ເບິ່ງຫົນທາງຂ້າງໜ້າ
ການເອົາໃຈໃສ່ຕໍ່ສິ່ງທີ່ສຳຄັນທີ່ສຸດ—ໂດຍສະເພາະສິ່ງເຫລົ່ານັ້ນໃນ “ຫົນທາງຂ້າງໜ້າ,” ສິ່ງທີ່ເປັນນິລັນດອນເຫລົ່ານັ້ນ—ເປັນສິ່ງສຳຄັນໃນການດຳເນີນໄປຕະຫລອດຊີວິດນີ້.
ເມື່ອຂ້າພະເຈົ້າອາຍຸຮອດ 15 ປີ, ຂ້າພະເຈົ້າໄດ້ຮັບໃບອະນຸຍາດໃຫ້ຮຽນຂັບຂີ່, ຊຶ່ງອະນຸຍາດໃຫ້ຂ້າພະເຈົ້າຂັບລົດໄດ້ໂດຍທີ່ມີພໍ່ ຫລື ແມ່ນັ່ງໄປນຳ. ເມື່ອພໍ່ຂອງຂ້າພະເຈົ້າຖາມວ່າ ຂ້າພະເຈົ້າຢາກໄປຂັບລົດບໍ, ຂ້າພະເຈົ້າຕື່ນເຕັ້ນຫລາຍ.
ເພິ່ນໄດ້ຂັບລົດອອກໄປສອງສາມໄມ [ສອງສາມກິໂລແມັດ] ນອກເຂດຕົວເມືອງບ່ອນເສັ້ນທາງຍາວ, ຊື່ຕົງ, ທີ່ມີສອງເລນ ຊຶ່ງບໍ່ຄ່ອຍມີຄົນໃຊ້ປານໃດ—ຂ້າພະເຈົ້າໄດ້ສັງເກດ, ມັນເປັນບ່ອນດຽວທີ່ເພິ່ນຮູ້ສຶກປອດໄພ. ເພິ່ນໄດ້ຈອດລົດຢູ່ຂ້າງທາງ, ແລະ ພວກເຮົາໄດ້ສະຫລັບບ່ອນນັ່ງກັນ. ເພິ່ນໄດ້ແນະນຳເລື່ອງການຂັບລົດ ແລະ ແລ້ວໄດ້ບອກໃຫ້ຂ້າພະເຈົ້າ, “ຄ່ອຍໆຂັບລົດອອກໄປ ແລະ ຂັບໄປເລື້ອຍໆຈົນກວ່າພໍ່ຈະບອກໃຫ້ຢຸດ.”
ຂ້າພະເຈົ້າໄດ້ເຮັດຕາມທີ່ເພິ່ນບອກຢ່າງເຄັ່ງຄັດ. ແຕ່ວ່າຫລັງຈາກອອກໄປໄດ້ປະມານ 60 ວິນາທີ, ເພິ່ນໄດ້ເວົ້າວ່າ, “ລູກ, ຈອດລົດກ່ອນ. ເຈົ້າເຮັດໃຫ້ພໍ່ວິນຫົວ. ເຈົ້າກຳລັງຂັບລົດແກ່ວງໄປມາທົ່ວຖະໜົນ.” ເພິ່ນຖາມວ່າ, “ເຈົ້າກຳລັງຫລຽວເບິ່ງຫຍັງ?”
ດ້ວຍຄວາມຫງຸດຫງິດ, ຂ້າພະເຈົ້າເວົ້າອອກໄປວ່າ, “ເຮົາກໍເບິ່ງຫົນທາງນັ້ນແລ້ວ.”
ຕໍ່ຈາກນັ້ນເພິ່ນໄດ້ເວົ້າແບບນີ້: “ພໍ່ເບິ່ງຕາເຈົ້າຢູ່, ແລະ ເຈົ້າເບິ່ງແຕ່ສິ່ງທີ່ຢູ່ໃກ້ໆຫົວລົດເທົ່ານັ້ນ. ຖ້າເຈົ້າເບິ່ງແຕ່ສິ່ງທີ່ຢູ່ໃກ້ໆທາງໜ້າເຈົ້າ, ເຈົ້າຈະຂັບລົດໄປຊື່ບໍ່ໄດ້ເລີຍ.” ຕໍ່ຈາກນັ້ນເພິ່ນໄດ້ເນັ້ນຢ້ຳວ່າ, “ເບິ່ງຫົນທາງຂ້າງໜ້າພຸ້ນ. ນັ້ນຈະຊ່ວຍໃຫ້ເຈົ້າຂັບລົດໄປໄດ້ຊື່.”
ໂດຍທີ່ເປັນເດັກນ້ອຍອາຍຸ 15 ປີ, ຂ້າພະເຈົ້າໄດ້ຄິດວ່ານັ້ນເປັນບົດຮຽນການຂັບຂີ່ທີ່ດີແລ້ວ. ຕັ້ງແຕ່ນັ້ນມາ ຂ້າພະເຈົ້າກໍສັງເກດໄດ້ວ່ານັ້ນເປັນບົດຮຽນຊີວິດທີ່ດີເລີດເຊັ່ນກັນ. ການເອົາໃຈໃສ່ຕໍ່ສິ່ງທີ່ສຳຄັນທີ່ສຸດ—ໂດຍສະເພາະສິ່ງເຫລົ່ານັ້ນໃນ “ຫົນທາງຂ້າງໜ້າ,” ສິ່ງທີ່ເປັນນິລັນດອນເຫລົ່ານັ້ນ—ເປັນສິ່ງສຳຄັນໃນການດຳເນີນໄປຕະຫລອດຊີວິດນີ້.
ຄັ້ງໜຶ່ງໃນຊີວິດຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງປາດຖະໜາຈະຢູ່ຄົນດຽວ, ສະນັ້ນ “ພຣະອົງກໍຂຶ້ນໄປເທິງພູເພື່ອອະທິຖານ.”1 ພຣະອົງໄດ້ສົ່ງພວກສາວົກຂອງພຣະອົງໄປ ໂດຍແນະນຳໃຫ້ຂ້າມນ້ຳໄປອີກຟາກໜຶ່ງ. ໃນຄວາມມືດຂອງກາງຄືນ, ເຮືອທີ່ພວກສາວົກຂີ່ໄປນັ້ນໄດ້ປະສົບກັບພະຍຸຮ້າຍ. ພຣະເຢຊູໄດ້ສະເດັດໄປຊ່ວຍພວກເພິ່ນ ແຕ່ໃນທາງທີ່ບໍ່ທຳມະດາ. ພຣະຄຳພີໄດ້ເລົ່າເລື່ອງນີ້ວ່າ, “ລະຫວ່າງສາມໂມງຂ້ອນແຈ້ງຫາຫົກໂມງເຊົ້າ, ພຣະເຢຊູຊົງຍ່າງຢູ່ເທິງໜ້ານ້ຳມາຫາພວກສາວົກ.”2 ເມື່ອພວກເພິ່ນເຫັນພຣະອົງ, ພວກເພິ່ນກໍພາກັນຢ້ານ, ເພາະພວກເພິ່ນຄິດວ່າຮ່າງທີ່ຍ່າງເຂົ້າມາຫາພວກເພິ່ນນັ້ນເປັນຜີ ຫລື ພາບຫລອນ. ພຣະເຢຊູ, ຮູ້ຈັກເຖິງຄວາມຕົກໃຈຢ້ານກົວຂອງພວກເພິ່ນ ແລະ ປາດຖະໜາໃຫ້ຄວາມຄິດ ແລະ ຈິດໃຈຂອງພວກເພິ່ນສະຫງົບລົງ, ຈຶ່ງເອີ້ນໃສ່ພວກເພິ່ນວ່າ, “ຈົ່ງດີໃຈເຖີດ; ແມ່ນເຮົາເອງ; ຢ່າສູ່ຢ້ານ.”3
ເປໂຕບໍ່ພຽງແຕ່ໂລ່ງໃຈ ແຕ່ຍັງມີຄວາມກ້າຫານຂຶ້ນມາ. ດ້ວຍຄວາມກ້າຫານ ແລະ ຂ້ອນຂ້າງໃຈຮ້ອນ, ເປໂຕໄດ້ຮ້ອງໄປໃສ່ພຣະເຢຊູວ່າ, “ພຣະອົງເຈົ້າເອີຍ, ຖ້າແມ່ນທ່ານແທ້ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາທ່ານແດ່ທ້ອນ.”4 ພຣະເຢຊູໄດ້ຕອບດ້ວຍຄຳເຊື້ອເຊີນທີ່ຄຸ້ນເຄີຍ ແລະ ບໍ່ມີກຳນົດເວລາວ່າ: “ມາແມ.”5
ເປໂຕ, ແນ່ນອນວ່າຕື່ນເຕັ້ນຫລາຍກັບເຫດການ, ປີນອອກຈາກເຮືອໄປ ບໍ່ໄດ້ລົງໄປໃນນ້ຳ ແຕ່ຢູ່ເທິງໜ້ານ້ຳ. ໃນຂະນະທີ່ເພິ່ນເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດ, ເພິ່ນສາມາດເຮັດໃນສິ່ງທີ່ເປັນໄປບໍ່ໄດ້, ແມ່ນແຕ່ຍ່າງຢູ່ເທິງໜ້ານ້ຳ. ໃນຕອນຕົ້ນ, ເປໂຕບໍ່ໄດ້ໃສ່ໃຈກັບພະຍຸ. ແຕ່ເມື່ອ “ລົມພັດມາແຮງ”6 ໃນທີ່ສຸດກໍລົບກວນເພິ່ນ, ແລະ ເພິ່ນເສຍສະມາທິ. ຄວາມຢ້ານກົວກໍໄດ້ຫວນກັບຄືນມາ. ດ້ວຍເຫດນີ້, ສັດທາຂອງເພິ່ນຈຶ່ງລົດລົງ, ແລະ ເພິ່ນກຳລັງຈະຈົມລົງ. “ເພິ່ນຈຶ່ງຮ້ອງຂຶ້ນວ່າ, ພຣະອົງເຈົ້າເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ.”7 ພຣະຜູ້ຊ່ວຍໃຫ້ລອດ, ຜູ້ຊຶ່ງກະຕືລືລົ້ນທີ່ຈະຊ່ວຍຢູ່ສະເໝີ, ຍື່ນພຣະຫັດອອກໄປ ແລະ ຍົກເພິ່ນຂຶ້ນຢ່າງປອດໄພ.
ມີບົດຮຽນຫລາຍຢ່າງທີ່ຮຽນຮູ້ໄດ້ຈາກເລື່ອງມະຫັດສະຈັນນີ້, ແຕ່ຂ້າພະເຈົ້າຈະກ່າວເຖິງສາມຢ່າງ.
ໃຫ້ເອົາໃຈໃສ່ຕໍ່ພຣະຄຣິດ
ບົດຮຽນທີໜຶ່ງ: ໃຫ້ເອົາໃຈໃສ່ຕໍ່ພຣະເຢຊູຄຣິດ. ໃນຂະນະທີ່ເປໂຕຕັ້ງໃຈເບິ່ງພຣະເຢຊູ, ເພິ່ນສາມາດຍ່າງເທິງໜ້ານ້ຳໄດ້. ພະຍຸ, ຟອງນ້ຳ, ແລະ ລົມແຮງບໍ່ສາມາດຂັດຂວາງເພິ່ນຕາບໃດທີ່ເພິ່ນເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດເປັນຈຸດສູນກາງ.
ການເຂົ້າໃຈຈຸດປະສົງສູງສຸດຂອງເຮົາ ຊ່ວຍໃຫ້ເຮົາກຳນົດວ່າອັນໃດທີ່ເຮົາຄວນເອົາໃຈໃສ່. ເຮົາບໍ່ສາມາດຫລິ້ນເກມໄດ້ສຳເລັດໂດຍທີ່ບໍ່ຮູ້ເປົ້າໝາຍ, ແລະ ເຮົາບໍ່ສາມາດໃຊ້ຊີວິດຢ່າງມີຄວາມໝາຍໂດຍທີ່ບໍ່ມີຈຸດປະສົງ. ພອນທີ່ຍິ່ງໃຫຍ່ປະການໜຶ່ງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ ແມ່ນມັນໄດ້ຊ່ວຍໃຫ້ຄຳຕອບ, ໃນຫລາຍຢ່າງ, ຄຳຖາມທີ່ວ່າ “ຈຸດປະສົງຂອງຊີວິດແມ່ນຫຍັງ?” “ຈຸດປະສົງຂອງເຮົາໃນຊີວິດນີ້ ແມ່ນເພື່ອມີຄວາມສຸກ ແລະ ຕຽມຕົວທີ່ຈະກັບຄືນສູ່ທີ່ປະທັບຂອງພຣະເຈົ້າ.”8 ການຈື່ຈຳວ່າເຮົາມາສູ່ໂລກນີ້ເພື່ອກຽມພ້ອມທີ່ຈະກັບຄືນໄປຢູ່ກັບພຣະເຈົ້າ ຊ່ວຍໃຫ້ເຮົາເອົາໃຈໃສ່ຕໍ່ສິ່ງທີ່ນຳພາເຮົາໄປສູ່ພຣະຄຣິດ.
ການເອົາໃຈໃສ່ຕໍ່ພຣະຄຣິດຕ້ອງມີລະບຽບວິໄນ, ໂດຍສະເພາະກ່ຽວກັບທັດສະນະທາງວິນຍານທີ່ເລັກນ້ອຍ ແລະ ລຽບງ່າຍ ທີ່ຊ່ວຍໃຫ້ເຮົາກາຍເປັນສານຸສິດທີ່ດີຂຶ້ນກວ່າເກົ່າ. ບໍ່ມີຄວາມເປັນສານຸສິດໃດທີ່ປາດສະຈາກລະບຽບວິໄນ.
ການເອົາໃຈໃສ່ໃນພຣະຄຣິດຂອງເຮົາຈະຊັດເຈນຫລາຍຂຶ້ນກວ່າເກົ່າ ເມື່ອເຮົາເບິ່ງຫົນທາງຂ້າງໜ້າ ບ່ອນທີ່ເຮົາຢາກໄປຫາ ແລະ ຜູ້ທີ່ເຮົາຢາກຈະກາຍເປັນ ແລະ ແລ້ວໃຫ້ຫາເວລາໃນແຕ່ລະມື້ເພື່ອເຮັດສິ່ງເຫລົ່ານັ້ນທີ່ຈະຊ່ວຍໃຫ້ເຮົາໄປເຖິງຈຸດໝາຍປາຍທາງ. ການເອົາໃຈໃສ່ຕໍ່ພຣະຄຣິດສາມາດເຮັດໃຫ້ການຕັດສິນໃຈຂອງເຮົາງ່າຍຂຶ້ນ ແລະ ຊ່ວຍນຳທາງເຮົາໃຫ້ຮູ້ວິທີທີ່ຈະໃຊ້ເວລາ ແລະ ແຫລ່ງຊ່ວຍເຫລືອຕ່າງໆຂອງເຮົາໃຫ້ດີທີ່ສຸດ.
ໃນຂະນະທີ່ມີຫລາຍຢ່າງທີ່ມີຄ່າຄວນໃຫ້ເຮົາຕ້ອງເອົາໃຈໃສ່, ແຕ່ເຮົາໄດ້ຮຽນຮູ້ຈາກຕົວຢ່າງຂອງເປໂຕເຖິງຄວາມສຳຄັນຂອງການໃຫ້ພຣະຄຣິດເປັນຈຸດສູນກາງຂອງການເອົາໃຈໃສ່ຂອງເຮົາຕະຫລອດເວລາ. ໂດຍຜ່ານພຣະຄຣິດເທົ່ານັ້ນເຮົາຈຶ່ງຈະສາມາດກັບຄືນໄປຢູ່ກັບພຣະເຈົ້າໄດ້. ເຮົາເພິ່ງພາພຣະຄຸນຂອງພຣະຄຣິດຂະນະທີ່ເຮົາພະຍາຍາມກາຍເປັນເໝືອນດັ່ງພຣະອົງ ແລະ ສະແຫວງຫາອຳນາດແຫ່ງການໃຫ້ອະໄພ ແລະ ພະລັງຂອງພຣະອົງ ເມື່ອເຮົາຂາດຫາຍ.
ລະວັງສິ່ງລົບກວນຕ່າງໆ.
ບົດຮຽນຢ່າງທີສອງ: ລະວັງສິ່ງລົບກວນຕ່າງໆ. ເມື່ອເປໂຕຫັນໜີຈາກການເອົາໃຈໃສ່ຕໍ່ພຣະເຢຊູ ແລະ ຫັນໄປຄິດນຳລົມພະຍຸ ແລະ ຟອງນ້ຳທີ່ຊັດໃສ່ຕີນຂອງເພິ່ນ, ເພິ່ນເລີ່ມຈົມລົງ.
ມີຫລາຍສິ່ງຫລາຍຢ່າງ “ທີ່ຢູ່ໃກ້ໆຫົວລົດ” ທີ່ສາມາດລົບກວນເຮົາຈາກການເອົາໃຈໃສ່ຕໍ່ພຣະຄຣິດ ແລະ ສິ່ງທີ່ເປັນນິລັນດອນ ທີ່ຢູ່ໃນ “ຫົນທາງຂ້າງໜ້າ.” ມານເປັນຜູ້ລົບກວນທີ່ຍິ່ງໃຫຍ່. ເຮົາຮຽນຮູ້ຈາກຄວາມຝັນຂອງລີໄຮວ່າ ສຽງຈາກອາຄານໃຫຍ່ ແລະ ກວ້າງຂວາງນັ້ນ ສະແຫວງຫາທີ່ຈະລໍ້ລວງເຮົາໃຫ້ໄປຫາສິ່ງທີ່ຈະເຮັດໃຫ້ເຮົາອອກຈາກການກຽມພ້ອມທີ່ຈະກັບຄືນໄປຢູ່ກັບພຣະເຈົ້າ.9
ແຕ່ວ່າຍັງມີການລົບກວນອື່ນທີ່ບໍ່ເດັ່ນຊັດຊຶ່ງສາມາດເປັນອັນຕະລາຍເຊັ່ນກັນ. ດັ່ງຄຳເວົ້າທີ່ວ່າ, “ສິ່ງດຽວທີ່ຈຳເປັນສຳລັບໄຊຊະນະຂອງຄວາມຊົ່ວຮ້າຍແມ່ນຄົນດີບໍ່ຕ້ອງເຮັດຫຍັງເລີຍ.” ຄືກັນກັບວ່າຜູ້ປໍລະປັກມີຄວາມຕັ້ງໃຈທີ່ຈະເຮັດໃຫ້ຄົນດີບໍ່ຕ້ອງເຮັດຫຍັງ, ຫລື ຢ່າງນ້ອຍໃຫ້ເຂົາເຈົ້າເສຍເວລາກັບສິ່ງທີ່ລົບກວນເຂົາເຈົ້າຈາກເປົ້າໝາຍ ແລະ ຈຸດປະສົງອັນສູງສຸດ. ຕົວຢ່າງເຊັ່ນ, ບາງສິ່ງທີ່ດີຕໍ່ສຸຂະພາບໃນປະລິມານທີ່ພໍພຽງ ສາມາດກາຍເປັນສິ່ງລົບກວນທີ່ບໍ່ດີຕໍ່ສຸຂະພາບໄດ້ ຖ້າປາດສະຈາກລະບຽບວິໄນ. ຜູ້ປໍລະປັກເຂົ້າໃຈວ່າ ສິ່ງລົບກວນບໍ່ຈຳເປັນຕ້ອງຊົ່ວຮ້າຍ ຫລື ຜິດສິນທຳ ກ່ອນຈະມີປະສິດທິພາບໄດ້.
ເຮົາສາມາດໄດ້ຮັບການຊ່ວຍເຫລືອ
ບົດຮຽນທີສາມ: ເຮົາສາມາດໄດ້ຮັບການຊ່ວຍເຫລືອ. ເມື່ອເປໂຕກຳລັງຈົມລົງ, ເພິ່ນໄດ້ຮ້ອງຂຶ້ນວ່າ, “ພຣະອົງເຈົ້າເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ. ໃນທັນໃດນັ້ນ, ພຣະເຢຊູກໍເດ່ [ພຣະຫັດອອກໄປ, ແລະ ຈັບເພິ່ນໄວ້].”10 ເມື່ອເຮົາພົບວ່າຕົວເອງກຳລັງຈົມລົງ, ເມື່ອເຮົາປະເຊີນໜ້າກັບຄວາມທຸກຍາກລຳບາກ, ຫລື ເມື່ອເຮົາສະດຸດລົ້ມ, ເຮົາສາມາດໄດ້ຮັບການຊ່ວຍເຫລືອຈາກພຣະອົງເຊັ່ນກັນ.
ໃນການປະເຊີນໜ້າກັບຄວາມທຸກຍາກລຳບາກ ຫລື ການທ້າທາຍ, ທ່ານອາດຈະເປັນຄືກັນກັບຂ້າພະເຈົ້າ ແລະ ຫວັງວ່າການຊ່ວຍເຫລືອນັ້ນຈະມາໃນທັນທີທັນໃດ. ແຕ່ໃຫ້ຈື່ຈຳໄວ້ວ່າພຣະຜູ້ຊ່ວຍໃຫ້ລອດໄດ້ມາຊ່ວຍເຫລືອພວກອັກຄະສາວົກໃນລະຫວ່າງສາມໂມງຂ້ອນແຈ້ງຫາຫົກໂມງເຊົ້າ—ຫລັງຈາກທີ່ພວກເພິ່ນໄດ້ໃຊ້ເວລາສ່ວນຫລາຍຍາກລຳບາກຢູ່ກັບພະຍຸເກືອບໝົດຄືນ.11 ເຮົາອາດຈະອະທິຖານວ່າ ຖ້າຫາກການຊ່ວຍເຫລືອນັ້ນບໍ່ມາໃນທັນທີທັນໃດ, ຢ່າງນ້ອຍກໍຂໍໃຫ້ມາໃນເວລາທ່ຽງຄືນ ຫລື ຂ້ອນແຈ້ງໃນຄ່ຳຄືນຂອງຄຳອຸປະມາ. ເມື່ອເຮົາຈຳເປັນຕ້ອງລໍຖ້າ, ຈົ່ງໄວ້ວາງໃຈວ່າພຣະຜູ້ຊ່ວຍໃຫ້ລອດກຳລັງເຝົ້າເບິ່ງຢູ່ຕະຫລອດເວລາ, ໃຫ້ໝັ້ນໃຈວ່າເຮົາຈະບໍ່ໄດ້ອົດທົນເກີນກວ່າທີ່ເຮົາຈະທົນໄດ້.12 ສຳລັບບາງຄົນທີ່ໄດ້ລໍຖ້າໃນລະຫວ່າງສາມໂມງຂ້ອນແຈ້ງຫາຫົກໂມງເຊົ້າ, ອາດຈະຍັງຢູ່ໃນທ່າມກາງຂອງຄວາມເຈັບປວດ, ຢ່າສິ້ນຫວັງ. ການຊ່ວຍເຫລືອຈະມາຫາຄົນທີ່ຊື່ສັດຢູ່ສະເໝີ, ບໍ່ວ່າຈະເປັນໃນຊ່ວງມະຕະ ຫລື ໃນນິລັນດອນ.
ບາງຄັ້ງການຈົມລົງຂອງເຮົາເກີດຂຶ້ນຍ້ອນຄວາມຜິດພາດ ແລະ ການລ່ວງລະເມີດຂອງເຮົາ. ຖ້າທ່ານພົບວ່າຕົວເອງກຳລັງຈົມລົງຍ້ອນເຫດຜົນເຫລົ່ານັ້ນ, ຈົ່ງເລືອກກັບໃຈຢ່າງຊື່ນຊົມ.13 ຂ້າພະເຈົ້າເຊື່ອວ່າມີສອງສາມຢ່າງທີ່ເຮັດໃຫ້ພຣະຜູ້ຊ່ວຍໃຫ້ລອດຊື່ນຊົມ ຫລາຍໄປກວ່າການຊ່ວຍຜູ້ທີ່ມາ, ຫລື ກັບຄືນມາ, ຫາພຣະອົງ.14 ພຣະຄຳພີເຕັມໄປດ້ວຍເລື່ອງເລົ່າຂອງຜູ້ຄົນທີ່ຄັ້ງໜຶ່ງຕົກໄປ ແລະ ມີຂໍ້ບົກພ່ອງ ແຕ່ໄດ້ກັບໃຈ ແລະ ໝັ້ນຄົງໃນສັດທາຕໍ່ພຣະຄຣິດ. ຂ້າພະເຈົ້າຄິດວ່າເລື່ອງລາວເຫລົ່ານັ້ນທີ່ຢູ່ໃນພຣະຄຳພີເປັນສິ່ງເຕືອນເຮົາວ່າ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ເຮົາ ແລະ ອຳນາດແຫ່ງການໄຖ່ຂອງພຣະອົງນັ້ນບໍ່ມີຂອບເຂດ. ພຣະຜູ້ຊ່ວຍໃຫ້ລອດບໍ່ພຽງແຕ່ຊື່ນຊົມເມື່ອເຮົາກັບໃຈ, ແຕ່ວ່າເຮົາຈະມີຄວາມຊື່ນຊົມຢ່າງຍິ່ງເຊັ່ນກັນ.
ສະຫລຸບ
ຂ້າພະເຈົ້າເຊື້ອເຊີນໃຫ້ທ່ານຕັ້ງໃຈກ່ຽວກັບການ “ເບິ່ງຫົນທາງຂ້າງໜ້າ” ແລະ ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ສຳຄັນແທ້ໆ. ຂໍໃຫ້ເຮົາເຮັດໃຫ້ພຣະເຢຊູຄຣິດເປັນຈຸດສູນກາງຂອງການເອົາໃຈໃສ່ຂອງເຮົາ. ໃນທ່າມກາງຂອງສິ່ງລົບກວນຕ່າງໆ, ສິ່ງທີ່ “ຢູ່ໃກ້ໆຫົວລົດ,” ແລະ ລົມພະຍຸທີ່ຢູ່ອ້ອມຮອບຕົວເຮົາ, ຂ້າພະເຈົ້າເປັນພະຍານວ່າພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ເປັນພຣະຜູ້ໄຖ່ຂອງເຮົາ ແລະ ເປັນຜູ້ຊ່ວຍກູ້ຊີວິດຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.