ຄວາມສະຫວ່າງຈະແນບສະໜິດຢູ່ກັບຄວາມສະຫວ່າງ
ຂະນະທີ່ເຮົາເພີ່ມພູນສັດທາຂອງເຮົາໃນພຣະຄຣິດ, ເຮົາໄດ້ຮັບແສງສະຫວ່າງຫລາຍຂຶ້ນເລື້ອຍໆຈົນກວ່າມັນຈະກຳຈັດຄວາມມືດມົນທັງໝົດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຊື່ນຊົມກັບທ່ານໃນວັນອາທິດອີດສະເຕີທີ່ເປັນພອນນີ້ ໃນການໄຕ່ຕອງເຖິງຄວາມສະຫວ່າງທີ່ສະຫງ່າລາສີສ່ອງແສງເທິງໂລກດ້ວຍການຟື້ນຄືນພຣະຊົນຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.
ລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ພຣະເຢຊູໄດ້ປະກາດວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ: ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ ແຕ່ຈະມີຄວາມສະຫວ່າງຂອງຊີວິດ.”1 ພຣະວິນຍານຂອງພຣະຄຣິດ “ຢູ່ໃນທຸກສິ່ງທັງປວງ [ແລະ] ໃຫ້ຊີວິດແກ່ທຸກສິ່ງທັງປວງ.”2 ມັນເອົາຊະນະຄວາມມືດມົນຊຶ່ງອາດອ້ອມຮອບເຮົາຖ້າຫາກບໍ່ມີຄວາມສະຫວ່າງ.
ເມື່ອຫລາຍປີກ່ອນ, ເພື່ອຊອກຫາການຜະຈົນໄພ, ຂ້າພະເຈົ້າ ແລະ ລູກຊາຍທັງສອງຂອງຂ້າພະເຈົ້າໄດ້ນຳພາກຸ່ມຊາຍໜຸ່ມໄປທີ່Moaning Cavern [ຖ້ຳຄວນຄາງ], ທີ່ໄດ້ມີຊື່ເອີ້ນຕາມສຽງສະທ້ອນທີ່ອອກຈາກປາກຖ້ຳຂອງມັນ. ມັນເປັນຖ້ຳທີ່ມີປ່ອງເປີດເລິກລົງໄປ 180-ຟຸດ (55 ແມັດ), ເປັນຖ້ຳປ່ອງທີ່ໃຫຍ່ທີ່ສຸດໃນລັດແຄລິໂຟເນຍ.
ມີພຽງແຕ່ສອງທາງລົງໄປໃນຖ້ຳເທົ່ານັ້ນຄື: ທາງລົງດ້ວຍຂັ້ນໄດວົງກົມທີ່ປອດໄພ ຫລື ການຢ່ອນເຊືອກລົງໄປຫາພື້ນຖ້ຳກໍໄດ້; ຂ້າພະເຈົ້າ ແລະ ລູກຊາຍຂອງຂ້າພະເຈົ້າເລືອກການຢ່ອນເຊືອກລົງໄປ. ລູກຊາຍຜູ້ໃຫຍ່ຂອງຂ້າພະເຈົ້າໄດ້ລົງໄປກ່ອນໃນຂະນະທີ່ລູກຊາຍຜູ້ນ້ອຍຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຕັ້ງໃຈວ່າຈະລົງສຸດທ້າຍໝູ່ ເພື່ອພວກເຮົາຈະໄດ້ລົງໄປພ້ອມກັນ.
ຫລັງຈາກຜູ້ນຳທ່ຽວຂອງພວກເຮົາໄດ້ແນະນຳ ແລະ ຮັກສາຄວາມປອດໄພຂອງພວກເຮົາດ້ວຍການມັດສາຍຮັດ ແລະ ຕ່ອງເຫລັກໃສ່ກັບເຊືອກທີ່ແຂງແຮງແລ້ວ, ພວກເຮົາຕ້ອງຫຍັບຖອຍຫລັງເຂົ້າໄປຈົນເຖິງຂອບສຸດຂອງປາກຖ້ຳ ແລະ ຮວບຮວມຄວາມໝັ້ນໃຈຂອງພວກເຮົາ, ເພາະນີ້ເປັນບ່ອນສຸດທ້າຍທີ່ຈະຫັນຫລັງກັບໄດ້ ແລະ ນີ້ເປັນບ່ອນສຸດທ້າຍທີ່ພວກເຮົາຈະສາມາດເຫັນແສງຕາເວັນຈາກປາກຖ້ຳ.
ຖ້າຫາກກ້າວຖອຍຫລັງອີກບາດກ້າວໜຶ່ງ ພວກເຮົາກໍຈະຕົກລົງໄປໃນຖ້ຳທີ່ສູງ ແລະ ກວ້າງພໍທີ່ຈະສາມາດກືນເອົາຮູບປັ້ນເທພີສັນຕິພາບໄດ້. ນະທີ່ນັ້ນພວກເຮົາຄ່ອຍຫ້ອຍລົງໝຸນໄປມາແບບຊ້າໆ ຂະນະທີ່ສາຍຕາຂອງພວກເຮົາໄດ້ປັບຕົວໃຫ້ເຂົ້າກັບສະພາບຂອງຄວາມມືດ. ຕອນທີ່ພວກເຮົາລົງໄປຕໍ່ໃນຖ້ຳ, ແສງໄຟຈາກດອກໄຟຟ້າໄດ້ສາດສ່ອງປະດັບຝາຫີນອ່ອນ ແລະ ຫີນຍ້ອຍເປັນທີ່ໜ້າຕື່ນຕາຕື່ນໃຈ.
ໂດຍທີ່ບໍ່ມີການເຕືອນໃດໆ, ທັນໃດນັ້ນດອກໄຟໄດ້ດັບລົງໝົດທຸກດວງ. ໂດຍທີ່ຢູ່ກົ້ນເຫວເລິກ, ພວກເຮົາຖືກກືນລົງໄປໃນຄວາມມືດມົນທີ່ພວກເຮົາບໍ່ສາມາດເບິ່ງເຫັນແມ່ນແຕ່ການຢື້ມືຈັບເອົາເຊືອກທີ່ຢູ່ຕໍ່ໜ້າຂອງພວກເຮົາກໍຕາມ. ມີສຽງຮ້ອງອອກມາທັນທີວ່າ, “ພໍ່, ພໍ່, ເຈົ້າຢູ່ທີ່ນັ້ນບໍ?”
“ພໍ່ຢູ່ນີ້, ລູກ; ພໍ່ຢູ່ນີ້ແຫລະ,” ຂ້າພະເຈົ້າຕອບ.
ການດັບໄຟແບບບໍ່ໃຫ້ຕັ້ງຕົວໄດ້ຖືກອອກແບບມາເພື່ອສະແດງໃຫ້ເຫັນວ່າປາດສະຈາກດອກໄຟຟ້າແລ້ວ, ຄວາມມືດຂອງຖ້ຳເຮັດໃຫ້ບໍ່ສາມາດເຂົ້າໄປໄດ້. ມັນເຫັນຜົນແທ້ໆ; ພວກເຮົາ “ຮູ້ສຶກໄດ້” ເຖິງຄວາມມືດມົນ. ເມື່ອແສງໄຟກັບຄືນມາ, ຄວາມມືດມົນນັ້ນກໍຫາຍໄປທັນທີ, ຄວາມມືດມົນຕ້ອງຍອມຈຳນົນ, ໃຫ້ກັບແມ່ນແຕ່ແສງທີ່ນ້ອຍນິດສະເໝີ. ຂ້າພະເຈົ້າ ແລະ ລູກຊາຍຂອງຂ້າພະເຈົ້າຍັງເຫລືອຄວາມຊົງຈຳຂອງຄວາມມືດມົນທີ່ພວກເຮົາບໍ່ເຄີຍຮູ້ເຫັນມາກ່ອນ, ພວກເຮົາຈະບໍ່ມີວັນລືມຄຸນຄ່າຂອງແສງ, ແລະ ຄວາມໝັ້ນໃຈວ່າເຮົາບໍ່ໄດ້ຢູ່ຄົນດຽວໃນຄວາມມືດ.
ການລົງໄປໃນຖ້ຳນັ້ນເບິ່ງແລ້ວເປັນຄືກັນກັບການເດີນທາງຂອງເຮົາ ໃນຄວາມເປັນມະຕະ. ເຮົາໄດ້ອອກຈາກແສງສະຫວ່າງທີ່ສະຫງ່າລາສີຂອງສະຫວັນ ແລະ ຜ່ານມ່ານແຫ່ງການຫລົງລືມລົງມາສູ່ໂລກທີ່ມືດມົນ. ພຣະບິດາເທິງສະຫວັນຂອງເຮົາບໍ່ໄດ້ປະຖິ້ມເຮົາໃນຄວາມມືດມົນແຕ່ໄດ້ສັນຍາວ່າຈະໃຫ້ແສງສະຫວ່າງແກ່ການເດີນທາງຂອງເຮົາຜ່ານທາງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ.
ເຮົາຮູ້ວ່າແສງຕາເວັນເປັນສິ່ງສຳຄັນຕໍ່ທຸກຊີວິດເທິງໂລກນີ້. ຄວາມສຳຄັນທີ່ເທົ່າທຽມກັບຊີວິດທາງວິນຍານຂອງເຮົາ ຄືແສງສະຫວ່າງທີ່ສ່ອງອອກມາຈາກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ໃນຄວາມຮັກທີ່ສົມບູນແບບຂອງພຣະອົງ, ພຣະເຈົ້າໄດ້ມອບແສງສະຫວ່າງຂອງພຣະຄຣິດໃຫ້ກັບທຸກຄົນ “ທີ່ມາສູ່ໂລກ”3 ເພື່ອພວກເຂົາຈະ “ຮຽນຮູ້ຄວາມດີຈາກຄວາມຊົ່ວ”4 ແລະ ໄດ້ຖືກກະຕຸ້ນເຕືອນ “ໃຫ້ເຮັດຄວາມດີຕໍ່ໄປ.”5 ແສງສະຫວ່າງນັ້ນ, ຈະເປີດເຜີຍຕົວມັນເອງຜ່ານທາງສິ່ງທີ່ເຮົາເອີ້ນວ່າຈິດສຳນຶກຂອງເຮົາ, ຮຽກຮ້ອງໃຫ້ເຮົາປະຕິບັດ ແລະ ເປັນຄົນດີຂຶ້ນ, ເພື່ອເປັນຕົວຂອງເຮົາເອງທີ່ດີທີ່ສຸດ.
ຂະນະທີ່ເຮົາເພີ່ມພູນສັດທາຂອງເຮົາໃນພຣະຄຣິດ, ເຮົາໄດ້ຮັບແສງສະຫວ່າງຫລາຍຂຶ້ນເລື້ອຍໆຈົນກວ່າມັນຈະກຳຈັດຄວາມມືດມົນທັງໝົດທີ່ອາດຈະອ້ອມຮອບຕົວເຮົາ. “ສິ່ງທີ່ມາຈາກພຣະເຈົ້າເປັນຄວາມສະຫວ່າງ; ແລະ ຄົນທີ່ໄດ້ຮັບຄວາມສະຫວ່າງ, ແລະ ດຳເນີນຢູ່ກັບພຣະເຈົ້າ, ຈະໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ; ແລະ ຄວາມສະຫວ່າງນັ້ນຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.”6
ແສງສະຫວ່າງຂອງພຣະຄຣິດກຽມພ້ອມເຮົາໃນການຮັບອິດທິພົນຂອງການປະຕິບັດສາດສະໜາກິດຂອງພຣະວິນຍານບໍລິສຸດ, ຊຶ່ງເປັນ “ອຳນາດຂອງພຣະເຈົ້າໃນການຍອມຮັບ … ຄວາມຈິງຂອງພຣະກິດຕິຄຸນ.”7 ສະມາຊິກອົງທີສາມ ຢູ່ໃນຝ່າຍພຣະເຈົ້າ, ພຣະວິນຍານບໍລິສຸດ “ເປັນພຣະກາຍທີ່ເປັນພຣະວິນຍານ.”8 ແຫລ່ງຂອງແສງສະຫວ່າງທີ່ໃຫຍ່ທີ່ສຸດທີ່ພຣະບິດາເທິງສະຫວັນຈະມອບໃຫ້ແກ່ທ່ານໃນຊ່ວງມະຕະ ຈະເປັນຜ່ານທາງພຣະວິນຍານບໍລິສຸດ, ຜູ້ຊຶ່ງອິດທິພົນຂອງພຣະອົງ “ຈະໃຫ້ຄວາມສະຫວ່າງແກ່ຄວາມຄິດຂອງທ່ານ [ແລະ] ເຮັດໃຫ້ຈິດວິນຍານຂອງທ່ານເຕັມໄປດ້ວຍຄວາມສຸກ.”9
ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຜ່ານທາງການຟື້ນຟູສິດອຳນາດຖານະປະໂລຫິດ, ທ່ານຮັບບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ. ຈາກນັ້ນແມ່ນ, ການວາງມືໃສ່ເທິງຫົວຂອງທ່ານ ແລະ “ຂອງປະທານແຫ່ງພຣະວິນຍານບໍລິສຸດ” ທີ່ບໍ່ອາດຈະກ່າວເຖິງໄດ້10 ຖືກມອບໃຫ້ທ່ານ.
ຫລັງຈາກນັ້ນ, ເມື່ອທ່ານປາດຖະໜາ ແລະ ການກະທຳຂອງທ່ານເຈາະຈົງຢູ່ທີ່ເສັ້ນທາງແຫ່ງພັນທະສັນຍາ, ແລ້ວພຣະວິນຍານບໍລິສຸດ, ຜູ້ຊຶ່ງເປັນເໝືອນດັ່ງແສງສະຫວ່າງໃນຕົວທ່ານ, ຈະເປີດເຜີຍ ແລະ ເປັນພະຍານເຖິງຄວາມຈິງ,11 ເຕືອນໄພອັນຕະລາຍ, ປອບໂຍນ12 ແລະ ຊຳລະໃຫ້ສະອາດ,13 ແລະໃຫ້ຄວາມສະຫງົບ14 ແກ່ຈິດວິນຍານຂອງທ່ານ.
ຍ້ອນວ່າ “ຄວາມສະຫວ່າງຈະແນບສະໜິດຢູ່ກັບຄວາມສະຫວ່າງ,”15 ຄວາມເປັນເພື່ອນສະເໝີໄປຂອງພຣະວິນຍານບໍລິສຸດຈະນຳພາທ່ານໃນການຕັດສິນໃຈທີ່ມີແນວໂນ້ມໃຫ້ທ່ານຢູ່ໃນແສງສະຫວ່າງ; ກົງກັນຂ້າມ, ການຕັດສິນໃຈໂດຍປາດສະຈາກການຊົງນຳຂອງພຣະວິນຍານບໍລິສຸດມີແນວໂນ້ມຈະນຳພາທ່ານໄປໃນເງົາ ແລະ ຄວາມມືດມົນ. ແອວເດີ ຣໍເບີດ ດີ ແຮວສ໌ ໄດ້ສິດສອນວ່າ, “ເມື່ອໃດທີ່ມີແສງສະຫວ່າງ, ຄວາມມືດກໍຈະສູນຫາຍໄປ ແລະ ຈຳຕ້ອງໝົດໄປ. ເມື່ອໃດທີ່ມີແສງສະຫວ່າງຂອງພຣະວິນຍານບໍລິສຸດສະຖິດຢູ່, ຄວາມມືດຂອງຊາຕານກໍຈະໝົດໄປ.”16
ຂ້າພະເຈົ້າຂໍແນະນຳວ່າ, ບາງທີ, ນີ້ແມ່ນເວລາທີ່ຈະຖາມຕົວເອງວ່າ: ເຮົາມີແສງສະຫວ່າງນັ້ນໃນຊີວິດຂອງເຮົາແລ້ວບໍ? ຖ້າຍັງບໍ່ມີ, ຄັ້ງລ່າສຸດທີ່ເຮົາເຄີຍມີແມ່ນເມື່ອໃດ?
ດັ່ງທີ່ແສງແດດອາບທົ່ວໂລກ, ເພື່ອຕໍ່ ແລະ ຄ້ຳຊູຊີວິດໃນແຕ່ລະວັນ, ທ່ານກໍສາມາດສ່ອງແສງພາຍໃນຕົວທ່ານ ເມື່ອທ່ານເລືອກທີ່ຈະຕິດຕາມພຣະອົງໃນແຕ່ລະວັນເຊັ່ນດຽວກັນ—ພຣະເຢຊູຄຣິດ.
ຢົດຢາດຂອງແສງຕາເວັນຈະເພີ່ມຂຶ້ນທຸກຄັ້ງເມື່ອທ່ານສະແຫວງຫາພຣະເຈົ້າໃນການອະທິຖານ; ສຶກສາພຣະຄຳພີເພື່ອ “ຟັງພຣະອົງ”;17 ເຮັດຕາມການຊີ້ນຳ ແລະ ການເປີດເຜີຍຈາກສາດສະດາທີ່ມີຊີວິດຢູ່ຂອງເຮົາ; ແລະ ເຊື່ອຟັງ ແລະ ຮັກສາພຣະບັນຍັດ ເພື່ອ “ດຳເນີນຊີວິດຕາມພິທີການທັງໝົດຂອງພຣະຜູ້ເປັນເຈົ້າ.”18
ທ່ານຈະເຊື້ອເຊີນແສງສະຫວ່າງທາງວິນຍານເຂົ້າສູ່ຈິດວິນຍານຂອງທ່ານ ແລະ ເຊື້ອເຊີນຄວາມສະຫງົບເຂົ້າສູ່ຊີວິດຂອງທ່ານ ທຸກເທື່ອທີ່ທ່ານກັບໃຈ. ຂະນະທີ່ທ່ານຮັບສ່ວນສິນລະລຶກໃນແຕ່ລະອາທິດເພື່ອຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ, ເພື່ອຈື່ຈຳພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ, ແສງສະຫວ່າງຂອງພຣະອົງຈະສາດສ່ອງໃນຕົວທ່ານ.
ມີແສງສະຫວ່າງຂອງດວງຕາເວັນໃນຈິດວິນຍານຂອງທ່ານທຸກຄັ້ງທີ່ທ່ານແບ່ງປັນພຣະກິດຕິຄຸນ ແລະ ກ່າວປະຈັກພະຍານຂອງທ່ານ. ທຸກຄັ້ງທີ່ທ່ານຮັບໃຊ້ຊຶ່ງກັນແລະກັນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ຄວາມອົບອຸ່ນຂອງພຣະອົງຈະເປັນທີ່ຮູ້ສຶກໄດ້ໃນໃຈຂອງທ່ານ. ຄວາມສະຫວ່າງຂອງພຣະບິດາເທິງສະຫວັນຈະສະຖິດຢູ່ໃນພຣະວິຫານທີ່ສັກສິດຂອງພຣະອົງສະເໝີ ແລະ ສະຖິດຢູ່ກັບທຸກຄົນທີ່ເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ. ຄວາມສະຫວ່າງຂອງພຣະອົງໃນຕົວທ່ານຈະຂະຫຍາຍດ້ວຍການກະທຳທີ່ມີຄວາມເມດຕາ, ດ້ວຍຄວາມອົດທົນ, ການໃຫ້ອະໄພ, ແລະ ຄວາມໃຈບຸນຂອງທ່ານ ແລະ ປະກົດຢູ່ໃນໃບໜ້າທີ່ມີຄວາມສຸກຂອງທ່ານ. ກົງກັນຂ້າມ, ເຮົາດຳເນີນຊີວິດໃນເງົາມືດເມື່ອເຮົາໃຈຮ້າຍໄວເກີນໄປ ຫລື ໃຫ້ອະໄພຊ້າເກີນໄປ. “ຂະນະທີ່ທ່ານມຸ້ງໜ້າໄປສູ່ແສງສະຫວ່າງຂອງດວງຕາເວັນ, ເງົາມືດບໍ່ສາມາດເຮັດຫຍັງໄດ້ ແຕ່ຈະຜ່າຍແພ້ໃຫ້ກັບທ່ານ.”19
ຂະນະທີ່ທ່ານດຳລົງຊີວິດຢູ່ໃນຄຸນງາມຄວາມດີຂອງຄວາມເປັນເພື່ອນສະເໝີໄປຂອງພຣະວິນຍານບໍລິສຸດ, ທ່ານໄດ້ “ຂະຫຍາຍຄວາມສາມາດທາງວິນຍານຂອງທ່ານ ເພື່ອຈະໄດ້ຮັບການເປີດເຜີຍ” ຢ່າງແທ້ຈິງ.20
ຊີວິດຈະມີການທ້າທາຍ ແລະ ຄວາມຜ່າຍແພ້, ແລະ ເຮົາທຸກຄົນຕ້ອງປະເຊີນໜ້າກັບວັນແຫ່ງຄວາມມືດມົນ ແລະ ພະຍຸ. ຜ່ານເລື່ອງລາວທັງໝົດນີ້, ຖ້າເຮົາ “ໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງເຮົາ,”21 ແສງສະຫວ່າງຂອງພຣະວິນຍານບໍລິສຸດຈະເປີດເຜີຍວ່າ ການທົດລອງຂອງເຮົາມີຈຸດປະສົງ ແລະ ມີຄວາມໝາຍ ແລະ ວ່າໃນທີ່ສຸດມັນຈະປ່ຽນແປງເຮົາໃຫ້ດີຂຶ້ນ, ເປັນຄົນທີ່ສົມບູນແບບຫລາຍຂຶ້ນດ້ວຍສັດທາທີ່ໝັ້ນຄົງກວ່າເກົ່າ ແລະ ຄວາມຫວັງທີ່ກະຈ່າງແຈ້ງກວ່າເກົ່າໃນພຣະຄຣິດ, ໂດຍທີ່ຮູ້ວ່າພຣະເຈົ້າໄດ້ຢູ່ໃນມື້ທີ່ມືດມົນທັງໝົດກັບເຮົາຕະຫລອດມາ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ແນະນຳວ່າ, “ການຂະຫຍາຍຕົວຂອງຄວາມມືດມົນ ຊຶ່ງມາກັບຄວາມລຳບາກ ໄດ້ເຮັດໃຫ້ຄວາມສະຫວ່າງຂອງພຣະເຢຊູຄຣິດຮຸ່ງແຈ້ງຫລາຍກວ່າເກົ່າ.”22
ລະດູການຂອງຊີວິດເຮົາສາມາດນຳເຮົາໄປສູ່ບ່ອນທີ່ບໍ່ຄາດຄິດ ແລະ ບໍ່ເພິ່ງປາດຖະໜາ. ຖ້າຄວາມຜິດບາບໄດ້ນຳພາທ່ານໄປເຖິງຈຸດນັ້ນ, ໃຫ້ເປີດຜ້າກັ້ງແຫ່ງຄວາມມືດມົນນັ້ນ ແລະ ເລີ່ມຕົ້ນບັດນີ້ດ້ວຍຄວາມຖ່ອມຕົວ ເພື່ອເຂົ້າຫາພຣະບິດາເທິງສະຫວັນຂອງທ່ານດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ແລະ ກັບໃຈ. ພຣະອົງຈະໄດ້ຍິນຄຳອະທິຖານທີ່ຈິງໃຈຂອງທ່ານ. ດ້ວຍຄວາມກ້າຫານໃນມື້ນີ້, “ຈົ່ງເຂົ້າໃກ້ [ພຣະອົງ] ແລ້ວ [ພຣະອົງ] ຈະເຂົ້າໃກ້ທ່ານ.”23 ເຮົາບໍ່ໄດ້ຢູ່ໄກກວ່າອຳນາດທີ່ປິ່ນປົວແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ.
ຂ້າພະເຈົ້າເຕີບໃຫຍ່ມາຈາກພໍ່ແມ່ຜູ້ປະເສີດ ແລະ ບັນພະບຸລຸດທີ່ຊື່ສັດ ຜູ້ທີ່ໄດ້ຕອບຮັບແສງສະຫວ່າງຂອງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ແລະ ຊີວິດຂອງພວກເພິ່ນໄດ້ຮັບພອນ ແລະ ລຸ້ນລູກຫລານກໍໄດ້ເຮັດຕາມ ດ້ວຍຄວາມຍຶດໝັ້ນທາງວິນຍານ. ພໍ່ຂອງຂ້າພະເຈົ້າມັກເລົ່າເລື່ອງກ່ຽວກັບພໍ່ຂອງເພິ່ນຢູ່ສະເໝີ, ພໍ່ຕູ້ປູ່ ມາຍໂລ ທີ ໄດ້ສ໌, ແລະ ໄດ້ບອກເຖິງສັດທາຂອງພໍ່ຕູ້ປູ່ ໃນພຣະເຈົ້າ ທີ່ຊ່ວຍເປັນແສງສະຫວ່າງໃຫ້ກັບເພິ່ນຕະຫລອດທັງເວັນ ແລະ ຄືນແນວໃດ. ພໍ່ຕູ້ປູ່ເປັນຜູ້ຮັກສາປ່າ ແລະ ມັກຂີ່ລົດອອກໄປເທິງພູຄົນດຽວ, ໂດຍມອບຊີວິດຂອງເພິ່ນໃຫ້ພຣະເຈົ້າດູແລຢ່າງບໍ່ສົງໄສ.
ໃນທ້າຍລະດູໃບໄມ້ຫລົ່ນປີໜຶ່ງ, ພໍ່ຕູ້ປູ່ໄດ້ຂຶ້ນໄປພູເຂົາສູງຄົນດຽວ. ລະດູໜາວໄດ້ເລີ່ມປະກົດ ເມື່ອເພິ່ນໄດ້ໃສ່ອານມ້າໂຕທີ່ເພິ່ນມັກທີ່ສຸດ, ຊື່ວ່າ ໂອນພຣິນສ໌, ແລະ ໄດ້ຂີ່ອອກໄປຫາໂຮງເລື່ອຍ ເພື່ອຊັ່ງນ້ຳໜັກ ແລະ ວັດແທກທ່ອນໄມ້ກ່ອນທີ່ຈະເລື່ອຍເປັນແຜ່ນໆ.
ໃນຕອນຄ່ຳ, ເພິ່ນໄດ້ເຮັດວຽກສຳເລັດແລ້ວ ແລະ ກໍຂີ່ມ້າກັບຄືນມາ. ໃນເວລານັ້ນ, ອຸນຫະພູມເລີ່ມລົດລົງ ແລະ ພະຍຸຫິມະທີ່ຮ້າຍແຮງໄດ້ປົກຄຸມໄປທົ່ວພູເຂົາ. ໂດຍທີ່ປາດສະຈາກແສງສະຫວ່າງພ້ອມທັງບໍ່ເຫັນເສັ້ນທາງ, ເພິ່ນໄດ້ຫັນມ້າພຣິນສ໌ ກັບຄືນໄປທິດທາງທີ່ເພິ່ນຄິດວ່າອາດຈະນຳເພິ່ນກັບຄືນໄປຫາສະຖານີຮັກສາປ່າ.
ຫລັງຈາກການເດີນທາງຫລາຍກິໂລແມັດໃນຄວາມມືດ, ມ້າພຣິນສ໌ ໄດ້ຄ່ອຍຍ່າງ, ແລ້ວກໍໄດ້ຢຸດ. ພໍ່ຕູ້ປູ່ໄດ້ກະຕຸ້ນມ້າພຣິນສ໌ໃຫ້ເດີນທາງຕໍ່ໄປຊ້າໆ, ແຕ່ມ້າກໍປະຕິເສດ. ດ້ວຍຫິມະປົກຄຸມຈົນເບິ່ງບໍ່ເຫັນຫຍັງ, ພໍ່ຕູ້ປູ່ຮູ້ວ່າເພິ່ນຕ້ອງການຄວາມຊ່ວຍເຫລືອຈາກພຣະເຈົ້າ. ຕາມທີ່ເພິ່ນເຄີຍເຮັດຜ່ານມາໃນຊີວິດຂອງເພິ່ນ, ເພິ່ນໄດ້ຖ່ອມຕົວລົງ “ຂໍດ້ວຍສັດທາ, ຢ່າໃຫ້ມີໃຈສົງໄສ.”24 ສຸລະສຽງແຜ່ວເບົາໄດ້ຕອບວ່າ, “ມາຍໂລ, ປ່ອຍຫົວຂອງມ້າພຣິນສ໌.” ພໍ່ຕູ້ປູ່ໄດ້ເຊື່ອຟັງ, ແລະ ຂະນະທີ່ເພິ່ນໄດ້ຍານເຊືອກມ້າລົງ, ມ້າພຣິນສ໌ ໄດ້ໝູນໄປອ້ອມໆ ແລະ ໄດ້ກະໂດດອອກໄປທິດທາງອື່ນ. ຫລາຍຊົ່ວໂມງຕໍ່ມາ, ມ້າພຣິນສ໌ໄດ້ຢຸດ ແລະ ກົ້ມຫົວລົງ. ຜ່ານການຂີ່ມ້າຜ່າຫິມະ, ພໍ່ຕູ້ປູ່ໄດ້ເຫັນວ່າພວກເພິ່ນໄດ້ໄປຮອດໜ້າຮົ້ວຂອງສະຖານີຮັກສາປ່າຢ່າງປອດໄພ.
ເມື່ອຕາເວັນຂຶ້ນຍາມເຊົ້າ, ພໍ່ຕູ້ປູ່ໄດ້ກັບຄືນໄປຕາມຮອຍຕີນຂອງມ້າພຣິນສ໌ ໃນຫິມະ. ເພິ່ນໄດ້ຕົກໃຈຕອນທີ່ເພິ່ນໄດ້ພົບວ່າ ບ່ອນທີ່ເພິ່ນປ່ອຍຫົວຂອງມ້າພຣິນສ໌: ມັນເປັນບ່ອນທີ່ໃກ້ກັບປາກເຫວ, ທີ່ຖ້າຍ່າງໄປອີກແມ່ນແຕ່ກ້າວດຽວ ອາດນຳໄປສູ່ຄວາມຕາຍທັງມ້າ ແລະ ທັງຜູ້ຂີ່ໃນພື້ນໜ້າຜາທີ່ເຕັມໄປດ້ວຍກ້ອນຫີນ.
ອີງຕາມປະສົບການນັ້ນ ແລະ ອື່ນໆອີກຫລາຍຢ່າງ, ພໍ່ຕູ້ປູ່ໄດ້ແນະນຳວ່າ “ຄູ່ຂາທີ່ດີທີ່ສຸດ ແລະ ຍິ່ງໃຫຍ່ທີ່ສຸດທີ່ເຈົ້າເຄີຍມີມາຄືພຣະບິດາຜູ້ສະຖິດໃນສະຫວັນຂອງເຈົ້າ” ເມື່ອພໍ່ຂອງຂ້າພະເຈົ້າເລົ່າເລື່ອງຂອງພໍ່ຕູ້ປູ່ເທື່ອໃດ, ຂ້າພະເຈົ້າຈື່ໄດ້ວ່າເພິ່ນຈະອ້າງເຖິງພຣະຄຳພີຂໍ້ນີ້:
“ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ, ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ.
“ຈົ່ງລະນຶກເຖິງພຣະຜູ້ເປັນເຈົ້າໃນທຸກສິ່ງທີ່ເຈົ້າກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”25
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດຄືແສງສະຫວ່າງອັນເປັນນິດທີ່ຍັງຄົງ “ສ່ອງແສງໃນຄວາມມືດມົນ.”26 ບໍ່ມີຄວາມມືດໃດທີ່ສາມາດສະກັດກັ້ນ, ດັບມອດ, ມີພະລັງເໜືອກວ່າ, ຫລື ເອົາຊະນະແສງສະຫວ່າງໄດ້. ພຣະບິດາເທິງສະຫວັນຂອງເຮົາໄດ້ສະເໜີມອບແສງສະຫວ່າງນັ້ນໃຫ້ກັບທ່ານຢ່າງບໍ່ເອົາຄ່າຕອບແທນ. ທ່ານບໍ່ເຄີຍຢູ່ຄົນດຽວຕາມລຳພັງ. ພຣະອົງຮັບຟັງ ແລະ ຕອບທຸກໆຄຳອະທິຖານ. ພຣະອົງ “ໄດ້ເອີ້ນທ່ານອອກຈາກຄວາມມືດ ເຂົ້າສູ່ຄວາມສະຫວ່າງທີ່ຍິ່ງໃຫຍ່ຂອງພຣະອົງ.”27 ເມື່ອທ່ານຖາມວ່າ, “ພຣະບິດາ, ພຣະບິດາເອີຍ, ພຣະອົງຢູ່ທີ່ນັ້ນບໍ?” ພຣະອົງຈະຕອບວ່າ, “ພຣະບິດາຢູນີ້, ລູກເອີຍ, ພຣະບິດາຢູ່ນີ້ແຫລະ.”
ຂ້າພະເຈົ້າເປັນພະຍານວ່າພຣະເຢຊູຄຣິດໄດ້ສຳເລັດແຜນຂອງພຣະບິດາເທິງສະຫວັນໃນການເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ;28 ພຣະອົງຄືແສງສະຫວ່າງຂອງເຮົາ, ຊີວິດຂອງເຮົາ, ແລະ ຫົນທາງຂອງເຮົາ. ແສງສະຫວ່າງຂອງພຣະອົງຈະບໍ່ມີວັນມືດມົວ;29 ລັດສະໝີພາບຂອງພຣະອົງຈະບໍ່ມີວັນຢຸດລົງ; ຄວາມຮັກທີ່ພຣະອົງມີໃຫ້ທ່ານນັ້ນຄືນິລັນດອນ—ມື້ວານນີ້, ມື້ນີ້, ແລະ ຕະຫລອດໄປ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.