົາຈະສະແຫວງຫາການຟື້ນຟູໃນແຕ່ລະວັນ ແລະ ມຸ່ງໝັ້ນຕໍ່ໄປໃນທາງຂອງພຣະເຢຊູຄຣິດ ນັ້ນຄືຄຳອະທິຖານຂອງຂ້າພະເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.