ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ

ໃນ​ແຕ່​ລະ​ຫວອດ ແລະ ສາ​ຂາ ເຮົາ​ຕ້ອງ​ການ​ທຸກ​ຄົນ—ຜູ້​ທີ່​ເຂັ້ມ​ແຂງ ແລະ ຜູ້​ທີ່​ອາດ​ກຳ​ລັງ​ດີ້ນ​ລົນ​ຢູ່. ທຸກ​ຄົນ​ລ້ວນ​ແຕ່​ຈຳ​ເປັນ.

ຕອນ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ຍັງ​ຈື່​ໄດ້​ວ່າ ໄດ້​ນັ່ງ​ລົດ​ໄປ​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ເຫັນ​ຫລາຍ​ຄົນ​ຢູ່​ຕາມ​ຂ້າງ​ຖະ​ໜົນ​ຫົນ​ທາງ ຜູ້​ທີ່​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ ຫລື ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ມັກ​ຈະ​ເວົ້າ​ວ່າ “Pobrecito,” ຊຶ່ງ​ແປ​ວ່າ “ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ.”

ມີ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ດ້ວຍ​ຄວາມ​ສົນ​ໃຈ​ຂະ​ນະ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ຄົນ​ເຫລົ່າ​ນີ້, ໂດຍ​ສະ​ເພາະ​ແມ່ນ​ເວ​ລາ​ທີ່​ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ພໍ່​ຕູ້​ແມ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ທີ່​ປະ​ເທດ​ແມັກ​ຊີ​ໂກ. ເປັນ​ເລື່ອງ​ປົກ​ກະ​ຕິ​ທີ່​ເພິ່ນ​ໄດ້​ພົບ​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ແລະ ແລ້ວ​ກໍ​ເຂົ້າ​ໄປ​ຫາ​ເຂົາ​ເຈົ້າ ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ​ແບບ​ງຽບໆ​ຕາມ​ຄວາມ​ຈຳ​ເປັນ. ຕໍ່​ມາ​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ເພິ່ນ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ລົງ​ທະ​ບຽນ​ເຂົ້າ​ໂຮງ​ຮຽນ, ຊື້​ອາ​ຫານ​ໃຫ້, ຫລື ຈັດ​ຫາ​ໃນ​ທາງ​ໃດ​ທາງ​ໜຶ່ງ ເພື່ອ​ຄວາມ​ຢູ່​ດີ​ມີ​ສຸກ​ຂອງ​ເຂົາ​ເຈົ້າ. ເພິ່ນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ “ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ” ທີ່​ເພິ່ນ​ພົບ​ພໍ້​ໃນ​ເສັ້ນ​ທາງ​ຂອງ​ເພິ່ນ. ຕາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ຄອບ​ຄົວ​ພວກ​ເຮົາ​ບໍ່​ເຄີຍ​ມີ​ຈັກ​ເທື່ອ​ທີ່​ຂາດຄົນ​ມາ​ພັກ​ຢູ່​ນຳ ຜູ້​ທີ່​ຕ້ອງ​ການ​ບ່ອນ​ຢູ່​ອາ​ໄສ ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ເພິ່ງ​ພາ​ຕົວ​ເອງ. ຈາກ​ປະ​ສົບ​ການ​ທີ່​ໄດ້​ເຫັນ​ສິ່ງ​ເຫລົ່າ​ນີ້ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ໝູ່​ເພື່ອນ​ຊາຍ ແລະ ຍິງ​ຂອງ​ຂ້າ​ພະ​ເຈົ້າ ແລະ ຕໍ່​ຄົນ​ເຫລົ່າ​ນັ້ນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ.

ໃນ​ປຶ້ມ ຈົ່ງ​​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ມັນ​ກ່າວ​ວ່າ: “ທ່ານຖືກ​ອ້ອມ​ລ້ອມ​ດ້ວຍ​ຜູ້​ຄົນ. ທ່ານ​ຍ່າງ​ກາຍ​ເຂົາ​ເຈົ້າ​ຢູ່​ຫົນ​ທາງ, ຢ້ຽມ​ຢາມເຂົາເຈົ້າໃນ​ບ້ານ​ຂອງ​ເຂົາ​ເຈົ້າ ແລະ ເດີນ​ທາງ​ທ່າມ​ກາງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ທຸກໆ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ທ່ານ. … ຫລາຍ​ຄົນ​ນີ້​ສະ​ແຫວງ​ຫາ​ເປົ້າ​ໝາຍ​ຂອງ​ຊີ​ວິດ. ເຂົາ​ເຈົ້າ​ເປັນ​ຫ່ວງ​ນຳ​ອະ​ນາ​ຄົດ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ” (ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ [2004], 1).

ຕະ​ຫລອດ​ຊ່ວງ​ໄລ​ຍະ​ປີ​ເຫລົ່າ​ນັ້ນ, ຂະ​ນະ​ທີ່​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ. ຂ້າ​ພະ​ເຈົ້າ​ມັກ​ຈະ​ໄດ້​ຍິນ​ສຽງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ເວົ້າ​ວ່າ, “Pobrecito,” ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ.

ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ເຮົາ​ພົບ​ເຫັນ​ຕົວ​ຢ່າງ​ທີ່​ດີ​ເລີດ​ຂອງ​ການ​ເບິ່ງ​ແຍງ​ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ:

“ວັນ​ໜຶ່ງ​ເປ​ໂຕ​ກັບ​ໂຢ​ຮັນ​ໄດ້​ໄປ​ຍັງ​ພຣະ​ວິ​ຫານ​ໃນ​ຕອນ​ບ່າຍ​ສາມ​ໂມງ​ເພາະ​ເປັນ​ເວ​ລາ​ອະ​ທິ​ຖານ.

“ທາງ​ເຂົ້າ​ພຣະ​ວິ​ຫານ​ມີ​ຊື່​ວ່າ​ປະ​ຕູ​ງາມ, ມີ​ຊາຍ​ຜູ້​ໜຶ່ງ​ເປັນ​ຄົນ​ເປ້ຍ​ມາ​ແຕ່​ເກີດ, ແຕ່​ລະ​ວັນ​ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ, ເພື່ອ​ຂໍ​ທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ;

“ເມື່ອ​ລາວ​ເຫັນ​ເປ​ໂຕ​ກັບ​ໂຢ​ຮັນ​ກຳ​ລັງ​ເຂົ້າ​ມາ ລາວ​ຈຶ່ງ​ຂໍ​ທານ​ນຳ​ສອງ​ຄົນ​ນີ້.

“ເປ​ໂຕ ແລະ ໂຢ​ຮັນ, ໄດ້​ຈ້ອງ​ຕາ​ເບິ່ງ​ລາວ ແລະ ເປ​ໂຕ​ກໍ​ກ່າວ​ວ່າ, ຈົ່ງ​ເບິ່ງ​ພວກ​ເຮົາ.

“ດັ່ງ​ນັ້ນ​ລາວ​ຈຶ່ງ​ເບິ່ງ​ເປ​ໂຕ ແລະ ໂຢ​ຮັນ​ໂດຍ​ນຶກ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ຄົນ​ທັງ​ສອງ.

“ຝ່າຍ​ເປ​ໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, ເງິນ​ ແລະ ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ​ຄື: ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄທ​ນາ​ຊາ​ເຣັດ​ຈົ່ງ​ຍ່າງ​ໄປ.

“ແລ້ວ​ເປ​ໂຕ​ກໍ​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ, ດຶງ​ຂຶ້ນ: ໃນ​ທັນ​ໃດ​ນັ້ນ​ຕີນ ແລະ ຂໍ່​ຕີນ​ຂອງ​ລາວ​ກໍ​ມີ​ແຮງ​ມາ” (ກິດ​ຈະ​ການ 3:1–7; ເນັ້ນ​ຄຳ​ເນີ້ງ).

ໃນ​ການ​ອ່ານ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຕື້ນ​ຕັນ​ໃຈ​ຈາກ​ການ​ນຳ​ໃຊ້​ຄຳ​ວ່າ ຈ້ອງ​ຕາ​ເບິ່ງ. ຄຳ​ວ່າ ຈ້ອງ​ຕາ​ເບິ່ງ ມີ​ຄວາມ​ໝາຍ​ວ່າ​ຈ້ອງ​ເບິ່ງ​ດ້ວຍ​ສາຍ​ຕາ ຫລື ຄວາມ​ຄິດ ຫລື ແນມ​ເບິ່ງ​ດ້ວຍ​ຄວາມ​ຕັ້ງ​ໃຈ (ເບິ່ງ “fasten,” Dictionary.com). ຂະ​ນະ​ທີ່​ເປ​ໂຕ​ເບິ່ງ​ຜູ້​ຊາຍ​ຄົນ​ນີ້, ເພິ່ນ​ໄດ້​ເຫັນ​ລາວ​ແຕກ​ຕ່າງ​ຈາກ​ຄົນ​ອື່ນໆ. ເພິ່ນ​ໄດ້​ເບິ່ງ​ຜ່ານ​ຄວາມ​ບໍ່​ສາ​ມາດ​ຍ່າງ​ໄດ້​ຂອງ​ລາວ ແລະ ຄວາມ​ອ່ອນ​ແອ​ຂອງ​ລາວ ແລະ ສາ​ມາດ​ເບິ່ງ​ເຫັນ​ວ່າ​ສັດ​ທາ​ຂອງ​ລາວ​ມີ​ພຽງ​ພໍ​ຕໍ່​ການ​ປິ່ນ​ປົວ ແລະ ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ເພື່ອ​ຮັບ​ພອນ​ຕ່າງໆ​ທີ່​ລາວ​ສະ​ແຫວງ​ຫາ.

ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ເພິ່ນ​ໄດ້​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ ແລະ ດຶງ​ລາວ​ຂຶ້ນ. ຂະ​ນະ​ທີ່​ເພິ່ນ​ຊ່ວຍ​ເຫລືອ​ຊາຍ​ຄົນ​ນັ້ນ​ໃນ​ແບບ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປິ່ນ​ປົວ​ຊາຍ​ຄົນ​ນັ້ນ​ຢ່າງ​ປະ​ຕິ​ຫານ, ແລະ “ຕີນ ແລະ ຂໍ່​ຕີນ​ຂອງ​ລາວ​ກໍ​ມີ​ແຮງ​ມາ” (ກິດ​ຈະ​ການ 3:7). ຄວາມ​ຮັກ​ຂອງ​ເພິ່ນ ແລະ ຄວາມ​ປາດ​ຖະ​ໜາ​ຢາກ​ຊ່ວຍ​ເຫລືອ​ຊາຍ​ຄົນ​ນີ້ ໄດ້​ເພີ່ມ​ຄວາມ​ສາ​ມາດ ແລະ ຄວາມ​ເປັນ​ໄປ​ໄດ້​ໃນ​ຕົວ​ຂອງ​ຊາຍ​ຄົນ​ນີ້​ຜູ້​ທີ່​ເຄີຍ​ອ່ອນ​ແອ.

ໃນ​ຊ່ວງ​ໄລ​ຍະ​ຮັບ​ໃຊ້​ເປັນ​ສາ​ວົກ​ເຈັດ​ສິບ, ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ທຸກ​ວັນ​ອັງ​ຄານ​ຕອນ​ແລງ​ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ້ຽມ​ຢາມ​ກັບ​ປະ​ທານ​ສະ​ເຕກ​ໃນ​ເຂດ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ຜິດ​ຊອບ. ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ໃຫ້​ພວກ​ເພິ່ນ​ເຮັດ​ການ​ນັດ​ໝາຍ​ກັບ​ຜູ້​ທີ່​ຕ້ອງ​ການ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຫລື ຜູ້​ທີ່​ບໍ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໄວ້. ຜ່ານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ແລະ ເຮົາ​ຈະ​ສາ​ມາດ​ພົບ​ເຫັນ​ຜູ້​ຄົນ ແລະ ຫລາຍ​ຄອບ​ຄົວ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ຜູ້​ຄົນ​ເຫລົ່າ​ນີ້​ແມ່ນ “ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ” ຜູ້​ທີ່​ອາ​ໄສ​ຢູ່​ຄົນ​ລະ​ສະ​ເຕກ​ທີ່​ພວກ​ເຮົາ​ຮັບ​ໃຊ້​ຢູ່.

ມີ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ປະ​ທານ​ບຽວ ວິດ​ເວີດ, ຜູ້​ເປັນ​ປະ​ທານ​ສະ​ເຕກ ແຊນ​ດີ​ແຄນ​ຢຽນ​ວິວ, ໄດ້​ໄປ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ້ຽມ​ຢາມ. ເພິ່ນ​ໄດ້​ອະ​ທິ​ຖານ​ວ່າ​ພວກ​ເຮົາ​ຄວນ​ໄປ​ຢ້ຽມ​ຢາມ​ໃຜ, ພະ​ຍາ​ຍາມ​ໃຫ້​ມີ​ປະ​ສົບ​ການ​ເຊັ່ນ​ດຽວ​ກັນ​ກັບ​ນີ​ໄຟ, ຜູ້ “ພຣະ​ວິນ​ຍານ​ໄດ້​ນຳ​ພາ, ໂດຍ​ບໍ່​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່ [ເພິ່ນ] ຄວນ​ຈະ​ເຮັດ” (1 ນີ​ໄຟ 4:6). ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຂະ​ນະ​ທີ່​ພວກ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ພວກ​ເຮົາ​ຄວນ​ຖືກ​ຊັກ​ຈູງ​ໂດຍ​ການ​ເປີດ​ເຜີຍ​ວ່າ​ຜູ້​ຄົນ​ເຫລົ່າ​ນັ້ນ​ຕ້ອງ​ການ​ສິ່ງ​ໃດ​ຫລາຍທີ່​ສຸດ, ບໍ່​ແມ່ນ​ພຽງ​ແຕ່​ເບິ່ງ​ລາຍ​ຊື່ ຫລື ຢ້ຽມ​ຢາມ​ຄົນ​ໃດ​ຄົນ​ໜຶ່ງ​ຕາມ​ລະ​ບຽບ​ການ​ເທົ່າ​ນັ້ນ. ພວກ​ເຮົາ​ຄວນ​ຖືກ​ຊັກ​ຈູງ​ໂດຍ​ພະ​ລັງ​ແຫ່ງ​ການ​ດົນ​ໃຈ.

ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ວ່າ​ໄດ້​ໄປ​ເຮືອນ​ຂອງ​ສາ​ມີ​ພັນ​ລະ​ຍາ​ໜຸ່ມ​ຄູ່​ໜຶ່ງ, ແຈັບ ແລະ ນາງ​ແຮ​ເຕີ້, ແລະ ລູກ​ຊາຍ​ນ້ອຍ​ຂອງ​ເຂົາ​ເຈົ້າ, ຊື່ໄຄ. ແຈັບ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ມາ​ໃນ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ. ລາວ​ເປັນ​ນັກ​ກິ​ລາ​ທີ່​ມີ​ພອນ​ສະ​ຫວັນ​ຫລາຍ ແລະ ຄາດ​ຫວັງ​ຈະ​ມີ​ອາ​ຊີບ​ທີ່​ໝັ້ນ​ຄົງ. ລາວ​ເລີ່ມ​ເຫີນ​ຫ່າງ​ຈາກ​ສາດ​ສະ​ໜາ​ຈັກ​ຕອນ​ເປັນ​ໄວ​ລຸ້ນ. ຕໍ່​ມາ, ລາວ​ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ລົດ​ຕຳ​ກັນ, ຊຶ່ງ​ປ່ຽນ​ແປງ​ວິ​ຖີ​ຊີ​ວິດ​ຂອງ​ລາວ. ຂະ​ນະ​ທີ່​ພວກ​ເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ ແລະ ຮູ້​ຈັກ​ເຂົາ​ເຈົ້າ​ຫລາຍ​ຂຶ້ນ, ແຈັບ​ໄດ້​ຖາມ​ພວກ​ເຮົາ​ວ່າ ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ມາ​ຢ້ຽມ​ຢາມ​ຄອບ​ຄົວ​ລາວ. ພວກ​ເຮົາ​ໄດ້​ຕອບ​ວ່າ ມີ​ສະ​ມາ​ຊິກ​ປະ​ມານ 3,000 ຄົນ ທີ່​ອາ​ໄສ​ຢູ່​ໃນ​ຂອບ​ເຂດ​ສະ​ເຕກ. ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ, “ແຈັບ, ຈາກ​ເຮືອນ​ທັງ​ໝົດ​ທີ່​ພວກ​ເຮົາ​ອາດ​ຈະ​ໄປ​ຢ້ຽມ​ຢາມ​ໄດ້​ໃນ​ຄືນ​ນີ້, ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ສົ່ງ​ພວກ​ເຮົາ​ມາ​ທີ່​ນີ້.”

ດ້ວຍ​ຄຳ​ຖາມ​ນັ້ນ, ແຈັບ​ກໍ​ນ້ຳ​ຕາ​ຊຶມ ແລະ ເລີ່ມ​ບອກ​ຄວາມ​ກັງ​ວົນ​ໃຈ​ຂອງ​ລາວ​ກັບ​ພວກ​ເຮົາ ແລະ ບັນ​ຫາ​ທີ່​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ກຳ​ລັງ​ປະ​ເຊີນ​ຢູ່. ພວກ​ເຮົາ​ໄດ້​ເລີ່ມ​ແບ່ງ​ປັນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍໆ​ຢ່າງ. ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຮັດ​ສອງ​ສາມ​ຢ່າງ​ທີ່​ອາດ​ຈະ​ເບິ່ງ​ຄື​ວ່າ​ເປັນ​ການ​ທ້າ​ທ້າຍ​ໃນ​ຕອນ​ທຳ​ອິດ ແຕ່​ວ່າ​ເມື່ອ​ເວ​ລາ​ຜ່ານ​ໄປ ອາດ​ຈະ​ຊ່ວຍ​ນຳ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ຫລາຍ​ທີ່​ສຸດ​ມາ​ໃຫ້. ຕໍ່​ຈາກ​ນັ້ນ​ປະ​ທານ​ວິດ​ເວີດ​ໄດ້​ໃຫ້​ພອນ​ຖາ​ນະ​ປະ​ໂລ​ຫິດ​ແກ່​ແຈັບ​ເພື່ອ​ຊ່ວຍ​ເຫລືອ​ລາວ​ໃຫ້​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ລາວ. ແຈັບ ແລະ ນາງ​ແຮ​ເຕີ້​ໄດ້ຕົກ​ລົງ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ພວກ​ເຮົາ​ເຊື້ອ​ເຊີນ​​ເຂົາ​ເຈົ້າ​ໃຫ້​ເຮັດ.

ປະ​ມານ​ໜຶ່ງ​ປີ​ຕໍ່​ມາ, ມັນ​ເປັນ​ສິດ​ທິ​ພິ​ເສດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ແຈັບ​ບັບ​ຕິ​ສະ​ມາ​ໃຫ້​ນາງ​ແຮ​ເຕີ້ ພັນ​ລະ​ຍາ​ຂອງ​ລາວ, ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ບັດ​ນີ້​ເຂົາ​ເຈົ້າ​ກຳ​ລັງ​ກຽມ​ພ້ອມ​ທີ່​ຈະ​ໄປ​ພຣະ​ວິ​ຫານ​ເພື່ອ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ. ການ​ຢ້ຽມ​ຢາມ​ຂອງ​ພວກ​ເຮົາ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ສອງ​ດ້ານ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

“ດັ່ງ​ນັ້ນ, ຈົ່ງ​ຊື່​ສັດ; ຈົ່ງ​ຍຶດ​ໝັ້ນ​ໃນ​ຕຳ​ແໜ່ງ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ເຈົ້າ; ຈົ່ງ​ຊ່ວຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5).

“ແລະ ໃນ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ເຈົ້າ​ຈະ​ເຮັດ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ແກ່​ເພື່ອນ​ມະ​ນຸດ​ຂອງ​ເຈົ້າ, ແລະ ຈະ​ສົ່ງ​ເສີມ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:4).

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສິດ​ສອນ​ເຖິງ​ຂໍ​ກະ​ແຈ​ທີ່​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ. ເພິ່ນ​ໄດ້​ສິດ​ສອນ​ວ່າ​ເຮົາ​ທຸກ​ຄົນ​ເປັນ “ພຣະ​ກາຍ​ຂອງ​ພຣະ​ຄຣິດ, ແລະ ທຸກ​ຄົນ​ເປັນ​ອະ​ໄວ​ຍະ​ວະ​ສ່ວນ​ໜຶ່ງ​ຂອງ​ພຣະ​ກາຍ​ນັ້ນ” (1 ໂກ​ຣິນ​ໂທ 12:27) ແລະ ດ້ວຍ​ວ່າ​ອະ​ໄວ​ຍະ​ວະ​ແຕ່​ລະ​ສ່ວນ​ເປັນ​ທີ່​ຕ້ອງ​ການ​ເພື່ອ​ເຮັດ​ໃຫ້​ຮ່າງ​ກາຍ​ສາ​ມາດ​ຄົງ​ຢູ່​ໄດ້. ຈາກ​ນັ້ນ​ເພິ່ນ​ໄດ້​ສິດ​ສອນ​ເຖິງ​ພະ​ລັງ​ຂອງ​ຄວາມ​ຈິງ​ທີ່​ເຂົ້າ​ໄປ​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂ້າ​ພະ​ເຈົ້າ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ມັນ. ເພິ່ນ​ໄດ້​ເວົ້າ​ວ່າ, “ອະ​ໄວ​ຍະ​ວະ​ສ່ວນ​ທີ່​ເຮົາ​ເຫັນ​ວ່າ​ອ່ອນ​ແອ, ເຮົາ​ກໍ​ຂາດ​ເສຍ​ບໍ່​ໄດ້: ແລະ ອະ​ໄວ​ຍະ​ວະ​ສ່ວນ​ທີ່​ເຮົາ​ຖື​ວ່າ ມີ​ກຽດ​ນ້ອຍ, ເຮົາ​ກໍ​ຍັງ ເຮັດ​ໃຫ້​ມີ​ກຽດ​ຫລາຍ​ຂຶ້ນ” (1 ໂກ​ຣິນ​ໂທ 12:22–23; ເນັ້ນ​ຄຳ​ເນີ້ງ).

ສະ​ນັ້ນ, ໃນ​ແຕ່​ລະ​ຫວອດ ແລະ ສາ​ຂາ ເຮົາ​ຕ້ອງ​ການ​ທຸກ​ຄົນ—ຜູ້​ທີ່​ເຂັ້ມ​ແຂງ ແລະ ຜູ້​ທີ່​ອາດ​ກຳ​ລັງ​ດີ້ນ​ລົນ​ຢູ່. ທຸກ​ຄົນ​ລ້ວນ​ແຕ່​ຈຳ​ເປັນ​ຕໍ່​ອົງ​ປະ​ກອບ​ທັງ​ໝົດ​ຂອງ “ພຣະ​ກາຍ​ຂອງ​ພຣະ​ຄຣິດ.” ຂ້າ​ພະ​ເຈົ້າ​ມັກ​ຈະ​ສົງ​ໄສ​ວ່າ​ເຮົາ​ຂາດ​ໃຜ​ໄປ​ໃນ​ກຸ່ມ​ຕ່າງໆ​ຂອງ​ເຮົາ​ທີ່​ອາດ​ຈະ​ຊ່ວຍ​ໃຫ້​ເຮົາ​ເຂັ້ມ​ແຂງ ແລະ ເປັນ​ໜຶ່ງ​ດຽວ.

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ​ວ່າ: “ໃນ​ສາດ​ສະ​ໜາ​ຈັກ​ເຮົາ​ບໍ່​ພຽງ​ແຕ່​ຮຽນ​ຮູ້​ຄຳ​ສອນ​ແຫ່ງ​ສະ​ຫວັນ​ເທົ່າ​ນັ້ນ; ເຮົາ​ມີ​ປະ​ສົບ​ການ​ໃນ​ການ​ນຳ​ໃຊ້​ຄຳ​ສອນ​ນັ້ນ. ໃນ​ຖາ​ນະ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ໃນ​ຄວາມ​ເປັນ​ຈິງ​ຂອງ​ຊີ​ວິດ​ປະ​ຈຳ​ວັນ. ເຮົາ​ທຸກ​ຄົນ​ບໍ່​ດີ​ພ້ອມ. … ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ເຮົາ​ຕ້ອງ​ຮຽນ​ຮູ້​ຫລາຍ​ກວ່າ​ແຕ່​ຄວາມ​ຄິດ ແລະ ຖ້ອຍ​ຄຳ​ທີ່​ເຊີດ​ຊູ​ເທົ່າ​ນັ້ນ ແລະ ມີ​ສ່ວນ​ຮ່ວມ ‘ໂດຍ​ກົງ’ ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ທີ່​ຈະ ‘ຢູ່​ນຳ​ກັນ​ໃນ​ຄວາມ​ຮັກ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:45]” (“Why the Church,” Liahona, Nov. 2015, 108–9).

ຄວາມ​ຝັນ​ຂອງ​ບຣິ​ກຳ ຢັງ

ໃນ​ປີ 1849, ບຣິ​ກຳ ຢັງ ໄດ້​ຝັນ ຊຶ່ງ​ໃນ​ຄວາມ​ຝັນ​ນັ້ນ​ເພິ່ນ​ໄດ້​ເຫັນ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ກຳ​ລັງ​ຕ້ອນ​ຝູງ​ແກະ ແລະ ແບ້​ຝູງ​ໃຫຍ່. ສັດ​ບາງ​ໂຕ​ໃນ​ຝູງ ເປັນ​ໂຕ​ໃຫຍ່ ແລະ ງາມ, ບາງ​ໂຕ​ກໍ​ນ້ອຍ ແລະ ເປິ​ເປື້ອນ. ບຣິ​ກຳ ຢັງ ຍັງ​ຈື່​ຈຳ​ວ່າ​ໄດ້​ຈ້ອງ​ເບິ່ງ​ຕາ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ໄດ້​ເວົ້າ​ວ່າ, “ໂຈ​ເຊັບ, ເຈົ້າ​ໄດ້​ມີ​ຝຸງ​ແກະ​ທີ່​ແປກ​ປະ​ຫລາດ​ຂະ​ໜາດ… ເທົ່າ​ທີ່​ຂ້ອຍ​ເຄີຍ​ເຫັນ​ມາ; ເຈົ້າ​ຈະ​ເຮັດ​ແນວ​ໃດ​ກັບ​ພວກ​ມັນ?” ສາດ​ສະ​ດາ, ຜູ້​ທີ່​ບໍ່​ມີ​ຄວາມ​ກັງ​ວົນ​ໃຈ​ຫຍັງ​ກັບ​ຝູງ​ແກະ​ທີ່​ບໍ່​ເປັນ​ລະ​ບຽບ​ເຫລົ່າ​ນີ້, ໄດ້​ຕອບ​ແບບ​ລຽບ​ງ່າຍ​ວ່າ, “[ບຣິ​ກຳ,] ພວກ​ມັນ​ທຸກ​ໂຕ​ຢູ່​ດີ​ໃນ​ບ່ອນ​ຂອງ​ມັນ.”

ເມື່ອ​ປະ​ທານ​ຢັງ​ຕື່ນ​ຂຶ້ນ​ມາ, ເພິ່ນ​ໄດ້​ເຂົ້າ​ໃຈ​ແລ້ວ​ວ່າ​ຂະ​ນະ​ທີ່​ສາດ​ສະ​ໜາ​ຈັກ​ຮວບ​ຮວມ “ຝູງ​ແກະ ແລະ ແບ້,” ທີ່​ແຕກ​ຕ່າງ​ກັນ ມັນ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເພິ່ນ​ທີ່​ຈະ​ນຳ​ພາ​ທຸກ​ຄົນ​ເຂົ້າ​ມາ ແລະ ປ່ອຍ​ໃຫ້​ແຕ່​ລະ​ຄົນ​ບັນ​ລຸ​ສັກ​ກະ​ຍະ​ພາບ​ສູງ​ສຸດ​ຂອງ​ຕົນ ຂະ​ນະ​ທີ່​ເຂົາ​ເຈົ້າ​ມີ​ບ່ອນ​ຂອງ​ຕົນ​ເອງ​ໃນ​ສາດ​ສະ​ໜາ​ຈັກ. (ດັດ​ແປງ​ຈາກ Ronald W. Walker, “Brigham Young: Student of the Prophet,” Ensign, Feb. 1998, 56–57.)

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທີ່​ມາ​ຂອງ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ມາ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ຄວາມ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ ບຸກຄົນ ທີ່​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ເວ​ລາ​ນີ້. ບັດ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຊ້​ເວ​ລາ​ໜ້ອຍ​ໜຶ່ງ​ເພື່ອ​ກ່າວ​ກັບ​ເຂົາ​ເຈົ້າ​ແຕ່​ລະ​ຄົນ. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ “ຄົນ​ເຫລົ່າ​ນັ້ນ​ສ່ວນ​ຫລາຍ​ຈະ​ຢູ່​ພໍ​ປະ​ມານ—ແຕ່​ຈະ​ບໍ່​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ທີ່—ໃນ​ສາດ​ສະ​ໜາ​ຈັກ. ເຂົາ​ເຈົ້າ​ຈະ​ບໍ່​ເຂົ້າ​ມາ​ໃນ​ຕຶກ​ໂບດ, ແຕ່​ວ່າ​ຈະ​ບໍ່​ອອກ​ຈາກ​ສາຍ​ຄາ. ເຂົາ​ເຈົ້າ​ເຫລົ່າ​ນີ້​ເປັນ​ຜູ້​ທີ່​ຕ້ອງ​ການ ແລະ ສາດ​ສະ​ໜາ​ຈັກ​ກໍ​ຕ້ອງ​ການ​ເຂົາ​ເຈົ້າ, ແຕ່​ວ່າ​ໃຜ ໃນ​ສ່ວນ​ນີ້​ຈະ, ‘ໃຊ້​ຊີ​ວິດ​ໂດຍ​ປາດ​ສະ​ຈາກ​ພຣະ​ເຈົ້າ​ຢູ່​ໃນ​ໂລກ’ [ໂມ​ໄຊ​ຢາ 27:31]” (“Why Not Now?,” Ensign, Nov. 1974, 12).

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຖ້ອຍ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ ຂະ​ນະ​ທີ່​ເພິ່ນ​ໄດ້​ກ່າວ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ເທື່ອ​ທຳ​ອິດ​ໃນ​ຖາ​ນະ​ປະ​ທານ. ເພິ່ນ​ໄດ້​ກ່າວ​ວ່າ: “ບັດ​ນີ້, ຕໍ່​ສະ​ມາ​ຊິກ​ແຕ່​ລະ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ ຂ້າ​ພະ​ເຈົ້າ​ກ່າວ​ວ່າ, ຈົ່ງ​ດຳ​ເນີນ​ຕໍ່​ໄປ ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ ແລະ ແລ້ວ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ຈະ​ເປີດ​ປະ​ຕູ​ຮັບ​ເອົາ​ພອນ​ທຸກ​ປະ​ການ​ທາງ​ວິນ​ຍານ ແລະ ຮັບ​ເອົາ​ສິດ​ທິ​ພິ​ເສດ ທີ່​ມີ​ໃຫ້​ຊາຍ, ຍິງ, ແລະ ເດັກ​ນ້ອຍ ໃນ​ທຸກ​ແຫ່ງ​ຫົນ.”

ແລ້ວ ເພິ່ນ​ໄດ້​ຂໍ​ຮ້ອງ​ວ່າ: “ບັດ​ນີ້, ຖ້າ​ຫາກ​ທ່ານ​ໄດ້​ຍ່າງ​ອອກ​ໄປ​ຈາກ​ເສັ້ນ​ທາງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ດ້ວຍ​ຄວາມ​ຫວັງ​ທັງ​ໝົດ​ຂອງ​ໃຈ ເພື່ອ​ຂໍ​ໃຫ້​ທ່ານ​ກັບ​ມາ. ບໍ່​ວ່າ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ທ່ານ, ການ​ທ້າ​ທາຍ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ແຕ່​ຍັງ​ມີ​ບ່ອນ​ສຳ​ລັບ​ທ່ານ​ຢູ່, ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້. ທ່ານ ແລະ ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ຍັງ​ບໍ່​ໄດ້​ເກີດ​ເທື່ອ ຈະ​ໄດ້​ຮັບ​ພອນ ໂດຍ​ການ​ກະ​ທຳ​ຂອງ​ທ່ານ​ໃນ ເວ​ລາ​ນີ້ ທີ່​ຈະ​ກັບ​ຄືນ​ມາ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ” (“As We Go Forward Together,” ຫລື Liahona, Apr. 2018, 7; ເນັ້ນ​ຄຳ​ເນີ້ງ).

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ, ພຣະ​ອາ​ຈານ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ທຸກ​ຄົນ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຊອກ​ຫາ “pobrecitos,” “ເດັກ​ນ້ອຍ​ຜູ້​ເປັນ​ຕາ​ອີ​ຕົນ” ໃນ​ທ່າມ​ກາງ​ພວກ​ເຮົາ ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ນີ້​ຄື​ຄວາມ​ຫວັງ ແລະ ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.