ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ເຢ​ຊູ​ຄຣິດ: ຜູ້​ດູ​ແລ​ຈິດ​ວິນ​ຍານ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ພຣະ​ເຢ​ຊູ​ຄຣິດ: ຜູ້​ດູ​ແລ​ຈິດ​ວິນ​ຍານ​ຂອງ​ເຮົາ

ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ​ຢ່າງ​ຈິງ​ໃຈ, ເຮົາ​ອະ​ນຸ​ຍາດ​ໃຫ້​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ມີ​ຜົນ​ດີ​ຄົບ​ຖ້ວນ​ໃນ​ຊີ​ວິດ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ເຊົ້າ​ວັນ​ອີດ​ສະ​ເຕີ​ທີ່​ຮຸ່ງ​ໂລດ​ມື້​ນີ້ ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ປິ​ຕິ​ຍິນ​ດີ​ເມື່ອ​ຈື່​ຈຳ​ການ​ກະ​ທຳ​ທີ່​ປະ​ເສີດ​ສຸດ, ສະ​ຫງ່າ​ລາ​ສີ​ທີ່​ສຸດ, ເໜືອ​ທີ່​ຈະ​ວັດ​ແທກ​ໄດ້ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ—ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ຖ້ອຍ​ຄຳ​ທີ່​ໂດດ​ເດັ່ນ​ຂອງ​ສາດ​ສະ​ດາ​ເອ​ຊາ​ຢາ ຂະ​ຫຍາຍ​ຄວາມ​ຍິ່ງ​ໃຫຍ່ ແລະ ບໍ່​ເຫັນ​ແກ່​ຕົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ເອື້ອ​ອາ​ທອນ ແລະ ເສຍ​ສະ​ລະ​ເພື່ອ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ວ່າ:

“ແທ້​ຈິງ​ທ່ານ​ທົນ​ຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ, ແລະ ທົນ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ສົມ​ຄວນ​ໄດ້​ຮັບ: ຄວາມ​ລຳ​ບາກ​ທີ່​ທ່ານ​ຮັບ​ເອົາ​ນັ້ນ​ພວກ​ເຮົາ​ຄິດ​ຢູ່​ສະ​ເໝີ​ວ່າ​ເປັນ​ການ​ລົງ​ໂທດ​ມາ​ຈາກ​ພຣະ​ເຈົ້າ.

“ແຕ່​ຍ້ອນ​ການ​ບາບ​ຂອງ​ພວກ​ເຮົາ​ນັ້ນ ທ່ານ​ຈຶ່ງ​ໄດ້​ຮັບ​ບາດ​ເຈັບ, ຖືກ​ຂ້ຽນ​ຖືກ​ຕີ​ຍ້ອນ​ການ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ: ພວກ​ເຮົາ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ດີ ຍ້ອນ​ໂທດ​ກຳ​ທີ່​ທ່ານ​ຮັບ; ດີ​ປົກ​ກະ​ຕິ​ຍ້ອນ​ການ​ຕົບ​ຕີ​ທີ່​ທ່ານ​ຮັບ​ເອົາ.”1

ໂດຍ​ການ​ອາ​ສາ​ຮັບ​ເອົາ​ບາບ​ຂອງ​ມະ​ນຸດ​ຊາດ​ທັງ​ປວງ​ດ້ວຍ​ຕົວ​ພຣະ​ອົງ​ເອງ, ໂດຍ​ການ​ຖືກ​ຄຶງ​ທີ່​ໄມ້​ກາງ​ແຂນ​ຢ່າງ​ທາ​ລຸນ, ແລະ ໂດຍ​ການ​ເອົາ​ຊະ​ນະ​ຄວາມ​ຕາຍ​ຢ່າງ​ມີ​ໄຊ​ໃນ​ມື້​ທີ​ສາມ,2 ພຣະ​ເຢ​ຊູ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ທີ່​ສັກ​ສິດ​ຫລາຍ​ຂຶ້ນ​ຕໍ່​ພິ​ທີ​ການ​ປັດ​ສະ​ຄາ ທີ່​ໄດ້​ຖືກ​ມອບ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ.3 ໃນ​ການ​ບັນ​ລຸ​ຄຳ​ທຳ​ນາຍ, ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ອົງ​ເອງ ໃຫ້​ເປັນ​ການ​ເສຍ​ສະ​ລະ​ຄັ້ງ​ສຸດ​ທ້າຍ​ທີ່​ຍິ່ງ​ໃຫຍ່,4 ເພື່ອ​ຢືນ​ຢັນ​ເຄື່ອງ​ໝາຍ​ແບບ​ດັ້ງ​ເດີມ ທີ່​ຖືກ​ໃຊ້​ໃນ​ການ​ສະ​ຫລອງ​ງານ​ປັດ​ສະ​ຄາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.5 ໃນ​ການ​ກະ​ທຳ​ດັ່ງ​ນີ້, ພຣະ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ທັງ​ທາງ​ພຣະ​ກາຍ ແລະ ພຣະ​ວິນ​ຍານ ທີ່​ເກີນ​ກວ່າ​ຄວາມ​ນຶກ​ຄິດ​ຂອງ​ມະ​ນຸດ​ຈະ​ເຂົ້າ​ໃຈ​ໄດ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ໄດ້​ກ່າວ​ວ່າ:

“ເພາະ​ຈົ່ງ​ເບິ່ງ, ເຮົາ​ພຣະ​ເຈົ້າ, ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ເຫລົ່າ​ນີ້​ແທນ​ທຸກ​ຄົນ, …

“ຊຶ່ງ​ຄວາມ​ທຸກ​ທໍ​ລະ​ມານ​ເຮັດ​ໃຫ້​ຕົວ​ເຮົາ​ເອງ, ແມ່ນ​ແຕ່​ພຣະ​ເຈົ້າ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ແລະ ທົນ​ທຸກ​ທໍ​ລະ​ມານ​ທັງ​ຮ່າງ​ກາຍ ແລະ ວິນ​ຍານ—ແລະ ປາດ​ຖະ​ໜາ​ທີ່​ເຮົາ​ຈະ​ບໍ່​ຕ້ອງ​ດື່ມ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ, ແລະ ຢຸດ​ສະ​ຫງັກ​ຢູ່—

“ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ​ສະ​ໝີ​ພາບ​ຈົ່ງ​ມີ​ແດ່​ພຣະ​ບິ​ດາ, ແລະ ເຮົາ​ໄດ້​ຮັບ​ເອົາ ແລະ ໄດ້​ສຳ​ເລັດ​ການ​ຕຽມ​ຂອງ​ເຮົາ​ເພື່ອ​ລູກ​ຫລານ​ມະ​ນຸດ.”6

ພຣະ​ຄຣິດ​ໄດ້​ສຳ​ເລັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ດ້ວຍ​ຄວາມ​ກະ​ລຸ​ນາ7 ຜ່ານ​ທາງ​ການ​ຊົດ​ໃຊ້​ທີ່​ບໍ່​ມີ​ຂອບ​ເຂດ ແລະ ມີ​ເມດ​ຕາ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ​ທາງ​ພຣະ​ກາຍ ແລະ ພຣະ​ວິນ​ຍານ,8 ທີ່​ຖືກ​ນຳ​ມາ​ສູ່​ໂລກ​ຜ່ານ​ທາງ​ການ​ຕົກ,9 ສະ​ເໜີ​ມອບ​ຄວາມ​ເປັນ​ໄປ​ໄດ້​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ຄວາມ​ລອດ​ນິ​ລັນ​ດອນ​ໃຫ້​ແກ່​ເຮົາ.10

ພຣະ​ເຢ​ຊູ​ໄດ້​ເປັນ​ຜູ້​ດຽວ​ທີ່​ສາ​ມາດ​ສຳ​ເລັດ​ການ​ເສຍ​ສະ​ລະ​ນິ​ລັນ​ດອນ ແລະ ສົມ​ບູນ​ແບບ​ນີ້​ໃຫ້​ແກ່​ເຮົາ​ທຸກ​ຄົນ.11 ພຣະ​ອົງ​ຖືກ​ເລືອກ ແລະ ຖືກ​ແຕ່ງ​ຕັ້ງ​ຢູ່​ໃນ​ກອງ​ປະ​ຊຸມ​ມະ​ຫາ​ສານ​ໃນ​ສະ​ຫວັນ, ແມ່ນ​ແຕ່​ກ່ອນ​ໂລກ​ນີ້​ຖືກ​ສ້າງ.12 ນອກ​ເໜືອ​ຈາກ​ນັ້ນ, ໂດຍ​ການ​ກຳ​ເນີດ​ຈາກ​ມານ​ດາ​ທີ່​ເປັນ​ມະ​ນຸດ, ພຣະ​ອົງ​ໄດ້​ຮັບ​ການ​ສິ້ນ​ພຣະ​ຊົນ​ທາງ​ພຣະ​ກາຍ, ແຕ່​ຈາກ​ພຣະ​ເຈົ້າ, ໃນ​ຖາ​ນະ​ທີ່​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ, ພຣະ​ອົງ​ໄດ້​ຮັບ​ອຳ​ນາດ​ທີ່​ຈະ​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເອງ ແລະ ແລ້ວ​ຮັບ​ເອົາ​ມັນ​ຄືນ​ມາ​ໄດ້.13 ນອກ​ຈາກ​ນັ້ນ, ພຣະ​ຄຣິດ​ໄດ້​ດຳ​ລົງ​ພຣະ​ຊົນ​ຊີບ​ທີ່​ດີ​ພ້ອມ ທີ່​ບໍ່​ມີ​ມົນ​ທິນ ແລະ, ສະ​ນັ້ນ, ຈຶ່ງ​ຖືກ​ຍົກ​ເວັ້ນ​ຈາກ​ການ​ຮຽກ​ຮ້ອງ​ຂອງ​ຄວາມ​ຍຸດ​ຕິ​ທຳ​ຈາກ​ສະ​ຫວັນ.14 ໃນ​ໂອ​ກາດ​ໜຶ່ງ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ:

“ຄວາມ​ລອດ​ຈະ​ມາ​ສູ່​ໂລກ​ບໍ່​ໄດ້​ປາດ​ສະ​ຈາກ​ການ​ໄກ່​ເກ່ຍ​ຂອງ​ພຣະ​ເຢ​ຊູ​ຄຣິດ.

“ພຣະ​ເຈົ້າ … ໄດ້​ຕຽມ​ການ​ເສຍ​ສະ​ລະ ໃນ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ​ເອງ, ຜູ້​ຈະ​ຖືກ​ສົ່ງ​ມາ​ຕາມ​ການ​ເວ​ລາ ເພື່ອ … ເປີດ​ປະ​ຕູ​ໃຫ້​ມະ​ນຸດ​ສາ​ມາດ​ເຂົ້າ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”15

ເຖິງ​ແມ່ນ​ວ່າ​ຜ່ານ​ທາງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຖອນ​ຜົນ​ສະ​ທ້ອນ​ຂອງ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ໂດຍ​ບໍ່​ມີ​ເງື່ອນ​ໄຂ,16 ພຣະ​ອົງ​ບໍ່​ໄດ້​ກຳ​ຈັດ​ຄວາມ​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ຂອງ​ເຮົາ​ທີ່​ຈະ​ກັບ​ໃຈ​ຈາກ​ບາບ​ທີ່​ເຮົາ​ໄດ້​ກະ​ທຳ​ລົງ​ໄປ.17 ແຕ່, ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ເຮົາ​ດ້ວຍ​ຄວາມ​ຮັກ ເພື່ອ​ໃຫ້​ຄືນ​ດີ​ກັບ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ. ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ປະ​ສົບ​ການ​ປ່ຽນ​ແປງ​ທີ່​ຍິ່ງ​ໃຫຍ່​ຂອງ​ຄວາມ​ຄິດ ແລະ ຫົວ​ໃຈ, ທີ່​ນຳ​ທັດ​ສະ​ນະ​ຄະ​ຕິ​ໃໝ່​ມາ​ໃຫ້, ທັງ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ຊີ​ວິດ​ໂດຍ​ທົ່ວ​ໄປ.18 ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ​ຢ່າງ​ຈິງ​ໃຈ, ຫັນ​ຫົວ​ໃຈ ແລະ ຄວາມ​ປະ​ສົງ​ຂອງ​ເຮົາ​ມາ​ຫາ​ພຣະ​ເຈົ້າ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ອົງ ແລະ ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຫລາຍ​ຂຶ້ນ. ດ້ວຍ​ຄວາມ​ເມດ​ຕາ, ເຮົາ​ຈະ​ຫລີກ​ລ້ຽງ​ການ​ໄດ້​ປະ​ສົບ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອົດ​ທົນ​ຕໍ່.19

ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ທີ່​ມີ​ໃຫ້​ລູກໆ​ຂອງ​ພຣະ​ອົງ ແລະ ເປັນ​ການ​ສາ​ທິດ​ອຳ​ນາດ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ບາບ​ທີ່​ເຮົາ​ກະ​ທຳ​ລົງ​ໄປ. ມັນ​ຍັງ​ເປັນ​ຫລັກ​ຖານ​ຂອງ​ຄວາມ​ອົດ​ທົນ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ບິ​ດາ​ທີ່​ຊົງ​ຮັກ​ຂອງ​ເຮົາ ສຳ​ລັບ​ຄວາມ​ອ່ອນ​ແອ ແລະ ຈຸດ​ອ່ອນ​ແອ​ທີ່​ເປັນ​ມະ​ນຸດ​ຂອງ​ເຮົາ​ນຳ​ອີກ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ, ໄດ້​ອ້າງ​ເຖິງ​ຂອງ​ປະ​ທານ​ນີ້​ວ່າ​ເປັນ “ສິ່ງ​ທີ່​ນຳ​ເຮົາ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ.”20

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ​ຢ່າງ​ຈິງ​ໃຈ,21 ເຮົາ​ອະ​ນຸ​ຍາດ​ໃຫ້​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ມີ​ຜົນ​ດີ​ຄົບ​ຖ້ວນ​ໃນ​ຊີ​ວິດ​ຂອງ​ເຮົາ.22 ເຮົາ​ຈະ​ເປັນ​ອິດ​ສະ​ລະ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ບາບ, ພົບ​ເຫັນ​ຄວາມ​ສຸກ​ໃນ​ການ​ເດີນ​ທາງ​ຂອງ​ເຮົາ​ຢູ່​ເທິງ​ໂລກ, ແລະ ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ​ນິ​ລັນ​ດອນ, ຊຶ່ງ​ຖືກ​ກະ​ກຽມ​ໄວ້​ຈາກ​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ໃຫ້​ແກ່​ທຸກໆ​ຄົນ ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ມາ​ຫາ​ພຣະ​ອົງ.23

ນອກ​ເໜືອ​ໄປ​ຈາກ​ການ​ພິ​ສູດ​ຂອງ​ປະ​ທານ​ແຫ່ງ​ຄວາມ​ລອດ​ທີ່​ສະ​ຫງ່າ​ລາ​ສີ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເໜີ​ມອບ​ການ​ບັນ​ເທົາ ແລະ ການ​ປອບ​ໂຍນ​ໃຫ້​ແກ່​ເຮົາ ຂະ​ນະ​ທີ່​ເຮົາ​ປະ​ເຊີນ​ໜ້າ​ກັບ​ຄວາມ​ທຸກ​ທໍ​ລະ​ມານ, ການ​ລໍ້​ລວງ, ແລະ ຄວາມ​ອ່ອນ​ແອ​ຂອງ​ຊີ​ວິດ​ມະ​ຕະ, ລວມ​ທັງ​ສະ​ຖາ​ນະ​ການ​ທີ່​ເຮົາ​ໄດ້​ປະ​ສົບ​ມາ​ເມື່ອ​ບໍ່​ດົນ​ມາ​ນີ້ ລະ​ຫວ່າງ​ການ​ລະ​ບາດ​ໃນ​ປະ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ພຣະ​ຄຣິດ​ຮັບ​ຮູ້​ຄວາມ​ຍາກ​ລຳ​ບາກ​ທີ່​ເຮົາ​ປະ​ສົບ​ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້​ສະ​ເໝີ. ພຣະ​ອົງ​ເຂົ້າ​ໃຈ​ຄວາມ​ຂົມ​ຂື່ນ, ຄວາມ​ທຸກ​ທໍ​ລະ​ມານ, ແລະ ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ທັງ​ໝົດ ຕະ​ຫລອດ​ທັງ​ການ​ທ້າ​ທາຍ​ທາງ​ອາ​ລົມ ແລະ ທາງ​ວິນ​ຍານ​ທີ່​ເຮົາ​ປະ​ເຊີນ​ໜ້າ​ຢູ່. ອຸ​ທອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ, ແລະ ພຣະ​ອົງ​ກໍ​ພ້ອມ​ສະ​ເໝີ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ. ສິ່ງ​ນີ້​ເປັນ​ໄປ​ໄດ້ ຍ້ອນ​ວ່າ​ພຣະ​ອົງ​ໄດ້​ປະ​ເຊີນ​ກັບ​ມັນ​ດ້ວຍ​ຕົວ​ພຣະ​ອົງ​ເອງ ແລະ ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ​ຄວາມ​ອ່ອນ​ແອ ແລະ ຄວາມ​ເຈັບ​ໄຂ້​ຂອງ​ເຮົາ.24

ດ້ວຍ​ພຣະ​ໄທ​ທີ່​ອ່ອນ​ໂຍນ ແລະ ຖ່ອມ​ຕົນ, ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ໄປ​ຕ່ຳ​ກວ່າ​ທຸກ​ສິ່ງ ແລະ ໄດ້​ຍອມ​ຮັບ​ເອົາ​ການ​ຖືກ​ດູ​ຖູກ, ຖືກ​ປະ​ຕິ​ເສດ, ແລະ ຖືກ​ເຮັດ​ໃຫ້​ອັບ​ອາຍ​ໂດຍ​ມະ​ນຸດ, ໄດ້​ຖືກ​ບາດ​ເຈັບ​ເພາະ​ການ​ລ່ວງ​ລະ​ເມີດ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ເຮົາ. ພຣະ​ອົງ​ໄດ້​ທົນ​ທຸກ​ກັບ​ສິ່ງ​ເຫລົ່າ​ນີ້​ເພື່ອ​ທຸກ​ຄົນ, ຮັບ​ເອົາ​ບາບ​ທັງ​ໝົດ​ຂອງ​ໂລກ,25 ດັ່ງ​ນັ້ນ​ຈຶ່ງ​ກາຍ​ເປັນ​ຜູ້​ດູ​ແລ​ທີ່​ຍິ່ງ​ໃຫຍ່​ທາງ​ວິນ​ຍານ​ຂອງ​ເຮົາ.

ເມື່ອ​ເຮົາ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ, ຍອມ​ໃຫ້​ພຣະ​ອົງ​ດູ​ແລ​ເຮົາ​ທາງ​ວິນ​ຍານ, ແລ້ວ​ເຮົາ​ຈະ​ສາ​ມາດ​ຮັບ​ເອົາ​ແອກ​ຂອງ​ພຣະ​ອົງ, ຊຶ່ງ​ພໍ​ເໝາະ, ແລະ ພາ​ລະ​ຂອງ​ພຣະ​ອົງ​ກໍ​ເບົາ, ດັ່ງ​ນັ້ນ​ຈຶ່ງ​ໄດ້​ພົບ​ການ​ປອບ​ໂຍນ ແລະ ການ​ພັກ​ຜ່ອນ​ທີ່​ຖືກ​ສັນ​ຍາ​ໄວ້. ຍິ່ງ​ໄປ​ກວ່າ​ນັ້ນ, ເຮົາ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງ​ການ ເພື່ອ​ເອົາ​ຊະ​ນະ​ຄວາມ​ລຳ​ບາກ, ຄວາມ​ອ່ອນ​ແອ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ຊີ​ວິດ, ຊຶ່ງ​ເປັນ​ເລື່ອງ​ຍາກ​ເກີນ​ກວ່າ​ຈະ​ອົດ​ທົນ​ໄດ້ ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ ແລະ ອຳ​ນາດ​ທີ່​ປິ່ນ​ປົວ​ຂອງ​ພຣະ​ອົງ.26 ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ “ຈົ່ງ​ມອບ​ຄວາມ​ເດືອດ​ຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ປົກ​ປ້ອງ​ຄຸ້ມ​ຄອງ​ເຈົ້າ​ໄວ້.”27 “ແລະ ເມື່ອ​ນັ້ນ ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ໂປດ​ປະ​ທານ​ໃຫ້​ພາ​ລະ [ຂອງ​ເຮົາ] ເບົາ​ບາງ​ລົງ, ໂດຍ​ທາງ​ຄວາມ​ສຸກ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.”28

ຮູບ​ພາບ
ຣິ​ຈີ​ນາ ແລະ ມາ​ຣີ​ໂອ ເອັມ​ເມີ​ຣິກ

ທ້າຍ​ປີ​ທີ່​ຜ່ານ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ເຖິງ​ການ​ເສຍ​ຊີ​ວິດ​ຂອງ​ສາ​ມີ​ພັນ​ລະ​ຍາ​ທີ່​ໜ້າ​ຮັກ​ຄູ່​ໜຶ່ງ, ມາ​ຣີ​ໂອ ແລະ ຣິ​ຈີ​ນາ ເອັມ​ເມີ​ຣິກ, ຜູ້​ທີ່​ຊື່​ສັດ​ແທ້ໆ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ເສຍ​ຊີ​ວິດ​ຫ່າງ​ກັນ​ສີ່​ວັນ ເນື່ອງ​ຈາກ​ພາ​ວະ​ແຊກ​ຊ້ອນ​ຂອງ​ພະ​ຍາດ​ໂຄ​ວິດ-19.

ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ເຂົາ​ເຈົ້າ, ທີ່​ກຳ​ລັງ​ຮັບ​ໃຊ້​ເປັນ​ອະ​ທິ​ການ​ຢູ່​ປະ​ເທດ​ບຣາ​ຊິນ, ໄດ້​ເລົ່າ​ສິ່ງ​ຕໍ່​ໄປ​ນີ້​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ວ່າ: “ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຫັນ​ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ຈາກ​ໂລກ​ນີ້​ໄປ​ໃນ​ສະ​ພາບ​ການ​ແບບ​ນັ້ນ, ແຕ່​ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໃນ​ຊ່ວງ​ເວ​ລາ​ທີ່​ໂສກ​ເສົ້າ​ນັ້ນ, ເພາະ​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ສະ​ຫງົບ​ທີ່​ເກີນ​ກວ່າ​ຂ້າ​ນ້ອຍ​ຈະ​ເຂົ້າ​ໃຈ​ໄດ້. ຜ່ານ​ທາງ​ສັດ​ທາ​ຂອງ​ຂ້າ​ນ້ອຍ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ ແລະ ໃຫ້​ການ​ປອບ​ໂຍນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ ແລະ ທຸກໆ​ຄົນ​ທີ່​ໄດ້​ຊ່ວຍ​ພວກ​ເຮົາ​ລະ​ຫວ່າງ​ປະ​ສົບ​ການ​ທີ່​ລຳ​ບາກ​ນີ້. ເຖິງ​ແມ່ນ​ວ່າ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ທຸກ​ຄົນ​ໄດ້​ຫວັງ​ບໍ່​ໄດ້​ເກີດ​ຂຶ້ນ, ສຳ​ລັບ​ຂ້າ​ນ້ອຍ​ແລ້ວ ຂ້າ​ນ້ອຍ​ເປັນ​ພະ​ຍານ​ເຖິງ​ການ​ມະ​ຫັດ​ສະ​ຈັນ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ເອງ ແລະ ໃນ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ຢ່າງ​ບອກ​ບໍ່​ຖືກ ທີ່​ທະ​ລຸ​ເຂົ້າ​ໃນ​ສ່ວນ​ເລິກ​ຂອງ​ໃຈ​ຂ້າ​ນ້ອຍ, ທີ່​ໃຫ້​ຄວາມ​ຫວັງ ແລະ ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ມີ​ໃຫ້​ຂ້າ​ນ້ອຍ ແລະ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ໃຫ້​ລູກໆ​ຂອງ​ພຣະ​ອົງ. ຂ້າ​ນ້ອຍ​ໄດ້​ຮຽນ​ຮູ້​ໃນ​ມື້​ທີ່​ໂສກ​ເສົ້າ​ທີ່​ສຸດ​ນັ້ນ​ວ່າ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພໍ​ພຣະ​ໄທ​ສະ​ເໝີ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຕໍ່​ເຮົາ ແລະ ປອບ​ໂຍນ​ເຮົາ ເມື່ອ​ເຮົາ​ສະ​ແຫວງ​ຫາ​ພຣະ​ອົງ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ດ້ວຍ​ສຸດ​ຄວາມ​ຄິດ, ແລະ ດ້ວຍ​ສຸດ​ກຳ​ລັງ​ຂອງ​ເຮົາ.”

ຮູບ​ພາບ
ຄອບ​ຄົວ​ເອັມ​ເມີ​ຣິກ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ນີ້, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຢ​ຊູ​ໄດ້​ຟື້ນ​ຈາກ​ຄວາມ​ຕາຍ ແລະ ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ຜ່ານ​ທາງ​ພຣະ​ອົງ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຫາ​ວິ​ທີ​ທາງ​ໃຫ້​ເຮົາ​ເພື່ອ​ເອົາ​ຊະ​ນະ​ຄວາມ​ຕາຍ, ທັງ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ. ນອກ​ເໜືອ​ໄປ​ຈາກ​ພອນ​ທີ່​ຍິ່ງ​ໃຫຍ່​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ຍັງ​ສະ​ເໜີ​ມອບ​ການ​ປອບ​ໂຍນ ແລະ ການ​ຮັບ​ຮອງ​ໃຫ້​ແກ່​ເຮົາ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ນຳ​ອີກ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ເມື່ອ​ເຮົາ​ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ສູງ​ສຸດ​ຂອງ​ພຣະ​ອົງ, ອົດ​ທົນ​ດ້ວຍ​ສັດ​ທາ​ຂອງ​ເຮົາ​ຈົນ​ເຖິງ​ທີ່​ສຸດ, ເຮົາ​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາ, ພຣະ​ອົງ​ທີ່​ເຕັມ​ພຣະ​ໄທ​ກະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ພາຍ​ໃຕ້​ອຳ​ນາດ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ເຮົາ​ໃຫ້​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ໃນ​ມື້​ໜຶ່ງ. ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ!29 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ໂລກ, ພຣະ​ເມ​ຊີ​ອາ​ທີ່​ຖືກ​ສັນ​ຍາ​ໄວ້, ທີ່​ເປັນ​ຄືນ​ມາ ທັງ​ເປັນ​ຊີ​ວິດ.30 ແລະ ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ຄວາມ​ຈິງ​ເຫລົ່າ​ນີ້​ກັບ​ທ່ານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ, ອົງພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ