ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂ່າວ​ສານ​ຕ້ອນ​ຮັບ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ຂ່າວ​ສານ​ຕ້ອນ​ຮັບ

ຂໍ​ຕ້ອນ​ຮັບ​ເຂົ້າ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ສູ່​ສິດ​ທິ​ພິ​ເສດ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຕ້ອນ​ຮັບ​ທ່ານ​ເປັນ​ການ​ສ່ວນ​ຕົວ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້. ເຮົາ​ລວມ​ຕົວ​ກັນ​ເປັນ​ຄອບ​ຄົວ​ໃຫຍ່​ທົ່ວ​ໂລກ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ຂໍ​ຂອບ​ໃຈ​ທີ່​ມາ​ຮ່ວມ​ກັບ​ພວກ​ເຮົາ.

ໃນ​ປີ​ທີ່​ຜ່ານ​ມາ​ນີ້​ເປັນ​ປີ​ໜຶ່ງ​ແຫ່ງ​ການ​ຈົດ​ຈຳ. ບໍ່​ແປກ​ໃຈ​ເລີຍ​ທີ່​ເຮົາ​ແຕ່​ລະ​ຄົນ​ໄດ້​ຮຽນ​ຮູ້​ໃນ​ສິ່ງ​ທີ່​ເຮົາ​ບໍ່​ເຄີຍ​ຮູ້​ມາ​ກ່ອນ. ບົດ​ຮຽນ​ບາງ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ມາ​ກ່ອນ ໄດ້​ຖືກ​ຂຽນ​ລົງ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ແນວ​ທາງ ແລະ ການ​ຊີ້​ນຳ​ແບບ​ໃໝ່.

ຕົວ​ຢ່າງ​ເຊັ່ນ, ຂ້າ​ພະ​ເຈົ້າ ຮູ້ ຢ່າງ​ແນ່​ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊີ້​ນຳ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ສະ​ແດງ​ໃຫ້ [ເຈົ້າ] ເຫັນ​ວ່າ ເຮົາ​ສາ​ມາດ​ທຳ​ງານ​ຂອງ​ເຮົາ​ເອງ​ໄດ້.”1

ຫລາຍ​ຄັ້ງ, ທີ່​ປຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ທັງ​ນ້ຳ​ຕາ​ຂະ​ນະ​ທີ່​ພຣະ​ອົງ​ໄດ້​ໄກ່​ເກ່ຍ​ແທນ​ໃນ​ສະ​ຖາ​ນະ​ການ​ທີ່​ທ້າ​ທາຍ​ທີ່​ສຸດ ຫລັງ​ຈາກ​ທີ່​ເຮົາ​ໄດ້​ເຮັດ​ພາກ​ສ່ວນ​ຂອງ​ເຮົາ​ຈົນ​ສຸດ​ຄວາມ​ສາ​ມາດ ແລະ ໝົດ​ຫົນ​ທາງ​ແລ້ວ. ແນ່​ນອນ​ເຮົາ​ເຝົ້າ​ພິ​ສະ​ຫວົງ.

ບັດ​ນີ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ພຣະ​ອົງ​ໝາຍ​ເຖິງ​ແມ່ນ​ຫຍັງ​ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ຈະ​ເລັ່ງ​ວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ.”2 ຂ້າ​ພະ​ເຈົ້າ​ປິ​ຕິ​ຍິນ​ດີ​ຊ້ຳ​ແລ້ວ​ຊ້ຳ​ອີກ​ທີ່​ພຣະ​ອົງ​ໄດ້​ຊີ້​ນຳ ແລະ ດຳ​ເນີນ​ການ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ—ແມ່ນ​ແຕ່​ຊ່ວງ​ໄລ​ຍະ​ຂອງ​ການ​ແຜ່​ລະ​ບາດ​ຕະ​ຫລອດ​ທົ່ວ​ໂລກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ເຂັ້ມ​ແຂງ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ຂຶ້ນ​ກັບ​ຄວາມ​ພະ​ຍາ​ຍາມ ແລະ ການ​ເຕີບ​ໂຕ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ສະ​ມາ​ຊິກ. ການ​ປູກ​ຝັງ​ປະ​ຈັກ​ພະ​ຍານ​ທີ່​ດີ​ທີ່​ສຸດ​ແມ່ນ​ຢູ່​ທີ່​ບ້ານ. ໃນ​ຊ່ວງ​ປີ​ທີ່​ຜ່ານ​ມາ, ຫລາຍ ຄົນ​ໃນ​ພວກ​ທ່ານ​ໄດ້​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ທີ່​ບ້ານ​ຂອງ​ຕົນ​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ. ຂ້າ​ພະ​ເຈົ້າ​ຂອບ​ໃຈ​ພວກ​ທ່ານ, ແລະ ລູກໆ​ຂອງ​ພວກ​ທ່ານ​ກໍ​ຈະ​ຂອບ​ໃຈ​ພວກ​ທ່ານ​ເຊັ່ນ​ກັນ.

ໂຄງ​ການ​ໃຫຍ່​ໃນ​ການ​ບູ​ລະ​ນະ​ພຣະ​ວິ​ຫານ​ເຊົາ​ເລັກ​ແມ່ນ​ຈະ​ດຳ​ເນີນ​ຕໍ່​ໄປ. ຈາກ​ຫ້ອງ​ການ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ຕັ່ງ​ແຖວ​ໜ້າ​ສຸດ​ໃນ​ການ​ດູ​ແລ​ວຽກ​ງານ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ທີ່​ລານ​ພຣະ​ວິ​ຫານ.

ຮູບ​ພາບ
ວຽກ​ງານ​ການ​ກໍ່​ສ້າງ​ລານ​ພຣະ​ວິ​ຫານ

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ແນມ​ເບິ່ງ​ຄົນ​ງານ​ຂຸດ​ເອົາ​ຮາກ​ຕົ້ນ​ໄມ້​ເກົ່າ, ທໍ່​ນ້ຳ, ສາຍ​ໄຟ, ແລະ ຖານ​ນ້ຳ​ພຸ​ທີ່​ຮົ່ວ​ໄຫລ ອອກ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ຊາກ​ເສດ​ເຫລືອ​ເກົ່າໆ​ທີ່​ເຮົາ​ແຕ່​ລະ​ຄົນ​ຈຳ​ເປັນ​ຕ້ອງ​ກຳ​ຈັດ​ອອກ​ຈາກ​ຊີ​ວິດ​ຂອງ​ເຮົາ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ ພຣະ​ກິດ​ຕິ​ຄຸນ​ຂອງ​ການ​ກັບ​ໃຈ.3 ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈຶ່ງ​ໄດ້​ເຊື້ອ​ເຊີນ​ໃຫ້​ສືບ​ຕໍ່​ປ່ຽນ​ແປງ, ເຕີບ​ໂຕ, ແລະ ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ມັນ​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຫວັງ, ແຫ່ງ​ການ​ປິ່ນ​ປົວ, ແລະ ແຫ່ງ​ການ​ກ້າວ​ໜ້າ. ດັ່ງ​ນັ້ນ, ພຣະ​ກິດ​ຕິ​ຄຸນ ຄື​ຂ່າວ​ສານ​ແຫ່ງ ຄວາມ​ສຸກ! ຈິດ​ວິນ​ຍານ​ຂອງ​ເຮົາ​ປິ​ຕິ​ຍິນ​ດີ​ກັບ​ທຸກໆ​ບາດ​ກ້າວ​ນ້ອຍໆ​ທີ່​ເຮົາ​ກ້າວ​ໄປ​ຂ້າງ​ໜ້າ.

ພາກ​ສ່ວນ​ໜຶ່ງ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ແລະ ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຫລາຍ, ຄື​ເຮົາ​ຖືກ​ບັນ​ຊາ​ໃຫ້​ເປັນ​ຄົນ​ທີ່ ມີ​ຄ່າ​ຄວນ ແລະ ເຕັມ​ໃຈ ທີ່​ຈະ​ຊ່ວຍ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂະ​ນະ​ທີ່​ເຮົາ​ຟັງ​ຂ່າວ​ສານ​ທີ່​ໄດ້​ກຽມ​ພ້ອມ​ຢ່າງ​ລະ​ອຽດ​ໂດຍ​ຜູ້​ນຳ​ຂອງ​ເຮົາ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອະ​ທິ​ຖານ ເພື່ອ​ລະ​ບຸ​ຊາກ​ເສດ​ເຫລືອ​ຕ່າງໆ​ທີ່​ທ່ານ​ຄວນ​ເອົາ​ອອກ​ໄປ​ຈາກ​ຊີ​ວິດ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ມີ​ຄ່າ​ຄວນ​ຫລາຍ​ຂຶ້ນ.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເປັນ​ພະ​ຍານ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ຮູ້​ຈັກ ແລະ ຮັກ​ເຮົາ​ແຕ່​ລະ​ຄົນ. ພວກ​ພຣະ​ອົງພ້ອມ​ສະ​ເໝີ​ທີ່​ຈະ​ຊ່ວຍ​ເຫລືອ​ທ່ານ ໃນ​ທຸກ​ບາດ​ກ້າວ​ຂອງ​ທ່ານ. ຂໍ​ຕ້ອນ​ຮັບ​ເຂົ້າ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ສູ່​ສິດ​ທິ​ພິ​ເສດ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ