ເຈົ້າຈະເປັນອິດສະລະ
ພຣະເຢຊູຄຣິດແມ່ນຄວາມສະຫວ່າງທີ່ເຮົາຄວນຍົກຂຶ້ນ ແມ່ນແຕ່ໃນທ່າມກາງຊ່ວງເວລາທີ່ມືດມົນໃນຊີວິດມະຕະຂອງເຮົາກໍຕາມ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກະຕັນຍູຫລາຍ ສໍາລັບສິດທິພິເສດທີ່ໄດ້ກ່າວກັບທ່ານຈາກອາຟຣິກາ. ເປັນພອນຢ່າງຍິ່ງທີ່ມີເທັກໂນໂລຈີໃນປະຈຸບັນ ແລະ ທີ່ໄດ້ໃຊ້ມັນຢ່າງມີປະສິດທິພາບທີ່ສຸດ ເພື່ອເອື້ອມອອກຫາທ່ານ ບໍ່ວ່າທ່ານຈະຢູ່ທີ່ໃດກໍຕາມ.
ໃນເດືອນກັນຍາ ປີ 2019, ຂະນະທີ່ຮັບໃຊ້ເປັນຜູ້ນໍາເຜີຍແຜ່ເຂດແມຣີແລນ ບາວຕິມໍ, ຊິດສະເຕີ ມາທຸມໂບ ແລະ ຂ້າພະເຈົ້າ ໄດ້ຮັບສິດທິພິເສດໃນການໄປຢ້ຽມຢາມສະຖານທີ່ປະຫວັດສາດຂອງສາດສະໜາຈັກໃນເມືອງພາໄມຣາ, ລັດນິວຢອກ, ໃນລະຫວ່າງທີ່ໄປຮ່ວມການສໍາມະນາຂອງກຸ່ມຜູ້ນໍາເຜີຍແຜ່. ພວກເຮົາໄດ້ຈົບການຢ້ຽມຢາມຂອງພວກເຮົາໃນປ່າສັກສິດ. ຈຸດປະສົງຂອງພວກເຮົາໃນການໄປຢ້ຽມຢາມປ່າສັກສິດນັ້ນ ບໍ່ແມ່ນເພື່ອຮັບການສະແດງໃຫ້ປະຈັກ ຫລື ພາບນິມິດພິເສດ, ແຕ່ພວກເຮົາໄດ້ຮູ້ສຶກເຖິງການປະທັບຢູ່ຂອງພຣະເຈົ້າໃນສະຖານທີ່ສັກສິດແຫ່ງນີ້. ໃຈຂອງພວກເຮົາເຕັມປ່ຽມໄປດ້ວຍຄວາມກະຕັນຍູຕໍ່ສາດສະດາ ໂຈເຊັບ ສະມິດ.
ໃນລະຫວ່າງທາງກັບ, ຊິດສະເຕີ ມາທຸມໂບ ໄດ້ສັງເກດເຫັນວ່າ ຂ້າພະເຈົ້າຍິ້ມກວ້າງຂະນະທີ່ກຳລັງຂັບລົດຢູ່, ດັ່ງນັ້ນ ລາວຈຶ່ງຖາມວ່າ, “ແມ່ນຫຍັງຄືເຫດຜົນທີ່ເຮັດໃຫ້ເຈົ້າຕື່ນເຕັ້ນ?”
ຂ້າພະເຈົ້າຕອບວ່າ, “ນາຕາລີທີ່ຮັກ, ຄວາມຈິງຈະເອົາຊະນະຄວາມຜິດພາດສະເໝີ, ແລະ ຄວາມມືດຈະບໍ່ສືບຕໍ່ມີໃນແຜ່ນດິນໂລກ ຍ້ອນພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ.”
ພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດໄດ້ຢ້ຽມຢາມຊາຍໜຸ່ມໂຈເຊັບ ສະມິດ ເພື່ອນໍາສິ່ງທີ່ຖືກເຊື່ອງຊ້ອນໄວ້ອອກມາສູ່ແສງສະຫວ່າງ, ເພື່ອວ່າພວກເຮົາຈະສາມາດຮັບ “ຄວາມຮູ້ເຖິງສິ່ງທີ່ເປັນຢູ່, … ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ [ຈະເປັນ]” (ຄຳສອນ ແລະ ພັນທະສັນຍາ 93:24).
ຫລັງຈາກຫລາຍກວ່າ 200 ປີ, ຫລາຍຄົນຍັງສະແຫວງຫາຄວາມຈິງຢູ່ ເພາະເຂົາເຈົ້າຕ້ອງການທີ່ຈະເປັນອິດສະລະຈາກປະເພນີຕ່າງໆ ແລະ ຄຳຕົວະທີ່ສັດຕູໄດ້ເຜີຍແຜ່ອອກໄປຕະຫລອດທົ່ວໂລກ. ມີຫລາຍຄົນທີ່ “ຕາບອດໂດຍກົນອຸບາຍທີ່ລີ້ລັບຂອງມະນຸດ” (ຄຳສອນ ແລະ ພັນທະສັນຍາ 123:12). ໃນສານຂອງເພິ່ນເຖິງຊາວເອເຟໂຊ, ໂປໂລໄດ້ສິດສອນວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະ ພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ” (ເອເຟໂຊ 5:14). ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ ພຣະອົງຈະເປັນແສງສະຫວ່າງໃຫ້ແກ່ທຸກຄົນທີ່ໄດ້ຍິນພຣະຄໍາຂອງພຣະອົງ (ເບິ່ງ 2 ນີໄຟ 10:14).
ສາມສິບຫ້າປີກ່ອນ, ພໍ່ແມ່ຂອງຂ້າພະເຈົ້າກໍໄດ້ຕາບອດ ແລະ ໄດ້ພະຍາຍາມສະແຫວງຫາທີ່ຈະຮູ້ເຖິງຄວາມຈິງ ແລະ ໄດ້ກັງວົນວ່າຄວນຈະຫັນໄປທາງໃດເພື່ອທີ່ຈະພົບມັນ. ພໍ່ແມ່ຂອງຂ້າພະເຈົ້າທັງສອງຄົນເກີດຢູ່ໃນໝູ່ບ້ານ, ບ່ອນທີ່ປະເພນີຕ່າງໆໄດ້ຢັ່ງຮາກລົງໃນຊີວິດຂອງທຸກຄົນ ແລະ ທຸກຄອບຄົວ. ພວກເພິ່ນທັງສອງໄດ້ອອກຈາກໝູ່ບ້ານຂອງພວກເພິ່ນຕອນທີ່ພວກເພິ່ນຍັງໜຸ່ມ ແລະ ໄດ້ເຂົ້າມາຢູ່ໃນເມືອງ, ເພື່ອຊອກຫາຊີວິດທີ່ດີກວ່າ.
ພວກເພິ່ນໄດ້ແຕ່ງງານ ແລະ ໄດ້ສ້າງຄອບຄົວຂອງພວກເພິ່ນໃນວິທີທີ່ລຽບງ່າຍທີ່ສຸດ. ພວກເຮົາມີກັນຢູ່ເກືອບແປດຄົນໃນເຮືອນຫລັງນ້ອຍໆ—ມີພໍ່ແມ່, ເອື້ອຍນ້ອງສອງຄົນຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ, ແລະ ພີ່ນ້ອງຂອງຂ້າພະເຈົ້າຄົນໜຶ່ງທີ່ເຄີຍຢູ່ກັບພວກເຮົາ. ຂ້າພະເຈົ້າສົງໄສວ່າພວກເຮົາເປັນຄອບຄົວດຽວກັນແທ້ໆຫລືບໍ່, ເພາະພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ກິນເຂົ້າແລງຢູ່ໂຕະດຽວກັນກັບພໍ່ແມ່ຂອງພວກເຮົາ. ເມື່ອພໍ່ຂອງພວກເຮົາກັບມາແຕ່ວຽກ, ທັນທີທີ່ເພິ່ນເຂົ້າເຮືອນມາ, ພວກເຮົາຈະຖືກບອກໃຫ້ອອກໄປທາງນອກ. ກາງຄືນຂອງພວກເຮົາແມ່ນສັ້ນຫລາຍ, ເພາະພວກເຮົາບໍ່ສາມາດນອນຫລັບໄດ້ ຍ້ອນການຂາດຄວາມປອງດອງ ແລະ ຄວາມຮັກແທ້ໃນການແຕ່ງງານຂອງພໍ່ແມ່ຂອງພວກເຮົາ. ບ້ານຂອງພວກເຮົາບໍ່ແມ່ນພຽງແຕ່ນ້ອຍເທົ່ານັ້ນ, ແຕ່ມັນຍັງມືດມົນນໍາອີກ. ກ່ອນໄດ້ພົບກັບຜູ້ສອນສາດສະໜາ, ພວກເຮົາໄດ້ໄປໂບດບ່ອນໜຶ່ງທຸກໆວັນອາທິດ. ເປັນສິ່ງທີ່ແນ່ຊັດວ່າ ພໍ່ແມ່ຂອງພວກເຮົາກຳລັງຊອກຫາບາງສິ່ງທີ່ໂລກນີ້ບໍ່ສາມາດຈັດຫາໃຫ້ໄດ້.
ສິ່ງນີ້ໄດ້ສືບຕໍ່ຈົນກວ່າພວກເຮົາໄດ້ພົບກັບແອວເດີ ແລະ ຊິດສະເຕີ ຮັດຊິງ, ຜູ້ສອນສາດສະໜາອາວຸໂສຄູ່ທໍາອິດທີ່ຖືກເອີ້ນໃຫ້ຮັບໃຊ້ໃນປະເທດຊາເອຍ (ຊຶ່ງເປັນທີ່ຮູ້ກັນໃນປະຈຸບັນວ່າ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ຫລື ຄອງໂກ-ຄິນຊາຊາ). ເມື່ອພວກເຮົາເລີ່ມພົບກັບຜູ້ສອນສາດສະໜາທີ່ດີເລີດເຫລົ່ານີ້, ຜູ້ທີ່ເປັນເໝືອນດັ່ງທູດສະຫວັນທີ່ມາຈາກພຣະເຈົ້າ, ຂ້າພະເຈົ້າໄດ້ສັງເກດເຫັນວ່າ ບາງສິ່ງໄດ້ເລີ່ມຕົ້ນປ່ຽນແປງໃນຄອບຄົວຂອງຂ້າພະເຈົ້າ. ຫລັງຈາກການຮັບບັບຕິສະມາຂອງພວກເຮົາ, ພວກເຮົາກໍເລີ່ມຕົ້ນວິຖີຊີວິດໃໝ່ ຍ້ອນພຣະກິດຕິຄຸນທີ່ໄດ້ຖືກຟື້ນຟູ. ພຣະຄໍາຂອງພຣະຄຣິດໄດ້ເລີ່ມຂະຫຍາຍຈິດວິນຍານຂອງພວກເຮົາ. ພຣະຄຳເຫລົ່ານັ້ນໄດ້ເລີ່ມໃຫ້ຄວາມກະຈ່າງແຈ້ງແກ່ຄວາມເຂົ້າໃຈຂອງພວກເຮົາ ແລະ ໄດ້ເລີ່ມມີລົດຊາດທີ່ແຊບສໍາລັບພວກເຮົາ, ດັ່ງທີ່ຄວາມຈິງທີ່ພວກເຮົາໄດ້ຮັບ ໄດ້ເປັນທີ່ເບິ່ງເຫັນໄດ້ ແລະ ພວກເຮົາສາມາດເຫັນແສງສະຫວ່າງ, ແລະ ແສງສະຫວ່າງນີ້ກໍສະຫວ່າງຂຶ້ນເລື້ອຍໆໃນທຸກໆມື້.
ການເຂົ້າໃຈກ່ຽວກັບ ເປັນຫຍັງ ຂອງພຣະກິດຕິຄຸນນີ້ ໄດ້ຊ່ວຍໃຫ້ພວກເຮົາກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ. ຂະໜາດຂອງເຮືອນພວກເຮົາບໍ່ໄດ້ປ່ຽນແປງ; ທັງສະພາບທາງສັງຄົມຂອງພວກເຮົາກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ແຕ່ຂ້າພະເຈົ້າໄດ້ເຫັນເຖິງການປ່ຽນແປງໃນຈິດໃຈຂອງພໍ່ແມ່ຂອງຂ້າພະເຈົ້າ ໃນຂະນະທີ່ພວກເຮົາອະທິຖານໃນທຸກໆມື້, ເຊົ້າ ແລະ ແລງ. ພວກເຮົາໄດ້ສຶກສາພຣະຄໍາພີມໍມອນ; ພວກເຮົາໄດ້ຈັດການສັງສັນໃນຄອບຄົວ; ພວກເຮົາໄດ້ກາຍເປັນຄອບຄົວດຽວກັນແທ້ໆ. ທຸກໆວັນອາທິດ ພວກເຮົາໄດ້ຕື່ນນອນຕອນ 6 ໂມງເຊົ້າ ເພື່ອກຽມຕົວໄປໂບດ, ແລະ ພວກເຮົາໄດ້ເດີນທາງເປັນເວລາຫລາຍຊົ່ວໂມງ ເພື່ອໄປຮ່ວມການປະຊຸມໂບດທຸກໆອາທິດໂດຍທີ່ບໍ່ຈົ່ມ. ນັ້ນເປັນປະສົບການທີ່ງົດງາມທີ່ໄດ້ເຫັນ. ພວກເຮົາ, ຜູ້ທີ່ເຄີຍຍ່າງຢູ່ໃນຄວາມມືດໃນເມື່ອກ່ອນ, ໄດ້ຂັບໄລ່ຄວາມມືດອອກໄປຈາກທ່າມກາງພວກເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 50:25) ແລະ ໄດ້ເຫັນ “ແສງສະຫວ່າງຢ່າງໃຫຍ່ຫລວງ” (2 ນີໄຟ 19:2).
ຂ້າພະເຈົ້າຈື່ມື້ໜຶ່ງໄດ້ ຕອນທີ່ຂ້າພະເຈົ້າບໍ່ຢາກຕື່ນແຕ່ເຊົ້າໆເພື່ອການອະທິຖານເປັນຄອບຄົວຂອງພວກເຮົາ, ຂ້າພະເຈົ້າໄດ້ຈົ່ມໃຫ້ເອື້ອຍນ້ອງຂອງຂ້າພະເຈົ້າຟັງວ່າ, “ພວກເຮົາບໍ່ມີອັນອື່ນເຮັດບໍໃນບ້ານຫລັງນີ້, ມີແຕ່ອະທິຖານ, ອະທິຖານ, ອະທິຖານເທົ່ານັ້ນ.” ພໍ່ຂອງຂ້າພະເຈົ້າໄດ້ຍິນຄໍາເວົ້າຂອງຂ້າພະເຈົ້າ. ຂ້າພະເຈົ້າຈື່ປະຕິກິລິຍາຂອງເພິ່ນໄດ້ ຂະນະທີ່ເພິ່ນສິດສອນຂ້າພະເຈົ້າດ້ວຍຄວາມຮັກ ແຕ່ມີຄວາມໜັກແໜ້ນວ່າ, “ຕາບໃດທີ່ເຈົ້າຍັງຢູ່ບ້ານຫລັງນີ້, ເຈົ້າຈະຕ້ອງອະທິຖານ, ອະທິຖານ, ອະທິຖານ.”
ຄໍາເວົ້າຂອງພໍ່ຂອງຂ້າພະເຈົ້າດັງຢູ່ໃນຫູຂອງຂ້າພະເຈົ້າຢູ່ທຸກມື້. ທ່ານຄິດວ່າທຸກມື້ນີ້ ຊິດສະເຕີ ມາທຸມໂບ ກັບຂ້າພະເຈົ້າເຮັດຫຍັງກັບລູກໆຂອງພວກເຮົາ? ພວກເຮົາອະທິຖານ, ອະທິຖານ, ແລະ ອະທິຖານ. ນີ້ຄືມໍລະດົກຂອງພວກເຮົາ.
ຊາຍຄົນໜຶ່ງທີ່ເກີດມາຕາບອດ ແລະ ໄດ້ຖືກປິ່ນປົວໂດຍພຣະເຢຊູຄຣິດ, ຫລັງຈາກທີ່ໄດ້ຖືກກົດດັນໂດຍເພື່ອນບ້ານຂອງລາວ ແລະ ພວກຟາຣີຊາຍ, ລາວໄດ້ເວົ້າວ່າ:
“ມີຊາຍຄົນໜຶ່ງຊື່ວ່າ ເຢຊູ ໄດ້ເຮັດຂີ້ຕົມທາໃສ່ຕາຂອງຂ້ອຍ, ແລ້ວເພິ່ນບອກຂ້ອຍໃຫ້ໄປລ້າງທີ່ສະນໍ້າຊີໂລອາມ. ດັ່ງນັ້ນ ຂ້ອຍຈຶ່ງໄປລ້າງ ແລ້ວຂ້ອຍກໍເລີຍເຫັນຮຸ່ງໄດ້. …
“… ຂ້ານ້ອຍຮູ້ພຽງແຕ່ວ່າ ເມື່ອກ່ອນນັ້ນຂ້ານ້ອຍຕາບອດ ແລະ ດຽວນີ້ໄດ້ເຫັນຮຸ່ງແລ້ວ” (ໂຢຮັນ 9:11, 25).
ພວກເຮົາກໍເຄີຍຕາບອດ ແລະ ດຽວນີ້ໄດ້ເຫັນຮຸ່ງແລ້ວ. ພຣະກິດຕິຄຸນທີ່ຖືກຟື້ນຟູ ໄດ້ມີຜົນກະທົບຕໍ່ຄອບຄົວຂອງພວກເຮົາຕັ້ງແຕ່ເວລານັ້ນມາ. ການທີ່ເຂົ້າໃຈ ເປັນຫຍັງ ຂອງພຣະກິດຕິຄຸນ ໄດ້ອວຍພອນຄອບຄົວຂອງຂ້າພະເຈົ້າມາແລ້ວສາມລຸ້ນ ແລະ ຈະສືບຕໍ່ອວຍພອນຫລາຍໆລຸ້ນຕໍ່ໄປອີກ.
ພຣະເຢຊູຄຣິດເປັນຄວາມສະຫວ່າງທີ່ສ່ອງແສງໃນຄວາມມືດ. ຜູ້ທີ່ຕິດຕາມພຣະອົງ “ຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ” (ໂຢຮັນ 8:12).
ເປັນເວລາເກືອບປີ ລະຫວ່າງປີ 2016 ແລະ ປີ 2017, ທີ່ປະຊາຊົນໃນຂົງເຂດຄາຊາຍ ໄດ້ປະເຊີນໜ້າກັບເຫດການທີ່ໜ້າໂສກເສົ້າທີ່ສຸດ. ມັນເປັນຊ່ວງເວລາທີ່ມືດມົນສໍາລັບຄົນເຫລົ່ານັ້ນ ເນື່ອງຈາກການຂັດແຍ້ງລະຫວ່າງກຸ່ມນັກຮົບພື້ນເມືອງ ແລະ ກອງກຳລັງລັດຖະບານ. ຄວາມຮຸນແຮງໄດ້ແຜ່ລາມຈາກເມືອງຕ່າງໆໃນແຂວງຄາຊາຍຕອນກາງ ຈົນເຖິງພາກພື້ນກວ້າງໄກອ້ອມຮອບຂອງແຂວງຄາຊາຍ. ຫລາຍຄົນໄດ້ໜີຈາກບ້ານເຮືອນຂອງພວກເຂົາເພື່ອຄວາມປອດໄພ ແລະ ໄດ້ລີ້ຢູ່ໃນປ່າ. ພວກເຂົາບໍ່ມີອາຫານ ຫລື ນ້ຳ ຫລື ສິ່ງໃດເລີຍ, ແລະ ໃນທ່າມກາງພວກເຂົາກໍມີສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໃນເຂດຄານານກາ. ສະມາຊິກຂອງສາດສະໜາຈັກບາງຄົນໄດ້ຖືກຂ້າໂດຍກອງທະຫານອາສາສະໝັກ.
ບຣາເດີ ໂອໂນເຣ ມູລຸມບາ ຈາກຫວອດຍານຊາ ໃນຄານານກາ ແລະ ຄອບຄົວຂອງລາວ ແມ່ນຢູ່ໃນກຸ່ມຄົນຈໍານວນໜ້ອຍໜຶ່ງທີ່ໄດ້ຫລົບລີ້ຢູ່ໃນເຮືອນຂອງເຂົາເຈົ້າ, ໂດຍທີ່ບໍ່ຮູ້ວ່າຈະໄປໃສ ເພາະຖະໜົນທຸກສາຍໄດ້ຖືກປ່ຽນເປັນສະໜາມຍິງປືນ. ມື້ໜຶ່ງ ຜູ້ຊາຍໃນກອງທະຫານອາສາສະໝັກໃນໝູ່ບ້ານບາງຄົນໄດ້ສັງເກດເຫັນບຣາເດີ ມູລຸມບາ ແລະ ຄອບຄົວຂອງລາວ, ເມື່ອຕອນແລງມື້ໜຶ່ງເຂົາເຈົ້າໄດ້ອອກໄປນອກເຮືອນເພື່ອຊອກຫາຜັກຢູ່ສວນຄົວຂອງເຂົາເຈົ້າມາກິນ. ທະຫານອາສາສະໝັກກຸ່ມໜຶ່ງໄດ້ມາທີ່ບ້ານຂອງເຂົາເຈົ້າ ແລະ ແລ້ວໄດ້ດຶງເຂົາເຈົ້າອອກໄປ ແລະ ບອກໃຫ້ເຂົາເຈົ້າເລືອກທີ່ຈະເຂົ້າຮ່ວມການປະຕິບັດຕາມກອງທະຫານອາສາສະໝັກຂອງພວກເຂົາ ຖ້າບໍ່ດັ່ງນັ້ນຈະຕ້ອງຖືກຂ້າ.
ບຣາເດີ ມູລຸມບາ ໄດ້ບອກພວກເຂົາຢ່າງກ້າຫານວ່າ, “ຂ້ອຍແມ່ນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຄອບຄົວຂອງຂ້ອຍ ແລະ ຂ້ອຍໄດ້ຮັບເອົາພຣະເຢຊູຄຣິດ ແລະ ມີສັດທາໃນພຣະອົງ. ພວກເຮົາຈະຊື່ສັດຕໍ່ພັນທະສັນຍາຂອງພວກເຮົາ ແລະ ຍອມຕາຍ.”
ພວກເຂົາບອກເຂົາເຈົ້າວ່າ, “ໃນເມື່ອພວກເຈົ້າເລືອກພຣະເຢຊູຄຣິດ, ຊາກສົບຂອງພວກເຈົ້າຈະຖືກໝາກິນ,” ແລະ ພວກເຂົາສັນຍາວ່າຈະກັບມາ. ແຕ່ພວກເຂົາກໍບໍ່ໄດ້ກັບມາ, ແລະ ຄອບຄົວນັ້ນກໍຢູ່ເຮືອນຕໍ່ໄປເປັນເວລາສອງເດືອນ ແລະ ບໍ່ເຫັນພວກເຂົາອີກເລີຍ. ບຣາເດີ ມູລຸມບາ ແລະ ຄອບຄົວຂອງລາວໄດ້ຮັກສາໂຄມໄຟແຫ່ງສັດທາຂອງເຂົາເຈົ້າໃຫ້ສະຫວ່າງ. ເຂົາເຈົ້າໄດ້ຈື່ຈໍາພັນທະສັນຍາຂອງເຂົາເຈົ້າ ແລະ ໄດ້ຮັບການປົກປ້ອງ.
ພຣະເຢຊູຄຣິດແມ່ນຄວາມສະຫວ່າງທີ່ເຮົາຄວນຍົກຂຶ້ນ ແມ່ນແຕ່ໃນທ່າມກາງຊ່ວງເວລາທີ່ມືດມົນໃນຊີວິດມະຕະຂອງເຮົາກໍຕາມ (ເບິ່ງ 3 ນີໄຟ 18:24). ເມື່ອເຮົາເລືອກທີ່ຈະຕິດຕາມພຣະຄຣິດ, ເຮົາກໍເລືອກທີ່ຈະປ່ຽນແປງໃໝ່. ຊາຍ ຫລື ຍິງຄົນໃດທີ່ປ່ຽນແປງໃໝ່ເພື່ອພຣະຄຣິດຈະມີພຣະຄຣິດເປັນແມ່ທັບ, ແລະ ເຮົາຈະຖາມ, ດັ່ງທີ່ໂປໂລໄດ້ຖາມວ່າ, “ພຣະອົງເຈົ້າເອີຍ, ພຣະອົງຈະໃຫ້ຂ້ານ້ອຍເຮັດຫຍັງ?” (ກິດຈະການ 9:6). ເຮົາຈະ “ຕິດຕາມຮອຍພຣະບາດຂອງພຣະອົງ” (1 ເປໂຕ 2:21). ເຮົາຈະ “ດໍາເນີນຊີວິດຕາມທາງທີ່ພຣະອົງຊົງດໍາເນີນນັ້ນເໝືອນກັນ” (1 ໂຢຮັນ 2:6). (ເບິ່ງ Ezra Taft Benson, “Born of God,” Tambuli, Oct. 1989, 2, 6.)
ຂ້າພະເຈົ້າເປັນພະຍານເຖິງພຣະອົງຜູ້ທີ່ໄດ້ສິ້ນພຣະຊົນ, ຖືກຝັງ, ແລະ ເປັນຄືນມາອີກຄັ້ງໃນມື້ທີສາມ ແລະ ໄດ້ສະເດັດຂຶ້ນສູ່ສະຫວັນ ເພື່ອວ່າທ່ານ ແລະ ຂ້າພະເຈົ້າຈະສາມາດຮັບພຣະພອນແຫ່ງຄວາມເປັນອະມະຕະ ແລະ ຄວາມສູງສົ່ງ. ພຣະອົງເປັນ “ຄວາມສະຫວ່າງ, … ຊີວິດ, ແລະ ຄວາມຈິງ” (ອີເທີ 4:12). ພຣະອົງເປັນຢາຕ້ານພິດ ແລະ ເປັນຢາຮັກສາຄວາມສັບສົນຂອງໂລກ. ພຣະອົງເປັນມາດຕະຖານຂອງຄວາມດີເລີດສໍາລັບຄວາມສູງສົ່ງ, ແມ່ນແຕ່ພຣະເຢຊູຄຣິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.