ຄວາມບໍ່ຍຸດຕິທຳທີ່ເຮັດໃຫ້ໃຈຮ້າຍ
ພຣະເຢຊູຄຣິດທັງເຂົ້າໃຈຄວາມບໍ່ຍຸດຕິທຳ ແລະ ມີອຳນາດທີ່ຈະຈັດຫາຫວ້ານຢາໃຫ້.
ໃນປີ 1994, ການຂ້າລ້າງເຜົ່າພັນໄດ້ເກີດຂຶ້ນຢູ່ ອາຟຣິກາຕາເວັນອອກໃນປະເທດຣາວັນດາ ຊຶ່ງເຫດຜົນໜຶ່ງແມ່ນຍ້ອນການຂັດແຍ້ງຂອງຊົນເຜົ່າເປັນເວລາດົນນານ. ສະເລ່ຍແລ້ວຄົງມີຫລາຍກວ່າເຄິ່ງລ້ານຄົນທີ່ຖືກຂ້າຕາຍ.1 ເປັນໜ້າປະຫລາດໃຈທີ່ປະຊາຊົນຣາວັນດາສ່ວນຫລາຍໄດ້ຄືນດີກັນ,2 ແຕ່ເຫດການເຫລົ່ານີ້ກໍຍັງມີຜົນສະທ້ອນຕໍ່ຊີວິດຂອງເຂົາເຈົ້າຢູ່.
ເປັນເວລາໜຶ່ງທົດສະວັດມາແລ້ວ, ຂະນະທີ່ຢ້ຽມຢາມປະເທດຣາວັນດາ, ພັນລະຍາກັບຂ້າພະເຈົ້າໄດ້ເວົ້າລົມກັບຜູ້ໂດຍສານຄົນໜຶ່ງຢູ່ທີ່ສະໜາມບິນ ຄີກາລີ. ລາວໄດ້ຄ່ຳຄວນເຖິງຄວາມບໍ່ຍຸດຕິທຳຂອງການຂ້າລ້າງເຜົ່າພັນ ແລະ ໄດ້ຖາມແບບເຈັບປວດໃຈວ່າ, “ຖ້າຫາກພຣະເຈົ້າມີຈິງ, ເປັນຫຍັງພຣະອົງຈຶ່ງບໍ່ເຮັດຫຍັງ?” ສຳລັບຊາຍຄົນນີ້—ແລະ ສຳລັບເຮົາຫລາຍຄົນ—ຄວາມທຸກທໍລະມານ ແລະ ຄວາມບໍ່ຍຸດຕິທຳທີ່ໂຫດຮ້າຍ ສາມາດເບິ່ງຄືວ່າ ບໍ່ເຂົ້າກັນກັບຄວາມເປັນຈິງຂອງຄວາມເມດຕາ ແລະ ຄວາມຮັກຂອງພຣະບິດາເທິງສະຫວັນ. ແຕ່ພຣະອົງມີຈິງ, ພຣະອົງມີເມດຕາ, ແລະ ພຣະອົງຮັກລູກໆຂອງພຣະອົງທຸກຄົນຢ່າງສົມບູນ. ການແບ່ງແຍກນີ້ໄດ້ເປັນມາແຕ່ດຶກດຳບັນ ແລະ ບໍ່ສາມາດອະທິບາຍຢ່າງແຈ່ມແຈ້ງໃນສອງສາມຄຳ ຫລື ໃນສະຕິກເກີກັນຊົນ.
ໃນການເລີ່ມຕົ້ນອະທິບາຍ, ໃຫ້ເຮົາມາຄົ້ນຄວ້າຄວາມບໍ່ຍຸດຕິທຳຫລາຍໆຢ່າງນຳກັນ. ໃຫ້ເຮົາມາພິຈາລະນາຄອບຄົວໜຶ່ງ ຊຶ່ງລູກໆໄດ້ຮັບເງິນຈາກການເຮັດວຽກບ້ານ. ລູກຊາຍ, ຊື່ທ້າວຈອນ, ໄດ້ຊື້ເຂົ້າໜົມກິນ; ລູກສາວ, ຊື່ນາງແອນນາ, ໄດ້ເກັບເງິນໄວ້. ໃນທີ່ສຸດ, ນາງແອນນາໄດ້ຊື້ລົດຖີບ. ທ້າວຈອນຄິດວ່າ ມັນບໍ່ຍຸດຕິທຳທີ່ນາງແອນນາໄດ້ລົດຖີບ ແລະ ລາວບໍ່ໄດ້. ແຕ່ແມ່ນການເລືອກຂອງທ້າວຈອນທີ່ກໍ່ໃຫ້ເກີດຄວາມບໍ່ເທົ່າທຽມກັນ, ບໍ່ແມ່ນການກະທຳຂອງພໍ່ແມ່. ການຕັດສິນໃຈຂອງນາງແອນນາທີ່ອົດກິນເຂົ້າໜົມ ບໍ່ແມ່ນສາເຫດທີ່ນຳຄວາມບໍ່ຍຸດຕິທຳມາໃຫ້ທ້າວຈອນ ເພາະວ່າລາວກໍມີໂອກາດທີ່ຈະເຮັດຄືກັນກັບເອື້ອຍຂອງລາວ.
ການຕັດສິນໃຈຂອງເຮົາກໍສາມາດເປັນການໄດ້ປຽບ ຫລື ການເສຍປຽບໄລຍະຍາວໄດ້. ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍວ່າ, “ຖ້າຫາກບຸກຄົນໃດບັນລຸຄວາມຮູ້ ແລະ ຄວາມຮູ້ແຈ້ງໃນຊີວິດນີ້ ຜ່ານຄວາມພາກພຽນ ແລະ ການເຊື່ອຟັງຂອງເຂົາ ຫລາຍກວ່າຄົນອື່ນເທົ່າໃດ, ບຸກຄົນນັ້ນກໍຈະໄດ້ປຽບຄົນອື່ນຫລາຍກວ່າເທົ່ານັ້ນ ຢູ່ໃນໂລກທີ່ຈະມາເຖິງ.”3 ເມື່ອຄົນອື່ນໄດ້ຮັບຜົນປະໂຫຍດເພາະການເລືອກທີ່ດີຂອງເຂົາ, ເຮົາບໍ່ສາມາດສະຫລຸບວ່າ ເຮົາບໍ່ໄດ້ຮັບຄວາມຍຸດຕິທຳ ເມື່ອເຮົາກໍມີໂອກາດແບບດຽວກັນນັ້ນຄືກັນ.
ອີກຕົວຢ່າງໜຶ່ງເຖິງຄວາມບໍ່ຍຸດຕິທຳ ຈາກສະຖານະການທີ່ ນາງຣຸດ ພັນລະຍາຂອງຂ້າພະເຈົ້າໄດ້ປະເຊີນຕອນຍັງນ້ອຍ. ມື້ໜຶ່ງນາງຣຸດໄດ້ຍິນວ່າແມ່ຊິພານາງເມີລາ ນ້ອງສາວຂອງນາງໄປຊື້ເກີບ. ນາງຣຸດໄດ້ເວົ້າຈົ່ມ, “ແມ່, ມັນບໍ່ຍຸດຕິທຳເລີຍ! ເມີລາເປັນຄົນສຸດທ້າຍທີ່ໄດ້ເກີບຄູ່ໃໝ່ເທື່ອແລ້ວນີ້.”
ແມ່ໄດ້ຖາມວ່າ, “ຣຸດ, ເກີບເຈົ້າຍັງໃຊ້ໄດ້ຢູ່ບໍ?”
ນາງຣຸດຕອບວ່າ, “ຍັງໃຊ້ໄດ້ຢູ່.”
ແລ້ວແມ່ໄດ້ເວົ້າວ່າ, “ເກີບຂອງເມີລາຄັບແລ້ວ.”
ນາງຣຸດໄດ້ເຫັນດ້ວຍທີ່ລູກທຸກຄົນໃນຄອບຄົວຄວນມີເກີບທີ່ໃຊ້ໄດ້. ເຖິງແມ່ນວ່ານາງຣຸດຢາກໄດ້ເກີບຄູ່ໃໝ່, ແຕ່ຄວາມຄິດທີ່ວ່າ ມັນບໍ່ຍຸດຕິທຳກໍໄດ້ຫາຍໄປ ເມື່ອນາງເບິ່ງສະຖານະການດ້ວຍສາຍຕາຂອງແມ່.
ຄວາມບໍ່ຍຸດຕິທຳບາງຢ່າງ ກໍບໍ່ສາມາດອະທິບາຍໄດ້; ຄວາມບໍ່ຍຸດຕິທຳທີ່ອະທິບາຍບໍ່ໄດ້ ເຮັດໃຫ້ໃຈຮ້າຍ. ຄວາມບໍ່ຍຸດຕິທຳມາຈາກການມີຮ່າງກາຍທີ່ບໍ່ສົມປະກອບ, ໄດ້ຮັບບາດເຈັບ, ຫລື ເປັນພະຍາດ. ຊີວິດມະຕະແມ່ນບໍ່ຍຸດຕິທຳຢູ່ແລ້ວ. ບາງຄົນໄດ້ເກີດມາກັບກອງເງິນກອງຄຳ; ບາງຄົນຍາກຈົນ. ບາງຄົນມີພໍ່ແມ່ທີ່ຮັກຫອມ; ບາງຄົນບໍ່ມີ. ບາງຄົນມີອາຍຸຍືນ; ບາງຄົນອາຍຸສັ້ນ. ແລະ ຕໍ່ໆໄປ. ບາງຄົນເຮັດຄວາມຜິດພາດທີ່ເປັນອັນຕະລາຍ ເຖິງແມ່ນເຂົາພະຍາຍາມເຮັດສິ່ງທີ່ດີ. ບາງຄົນເລືອກບໍ່ປ່ຽນຄວາມບໍ່ຍຸດຕິທຳໃຫ້ດີຂຶ້ນ ເມື່ອເຂົາສາມາດເຮັດໄດ້. ເປັນໜ້າກັງວົນທີ່, ບາງຄົນໃຊ້ອຳເພີໃຈທີ່ພຣະເຈົ້າປະທານໃຫ້ ເພື່ອທຳຮ້າຍຄົນອື່ນ ທີ່ເຂົາບໍ່ຄວນເຮັດ.
ຄວາມບໍ່ຍຸດຕິທຳຫລາຍໆຢ່າງສາມາດລວມຕົວກັນ, ກໍ່ໃຫ້ເກີດຄວາມບໍ່ຍຸດຕິທຳອັນໃຫຍ່ໂຕໄດ້. ຍົກຕົວຢ່າງ, ຜົນສະທ້ອນຂອງພະຍາດໂຄວິດ-19 ຕໍ່ຜູ້ຄົນຫລາຍໆກຸ່ມ ທີ່ເປັນຝ່າຍເສຍປຽບໃນຫລາຍໆຢ່າງຢູ່ແລ້ວ. ຂ້າພະເຈົ້າເຈັບປວດໃຈແທນຜູ້ທີ່ປະເຊີນກັບຄວາມບໍ່ຍຸດຕິທຳ, ແຕ່ຂ້າພະເຈົ້າຂໍປະກາດດ້ວຍຄວາມເຈັບປວດໃຈສຸດໆວ່າ ພຣະເຢຊູຄຣິດທັງເຂົ້າໃຈຄວາມບໍ່ຍຸດຕິທຳ ແລະ ມີອຳນາດທີ່ຈະມອບຫວ້ານຢາປິ່ນປົວໃຫ້. ບໍ່ມີສິ່ງໃດຈະສາມາດປຽບທຽບກັບຄວາມບໍ່ຍຸດຕິທຳທີ່ພຣະອົງໄດ້ປະເຊີນ. ມັນບໍ່ຍຸດຕິທຳທີ່ພຣະອົງຕ້ອງໄດ້ປະເຊີນກັບຄວາມເຈັບປວດ ແລະ ຄວາມທຸກທໍລະມານຂອງມະນຸດທັງປວງ. ມັນບໍ່ຍຸດຕິທຳທີ່ພຣະອົງຕ້ອງໄດ້ຮັບທຸກທໍລະມານກັບບາບ ແລະ ຄວາມຜິດພາດຂອງຂ້າພະເຈົ້າ ແລະ ຂອງທ່ານ. ແຕ່ພຣະອົງໄດ້ເລືອກເຮັດແນວນັ້ນ ເພາະວ່າພຣະອົງຮັກເຮົາ ແລະ ຮັກພຣະບິດາເທິງສະຫວັນ. ພຣະອົງເຂົ້າໃຈກັບສິ່ງທີ່ເຮົາກຳລັງປະເຊີນຢູ່ເປັນຢ່າງດີ.4
ພຣະຄຳພີບັນທຶກວ່າ ຊາວອິດສະຣາເອນໃນສະໄໝບູຮານໄດ້ເວົ້າຈົ່ມວ່າ ພຣະເຈົ້າໄດ້ປະຕິບັດກັບພວກເຂົາຢ່າງບໍ່ຍຸດຕິທຳ. ໃນການໂຕ້ຕອບຄືນ, ພຣະເຢໂຮວາໄດ້ຖາມວ່າ, “ຍິງຜູ້ໜຶ່ງລືມໄລລູກທີ່ຕົນຄອດໄດ້ຫລືບໍ່?” ເຖິງແມ່ນວ່າແມ່ອາດບໍ່ລືມໄລລູກຂອງຕົນກໍຕາມ, ແຕ່ພຣະເຢໂຮວາໄດ້ປະກາດວ່າຈະໝັ້ນຄົງຫລາຍກວ່ານັ້ນ. ພຣະອົງໄດ້ຢືນຢັນວ່າ: “ເຖິງແມ່ນວ່າແມ່ຈະລືມໄລລູກຂອງຕົນ, ແຕ່ເຮົາຈະບໍ່ລືມໄລພວກເຈົ້າຈັກເທື່ອ. … ນະຄອນເຢຣູຊາເລັມ ເຮົາລືມໄລເຈົ້າບໍ່ໄດ້ເລີຍ; ເຮົາຂຽນຊື່ເຈົ້າໃສ່ຝາມືຂອງເຮົາແລ້ວ.”5 ຍ້ອນວ່າພຣະເຢຊູຄຣິດໄດ້ອົດທົນກັບການເສຍສະລະຊົດໃຊ້ອັນບໍ່ມີຂອບເຂດ, ພຣະອົງຈຶ່ງເຂົ້າໃຈຄວາມຮູ້ສຶກຂອງເຮົາເປັນຢ່າງດີ.6 ພຣະອົງຮູ້ຈັກເຮົາ ແລະ ຮູ້ຈັກສະຖານະການຂອງເຮົາຢູ່ສະເໝີ.
ໃນຊີວິດມະຕະ, ເຮົາສາມາດມາຫາພຣະຜູ້ຊ່ວຍໃຫ້ລອດດ້ວຍ “ໃຈກ້າ” ແລະ ຮັບເອົາຄວາມເຫັນອົກເຫັນໃຈ, ການປິ່ນປົວ, ແລະ ຄວາມຊ່ວຍເຫລືອ.7 ແມ່ນແຕ່ຂະນະທີ່ເຮົາທຸກທໍລະມານຈົນບໍ່ສາມາດເວົ້າໄດ້, ແຕ່ພຣະເຈົ້າກໍສາມາດອວຍພອນເຮົາໃນວິທີທີ່ລຽບງ່າຍ, ແບບທຳມະດາ, ແລະ ແບບສຳຄັນໄດ້. ຂະນະທີ່ເຮົາຮຽນຮູ້ທີ່ຈະຮັບຮູ້ພອນເຫລົ່ານີ້, ຄວາມໄວ້ວາງໃຈຂອງເຮົາໃນພຣະເຈົ້າຈະເພີ່ມພູນຫລາຍຂຶ້ນ. ໃນຊົ່ວນິລັນດອນ, ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຈະແກ້ໄຂບັນຫາທີ່ບໍ່ຍຸດຕິທຳທັງໝົດ. ເຮົາກໍຢາກຮູ້ວ່າ ວິທີໃດ ແລະ ເມື່ອໃດ. ພວກພຣະອົງຈະເຮັດສິ່ງນັ້ນໃນ ວິທີໃດ? ພວກພຣະອົງຈະເຮັດສິ່ງນັ້ນ ເມື່ອໃດ? ຕາມທີ່ຂ້າພະເຈົ້າຮູ້, ພວກພຣະອົງຍັງບໍ່ໄດ້ເປີດເຜີຍເທື່ອກ່ຽວກັບ ວິທີໃດ ຫລື ເມື່ອໃດ. 8 ສິ່ງທີ່ຂ້າພະເຈົ້າຮູ້ຈັກແມ່ນ ພວກພຣະອົງ ຈະເຮັດ.
ໃນສະຖານະການທີ່ບໍ່ຍຸດຕິທຳ, ໜ້າທີ່ຢ່າງໜຶ່ງຂອງເຮົາແມ່ນທີ່ຈະໄວ້ວາງໃຈວ່າ “ສິ່ງທີ່ບໍ່ຍຸດຕິທຳທັງຫລາຍໃນຊີວິດ ສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ໂດຍຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ.”9 ພຣະເຢຊູຄຣິດໄດ້ເອົາຊະນະໂລກ ແລະ “ກຳຈັດ” ຄວາມບໍ່ຍຸດຕິທຳທັງໝົດ. ເພາະພຣະອົງ, ເຮົາຈຶ່ງມີຄວາມສະຫງົບສຸກໃນໂລກນີ້ ແລະ ສະບາຍໃຈໄດ້.10 ຖ້າຫາກເຮົາອະນຸຍາດ, ພຣະເຢຊູຄຣິດຈະຕັ້ງຄວາມບໍ່ຍຸດຕິທຳໄວ້ເພື່ອຜົນປະໂຫຍດຂອງເຮົາ.11 ພຣະອົງຈະບໍ່ພຽງແຕ່ປອບໃຈເຮົາ ແລະ ຟື້ນຟູສິ່ງທີ່ສູນເສຍໄປເທົ່ານັ້ນ;12 ແຕ່ພຣະອົງຈະໃຊ້ຄວາມບໍ່ຍຸດຕິທຳເພື່ອຜົນປະໂຫຍດຂອງເຮົາ. ເມື່ອມັນກ່ຽວຂ້ອງກັບ ວິທີໃດ ແລະ ເມື່ອໃດ, ເຮົາຕ້ອງຮັບຮູ້ ແລະ ຍອມຮັບ, ຄືກັນກັບແອວມາ ທີ່ວ່າ, “ມັນບໍ່ສຳຄັນ, ເພາະພຣະເຈົ້າຮູ້ເລື່ອງທັງໝົດນີ້; ແລະ ເປັນການພຽງພໍສຳລັບພໍ່ທີ່ພຽງຮູ້ວ່າມັນເປັນເຊັ່ນນັ້ນ.”13
ເຮົາສາມາດໂຈະການລໍຄອຍຄຳຖາມກ່ຽວກັບວ່າ ວິທີໃດ ແລະ ເມື່ອໃດ ໄວ້ກ່ອນ ແລະ ໃຫ້ເອົາໃຈໃສ່ກັບການພັດທະນາສັດທາໃນພຣະເຢຊູຄຣິດ, ວ່າພຣະອົງມີທັງອຳນາດທີ່ຈະເຮັດໃຫ້ທຸກສິ່ງຖືກຕ້ອງ ແລະ ມີພຣະປະສົງທີ່ຈະເຮັດສິ່ງນັ້ນດ້ວຍ.14 ການທີ່ເຮົາພຽງຢາກໄດ້ແຕ່ຄຳຕອບກ່ຽວກັບວ່າ ວິທີໃດ ຫລື ເມື່ອໃດ ແມ່ນບໍ່ມີຜົນດີແນວໃດ ແລະ, ເຖິງແນວໃດ, ມັນກໍເປັນແບບສາຍຕາສັ້ນ.15
ຂະນະທີ່ເຮົາພັດທະນາສັດທາໃນພຣະເຢຊູຄຣິດ, ເຮົາຄວນພະຍາຍາມກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ແລ້ວເຮົາຈະເຂົ້າຫາຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ ແລະ ພະຍາຍາມປ່ຽນຄວາມບໍ່ຍຸດຕິທຳໃຫ້ດີຂຶ້ນ ເມື່ອເຮົາພົບເຫັນມັນ;16 ເຮົາສາມາດພະຍາຍາມເຮັດໃຫ້ສິ່ງຕ່າງໆດີຂຶ້ນໃນຂອບເຂດອິດທິພົນຂອງເຮົາເອງ. ແນ່ນອນ, ພຣະຜູ້ຊ່ວຍໃຫ້ລອດໄດ້ຊີ້ນຳວ່າ “ຄວນທຸ້ມເທຢ່າງກະຕືລືລົ້ນໃນອຸດົມການດີ, ແລະ ເຮັດຫລາຍສິ່ງຫລາຍຢ່າງດ້ວຍຄວາມສະໝັກໃຈຂອງຕົນເອງ, ແລະ ເຮັດໃຫ້ເກີດຄວາມຊອບທຳຢ່າງຫລວງຫລາຍ.”17
ບຸກຄົນໜຶ່ງທີ່ໄດ້ຕໍ່ສູ້ກັບຄວາມບໍ່ຍຸດຕິທຳດ້ວຍໃຈຈົດຈໍ່ແມ່ນທະນາຍຄວາມ ບຣາຍແອນ ສະຕີບເວັນສັນ. ການປະຕິບັດກົດໝາຍຂອງເພິ່ນໃນສະຫະລັດແມ່ນການອຸທິດຕົນກັບການຕໍ່ສູ້ເພື່ອຜູ້ທີ່ຖືກກ່າວຫາຢ່າງຜິດໆ, ຢຸດຕິການລົງໂທດທີ່ຮ້າຍແຮງເກີນຂອບເຂດ, ແລະ ປົກປ້ອງສິດທິມະນຸດຂັ້ນພື້ນຖານ. ເມື່ອຫລາຍປີກ່ອນ, ທ່ານສະຕີບເວັນສັນໄດ້ສູ້ຄະດີໃຫ້ຊາຍຄົນໜຶ່ງທີ່ຖືກກ່າວຫາແບບຜິດໆຖານຄາດຕະກຳ ແລະ ຖືກສັ່ງປະຫານຊີວິດ. ທ່ານສະຕີບເວັນສັນໄດ້ຂໍໃຫ້ໂບດຄຣິດສະຕຽນຂອງຊາຍຄົນນັ້ນຮັບຮອງເອົາລາວ, ເຖິງແມ່ນວ່າຊາຍຄົນນັ້ນບໍ່ເຂັ້ມແຂງໃນໂບດຂອງລາວ ແລະ ຖືກດູໝິ່ນໃນຊຸມຊົນເລື່ອງການຫລິ້ນຊູ້ທີ່ຜູ້ຄົນຮູ້ຈັກໄປທົ່ວກໍຕາມ.
ເພື່ອໃຫ້ຜູ້ຄົນໃນໂບດເອົາໃຈໃສ່ກັບສິ່ງທີ່ສຳຄັນ, ທ່ານສະຕີບເວັນສັນໄດ້ເລົ່າເລື່ອງໜຶ່ງກ່ຽວກັບຜູ້ຍິງທີ່ຫລິ້ນຊູ້ຄົນໜຶ່ງ ຊຶ່ງຖືກພາມາຫາພຣະເຢຊູ. ພວກຜູ້ກ່າວຫາຢາກແກວ່ງກ້ອນຫີນໃສ່ນາງໃຫ້ຕາຍ, ແຕ່ພຣະເຢຊູໄດ້ກ່າວວ່າ, “ມີຄົນໃດ … , ທີ່ບໍ່ໄດ້ເຮັດບາບ, ໃຫ້ຜູ້ນັ້ນເປັນຜູ້ທຳອິດແກວ່ງກ້ອນຫີນໃສ່ຍິງຄົນນີ້.”18 ພວກຜູ້ກ່າວຫາຜູ້ຍິງຄົນນັ້ນໄດ້ພາກັນອອກໜີໄປ. ພຣະເຢຊູບໍ່ໄດ້ລົງໂທດຜູ້ຍິງຄົນນັ້ນ ແຕ່ໄດ້ສັ່ງວ່າ ຕໍ່ໄປຢ່າເຮັດບາບອີກ.19
ຫລັງຈາກໄດ້ເລົ່າເລື່ອງນີ້ແລ້ວ, ທ່ານສະຕີບເວັນສັນໄດ້ສັງເກດເຫັນວ່າ ການເຫັນຕົວເອງຊອບທຳ, ຄວາມຢ້ານກົວ, ແລະ ຄວາມໃຈຮ້າຍ ໄດ້ເຮັດໃຫ້ແມ່ນແຕ່ຊາວຄຣິດແກວ່ງກ້ອນຫີນໃສ່ຜູ້ທີ່ເຮັດຄວາມຜິດພາດ. ແລ້ວເພິ່ນໄດ້ເວົ້າວ່າ, “ເຮົາຊິຢືນເບິ່ງຊື່ໆບໍ່ໄດ້,” ແລະ ເພິ່ນໄດ້ຊຸກຍູ້ຜູ້ຄົນໃນໂບດໃຫ້ກາຍເປັນ “ຜູ້ຮັບກ້ອນຫີນ.”20 ອ້າຍເອື້ອຍນ້ອງທັງຫລາຍ, ການບໍ່ແກວ່ງກ້ອນຫີນເປັນບາດກ້າວທຳອິດໃນການປະຕິບັດຕໍ່ຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ. ບາດກ້າວທີສອງແມ່ນທີ່ຈະພະຍາຍາມຮັບເອົາກ້ອນຫີນທີ່ຄົນອື່ນແກວ່ງມາ.
ວິທີທີ່ເຮົາຈັດການກັບການໄດ້ປຽບ ແລະ ການເສຍປຽບແມ່ນພາກສ່ວນໜຶ່ງຂອງການທົດສອບໃນຊີວິດ. ເຮົາຈະຖືກພິພາກສາ ບໍ່ແມ່ນຕາມຄຳທີ່ເຮົາເວົ້າ ແຕ່ຕາມວິທີທີ່ເຮົາປະຕິບັດຕໍ່ຜູ້ທີ່ອ່ອນແອ ແລະ ຜູ້ທີ່ເສຍປຽບ.21 ໃນຖານະໄພ່ພົນຍຸກສຸດທ້າຍ, ເຮົາສະແຫວງຫາທີ່ຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ເພື່ອໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ.22 ເຮົາສະແດງຄວາມຮັກຂອງເຮົາຕໍ່ເພື່ອນບ້ານ ໂດຍການພະຍາຍາມຮັກສາກຽດຂອງລູກຂອງພຣະບິດາເທິງສະຫວັນທຸກໆຄົນໄວ້.
ການສະທ້ອນຄິດຢ່າງໜັກແໜ້ນກ່ຽວກັບການໄດ້ປຽບ ແລະ ການເສຍປຽບຂອງເຮົາເອງ ແມ່ນເປັນສິ່ງດີ. ທ້າວຈອນໄດ້ເຫັນທ່າທີຂອງຕົນ, ກ່ອນລາວຈະເຂົ້າໃຈວ່າເປັນຫຍັງນາງແອນນາຈຶ່ງໄດ້ລົດຖີບ. ນາງຣຸດໄດ້ຮັບຄວາມຮູ້ຈາກການມອງຜ່ານສາຍຕາຂອງແມ່ ກ່ອນນາງຈະເຂົ້າໃຈວ່າ ເປັນຫຍັງນາງເມີລາຈຶ່ງຕ້ອງໄດ້ມີເກີບຄູ່ໃໝ່. ສິ່ງຕ່າງໆຈະແຈ່ມແຈ້ງຂຶ້ນ ຖ້າຫາກເຮົາພະຍາຍາມເບິ່ງສິ່ງຕ່າງໆດ້ວຍທັດສະນະນິລັນດອນ. ຂະນະທີ່ເຮົາກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ, ເຮົາຈະເກີດມີຄວາມເຫັນອົກເຫັນໃຈ, ມີຄວາມເຂົ້າໃຈ, ແລະ ມີຄວາມໃຈບຸນ.
ຂ້າພະເຈົ້າຈະກັບຄືນໄປຫາຄຳຖາມທີ່ເພື່ອນໂດຍສານໃນເມືອງຄີກາລີ ຕອນລາວຄ່ຳຄວນເລື່ອງຄວາມບໍ່ຍຸດຕິທຳ ກ່ຽວກັບການຂ້າລ້າງເຜົ່າພັນທີ່ຣາວັນດາ ແລະ ຖາມວ່າ, “ຖ້າຫາກພຣະເຈົ້າມີຈິງ, ເປັນຫຍັງພຣະອົງຈຶ່ງບໍ່ເຮັດຫຍັງ?”
ໂດຍທີ່ບໍ່ພະຍາຍາມລົດຄວາມທຸກທໍລະມານທີ່ເກີດຈາກການຂ້າລ້າງເຜົ່າພັນ, ແລະ ຫລັງຈາກທີ່ພວກເຮົາໄດ້ຮັບຮູ້ຄວາມບໍ່ສາມາດທີ່ຈະເຂົ້າໃຈຄວາມທຸກທໍລະມານເຊັ່ນນັ້ນໄດ້, ພວກເຮົາໄດ້ຕອບວ່າພຣະເຢຊູຄຣິດໄດ້ເຮັດບາງສິ່ງກ່ຽວກັບຄວາມບໍ່ຍຸດຕິທຳທີ່ເຮັດໃຫ້ໃຈຮ້າຍນັ້ນ.23 ພວກເຮົາໄດ້ອະທິບາຍຄຳສອນຂອງພຣະກິດຕິຄຸນຫລາຍຢ່າງແມ່ນກ່ຽວກັບພຣະເຢຊູຄຣິດ ແລະ ການຟື້ນຟູສາດສະໜາຈັກຂອງພຣະອົງ.24
ຫລັງຈາກນັ້ນ, ເພື່ອນຂອງພວກເຮົາໄດ້ຖາມ, ດ້ວຍນ້ຳຕາຄາປໍ້ວ່າ, “ພວກທ່ານໝາຍຄວາມວ່າ ເຮົາສາມາດເຮັດບາງສິ່ງແທນພໍ່ແມ່ ແລະ ພໍ່ລຸງທີ່ຕາຍໄປແລ້ວໄດ້ຫວະ?”
ພວກເຮົາເວົ້າວ່າ, “ແມ່ນແລ້ວ!” ແລ້ວພວກເຮົາໄດ້ກ່າວເປັນພະຍານວ່າ ທຸກສິ່ງທີ່ບໍ່ຍຸດຕິທຳໃນຊີວິດ ສາມາດຖືກເຮັດໃຫ້ຖືກຕ້ອງໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ວ່າໂດຍສິດອຳນາດຂອງພຣະອົງ ຄອບຄົວສາມາດຢູ່ນຳກັນຕະຫລອດໄປ.
ເມື່ອປະເຊີນກັບຄວາມບໍ່ຍຸດຕິທຳ, ເຮົາສາມາດເດີນໜີຈາກພຣະເຈົ້າ ຫລື ເຮົາສາມາດເຂົ້າຫາພຣະອົງເພື່ອຂໍຄວາມຊ່ວຍເຫລືອ ແລະ ການສະໜັບສະໜູນ. ຍົກຕົວຢ່າງ, ສົງຄາມອັນຍາວນານລະຫວ່າງຊາວນີໄຟ ແລະ ຊາວເລມັນມີຜົນກະທົບຕໍ່ຜູ້ຄົນໃນທາງທີ່ແຕກຕ່າງ. ມໍມອນໄດ້ສັງເກດເຫັນວ່າ “ຄົນຈຳນວນຫລວງຫລາຍຈຶ່ງແຂງກະດ້າງຂຶ້ນ” ຂະນະທີ່ບາງຄົນ “ອ່ອນໂຍນລົງເພາະຄວາມທຸກຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ຖ່ອມຕົວລົງຕໍ່ພຣະພັກຂອງພຣະເຈົ້າ.”25
ຢ່າປ່ອຍໃຫ້ຄວາມບໍ່ຍຸດຕິທຳເຮັດໃຫ້ທ່ານແຂງກະດ້າງ ຫລື ທຳລາຍສັດທາຂອງທ່ານໃນພຣະເຈົ້າ. ແຕ່ໃຫ້ທູນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. ມີຄວາມກະຕັນຍູ ແລະ ເພິ່ງອາໄສພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ. ແທນທີ່ຈະຂົມຂື່ນ, ຂໍໃຫ້ພຣະອົງຊ່ວຍທ່ານໃຫ້ດີຂຶ້ນ.26 ອະນຸຍາດໃຫ້ພຣະອົງຊ່ວຍທ່ານໃຫ້ມີຄວາມອົດທົນ, ເພື່ອໃຫ້ຄວາມທຸກຂອງທ່ານຖືກ “ກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”27 ຈົ່ງເຂົ້າຮ່ວມກັບພຣະອົງໃນພາລະກິດຂອງພຣະອົງ “ເພື່ອປິ່ນປົວຫົວໃຈທີ່ຊອກຊ້ຳ,”28 ພະຍາຍາມລົດຄວາມບໍ່ຍຸດຕິທຳ, ແລະ ກາຍເປັນຜູ້ຮັບເອົາກ້ອນຫີນ.29
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດຊົງພຣະຊົນຢູ່. ພຣະອົງເຂົ້າໃຈກ່ຽວກັບຄວາມບໍ່ຍຸດຕິທຳ. ຮອຍແຜຢູ່ທີ່ຝາພຣະຫັດຂອງພຣະອົງຍັງສືບຕໍ່ເຕືອນພຣະອົງກ່ຽວກັບທ່ານ ແລະ ສະຖານະການຂອງທ່ານຢູ່ສະເໝີ. ພຣະອົງປະຕິບັດສາດສະໜາກິດຕໍ່ທ່ານ ໃນຄວາມຫຍຸ້ງຍາກທັງໝົດຂອງທ່ານ. ຕໍ່ຜູ້ທີ່ມາຫາພຣະອົງ, ເຂົາຈະໄດ້ຮັບມົງກຸດແຫ່ງຄວາມງົດງາມແທນຂີ້ເຖົ່າຂອງການເປັນທຸກ; ຈະຊື່ນຊົມ ແລະ ດີໃຈແທນທີ່ຈະໂສກເສົ້າ ແລະ ເສຍໃຈ; ຈະກະຕັນຍູ ແລະ ສະເຫລີມສະຫລອງແທນທີ່ຈະທໍ້ແທ້ໃຈ ແລະ ໝົດຫວັງ.30 ສັດທາຂອງທ່ານໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຈະໄດ້ຮັບລາງວັນຫລາຍກວ່າທີ່ທ່ານຄິດ. ຄວາມບໍ່ຍຸດຕິທຳທັງໝົດ—ໂດຍສະເພາະຄວາມບໍ່ຍຸດຕິທຳທີ່ເຮັດໃຫ້ໃຈຮ້າຍ—ຈະເປັນເພື່ອຜົນປະໂຫຍດຂອງທ່ານ. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.