ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໃຫ້​ໃຈ​ຜູກ​ພັນ​ກັນ​ໄວ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ໃຫ້​ໃຈ​ຜູກ​ພັນ​ກັນ​ໄວ້

ເມື່ອ​ພວກ​ເຈົ້າ​ມີ​ຄວາມ​ເມດ​ຕາ, ໃຫ້​ການ​ດູ​ແລ, ແລະ ເຫັນ​ອົກ​ເຫັນ​ໃຈ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພວກ​ເຈົ້າ​ຈະ​ຍົກ​ແຂນ​ທີ່​ຕົກ ແລະ ປິ່ນ​ປົວ​ຫົວ​ໃຈ​ໄດ້.

ຄຳນຳ

ມັນແມ່ນ​ສິ່ງ​ທີ່​ໜ້າ​ປະ​ທັບ​ໃຈ​ບໍ ທີ່​ການ​ຄົ້ນ​ພົບ​ທາງ​ວິ​ທະ​ຍາ​ສາດ​ບາງ​ຄັ້ງ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ເຫດ​ການ​ທີ່​ລຽບ​ງ່າຍ ດັ່ງ​ເຊັ່ນ​ໝາກ​ແອັບ​ເປີ້ນ​ຕົກ​ລົງ​ຈາກ​ຕົ້ນ?

ມື້ນີ້, ຂ້າ​ພະ​ເຈົ້າຂໍ​ແບ່ງ​ປັນ​ການ​ຄົ້ນ​ພົບ ທີ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ກຸ່ມ​ກະ​ຕ່າຍ​ທົດ​ລອງ.

ໃນ​ຊຸມ​ປີ 1970, ນັກ​ຄົ້ນ​ຄວ້າ​ໄດ້​ທຳ​ການ​ກວດ​ສອບ​ເບິ່ງ​ຜົນ​ກະ​ທົບ​ຂອງ​ອາ​ຫານ​ຕໍ່​ສຸ​ຂະ​ພາບ​ຫົວ​ໃຈ. ໃນ​ລະ​ຫວ່າງ​ຫລາຍ​ເດືອນ, ເຂົາ​ເຈົ້າ​ໄດ້​ລ້ຽງ ແລະ ຄວບ​ຄຸມ​ກະ​ຕ່າຍ​ຈຳ​ນວນ​ໜຶ່ງ​ດ້ວຍ​ອາ​ຫານ​ທີ່​ມີ​ໄຂ​ມັນ​ສູງ ແລະ ຕິດ​ຕາມ​ເບິ່ງ​ຄວາມ​ດັນ​ຂອງ​ເລືອດ, ການ​ເຕັ້ນ​ຂອງ​ຫົວ​ໃຈ, ແລະ ໄຂ​ມັນ​ໃນ​ເສັ້ນ​ເລືອດ.

ຕາມ​ທີ່​ຄາດ​ໝາຍ, ກະ​ຕ່າຍ​ຫລາຍ​ໂຕ​ໄດ້​ສະ​ສົມ​ໄຂ​ມັນ​ຢູ່​ດ້ານ​ໃນ​ຂອງ​ເສັ້ນ​ເລືອດ​ແດງ. ບໍ່​ພຽງ​ແຕ່​ເທົ່າ​ນີ້! ນັກ​ຄົ້ນ​ຄວ້າ​ກໍ​ໄດ້​ຄົ້ນ​ພົບ​ບາງ​ສິ່ງ​ທີ່​ບໍ່​ມີ​ເຫດ​ຜົນ. ເຖິງ​ແມ່ນ​ວ່າ​ກະ​ຕ່າຍ​ທຸກ​ໂຕ​ໄດ້​ສະ​ສົມ​ໄຂ​ມັນ, ແຕ່​ເປັນ​ໜ້າ​ແປກ​ໃຈ​ທີ່​ກຸ່ມ​ໜຶ່ງ​ມີ​ໄຂ​ມັນ​ໜ້ອຍ​ກວ່າ​ກຸ່ມ​ອື່ນໆ 60 ເປີ​ເຊັນ. ເຫັນ​ໄດ້​ຄືວ່າ​ເຂົາ​ເຈົ້າ​ໄດ້​ສັງ​ເກດ​ເບິ່ງ​ກະ​ຕ່າຍ​ສອງ​ກຸ່ມ​ທີ່​ແຕກ​ຕ່າງ​ການ.

ຕໍ່​ນັກ​ວິ​ທະ​ຍາ​ສາດ​ແລ້ວ, ຜົນ​ທີ່​ອອກ​ມາ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ນອນ​ບໍ່​ຫລັບ. ມັນ​ເປັນ​ໄປ​ໄດ້​ແນວ​ໃດ? ກະ​ຕ່າຍ​ທຸກ​ໂຕ​ກໍ​ເປັນ​ຊະ​ນິດ​ດຽວ​ກັນ​ຈາກ​ປະ​ເທດ​ນູ​ແວນ​ເຊ​ລັງ, ຕາມ​ຄວາມ​ຈິງ​ແລ້ວ ມາ​ຈາກ​ກຸ່ມ​ສາຍ​ພັນ​ດຽວ​ກັນ. ທຸກ​ໂຕ​ກໍ​ໄດ້​ຮັບ​ອາ​ຫານ​ເທົ່າ​ກັນ ແລະ ຊະ​ນິດ​ດຽວ​ກັນ.

ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

ຜົນ​ຮັບ​ເຮັດ​ໃຫ້​ການ​ສຶກ​ສາ​ບໍ່​ຖືກ​ຕ້ອງ​ບໍ? ມັນ​ມີ​ສິ່ງ​ຂາດ​ຕົກ​ບົກ​ພ່ອງ​ໃນ​ການ​ອອກ​ແບບ​ການ​ທົດ​ລອງ​ບໍ?

ນັກ​ວິ​ທະ​ຍາ​ສາດ​ໄດ້​ພະ​ຍາ​ຍາມ​ເຂົ້າ​ໃຈ​ຜົນ​ຮັບ​ທີ່​ບໍ່​ຄາດ​ຫວັງ​ນັ້ນ!

ໃນ​ທີ່​ສຸດ, ເຂົາ​ເຈົ້າ​ໄດ້​ຫັນ​ໄປ​ສົນ​ໃຈ​ກັບ​ພະ​ນັກ​ງານ​ຄົ້ນ​ຄວ້າ. ເປັນ​ໄປ​ໄດ້​ບໍ​ທີ່​ນັກ​ຄົ້ນ​ຄວ້າ​ໄດ້​ເຮັດ​ບາງ​ສິ່ງ​ທີ່ກໍ່​ໃຫ້​ເກີດ​ຜົນ​ຮັບ​ທີ່​ແຕກ​ຕ່າງ​ກັນ? ຂະ​ນະ​ທີ່​ເຂົາ​ເຈົ້າ​ຊອກ​ຫາ​ຄຳ​ຕອບ, ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ວ່າ ກະ​ຕ່າຍ​ທຸກ​ໂຕ​ທີ່​ມີ​ໄຂ​ມັນ​ໜ້ອຍ ໄດ້​ຢູ່​ໃນ​ການ​ດູ​ແລ​ຂອງ​ນັກ​ຄົ້ນ​ຄວ້າ​ຄົນ​ໜຶ່ງ. ນາງ​ໄດ້​ເອົາ​ອາ​ຫານ​ເທົ່າ​ກັນ ແລະ ຊະ​ນິດ​ດຽວ​ກັນ​ໃຫ້​ກະ​ຕ່າຍ​ກິນ. ແຕ່, ນັກ​ວິ​ທະ​ຍາ​ສາດ​ຄົນ​ໜຶ່ງ​ໄດ້​ລາຍ​ງານ​ວ່າ, “ນາງ​ເປັນ​ຄົນ​ໃຈ​ດີ ແລະ ມີ​ນ້ຳ​ໃຈ.” ຕອນ​ນາງ​ເກືອ​ກະ​ຕ່າຍ, “ນາງ​ໄດ້​ເວົ້າ​ລົມ​ກັບ​ພວກ​ມັນ, ອູ້ມ​ກອດ​ພວກ​ມັນ ແລະ ລູບ​ຄຳ​ພວກ​ມັນ. … ‘ນາງ​ອົດ​ເຮັດ​ບໍ່​ໄດ້. ເພາະ​ມັນ​ເປັນ​ນິ​ໄສ​ຂອງ​ນາງ.’”1

ຮູບ​ພາບ
ນັກ​ຄົ້ນ​ຄວ້າ​ທີ່​ມີ​ເມດ​ຕາ​ກັບ​ກະ​ຕ່າຍ

ນາງ​ໄດ້​ເຮັດ​ຫລາຍ​ກວ່າ​ພຽງ​ແຕ່​ເອົາ​ອາ​ຫານ​ໃຫ້​ກະ​ຕ່າຍ​ກິນ​ເທົ່າ​ນັ້ນ. ນາງ​ໃຫ້​ຄວາມ​ຮັກ​ແກ່​ພວກ​ມັນ!

ເມື່ອ​ພິ​ຈາ​ລະ​ນາ​ບຶດ​ໜຶ່ງ, ເບິ່ງ​ຄື​ເປັນ​ໄປ​ບໍ່​ໄດ້ ທີ່​ຜົນ​ແຕກ​ຕ່າງ​ກັນ​ຫລາຍ​ຂະ​ໜາດ​ນີ້, ແຕ່​ທີມ​ວິ​ທະ​ຍາ​ສາດ​ກໍ​ບໍ່​ສາ​ມາດ​ມອງ​ເຫັນ​ຄວາມ​ເປັນ​ໄປ​ໄດ້​ໃນ​ວິ​ທີ​ອື່ນ.

ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ທົດ​ລອງ​ອີກ​ຄັ້ງ—ເທື່ອ​ນີ້​ໃຫ້​ຄວບ​ຄຸມ​ການ​ປ່ຽນ​ແປງ​ຢ່າງ​ເຂັ້ມ​ງວດ​ທຸກ​ຢ່າງ. ເມື່ອ​ເຂົາ​ເຈົ້າ​ວິ​ເຄາະ​ຜົນ​ຮັບ, ກໍ​ເຫັນ​ສິ່ງ​ດຽວ​ກັນ​ນັ້ນ! ກະ​ຕ່າຍ​ທີ່​ຖືກ​ດູ​ແລ​ດ້ວຍ​ຄວາມ​ຮັກ​ຂອງ​ນັກ​ຄົ້ນ​ຄວ້າ ມີ​ສຸ​ຂະ​ພາບ​ດີ​ກວ່າ​ໝູ່.

ນັກ​ວິ​ທະ​ຍາ​ສາດ​ໄດ້​ພິມ​ຜົນ​ຂອງ​ການ​ສຶກ​ສາ ໃນ​ໜັງ​ສື​ພິມ Science ທີ່​ໂດ່ງ​ດັງ.2

ຫລາຍ​ປີ​ຕໍ່​ມາ​ຜົນ​ຂອງ​ການ​ທົດ​ລອງ​ນີ້​ເບິ່ງ​ຄື​ຍັງ​ມີ​ອິດ​ທິ​ພົນ​ໃນ​ວົງ​ການ​ແພດ​ຢູ່. ໃນ​ສອງ​ສາມ​ປີ​ຜ່ານ​ມາ​ນີ້, ດຣ. ແຄວ​ລີ ຮາດ​ດິງ ໄດ້​ພິມ​ປຶ້ມ​ຫົວ​ໜຶ່ງ ຊື່​ວ່າ The Rabbit Effect ຊຶ່ງ​ເອົາ​ຊື່​ມາ​ຈາກ​ການ​ທົດ​ລອງ. ເພິ່ນ​ໄດ້​ສະ​ຫລຸບ​ວ່າ: “ໃຫ້​ດູ​ແລ​ກະ​ຕ່າຍ​ທີ່​ບໍ່​ມີ​ຊີ​ວິດ​ທີ່​ດີ. ເວົ້າ​ກັບ​ມັນ. ອູ້ມ​ມັນ. ໃຫ້​ຄວາມ​ຮັກ​ແກ່​ມັນ. … ຄວາມ​ສຳ​ພັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ. … ໃນ​ທີ່​ສຸດ,” ເພິ່ນ​ໄດ້​ຈົບ​ດ້ວຍ​ຖ້ອຍ​ຄຳ​ນີ້, “ສິ່ງ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ເຮົາ​ໃນ​ຮູບ​ແບບ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ນັ້ນ ກ່ຽວ​ຂ້ອງ​ກັບ​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ກັນ, ວິ​ທີ​ທີ່​ເຮົາ​ໃຊ້​ຊີ​ວິດ, ແລະ ວິ​ທີ​ທີ່​ເຮົາ​ຄິດ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເປັນ​ມະ​ນຸດ.”3

ໃນ​ໂລກ​ທີ່​ບໍ່​ສົນ​ໃຈ​ເລື່ອງ​ສາດ​ສະ​ໜາ, ການ​ເຊື່ອມ​ໂຍງ​ວິ​ທະ​ຍາ​ສາດ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ບາງ​ເທື່ອ​ກໍ​ເບິ່ງ​ຈະ​ມີ​ໜ້ອຍ ແລະ ໄກ​ກັນ​ຫລາຍ. ແຕ່​ໃນ​ຖາ​ນະ​ຊາວ​ຄຣິດ, ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຜົນ​ຂອງ​ການ​ສຶກ​ສາ​ທາງ​ວິ​ທະ​ຍາ​ສາດ ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ທີ່​ຄາດ​ໝາຍ ແລະ ບໍ່​ປະ​ຫລາດ​ໃຈ​ແນວ​ໃດ​ເລີຍ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ສິ່ງ​ນີ້​ໄດ້​ວາງ​ຮາກ​ຖານ​ຂອງ​ຄວາມ​ເມດ​ຕາ ເປັນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ພື້ນ​ຖານ​ທີ່​ໃຫ້​ການ​ປິ່ນ​ປົວ—ຄວາມ​ຮັກ​ສາ​ມາດ​ປິ່ນ​ປົວ​ຄວາມ​ຮູ້​ສຶກ​ທາງ​ຈິດ​ໃຈ, ທາງ​ວິນ​ຍານ, ແລະ ດັ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ໃນ​ນີ້, ແມ່ນ​ແຕ່​ປິ່ນ​ປົວ​ທາງ​ຮ່າງ​ກາຍ​ດ້ວຍ.

ໃຫ້​ໃຈ​ຜູກ​ພັນ​ກັນ​ໄວ້

ເມື່ອ​ຖືກ​ຖາມ​ວ່າ, “ອາ​ຈານ​ເອີຍ, ໃນ​ກົດ​ບັນ​ຍັດ​ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕອບ​ວ່າ “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ,” ຕິດ​ຕາມ​ດ້ວຍ, “ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”4 ຄຳ​ຕອບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ໜັບ​ສະ​ໜູນ​ໜ້າ​ທີ່​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ທ່ານ​ໜຶ່ງ​ໄດ້​ບັນ​ຊາ “ວ່າ​ບໍ່​ຄວນ​ມີ​ການ​ຂັດ​ແຍ້ງ​ກັນ​ແຕ່ [ເຮົາ] ຄວນ​ມຸ້ງ​ຫາ … , ໂດຍ ໃຫ້​ໃຈ [ຂອງ​ເຮົາ] ຜູກ​ພັນ​ກັນ​ໄວ້ ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ.”5 ເຮົາ​ໄດ້​ຖືກ​ສິດ​ສອນ​ຕື່ມ​ອີກວ່າ “ອຳ​ນາດ ຫລື ອິດ​ທິ​ພົນ … ດຳ​ລົງ​ຮັກ​ສາ​ໄວ້ … ໂດຍ​ຄວາມ​ອ່ອນ​ໂຍນ ແລະ ໂດຍ​ຄວາມ​ອ່ອນ​ນ້ອມ, … ໂດຍ​ຄວາມ​ຮັກ, … ອັນ​ບໍ່​ແກ້ງ​ເຮັດ.”6

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຫລັກ​ທຳ​ນີ້​ສາ​ມາດ​ນຳ​ເອົາ​ໄປ​ໃຊ້​ໄດ້​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທຸກ​ຄົນ: ຜູ້​ໃຫຍ່, ຊາວ​ໜຸ່ມ, ແລະ ເດັກ​ນ້ອຍ.

ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ເວົ້າ​ໂດຍ​ກົງ​ກັບ​ພວກ​ເຈົ້າ​ເດັກ​ອາ​ຍຸ​ຊັ້ນ​ປະ​ຖົມ​ໄວ ຈັກ​ບຶດ​ໜຶ່ງ.

ພວກ​ເຈົ້າ​ກໍ​ເຂົ້າ​ໃຈ​ຢູ່​ແລ້ວ​ວ່າ ການ​ເປັນ​ຄົນ​ມີ​ເມດ​ຕາ​ນັ້ນ ສຳ​ຄັນ​ຫລາຍ​ຂະ​ໜາດ​ໃດ. ເພງ​ຊັ້ນ​ປະ​ຖົມ​ໄວ​ຂອງ​ພວກ​ເຈົ້າ ຊື່​ວ່າ, “I’m Trying to Be Like Jesus,” ສິດ​ສອນ​ວ່າ:

ຮັກ​ກັນ​ແລະ​ກັນ​ດັ່ງ​ທີ່​ພຣະ​ເຢ​ຊູ​ຮັກ​ເຈົ້າ.

ພະ​ຍາ​ຍາມ​ສະ​ແດງ​ຄວາມ​ເມດ​ຕາ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.

ອ່ອນ​ໂຍນ ແລະ ຮັກ​ແພງ ໃນ​ການ​ກະ​ທຳ ແລະ ໃນ​ຄວາມ​ຄິດ,

ເພາະ​ນີ້​ຄື​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ.7

ເຖິງ​ປານ​ນັ້ນ, ພວກ​ເຈົ້າ​ກໍ​ຍັງ​ອາດຈະມີ​ບັນ​ຫາ. ຕໍ່​ໄປ​ນີ້​ແມ່ນ​ເລື່ອງ​ໜຶ່ງ​ທີ່​ອາດ​ຊ່ວຍ​ພວກ​ເຈົ້າ​ໄດ້​ກ່ຽວ​ກັບ​ເດັກ​ຊາຍ​ຊັ້ນ​ປະ​ຖົມ​ໄວ​ຊື່ ມິນ​ຈັນ ຄິມ ຈາກ​ປະ​ເທດ​ເກົາ​ຫລີ​ໃຕ້. ຄອບ​ຄົວ​ຂອງ​ລາວ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ປະ​ມານ​ຫົກ​ປີ​ກ່ອນ.

ຮູບ​ພາບ
ທ້າວ​ມິນ​ຈັນ ຄິມ

“ມື້​ໜຶ່ງ​ຕອນ​ຢູ່​ໂຮງ​ຮຽນ, ໝູ່​ນັກ​ຮຽນ​ໄດ້​ເວົ້າ​ຢອກ​ລໍ້​ນັກ​ຮຽນ​ຄົນ​ໜຶ່ງ ໂດຍ​ການ​ເອີ້ນ​ລາວ​ຕ່າງໆ​ນາໆ. ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ສະ​ໜຸກ​ດີ, ສະ​ນັ້ນ ໃນ​ລະ​ຫວ່າງ​ສອງ​ສາມ​ອາ​ທິດ​ນັ້ນ ຂ້າ​ນ້ອຍ​ກໍ​ໄດ້​ເຮັດ​ນຳ​ພວກ​ເຂົາ.

“ຫລາຍ​ອາ​ທິດ​ຕໍ່​ມາ, ທ້າວ​ນັ້ນ​ໄດ້​ບອກ​ກັບ​ຂ້າ​ນ້ອຍ​ວ່າ ເຖິງ​ແມ່ນ​ວ່າ​ລາວ​ທຳ​ທ່າ​ວ່າ​ລາວ​ບໍ່​ສົນ​ໃຈ, ແຕ່​ພາຍ​ໃນ​ລາວ​ເຈັບ​ປວດ, ແລະ ຮ້ອງ​ໄຫ້​ທຸກ​ຄືນ. ເມື່ອ​ໄດ້​ຍິນ​ລາວ​ເວົ້າ ຂ້າ​ນ້ອຍ​ເກືອບ​ນ້ຳ​ຕາ​ໄຫລ. ຂ້າ​ນ້ອຍ​ຮູ້​ສຶກ​ເສຍ​ໃຈ​ຫລາຍ ແລະ ຢາກ​ຊ່ວຍ​ເຫລືອ​ລາວ. ມື້​ຕໍ່​ມາ ຂ້າ​ນ້ອຍ​ໄດ້​ໄປ​ຫາ​ລາວ ແລະ ເອົາ​ມື​ໂອບ​ກອດ​ບ່າ​ໄຫລ່​ຂອງ​ລາວ ແລະ ຂໍ​ໂທດ, ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ໂທດ ທີ່​ຂ້ອຍ​ໄດ້​ເວົ້າ​ຢອກ​ລໍ້​ເຈົ້າ.’ ລາວ​ກໍ​ງຶກ​ຫົວ, ແລະ ມີ​ນ້ຳ​ຕາ​ຄາ​ປໍ້.

“ແຕ່​ເດັກ​ຄົນ​ອື່ນໆ​ກໍ​ຍັງ​ເວົ້າ​ຢອກ​ລໍ້​ລາວ​ຄື​ເກົ່າ. ແລ້ວ​ຂ້າ​ນ້ອຍ​ຈື່​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ຮຽນ​ຢູ່​ຫ້ອງ​ປະ​ຖົມ​ໄວ: ເລືອກ​ສິ່ງ​ດີ. ສະ​ນັ້ນ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ຂໍ​ໃຫ້​ໝູ່​ນັກ​ຮຽນ​ເຊົາ​ເວົ້າ. ຫລາຍ​ຄົນ​ບໍ່​ຢາກ​ເຊົາ, ແລະ ພວກ​ເຂົາ​ໄດ້​ໃຈ​ຮ້າຍ​ໃຫ້​ຂ້າ​ນ້ອຍ. ແຕ່​ມີ​ຄົນ​ໜຶ່ງ​ເວົ້າ​ວ່າ ລາວ​ກໍ​ເສຍ​ໃຈ​ຄື​ກັນ, ແລະ ສາມ​ຄົນ​ພວກ​ເຮົາ​ກໍ​ໄດ້​ກາຍ​ເປັນ​ໝູ່​ຮັກ​ແພງ​ກັນ.

“ເຖິງ​ແມ່ນ​ວ່າ ມີ​ສອງ​ສາມ​ຄົນ​ທີ່​ຍັງ​ເວົ້າ​ຢອກ​ລໍ້​ລາວ​ຢູ່, ແຕ່​ລາວ​ກໍ​ຮູ້​ສຶກ​ດີ​ຂຶ້ນ ເພາະ​ລາວ​ມີ​ພວກ​ເຮົາ.

“ຂ້າ​ນ້ອຍ​ເລືອກ​ສິ່ງ​ດີ ໂດຍ​ການ​ຊ່ວຍ​ເຫລືອ​ໝູ່​ເພື່ອນ​ຜູ້​ຂັດ​ສົນ.”8

ຮູບ​ພາບ
ຮູບ​ພາບ​ຂອງ​ທ້າວ​ມິນ​ຈັນ ຄິມ

ເລື່ອງ​ນີ້​ເປັນ​ຕົວ​ຢ່າງ​ທີ່​ດີ​ສຳ​ລັບ​ພວກ​ເຈົ້າແມ່ນບໍ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ?

ບັດ​ນີ້, ຕໍ່​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ, ຂະ​ນະ​ທີ່​ພວກ​ເຈົ້າ​ເຕີບ​ໂຕ​ຂຶ້ນ, ການ​ເວົ້າ​ຢອກ​ລໍ້​ຄົນ​ອື່ນ​ອາດ​ນຳ​ໄປ​ສູ່​ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ​ໄດ້. ຄວາມ​ກັງ​ວົນ, ຄວາມ​ເສົ້າ​ໃຈ, ແລະ ຮ້າຍ​ແຮງ​ກວ່າ​ນັ້ນ ມັກ​ຈະ​ເກີດ​ຈາກ​ການ​ຖືກ​ກັ່ນ​ແກ້ງ. “ເຖິງ​ແມ່ນ​ວ່າ​ການ​ກັ່ນ​ແກ້ງ​ບໍ່​ແມ່ນ​ເລື່ອງ​ໃໝ່, ສື່​ສັງ​ຄົມ ແລະ ເທັກ​ໂນ​ໂລ​ຈີ​ໄດ້​ນຳ​ການ​ກັ່ນ​ແກ້ງ​ໄປ​ສູ່​ລະ​ດັບ​ໜຶ່ງ​ອີກ. ມັນ​ກາຍ​ເປັນ​ການ​ເວົ້າ​ຂູ່​ເຂັນ​ຢູ່​ຕະ​ຫລອດ, ຫລາຍ​ກວ່າ​ທີ່​ຜ່ານ​ມາ—ເປັນ​ການ​ກັ່ນ​ແກ້ງ​ທາງ​ອິນ​ເຕີ​ເນັດ.”9

ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ, ຜູ້​ປໍ​ລະ​ປັກ​ກຳ​ລັງ​ໃຊ້​ສິ່ງ​ນີ້​ເພື່ອ​ທຳ​ລາຍ​ລຸ້ນ​ຂອງ​ພວກ​ເຈົ້າ. ບໍ່​ຄວນ​ໃຫ້​ມີ​ສິ່ງ​ນີ້​ໃນ​ອິນ​ເຕີ​ເນັດ, ໃນ​ຄຸ້ມ​ບ້ານ, ໃນ​ໂຮງ​ຮຽນ, ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ຫລື ໃນ​ຫ້ອງ​ຮຽນ​ຂອງ​ພວກ​ເຈົ້າ​ເລີຍ. ຈົ່ງ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ພວກ​ເຈົ້າ ເພື່ອ​ເຮັດ​ໃຫ້​ສະ​ຖານ​ທີ່​ເຫລົ່າ​ນີ້​ດີ​ກວ່າ​ເກົ່າ ແລະ ປອດ​ໄພ​ກວ່າ​ເກົ່າ. ຖ້າ​ພວກ​ເຈົ້າ​ເປັນ​ຄົນ​ສັງ​ເກດ ຫລື ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ສິ່ງ​ນີ້, ຂ້າ​ພະ​ເຈົ້າ​ຮູ້​ວ່າ ບໍ່​ມີ​ຄຳ​ແນະ​ນຳ​ອື່ນ​ໃດ​ທີ່​ດີ​ໄປ​ກວ່າ​ຄຳ​ແນະ​ນຳ​ຂອງ ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ທີ່​ກ່າວ​ຜ່ານ​ມາ​ວ່າ:

“ໃນ​ເລື່ອງ​ທີ່​ກ່ຽວ​ກັບ​ຄວາມ​ກຽດ​ຊັງ, ການ​ເວົ້າ​ຂວັນ​ນິນ​ທາ, ການ​ເມີນ​ເສີຍ, ການ​ເວົ້າ​ເຍາະ​ເຍີ້ຍ, ການ​ມີ​ຄວາມ​ເຄືອງ​ແຄ້ນ, ຫລື ການ​ຢາກ​ທຳ​ຮ້າຍ, ຈົ່ງ​ເຮັດ​ຕາມ​ນີ້:

“ໃຫ້​ຢຸດ”10

ພວກ​ເຈົ້າ​ໄດ້​ຍິນ​ຄຳ​ນັ້ນ​ບໍ? ໃຫ້​ຢຸດ! ເມື່ອ​ພວກ​ເຈົ້າ​ມີ​ຄວາມ​ເມດ​ຕາ, ໃຫ້​ການ​ດູ​ແລ, ແລະ ເຫັນ​ອົກ​ເຫັນ​ໃຈ, ແມ່ນ​ແຕ່​ໃນ​ທາງ​ດິ​ຈິ​ຕັນ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພວກ​ເຈົ້າ​ຈະ​ຍົກ​ແຂນ​ທີ່​ຕົກ ແລະ ປິ່ນ​ປົວ​ຫົວ​ໃຈ​ໄດ້.

ໂດຍ​ທີ່​ໄດ້​ກ່າວ​ກັບ​ກຸ່ມ​ເດັກ​ນ້ອຍ​ຊັ້ນ​ປະ​ຖົມ​ໄວ ແລະ ກຸ່ມ​ຊາວ​ໜຸ່ມ​ແລ້ວ, ບັດ​ນີ້ ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກັບ​ຜູ້​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ເພື່ອ​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ເມດ​ຕາ, ການ​ລວມ​ຄົນ​ອື່ນ​ເຂົ້າ​ນຳ, ແລະ ປະ​ຕິ​ບັດ​ກັບ​ຄົນ​ອື່ນ​ດ້ວຍ​ຄວາມ​ສຸ​ພາບ—ເພື່ອ​ສິດ​ສອນ​ການ​ປະ​ພຶດ​ທີ່​ເໝືອນ​ພຣະ​ຄຣິດ​ໃຫ້​ແກ່​ຄົນ​ລຸ້ນ​ໃໝ່ ໃນ​ສິ່ງ​ທີ່​ເຮົາ​ເວົ້າ ແລະ ວິ​ທີ​ທີ່​ເຮົາ​ກະ​ທຳ. ມັນ​ສຳ​ຄັນ​ໂດຍ​ສະ​ເພາະ ເມື່ອ​ເຮົາ​ສັງ​ເກດ​ເຫັນ​ການ​ປ່ຽນ​ແປງ​ທາງ​ສັງ​ຄົມ​ໃນ​ການ​ແບ່ງ​ແຍກ​ທາງ​ການ​ເມືອງ, ຊົນ​ຊັ້ນ​ທາງ​ສັງ​ຄົມ, ແລະ ຄວາມ​ແຕກ​ຕ່າງ​ອື່ນໆ​ທີ່​ມະ​ນຸດ​ສ້າງ​ຂຶ້ນ​ເກືອບ​ທັງ​ໝົດ.

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ກໍ​ໄດ້​ສິດ​ສອນ​ວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຕ້ອງ​ມີ​ເມດ​ຕາ ບໍ່​ແມ່ນ​ຕໍ່​ກັນ​ເທົ່າ​ນັ້ນ ແຕ່​ຕໍ່​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ນຳ​ອີກ. ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ: “ບາງ​ຄັ້ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສະ​ມາ​ຊິກ​ເຮັດ​ໃຫ້​ຜູ້​ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນບໍ່​ສະ​ບາຍ​ໃຈ ໂດຍ​ການ​ມອງ​ຂ້າມ ແລະ ບໍ່​ຕ້ອນ​ຮັບ​ເຂົາ​ເຈົ້າ. ສ່ວນ​ຫລາຍ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ຊຸມ​ຊົນ​ທີ່​ມີ​ສະ​ມາ​ຊິກ​ໂບດ​ຂອງ​ພວກ​ເຮົາ​ເປັນ​ສ່ວນ​ໃຫຍ່. ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພໍ່​ແມ່​ທີ່​ມີ​ໃຈ​ແຄບ ຜູ້​ໄດ້​ບອກ​ລູກໆ​ວ່າ ພວກ​ເຂົາ​ບໍ່​ສາ​ມາດ​ຫລິ້ນ​ກັບ​ເດັກ​ນ້ອຍ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ການ​ປະ​ພຶດ​ເຊັ່ນ​ນີ້​ແມ່ນ​ບໍ່​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ປ່ອຍ​ໃຫ້​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ. … ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຊຸກ​ຍູ້​ກັນ​ໃນ​ທາງ​ອື່ນ ນອກ​ຈາກ​ໃຫ້​ຮັກ, ມີ​ເມດ​ຕາ, ອົດ​ທົນ, ແລະ ໃຈ​ດີ​ກັບ​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ.”11

ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ໃຫ້​ເຮົາ​ສິດ​ສອນ​ວ່າ ການ​ລວມ​ຄົນ​ອື່ນ​ເຂົ້າ​ນຳ​ເຮົາ ເປັນ​ການ​ກະ​ທຳ​ໃນ​ທາງ​ບວກ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ສາ​ມັກ​ຄີ ແລະ ວ່າ​ການ​ບໍ່​ຍອມ​ຮັບ​ເຂົ້າ​ກຸ່ມ ຈະ​ນຳ​ໄປ​ສູ່​ການ​ແຕກ​ແຍກ.

ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ຕົກ​ໃຈ​ເມື່ອ​ພວກ​ເຮົາ​ໄດ້​ຍິນ​ກ່ຽວ​ກັບ​ລູກໆ​ຂອງ​ພຣະ​ເຈົ້າ​ທີ່​ຖືກ​ຂົ່ມ​ເຫັງ​ເພາະ​ເຊື້ອ​ຊາດ​ຂອງ​ພວກ​ເຂົາ. ພວກ​ເຮົາ​ເຈັບ​ປວດ​ໃຈ​ເມື່ອ​ໄດ້​ຍິນ​ກ່ຽວ​ກັບ​ການ​ທຳ​ຮ້າຍ​ຄົນ​ດຳ, ຄົນ​ເອ​ເຊຍ, ຄົນ​ລາ​ຕິນ, ຫລື ຜູ້​ຄົນ​ກຸ່ມ​ອື່ນໆ. ອະ​ຄະ​ຕິ, ຄວາມ​ຕຶງ​ຄຽດ​ທາງ​ເຊື້ອ​ຊາດ, ຫລື ຄວາມ​ຮຸນ​ແຮງ ບໍ່​ຄວນ​ມີ​ຢູ່​ໃນ​ບ່ອນ​ໃດ​ເລີຍ ໃນ​ຄຸ້ມ​ບ້ານ, ໃນ​ຊຸມ​ຊົນ, ຫລື ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ.

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ, ບໍ່​ວ່າ​ເຮົາ​ຈະ​ມີ​ອາ​ຍຸ​ເທົ່າ​ໃດ, ຈົ່ງ​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ.

ຈົ່ງ​ຮັກ​ສັດ​ຕູ​ຂອງ​ທ່ານ

ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ຮັກ, ຄວາມ​ນັບ​ຖື, ແລະ ຄວາມ​ເມດ​ຕາ, ແຕ່​ຢ່າງ​ບໍ່​ຕ້ອງ​ສົງ​ໄສ ທ່ານ​ກໍ​ຍັງ​ຈະ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຈາກ​ການ​ເລືອກ​ທີ່​ບໍ່​ດີ​ຂອງ​ຄົນ​ອື່ນ​ຢູ່. ແລ້ວ​ຕອນ​ນັ້ນ​ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຈະ​ເຮັດ​ຕາມ​ຄຳ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ຈົ່ງ​ຮັກ​ສັດ​ຕູ​ຂອງ​ພວກ​ເຈົ້າ … ແລະ ຈົ່ງ​ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ຂົ່ມ​ເຫັງ​ພວກ​ເຈົ້າ.”12

ເຮົາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ເອົາ​ຊະ​ນະ​ຄວາມ​ຍາກ​ລຳ​ບາກ​ທີ່​ວາງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ເຮົາ. ເຮົາ​ຈະ​ພະ​ຍາ​ຍາມ​ຈົນ​ເຖິງ​ທີ່​ສຸດ, ອະ​ທິ​ຖານ​ຕະ​ຫລອດ​ເວ​ລາ​ວ່າ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປ່ຽນ​ສະ​ຖາ​ນະ​ການ​ຂອງ​ເຮົາ. ເຮົາ​ຈະ​ກ່າວ​ຂອບ​ຄຸນ​ພຣະ​ເຈົ້າ ສຳ​ລັບ​ຜູ້​ທີ່​ພຣະ​ອົງ​ວາງ​ໄວ້​ຢູ່​ໃນ​ເສັ້ນ​ທາງ​ຂອງ​ເຮົາ ເພື່ອ​ຊ່ວຍ​ເຫລືອ​ເຮົາ.

ຮູບ​ພາບ
ການ​ມະ​ຫັດ​ສະ​ຈັນ​ຢູ່​ເມືອງ​ຄວິນ​ສີ, ລັດ​ອິ​ລິ​ນອຍ

ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ຕົວ​ຢ່າງ​ຕໍ່​ໄປ​ນີ້ ຈາກ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ​ສະ​ໄໝ​ເລີ່ມ​ຕົ້ນ. ໃນ​ຊ່ວງ​ລະ​ດູ​ໜາວ​ຂອງ​ປີ 1838, ໂຈ​ເຊັບ ສະ​ມິດ ແລະ ຜູ້​ນຳ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ ໄດ້​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ ຕອນ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຖືກ​ບັງ​ຄັບ​ໃຫ້​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ຢູ່​ໃນ​ລັດ​ມີ​ເຊີ​ຣີ. ໄພ່​ພົນ​ໄດ້​ຕົກ​ທຸກ​ໄດ້​ຍາກ, ຂາດ​ເພື່ອນ, ແລະ ທຸກ​ທໍ​ລະ​ມານ​ກັບ​ຄວາມ​ໜາວ​ເຢັນ​ທີ່​ສຸດ ແລະ ຂາດ​ສະ​ບຽງ​ອາ​ຫານ. ຊາວ​ເມືອງ​ຄວິນ​ສີ, ລັດ​ອິ​ລິ​ນອຍ, ໄດ້​ເຫັນ​ສະ​ພາບ​ຄວາມ​ທຸກ​ຍາກ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ມິດ​ຕະ​ພາບ.

ວັນ​ໂດ ເມ, ຊາວ​ເມືອງ​ຄວິນ​ສີ, ຕໍ່​ມາ​ໄດ້​ເລົ່າ​ເຖິງ​ຕອນ​ທີ່​ລາວ​ໄດ້​ເຫັນ​ໄພ່​ພົນ​ຕາມ​ແຄມ​ແມ່​ນ້ຳ​ມິດ​ຊີ​ຊິບ​ປີ ໃນ​ຜ້າ​ເຕັ້ນ​ພັກ​ຊົ່ວ​ຄາວ​ວ່າ: “ບາງ​ຄົນ​ໄດ້​ເອົາ​ແຜ່ນ​ຜ້າ​ມຸງ​ເຮັດ​ເປັນ​ບ່ອນ​ກຳ​ບັງ​ຈາກ​ລົມ, … ພວກ​ເດັກ​ນ້ອຍ​ໜາວ​ສັ່ນ​ຢູ່​ອ້ອມ​ກອງ​ໄຟ ຊຶ່ງ​ມີ​ລົມ​ພັດ​ຢູ່​ອ້ອມ​ຮອບ ຈຶ່ງ​ຊ່ວຍ​ຫຍັງ​ບໍ່​ໄດ້​ຫລາຍ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຢ່າງ​ແສນ​ສາ​ຫັດ.”13

ເມື່ອ​ເຫັນ​ສະ​ພາບ​ຂອງ​ໄພ່​ພົນ, ຊາວ​ເມືອງ​ຄວິນ​ສີ ຈຶ່ງ​ລວມ​ຕົວ​ກັນ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ, ບາງ​ຄົນ​ເຖິງ​ກັບ​ຊ່ວຍ​ຂົນ​ສົ່ງ​ເພື່ອນ​ໃໝ່​ຂອງ​ເຂົາ​ເຈົ້າ​ຂ້າມ​ແມ່​ນ້ຳ. ທ່ານ​ເມ​ໄດ້​ເວົ້າ​ຕື່ມ​ວ່າ: “[ເຂົາ​ເຈົ້າ] ໄດ້​ບໍ​ລິ​ຈາກ​ຢ່າງ​ຫລວງ​ຫລາຍ, ພວກ​ພໍ່​ຄ້າ​ກໍ​ແຂ່ງ​ກັນ ວ່າ​ໃຜ​ຊິ​ບໍ​ລິ​ຈາກ​ຫລາຍ​ກວ່າ​ໝູ່ … ທັງ … ຊີ້ນ​ໝູ, … ນ້ຳ​ຕານ, … ເກີບ ແລະ ເຄື່ອງ​ນຸ່ງ​ຫົ່ມ, ທຸກ​ສິ່ງ​ທີ່​ຜູ້​ຖືກ​ຂັບ​ໄລ່ ທີ່​ໜ້າ​ເວດ​ທະ​ນາ​ເຫລົ່າ​ນີ້​ຕ້ອງ​ການ​ຫລາຍ​ທີ່​ສຸດ.”14 ບໍ່​ດົນ, ຊາວ​ອົບ​ພະ​ຍົບ​ກໍ​ມີ​ຈຳ​ນວນ​ຫລາຍ​ກວ່າ​ຊາວ​ເມືອງ​ຄວິນ​ສີ, ຜູ້​ໄດ້​ຕ້ອນ​ຮັບ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ ແລະ ແບ່ງ​ປັນ​ສິ່ງ​ຂອງ​ເລັກ​ນ້ອຍ​ທີ່​ເຂົາ​ເຈົ້າ​ມີ ຊຶ່ງ​ເປັນ​ການ​ເສຍ​ສະ​ລະ​ຫລາຍ​ທີ່​ສຸດ.15

ໄພ່​ພົນ​ຫລາຍ​ຄົນ​ໄດ້​ລອດ​ຕາຍ​ຈາກ​ອາ​ກາດ​ໜາວ​ເຢັນ ກໍ​ຍ້ອນ​ນ້ຳ​ໃຈ​ອັນ​ກວ້າງ​ຂວາງ​ຂອງ​ຊາວ​ເມືອງ​ຄວິນ​ສີ​ນີ້​ແຫລະ. ເຫລົ່າ​ທູດ​ສະ​ຫວັນ​ຢູ່​ໃນ​ໂລກ​ເຫລົ່າ​ນີ້​ໄດ້​ເປີດ​ຫົວ​ໃຈ ແລະ ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ, ໄດ້​ລ້ຽງ​ດູ, ໃຫ້​ຄວາມ​ອົບ​ອຸ່ນ, ແລະ—ບາງ​ທີ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ—ແມ່ນ​ການ​ເປັນ​ມິດ​ຕໍ່​ໄພ່​ພົນ​ທີ່​ທຸກ​ທໍ​ລະ​ມານ. ເຖິງ​ແມ່ນ​ວ່າ ການ​ພັກ​ຢູ່​ເມືອງ​ຄວິນ​ສີ ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ, ແຕ່​ໄພ່​ພົນ​ກໍ​ບໍ່​ເຄີຍ​ລືມ​ໜີ້​ບຸນ​ຄຸນ​ຕໍ່​ເພື່ອນ​ບ້ານ​ທີ່​ຮັກ​ແພງ​ຂອງ​ເຂົາ​ເຈົ້າ, ແລະ ເມືອງ​ຄວິນ​ສີ​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ເມືອງ​ລີ້​ໄພ.”16

ເມື່ອ​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ທຸກ​ທໍ​ລະ​ມານ​ມາ​ສູ່​ເຮົາ ຈາກ​ການ​ວິ​ພາກ​ວິ​ຈານ, ສິ່ງ​ທີ່​ເປັນ​ທາງ​ລົບ, ແມ່ນ​ແຕ່​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ, ເຮົາ​ກໍ​ຍັງ​ສາ​ມາດ​ເລືອກ​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ​ໄດ້. ຄວາມ​ຫວັງ​ນີ້​ມາ​ຈາກ​ຄຳ​ເຊື້ອ​ເຊີນ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ວ່າ “ຈົ່ງ​ເບີກ​ບານ​ເຖີດ, ເພາະ​ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ”17 ແລະ ວ່າ​ພຣະ​ອົງ​ຈະ​ອຸ​ທິດ​ຖວາຍ​ຄວາມ​ທຸກ​ຂອງ​ທ່ານ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທ່ານ.18

ຜູ້​ລ້ຽງ​ທີ່​ດີ

ບັດ​ນີ້ ເຮົາ​ຈະ​ຈົບ​ລົງ​ຈາກ​ບ່ອນ​ທີ່​ເຮົາ​ເລີ່ມ​ຕົ້ນ: ຜູ້​ດູ​ແລ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຄົນ​ໜຶ່ງ, ໄດ້​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເມດ​ຕາ ພ້ອມ​ກັບ​ວິນ​ຍານ​ແຫ່ງ​ການ​ບຳ​ລຸງ​ລ້ຽງ, ແລະ ຜົນ​ຮັບ​ທີ່​ບໍ່​ຄາດ​ຄິດ—ປິ່ນ​ປົວ​ໃຈ​ສັດ​ທີ່​ນາງ​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ. ເປັນ​ຫຍັງ? ເພາະ​ນາງ​ເປັນ​ຄົນ​ແບບ​ນັ້ນ!

ຂະ​ນະ​ທີ່​ເຮົາ​ຫລຽວ​ເບິ່ງ​ຜ່ານ​ແວ່ນ​ຕາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ເຮົາ​ຈະ​ຮັບ​ຮູ້​ວ່າ ເຮົາ​ກໍ​ຢູ່​ໃນ​ການ​ດູ​ແລ​ຂອງ​ຜູ້​ດູ​ແລ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຄື​ກັນ, ຜູ້​ເອື້ອມ​ອອກ​ມາ​ດ້ວຍ​ຄວາມ​ເມດ​ຕາ ແລະ ​ບຳ​ລຸງ​ລ້ຽງ​ວິນ​ຍານ. ຜູ້​ລ້ຽງ​ທີ່​ດີ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ​ຕາມ​ຊື່ ແລະ ມີ​ຄວາມ​ສົນ​ໃຈ​ກັບ​ເຮົາ.19 ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ເອງ​ກໍ​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ຜູ້​ລ້ຽງ​ທີ່​ດີ, ແລະ ຮູ້​ຈັກ​ແກະ​ຂອງ​ເຮົາ. … ແລະ ເຮົາ [ຈະ] ເຕັມ​ໃຈ​ສະ​ລະ​ຊີ​ວິດ​ເພື່ອ​ຝູງ​ແກະ​ຂອງ​ເຮົາ.”20

ຮູບ​ພາບ
ການ​ພົບ​ເຫັນ​ແກະ​ທີ່​ເສຍ

ໃນ​ທ້າຍ​ອາ​ທິດ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ຂ້າ​ພະ​ເຈົ້າ​ພົບ​ຄວາມ​ສະ​ຫງົບ​ສຸກ​ໃນ​ການ​ຮູ້​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ”21 ແລະ ພຣະ​ອົງ​ກໍ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ ແລະ ພຣະ​ອົງ​ຄອຍ​ດູ​ແລ​ເຮົາ​ຢູ່. ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ລົມ ແລະ ພະ​ຍຸ​ຝົນ​ແຫ່ງ​ຊີ​ວິດ, ຄວາມ​ເຈັບ​ປ່ວຍ ແລະ ການ​ບາດ​ເຈັບ, ພຣະ​ຜູ້​ເປັນ​ເຈົ້າ—ຜູ້​ລ້ຽງ​ຂອງ​ເຮົາ, ຜູ້​ດູ​ແລ​ຂອງ​ເຮົາ—ຈະ​ບຳ​ລຸງ​ລ້ຽງ​ເຮົາ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ເມດ​ຕາ. ພຣະ​ອົງ​ຈະ​ປິ່ນ​ປົວ​ຫົວ​ໃຈ ແລະ ນຳ​ຈິດ​ວິນ​ຍານ​ຂອງ​ເຮົາ​ກັບ​ຄືນ​ມາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້—ແລະ ເຖິງ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ—ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Kelli Harding, The Rabbit Effect (2019), xxiii–xxiv.

  2. ເບິ່ງ Robert M. Nerem, Murina J. Levesque, ແລະ J. Frederick Cornhill, “Social Environment as a Factor in Diet-Induced Atherosclerosis,” Science, vol. 208, no. 4451 (June 27, 1980), 1475–76.

  3. Harding, The Rabbit Effect, xxiv, xxv.

  4. ເບິ່ງ ມັດ​ທາຍ 22:36–39.

  5. ໂມ​ໄຊ​ຢາ18:21; ເນັ້ນ​ຄຳ​ເນີ້ງ.

  6. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:41–42.

  7. “I’m Trying to Be like Jesus,” Children’s Songbook, 79.

  8. Adapted from Minchan K., “The Apology,” Friend, Jan. 2020, 35.

  9. Frances Dalomba, “Social Media: The Good, the Bad, and the Ugly,” Lifespan, lifespan.org.

  10. Dieter F. Uchtdorf, “The Merciful Obtain Mercy,” Liahona, May 2012, 75.

  11. M. Russell Ballard, “Doctrine of Inclusion,” Liahona, Jan. 2002, 41.

  12. ລູ​ກາ 6:27–28.

  13. Wandle Mace autobiography, circa 1890, typescript, 32–33, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ.

  14. Wandle Mace autobiography, 33; ການ​ສະ​ກົດ​ຄຳ ແລະ ອັກ​ສອນ​ຕົວ​ໃຫຍ່ ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ.

  15. ເບິ່ງ Richard E. Bennett, “‘Quincy—the Home of Our Adoption’: A Study of the Mormons in Quincy, Illinois, 1838–40,” Mormon Historical Studies, vol. 2, no. 1 (Spring 2001), 110–11.

  16. ເບິ່ງ Susan Easton Black, “Quincy–A City of Refuge,” Mormon Historical Studies, vol. 2, no. 1 (Spring 2001), 83–94.

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 78:18.

  18. ເບິ່ງ 2 ນີ​ໄຟ 2:2.

  19. ເບິ່ງ James E. Talmage, Jesus the Christ (1916), 417.

  20. ໂຢ​ຮັນ 10:14, 15.

  21. ເພງ​ສັນ​ລະ​ເສີນ 23:1.

ພິມ