ອວຍພອນໃນພຣະນາມຂອງພຣະອົງ
ຈຸດປະສົງຂອງການໄດ້ຮັບຖານະປະໂລຫິດຂອງເຮົາ ແມ່ນເພື່ອອະນຸຍາດໃຫ້ເຮົາອວຍພອນຜູ້ຄົນແທນພຣະຜູ້ເປັນເຈົ້າ, ໃນພຣະນາມຂອງພຣະອົງ.
ບັນດາອ້າຍນ້ອງທັງຫລາຍ, ເພື່ອນຜູ້ຮັບໃຊ້ໃນຖານະປະໂລຫິດຂອງພຣະເຈົ້າ, ຖືວ່າໄດ້ຮັບກຽດຢ່າງຍິ່ງທີ່ຂ້າພະເຈົ້າໄດ້ມາກ່າວກັບທ່ານໃນຄ່ຳຄືນນີ້. ຂ້າພະເຈົ້ານັບຖື ແລະ ມີຄວາມກະຕັນຍູຕໍ່ທ່ານຢ່າງເລິກເຊິ່ງ. ເມື່ອຂ້າພະເຈົ້າກ່າວກັບທ່ານ ແລະ ໄດ້ຍິນເຖິງສັດທາອັນຍິ່ງໃຫຍ່ຂອງທ່ານ, ຂ້າພະເຈົ້າເຊື່ອວ່າ ອຳນາດຖານະປະໂລຫິດເພີ່ມທະວີຫລາຍຂຶ້ນຢູ່ໃນໂລກ, ໂດຍມີກຸ່ມທີ່ເຂັ້ມແຂງກວ່າເກົ່າ ແລະ ມີຜູ້ດຳລົງຖານະປະໂລຫິດທີ່ຊື່ສັດຫລາຍກວ່າທີ່ຜ່ານມາ.
ໃນຊ່ວງເວລາໜ້ອຍໜຶ່ງໃນຄ່ຳຄືນນີ້, ຂ້າພະເຈົ້າຢາກກ່າວກັບທ່ານທັງຫລາຍຜູ້ທີ່ຢາກມີປະສິດທິພາບຫລາຍ ກວ່ານັ້ນ ໃນການຮັບໃຊ້ໃນຖານະປະໂລຫິດເປັນສ່ວນຕົວຂອງທ່ານ. ທ່ານຮູ້ເຖິງການມອບໝາຍທີ່ທ່ານຕ້ອງຂະຫຍາຍໃນການເອີ້ນໃຫ້ຮັບໃຊ້ຂອງທ່ານ.1 ແຕ່ທ່ານອາດສົງໄສວ່າ ສິ່ງທີ່ຂະຫຍາຍການເອີ້ນຂອງທ່ານມີຄວາມໝາຍແນວໃດຕໍ່ທ່ານ.
ຂ້າພະເຈົ້າຈະເລີ່ມຕົ້ນດ້ວຍມັກຄະນາຍົກຄົນໃໝ່ທີ່ສຸດ ເພາະເຂົາເຈົ້າເປັນຜູ້ທີ່ຮູ້ສຶກບໍ່ແນ່ໃຈວ່າ ການຂະຫຍາຍການຮັບໃຊ້ໃນຖານະປະໂລຫິດຂອງເຂົາເຈົ້ານັ້ນອາດໝາຍເຖິງຫຍັງ. ແອວເດີຜູ້ຫາກໍໄດ້ຖືກແຕ່ງຕັ້ງ ກໍຄວນຟັງຄືກັນ. ແລະ ອະທິການທີ່ຫາກໍເລີ່ມຕົ້ນຮັບໃຊ້ໄດ້ສອງສາມອາທິດ ອາດສົນໃຈຟັງຄືກັນ.
ມັນເປັນຄຳແນະນຳສຳລັບຂ້າພະເຈົ້າທີ່ຈະຫວນຄິດເຖິງຕອນທີ່ຂ້າພະເຈົ້າເປັນມັກຄະນາຍົກ. ຂ້າພະເຈົ້າກໍຢາກໃຫ້ມີຄົນມາບອກສອນຂ້າພະເຈົ້າໃນເວລານັ້ນກ່ຽວກັບສິ່ງທີ່ຂ້າພະເຈົ້າຈະແນະນຳໃນເວລານີ້. ມັນຄົງເປັນປະໂຫຍດໃນການມອບໝາຍຂອງຖານະປະໂລຫິດທັງໝົດ ທີ່ຂ້າພະເຈົ້າໄດ້ຮັບ ນັບແຕ່ນັ້ນມາ—ແມ່ນແຕ່ຢ່າງທີ່ຂ້າພະເຈົ້າໄດ້ຮັບໃນປະຈຸບັນນີ້.
ຂ້າພະເຈົ້າຖືກແຕ່ງຕັ້ງເປັນມັກຄະນາຍົກຢູ່ໃນສາຂານ້ອຍແຫ່ງໜຶ່ງ ທີ່ຂ້າພະເຈົ້າເປັນພຽງມັກຄະນາຍົກຄົນດຽວ ແລະ ອ້າຍຂອງຂ້າພະເຈົ້າເປັນຄູສອນຄົນດຽວເທົ່ານັ້ນ. ພວກເຮົາເປັນພຽງຄອບຄົວດຽວຢູ່ໃນສາຂາ. ສາຂາຂອງພວກເຮົາໄດ້ມາຮ່ວມປະຊຸມຢູ່ເຮືອນຂອງພວກເຮົາ. ຜູ້ນຳຖານະປະໂລຫິດສຳລັບອ້າຍຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າແມ່ນຜູ້ຫາກໍປ່ຽນໃຈເຫລື້ອມໃສໃໝ່ ທີ່ຕົວລາວເອງຫາກໍໄດ້ຮັບຖານະປະໂລຫິດ. ຂ້າພະເຈົ້າໄດ້ເຊື່ອໃນຕອນນັ້ນວ່າ ໜ້າທີ່ຖານະປະໂລຫິດຂອງຂ້າພະເຈົ້າແມ່ນພຽງແຕ່ເປັນການຢາຍສິນລະລຶກ ຢູ່ໃນຫ້ອງກິນເຂົ້າຂອງຂ້າພະເຈົ້າເທົ່ານັ້ນ.
ເມື່ອຄອບຄົວຂອງຂ້າພະເຈົ້າໄດ້ຍ້າຍໄປຢູ່ລັດຢູທາ, ຂ້າພະເຈົ້າໄດ້ໄປຮ່ວມຫວອດໃຫຍ່ ທີ່ມີມັກຄະນາຍົກຫລາຍຄົນ. ໃນກອງປະຊຸມສິນລະລຶກເທື່ອທຳອິດຂອງຂ້າພະເຈົ້າຢູ່ທີ່ນັ້ນ, ຂ້າພະເຈົ້າໄດ້ສັງເກດເບິ່ງບັນດາມັກຄະນາຍົກ—ກອງທັບ, ຕໍ່ຂ້າພະເຈົ້າແລ້ວເບິ່ງຄືວ່າ—ເປັນລະບຽບຮຽບຮ້ອຍຂະນະທີ່ເຂົາເຈົ້າຢາຍສິນລະລຶກ ຄືກັນກັບວ່າເປັນທີມທີ່ໄດ້ຝຶກຊ້ອມມາແລ້ວ.
ຂ້າພະເຈົ້າຢ້ານຫລາຍ ເຖິງຂະໜາດທີ່ ໃນວັນອາທິດຕໍ່ມາ ຂ້າພະເຈົ້າໄດ້ໄປເຖິງຕຶກໂບດກ່ອນເວລາ ເພື່ອຈະໄດ້ຢູ່ຄົນດຽວ ແລະ ບໍ່ມີໃຜເຫັນຂ້າພະເຈົ້າ. ຂ້າພະເຈົ້າຈື່ໄດ້ວ່າ ມັນແມ່ນຫວອດແຢວຄະເຣັດ ໃນເມືອງເຊົາເລັກ, ແລະ ມັນມີຮູບປັ້ນຢູ່ເດີ່ນ. ຂ້າພະເຈົ້າໄດ້ຍ່າງໄປຫາຮູບປັ້ນນັ້ນ ແລະ ອະທິຖານຢູ່ຂ້າງຫລັງຢ່າງຕັ້ງໃຈ ຂໍຄວາມຊ່ວຍເຫລືອ ເພື່ອຈະໄດ້ຮູ້ຈັກວິທີບໍ່ໃຫ້ເຮັດຜິດພາດຕອນຢາຍສິນລະລຶກ. ຄຳອະທິຖານນັ້ນໄດ້ຮັບຄຳຕອບ.
ແຕ່ດຽວນີ້ຂ້າພະເຈົ້າຮູ້ຈັກວິທີທີ່ດີກວ່າ ໃນການອະທິຖານ ແລະ ຄິດເມື່ອເຮົາພະຍາຍາມເຕີບໂຕໃນການຮັບໃຊ້ໃນຖານະປະໂລຫິດຂອງເຮົາ. ມັນມາເຖິງໂດຍການເຂົ້າໃຈວ່າເປັນຫຍັງຜູ້ຄົນຈຶ່ງໄດ້ຮັບຖານະປະໂລຫິດ. ຈຸດປະສົງຂອງການໄດ້ຮັບຖານະປະໂລຫິດຂອງເຮົາ ແມ່ນເພື່ອອະນຸຍາດໃຫ້ເຮົາອວຍພອນຜູ້ຄົນແທນພຣະຜູ້ເປັນເຈົ້າ, ໃນພຣະນາມຂອງພຣະອົງ.2
ເປັນເວລາຫລາຍປີຫລັງຈາກຂ້າພະເຈົ້າໄດ້ເປັນມັກຄະນາຍົກ ກ່ອນຂ້າພະເຈົ້າຮູ້ຈັກຄວາມໝາຍແທ້ຂອງມັກຄະນາຍົກ. ຍົກຕົວຢ່າງ, ໃນຖານະມະຫາປະໂລຫິດ, ຂ້າພະເຈົ້າຖືກມອບໝາຍໃຫ້ໄປຢ້ຽມຢາມກອງປະຊຸມສິນລະລຶກຢູ່ຫໍພັກຄົນເຖົ້າແຫ່ງໜຶ່ງ. ຂ້າພະເຈົ້າໄດ້ຖືກຂໍໃຫ້ຢາຍສິນລະລຶກ. ແທນທີ່ຈະຄິດກ່ຽວກັບຂັ້ນຕອນ ແລະ ຄວາມເປັນລະບຽບໃນການຢາຍສິນລະລຶກຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຫລຽວເບິ່ງໜ້າຂອງຜູ້ເຖົ້າທຸກຄົນ. ຂ້າພະເຈົ້າໄດ້ເຫັນຫລາຍຄົນນ້ຳຕາໄຫລ. ແມ່ຕູ້ຄົນໜຶ່ງໄດ້ຈັບແຂນເສື້ອຂອງຂ້າພະເຈົ້າ, ເງີຍໜ້າຂຶ້ນ, ແລະ ເວົ້າວ່າ, “ໂອ, ຂອບໃຈ, ຂອບໃຈເດີ.”
ພຣະຜູ້ເປັນເຈົ້າໄດ້ອວຍພອນການຮັບໃຊ້ຂອງຂ້າພະເຈົ້າ ທີ່ຖືກມອບໃຫ້ໃນພຣະນາມຂອງພຣະອົງ. ໃນມື້ນັ້ນຂ້າພະເຈົ້າໄດ້ອະທິຖານຂໍໃຫ້ເກີດການອັດສະຈັນເຊັ່ນນັ້ນ ແທນທີ່ຈະກ່ຽວກັບການປະຕິບັດໄດ້ດີທີ່ສຸດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ອະທິຖານວ່າ ຜູ້ຄົນຈະຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ ຜ່ານທາງການຮັບໃຊ້ດ້ວຍຄວາມຮັກຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ສິ່ງນີ້ສຳຄັນຕໍ່ການຮັບໃຊ້ ແລະ ການອວຍພອນຄົນອື່ນໆ ໃນພຣະນາມຂອງພຣະອົງ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນກ່ຽວກັບປະສົບການທີ່ໄດ້ເຕືອນຂ້າພະເຈົ້າເຖິງຄວາມຮັກເຊັ່ນນັ້ນ. ເມື່ອການປະຊຸມທັງໝົດຂອງສາດສະໜາຈັກໄດ້ຖືກຢຸດພັກເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ອ້າຍນ້ອງຜູ້ປະຕິບັດສາດສະໜາກິດຄົນໜຶ່ງໄດ້ຮັບເອົາການມອບໝາຍຈາກປະທານກຸ່ມແອວເດີຂອງລາວ ເພື່ອອວຍພອນສິນລະລຶກ ແລະ ເອົາມັນໄປໃຫ້ເອື້ອຍນ້ອງຄົນໜຶ່ງທີ່ລາວຖືກມອບໝາຍໃຫ້ປະຕິບັດສາດສະໜາກິດ. ເມື່ອລາວໄດ້ໂທໄປຫານາງ ເພື່ອວ່າຈະເອົາສິນລະລຶກໄປໃຫ້, ນາງໄດ້ຕົກລົງແບບລັງເລໃຈ, ບໍ່ຢາກໃຫ້ລາວຕ້ອງອອກຈາກເຮືອນໃນຊ່ວງທີ່ອັນຕະລາຍເຊັ່ນນັ້ນ ແລະ ກໍຍັງເຊື່ອວ່າ ທຸກສິ່ງຈະກັບຄືນສູ່ຄວາມປົກກະຕິໃນໄວໆນີ້.
ເມື່ອລາວໄດ້ໄປເຖິງເຮືອນຂອງນາງ ໃນເຊົ້າວັນອາທິດມື້ນັ້ນ, ນາງກໍໄດ້ຂໍຮ້ອງຢ່າງໜຶ່ງ. ໃຫ້ໄປເຮືອນຄົນຂ້າງບ້ານນຳນາງໄດ້ບໍ ແລະ ຮັບສິນລະລຶກກັບເພື່ອນບ້ານອາຍຸ 87 ປີຂອງນາງ? ໂດຍໄດ້ຮັບການອະນຸຍາດຈາກອະທິການ, ລາວກໍໄດ້ຕົກລົງ.
ເປັນເວລາຫລາຍອາທິດ, ແລະ ພ້ອມດ້ວຍຄວາມລະມັດລະວັງເລື່ອງການຢູ່ຫ່າງກັນ ແລະ ຄວາມປອດໄພອື່ນໆ, ກຸ່ມໄພ່ພົນນ້ອຍໆນັ້ນ ໄດ້ເຕົ້າໂຮມທຸກອາທິດເພື່ອຈັດພິທີສິນລະລຶກແບບລຽບງ່າຍ. ມີພຽງແຕ່ເຂົ້າຈີ່ສອງສາມຕ່ອນ ແລະ ນ້ຳສອງສາມຈອກເທົ່ານັ້ນ—ແຕ່ມີນ້ຳຕາຫລາຍຢົດ ເພາະຄວາມກະລຸນາທິຄຸນຂອງພຣະເຈົ້າທີ່ຊົງຮັກ.
ເມື່ອເວລາຜ່ານໄປ, ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ, ຄອບຄົວຂອງລາວ, ແລະ ເອື້ອຍນ້ອງຜູ້ທີ່ລາວໄດ້ປະຕິບັດສາດສະໜາກິດຕໍ່ ກໍສາມາດກັບຄືນໄປໂບດ. ແຕ່ແມ່ໝ້າຍເພື່ອນບ້ານຜູ້ອາຍຸ 87 ປີ, ຕ້ອງລະມັດລະວັງຫລາຍຢູ່, ຕ້ອງໄດ້ຢູ່ເຮືອນໄປກ່ອນ. ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ—ຈື່ໄດ້ບໍວ່າ ການມອບໝາຍຂອງລາວແມ່ນສຳລັບເພື່ອນບ້ານຂອງແມ່ໝ້າຍ ແລະ ບໍ່ແມ່ນສຳລັບຕົວລາວເອງຊ້ຳ—ຈົນເຖິງທຸກວັນນີ້ ລາວກໍຍັງໄປເຮືອນແມ່ໝ້າຍຄົນນັ້ນທຸກວັນອາທິດ, ພ້ອມດ້ວຍພຣະຄຳພີ ແລະ ເຂົ້າຈີ່ຕ່ອນນ້ອຍໆຢູ່ໃນມື, ເພື່ອປະຕິບັດສິນລະລຶກ ຄາບເຂົ້າຂອງພຣະຜູ້ເປັນເຈົ້າ.
ການຮັບໃຊ້ໃນຖານະປະໂລຫິດຂອງລາວ, ຄືກັນກັບຂອງຂ້າພະເຈົ້າໃນມື້ທີ່ໄປຫາຫໍພັກຄົນເຖົ້າມື້ນັ້ນ, ແມ່ນມອບໃຫ້ດ້ວຍຄວາມຮັກ. ຕາມຈິງແລ້ວ, ເມື່ອບໍ່ດົນມານີ້ ອ້າຍນ້ອງຜູ້ປະຕິບັດສາດສະໜາກິດໄດ້ຖາມອະທິການຂອງລາວວ່າ ມີຄົນອື່ນອີກບໍຢູ່ໃນຫວອດທີ່ຢາກໃຫ້ລາວດູແລ. ຄວາມປາດຖະໜາທີ່ຈະຂະຫຍາຍການຮັບໃຊ້ໃນຖານະປະໂລຫິດຂອງລາວ ໄດ້ເຕີບໂຕຂະນະທີ່ລາວຮັບໃຊ້ໃນພຣະນາມຂອງພຣະຜູ້ເປັນເຈົ້າ ແລະ ໃນວິທີທີ່ພຽງແຕ່ພຣະອົງເທົ່ານັ້ນທີ່ຮູ້ຈັກ. ຂ້າພະເຈົ້າບໍ່ຮູ້ຖ້າຫາກວ່າອ້າຍນ້ອງຜູ້ປະຕິບັດສາດສະໜາກິດໄດ້ອະທິຖານ, ດັ່ງທີ່ຂ້າພະເຈົ້າໄດ້ອະທິຖານ, ເພື່ອຜູ້ຄົນທີ່ລາວຮັບໃຊ້ ໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າຫລືບໍ່, ແຕ່ຍ້ອນການຮັບໃຊ້ຂອງລາວ ທີ່ກະທຳໃນພຣະນາມຂອງພຣະຜູ້ເປັນເຈົ້າ, ຜົນຮັບຈຶ່ງເໝືອນເດີມ.
ຜົນຮັບທີ່ດີເລີດຄືກັນນັ້ນໄດ້ມາເຖິງເມື່ອຂ້າພະເຈົ້າອະທິຖານທູນຂໍ ກ່ອນຂ້າພະເຈົ້າມອບພອນຂອງຖານະປະໂລຫິດໃຫ້ບາງຄົນທີ່ເຈັບປ່ວຍ ຫລື ໃນເວລາຕ້ອງການພອນ. ມັນໄດ້ເກີດຂຶ້ນເທື່ອໜຶ່ງຢູ່ໂຮງໝໍ ຕອນນາຍໝໍທີ່ໃຈຮ້ອນໄດ້ເລັ່ງຂ້າພະເຈົ້າ—ຫລາຍກວ່າເລັ່ງຂ້າພະເຈົ້າ—ໄດ້ສັ່ງ ຂ້າພະເຈົ້າ—ໃຫ້ຮີບຮ້ອນ ແລະ ອອກໄປໄວໆ ເພື່ອວ່າເຂົາເຈົ້າຈະໄດ້ເຮັດໜ້າທີ່ຂອງເຂົາເຈົ້າ, ແທນທີ່ຈະໃຫ້ໂອກາດຂ້າພະເຈົ້າມອບພອນຂອງຖານະປະໂລຫິດ. ຂ້າພະເຈົ້າໄດ້ຢູ່ຕໍ່, ແລະ ຂ້າພະເຈົ້າໄດ້ມອບພອນໃຫ້. ແລະ ນາງນ້ອຍຜູ້ທີ່ຂ້າພະເຈົ້າມອບພອນໃຫ້ໃນມື້ນັ້ນ, ຊຶ່ງບັນດາແພດໝໍຄິດວ່າຈະຕາຍ, ຍັງມີຊີວິດຕໍ່. ຂ້າພະເຈົ້າກະຕັນຍູໃນເວລານີ້ສຳລັບມື້ນັ້ນ, ທີ່ຂ້າພະເຈົ້າບໍ່ໄດ້ປ່ອຍໃຫ້ຄວາມຮູ້ສຶກຂອງຕົວເອງມາກີດກັນ ແຕ່ຮູ້ສຶກວ່າພຣະຜູ້ເປັນເຈົ້າປະສົງໃຫ້ນາງນ້ອຍນັ້ນໄດ້ຮັບພອນ. ແລະ ຂ້າພະເຈົ້າຮູ້ວ່າພອນຢ່າງໃດ: ຂ້າພະເຈົ້າໄດ້ອວຍພອນນາງໃຫ້ຫາຍດີ. ແລະ ນາງກໍຫາຍດີ.
ມັນໄດ້ເກີດຂຶ້ນຫລາຍເທື່ອ ຂະນະທີ່ຂ້າພະເຈົ້າກຳລັງມອບພອນໃຫ້ບາງຄົນທີ່ໃກ້ຕາຍ, ໂດຍທີ່ມີສະມາຊິກໃນຄອບຄົວຢູ່ອ້ອມຂ້າງຕຽງ, ຫວັງຈະໄດ້ຮັບພອນຂອງການປິ່ນປົວ. ເຖິງແມ່ນວ່າຂ້າພະເຈົ້າມີເວລາພຽງໜ້ອຍດຽວ, ຂ້າພະເຈົ້າໄດ້ອະທິຖານກ່ອນສະເໝີເພື່ອຈະໄດ້ຮູ້ວ່າ ເຂົາເຈົ້າຈະໄດ້ຮັບພອນຢ່າງໃດໃນພຣະນາມຂອງພຣະອົງ. ແລະ ຂ້າພະເຈົ້າທູນຂໍ ເພື່ອຈະໄດ້ຮູ້ວ່າ ພຣະອົງປະສົງຈະອວຍພອນບຸກຄົນນັ້ນແນວໃດ, ບໍ່ແມ່ນຕາມຄວາມປະສົງຂອງຂ້າພະເຈົ້າ ຫລື ຂອງຄົນທີ່ຢູ່ໃກ້ໆນັ້ນ. ປະສົບການຂອງຂ້າພະເຈົ້າແມ່ນວ່າ ເຖິງແມ່ນພອນບໍ່ເປັນຕາມທີ່ຄົນອື່ນປາດຖະໜາເພື່ອຕົວເອງ ຫລື ເພື່ອຄົນທີ່ເຂົາເຈົ້າຮັກ, ພຣະວິນຍານຈະສຳພັດໃຈ ໃຫ້ຮັບຮູ້ ແລະ ໄດ້ຮັບການປອບໂຍນ ແທນທີ່ຈະຮູ້ສຶກຜິດຫວັງ.
ການດົນໃຈເຊັ່ນດຽວກັນນັ້ນກໍໄດ້ມາເຖິງເມື່ອປິຕຸຖືສິນອົດເຂົ້າ ແລະ ອະທິຖານເພື່ອການຊົງນຳ ໃນການມອບພອນທີ່ພຣະຜູ້ເປັນເຈົ້າປາດຖະໜາທີ່ຈະມອບໃຫ້ບຸກຄົນ. ອີກເທື່ອໜຶ່ງ, ຂ້າພະເຈົ້າເຄີຍໄດ້ຍິນພອນທີ່ເຮັດໃຫ້ຂ້າພະເຈົ້າປະຫລາດໃຈ ແລະ ຜູ້ທີ່ໄດ້ຮັບພອນກໍປະຫລາດໃຈຄືກັນ. ເຫັນໄດ້ຢ່າງແຈ້ງຊັດວ່າ, ພອນດັ່ງກ່າວໄດ້ມາຈາກພຣະຜູ້ເປັນເຈົ້າ—ທັງບັນຈຸຄຳເຕືອນ ແລະ ຄຳສັນຍາທີ່ມອບໃຫ້ໃນພຣະນາມຂອງພຣະອົງ. ຄຳອະທິຖານ ແລະ ການຖືສິນອົດເຂົ້າຂອງປິຕຸ ໄດ້ຮັບລາງວັນຈາກພຣະຜູ້ເປັນເຈົ້າ.
ຕອນເປັນອະທິການ, ຂ້າພະເຈົ້າໄດ້ຮຽນຮູ້ຂະນະທີ່ສຳພາດກ່ຽວກັບການມີຄ່າຄວນ ຕ້ອງອະທິຖານຂໍໃຫ້ພຣະຜູ້ເປັນເຈົ້າຊ່ວຍຂ້າພະເຈົ້າໃຫ້ຮູ້ສຶກໃນສິ່ງທີ່ພຣະອົງປະສົງສຳລັບບຸກຄົນນັ້ນ, ຮັກສາການດົນໃຈໃດໆທີ່ພຣະອົງປະທານໃຫ້ແທນການຕັດສິນທີ່ບໍ່ແນ່ນອນຂອງຂ້າພະເຈົ້າ. ມັນເປັນສິ່ງຍາກຖ້າຫາກພຣະຜູ້ເປັນເຈົ້າປະສົງທີ່ຈະອວຍພອນບາງຄົນດ້ວຍຄຳຕັກເຕືອນໃນຄວາມຮັກ. ຕ້ອງໃຊ້ຄວາມພະຍາຍາມກ່ອນຈະສາມາດຮູ້ຈັກຄວາມແຕກຕ່າງລະຫວ່າງພຣະປະສົງຂອງພຣະຜູ້ເປັນເຈົ້າກັບສິ່ງທີ່ທ່ານຢາກໄດ້ ແລະ ຄົນອື່ນອາດຢາກໄດ້.
ຂ້າພະເຈົ້າເຊື່ອວ່າ ເຮົາສາມາດຂະຫຍາຍການຮັບໃຊ້ໃນຖານະປະໂລຫິດຂອງເຮົາໄດ້ ໃນຊີວິດນີ້ ແລະ ບາງທີຫລັງຈາກນັ້ນ. ມັນຈະຂຶ້ນກັບຄວາມພາກພຽນຂອງເຮົາ ໃນຄວາມພະຍາຍາມທີ່ຈະຮູ້ຈັກພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ຄວາມພະຍາຍາມຂອງເຮົາ ທີ່ຈະຮັບຟັງສຸລະສຽງຂອງພຣະອົງ ເພື່ອວ່າເຮົາຈະສາມາດຮູ້ຫລາຍຂຶ້ນເຖິງພຣະປະສົງຂອງພຣະອົງສຳລັບຜູ້ທີ່ເຮົາຮັບໃຊ້ແທນພຣະອົງ. ການຂະຫຍາຍນັ້ນຈະມາເຖິງໃນບາດກ້າວນ້ອຍໆ. ມັນອາດມາເຖິງຊ້າແດ່ຈັກໜ່ອຍ, ແຕ່ມັນຈະມາເຖິງຢ່າງແນ່ນອນ. ພຣະຜູ້ເປັນເຈົ້າສັນຍາສິ່ງນີ້ກັບເຮົາ:
“ເພາະຜູ້ໃດທີ່ຊື່ສັດຕໍ່ການໄດ້ຮັບຖານະປະໂລຫິດທັງສອງຢ່າງນີ້ ຊຶ່ງເຮົາໄດ້ກ່າວມານັ້ນ, ແລະ ຂະຫຍາຍການເອີ້ນຂອງຕົນ, ຍ່ອມໄດ້ຮັບການຊຳລະໃຫ້ບໍລິສຸດແລ້ວໂດຍພຣະວິນຍານຈົນເຖິງການເຮັດໃຫ້ຮ່າງກາຍຂອງພວກເຂົາໃໝ່ຄືນອີກ.
“ພວກເຂົາກາຍເປັນລູກຊາຍຂອງໂມເຊ ແລະ ຂອງອາໂຣນ ແລະ ເປັນເຊື້ອສາຍຂອງອັບຣາຮາມ, ແລະ ເປັນຂອງສາດສະໜາຈັກ ແລະ ອານາຈັກ, ແລະ ເປັນຜູ້ຖືກເລືອກໄວ້ຂອງພຣະເຈົ້າ.
“ແລະ ທຸກຄົນນຳອີກທີ່ຮັບເອົາຖານະປະໂລຫິດນີ້ ກໍຮັບເອົາເຮົາຄືກັນ, ພຣະຜູ້ເປັນເຈົ້າໄດ້ກ່າວ.”3
ນີ້ຄືປະຈັກພະຍານຂອງຂ້າພະເຈົ້າ ວ່າຂໍກະແຈຂອງຖານະປະໂລຫິດໄດ້ຖືກຟື້ນຟູໃຫ້ແກ່ສາດສະດາໂຈເຊັບ ສະມິດ. ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ມາປະກົດຈາກສະຫວັນ ເພື່ອຟື້ນຟູຖານະປະໂລຫິດ ເພື່ອໃຫ້ເຫດການທີ່ຍິ່ງໃຫຍ່ທີ່ໄດ້ເກີດຂຶ້ນ ແລະ ສິ່ງທີ່ຈະເກີດຂຶ້ນເປັນທີ່ຮູ້ຈັກແກ່ເຮົາ. ອິດສະຣາເອນຈະຖືກເຕົ້າໂຮມ. ຜູ້ຄົນຂອງພຣະຜູ້ເປັນເຈົ້າຈະຖືກກຽມພ້ອມສຳລັບການສະເດັດມາຄັ້ງທີສອງທີ່ຮຸ່ງໂລດຂອງພຣະອົງ. ການຟື້ນຟູຈະມີຢູ່ຕໍ່ໄປ. ພຣະຜູ້ເປັນເຈົ້າຈະເປີດເຜີຍພຣະປະສົງຂອງພຣະອົງຕໍ່ບັນດາສາດສະດາຂອງພຣະອົງ ແລະ ຕໍ່ຜູ້ຮັບໃຊ້ຂອງພຣະອົງຕື່ມອີກ.
ທ່ານອາດຮູ້ສຶກບໍ່ສຳຄັນ ເມື່ອປຽບທຽບໃສ່ກັບສິ່ງຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າຈະກະທຳ. ຖ້າຫາກທ່ານຮູ້ສຶກເຊັ່ນນັ້ນ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ທູນຖາມພຣະຜູ້ເປັນເຈົ້າໃນຄຳອະທິຖານ ວ່າພຣະອົງເຫັນທ່ານແບບໃດ. ພຣະອົງຮູ້ຈັກທ່ານເປັນສ່ວນຕົວ, ພຣະອົງໄດ້ມອບຖານະປະໂລຫິດໃຫ້ທ່ານ, ແລະ ການປະຕິບັດ ແລະ ການຂະຫຍາຍຖານະປະໂລຫິດຂອງທ່ານ ແມ່ນສຳຄັນຕໍ່ພຣະອົງ ເພາະພຣະອົງຮັກທ່ານ ແລະ ພຣະອົງໄວ້ວາງພຣະໄທໃນຕົວທ່ານ ເພື່ອອວຍພອນຜູ້ຄົນທີ່ພຣະອົງຮັກ ໃນພຣະນາມຂອງພຣະອົງ.
ຂ້າພະເຈົ້າຂໍອວຍພອນທ່ານໃນເວລານີ້ ເພື່ອໃຫ້ທ່ານສາມາດຮູ້ສຶກເຖິງຄວາມຮັກຂອງພຣະອົງ ແລະ ຄວາມໄວ້ວາງພຣະໄທຂອງພຣະອົງ ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.