ການເດີນທາງສ່ວນຕົວຂອງລູກຂອງພຣະເຈົ້າ
ໃນຖານະລູກໆແຫ່ງພັນທະສັນຍາຂອງພຣະເຈົ້າ, ເຮົາຮັກ, ໃຫ້ກຽດ, ລ້ຽງດູ, ປ້ອງກັນ, ແລະ ຕ້ອນຮັບດວງວິນຍານທີ່ກຳລັງລົງມາຈາກໂລກກ່ອນເກີດ.
ເຮົາແຕ່ລະຄົນກໍຖືກກະທົບກະເທືອນໂດຍການລະບາດຕະຫລອດທົ່ວໂລກ, ຂະນະທີ່ຄອບຄົວ ແລະ ໝູ່ເພື່ອນໄດ້ເສຍຊີວິດໄປໂດຍບໍ່ຄາດຄິດ. ຂ້າພະເຈົ້າຂໍຮັບຮູ້ສາມຄົນທີ່ພວກເຮົາຄິດຮອດຫລາຍ, ທີ່ເປັນຕົວແທນໃຫ້ທຸກຄົນທີ່ພວກເຮົາຮັກຫລາຍທີ່ສຸດ.
ນີ້ແມ່ນ ບຣາເດີ ຟີລິບ ແລະ ຊິດສະເຕີ ເຈີເມນ ນະສອນດີ. ບຣາເດີ ນະສອນດີ ໄດ້ຮັບໃຊ້ເປັນປິຕຸຢູ່ທີ່ສະເຕກບຣາຊາວິວ ສາທາລະນະລັດຄອງໂກ ຕອນລາວໄດ້ເສຍຊີວິດໄປ. ລາວເປັນທ່ານໝໍ ຜູ້ທີ່ໄດ້ແບ່ງປັນພອນສະຫວັນຂອງລາວຢ່າງເຜື່ອແຜ່ກັບຄົນອື່ນ. 1
ນີ້ແມ່ນຊິດສະເຕີ ຄະລາຣາ ເອລິສາ ຣູອາໂນ ເດ ວີຍາເຣອາວ ຈາກເມືອງທູຄານ, ປະເທດເອກວາດໍ. ລາວໄດ້ຮັບເອົາພຣະກິດຕິຄຸນທີ່ຟື້ນຟູຕອນອາຍຸ 34 ປີ ແລະ ໄດ້ເປັນຜູ້ນຳທີ່ຮັກແພງ. ຄອບຄົວຂອງລາວໄດ້ສັ່ງລາລາວໂດຍການຮ້ອງເພງໂປດຂອງລາວ ຊື່ວ່າ, “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ.” 2
ນີ້ແມ່ນ ບຣາເດີ ເຣ ທູອີເນອາອູ ຈາກລັດຢູທາ, ພ້ອມກັບຄອບຄົວທີ່ໜ້າຮັກຂອງລາວ. ພັນລະຍາຂອງລາວ, ນາງຈູລີແອັດ, ໄດ້ເວົ້າວ່າ, “ຂ້ອຍຢາກໃຫ້ [ລູກຊາຍຂອງຂ້ອຍ] [ຈື່ຈຳໄວ້ວ່າພໍ່ຂອງພວກເຂົາ] ພະຍາຍາມໃຫ້ພຣະເຈົ້າມາກ່ອນທຸກສິ່ງ.” 3
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງຢູ່ນຳກັນໃນຄວາມຮັກ, ເຖິງຂະໜາດທີ່ພວກເຈົ້າຈະຮ້ອງໄຫ້ນຳຄົນທີ່ຕາຍໄປ.” 4
ຂະນະທີ່ເຮົາຮ້ອງໄຫ້, ເຮົາຍັງປິຕິຍິນດີໃນການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ເປັນເພາະພຣະອົງ, ຄົນທີ່ເຮົາຮັກ ແລະ ໝູ່ເພື່ອນຂອງເຮົາຈຶ່ງດຳເນີນຕໍ່ໄປໃນການເດີນທາງນິລັນດອນຂອງເຂົາເຈົ້າ. ດັ່ງທີ່ປະທານໂຈເຊັບ ແອັຟ ສະມິດ ໄດ້ອະທິບາຍວ່າ: “ເຮົາຈະລືມເຂົາເຈົ້າບໍ່ໄດ້; ເຮົາຈະບໍ່ເຊົາຮັກເຂົາເຈົ້າ. … ເຂົາເຈົ້າໄດ້ກ້າວໜ້າແລ້ວ; ເຮົາກຳລັງກ້າວໜ້າ; ເຮົາກຳລັງເຕີບໂຕດັ່ງທີ່ເຂົາເຈົ້າໄດ້ເຕີບໂຕແລ້ວ.” 5 ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ນ້ຳຕາແຫ່ງຄວາມໂສກເສົ້າຂອງເຮົາ … ກາຍເປັນນ້ຳຕາແຫ່ງການລໍຄອຍ.” 6
ເຮົາຮູ້ກ່ຽວກັບຊີວິດກ່ອນເກີດ
ທັດສະນະນິລັນດອນຂອງເຮົາບໍ່ພຽງແຕ່ຈະຂະຫຍາຍຄວາມເຂົ້າໃຈຂອງເຮົາກ່ຽວກັບຜູ້ຄົນທີ່ກຳລັງເດີນທາງຕໍ່ໄປຂ້າມຊີວິດມະຕະນີ້ເທົ່ານັ້ນ ແຕ່ມັນຍັງເປີດຄວາມເຂົ້າໃຈຂອງເຮົາກ່ຽວກັບຜູ້ທີ່ຫາກໍໄດ້ເລີ່ມການເດີນທາງຂອງເຂົາເຈົ້າ ແລະ ກຳລັງເຂົ້າມາສູ່ຊີວິດມະຕະນີ້ນຳອີກ.
ແຕ່ລະຄົນທີ່ມາສູ່ໂລກເປັນບຸດ ຫລື ທິດາຜູ້ພິເສດຂອງພຣະເຈົ້າ. 7 ການເດີນທາງສ່ວນຕົວຂອງເຮົາບໍ່ໄດ້ເລີ່ມຕົ້ນຕອນເຮົາເກີດ. ກ່ອນເຮົາໄດ້ມາເກີດ, ເຮົາໄດ້ຢູ່ນຳກັນໃນໂລກຂອງການກຽມພ້ອມ ບ່ອນທີ່ເຮົາ “ໄດ້ຮັບບົດຮຽນທຳອິດ [ຂອງເຮົາ] ຢູ່ໃນໂລກວິນຍານ.” 8 ພຣະເຢໂຮວາໄດ້ບອກເຢເຣມີຢາວ່າ, “ເຮົາເລືອກເຈົ້າໄວ້ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ; ແລະ ກ່ອນເຈົ້າໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າໄວ້ແລ້ວ ເພື່ອໃຫ້ເປັນສາດສະດາແກ່ປະຊາຊາດທັງປວງ.” 9
ບາງຄົນອາດສົງໄສຖ້າຫາກວ່າຊີວິດເລີ່ມຕົ້ນດ້ວຍການປະກອບຂອງລູກທີ່ກຳລັງຈະເລີ່ມເປັນໂຕໃນທ້ອງ, ຫລື ຕອນທີ່ຫົວໃຈເລີ່ມເຕັ້ນ, ຫລື ເມື່ອເດັກທາລົກສາມາດຢູ່ລອດໄດ້ນອກມົດລູກ, ແຕ່ສຳລັບເຮົາແລ້ວບໍ່ຕ້ອງສົງໄສເລີຍວ່າວິນຍານຂອງທິດາ ແລະ ບຸດຂອງພຣະເຈົ້າກຳລັງຢູ່ໃນການເດີນທາງສ່ວນຕົວຂອງເຂົາເຈົ້າ ລົງມາສູ່ແຜ່ນດິນໂລກເພື່ອຮັບເອົາຮ່າງກາຍ ແລະ ປະສົບການຂອງຊີວິດມະຕະ.
ໃນຖານະລູກໆແຫ່ງພັນທະສັນຍາຂອງພຣະເຈົ້າ, ເຮົາຮັກ, ໃຫ້ກຽດ, ລ້ຽງດູ, ປ້ອງກັນ, ແລະ ຕ້ອນຮັບດວງວິນຍານທີ່ກຳລັງລົງມາຈາກໂລກກ່ອນເກີດ.
ສ່ວນປະກອບທີ່ດີເດັ່ນຂອງຜູ້ຍິງ
ສຳລັບຜູ້ຍິງ, ການມີລູກສາມາດເປັນການເສຍສະລະທີ່ຍິ່ງໃຫຍ່ ທັງທາງຮ່າງກາຍ, ທາງອາລົມ, ແລະ ທາງເສດຖະກິດ. ພວກເຮົາຮັກ ແລະ ໃຫ້ກຽດຜູ້ຍິງທີ່ປະເສີດຂອງສາດສະໜາຈັກນີ້. ດ້ວຍສະຕິປັນຍາ ແລະ ຄວາມສະຫລາດສະຫລຽວ, ທ່ານໄດ້ແບກຫາບພາລະໜັກຂອງຄອບຄົວ. ທ່ານຮັກ. ທ່ານຮັບໃຊ້. ທ່ານເສຍສະລະ. ທ່ານເສີມຄວາມເຂັ້ມແຂງໃຫ້ແກ່ສັດທາ, ປະຕິບັດສາດສະໜາກິດຕໍ່ຜູ້ຄົນທີ່ຂັດສົນ, ແລະ ມີສ່ວນປະກອບຢ່າງຫລວງຫລາຍໃຫ້ແກ່ສັງຄົມ.
ໜ້າທີ່ຮັບຜິດຊອບທີ່ສັກສິດຂອງການປ້ອງກັນຊີວິດ
ເມື່ອຫລາຍປີກ່ອນ, ໂດຍທີ່ຮູ້ສຶກເປັນຫ່ວງຫລາຍກັບຈຳນວນການແທ້ງລູກຕະຫລອດທົ່ວໂລກ, ປະທານກໍດອນ ບີ ຮິງລີ ໄດ້ກ່າວຕໍ່ບັນດາຜູ້ຍິງຂອງສາດສະໜາຈັກດ້ວຍຖ້ອຍຄຳທີ່ກ່ຽວຂ້ອງກັບເຮົາໃນທຸກວັນນີ້. ເພິ່ນໄດ້ກ່າວວ່າ: “ທ່ານຜູ້ເປັນພັນລະຍາ ແລະ ແມ່ ເປັນຫລັກໝັ້ນຂອງຄອບຄົວ. ທ່ານມີລູກ. ນັ້ນກໍຊ່າງເປັນໜ້າທີ່ຮັບຜິດຊອບທີ່ໃຫຍ່ຫລວງ ແລະ ສັກສິດ. … ມີຫຍັງກຳລັງເກີດຂຶ້ນກັບຄວາມຮູ້ຄຸນຄ່າຂອງຄວາມສັກສິດຂອງຊີວິດຂອງມະນຸດ? ການແທ້ງລູກເປັນສິ່ງທີ່ຊົ່ວຮ້າຍ, ໂຫດຮ້າຍ ແລະ ເປັນຈິງ ແລະ ໜ້າລັງກຽດ, ຊຶ່ງກຳລັງແຜ່ອອກໄປຕະຫລອດທົ່ວແຜ່ນດິນໂລກ. ຂ້າພະເຈົ້າຂໍອ້ອນວອນກັບຜູ້ຍິງຂອງສາດສະໜາຈັກໃຫ້ຫລີກລ້ຽງມັນ, ໃຫ້ຢືນຢູ່ເໜືອມັນ, ໃຫ້ຢູ່ຫ່າງໆຈາກສະພາບການທີ່ຈະເຮັດໃຫ້ຕົກຢູ່ໃນອັນຕະລາຍເຫລົ່ານັ້ນ ຊຶ່ງຈະເຮັດໃຫ້ມັນປະກົດວ່າເປັນສິ່ງທີ່ໜ້າເພິ່ງປາດຖະໜາ. ອາດຈະມີບາງສະຖານະການຊຶ່ງມັນຈະເກີດຂຶ້ນໄດ້, ແຕ່ມັນກໍຈຳກັດຫລາຍ ແລະ ສ່ວນຫລາຍແລ້ວກໍບໍ່ໜ້າເປັນໄປໄດ້. 10 … ທ່ານເປັນມານດາຂອງບຸດ ແລະ ທິດາຂອງພຣະເຈົ້າ, ຊຶ່ງຊີວິດຂອງເຂົານັ້ນບໍລິສຸດ. ການປ້ອງກັນເຂົາເຈົ້າເປັນຄວາມຮັບຜິດຊອບທີ່ຖືກປະທານໃຫ້ຈາກສະຫວັນ ຊຶ່ງເຮົາບໍ່ສາມາດປ່ອຍປະລະເລີຍໄດ້ງ່າຍໆ.” 11
ແອວເດີ ມາກະສ໌ ບີ ແນສ໌ ໄດ້ແບ່ງປັນກັບຂ້າພະເຈົ້າເຖິງເລື່ອງລາວຂອງຜູ້ຍິງທີ່ໜ້າຮັກຄົນໜຶ່ງທີ່ມີອາຍຸ 84 ປີ ຜູ້ທີ່, ລະຫວ່າງການສຳພາດຮັບບັບຕິສະມາຂອງລາວ, “ໄດ້ສາລະພາບເລື່ອງການແທ້ງລູກທີ່ໄດ້ເກີດຂຶ້ນ [ຫລາຍໆປີຜ່ານມາແລ້ວ].” ດ້ວຍຄວາມຮູ້ສຶກເສຍໃຈຫລາຍ ລາວໄດ້ເວົ້າວ່າ: “ຂ້ອຍໄດ້ຮູ້ສຶກຜິດກັບການແທ້ງລູກທຸກໆມື້ໃນຊີວິດຂອງຂ້ອຍເປັນເວລາສີ່ສິບຫົກປີ. … ບໍ່ມີຫຍັງຈະເອົາຄວາມເຈັບປວດ ແລະ ຄວາມຮູ້ສຶກຜິດນີ້ໄປຈາກຂ້ອຍໄດ້. ຂ້ອຍໄດ້ຮູ້ສຶກສິ້ນຫວັງຈົນກວ່າຂ້ອຍໄດ້ຮັບການສິດສອນເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຂ້ອຍໄດ້ຮຽນຮູ້ວິທີກັບໃຈ … ແລະ ທັນໃດນັ້ນຂ້ອຍກໍໄດ້ຮູ້ສຶກວ່າເຕັມໄປດ້ວຍຄວາມຫວັງ. ໃນທີ່ສຸດຂ້ອຍກໍໄດ້ມາຮູ້ວ່າຂ້ອຍສາມາດໄດ້ຮັບການໃຫ້ອະໄພ ຖ້າຫາກຂ້ອຍໄດ້ກັບໃຈແທ້ໆຈາກບາບຂອງຂ້ອຍ.” 12
ເຮົາມີຄວາມກະຕັນຍູຫລາຍ ສຳລັບພອນແຫ່ງການກັບໃຈ ແລະ ການໃຫ້ອະໄພ.
ເຮົາສາມາດເຮັດຫຍັງໄດ້ແດ່?
ແມ່ນຫຍັງຄືຄວາມຮັບຜິດຊອບຂອງເຮົາໃນຖານະສານຸສິດທີ່ສະຫງົບສຸກຂອງພຣະເຢຊູຄຣິດ. ຂໍໃຫ້ເຮົາຈົ່ງດຳລົງຊີວິດຕາມພຣະບັນຍັດຂອງພຣະເຈົ້າ, ສິດສອນມັນໃຫ້ແກ່ລູກໆຂອງເຮົາ, ແລະ ແບ່ງປັນມັນກັບຄົນອື່ນທີ່ເຕັມໃຈຈະຮັບຟັງ. 13 ຂໍໃຫ້ເຮົາແບ່ງປັນຄວາມຮູ້ສຶກທີ່ເລິກເຊິ່ງຂອງເຮົາກ່ຽວກັບຄວາມສັກສິດຂອງຊີວິດກັບຜູ້ຄົນທີ່ມີການຕັດສິນໃຈໃນສັງຄົມ. ເຂົາເຈົ້າອາດບໍ່ເຫັນຄຸນຄ່າຢ່າງຄົບຖ້ວນຂອງສິ່ງທີ່ເຮົາເຊື່ອຖື, ແຕ່ເຮົາອະທິຖານວ່າເຂົາເຈົ້າຈະເຂົ້າໃຈຢ່າງຄົບຖ້ວນວ່າ, ສຳລັບພວກເຮົາ, ເປັນຫຍັງການຕັດສິນໃຈເຫລົ່ານີ້ຈຶ່ງສຳຄັນຫລາຍກວ່າພຽງແຕ່ເປັນສິ່ງທີ່ຄົນໆໜຶ່ງຢາກໄດ້ສຳລັບຕົວເຂົາເອງ.
ຖ້າຫາກມີການຕັ້ງທ້ອງໂດຍທີ່ບໍ່ໄດ້ວາງແຜນ, ຂໍໃຫ້ເຮົາຈົ່ງເອື້ອມອອກໄປດ້ວຍຄວາມຮັກ, ໃຫ້ກຳລັງໃຈ, ແລະ, ເມື່ອຈຳເປັນ, ດ້ວຍຄວາມຊ່ວຍເຫລືອທາງການເງິນ, ເສີມຄວາມເຂັ້ມແຂງໃຫ້ຜູ້ເປັນແມ່ ໃນການອະນຸຍາດໃຫ້ລູກຂອງນາງເກີດມາ ແລະ ດຳເນີນຕໍ່ໄປໃນການເດີນທາງໃນຊີວິດມະຕະຂອງເຂົາ. 14
ຄວາມສວຍງາມຂອງການຮັບເອົາເດັກມາລ້ຽງເປັນລູກບຸນທຳ
ໃນຄອບຄົວຂອງພວກເຮົາ, ພວກເຮົາໄດ້ຮັບພອນຢ່າງຫລວງຫລາຍເມື່ອສອງທົດສະວັດກ່ອນ, ຍິງໜຸ່ມຄົນໜຶ່ງ ອາຍຸ 16 ປີໄດ້ຮຽນຮູ້ວ່ານາງກຳລັງຕັ້ງທ້ອງ. ນາງ ແລະ ພໍ່ຂອງເດັກບໍ່ໄດ້ແຕ່ງງານກັນ, ແລະ ເຂົາເຈົ້າບໍ່ໄດ້ຄິດວ່າຈະຢູ່ນຳກັນຕໍ່ໄປ. ຍິງໜຸ່ມຄົນນັ້ນໄດ້ເຊື່ອວ່າຊີວິດທີ່ນາງອູ້ມຢູ່ນັ້ນລ້ຳຄ່າຫລາຍ. ນາງໄດ້ຄອດລູກສາວນ້ອຍ ແລະ ໄດ້ອະນຸຍາດໃຫ້ຄອບຄົວທີ່ຊອບທຳຄອບຄົວໜຶ່ງຮັບເອົານາງນ້ອຍໄປລ້ຽງເປັນລູກຂອງເຂົາເຈົ້າເອງ. ສຳລັບທ້າວບະໄຣສ໌ ແລະ ນາງໂຈລີນ, ນາງນ້ອຍຄົນນັ້ນເປັນຄຳຕອບຕໍ່ຄຳອະທິຖານຂອງເຂົາເຈົ້າ. ເຂົາເຈົ້າໄດ້ຕັ້ງຊື່ໃຫ້ນາງນ້ອຍວ່າ ເອັມມະລີ ແລະ ໄດ້ສິດສອນໃຫ້ນາງໄວ້ວາງໃຈໃນພຣະບິດາເທິງສະຫວັນຂອງນາງ ແລະ ໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ນາງເອັມມະລີໄດ້ເຕີບໂຕຂຶ້ນ. ພວກເຮົາກະຕັນຍູຫລາຍທີ່ນາງເອັມມະລີ ແລະ ຫລານຊາຍຂອງພວກເຮົາ, ທ້າວຄຣິດສະຕຽນ, ໄດ້ຕົກຫລຸມຮັກ ແລະ ໄດ້ແຕ່ງງານກັນຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ. ບັດນີ້ນາງເອັມມະລີ ແລະ ທ້າວຄຣິດສະຕຽນ ກໍມີລູກສາວນ້ອຍຂອງເຂົາເຈົ້າເອງ.
ເມື່ອບໍ່ດົນມານີ້ ນາງເອັມມະລີໄດ້ຂຽນວ່າ: “ຕະຫລອດເວລາເກົ້າເດືອນຜ່ານມາຂອງການຕັ້ງທ້ອງ, ຂ້ານ້ອຍໄດ້ມີເວລາຫວນຄິດເຖິງເຫດການ [ຂອງ] ການເກີດຂອງຂ້ານ້ອຍ. ຂ້ານ້ອຍໄດ້ຄິດເຖິງແມ່ຜູ້ໃຫ້ກຳເນີດຂ້ານ້ອຍ, ຜູ້ທີ່ມີອາຍຸພຽງແຕ່ 16 ປີ. ຂະນະທີ່ຂ້ານ້ອຍໄດ້ປະສົບຄວາມເຈັບປວດ ແລະ ການປ່ຽນແປງທີ່ການຕັ້ງທ້ອງນັ້ນນຳມາໃຫ້, ຂ້ານ້ອຍອົດຄິດບໍ່ໄດ້ວ່າ ມັນຄົງຈະຍາກຂະໜາດໃດຕອນອາຍຸ 16 ປີ. … ນ້ຳຕາກໍຍັງໄຫລອອກມາແມ່ນແຕ່ໃນເວລານີ້ ຂະນະທີ່ຂ້ານ້ອຍຄິດເຖິງແມ່ຜູ້ໃຫ້ກຳເນີດຂ້ານ້ອຍ, ຜູ້ທີ່ໄດ້ຮູ້ວ່າລາວຈະໃຫ້ຊີວິດ [ທີ່ລາວປາດຖະໜາຈະໃຫ້ຂ້ານ້ອຍບໍ່ໄດ້ ແລະ ໂດຍບໍ່ເຫັນແກ່ຕົວ ລາວໄດ້ອະນຸຍາດໃຫ້ຄົນອື່ນ] ຮັບເອົາຂ້ານ້ອຍໄປລ້ຽງເປັນລູກບຸນທຳ. ຂ້ານ້ອຍບໍ່ສາມາດເຂົ້າໃຈສິ່ງທີ່ລາວອາດໄດ້ຜ່ານຜ່າໃນໄລຍະເກົ້າເດືອນເຫລົ່ານັ້ນ—ມີຄົນຕັດສິນລາວຂະນະທີ່ຮ່າງກາຍຂອງລາວໄດ້ປ່ຽນໄປ, ປະສົບການຂອງຄົນໄວລຸ້ນທີ່ລາວໄດ້ພາດໄປ, ໂດຍທີ່ຮູ້ວ່າໃນທີ່ສຸດວຽກງານແຫ່ງຄວາມຮັກຂອງແມ່, ລາວຈະຕ້ອງວາງລູກນ້ອຍໄວ້ຢູ່ໃນອ້ອມແຂນຂອງຄົນອື່ນ. ຂ້ານ້ອຍກະຕັນຍູຫລາຍສຳລັບການເລືອກທີ່ບໍ່ເຫັນແກ່ຕົວຂອງລາວ, ທີ່ລາວໄດ້ເລືອກໃຫ້ຂ້ານ້ອຍມີຊີວິດ ເພື່ອຈະສາມາດໃຊ້ອຳເພີໃຈຂອງຂ້ານ້ອຍເອງ.” ນາງເອັມມະລີສະຫລຸບໂດຍກ່າວວ່າ, “ຂ້ານ້ອຍຂອບຄຸນສຳລັບແຜນແຫ່ງສະຫວັນຂອງພຣະບິດາເທິງສະຫວັນ, ສຳລັບພໍ່ແມ່ຜູ້ປະເສີດ ຜູ້ທີ່ [ໄດ້ຮັກ ແລະ ດູແລ] ຂ້ານ້ອຍ, ແລະ ສຳລັບພຣະວິຫານ ບ່ອນທີ່ເຮົາສາມາດໄດ້ຮັບການຜະນຶກເຂົ້າກັບຄອບຄົວຂອງເຮົາຊົ່ວນິລັນດອນ.” 15
ພຣະຜູ້ຊ່ວຍໃຫ້ລອດ “ກໍໄດ້ເອົາເດັກນ້ອຍຜູ້ໜຶ່ງມາຢືນຢູ່ຕໍ່ໜ້າພວກເພິ່ນ: ແລ້ວກໍອູ້ມເອົາເດັກນ້ອຍນັ້ນ ແລະ ກ່າວແກ່ພວກສາວົກວ່າ, ຖ້າຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍ [ເຫລົ່ານີ້] ຢ່າງນີ້ ໄວ້ໃນນາມຂອງເຮົາ, ຜູ້ນັ້ນກໍຕ້ອນຮັບເຮົາ.” 16
ເມື່ອຄວາມປາດຖະໜາທີ່ຊອບທຳຍັງບໍ່ເກີດເປັນຈິງເທື່ອ
ຂ້າພະເຈົ້າຂໍສະແດງຄວາມຮັກ ແລະ ຄວາມເຫັນອົກເຫັນໃຈຕໍ່ຄູ່ຄອງທີ່ຊອບທຳ ຜູ້ທີ່ແຕ່ງງານກັນ ແລະ ບໍ່ສາມາດມີລູກທີ່ເຂົາເຈົ້າຄາດຫວັງຢາກໄດ້ຫລາຍແທ້ໆ ແລະ ຕໍ່ບັນດາຍິງ ແລະ ຊາຍຜູ້ທີ່ບໍ່ໄດ້ມີໂອກາດທີ່ຈະແຕ່ງງານ ອີງຕາມກົດຂອງພຣະເຈົ້າ. ຄວາມຝັນຂອງຊີວິດທີ່ບໍ່ເກີດເປັນຈິງກໍເປັນເລື່ອງທີ່ເຂົ້າໃຈຍາກ ຖ້າຫາກເຮົາມອງເບິ່ງມັນພຽງແຕ່ຈາກທັດສະນະຂອງຊີວິດມະຕະເທົ່ານັ້ນ. ໃນຖານະຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າສັນຍາກັບທ່ານວ່າ ເມື່ອທ່ານຊື່ສັດຕໍ່ພຣະເຢຊູຄຣິດ ແລະ ພັນທະສັນຍາຂອງທ່ານ, ທ່ານຈະໄດ້ຮັບພຣະພອນຊົດເຊີຍໃນຊີວິດນີ້ ແລະ ຄວາມປາດຖະໜາທີ່ຊອບທຳຂອງທ່ານຕາມຕາຕະລາງເວລານິລັນດອນຂອງພຣະຜູ້ເປັນເຈົ້າ. 17 ຈະມີຄວາມສຸກໄດ້ໃນການເດີນທາງຂອງຊີວິດມະຕະ ແມ່ນແຕ່ເມື່ອຄວາມຫວັງທີ່ຊອບທຳທັງໝົດຂອງເຮົາບໍ່ໄດ້ເກີດເປັນຈິງກໍຕາມ. 18
ຫລັງຈາກການເກີດມາ, ເດັກນ້ອຍຍັງຕ້ອງການຄວາມຊ່ວຍເຫລືອຂອງເຮົາຕໍ່ໄປ. ບາງຄົນກໍຕ້ອງການຄວາມຊ່ວຍເຫລືອນັ້ນຫລາຍແທ້ໆ. ແຕ່ລະປີ ຜ່ານທາງອະທິການທີ່ຫ່ວງໃຍ ແລະ ສ່ວນບໍລິຈາກຂອງທ່ານໃນການຖືສິນອົດເຂົ້າ ແລະ ກອງທຶນມະນຸດສະທຳ, ຊີວິດຂອງເດັກນ້ອຍຫລາຍໆລ້ານຄົນກໍໄດ້ຮັບພອນ. ເມື່ອບໍ່ດົນມານີ້ ຝ່າຍປະທານສູງສຸດໄດ້ປະກາດການບໍລິຈາກເພີ່ມອີກເປັນຈຳນວນ 20 ລ້ານໂດລາ ໃນການຊ່ວຍກອງທຶນສາກົນເພື່ອການພັດທະນາເດັກ ໃນຄວາມພະຍາຍາມຕະຫລອດທົ່ວໂລກທີ່ຈະຈັດການສັກຢາວັກຊີນສອງພັນລ້ານເຂັມ. 19 ພຣະເຈົ້າຮັກເດັກນ້ອຍ.
ການຕັດສິນໃຈທີ່ສັກສິດໃນການມີລູກ
ມັນເປັນເລື່ອງທີ່ໜ້າເປັນຫ່ວງທີ່ ແມ່ນແຕ່ໃນປະເທດທີ່ຈະເລີນກ້າວໜ້າທີ່ສຸດຂອງໂລກ, ຍັງມີເດັກນ້ອຍເປັນຈຳນວນໜ້ອຍທີ່ເກີດມາ. 20 “ພຣະບັນຍັດຂອງພຣະເຈົ້າຕໍ່ລູກໆຂອງພຣະອົງໃຫ້ມີລູກໃນແຜ່ນດິນໂລກ ຍັງເປັນພຣະບັນຍັດທີ່ໃຊ້ໄດ້ຢູ່.” 21 ເມື່ອໃດຈະມີລູກ ແລະ ຈະມີຈັກຄົນນັ້ນເປັນການຕັດສິນໃຈສ່ວນຕົວລະຫວ່າງສາມີ ແລະ ພັນລະຍາ ແລະ ພຣະຜູ້ເປັນເຈົ້າ. ດ້ວຍສັດທາ ແລະ ການອະທິຖານ, ການຕັດສິນໃຈທີ່ສັກສິດນີ້ສາມາດເປັນປະສົບການທີ່ງົດງາມ ແລະ ເປັນການເປີດເຜີຍໄດ້. 22
ຂ້າພະເຈົ້າຈະແບ່ງປັນເລື່ອງລາວຂອງຄອບຄົວລາອິງ ຈາກລັດແຄລິໂຟເນຍພາກໃຕ້. ຊິດສະເຕີ ເຣແບັກກາ ລາອິງ ຂຽນວ່າ:
“ໃນລະດູຮ້ອນຂອງປີ 2011, ຊີວິດຄອບຄົວຂອງພວກເຮົາກໍເບິ່ງຄືວ່າສົມບູນແບບດີ. ພວກເຮົາໄດ້ແຕ່ງງານກັນຢ່າງມີຄວາມສຸກ ພ້ອມດ້ວຍລູກໆສີ່ຄົນ—ອາຍຸ 9, 7, 5, ແລະ 3 ປີ. …
“ການຕັ້ງທ້ອງ ແລະ ການຄອດລູກຂອງຂ້ານ້ອຍ [ໄດ້ເປັນ] ການສ່ຽງສູງ … [ແລະ] ພວກເຮົາໄດ້ຮູ້ສຶກວ່າໄດ້ຮັບພອນ [ຫລາຍ] ແລ້ວທີ່ໄດ້ມີລູກສີ່ຄົນ, [ໂດຍຄິດ] ວ່າຄອບຄົວຂອງພວກເຮົາແມ່ນສົມບູນຄົບຖ້ວນແລ້ວ. ໃນເດືອນຕຸລາ ຂະນະທີ່ຮັບຟັງກອງປະຊຸມໃຫຍ່ສາມັນຢູ່ນັ້ນ, ຂ້ານ້ອຍໄດ້ມີຄວາມຮູ້ສຶກທີ່ແຈ່ມແຈ້ງວ່າພວກເຮົາຕ້ອງມີລູກອີກໜຶ່ງຄົນ. ຂະນະທີ່ ຣາກະແຣນ ແລະ ຂ້ານ້ອຍໄດ້ຄິດໄຕ່ຕອງ ແລະ ອະທິຖານ, … ພວກເຮົາໄດ້ຮູ້ວ່າພຣະເຈົ້າໄດ້ມີແຜນທີ່ແຕກຕ່າງສຳລັບພວກເຮົາ ຈາກທີ່ພວກເຮົາມີສຳລັບຕົວເອງ.
“ຫລັງຈາກການຕັ້ງທ້ອງ ແລະ ການຄອດທີ່ຍາກລຳບາກອີກເທື່ອໜຶ່ງ, ພວກເຮົາກໍໄດ້ຮັບພອນໂດຍມີລູກສາວນ້ອຍທີ່ສວຍງາມຄົນໜຶ່ງ. ພວກເຮົາໄດ້ຕັ້ງຊື່ໃຫ້ນາງວ່າ ບະຣີແອວ. ນາງໄດ້ເປັນການມະຫັດສະຈັນ. ບໍ່ດົນຫລັງຈາກນາງເກີດ, ຂະນະທີ່ຍັງຢູ່ໃນ [ຫ້ອງຄອດ], ຂ້ານ້ອຍໄດ້ຍິນສຸລະສຽງຂອງພຣະວິນຍານຢ່າງແຈ່ມແຈ້ງວ່າ: ‘ຍັງມີອີກຄົນໜຶ່ງ.’
“ສາມປີຕໍ່ຈາກນັ້ນ, ໄດ້ມີການມະຫັດສະຈັນອີກຄັ້ງ, ຊຶ່ງເປັນນາງມີອາ. ນາງບະຣີແອວ ແລະ ນາງມີອາເປັນແຫລ່ງແຫ່ງຄວາມສຸກຢ່າງຫລວງຫລາຍສຳລັບຄອບຄົວຂອງພວກເຮົາ.” ນາງສະຫລຸບໂດຍກ່າວວ່າ, “ການເປີດໃຈຮັບການຊີ້ນຳຂອງພຣະຜູ້ເປັນເຈົ້າ ແລະ ການເຮັດຕາມແຜນຂອງພຣະອົງສຳລັບເຮົາ ຈະນຳຄວາມສຸກທີ່ຍິ່ງໃຫຍ່ມາໃຫ້ເຮົາຫລາຍກວ່າ … ການເພິ່ງພາຄວາມເຂົ້າໃຈຂອງເຮົາເອງ.” 23
ພຣະຜູ້ຊ່ວຍໃຫ້ລອດຮັກເດັກນ້ອຍແຕ່ລະຄົນ.
“ແລະ ພຣະອົງໄດ້ເອົາເດັກນ້ອຍໆຂອງພວກເຂົາ, ມາເທື່ອລະຄົນ, ແລະ ອວຍພອນພວກເຂົາ. …
“ແລະ … ພວກເຂົາໄດ້ກວາດສາຍຕາຂຶ້ນໄປເທິງຟ້າ, … ແລະ ພວກເຂົາໄດ້ເຫັນເຫລົ່າທູດພາກັນລົງມາຈາກສະຫວັນ … ຢູ່ທ່າມກາງໄຟ; ແລະ [ເຫລົ່າທູດ] … ໄດ້ອ້ອມຮອບເດັກນ້ອຍເຫລົ່ານັ້ນໄວ້, … ແລະ ເຫລົ່າທູດໄດ້ປະຕິບັດສາດສະໜາກິດແກ່ພວກເຂົາ.” 24
ຂ້າພະເຈົ້າເປັນພະຍານວ່າການເດີນທາງສ່ວນຕົວຂອງທ່ານໃນຖານະລູກຂອງພຣະເຈົ້າບໍ່ໄດ້ເລີ່ມຕົ້ນສຳລັບທ່ານຕອນທ່ານສູບລົມຫາຍໃຈເຂົ້າໄປໃນປອດເປັນເທື່ອທຳອິດຫລັງຈາກທ່ານເກີດມາ, ແລະ ມັນຈະບໍ່ສິ້ນສຸດລົງຕອນທ່ານສູບລົມຫາຍໃຈເປັນເທື່ອສຸດທ້າຍໃນຊີວິດມະຕະນີ້.
ຂໍໃຫ້ເຮົາຈົ່ງຈຳໄວ້ວ່າ ລູກທາງວິນຍານຂອງພຣະເຈົ້າແຕ່ລະຄົນກຳລັງລົງມາສູ່ໂລກໃນການເດີນທາງສ່ວນຕົວຂອງເຂົາເອງ. 25 ຂໍໃຫ້ເຮົາຈົ່ງຕ້ອນຮັບພວກເຂົາ, ປ້ອງກັນພວກເຂົາ, ແລະ ຮັກພວກເຂົາສະເໝີໄປ. ເມື່ອທ່ານຕ້ອນຮັບເອົາເດັກນ້ອຍໆທີ່ລ້ຳຄ່າເຫລົ່ານີ້ໃນພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຊ່ວຍພວກເຂົາໃນການເດີນທາງນິລັນດອນຂອງພວກເຂົາ, ຂ້າພະເຈົ້າສັນຍາກັບທ່ານວ່າ ພຣະຜູ້ເປັນເຈົ້າຈະອວຍພອນທ່ານ ແລະ ຖອກເທຄວາມຮັກ ແລະ ຄວາມເຫັນດີເຫັນຊອບໃຫ້ແກ່ທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.