ຄວາມຈຳເປັນທີ່ຕ້ອງມີສາດສະໜາຈັກ
ພຣະຄຳພີສິດສອນຢ່າງແຈ່ມແຈ້ງເຖິງການເລີ່ມຕົ້ນ ແລະ ຄວາມຕ້ອງການສາດສະໜາຈັກ ທີ່ຖືກຊີ້ນຳໂດຍ ແລະ ດ້ວຍສິດອຳນາດຂອງພຣະຜູ້ເປັນເຈົ້າຂອງເຮົາ, ພຣະເຢຊູຄຣິດ.
ເມື່ອຫລາຍປີກ່ອນ, ແອວເດີ ມາກ ອີ ພີເຕີເຊັນ, ສະມາຊິກຂອງກຸ່ມອັກຄະສາວົກສິບສອງ, ໄດ້ເລີ່ມກ່າວຄຳປາໄສຂອງເພິ່ນດ້ວຍຕົວຢ່າງສົມມຸດຕິຖານ ດັ່ງນີ້:
“ເຄັນເນັດ ແລະ ພັນລະຍາຂອງລາວ, ນາງລູຊຽວ, ກໍເປັນຄົນດີ, ຊື່ສັດ ແລະ ທ່ຽງທຳ. ແຕ່ເຂົາເຈົ້າບໍ່ໄປໂບດ, ແລະ ເຂົາເຈົ້າຮູ້ສຶກວ່າ ເຂົາເຈົ້າດີຢູ່ແລ້ວ ເຖິງແມ່ນບໍ່ໄປ. ເຂົາເຈົ້າສິດສອນຄວາມຊື່ສັດ ແລະ ຄຸນນະທຳໃຫ້ລູກໆ ແລະ ເຂົາເຈົ້າບອກຕົວເອງວ່າ ສາດສະໜາຈັກຊ່ວຍເຂົາເຈົ້າໄດ້ພຽງແຕ່ເທົ່ານັ້ນ.
“ແລະ, ເຖິງແນວໃດ, ເຂົາເຈົ້າເວົ້າວ່າ ເຂົາເຈົ້າຕ້ອງການວັນເສົາອາທິດສຳລັບການພັກຜ່ອນເປັນຄອບຄົວ … [ແລະ] ການໄປໂບດຈະຂັດຂວາງທາງຂອງເຂົາເຈົ້າ.”1
ມື້ນີ້, ຂ່າວສານຂອງຂ້າພະເຈົ້າແມ່ນກ່ຽວກັບຜູ້ຄົນທີ່ດີ ແລະ ມີຄວາມຄິດດີເລື່ອງສາດສະໜາເຫລົ່ານັ້ນ ຜູ້ເຊົາໄປໂບດ ຫລື ເຊົາເປັນພາກສ່ວນໃນໂບດຂອງເຂົາເຈົ້າ.2 ເມື່ອຂ້າພະເຈົ້າກ່າວຄຳວ່າ “ໂບດ,” ຂ້າພະເຈົ້າລວມທັງ ທຳມະສາລາ, ໂບດອິດສະລາມ, ຫລື ສະຖານທີ່ຊຸມນຸມສາດສະໜາອື່ນໆ. ພວກເຮົາເປັນຫ່ວງກັບຈຳນວນຜູ້ໄປໂບດ ທີ່ລົດນ້ອຍລົງຫລາຍ, ທົ່ວປະເທດ.3 ຖ້າຫາກເຮົາລົດຄຸນຄ່າໂບດຂອງເຮົາ ບໍ່ວ່າຈະເປັນດ້ວຍເຫດໃດ, ເຮົາໄດ້ທຳຮ້າຍຊີວິດຝ່າຍວິນຍານສ່ວນຕົວຂອງເຮົາ, ແລະ ເມື່ອຫລາຍຄົນແຍກຕົວອອກຈາກພຣະເຈົ້າ ພອນຂອງພຣະອົງແກ່ປະຊາຊາດຂອງເຮົາກໍຈະລົດລົງ.
ການໄປໂບດ ແລະ ການເຮັດກິດຈະກຳໃນໂບດ ຊ່ວຍເຮົາກາຍເປັນຜູ້ຄົນດີຂຶ້ນ ແລະ ເປັນອິດທິພົນທີ່ດີຂຶ້ນໃນຊີວິດຂອງຄົນອື່ນ. ຢູ່ໂບດ ເຮົາຖືກສິດສອນເຖິງວິທີນຳໃຊ້ຫລັກທຳສາດສະໜາ. ເຮົາຮຽນຮູ້ຈາກກັນແລະກັນ. ຕົວຢ່າງທີ່ຊັກຊວນ ມີພະລັງຫລາຍກວ່າຄຳເທດສະໜາ. ເຮົາເຂັ້ມແຂງຂຶ້ນໂດຍການສຳພັນກັບຄົນອື່ນທີ່ຄິດຄືກັນ. ໃນການໄປໂບດ ແລະ ການມີສ່ວນຮ່ວມ, ໃຈຂອງເຮົາເປັນເໝືອນດັ່ງທີ່ພຣະຄຣິສຕະທຳຄຳພີ ກ່າວວ່າ, “ຕິດສະໜິດກັນໃນຄວາມຮັກ.”4
I.
ຂໍ້ພຣະຄຳພີທີ່ພຣະເຈົ້າໄດ້ປະທານໃຫ້ຊາວຄຣິດ ຢູ່ໃນພຣະຄຣິສຕະທຳຄຳພີ ແລະ ຢູ່ໃນການເປີດເຜີຍສະໄໝໃໝ່ ສິດສອນຢ່າງແຈ່ມແຈ້ງເຖິງຄວາມຈຳເປັນທີ່ຈະຕ້ອງມີສາດສະໜາຈັກ. ທັງສອງສະແດງວ່າ ພຣະເຢຊູຄຣິດໄດ້ຈັດຕັ້ງສາດສະໜາຈັກຂຶ້ນ ແລະ ຄິດວ່າ ສາດສະໜາຈັກຈະດຳເນີນວຽກງານຂອງພຣະອົງຫລັງຈາກພຣະອົງຈາກໄປ. ພຣະອົງໄດ້ເອີ້ນອັກຄະສາວົກສິບສອງ ແລະ ໄດ້ມອບສິດອຳນາດ ແລະ ຂໍກະແຈໃຫ້ພວກເພິ່ນ ເພື່ອຊີ້ນຳສາດສະໜາຈັກ. ພຣະຄຣິສຕະທຳຄຳພີສິດສອນວ່າ ພຣະຄຣິດເປັນ “ປະມຸກຂອງສາດສະໜາຈັກ”5 ແລະ ເຈົ້າໜ້າທີ່ໃນນັ້ນ ໄດ້ຖືກຈັດຕັ້ງໄວ້ “ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງໃຫ້ເປັນຜູ້ຮັບໃຊ້ທີ່ເໝາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດ.”6 ແນ່ນອນ ພຣະຄຣິສຕະທຳຄຳພີແມ່ນແຈ່ມແຈ້ງກ່ຽວກັບການເລີ່ມຕົ້ນຂອງສາດສະໜາຈັກ ແລະ ຄວາມຕ້ອງການທີ່ຈະມີມັນໃນເວລານີ້.
ບາງຄົນເວົ້າວ່າ ການໄປປະຊຸມໂບດ ບໍ່ໄດ້ຊ່ວຍຫຍັງພວກເຂົາ. ບາງຄົນເວົ້າວ່າ, “ມື້ນີ້ຂ້ອຍບໍ່ໄດ້ຮຽນຮູ້ຫຍັງເລີຍ” ຫລື “ບໍ່ມີໃຜເປັນມິດກັບຂ້ອຍ” ຫລື “ຂ້ອຍເຄືອງໃຈ.” ຄວາມຜິດຫວັງສ່ວນຕົວບໍ່ຄວນກີດກັນເຮົາຈາກຄຳສອນຂອງພຣະຄຣິດ, ຜູ້ໄດ້ສິດສອນເຮົາໃຫ້ຮັບໃຊ້, ບໍ່ແມ່ນຖືກຮັບໃຊ້.7 ເມື່ອຄຳນຶງເຖິງສິ່ງນີ້, ສະມາຊິກຄົນໜຶ່ງໄດ້ບັນຍາຍເຖິງຄວາມຕັ້ງໃຈຂອງລາວໃນການໄປໂບດ ດັ່ງນີ້:
“ເມື່ອຫລາຍປີກ່ອນ, ຂ້ອຍໄດ້ປ່ຽນທັດສະນະຄະຕິກ່ຽວກັບການໄປໂບດ. ຂ້ອຍບໍ່ໄດ້ໄປໂບດເພື່ອເຫັນແກ່ຕົວເອງອີກແລ້ວ, ແຕ່ຄິດກ່ຽວກັບຄົນອື່ນ. ຂ້ອຍຕັ້ງໃຈທີ່ຈະຖາມສະບາຍດີກັບຄົນທີ່ນັ່ງຢູ່ຄົນດຽວ, ຕ້ອນຮັບຜູ້ມາຢ້ຽມຢາມ, … ອາສາສະໝັກຊ່ວຍວຽກງານຕ່າງໆ. …
“ສະຫລຸບແລ້ວ, ຂ້ອຍໄປໂບດທຸກອາທິດ ດ້ວຍຄວາມຕັ້ງໃຈທີ່ຈະຫ້າວຫັນ, ບໍ່ແມ່ນນັ່ງເສີຍ, ແລະ ເພື່ອສ້າງຄວາມແຕກຕ່າງໃນທາງບວກ ໃນຊີວິດຂອງຜູ້ຄົນ.”8
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສິດສອນວ່າ “ເຮົາໄປໂບດໃນວັນຊະບາໂຕ ບໍ່ແມ່ນເພື່ອຄວາມບັນເທີງ ຫລື ພຽງແຕ່ຮັບຄຳແນະນຳເທົ່ານັ້ນ. ເຮົາໄປເພື່ອນະມັດສະການພຣະຜູ້ເປັນເຈົ້າ. ມັນເປັນໜ້າທີ່ຮັບຜິດຊອບສ່ວນຕົວ. … ຖ້າການໄປໂບດລົ້ມເຫລວສຳລັບທ່ານ, ກໍສະແດງວ່າທ່ານລົ້ມເຫລວ. ບໍ່ມີໃຜສາມາດນະມັດສະການແທນທ່ານ; ທ່ານຈະຕ້ອງລໍຖ້າພຣະຜູ້ເປັນເຈົ້າດ້ວຍຕົວເອງ.”9
ການໄປໂບດສາມາດເປີດໃຈເຮົາ ແລະ ຊຳລະລ້າງຈິດວິນຍານຂອງເຮົາ.
ຢູ່ໃນໂບດ ເຮົາບໍ່ຮັບໃຊ້ດ້ວຍຕົວຄົນດຽວ ຫລື ໂດຍການເລືອກ ຫລື ຕາມຄວາມສະດວກສະບາຍຂອງເຮົາເອງ. ຕາມທຳມະດາແລ້ວ ເຮົາຮັບໃຊ້ນຳກັນ. ໃນການຮັບໃຊ້ ເຮົາຈະພົບໂອກາດທີ່ສະຫວັນສົ່ງມາໃຫ້ ເພື່ອຢູ່ເໜືອ ບຸກຄົນນິຍົມ [ໝາຍເຖິງການເພິ່ງຕົວເອງ] ຂອງຍຸກສະໄໝເຮົາ. ການຮັບໃຊ້ທີ່ຊີ້ນຳໂດຍສາດສະໜາຈັກ ຊ່ວຍເຮົາໃຫ້ເອົາຊະນະຄວາມເຫັນແກ່ຕົວ ທີ່ອາດຂັດຂວາງຄວາມເຕີບໂຕທາງວິນຍານຂອງເຮົາ.
ມັນມີຂໍ້ດີທີ່ສຳຄັນທີ່ຈະກ່າວເຖິງ, ແມ່ນແຕ່ສັ້ນໆ. ຢູ່ໃນໂບດ ເຮົາຄົບຫາສະມາຄົມກັບຜູ້ຄົນທີ່ດີ ທີ່ພະຍາຍາມຮັບໃຊ້ພຣະເຈົ້າ. ສິ່ງນີ້ເຕືອນເຮົາວ່າ ເຮົາບໍ່ໄດ້ຢູ່ຄົນດຽວໃນກິດຈະກຳທາງສາດສະໜາ. ເຮົາທຸກຄົນຕ້ອງການຄົບຫາສະມາຄົມກັບຄົນອື່ນ, ແລະ ການຄົບຫາສະມາຄົມຢູ່ທີ່ໂບດ ເປັນປະສົບການບາງຢ່າງທີ່ດີທີ່ສຸດ, ສຳລັບເຮົາ ແລະ ຄູ່ຄອງ ແລະ ລູກໆຂອງເຮົາ. ຖ້າບໍ່ມີການຄົບຫາສະມາຄົມເຫລົ່ານັ້ນ, ໂດຍສະເພາະລະຫວ່າງເດັກນ້ອຍ ແລະ ພໍ່ແມ່ທີ່ຊື່ສັດ, ການຄົ້ນຄວ້າສະແດງໃຫ້ເຫັນຄວາມຫຍຸ້ງຍາກຫລາຍຂຶ້ນສຳລັບພໍ່ແມ່ທີ່ຈະລ້ຽງດູລູກໆໃນຄວາມເຊື່ອຖືຂອງເຂົາເຈົ້າ.10
II.
ຈົນເຖິງຕອນນີ້, ຂ້າພະເຈົ້າກ່າວເຖິງໂບດໂດຍທົ່ວໄປ. ບັດນີ້ ຂ້າພະເຈົ້າຈະກ່າວເຖິງເຫດຜົນພິເສດສຳລັບການເປັນສະມາຊິກ, ການໄປໂບດ, ແລະ ການມີພາກສ່ວນໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ທີ່ຖືກຟື້ນຟູຂອງພຣະຜູ້ຊ່ວຍໃຫ້ລອດ.
ແນ່ນອນ, ພວກເຮົາຢືນຢັນວ່າພຣະຄຳພີ, ຂອງສະໄໝບູຮານ ແລະ ຂອງສະໄໝໃໝ່, ສິດສອນຢ່າງແຈ່ມແຈ້ງເຖິງການເລີ່ມຕົ້ນ ແລະ ຄວາມຕ້ອງການສາດສະໜາຈັກ ທີ່ຖືກຊີ້ນຳໂດຍ ແລະ ດ້ວຍສິດອຳນາດຂອງພຣະຜູ້ເປັນເຈົ້າຂອງເຮົາ, ພຣະເຢຊູຄຣິດ. ພວກເຮົາຍັງເປັນພະຍານວ່າ ສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ ໄດ້ຖືກຈັດຕັ້ງຂຶ້ນເພື່ອສິດສອນຄຳສອນທີ່ສົມບູນຂອງພຣະອົງ ແລະ ເພື່ອເຮັດໜ້າທີ່ດ້ວຍສິດອຳນາດຖານະປະໂລຫິດຂອງພຣະອົງ ເພື່ອກະທຳພິທີການທີ່ຈຳເປັນຕໍ່ການເຂົ້າໄປໃນອານາຈັກຂອງພຣະເຈົ້າ.11 ສະມາຊິກທີ່ເຊົາໄປໂບດ ແລະ ເພິ່ງອາໄສພຽງແຕ່ຄວາມເຂັ້ມແຂງທາງວິນຍານສ່ວນຕົວ ໄດ້ແຍກຕົວເອງຈາກສິ່ງສຳຄັນຂອງພຣະກິດຕິຄຸນເຫລົ່ານີ້: ອຳນາດ ແລະ ພອນຂອງຖານະປະໂລຫິດ, ຄຳສອນຢ່າງສົມບູນທີ່ຖືກຟື້ນຟູ, ແລະ ແຮງຈູງໃຈ ແລະ ໂອກາດທີ່ຈະນຳໃຊ້ຄຳສອນນັ້ນ. ເຂົາເຈົ້າສູນເສຍໂອກາດເພື່ອໃຫ້ເໝາະສົມກັບການສືບຕໍ່ເປັນຄອບຄົວໃນນິລັນດອນ.
ຂໍ້ດີອີກຢ່າງໜຶ່ງຂອງສາດສະໜາຈັກທີ່ຖືກຟື້ນຟູແມ່ນວ່າ ມັນຊ່ວຍເຮົາໃຫ້ເຕີບໂຕທາງວິນຍານ. ເຕີບໂຕໝາຍເຖິງການປ່ຽນແປງ. ໃນຄວາມໝາຍທາງວິນຍານ ນີ້ໝາຍເຖິງການກັບໃຈ ແລະ ການສະແຫວງຫາທີ່ຈະເຂົ້າໃກ້ພຣະຜູ້ເປັນເຈົ້າຫລາຍຂຶ້ນ. ໃນສາດສະໜາຈັກທີ່ຖືກຟື້ນຟູ ເຮົາມີຄຳສອນ, ຫລັກການ, ແລະ ຜູ້ຊ່ວຍທີ່ໄດ້ຮັບການດົນໃຈ ເພື່ອຊ່ວຍເຮົາໃຫ້ກັບໃຈ. ຈຸດປະສົງຂອງພວກເພິ່ນ, ແມ່ນແຕ່ໃນສະພາສະມາຊິກກະພາບ, ບໍ່ແມ່ນເພື່ອລົງໂທດ, ຄືກັບສານອາຍາ. ສະພາສະມາຊິກກະພາບຂອງສາດສະໜາຈັກ ໄດ້ສະແຫວງຫາທີ່ຈະຊ່ວຍເຮົາດ້ວຍຄວາມຮັກ ເພື່ອໃຫ້ເໝາະສົມສຳລັບການໃຫ້ອະໄພດ້ວຍຄວາມເມດຕາ ທີ່ເປັນໄປໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
ຄວາມເຂັ້ມແຂງທາງວິນຍານສ່ວນຕົວ ໜ້ອຍໜັກໜ້ອຍໜາຈະສ້າງແຮງຈູງໃຈ ແລະ ໂຄງສ້າງສຳລັບການຮັບໃຊ້ຢ່າງບໍ່ເຫັນແກ່ຕົວ ທີ່ສາດສະໜາຈັກທີ່ຖືກຟື້ນຟູຈັດຫາໃຫ້. ຕົວຢ່າງທີ່ດີເລີດກ່ຽວກັບເລື່ອງນີ້ ແມ່ນຊາຍໜຸ່ມ ແລະ ຍິງໜຸ່ມ ແລະ ຜູ້ອາວຸໂສ ທີ່ໄດ້ໂຈະການສຶກສາ ຫລື ກິດຈະກຳບຳນານ ເພື່ອຮັບເອົາການຮັບໃຊ້ເຜີຍແຜ່. ເຂົາເຈົ້າທຳງານໃນຖານະຜູ້ສອນສາດສະໜາຕໍ່ຄົນແປກໜ້າ ໃນບ່ອນທີ່ບໍ່ຄຸ້ນເຄີຍ ທີ່ເຂົາເຈົ້າບໍ່ໄດ້ເລືອກເອງ. ສິ່ງດຽວກັນນີ້ກໍເປັນຄວາມຈິງກັບສະມາຊິກທີ່ຊື່ສັດ ຜູ້ມີສ່ວນຮ່ວມໃນການຮັບໃຊ້ທີ່ບໍ່ເຫັນແກ່ຕົວ ຊຶ່ງເຮົາເອີ້ນວ່າ “ວຽກງານພຣະວິຫານ.” ບໍ່ມີການຮັບໃຊ້ໃດໆເຊັ່ນນີ້ທີ່ເປັນໄປໄດ້ ຖ້າປາດສະຈາກການສະໜັບສະໜູນ, ການຈັດຕັ້ງ, ແລະ ການຊີ້ນຳຂອງສາດສະໜາຈັກ.
ຄວາມເຊື່ອທາງສາດສະໜາ ແລະ ການຮັບໃຊ້ໃນສາດສະໜາຈັກຂອງສະມາຊິກ ໄດ້ສິດສອນເຂົາເຈົ້າເຖິງວິທີທີ່ຈະເຮັດວຽກນຳກັນ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ໃຫຍ່ກວ່າ. ປະສົບການ ແລະ ການພັດທະນາແບບນັ້ນ ຈະບໍ່ເກີດຂຶ້ນໃນ ບຸກຄົນນິຍົມ ຊຶ່ງມີຫລາຍໃນສັງຄົມປະຈຸບັນຂອງເຮົາ. ໃນພູມີພາກບ່ອນຈັດຕັ້ງຫວອດໃນທ້ອງຖິ່ນຂອງເຮົາ, ເຮົາໄດ້ພົວພັນ ແລະ ທຳງານກັບບຸກຄົນທີ່ເຮົາອາດຈະບໍ່ໄດ້ເລືອກ, ບຸກຄົນທີ່ສິດສອນເຮົາ ແລະ ທົດສອບເຮົາ.
ນອກເໜືອໄປຈາກການຊ່ວຍເຮົາໃຫ້ຮຽນຮູ້ຄຸນສົມບັດທາງວິນຍານເຊັ່ນ ຄວາມຮັກ, ຄວາມເຫັນອົກເຫັນໃຈ, ການໃຫ້ອະໄພ, ແລະ ຄວາມອົດທົນແລ້ວ, ສິ່ງນີ້ຍັງໃຫ້ໂອກາດເຮົາຮຽນຮູ້ວິທີທີ່ຈະເຮັດວຽກກັບບຸກຄົນທີ່ມີພື້ນຖານ ແລະ ມີຄວາມມັກຊອບທີ່ແຕກຕ່າງກັນຫລາຍ. ຜົນປະໂຫຍດນີ້ໄດ້ຊ່ວຍສະມາຊິກຂອງພວກເຮົາຫລາຍຄົນ, ແລະ ຫລາຍອົງການ ໃຫ້ໄດ້ຮັບພອນຈາກການເຂົ້າຮ່ວມຂອງເຂົາເຈົ້າ. ໄພ່ພົນຍຸກສຸດທ້າຍມີຊື່ສຽງຍ້ອນຄວາມສາມາດໃນການນຳພາ ແລະ ຄວາມສາມັກຄີໃນການຮ່ວມມືເຮັດກິດຈະກຳຕ່າງໆ. ປະເພນີນັ້ນມີຕົ້ນກຳເນີດມາຈາກຜູ້ບຸກເບີກທີ່ກ້າຫານ ຜູ້ໄດ້ໄປຕັ້ງອານານິຄົມຢູ່ເຂດພູສູງ ໃນພາກຕາເວັນຕົກຂອງສະຫະລັດ ແລະ ໄດ້ສ້າງຕັ້ງປະເພນີອັນມີຄ່າຂອງພວກເຮົາ ໃນການຮ່ວມມືທີ່ບໍ່ເຫັນແກ່ຕົວ ເພື່ອຜົນປະໂຫຍດສ່ວນລວມ.
ອົງການຊ່ວຍເຫລືອມະນຸດສະທຳ ແລະ ໂຄງການກຸສົນສ່ວນໃຫຍ່ ຈຳເປັນຕ້ອງເຮັດໃຫ້ສຳເລັດໂດຍການຮວບຮວມ ແລະ ຄຸ້ມຄອງຊັບພະຍາກອນສ່ວນຕົວ ໃນລະດັບໃຫຍ່. ສາດສະໜາຈັກທີ່ຖືກຟື້ນຟູໄດ້ເຮັດສິ່ງນີ້ກັບອົງການຊ່ວຍເຫລືອມະນຸດສະທຳລະດັບໃຫຍ່ຂອງຕົນ ຕະຫລອດທົ່ວໂລກ. ສິ່ງເຫລົ່ານີ້ ແມ່ນລວມທັງການຢາຍອຸປະກອນການສຶກສາ ແລະ ການແພດ, ການລ້ຽງດູຄົນຫິວໂຫຍ, ການດູແລຊາວອົບພະຍົບ, ການຊ່ວຍແກ້ໄຂຜົນກະທົບຈາກການຕິດແສດ, ແລະ ອີກຫລາຍໆຢ່າງ. ສະມາຊິກຂອງສາດສະໜາຈັກຂອງພວກເຮົາມີຊື່ສຽງໃນດ້ານໂຄງການ Helping Hands ໃນໄພທຳມະຊາດ. ການເປັນສະມາຊິກຂອງສາດສະໜາຈັກ ອະນຸຍາດໃຫ້ເຮົາມີພາກສ່ວນໃນໂຄງການລະດັບໃຫຍ່ເຊັ່ນນີ້. ສະມາຊິກກໍໄດ້ບໍລິຈາກເງິນຖືສິນອົດເຂົ້ານຳອີກ ເພື່ອຊ່ວຍຄົນຍາກຈົນ ໃນທ່າມກາງພວກເຂົາ.
ນອກເໜືອໄປຈາກຄວາມຮູ້ສຶກສະຫງົບສຸກ ແລະ ຄວາມຊື່ນຊົມ ຜ່ານທາງການເປັນເພື່ອນຂອງພຣະວິນຍານ, ສະມາຊິກຂອງສາດສະໜາຈັກຂອງພວກເຮົາທີ່ມີສ່ວນຮ່ວມກໍຍັງມີຄວາມສຸກກັບຜົນຂອງການດຳລົງຊີວິດຕາມພຣະກິດຕິຄຸນນຳອີກ, ດັ່ງເຊັ່ນພອນຂອງການດຳລົງຊີວິດຕາມພຣະວາຈາແຫ່ງປັນຍາ ແລະ ຄວາມຈະເລີນທາງວັດຖຸ ແລະ ທາງວິນຍານທີ່ສັນຍາໄວ້ ສຳລັບການດຳລົງຊີວິດຕາມກົດສ່ວນສິບ. ເຮົາຍັງມີພອນແຫ່ງການແນະນຳຈາກຜູ້ນຳທີ່ໄດ້ຮັບການດົນໃຈນຳອີກ.
ທັງໝົດນີ້ຖືວ່າເປັນພິທີການຖານະປະໂລຫິດທີ່ເຊື່ອຖືໄດ້ ຊຶ່ງຈຳເປັນສຳລັບນິລັນດອນ, ລວມທັງສິນລະລຶກທີ່ເຮົາໄດ້ຮັບໃນແຕ່ລະວັນຊະບາໂຕ. ພິທີການສູງສຸດຢູ່ໃນສາດສະໜາຈັກທີ່ຖືກຟື້ນຟູແມ່ນພັນທະສັນຍາອັນເປັນນິດຂອງການແຕ່ງງານ, ຊຶ່ງເຮັດໃຫ້ຄວາມສຳພັນຄອບຄົວຮຸ່ງໂລດສືບຕໍ່ໄປ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນຫລັກທຳນີ້ ໃນທາງທີ່ໜ້າຊົງຈຳ. ເພິ່ນກ່າວວ່າ: “ເຮົາບໍ່ສາມາດພຽງແຕ່ ປາດຖະໜາ ແລະ ກໍໄດ້ເຂົ້າໄປໃນທີ່ປະທັບຂອງພຣະເຈົ້າໂລດ. ເຮົາຕ້ອງເຊື່ອຟັງກົດ ຊຶ່ງ [ພອນນັ້ນຖືກ] ກຳນົດໄວ້.”12
ໜຶ່ງໃນກົດເຫລົ່ານັ້ນແມ່ນການນະມັດສະການໃນໂບດ ທຸກວັນຊະບາໂຕ.13 ການນະມັດສະການ ແລະ ການນຳໃຊ້ຫລັກທຳນິລັນດອນຂອງເຮົາ ຊ່ວຍເຮົາໃຫ້ເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ແລະ ຂະຫຍາຍຄວາມສາມາດຂອງເຮົາທີ່ຈະຮັກ. ພາລີ ພີ ພະແຣັດ, ຜູ້ໜຶ່ງໃນກຸ່ມອັກຄະສາວົກດັ້ງເດີມຂອງສະໄໝນີ້ ໄດ້ບັນຍາຍເຖິງຄວາມຮູ້ສຶກຂອງເພິ່ນ ເມື່ອສາດສະດາໂຈເຊັບ ສະມິດ ໄດ້ອະທິບາຍຫລັກທຳເຫລົ່ານີ້: “ຂ້າພະເຈົ້າຮູ້ສຶກວ່າ ພຣະເຈົ້າເປັນພຣະບິດາເທິງສະຫວັນແທ້ໆຂອງຂ້າພະເຈົ້າ; ວ່າພຣະເຢຊູເປັນອ້າຍຂອງຂ້າພະເຈົ້າ, ແລະ ວ່າພັນລະຍາໃນອ້ອມອົກຂອງຂ້າພະເຈົ້າ ເປັນເພື່ອນອະມະຕະ ແລະ ນິລັນດອນ: ເປັນທູດຜູ້ປະຕິບັດສາດສະໜາກິດທີ່ມີເມດຕາ, ຊຶ່ງຖືກມອບໃຫ້ຂ້າພະເຈົ້າເພື່ອປອບໂຍນ, ແລະ ເປັນມົງກຸດທີ່ສະຫງ່າລາສີຕະຫລອດໄປ ແລະ ຕະຫລອດການ. ສະຫລຸບແລ້ວ, ບັດນີ້ ຂ້າພະເຈົ້າສາມາດຮັກດ້ວຍວິນຍານ ແລະ ດ້ວຍຄວາມເຂົ້າໃຈນຳອີກ.”14
ສຸດທ້າຍນີ້, ຂ້າພະເຈົ້າຂໍເຕືອນທຸກຄົນວ່າ ພວກເຮົາບໍ່ເຊື່ອວ່າ ຄວາມດີຈະສຳເລັດໄດ້ພຽງແຕ່ຜ່ານທາງສາດສະໜາຈັກເທົ່ານັ້ນ. ພວກເຮົາກໍເຫັນຜູ້ຄົນນັບຫລາຍລ້ານຄົນ ສະໜັບສະໜູນ ແລະ ດຳເນີນວຽກງານດີ ຈົນນັບບໍ່ຖ້ວນ ໂດຍທີ່ບໍ່ຂຶ້ນກັບໂບດ. ໄພ່ພົນຍຸກສຸດທ້າຍກໍໄດ້ມີພາກສ່ວນໃນຫລາຍໆໂຄງການເປັນສ່ວນຕົວ. ພວກເຮົາເຫັນວ່າ ວຽກງານເຫລົ່ານີ້ເປັນການສະແດງຄວາມຈິງນິລັນດອນ ທີ່ “ພຣະວິນຍານໃຫ້ຄວາມສະຫວ່າງແກ່ ມະນຸດທຸກຄົນ ທີ່ມາສູ່ໂລກ.”15
ເຖິງແມ່ນວຽກງານດີທີ່ສາມາດເຮັດສຳເລັດໄດ້ປາດສະຈາກສາດສະໜາຈັກ, ແຕ່ຄວາມສົມບູນຂອງຄຳສອນ ແລະ ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ມີຢູ່ໃນສາດສະໜາຈັກທີ່ຖືກຟື້ນຟູເທົ່ານັ້ນ. ນອກເໜືອຈາກນີ້, ການໄປໂບດຍັງໃຫ້ຄວາມເຂັ້ມແຂງ ແລະ ໃຫ້ການສົ່ງເສີມແກ່ສັດທາຂອງເຮົາ ຊຶ່ງມາຈາກການຄົບຫາສະມາຄົມກັບຜູ້ທີ່ເຊື່ອຄົນອື່ນໆ ແລະ ການນະມັດສະການຮ່ວມກັບຜູ້ທີ່ພະຍາຍາມຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ແລະ ເປັນສານຸສິດທີ່ດີຂຶ້ນຂອງພຣະຄຣິດ. ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະແນ່ວແນ່ຢູ່ໃນປະສົບການເຫລົ່ານີ້ຂອງສາດສະໜາຈັກ ຂະນະທີ່ເຮົາສະແຫວງຫາຊີວິດນິລັນດອນ, ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.