ດີກວ່າໜຶ່ງເປີເຊັນ
ຄວາມພະຍາຍາມແຕ່ລະຄັ້ງທີ່ຈະກັບໃຈ—ບໍ່ວ່າມັນຈະເບິ່ງຄືນ້ອຍປານໃດ—ອາດສ້າງຄວາມແຕກຕ່າງອັນໃຫຍ່ຫລວງທີ່ສຸດໄດ້ ໃນຊີວິດຂອງເຮົາ.
ເປັນເວລາຫລາຍກວ່າໜຶ່ງສັດຕະວັດ ທີ່ທີມແຂ່ງຂັນລົດຖີບລະດັບຊາດຂອງອານາຄົມອັງກິດໃຫຍ່ ຖືກຫົວເຍາະເຍີ້ຍທົ່ວໂລກ. ໂດຍທີ່ຕິດຄ້າງຢູ່ໃນລະດັບທຳມະດາ, ນັກຂີ່ລົດຖີບອັງກິດສາມາດຄວ້າຫລຽນຄຳມາໄດ້ພຽງເລັກນ້ອຍເທົ່ານັ້ນ ໃນການແຂ່ງຂັນໂອລິມປິກ ໃນຊ່ວງໄລຍະ 100 ປີ ແລະ ໄດ້ປະສົບຄວາມລຳບາກໜັກຂຶ້ນໃນການແຂ່ງຂັນຂີ່ລົດຖີບຄັ້ງສຳຄັນ, ທີ່ຍາວນານສາມອາທິດ ຢູ່ປະເທດຝຣັ່ງ—ຊຶ່ງບໍ່ມີຊາວອັງກິດຄົນໃດຄວ້າໄຊຊະນະມາໄດ້ເລີຍ ໃນຮອບ 110 ປີ. ໜ້າສົງສານນັກຂີ່ລົດຖີບຊາວອັງກິດທີ່ບໍລິສັດຜະລິດລົດຖີບບາງບ່ອນບໍ່ຍອມຂາຍລົດຖີບໃຫ້ເຂົາເຈົ້າ, ເພາະຢ້ານວ່າມັນຈະທຳລາຍຊື່ສຽງຂອງບໍລິສັດຕະຫລອດໄປ ທີ່ໄດ້ມາຢ່າງຍາກລຳບາກ. ແລະ ເຖິງແມ່ນຈະທຸ້ມເທຊັບພະຍາກອນຢ່າງຫລວງຫລາຍໃຫ້ກັບເທັກໂນໂລຈີທີ່ທັນສະໄໝ ແລະ ໃຫ້ກັບການຝຶກໃນທຸກແບບ, ແຕ່ກໍບໍ່ໄດ້ຜົນ.
ບໍ່ມີຫຍັງໄດ້ຜົນເລີຍ, ຈົນກະທັ້ງເຖິງປີ 2003, ເມື່ອມີການປ່ຽນແປງເລັກນ້ອຍ, ທີ່ຜູ້ຄົນສ່ວນໃຫຍ່ບໍ່ສັງເກດເຫັນ ຊຶ່ງໄດ້ປ່ຽນວິທີການຂີ່ລົດຖີບຂອງອັງກິດຕະຫລອດໄປ. ແນວທາງໃໝ່ດັ່ງກ່າວ ຈະເປີດເຜີຍຫລັກທຳນິລັນດອນ—ພ້ອມທັງຄຳສັນຍາ—ນຳອີກ ກ່ຽວກັບການສະແຫວງຫາຂອງມະນຸດ ທີ່ມັກຈະສັບສົນຢູ່ເລື້ອຍ ເພື່ອພັດທະນາຕົວເອງ. ສະນັ້ນ ມີຫຍັງເກີດຂຶ້ນກັບການຂີ່ລົດຖີບຂອງອັງກິດ ທີ່ອາດກ່ຽວຂ້ອງຫລາຍກັບຄວາມພະຍາຍາມສ່ວນຕົວຂອງເຮົາ ທີ່ຈະເປັນທິດາ ແລະ ບຸດຂອງພຣະເຈົ້າໃຫ້ດີກວ່າເກົ່າ.
ໃນປີ 2003, ທ່ານເດບ ແບຣວເຝີດ ໄດ້ຖືກຈ້າງ. ຕ່າງຈາກຫົວໜ້າຄົນເກົ່າຜູ້ພະຍາຍາມປ່ຽນສະຖານະການໃຫ້ດີຂຶ້ນໃນຊົ່ວຂ້າມຄືນ, ທ່ານແບຣວເຝີດ ໄດ້ມຸ່ງໝັ້ນກັບຍຸດທະສາດທີ່ເພິ່ນເອີ້ນວ່າ “ການຮວບຮວມຜົນປະໂຫຍດເລັກນ້ອຍ.” ນີ້ໝາຍຄວາມວ່າ ການປັບປຸງເລັກນ້ອຍໃນທຸກສິ່ງ. ນັ້ນໝາຍຄວາມວ່າ ການກວດສອບສະຖິຕິທີ່ສຳຄັນຕະຫລອດເວລາ ແລະ ເນັ້ນໃສ່ຈຸດອ່ອນໂດຍສະເພາະ.
ມັນຄືກັນກັບສິ່ງທີ່ສາດສະດາຊາມູເອນຊາວເລມັນໄດ້ສັງເກດ ວ່າມັນເປັນ “[ການ] ເດີນໄປຢ່າງຮອບຄອບ.”1 ດ້ວຍມຸມມອງທີ່ກວ້າງຂວາງກວ່າ ແລະ ດ້ວຍພາບລວມຫລາຍກວ່າ ຈະຫລີກລ້ຽງຈາກການໝົກໝຸ້ນຢູ່ກັບບັນຫາ ຫລື ບາບທີ່ເຫັນເດັ່ນຊັດຢ່າງດຽວເທົ່ານັ້ນ. ທ່ານແບຣວເຝີດໄດ້ເວົ້າວ່າ, “ຫລັກການທັງໝົດມາຈາກແນວຄິດທີ່ວ່າ ຖ້າຫາກທ່ານແຍກທຸກສິ່ງທີ່ທ່ານສາມາດຄິດຄົ້ນຂຶ້ນມາໄດ້ເລື່ອງການຂີ່ລົດຖີບ, ແລະ ແລ້ວໃຫ້ປັບປຸງແຕ່ລະຢ່າງໃຫ້ດີຂຶ້ນ 1 ເປີເຊັນ, ແລ້ວທ່ານຈະໄດ້ຮັບຜົນຢ່າງຫລວງຫລາຍເມື່ອທ່ານລວມທຸກສິ່ງເຂົ້າກັນ.”2
ວິທີຂອງເພິ່ນສອດຄ່ອງກັບວິທີຂອງພຣະຜູ້ເປັນເຈົ້າ, ຜູ້ຊຶ່ງໄດ້ສິດສອນເຮົາເຖິງຄວາມສຳຄັນທີ່ສຸດຂອງ 1 ເປີເຊັນ—ເຖິງແມ່ນຈະຕ້ອງສ່ຽງ 99 ເປີເຊັນກໍຕາມ. ແນ່ນອນ, ພຣະອົງໄດ້ສິດສອນພຣະກິດຕິຄຸນເຖິງຄວາມຈຳເປັນທີ່ຕ້ອງອອກໄປຊອກຫາຄົນທີ່ຕ້ອງການຄວາມຊ່ວຍເຫລືອ. ແຕ່ຖ້າເຮົານຳໃຊ້ຫລັກທຳດຽວກັນນັ້ນກັບຫລັກທຳຂໍ້ທີສອງອັນແສນຫວານ ແລະ ມີລົດຊາດສຸດຍອດຂອງພຣະກິດຕິຄຸນ, ນັ້ນຄື ການກັບໃຈ ແລ້ວຈະເປັນແນວໃດ? ແທນທີ່ຈະຖືກກີດກັນໂດຍຄວາມປັ່ນປ່ວນ ແລະ ຖືກຊັດໄປມາລະຫວ່າງຄວາມຜິດບາບ ແລະ ການກັບໃຈ, ຈະເປັນແນວໃດຖ້າແນວທາງຂອງເຮົາຄືການຈຳກັດຈຸດສົນໃຈຂອງເຮົາ—ແມ່ນແຕ່ໃນຂະນະທີ່ເຮົາຂະຫຍາຍຂອບເຂດຂອງມັນ? ແທນທີ່ຈະພະຍາຍາມເຮັດທຸກຢ່າງໃຫ້ສົມບູນແບບ, ຈະເປັນແນວໃດຖ້າເຮົາພຽງແຕ່ເອົາໃຈໃສ່ກັບສິ່ງດຽວ?
ຍົກຕົວຢ່າງ, ຈະເກີດຫຍັງຂຶ້ນຖ້າຫາກໃນມຸມມອງອັນກວ້າງຂວາງໃໝ່ຂອງທ່ານ ທ່ານພົບເຫັນວ່າ ທ່ານໄດ້ລະເລີຍຈາກການອ່ານພຣະຄຳພີມໍມອນທຸກວັນ? ແທນທີ່ຈະພະຍາຍາມອ່ານ 531 ໜ້າໃຫ້ແລ້ວໃນຄືນດຽວ, ຈະເປັນແນວໃດຖ້າຫາກທ່ານຕັ້ງໃຈທີ່ຈະອ່ານພຽງ 1 ເປີເຊັນເທົ່ານັ້ນ—ພຽງແຕ່ຫ້າໜ້າຕໍ່ມື້—ຫລື ໃນຈຳນວນທີ່ທ່ານສາມາດເຮັດໄດ້ ຕາມສະພາບການຂອງທ່ານ? ການຮວບຮວມ ຜົນປະໂຫຍດເລັກນ້ອຍ ແຕ່ໝັ້ນຄົງ ໃນຊີວິດຂອງເຮົາ ໃນທີ່ສຸດຈະສາມາດເປັນຫົນທາງທີ່ນຳໄປສູ່ໄຊຊະນະເໜືອຄວາມບົກພ່ອງສ່ວນຕົວຂອງເຮົາທີ່ໜ້າລຳຄານທີ່ສຸດໄດ້ບໍ? ການຈັດການກັບຄວາມຜິດບາບຂອງເຮົາເທື່ອລະນ້ອຍຊິໄດ້ຜົນຢູ່ບໍ?
ນັກຂຽນທີ່ໂດ່ງດັງຄົນໜຶ່ງຊື່ ເຈມສ໌ ຄະເລຍ ກ່າວວ່າ ວິທີນີ້ຈະນຳໄປສູ່ຄວາມສຳເລັດ. ເພິ່ນຢືນຢັນວ່າ “ນິໄສຄື ‘ດອກເບ້ຍທົບຕົ້ນ’ ຂອງການພັດທະນາຕົນ.’ ຖ້າຫາກທ່ານສາມາດເຮັດສິ່ງໃດສິ່ງໜຶ່ງໃຫ້ດີຂຶ້ນໜຶ່ງເປີເຊັນ ໃນແຕ່ລະວັນ, ແລ້ວໃນທ້າຍປີ ທ່ານຈະດີຂຶ້ນ 37 ເທົ່າ.”3
ການປັບປຸງເລັກໆນ້ອຍໆຂອງທ່ານແບຣວເຝີດ ໄດ້ເລີ່ມຕົ້ນດ້ວຍສິ່ງທີ່ເຫັນໄດ້ຢ່າງແຈ້ງຊັດ, ດັ່ງເຊັ່ນ ອຸປະກອນ, ຜ້າຊຸດ, ແລະ ຮູບແບບການຝຶກຝົນ. ແຕ່ທີມຂອງເພິ່ນບໍ່ໄດ້ຢຸດພຽງເທົ່ານັ້ນ. ເຂົາເຈົ້າຍັງເຫັນ 1 ເປີເຊັນທີ່ຕ້ອງປັບປຸງ ໃນບ່ອນທີ່ຖືກມອງຂ້າມ ແລະ ບໍ່ຄາດຄິດ ດັ່ງເຊັ່ນ ການກິນອາຫານ ແລະ ການສ້ອມແຊມຕ່າງໆ. ເມື່ອເວລາຜ່ານໄປ, ການປັບປຸງເລັກໆນ້ອຍໆເຫລົ່ານີ້ ຈະຮວບຮວມເຂົ້າກັນເປັນຜົນທີ່ໜ້າປະທັບໃຈ ຊຶ່ງເກີດຂຶ້ນໄວເກີນຄາດ. ແທ້ຈິງແລ້ວ, ເຂົາເຈົ້າໄດ້ນຳໃຊ້ຫລັກທຳນິລັນດອນ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ.”4
ການປ່ຽນແປງເລັກໆນ້ອຍໆຈະເກີດ “ການປ່ຽນແປງອັນໃຫຍ່ຫລວງ”5 ທີ່ທ່ານປາດຖະໜາບໍ? ເມື່ອນຳໃຊ້ຢ່າງຖືກຕ້ອງ ຂ້າພະເຈົ້າໝັ້ນໃຈ 99 ເປີເຊັນວ່າ ຈະເກີດຜົນ! ແຕ່ຂໍ້ແມ້ຢ່າງໜຶ່ງສຳລັບແນວທາງນີ້ ເພື່ອຈະໃຫ້ໄດ້ຜົນກຳໄລເລັກນ້ອຍ, ຈະຕ້ອງມີຄວາມພະຍາຍາມຢ່າງສະໝ່ຳສະເໝີ, ໃນແຕ່ລະວັນ. ແລະ ເຖິງແມ່ນວ່າເຮົາຈະບໍ່ສົມບູນແບບ, ແຕ່ເຮົາຕ້ອງຕັ້ງໃຈທີ່ຈະສະທ້ອນຄວາມພາກພຽນຂອງເຮົາດ້ວຍຄວາມອົດທົນ. ຖ້າເຮັດແນວນັ້ນ, ລາງວັນທີ່ງົດງາມຂອງຄວາມຊອບທຳທີ່ເພີ່ມຂຶ້ນ ຈະນຳຄວາມຊື່ນຊົມ ແລະ ຄວາມສະຫງົບທີ່ທ່ານສະແຫວງຫາມາໃຫ້ທ່ານ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ບໍ່ມີສິ່ງໃດທີ່ເປັນອິດສະລະ, ຍົກລະດັບຈິດໃຈ, ຫລື ສຳຄັນສຳລັບຄວາມກ້າວໜ້າຂອງເຮົາຫລາຍໄປກວ່າການເອົາໃຈໃສ່ທຸກວັນ ຕໍ່ການກັບໃຈເປັນປະຈຳຂອງເຮົາ. ການກັບໃຈ ບໍ່ແມ່ນເຫດການໃດໜຶ່ງ; ມັນເປັນຂັ້ນຕອນ. ມັນເປັນສິ່ງທີ່ນຳເຮົາໄປສູ່ຄວາມສຸກ ແລະ ຄວາມສະຫງົບໃນຈິດໃຈ. ເມື່ອລວມໃສ່ກັບສັດທາ, ການກັບໃຈຈະເປີດໃຫ້ເຮົາເຂົ້າເຖິງອຳນາດແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ.6
ສຳລັບເງື່ອນໄຂເບື້ອງຕົ້ນຂອງສັດທາຂອງການກັບໃຈ, ພຣະຄຳພີບົ່ງບອກຢ່າງແຈ່ມແຈ້ງ. ຂໍ້ຮຽກຮ້ອງທັງໝົດໃນຕອນຕົ້ນແມ່ນພຽງແຕ່ໃຫ້ “ໃຊ້ສັດທາຈັກໜ້ອຍໜຶ່ງ.”7 ແລະ ຖ້າຫາກເຮົາສາມາດເກັບເອົາ “ເມັດຜັກກາດ”8 ແຕ່ລະເມັດ ໃນທາງປຽບທຽບ, ເຮົາກໍຄືກັນຈະສາມາດຄາດຫວັງກັບການປັບປຸງຢ່າງບໍ່ຄາດຄິດ ໃນຊີວິດຂອງເຮົາ. ແຕ່ຈົ່ງຈື່ຈຳໄວ້ວ່າ, ເໝືອນດັ່ງທີ່ເຮົາຈະບໍ່ພະຍາຍາມປ່ຽນຈາກອັດຕິລາຊາວຮັນ ໄປເປັນຄຸນແມ່ເທເຣຊາ ໃນຊົ່ວຂ້າມຄືນ, ສະນັ້ນ ເຮົາກໍຄວນປັບຮູບແບບການປັບປຸງຂອງເຮົາເທື່ອລະເລັກເທື່ອລະນ້ອຍຄືກັນ. ເຖິງແມ່ນວ່າການປ່ຽນແປງທີ່ຈຳເປັນໃນຊີວິດຂອງທ່ານເປັນເລື່ອງໃຫຍ່ໂຕ, ໃຫ້ເລີ່ມຕົ້ນດ້ວຍອັນນ້ອຍໆກ່ອນ. ມັນເປັນຄວາມຈິງໂດຍສະເພາະຖ້າຫາກທ່ານຮູ້ສຶກໜັກໃຈ ຫລື ທໍ້ແທ້ໃຈ.
ຂະບວນການນີ້ຈະບໍ່ສຳເລັດໃນວິທີການລຳດັບທີ່ຊັດເຈນສະເໝີໄປ. ເຖິງແມ່ນໃນບັນດາຜູ້ທີ່ມຸ່ງໝັ້ນທີ່ສຸດ ກໍອາດລົ້ມເຫລວໄດ້. ໂດຍທີ່ເຄີຍປະສົບກັບຄວາມໜັກໃຈກັບສິ່ງນີ້ໃນຊີວິດຂອງຂ້າພະເຈົ້າເອງ, ຂ້າພະເຈົ້າຈຶ່ງຮູ້ວ່າ ບາງເທື່ອກໍຮູ້ສຶກເດີນໜ້າ 1 ເປີເຊັນ ແລະ ຖອຍຫລັງ 2 ເປີເຊັນ. ແຕ່ຖ້າຫາກເຮົາບໍ່ສະທົກສະທ້ານໃນຄວາມມຸ່ງໝັ້ນທີ່ຈະໄດ້ຮັບຜົນປະໂຫຍດ 1 ເປີເຊັນເຫລົ່ານັ້ນ, ແລ້ວພຣະອົງຜູ້ໄດ້ “ທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ”9 ຈະຊ່ວຍຊູເຮົາຢ່າງແນ່ນອນ.
ແນ່ນອນ, ຖ້າຫາກເຮົາກ່ຽວຂ້ອງກັບບາບທີ່ຮ້າຍແຮງ, ພຣະຜູ້ເປັນເຈົ້າຊັດເຈນ ແລະ ແຈ່ມແຈ້ງໃນເລື່ອງນີ້; ເຮົາຕ້ອງຢຸດ, ຕ້ອງຂໍຄວາມຊ່ວຍເຫລືອຈາກອະທິການຂອງເຮົາ, ແລະ ຫັນໜີຈາກການກະທຳດັ່ງກ່າວທັນທີ. ແຕ່ດັ່ງທີ່ແອວເດີ ເດວິດ ເອ ແບ໊ດນາ ໄດ້ກຳຊັບວ່າ: “ການພັດທະນາທາງວິນຍານໄປເທື່ອລະເລັກເທື່ອລະນ້ອຍ ເປັນບາດກ້າວທີ່ພຣະຜູ້ເປັນເຈົ້າຢາກໃຫ້ເຮົາເຮັດ. ການກຽມທີ່ຈະເດີນໄປໂດຍປາດສະຈາກຄວາມຜິດຕໍ່ພຣະພັກຂອງພຣະເຈົ້າ ເປັນຈຸດປະສົງຕົ້ນຕໍຂອງຊີວິດມະຕະ ແລະ ເປັນການສະແຫວງຫາໄປຕະຫລອດຊີວິດ; ມັນບໍ່ໄດ້ເປັນຜົນມາຈາກການເຮັດບາງສິ່ງທາງວິນຍານຢ່າງຈິງຈັງໃນບາງຄັ້ງເທົ່ານັ້ນ.”10
ສະນັ້ນ, ວິທີເລັກນ້ອຍໃນການກັບໃຈ ແລະ ການປ່ຽນແປງທີ່ແທ້ຈິງ ໄດ້ຜົນແທ້ໆບໍ? ຖ້າຈະເວົ້າແລ້ວ, ມີຫລັກຖານໃນການຖີບລົດບໍ? ໃຫ້ພິຈາລະນາສິ່ງທີ່ໄດ້ເກີດຂຶ້ນກັບນັກຂີ່ລົດຖີບຊາວອັງກິດໃນຊ່ວງສອງທົດສະວັດທີ່ຜ່ານມາ ນັບຕັ້ງແຕ່ໄດ້ປັບປຸງຕົວເອງຕາມທິດສະດີນີ້. ບັດນີ້ນັກຂີ່ລົດຖີບຊາວອັງກິດໄດ້ໄຊຊະນະໃນການແຂ່ງຂັນຢູ່ປະເທດຝຣັ່ງຫົກເທື່ອແລ້ວ. ໃນຊ່ວງການແຂ່ງຂັນໂອລິມປິກສີ່ຄັ້ງທີ່ຜ່ານມາ, ອານາຄົມອັງກິດໃຫຍ່ໄດ້ເປັນປະເທດທີ່ປະສົບຄວາມສຳເລັດຫລາຍທີ່ສຸດ ໃນເລື່ອງການຂີ່ລົດຖີບໃນທຸກສາຂາ. ແລະ ໃນການແຂ່ງຂັນໂອລິມປິກທີ່ໂຕກຽວຜ່ານມານີ້, ສະຫະອານາຈັກອັງກິດໄດ້ຫລຽນຄຳໃນການຂີ່ລົດຖີບຫລາຍກວ່າປະເທດອື່ນໆ.
ແຕ່ທີ່ສ່ອງປະກາຍຫລາຍກວ່າເງິນ ຫລື ຄຳຂອງໂລກ, ຄຳສັນຍາອັນລ້ຳຄ່າຂອງເຮົາໃນເສັ້ນທາງໄປສູ່ນິລັນດອນຄື ເຮົາຈະ “ໄຊຊະນະໂດຍພຣະຄຣິດ.”11 ແລະ ໃນຂະນະທີ່ເຮົາມຸ່ງໝັ້ນທີ່ຈະເຮັດການປັບປຸງເລັກນ້ອຍແຕ່ໝັ້ນຄົງນັ້ນ, ເຮົາໄດ້ຮັບຄຳສັນຍາວ່າ ຈະໄດ້ຮັບ “ມົງກຸດອັນຊົງສະຫງ່າລາສີທີ່ບໍ່ມີວັນເສົ້າໝອງ.”12 ໃນການຊື່ນຊົມກັບລັດສະໝີພາບທີ່ບໍ່ມີວັນເສື່ອມແສງນັ້ນ ຊຶ່ງເອີ້ນເຮົາຢູ່, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສຳຫລວດເບິ່ງຊີວິດຂອງທ່ານ ແລະ ເບິ່ງວ່າແມ່ນຫຍັງທີ່ກີດກັນທ່ານ ຫລື ແມ່ນແຕ່ຢຸດຢັ້ງທ່ານຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ແລ້ວໃຫ້ເບິ່ງກວ້າງກວ່າເກົ່າ. ຈົ່ງຫາທາງແກ້ໄຂເລັກໆນ້ອຍໆ ແຕ່ໃຫ້ແກ້ໄຂໄດ້ ໃນຊີວິດຂອງທ່ານ ທີ່ອາດສົ່ງຜົນໃຫ້ມີຄວາມສຸກອັນຫວານຊື່ນ ຂອງການເປັນຄົນດີຂຶ້ນກວ່າເກົ່າຈັກໜ້ອຍໜຶ່ງ.
ຈົ່ງຈື່ຈຳໄວ້ວ່າ ດາວິດໄດ້ໃຊ້ຫີນກ້ອນນ້ອຍໆ ກ້ອນດຽວເທົ່ານັ້ນ ເພື່ອຂ້າຍັກໃຫຍ່ທີ່ເບິ່ງຄືວ່າຈະເອົາຊະນະບໍ່ໄດ້. ແຕ່ລາວກໍມີຫີນອີກສີ່ກ້ອນພ້ອມທີ່ຈະໃຊ້. ຄ້າຍຄືກັນນີ້, ນິໄສທີ່ຊົ່ວຮ້າຍ ແລະ ຈຸດໝາຍປາຍທາງນິລັນດອນຂອງແອວມາຜູ້ລູກ ໄດ້ປ່ຽນໄປດ້ວຍຄວາມຄິດດຽວທີ່ລຽບງ່າຍ ແລະ ເດັ່ນຊັດ—ການລະນຶກເຖິງຄຳສອນຂອງບິດາຂອງເພິ່ນກ່ຽວກັບພຣະຄຸນທີ່ຊ່ວຍໃຫ້ລອດຂອງພຣະເຢຊູຄຣິດ. ແລະ ກັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຜູ້ຊຶ່ງບໍ່ມີບາບ ກໍ “ບໍ່ໄດ້ຮັບຄວາມສົມບູນໃນຕອນທຳອິດ, ແຕ່ໄດ້ຮັບຈາກ ພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ, ຈົນກວ່າພຣະອົງໄດ້ຮັບຄວາມສົມບູນ.”13
ພຣະອົງຜູ້ຮູ້ຈັກວ່າ ນົກກະຈອກຕົກລົງເມື່ອໃດ ກໍຮູ້ຈັກນາທີ ແລະ ຊ່ວງເວລາສຳຄັນໃນຊີວິດຂອງເຮົາຄືກັນ ແລະ ພຣະອົງພ້ອມແລ້ວທີ່ຈະຊ່ວຍເຫລືອທ່ານໃນເວລານີ້ ບໍ່ວ່າການປັບປຸງ 1 ເປີເຊັນຂອງທ່ານຈະເປັນສິ່ງໃດກໍຕາມຈາກກອງປະຊຸມນີ້. ເພາະຄວາມພະຍາຍາມແຕ່ລະຄັ້ງທີ່ຈະກັບໃຈ, ບໍ່ວ່າເລັກນ້ອຍເທົ່າໃດກໍຕາມ, ອາດສ້າງຄວາມແຕກຕ່າງອັນໃຫຍ່ຫລວງທີ່ສຸດໄດ້ ໃນຊີວິດຂອງເຮົາ.
ສຳລັບຈຸດປະສົງນີ້, ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສິດສອນວ່າ, “ການຢືນຢັນຄວາມປາດຖະໜາອັນຊອບທຳແຕ່ລະຄັ້ງ, ການຮັບໃຊ້ແຕ່ລະຄັ້ງ, ແລະ ການນະມັດສະການແຕ່ລະຄັ້ງ, ບໍ່ວ່າຈະເລັກນ້ອຍ ແລະ ເພີ່ມຂຶ້ນພຽງໃດ, ຈະຊ່ວຍຜັກດັນທາງວິນຍານຂອງເຮົາ.”14 ແນ່ນອນ, ເລື່ອງເລັກນ້ອຍ, ງ່າຍໆ, ແລະ ແມ່ນແລ້ວ, ແມ່ນແຕ່ພຽງ 1 ເປີເຊັນ ຈະນຳເລື່ອງໃຫຍ່ມາ.15 ໃນທີ່ສຸດ ໄຊຊະນະຈະເປັນ 100 ເປີເຊັນຢ່າງແນ່ນອນ, “ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ,”16 ຜ່ານທາງພະລັງ, ຄຸນຄວາມດີ, ແລະ ຄວາມເມດຕາຂອງພຣະຜູ້ເປັນເຈົ້າ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.