“ຫລັກທຳພຣະກິດຕິຄຸນຂອງເຮົາ”
(ຄຳສອນ ແລະ ພັນທະສັນຍາ 42:12)
ຫລັກທຳພຣະກິດຕິຄຸນແມ່ນແນວທາງຊີ້ນຳຄຳສອນຂັ້ນພື້ນຖານສຳລັບການໃຊ້ອຳເພີໃຈທາງສິນທຳໂດຍຄວາມຊອບທຳ.
ໃນກອງປະຊຸມໃຫຍ່ສາມັນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໃນເດືອນຕຸລາ ປີ 1849, ແອວເດີ ຈອນ ເທເລີ ແຫ່ງກຸ່ມອັກຄະສາວົກສິບສອງໄດ້ຖືກເອີ້ນໃຫ້ໄປເປີດປະເທດຝຣັ່ງ ເພື່ອສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ການຮັບໃຊ້ຂອງເພິ່ນແມ່ນລວມທັງການກວດແກ້ວາລະສານຂອງສາດສະໜາຈັກທີ່ເປັນທາງການໃນປະເທດນັ້ນ. ແອວເດີ ເທເລີ ໄດ້ຕຽມ ແລະ ຈັດພິມບົດຄວາມສັ້ນໆເລື່ອງໜຶ່ງໃນປີ 1851 ໃນການຕອບຄຳຖາມທີ່ເພິ່ນຖືກຖາມເລື້ອຍໆກ່ຽວກັບສາດສະໜາຈັກ. ແລະ ໃນທ້າຍບົດຄວາມນັ້ນ, ແອວເດີ ເທເລີ ໄດ້ເລົ່າເລື່ອງດັ່ງຕໍ່ໄປນີ້:
“ຫລາຍປີກ່ອນ, ໃນເມືອງນາວູ, ຂ້າພະເຈົ້າໄດ້ຍິນຊາຍຄົນໜຶ່ງ, ຊຶ່ງເປັນສະມາຊິກໃນສະພານິຕິບັນຍັດ, ໄດ້ຖາມໂຈເຊັບ ສະມິດ ກ່ຽວກັບວ່າເຮັດແນວໃດເພິ່ນຈຶ່ງສາມາດປົກຄອງຜູ້ຄົນຢ່າງຫລວງຫລາຍ, ແລະ ຮັກສາຄວາມເປັນລະບຽບໄວ້ໄດ້ເປັນຢ່າງດີ; ຊຶ່ງໃນຊ່ວງໄລຍະນັ້ນມັນເປັນເລື່ອງຍາກທີ່ສຸດທີ່ຈະເຮັດເຊັ່ນນັ້ນ ບໍ່ວ່າຈະຢູ່ໃນບ່ອນໃດກໍຕາມ. ທ່ານສະມິດໄດ້ຕອບວ່າ ມັນເປັນເລື່ອງງ່າຍທີ່ຈະເຮັດ. ‘ເປັນໄປໄດ້ແນວໃດ?’ ຊາຍຄົນນັ້ນຖາມ; ‘ສຳລັບພວກເຮົາແລ້ວມັນຍາກຫລາຍ.’ ທ່ານສະມິດໄດ້ຕອບວ່າ, ‘ຂ້າພະເຈົ້າສິດສອນຫລັກທຳທີ່ຖືກຕ້ອງໃຫ້ເຂົາເຈົ້າ, ແລະ ໃຫ້ເຂົາເຈົ້າປົກຄອງຕົນເອງ.’”1
ຂ້າພະເຈົ້າອະທິຖານວ່າພຣະວິນຍານບໍລິສຸດຈະແນະນຳ ແລະ ໃຫ້ຄວາມຮູ້ແກ່ເຮົາແຕ່ລະຄົນ ຂະນະທີ່ຂ້າພະເຈົ້າກ່າວເນັ້ນບົດບາດທີ່ສຳຄັນຂອງຫລັກທຳໃນພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ.
ຫລັກທຳ
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຕໍ່ສາດສະດາໂຈເຊັບ ສະມິດ ວ່າ “ແອວເດີ, ປະໂລຫິດ ແລະ ຄູສອນຂອງສາດສະໜາຈັກນີ້ ຈະສິດສອນຫລັກທຳພຣະກິດຕິຄຸນຂອງເຮົາ, ຊຶ່ງມີຢູ່ໃນພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ, ຊຶ່ງໃນນັ້ນຄືຄວາມສົມບູນແຫ່ງພຣະກິດຕິຄຸນ.”2 ພຣະອົງກໍໄດ້ປະກາດອີກວ່າ ໄພ່ພົນຍຸກສຸດທ້າຍຄວນ “ໄດ້ຮັບການແນະນຳຢ່າງສົມບູນຫລາຍຂຶ້ນໃນທິດສະດີ, ໃນຫລັກທຳ, ໃນຄຳສອນ, ໃນກົດຂອງພຣະກິດຕິຄຸນ, ໃນທຸກສິ່ງທີ່ກ່ຽວກັບອານາຈັກຂອງພຣະເຈົ້າ, ອັນທີ່ສົມຄວນສຳລັບພວກເຈົ້າທີ່ຈະເຂົ້າໃຈ.”3
ເມື່ອກ່າວແບບສັ້ນໆແລ້ວ, ຫລັກທຳພຣະກິດຕິຄຸນແມ່ນແນວທາງຊີ້ນຳຄຳສອນຂັ້ນພື້ນຖານສຳລັບ ໃນການໃຊ້ອຳເພີໃຈທາງສິນທຳໂດຍຄວາມຊອບທຳ. ຫລັກທຳມາຈາກຄວາມຈິງຂອງພຣະກິດຕິຄຸນທີ່ກວ້າງຂວາງ ແລະ ໃຫ້ການຊີ້ນຳ ແລະ ມາດຕະຖານ ຂະນະທີ່ເຮົາດຳເນີນໄປໜ້າໃນເສັ້ນທາງແຫ່ງພັນທະສັນຍາ.
ຍົກຕົວຢ່າງ, ຫລັກແຫ່ງຄວາມເຊື່ອສາມຂໍ້ທຳອິດ ຊີ້ບອກລັກສະນະພື້ນຖານໃນຄຳສອນຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ: ລັກສະນະຂອງຝ່າຍພຣະເຈົ້າຢູ່ໃນ ຫລັກແຫ່ງຄວາມເຊື່ອຂໍ້ທີໜຶ່ງ, ຜົນກະທົບຂອງການຕົກຂອງອາດາມ ແລະ ເອວາ ຢູ່ໃນ ຫລັກແຫ່ງຄວາມເຊື່ອຂໍ້ທີສອງ, ແລະ ພອນທີ່ເຮັດໃຫ້ເປັນໄປໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ຢູ່ໃນ ຫລັກແຫ່ງຄວາມເຊື່ອຂໍ້ທີສາມ.4 ແລະ ຫລັກແຫ່ງຄວາມເຊື່ອຂໍ້ທີສີ່ ກຳນົດຫລັກທຳຂໍ້ທຳອິດ—ແນວທາງຊີ້ນຳເຖິງການໃຊ້ສັດທາໃນພຣະເຢຊູຄຣິດ ແລະ ການກັບໃຈ—ແລະ ພິທີການທຳອິດຂອງຖານະປະໂລຫິດທີ່ເຮັດໃຫ້ການຊົດໃຊ້ຂອງພຣະເຢຊູຄຣິດເກີດຜົນໃນຊີວິດຂອງເຮົາ.5
ພຣະວາຈາແຫ່ງປັນຍາກໍເປັນອີກຕົວຢ່າງໜຶ່ງຂອງຫລັກທຳທີ່ໃຫ້ແນວທາງຊີ້ນຳ. ໃຫ້ທ່ານສັງເກດເບິ່ງຄຳນຳຢູ່ໃນຂໍ້ເຫລົ່ານີ້ໃນ ພາກທີ 89 ຂອງຄຳສອນ ແລະ ພັນທະສັນຍາ.
“ປະທານໃຫ້ເພື່ອເປັນຫລັກທຳພ້ອມດ້ວຍຄຳສັນຍາ, ຊຶ່ງໄດ້ປັບໃຫ້ເຂົ້າກັບຄວາມສາມາດຂອງຄົນອ່ອນແອ ແລະ ຄົນອ່ອນແອທີ່ສຸດໃນບັນດາໄພ່ພົນທັງໝົດຂອງພຣະເຈົ້າ, ຜູ້ທີ່ເປັນ ຫລື ສາມາດຖືກເອີ້ນວ່າໄພ່ພົນຂອງພຣະເຈົ້າ.
“ຈົ່ງເບິ່ງ, ຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບພວກເຈົ້າ: ເປັນເພາະຄວາມຊົ່ວຮ້າຍ ແລະ ແຜນການຊຶ່ງມີຢູ່ ແລະ ຈະມີຢູ່ໃນຫົວໃຈຂອງມະນຸດທີ່ວາງແຜນຮ້າຍໃນຍຸກສຸດທ້າຍ, ເຮົາຈຶ່ງໄດ້ເຕືອນພວກເຈົ້າ, ແລະ ເຕືອນພວກເຈົ້າລ່ວງໜ້າ, ໂດຍໃຫ້ພຣະວາຈາແຫ່ງປັນຍາແກ່ພວກເຈົ້າໂດຍການເປີດເຜີຍ.”6
ຄຳແນະນຳທີ່ດົນໃຈຫລັງຈາກຄຳນຳນີ້ ໄດ້ໃຫ້ແນວທາງຊີ້ນຳທີ່ຍືນຍົງສຳລັບຄວາມສະຫວັດດີພາບທັງຝ່າຍຮ່າງກາຍ ແລະ ຝ່າຍວິນຍານ ແລະ ເປັນພະຍານເຖິງພອນພິເສດ ອີງຕາມຄວາມຊື່ສັດຂອງເຮົາຕໍ່ຫລັກທຳ.
ການຮຽນຮູ້, ການເຂົ້າໃຈ, ແລະ ການດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະຜູ້ຊ່ວຍໃຫ້ລອດ, ຈະເພີ່ມພູນການອຸທິດຕົນຂອງເຮົາຕໍ່ພຣະອົງ, ແລະ ຈະເຊື້ອເຊີນພອນຢ່າງຫລວງຫລາຍ ແລະ ຂອງປະທານທາງວິນຍານໃຫ້ມາສູ່ຊີວິດເຮົາ. ຫລັກທຳແຫ່ງຄວາມຊອບທຳກໍຊ່ວຍເຮົາໃຫ້ເບິ່ງຜ່ານກາຍຄວາມມັກຊອບສ່ວນຕົວ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງເຮົານຳອີກ ໂດຍການໃຫ້ທັດສະນະທີ່ມີຄ່າຂອງຄວາມຈິງນິລັນດອນແກ່ເຮົາ ຂະນະທີ່ເຮົາຜ່ານຜ່າສະຖານະການ, ການທ້າທາຍ, ການຕັດສິນໃຈ, ແລະ ປະສົບການທີ່ຫຍຸ້ງຍາກໃນຊ່ວງມະຕະ.
ຕົວຢ່າງທັນສະໄໝຂອງການສິດສອນຫລັກທຳທີ່ຖືກຕ້ອງ
ບົດຄວາມຂອງສາດສະດາໂຈເຊັບ ສະມິດ ກ່ຽວກັບການສິດສອນຫລັກທຳທີ່ຖືກຕ້ອງ ອາດເປັນຄຳສອນຂໍ້ໜຶ່ງຂອງເພິ່ນທີ່ມັກຖືກອ້າງເຖິງຢູ່ເລື້ອຍໆ. ແລະ ເຮົາພົບເຫັນຕົວຢ່າງທີ່ມີພະລັງຂອງແບບແຜນທີ່ດົນໃຈນີ້ໃນຄຳແນະນຳຊຶ່ງຜູ້ຮັບໃຊ້ທີ່ມີສິດອຳນາດຂອງພຣະຜູ້ເປັນເຈົ້າໄດ້ປະກາດໃນປະຈຸບັນ.
ຫລັກທຳຂອງການບໍ່ລົບກວນ
ປະທານດາລິນ ເອັຈ ໂອກສ໌ ໄດ້ກ່າວໃນກອງປະຊຸມໃຫຍ່ສາມັນ ໃນປີ 1998 ກ່ຽວກັບໜ້າທີ່ຂອງຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ທີ່ກ່ຽວຂ້ອງກັບການຕຽມ ແລະ ການປະຕິບັດສິນລະລຶກ. ເພິ່ນໄດ້ບັນຍາຍ ຫລັກທຳຂອງການບໍ່ລົບກວນ ແລະ ໄດ້ຊີ້ບອກວ່າ ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນບໍ່ຄວນເຮັດສິ່ງໃດ ບໍ່ວ່າຈະເປັນການແຕ່ງກາຍ ຫລື ການປະພຶດ ເພື່ອລົບກວນສະມາຊິກຄົນອື່ນໆຂອງສາດສະໜາຈັກ ຈາກການນະມັດສະການ ແລະ ການຕໍ່ພັນທະສັນຍາຂອງເຂົາເຈົ້າ. ປະທານໂອກສ໌ກໍໄດ້ກ່າວເນັ້ນເຖິງຫລັກທຳທີ່ກ່ຽວຂ້ອງກັບຄວາມເປັນລະບຽບ, ຄວາມສະອາດ, ຄວາມຄາລະວະ, ແລະ ກຽດສັກສີນຳອີກ.
ສິ່ງທີ່ໜ້າສົນໃຈ, ປະທານໂອກສ໌ບໍ່ໄດ້ມອບລາຍການອັນຍືດຍາວເຖິງສິ່ງທີ່ໃຫ້ເຮັດ ຫລື ບໍ່ໃຫ້ເຮັດ ໃຫ້ພວກຊາຍໜຸ່ມ. ແຕ່, ເພິ່ນໄດ້ອະທິບາຍຫລັກທຳດ້ວຍຄວາມຄາດໝາຍວ່າ ພວກຊາຍໜຸ່ມ ແລະ ພໍ່ແມ່ ແລະ ຄູສອນຂອງພວກເຂົາສາມາດ ແລະ ຄວນຕັດສິນໃຈເອງ ແລະ ເຮັດຕາມການດົນໃຈເພື່ອເຮັດຕາມແນວທາງຊີ້ນຳ.
ເພິ່ນໄດ້ອະທິບາຍວ່າ: “ຂ້າພະເຈົ້າຈະບໍ່ແນະນຳລາຍລະອຽດຂອງກົດ, ເນື່ອງດ້ວຍສະຖານະການໃນຫວອດ ແລະ ສາຂາຫລາຍໆແຫ່ງຂອງສາດສະໜາຈັກຢູ່ທົ່ວໂລກແມ່ນແຕກຕ່າງກັນຫລາຍ ຈົນວ່າກົດໃດໜຶ່ງຊຶ່ງເໝາະສົມກັບບ່ອນໜຶ່ງ ອາດຈະບໍ່ເໝາະສົມກັບບ່ອນອື່ນໆ. ແຕ່, ຂ້າພະເຈົ້າຈະແນະນຳຫລັກທຳໜຶ່ງອີງຕາມຄຳສອນ. ຖ້າຫາກທຸກຄົນເຂົ້າໃຈຫລັກທຳນີ້ ແລະ ປະຕິບັດຢ່າງສອດຄ່ອງກັບມັນ, ແລ້ວກໍບໍ່ຈຳເປັນຕ້ອງການກົດຫລາຍໆຂໍ້. ຖ້າຫາກຕ້ອງການກົດ ຫລື ຄຳແນະນຳໃນກໍລະນີໃດໜຶ່ງ, ຜູ້ນຳໃນທ້ອງຖິ່ນສາມາດຈັດຫາໃຫ້ໄດ້, ຊຶ່ງສອດຄ່ອງກັບຄຳສອນ ແລະ ຫລັກທຳທີ່ກ່ຽວຂ້ອງ.”7
ຫລັກທຳຂອງວັນຊະບາໂຕທີ່ເປັນສັນຍານ
ໃນກອງປະຊຸມໃຫຍ່ສາມັນ ເດືອນເມສາ ປີ 2015, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາວ່າ “ວັນຊະບາໂຕເປັນສິ່ງທີ່ຊື່ນຊົມ.”8 ເພິ່ນກໍໄດ້ອະທິບາຍເຖິງວິທີທີ່ເພິ່ນໄດ້ເຂົ້າໃຈຫລັກທຳຂັ້ນພື້ນຖານກ່ຽວກັບການໃຫ້ກຽດແກ່ວັນຊະບາໂຕດ້ວຍຕົນເອງວ່າ:
“ເຮົາຈະເຮັດໃຫ້ວັນຊະບາໂຕເປັນວັນ ສັກສິດ ໄດ້ແນວໃດ? ໃນຕອນຂ້າພະເຈົ້າຍັງໜຸ່ມຫລາຍກວ່ານີ້, ຂ້າພະເຈົ້າໄດ້ສຶກສາວຽກງານຂອງຄົນອື່ນທີ່ໄດ້ຂຽນລາຍຊື່ຂອງສິ່ງທີ່ຕ້ອງເຮັດ ຫລື ບໍ່ ເຮັດໃນວັນຊະບາໂຕ. ຕໍ່ມາຫລາຍປີຂ້າພະເຈົ້າໄດ້ຮຽນຮູ້ຈາກພຣະຄຳພີວ່າ ພຶດຕິກຳ ແລະ ທັດສະນະຂອງຂ້າພະເຈົ້າໄດ້ເປັນ ສັນຍານ ລະຫວ່າງຂ້າພະເຈົ້າ ແລະ ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ. ດ້ວຍຄວາມເຂົ້າໃຈນັ້ນ, ຂ້າພະເຈົ້າບໍ່ຈຳເປັນຕ້ອງມີລາຍຊື່ຂອງສິ່ງທີ່ຂ້າພະເຈົ້າຄວນ ຫລື ບໍ່ຄວນເຮັດອີກຕໍ່ໄປ. ເມື່ອຂ້າພະເຈົ້າຕ້ອງໄດ້ຕັດສິນໃຈວ່າກິດຈະກຳໃດເໝາະສົມກັບວັນຊະບາໂຕຫລືບໍ່, ຂ້າພະເຈົ້າພຽງແຕ່ໄດ້ຖາມຕົນເອງວ່າ, ‘ເຮົາຢາກມອບສັນຍານໃດໃຫ້ແກ່ພຣະເຈົ້າ?’ ຄຳຖາມນັ້ນໄດ້ເຮັດໃຫ້ການເລືອກຂອງຂ້າພະເຈົ້າກ່ຽວກັບວັນຊະບາໂຕແຈ່ມແຈ້ງຂຶ້ນ.”9
ຄຳຖາມທີ່ລຽບງ່າຍແຕ່ມີພະລັງຂອງປະທານແນວສັນໄດ້ເນັ້ນຫລັກທຳທີ່ກົງໄປກົງມາກັບຄວາມບໍ່ແນ່ນອນໃດໆກ່ຽວກັບຄວາມໝາຍ ແລະ ສິ່ງທີ່ເຮົາຄວນເຮັດເພື່ອໃຫ້ກຽດແກ່ວັນຊະບາໂຕ. ຄຳຖາມຂອງເພິ່ນໄດ້ສະຫລຸບແນວທາງຊີ້ນຳ ແລະ ມາດຕະຖານທີ່ສາມາດເປັນພອນໃຫ້ແກ່ເຮົາທຸກຄົນ ໃນສະຖານະການຕ່າງໆ.
ຫລັກທຳຂອງການເຕັມໃຈທີ່ຈະໃຫ້ພຣະເຈົ້າໄຊຊະນະ
ຫົກເດືອນກ່ອນ ໃນກອງປະຊຸມໃຫຍ່ສາມັນ, ປະທານແນວສັນໄດ້ບັນຍາຍເຖິງຄວາມປິຕິຍິນດີສ່ວນຕົວຂອງເພິ່ນ ຂະນະທີ່ເພິ່ນໄດ້ຮັບຄວາມຮູ້ໃໝ່ກ່ຽວກັບຄວາມໝາຍຂອງຄຳວ່າ ອິດສະຣາເອນ. ເພິ່ນໄດ້ບອກເຮົາວ່າ ຈິດວິນຍານຂອງເພິ່ນຖືກປຸກລະດົມ ຂະນະທີ່ເພິ່ນຮຽນຮູ້ວ່າ “ຊື່ ອິດສະຣາເອນ ອ້າງເຖິງບຸກຄົນຜູ້ທີ່ ເຕັມໃຈ ໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງຕົນ.”10 ແລ້ວປະທານແນວສັນໄດ້ຊີ້ບອກຄວາມໝາຍຫລາຍຢ່າງຈາກຄວາມຮູ້ນີ້.
ຂ່າວສານຂອງເພິ່ນກ່ຽວກັບ ການເຕັມໃຈໃຫ້ພຣະເຈົ້າໄຊຊະນະ ເປັນຕົວຢ່າງທີ່ໂດດເດັ່ນຂອງການສິດສອນຫລັກທຳທີ່ຖືກຕ້ອງ ເພື່ອວ່າເຮົາຈະສາມາດປົກຄອງຕົນເອງ. ແລະ ດັ່ງທີ່ເພິ່ນໄດ້ເຮັດຢູ່ໃນຂ່າວສານຂອງເພິ່ນກ່ຽວກັບການເຮັດໃຫ້ວັນຊະບາໂຕເປັນສິ່ງທີ່ຊື່ນຊົມ, ປະທານແນວສັນໄດ້ຖາມຄຳຖາມອີງຕາມຫລັກທຳ ທີ່ໃຫ້ແນວທາງຊີ້ນຳ ແລະ ມາດຕະຖານສຳລັບເຮົາແຕ່ລະຄົນ.
“ທ່ານ ເຕັມໃຈທີ່ຈະໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງທ່ານບໍ່? ທ່ານ ເຕັມໃຈທີ່ຈະໃຫ້ພຣະເຈົ້າເປັນອິດທິພົນທີ່ສຳຄັນທີ່ສຸດໃນຊີວິດຂອງທ່ານບໍ່?”
ເພິ່ນໄດ້ກ່າວຕໍ່ໄປວ່າ:
“ໃຫ້ພິຈະນາວ່າ ຄວາມເຕັມໃຈສາມາດເປັນພອນໃຫ້ແກ່ທ່ານຫລາຍຂະໜາດໃດ. ຖ້າຫາກທ່ານຍັງບໍ່ໄດ້ແຕ່ງງານ ແລະ ພວມຊອກຫາຄູ່ຊີວິດນິລັນດອນຢູ່, ຄວາມປາດຖະໜາຂອງທ່ານທີ່ຈະເປັນ ‘ຂອງອິດສະຣາເອນ’ ຈະຊ່ວຍທ່ານຕັດສິນໃຈວ່າ ທ່ານຄວນຄົບຫາຜູ້ໃດ ແລະ ດ້ວຍວິທີໃດ.
“ຖ້າຫາກທ່ານໄດ້ແຕ່ງງານກັບຄົນທີ່ເຮັດຜິດຕໍ່ພັນທະສັນຍາ, ຄວາມເຕັມໃຈຂອງທ່ານທີ່ຈະໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງທ່ານ ຈະອະນຸຍາດໃຫ້ພັນທະສັນຍາຂອງທ່ານທີ່ເຮັດໄວ້ກັບພຣະເຈົ້າມີຜົນສັກສິດຢູ່ຄືເກົ່າ. ພຣະຜູ້ຊ່ວຍໃຫ້ລອດຈະປິ່ນປົວຫົວໃຈທີ່ຊອກຊ້ຳຂອງທ່ານ. ຟ້າສະຫວັນຈະເປີດ ຂະນະທີ່ທ່ານສະແຫວງຫາວິທີທີ່ຈະດຳເນີນໄປໜ້າ. ທ່ານບໍ່ຈຳເປັນຕ້ອງລະຫົກລະເຫີນ ຫລື ສົງໄສ.
“ຖ້າຫາກທ່ານມີຄຳຖາມທີ່ຈິງໃຈກ່ຽວກັບພຣະກິດຕິຄຸນ ຫລື ສາດສະໜາຈັກ, ຂະນະທີ່ທ່ານເລືອກໃຫ້ພຣະເຈົ້າໄຊຊະນະ, ທ່ານຈະຖືກນຳພາໄປພົບ ແລະ ເຂົ້າໃຈຄວາມຈິງທີ່ແນ່ນອນ ແລະ ນິລັນດອນ ທີ່ຈະນຳພາຊີວິດ ແລະ ຊ່ວຍທ່ານໃຫ້ຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
“ເມື່ອທ່ານປະເຊີນກັບການລໍ້ລວງ—ເຖິງແມ່ນວ່າການລໍ້ລວງມີມາຕອນທ່ານອ່ອນແຮງ ຫລື ຮູ້ສຶກໂດດດ່ຽວ ຫລື ເຂົ້າໃຈຜິດ—ໃຫ້ຄິດວ່າ ທ່ານຈະສາມາດຮວບຮວມຄວາມກ້າຫານໄດ້ຫລາຍພຽງໃດ ຖ້າຫາກທ່ານເລືອກທີ່ຈະໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງທ່ານ ແລະ ຂະນະທີ່ທ່ານອ້ອນວອນຂໍໃຫ້ພຣະອົງເພີ່ມຄວາມເຂັ້ມແຂງໃຫ້ແກ່ທ່ານ.
“ເມື່ອຄວາມປາດຖະໜາສູງສຸດຂອງທ່ານ ແມ່ນການຢາກໃຫ້ພຣະເຈົ້າໄຊຊະນະ, ແມ່ນການຢາກເປັນພາກສ່ວນຂອງອິດສະຣາເອນ, ການຕັດສິນໃຈຫລາຍໆຢ່າງຈະງ່າຍຂຶ້ນ. ບັນຫາຫລາຍຢ່າງຈະໝົດໄປ! ທ່ານຈະຮູ້ຈັກວິທີແຕ່ງຕົວທີ່ຮຽບຮ້ອຍ. ທ່ານຈະຮູ້ຈັກວ່າຄວນເບິ່ງຫຍັງ ແລະ ອ່ານຫຍັງ, ວ່າຄວນໃຊ້ເວລາກັບສິ່ງໃດ, ແລະ ຄວນພົບປະສັງສັນກັບຄົນໃດ. ທ່ານຈະຮູ້ວ່າ ຢາກບັນລຸສິ່ງໃດ. ທ່ານຈະຮູ້ວ່າ ທ່ານຢາກເປັນຄົນແບບໃດແທ້ໆ.”11
ໃຫ້ສັງເກດເບິ່ງວິທີທີ່ການຕັດສິນໃຈອັນສຳຄັນຫລາຍຢ່າງ ແລະ ປະສົບການໃນຊີວິດສາມາດຮັບອິດທິພົນໂດຍຫລັກທຳຂອງ ຄວາມເຕັມໃຈທີ່ຈະໃຫ້ພຣະເຈົ້າໄຊຊະນະ: ການຄົບຫາ ແລະ ການແຕ່ງງານ, ຄຳຖາມ ແລະ ຄວາມເປັນຫ່ວງເລື່ອງພຣະກິດຕິຄຸນ, ການລໍ້ລວງ, ການແຕ່ງກາຍສ່ວນຕົວ, ສິ່ງທີ່ຈະເບິ່ງ ແລະ ອ່ານ, ວິທີທີ່ຈະໃຊ້ເວລາ, ບຸກຄົນທີ່ຄວນພົບປະສັງສັນ ແລະ ຫລາຍໆຢ່າງອື່ນອີກ. ຄຳຖາມທີ່ດົນໃຈຂອງປະທານແນວສັນເນັ້ນເຖິງຫລັກທຳທີ່ລຽບງ່າຍ ອັນທີ່ໃຫ້ການຊີ້ນຳໃນຊີວິດຂອງເຮົາທຸກດ້ານ ແລະ ຊ່ວຍເຮົາໃຫ້ປົກຄອງຕົນເອງ.
ຫາງເສືອອັນເລັກນ້ອຍ
ຕອນໂຈເຊັບ ສະມິດ ໄດ້ຖືກຄຸມຂັງຢູ່ໃນຄຸກລີເບີຕີ, ເພິ່ນໄດ້ຂຽນຈົດໝາຍໃຫ້ຄຳແນະນຳແກ່ສະມາຊິກ ແລະ ຜູ້ນຳຂອງສາດສະໜາຈັກ ແລະ ເຕືອນເຂົາເຈົ້າວ່າ “ເຮືອລຳໃຫຍ່ໄດ້ຮັບປະໂຫຍດຢ່າງຫລວງຫລາຍຈາກຫາງເສືອອັນເລັກນ້ອຍໃນຍາມເກີດພະຍຸ, ໂດຍຮັກສາມັນໄວ້ໃນເສັ້ນທາງພ້ອມກັບລົມ ແລະ ຄື້ນ.”12
ຫາງເສືອ ຄືກົງ ຫລື ເຄື່ອງໝຸນ ແລະ ກ່ຽວຂ້ອງກັບອຸປະກອນທີ່ໃຊ້ຄຸມກຳປັ່ນ ຫລື ເຮືອ. ແລະ “ໂດຍຮັກສາມັນໄວ້ໃນເສັ້ນທາງພ້ອມກັບລົມ ແລະ ຄື້ນ” ມັນຈະຫັນກຳປັ່ນ ເພື່ອໃຫ້ມັນດຸ່ນດ່ຽງ ແລະ ບໍ່ໃຫ້ມັນພິກຂວ້ຳໃນລະຫວ່າງຕອນເກີດລົມພະຍຸ.
ຫລັກທຳພຣະກິດຕິຄຸນສຳຄັນຕໍ່ຂ້າພະເຈົ້າ ແລະ ຕໍ່ທ່ານແນວໃດ ຫາງເສືອກໍສຳຄັນຕໍ່ກຳປັ່ນແນວນັ້ນ. ຫລັກທຳທີ່ຖືກຕ້ອງຈະຊ່ວຍເຮົາໃຫ້ພົບເຫັນເສັ້ນທາງ ແລະ ຢືນຢູ່ຢ່າງໝັ້ນຄົງ, ແນ່ວແນ່, ແລະ ບໍ່ຫວັ່ນໄຫວ ເພື່ອວ່າເຮົາຈະບໍ່ເສຍຫລັກ ແລະ ຫລົ້ມຈົມລະຫວ່າງພະຍຸຮ້າຍແຮງທີ່ມືດມົວ ແລະ ສັບສົນ ໃນຍຸກສຸດທ້າຍ.
ເຮົາໄດ້ຮັບພອນຢ່າງຫລວງຫລາຍໃນກອງປະຊຸມໃຫຍ່ສາມັນເທື່ອນີ້ ທີ່ໄດ້ຮຽນຮູ້ກ່ຽວກັບຫລັກທຳນິລັນດອນຈາກຜູ້ຮັບໃຊ້ທີ່ມີສິດອຳນາດຂອງພຣະຜູ້ເປັນເຈົ້າ. ບັດນີ້, ໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາຄືທີ່ຈະປົກຄອງຕົນເອງ ອີງຕາມຄວາມຈິງທີ່ພວກເພິ່ນໄດ້ເປັນພະຍານ.13
ປະຈັກພະຍານ
ປະທານເອສະຣາ ແທັບ ເບັນສັນ ໄດ້ສິດສອນວ່າ, “ສຳລັບຫົກເດືອນຂ້າງໜ້າ, ວາລະສານ [Liahona] ສະບັບກອງປະຊຸມໃຫຍ່ຂອງທ່ານ ຄວນວາງຢູ່ໃກ້ໜັງສືມາດຕະຖານຂອງທ່ານ ແລະ ຖືກອ່ານເລື້ອຍໆ.”14
ດ້ວຍສຸດກຳລັງຈິດວິນຍານທັງໝົດຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເຊື້ອເຊີນເຮົາທຸກຄົນໃຫ້ຮຽນຮູ້, ດຳລົງຊີວິດ, ແລະ ຮັກຫລັກທຳແຫ່ງຄວາມຊອບທຳ. ພຽງແຕ່ຄວາມຈິງຂອງພຣະກິດຕິຄຸນເທົ່ານັ້ນ ທີ່ຈະຊ່ວຍເຮົາໃຫ້ “ເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ຢ່າງເບີກບານ” ເພື່ອດຳເນີນໄປໜ້າໃນເສັ້ນທາງແຫ່ງພັນທະສັນຍາ ແລະ “ເພື່ອເຫັນຄວາມລອດຂອງພຣະເຈົ້າ, ແລະ ເພື່ອພຣະອົງຈະເປີດເຜີຍແຂນຂອງພຣະອົງ.”15
ຂ້າພະເຈົ້າຮູ້ວ່າ ຄຳສອນ ແລະ ຫລັກທຳພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນແຫລ່ງສູງສຸດ ແລະ ແຫລ່ງດຽວເທົ່ານັ້ນຂອງການຊີ້ນຳສຳລັບຊີວິດເຮົາ ແລະ ການມີຄວາມສຸກທີ່ຍືນຍົງໃນຊ່ວງມະຕະ ແລະ ໃນນິລັນດອນ. ແລະ ຂ້າພະເຈົ້າຂໍເປັນພະຍານຢ່າງມີຄວາມສຸກວ່າ ພຣະຜູ້ຊ່ວຍໃຫ້ລອດທີ່ຊົງພຣະຊົນຂອງເຮົາເປັນບໍ່ນ້ຳພຸທີ່ຄວາມຈິງເຫລົ່ານີ້ຫລັ່ງໄຫລອອກມາ. ຂ້າພະເຈົ້າເປັນພະຍານ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.