ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ຈົ່ງ​ເບິ່ງ! ເຮົາ​ຄື​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


“ຈົ່ງ​ເບິ່ງ! ເຮົາ​ຄື​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ”

ສິ່ງ​ມະ​ຫັດ​ສະ​ຈັນ, ເຄື່ອງ​ໝາຍ, ແລະ ສິ່ງ​ແປກ​ປະ​ຫລາດ​ກໍ​ມີ​ຫລາຍ​ໃນ​ບັນ​ດາ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໃນ​ວັນ​ເວ​ລາ​ນີ້, ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຂອງ​ຂ້າ​ພະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ສິດ​ທິ​ພິ​ເສດ​ແທ້ໆ ທີ່​ໄດ້​ມາ​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້. ຮ່ວມ​ກັນ​ກັບ​ຜູ້​ທີ່​ໄດ້​ກ່າວ​ປາ​ໄສ​ແລ້ວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ນີ້, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ. ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ; ພຣະ​ອົງ​ກ່າວ​ຕໍ່​ສາດ​ສະ​ດາ​ຂອງ​ພ​ຣະ​ອົງ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ແລະ ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກ​ຄົນ.

ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ນີ້ ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ,1 ພຣະ​ເຈົ້າ​ຊົງ​ລິດ, ອົງ​ສັນ​ຕິ​ລາດ.2 ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຖິງ​ຈຸດ​ສູງສຸດ​ດ້ວຍ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ຫລັງ​ຈາກ​ສາມ​ວັນ ຢູ່​ໃນ​ອຸບ​ມຸງ​ທີ່​ຢືມ​ໃຊ້, ຍັງ​ຄົງ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ. “ຈົ່ງ​ເບິ່ງ,” ພຣະ​ອົງ​ໄດ້​ປະ​ກາດ, “ເຮົາ​ຄື​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ.”3

“ສິ່ງ​ມະ​ຫັດ​ສະ​ຈັນ​ໝົດ​ໄປ​ແລ້ວ​ບໍ ເພາະ​ພຣະ​ຄຣິດ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ, ແລະ ປະ​ທັບ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ?”4 ສາດ​ສະ​ດາ​ມໍ​ມອນ​ຖາມ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ເພິ່ນ​ຕອບ​ວ່າ, “ບໍ່​ເລີຍ; ແລະ ທັງ​ເຫລົ່າ​ທູດ​ກໍ​ບໍ່​ໄດ້​ເລີກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລູກ​ຫລານ​ມະ​ນຸດ.”5

ຫລັງ​ຈາກ​ການ​ຄຶງ, ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ໜຶ່ງ​ໄດ້​ປະ​ກົດ​ຕໍ່​ນາງ​ມາ​ຣີ, ພ້ອມ​ດ້ວຍ​ແມ່​ຍິງ​ສາມ​ສີ່​ຄົນ, ຜູ້​ໄດ້​ໄປ​ທີ່​ອຸບ​ມຸງ​ເພື່ອ​ຫົດ​ສົງ​ນ້ຳ​ມັນ​ໃສ່​ພຣະ​ກາຍ​ຂອງ​ພຣະ​ເຢ​ຊູ. ທູດ​ອົງ​ນັ້ນ​ໄດ້​ກ່າວ​ວ່າ:

“ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນ​ຕາຍ?”6

“ພຣະ​ອົງ​ບໍ່​ໄດ້​ຢູ່​ທີ່​ນີ້: ພຣະ​ອົງ​ເປັນ​ຄືນ​ມາ​ສູ່​ຊີ​ວິດ​ແລ້ວ.”7

ສາດ​ສະ​ດາ​ອະ​ບີ​ນາ​ໄດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ປະ​ກາດ​ເຖິງ​ສິ່ງ​ມະ​ຫັດ​ສະ​ຈັນ​ນັ້ນ​ວ່າ:

“ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ໄດ້​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ, … ແລ້ວ​ຈະ​ບໍ່​ມີ​ການ​ຟື້ນ​ຄືນ​ຊີ​ວິດ​ເລີຍ.

“ແຕ່​ມັນ​ມີ​ການ​ຟື້ນ​ຄືນ​ຊີ​ວິດ, ສະ​ນັ້ນ​ຫລຸມ​ຝັງ​ສົບ​ຈຶ່ງ​ບໍ່​ມີ​ໄຊ​ຊະ​ນະ, ແລະ ຄວາມ​ເຈັບ​ປວດ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ພຣະ​ຄຣິດ.”8

ການ​ກະ​ທຳ​ທີ່​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ໃຫ້​ສາ​ນຸ​ສິດ​ໃນ​ສະ​ໄໝ​ກ່ອນ​ປະ​ກາດ​ວ່າ: “ທ່ານ​ຜູ້​ນີ້​ເປັນ​ຜູ້​ໃດ​ໜໍ, ແມ່ນ​ແຕ່​ລົມ ແລະ ຟອງ​ທະ​ເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”9

ຂະ​ນະ​ທີ່​ອັກ​ຄະ​ສາ​ວົກ​ໃນ​ສະ​ໄໝ​ກ່ອນ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ຍິນ​ພຣະ​ອົງ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ, ພວກ​ເພິ່ນ​ໄດ້​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຢ່າງ. ພວກ​ເພິ່ນ​ໄດ້​ເຫັນ​ວ່າ “ຄົນ​ຕາ​ບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະ​ຍາດ​ຂີ້​ທູດ​ກໍ​ດີ​ສະ​ອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ເປັນ​ຄືນ​ມາ, ແລະ ຂ່າວ​ປະ​ເສີດ​ກໍ​ມີ​ການ​ປະ​ກາດ​ແກ່​ຄົນ​ຍາກ​ຈົນ.”10

ສິ່ງ​ມະ​ຫັດ​ສະ​ຈັນ, ເຄື່ອງ​ໝາຍ, ແລະ ສິ່ງ​ແປກ​ປະ​ຫລາດ​ກໍ​ມີ​ຫລາຍ​ໃນ​ບັນ​ດາ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໃນ​ວັນ​ເວ​ລາ​ນີ້, ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຂອງ​ຂ້າ​ພະ​ເຈົ້າ. ສິ່ງ​ມະ​ຫັດ​ສະ​ຈັນ​ແມ່ນ​ການ​ກະ​ທຳ​ຈາກ​ສະ​ຫວັນ, ການ​ສະ​ແດງ​ໃຫ້​ປະ​ຈັກ ແລະ ການ​ສະ​ແດງ​ອອກ​ເຖິງ​ອຳ​ນາດ​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຈົ້າ ແລະ ການ​ຢືນ​ຢັນ​ວ່າ​ພຣະ​ອົງ “ເປັນ​ເໝືອນ​ກັນ​ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະ​ຫລອດ​ການ.”11 ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ທີ່​ໄດ້​ສ້າງ​ທະ​ເລ, ສາ​ມາດ​ເຮັດ​ໃຫ້​ມັນ​ສະ​ຫງົບ​ລົງ; ພຣະ​ອົງ​ທີ່​ເຮັດ​ໃຫ້​ຄົນ​ຕາ​ບອດ​ເຫັນ​ຮຸ່ງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເອົາ​ໃຈ​ໃສ່​ເລື່ອງ​ທີ່​ເປັນ​ທາງ​ວິນ​ຍານ; ພຣະ​ອົງ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ຂີ້​ທູດ​ຫາຍ​ດີ​ສະ​ອາດ​ສາ​ມາດ​ປິ່ນ​ປົວ​ຄວາມ​ເຈັບ​ປ່ວຍ​ຂອງ​ເຮົາ; ພຣະ​ອົງ​ທີ່​ໄດ້​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຍ່າງ​ບໍ່​ໄດ້​ກໍ​ສາ​ມາດ​ເອີ້ນ​ໃຫ້​ເຮົາ​ລຸກ​ຂຶ້ນ​ໂດຍ​ກ່າວ​ວ່າ “ຈົ່ງ​ຕາມ​ເຮົາ​ມາ.”12

ພວກ​ທ່ານ​ຫລາຍ​ຄົນ​ກໍ​ໄດ້​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ, ຫລາຍ​ກວ່າ​ທີ່​ທ່ານ​ຈະ​ຮັບ​ຮູ້. ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ເລັກ​ນ້ອຍ​ເມື່ອ​ປຽບ​ທຽບ​ໃສ່​ກັບ​ເລື່ອງ​ທີ່​ພຣະ​ເຢ​ຊູ​ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີ​ວິດ. ແຕ່​ຄວາມ​ຍິ່ງ​ໃຫຍ່​ບໍ່​ໄດ້​ຈຳ​ແນກ​ວ່າ​ນັ້ນ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ, ພຽງ​ແຕ່​ວ່າ​ສິ່ງ​ມະ​ຫັດ​ສະ​ຈັນ​ນັ້ນ​ໄດ້​ມາ​ຈາກ​ພຣະ​ເຈົ້າ. ບາງ​ຄົນ​ແນະ​ນຳ​ວ່າ​ສິ່ງ​ມະ​ຫັດ​ສະ​ຈັນ​ກໍ​ເປັນ​ພຽງ​ແຕ່​ເລື່ອງ​ບັງ​ເອີນ ຫລື ໂຊກ​ດີ​ເທົ່າ​ນັ້ນ. ແຕ່​ສາດ​ສະ​ດາ​ນີ​ໄຟ​ໄດ້​ປະ​ນາມ​ຜູ້​ຄົນ​ທີ່ “ບໍ່​ຫົວ​ຊາ​ຕໍ່​ອຳ​ນາດ ແລະ ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ, ແລະ ສິດ​ສອນ​ເຖິງ​ປັນ​ຍາ​ຂອງ​ຕົນ​ເອງ, ເພື່ອ​ພວກ​ເຂົາ​ຈະ​ຫາ​ຜົນ​ປະ​ໂຫຍດ ແລະ ບົດ​ຢ່ຳ​ຢີ​ໜ້າ​ຂອງ​ຄົນ​ຍາກ​ຈົນ.”13

ສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ງານ​ໂດຍ​ອຳ​ນາດ​ແຫ່ງ​ສະ​ຫວັນ ໂດຍ​ພຣະ​ອົງ​ຜູ້ “ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ທີ່​ຈະ​ຊ່ວຍ​ໃຫ້​ລອດ.”14 ສິ່ງ​ມະ​ຫັດ​ສະ​ຈັນ​ເປັນ​ການ​ຂະ​ຫຍາຍ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ; ສິ່ງ​ມະ​ຫັດ​ສະ​ຈັນ​ເປັນ​ສາຍ​ຊູ​ຊີບ​ຈາກ​ສະ​ຫວັນ​ເຖິງ​ແຜ່ນ​ດິນ​ໂລກ.

ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ປີ​ຜ່ານ​ມາ ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ລະ​ຫວ່າງ​ທາງ​ໄປ​ສູ່​ເມືອງ​ໂກ​ເຊັນ ລັດ​ຢູ​ທາ, ເພື່ອ​ໄປ​ຮ່ວມ​ລາຍ​ການ Face to Face [ໜ້າ​ຕໍ່​ໜ້າ] ທີ່​ຖືກ​ຖ່າຍ​ທອດ​ອອກ​ໄປ​ສູ່​ຫລາຍ​ກວ່າ 600,000 ຄົນ​ໃນ 16 ພາ​ສາ.15 ລາຍ​ການ​ນັ້ນ​ແມ່ນ​ເຈາະ​ຈົງ​ໃສ່​ເຫດ​ການ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ມີ​ຄຳ​ຖາມ​ທີ່​ຜູ້​ໃຫຍ່​ໜຸ່ມ​ໄດ້​ສົ່ງ​ເຂົ້າ​ໄປ ຈາກ​ທົ່ວ​ໂລກ. ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ​ໄດ້​ທົບ​ທວນ​ຄຳ​ຖາມ​ເປັນ​ສ່ວນ​ຕົວ; ມັນ​ໄດ້​ໃຫ້​ໂອ​ກາດ​ພວກ​ເຮົາ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ໂຈ​ເຊັບ ສະ​ມິດ ວ່າ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ອຳ​ນາດ​ຂອງ​ການ​ເປີດ​ເຜີຍ​ໃນ​ຊີ​ວິດ​ຂອງ​ເຮົາ, ການ​ຟື້ນ​ຟູ​ອັນ​ຕໍ່​ເນື່ອງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ຄວາມ​ຈິງ ແລະ ພຣະ​ບັນ​ຍັດ​ທີ່​ພວກ​ເຮົາ​ຖະ​ໜອມ. ຫລາຍ​ຄົນ​ທີ່​ກຳ​ລັງ​ຮັບ​ຟັງ​ຢູ່​ໃນ​ມື້​ນີ້​ກໍ​ໄດ້​ເປັນ​ພາກ​ສ່ວນ​ຂອງ​ລາຍ​ການ​ທີ່​ມະ​ຫັດ​ສະ​ຈັນ​ນັ້ນ.

ໃນ​ຕອນ​ຕົ້ນ​ການ​ຖ່າຍ​ທອດ​ວ່າ​ຈະ​ເລີ່ມ​ຕົ້ນ​ຢູ່​ທີ່​ປ່າ​ສັກ​ສິດ ໃນ​ພາກ​ເໜືອ​ຂອງ​ລັດ​ນິວ​ຢອກ, ບ່ອນ​ທີ່, ດັ່ງ​ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ພະ​ຍານ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ​ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ຂອງ​ທັງ​ສອງ​ພຣະ​ອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະ​ນາ​ໄດ້. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!16 ນັ້ນ​ແຫລະ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄື​ສິ່ງ​ມະ​ຫັດ​ສະ​ຈັນ.

ຮູບ​ພາບ
ສາກ​ພາບ​ພະ​ຍົນ​ເຢ​ຣູ​ຊາ​ເລັມ​ໃນ​ເມືອງ​ໂກ​ເຊັນ, ລັດ​ຢູ​ທາ

ການ​ລະ​ບາດ​ຕະ​ຫລອດ​ທົ່ວ​ໂລກ​ໄດ້​ບັງ​ຄັບ​ໃຫ້​ພວກ​ເຮົາ​ຍ້າຍ​ການ​ຖ່າຍ​ທອດ​ນັ້ນ​ໄປ​ທີ່​ເມືອງ​ໂກ​ເຊັນ, ລັດ​ຢູ​ທາ, ບ່ອນ​ທີ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ສ້າງ​ສ່ວນ​ໜຶ່ງ​ຂອງ​ເຢ​ຣູ​ຊາ​ເລັມ​ເກົ່າ​ຂຶ້ນ​ຄືນ​ໃໝ່, ເພື່ອ​ການ​ຖ່າຍ​ທຳ​ພາບ​ພະ​ຍົນ. ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ພາຍ​ໃນ​ສາມ​ສີ່​ກິ​ໂລ​ແມັດ​ຈາກ​ເມືອງ​ໂກ​ເຊັນ ໃນ​ແລງ​ວັນ​ອາ​ທິດ​ຕອນ​ທີ່​ພວກ​ເຮົາ​ໄດ້​ເຫັນ​ຄວັນ​ໄຟ​ໜາ​ຕຶບ​ມາ​ຈາກ​ທິດ​ທາງ​ທີ່​ພວກ​ເຮົາ​ຈະ​ໄປ​ຫາ. ໄຟ​ໄໝ້​ປ່າ​ກຳ​ລັງ​ໄໝ້​ຢ່າງ​ແຮງ​ໃນ​ເຂດ​ນັ້ນ, ແລະ ພວກ​ເຮົາ​ກໍ​ເປັນ​ຫ່ວງ​ຢ້ານ​ວ່າ​ການ​ຖ່າຍ​ທອດ​ອາດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ມັນ​ເປັນ​ແນວ​ນັ້ນ​ແທ້ໆ, ຕອນ​ເວ​ລາ 6 ໂມງ​ຍັງ 20, ເວ​ລາ​ຖ່າຍ​ທອດ​ຂອງ​ພວກ​ເຮົາ, ໄຟ​ຟ້າ​ໃນ​ສະ​ຖານ​ທີ່​ນັ້ນ​ກໍ​ດັບ​ໄປ. ບໍ່​ມີ​ໄຟ​ຟ້າ! ບໍ່​ມີ​ການ​ຖ່າຍ​ທອດ. ມີ​ເຄື່ອງ​ຈັກ​ປັ່ນ​ໄຟ​ຟ້າ​ໜ່ວຍ​ໜຶ່ງ​ທີ່​ບາງ​ຄົນ​ໄດ້​ຄິດ​ວ່າ​ພວກ​ເຮົາ​ອາດ​ໃຊ້​ໄດ້​ເພື່ອ​ປັ່ນ​ໄຟ, ແຕ່​ບໍ່​ມີ​ການ​ຮັບ​ຮອງ​ວ່າ​ມັນ​ຈະ​ມີ​ພະ​ລັງ​ງານ​ພໍ​ສຳ​ລັບ​ອຸ​ປະ​ກອນ​ທີ່​ມີ​ໃຫ້​ໃຊ້​ຢູ່​ທີ່​ນັ້ນ​ຫລື​ບໍ່.

ຮູບ​ພາບ
ຄວັນ​ໄຟ

ເຮົາ​ທຸກ​ຄົນ​ທີ່​ຈະ​ກ່າວ​ໃນ​ລາຍ​ການ, ລວມ​ທັງ​ຜູ້​ບັນ​ຍາຍ​ລາຍ​ການ, ນັກ​ດົນ​ຕີ, ແລະ ນັກ​ວິ​ຊາ​ການ—ແມ່ນ​ແຕ່​ຜູ້​ໃຫຍ່​ໜຸ່ມ 20 ຄົນ​ທີ່​ເປັນ​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ເອງ—ກໍ​ມີ​ຄວາມ​ຕັ້ງ​ໃຈ​ຢ່າງ​ເຕັມ​ທີ່​ໃນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ອອກ​ໄປ​ຈາກ​ນ້ຳ​ຕາ ແລະ ຄວາມ​ສັບ​ສົນ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ອ້ອນ​ວອນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ທູນ​ຂໍ​ສິ່ງ​ມະ​ຫັດ​ສະ​ຈັນ. “ພຣະ​ບິ​ດາ​ເທິງ​ສະ​ຫວັນ,” ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ, “ໜ້ອຍ​ເທື່ອ​ທີ່​ຂ້າ​ນ້ອຍ​ໄດ້​ທູນ​ຂໍ​ສິ່ງ​ມະ​ຫັດ​ສະ​ຈັນ, ແຕ່​ຂ້າ​ນ້ອຍ​ທູນ​ຂໍ​ສິ່ງ​ນັ້ນ​ໃນ​ເວ​ລາ​ນີ້ ການ​ປະ​ຊຸມ​ນີ້​ຕ້ອງ​ເກີດ​ຂຶ້ນ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ຂອງ​ພວກ​ເຮົາ​ທຸກ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ພວກ​ຂ້າ​ນ້ອຍ​ຕ້ອງ​ການ​ໃຫ້​ມີ​ໄຟ​ຟ້າ​ນັ້ນ​ຕໍ່​ໄປ ຖ້າ​ຫາກ​ວ່າ​ນັ້ນ​ເປັນ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.”

ເວ​ລາ 6 ໂມງ​ເຈັດ​ນາ​ທີ, ໄຟ​ຟ້າ​ນັ້ນ​ໄດ້​ດັບ​ໄປ​ໄວ​ເທົ່າ​ໃດ, ມັນ​ກໍ​ໄດ້​ກັບ​ຄືນ​ມາ​ໄວ​ເທົ່າ​ນັ້ນ. ທຸກ​ສິ່ງ​ເລີ່ມ​ທຳ​ງານ, ຈາກ​ສຽງ​ເພງ ແລະ ໄມ​ໂກຣ​ໂຟນ​ໄປ​ເຖິງ​ວິ​ດີ​ໂອ ແລະ ອຸ​ປະ​ກອນ​ການ​ຖ່າຍ​ທອດ​ທຸກ​ສິ່ງ. ພວກ​ເຮົາ​ກໍ​ໄດ້​ເລີ່ມ​ລາຍ​ການ​ຖ່າຍ​ທອດ​ທັນ​ທີ. ພວກ​ເຮົາ​ໄດ້​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ.

ຮູບ​ພາບ
ການ​ສະ​ແດງ​ເພງ​ລະ​ຫວ່າງ​ລາຍ​ການ​ໜ້າ​ຕໍ່​ໜ້າ

ຂະ​ນະ​ທີ່​ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ​ຢູ່​ໃນ​ລົດ​ຕອນ​ກັບ​ບ້ານ​ທ້າຍ​ແລງ​ມື້​ນັ້ນ, ປະ​ທານ ແລະ ຊິດ​ສະ​ຕີ ແນວ​ສັນ​ໄດ້​ສົ່ງ​ຂໍ້​ຄວາມ​ຫາ​ພວກ​ເຮົາ ມີ​ຄວາມ​ວ່າ: “ຣອນ, ພວກ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ທັນ​ທີ​ທີ່​ພວກ​ເຮົາ​ໄດ້​ຍິນ​ວ່າ​ໄຟ​ຟ້າ​ດັບ, ພວກ​ເຮົາ​ໄດ້​ອະ​ທິ​ຖານ​ທູນ​ຂໍ​ສິ່ງ​ມະ​ຫັດ​ສະ​ຈັນ.”

ຢູ່​ໃນ​ພຣະ​ຄຳ​ພີ​ຍຸກ​ສຸດ​ທ້າຍ​ໄດ້​ມີ​ບັນ​ທຶກ​ໄວ້​ວ່າ, “ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໄປ​ສະ​ແດງ​ອຳ​ນາດ​ຂອງ​ສະ​ຫວັນ; ພວກ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ມັນ​ຕອນ​ນີ້, ແຕ່​ບໍ່​ດົນ​ພວກ​ເຈົ້າ​ຈະ​ເຫັນ​ມັນ, ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່, ແລະ ວ່າ​ເຮົາ​ຈະ​ມາ ແລະ ປົກ​ຄອງ​ກັບ​ຜູ້​ຄົນ​ຂອງ​ເຮົາ.”17

ສິ່ງ​ນັ້ນ​ກໍ​ໄດ້​ເກີດ​ຂຶ້ນ​ແທ້ໆ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ໄປ, ແລະ ໄຟ​ຟ້າ​ກໍ​ໄດ້​ກັບ​ມາ.

ສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ງານ​ຜ່ານ​ທາງ​ພະ​ລັງ​ແຫ່ງ​ສັດ​ທາ, ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ເຮົາ​ຢ່າງ​ມີ​ພະ​ລັງ ໃນ​ພາກ​ແລ້ວ​ນີ້. ສາດ​ສະ​ດາ​ໂມ​ໂຣ​ໄນ​ໄດ້​ສັ່ງ​ສອນ​ຜູ້​ຄົນ​ວ່າ, “ເພາະ​ຖ້າ​ຫາກ​ບໍ່​ມີ​ສັດ​ທາ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ ພຣະ​ເຈົ້າ​ຈະ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ບັນ​ດາ​ພວກ​ເຂົາ​ບໍ່​ໄດ້; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ບໍ່​ປະ​ກົດ​ຕົວ​ຈົນ​ກວ່າ​ຫລັງ​ຈາກ​ທີ່​ພວກ​ເຂົາ​ມີ​ສັດ​ທາ.”

ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

“ຈົ່ງ​ເບິ່ງ, ມັນ​ແມ່ນ​ສັດ​ທາ​ຂອງ​ແອວ​ມາ ແລະ ແອມ​ມິວ​ເລັກ​ທີ່​ເຮັດ​ໃຫ້​ຄຸກ​ພັງ​ທະ​ລາຍ​ລົງ​ພື້ນ​ດິນ.

“ຈົ່ງ​ເບິ່ງ, ມັນ​ແມ່ນ​ສັດ​ທາ​ຂອງ​ນີ​ໄຟ ແລະ ລີ​ໄຮ​ທີ່​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ກັບ​ຊາວ​ເລ​ມັນ, ຈົນ​ວ່າ​ພວກ​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຈົ່ງ​ເບິ່ງ, ມັນ​ແມ່ນ​ສັດທາ​ຂອງ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ລາວ ຊຶ່ງ​ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ໃນ​ບັນ​ດາ​ຊາວ​ເລມັນ. …

“ແລະ ທັງ​ບໍ່​ວ່າ​ເວ​ລາ​ໃດ​ກໍ​ຕາມ ຈະ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໄດ້​ເລີຍ​ຈົນ​ກວ່າ​ຜູ້​ນັ້ນ​ຈະ​ມີ​ສັດ​ທາ​ເສຍ​ກ່ອນ; ດັ່ງ​ນັ້ນ ກ່ອນ​ອື່ນ​ໝົດ​ເຂົາ​ຕ້ອງ​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ເສຍ​ກ່ອນ.”18

ຂ້າ​ພະ​ເຈົ້າ​ສາ​ມາດ​ກ່າວ​ຕື່ມ​ໃສ່​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນັ້ນ​ໄດ້​ວ່າ, “ມັນ​ແມ່ນ​ສັດ​ທາ​ຂອງ​ນັກ​ສະ​ແດງ​ຜູ້​ໃຫຍ່​ໜຸ່ມ​ທີ່​ຈິງ​ໃຈ, ຜູ້​ຖ່າຍ​ທອດ​ມື​ອາ​ຊີບ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ທັງ​ຫລາຍ, ອັກ​ຄະ​ສາ​ວົກ, ແລະ ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ສະ​ແຫວງ​ຫາ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່ ທີ່​ເຮັດ​ໃຫ້​ໄຟ​ຟ້າ​ໄດ້​ກັບ​ຄືນ​ມາ​ສູ່​ສະ​ຖານ​ທີ່​ຖ່າຍ​ທຳ​ພາບ​ພະ​ຍົນ​ທີ່​ຫ່າງ​ໄກ​ສອກ​ຫລີກ​ໃນ​ເມືອງ​ໂກ​ເຊັນ, ລັດ​ຢູ​ທາ.”

ສິ່ງ​ມະ​ຫັດ​ສະ​ຈັນ​ຈະ​ມີ​ມາ​ເພື່ອ​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ. ມັນ​ຈະ​ບໍ່​ເປັນ​ໄປ​ຕາມ​ສິ່ງ​ທີ່​ເຮົາ​ທູນ​ຂໍ​ສະ​ເໝີ​ໄປ ຫລື ສິ່ງ​ທີ່​ເຮົາ​ຄາດ​ຫວັງ, ແຕ່​ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ສະ​ຖິດ​ຢູ່​ທີ່​ນັ້ນ, ແລະ ພຣະ​ອົງ​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. ພຣະ​ອົງ​ຈະ​ປັບ​ສິ່ງ​ມະ​ຫັດ​ສະ​ຈັນ​ໃຫ້​ເຂົ້າ​ກັບ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ​ມັນ.

ພຣະ​ຜູ້​ເປັນ​ເຈົ້າ​ສະ​ແດງ​ສິ່ງ​ມະ​ຫັດ​ສະ​ຈັນ​ເພື່ອ​ເຕືອນ​ເຮົາ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ, ຄວາມ​ຮັກ​ທີ່​ພຣະ​ອົງ​ມີ​ໃຫ້​ເຮົາ, ອິດ​ທິ​ພົນ​ຂອງ​ພຣະ​ອົງ​ໃນ​ປະ​ສົບ​ການ​ມະ​ຕະ​ຂອງ​ເຮົາ, ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ​ທີ່​ຈະ​ສິດ​ສອນ​ເຖິງ​ສິ່ງ​ສຳ​ຄັນ​ທີ່​ສຸດ. “ຄົນ​ທີ່​ມີ​ສັດ​ທາ​ໃນ​ເຮົາ​ທີ່​ຈະ​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ,” ພຣະ​ອົງ​ໄດ້​ກ່າວ​ຕໍ່​ໄພ່​ພົນ​ໃນ​ປີ 1831, ແລະ ຄຳ​ສັນ​ຍາ​ນັ້ນ​ກໍ​ຍັງ​ຄົງ​ຢູ່​ຕໍ່​ໄປ​ໃນ​ວັນ​ເວ​ລາ​ນີ້​ວ່າ, “ແລະ ບໍ່​ໄດ້​ຖືກ​ກຳ​ນົດ​ໃຫ້​ຕາຍ, ຈະ​ຫາຍ​ດີ.”19 ມີ​ກົດ​ອອກ​ຄຳ​ສັ່ງ​ໃນ​ສະ​ຫວັນ, ແລະ ເຮົາ​ກໍ​ຂຶ້ນ​ຢູ່​ກັບ​ກົດ​ເຫລົ່າ​ນັ້ນ​ສະ​ເໝີ​ໄປ.

ກໍ​ມີ​ບາງ​ເວ​ລາ​ທີ່​ເຮົາ​ຫວັງ​ຢາກ​ມີ​ສິ່ງ​ມະ​ຫັດ​ສະ​ຈັນ​ເພື່ອ​ປິ່ນ​ປົວ​ໃຫ້​ຄົນ​ທີ່​ເຮົາ​ຮັກ​ຫາຍ​ດີ, ໃຫ້​ປັບ​ປ່ຽນ​ການ​ກະ​ທຳ​ທີ່​ບໍ່​ຍຸດ​ຕິ​ທຳ, ຫລື ເພື່ອ​ເຮັດ​ໃຫ້​ຫົວ​ໃຈ​ທີ່​ຂົມ​ຂື່ນ ຫລື ຜູ້​ຄົນ​ທີ່​ຜິດ​ຫວັງ​ອ່ອນ​ລົງ. ການ​ພິ​ຈາ​ລະ​ນາ​ສິ່ງ​ຕ່າງໆ​ຜ່ານ​ທັດ​ສະ​ນະ​ຂອງ​ມະ​ນຸດ, ເຮົາ​ຢາກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ມາ​ແຊກ​ແຊງ, ເພື່ອ​ສ້ອມ​ແປງ​ສິ່ງ​ທີ່​ແຕກ​ຫັກ. ຜ່ານ​ສັດ​ທາ, ສິ່ງ​ມະ​ຫັດ​ສະ​ຈັນ​ຈະ​ມີ​ມາ, ເຖິງ​ແມ່ນ​ວ່າ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ຕາມ​ເວ​ລາ​ຂອງ​ເຮົາ ຫລື ດ້ວຍ​ທາງ​ແກ້​ໄຂ​ທີ່​ເຮົາ​ໄດ້​ປາດ​ຖະ​ໜາ. ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຊື່​ສັດ​ພໍ ຫລື ບໍ່​ສົມ​ຄວນ​ຈະ​ໄດ້​ຮັບ​ການ​ແຊກ​ແຊງ​ຂອງ​ພຣະ​ອົງ​ບໍ? ບໍ່​ເລີຍ. ເຮົາ​ເປັນ​ທີ່​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ເຮົາ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຍັງ​ປົດ​ປ່ອຍ​ເຮົາ​ຈາກ​ພາ​ລະ​ໜັກ ແລະ ບາບ​ຂອງ​ເຮົາ​ຕໍ່​ໄປ ຂະ​ນະ​ທີ່​ເຮົາ​ກັບ​ໃຈ ແລະ ເຂົ້າ​ໃກ້​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ເຮົາ​ວ່າ, “ຄວາມ​ຄິດ​ເຮົາ​ນັ້ນ​ບໍ່​ຄື​ຄວາມ​ຄິດ​ຂອງ​ພວກ​ເຈົ້າ.”20 ພຣະ​ອົງ​ສະ​ເໜີ​ວ່າ, “ຈົ່ງ​ມາ​ຫາ​ເຮົາ​ທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ຫາບ​ພາ​ລະ​ໜັກ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ພັກ​ຜ່ອນ”21—ພັກ​ຜ່ານ​ຈາກ​ຄວາມ​ກັງ​ວົນ, ຄວາມ​ໝົດ​ຫວັງ, ຄວາມ​ຢ້ານ​ກົວ, ການ​ບໍ່​ເຊື່ອ​ຟັງ, ຄວາມ​ເປັນ​ຫ່ວງ​ຄົນ​ທີ່​ເຮົາ​ຮັກ, ຄວາມ​ຝັນ​ທີ່​ສູນ​ຫາຍ ຫລື ແຕກ​ສະ​ຫລາຍ​ໄປ. ຄວາມ​ສະ​ຫງົບ​ສຸກ​ທ່າມ​ກາງ​ຄວາມ​ສັບ​ສົນ ຫລື ຄວາມ​ໂສກ​ເສົ້າ​ກໍ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ. ຂໍ​ຈົ່ງ​ຈື່​ຈຳ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ວ່າ: “ເຮົາ​ບໍ່​ໄດ້​ກ່າວ​ໃຫ້​ຄວາມ​ສະ​ຫງົບ​ແກ່​ຈິດ​ໃຈ​ຂອງ​ເຈົ້າ​ບໍ​ກ່ຽວ​ກັບ​ເລື່ອງ​ນີ້? ເຈົ້າ​ຈະ​ມີ​ພະ​ຍານ​ໃດ​ຍິ່ງ​ໃຫຍ່​ໄປ​ກວ່າ​ພະ​ຍານ​ຈາກ​ພຣະ​ເຈົ້າ?”22 ສິ່ງ​ມະ​ຫັດ​ສະ​ຈັນ​ກໍ​ແມ່ນ​ວ່າ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ, ກຳ​ລັງ​ຕອບ​ຮັບ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ.

ດັ່ງ​ທີ່​ພຣະ​ອົງ​ໄດ້​ປະ​ກົດ​ຕໍ່​ນາງ​ມາ​ຣີ​ຢູ່​ໃນ​ສວນ, ເອີ້ນ​ຊື່​ນາງ, ພຣະ​ອົງ​ກໍ​ເອີ້ນ​ຫາ​ເຮົາ​ໃຫ້​ໃຊ້​ສັດ​ທາ​ຂອງ​ເຮົາ. ນາງ​ມາ​ຣີ​ໄດ້​ຫາ​ທາງ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ດູ​ແລ​ພຣະ​ອົງ. ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ນາງ​ໄດ້​ຄາດ​ຫວັງ, ແຕ່​ມັນ​ໄດ້​ເປັນ​ໄປ​ຕາມ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່.

“ຈົ່ງ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ເບິ່ງ​ດູ,”23 ຝູງ​ຊົນ​ທີ່​ບໍ່​ເຊື່ອ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ​ຢູ່​ທີ່​ພູ​ກະ​ໂຫລກ​ຫົວ. ພຣະ​ອົງ​ສາ​ມາດ​ສະ​ແດງ​ສິ່ງ​ມະ​ຫັດ​ສະ​ຈັນ​ດັ່ງ​ກ່າວ​ໄດ້. ແຕ່​ພຣະ​ອົງ​ໄດ້​ຮູ້​ທີ່​ສຸດ​ຕັ້ງ​ແຕ່​ຕອນ​ຕົ້ນ, ແລະ ພຣະ​ອົງ​ຕັ້ງ​ພຣະ​ໄທ​ທີ່​ຈະ​ຊື່​ສັດ​ຕໍ່​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ. ເຮົາ​ບໍ່​ຄວນ​ລົ້ມ​ເຫລວ​ທີ່​ຈະ​ເຂົ້າ​ໃຈ​ຕົວ​ຢ່າງ​ນີ້.

ຕໍ່​ເຮົາ​ໃນ​ເວ​ລາ​ທີ່​ມີ​ການ​ທົດ​ລອງ ພ​ຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ​ຮອຍ​ແຜ​ທີ່​ຖືກ​ແທງ​ຢູ່​ຂ້າງ​ຂອງ​ເຮົາ, ແລະ ຮອຍ​ຕະ​ປູ​ຢູ່​ໃນ​ມື ແລະ ຕີນ​ຂອງ​ເຮົາ​ນຳ​ອີກ; ຈົ່ງ​ຊື່​ສັດ, ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ສະ​ຫວັນ​ເປັນ​ມູນ​ມໍ​ລະ​ດົກ.”24 ນັ້ນ​ແຫລະ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄື​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ຖືກ​ສັນ​ຍາ​ໄວ້​ໃຫ້​ແກ່​ເຮົາ​ທຸກ​ຄົນ.

ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ນີ້ ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ຄວາມ​ຖ່ອມ​ຕົວ​ວ່າ ທ່ານ​ຈະ​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ໄຖ່​ໃນ​ຊີ​ວິດ​ຂອງ​ທ່ານ, ວ່າ​ຄຳ​ອຸ​ທອນ​ຂອງ​ທ່ານ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈະ​ໄດ້​ຮັບ​ຄຳ​ຕອບ​ດ້ວຍ​ຄວາມ​ຮັກ ແລະ ຄຳ​ໝັ້ນ​ສັນ​ຍາ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ຢືນ​ຢູ່​ຢ່າງ​ແນ່ວ​ແນ່ ແລະ ຊື່​ສັດ​ໃນ​ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ. ແລະ ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ​ວ່າ ສິ່ງ​ມະ​ຫັດ​ສະ​ຈັນ​ຈະ​ເກີດ​ຂຶ້ນ​ດັ່ງ​ທີ່​ພວກ​ເຮົາ​ໄດ້​ປະ​ສົບ​ຢູ່​ທີ່​ເມືອງ​ໂກ​ເຊັນ—ຖ້າ​ຫາກ​ວ່າ​ນັ້ນ​ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂໍ​ໃຫ້​ຊອກ​ຫາ​ພອນ​ທີ່​ມາ​ຈາກ​ສະ​ຫວັນ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ “ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ອົງ​ນີ້ ຜູ້​ຊຶ່ງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ຂຽນ​ໄວ້, ເພື່ອ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ນຳ​ອີກ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພວກ​ພຣະ​ອົງ, ຈະ​ຢູ່​ນຳ ແລະ ສະ​ຖິດ​ຢູ່​ໃນ​ທ່ານ​ຕະ​ຫລອດ​ໄປ.”25 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ