ເປັນຫຍັງຈຶ່ງເສັ້ນທາງແຫ່ງພັນທະສັນຍາ
ຄວາມແຕກຕ່າງຂອງເສັ້ນທາງແຫ່ງພັນທະສັນຍາແມ່ນສຳຄັນຢ່າງປຽບທຽບກັນບໍ່ໄດ້ ແລະ ເປັນນິລັນດອນ.
ຕະຫລອດທົ່ວການປະຕິບັດສາດສະໜາກິດຂອງເພິ່ນ, ປະທານຣະໂຊ ເອັມ ແນວສັນ ໄດ້ສຶກສາ ແລະ ໄດ້ສິດສອນກ່ຽວກັບພັນທະສັນຍາຂອງພຣະເຈົ້າກັບລູກໆຂອງພຣະອົງ. ເພິ່ນເອງກໍເປັນຜູ້ໜຶ່ງຂອງການເປັນຕົວຢ່າງທີ່ດີ ທີ່ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ. ໃນຂ່າວສານເທື່ອທຳອິດໃນຖານະປະທານຂອງສາດສະໜາຈັກ, ປະທານແນວສັນໄດ້ກ່າວວ່າ:
ຄວາມຕັ້ງໃຈຂອງທ່ານ ທີ່ຈະເຮັດຕາມພຣະຜູ້ຊ່ວຍໃຫ້ລອດ ໂດຍການເຮັດພັນທະສັນຍານຳພຣະອົງ ແລະ ແລ້ວຮັກສາພັນທະສັນຍາເຫລົ່ານີ້ ຈະເປີດປະຕູຮັບເອົາພອນທຸກປະການທາງວິນຍານ ແລະ ຮັບເອົາສິດທິພິເສດ ທີ່ມີໃຫ້ຊາຍ, ຍິງ, ແລະ ເດັກນ້ອຍ ໃນທຸກແຫ່ງຫົນ.
“… ພິທີການຂອງພຣະວິຫານ ແລະ ພັນທະສັນຍາ ທີ່ທ່ານໄດ້ເຮັດຢູ່ໃນນັ້ນ ເປັນສິ່ງສຳຄັນຕໍ່ຄວາມເຂັ້ມແຂງຂອງຊີວິດທ່ານ, ຕໍ່ການແຕ່ງງານ ແລະ ຄອບຄົວຂອງທ່ານ, ແລະ ຕໍ່ຄວາມສາມາດທີ່ຈະປະເຊີນກັບການໂຈມຕີຂອງຜູ້ປໍລະປັກ. ການນະມັດສະການຂອງທ່ານ ໃນພຣະວິຫານ ແລະ ການຮັບໃຊ້ຂອງທ່ານຢູ່ໃນນັ້ນ ສຳລັບບັນພະບຸລຸດຂອງທ່ານ ຈະເພີ່ມການເປີດເຜີຍສ່ວນຕົວ ແລະ ຄວາມສະຫງົບໃຫ້ທ່ານ ແລະ ຈະປົກປ້ອງຄວາມຕັ້ງໃຈຂອງທ່ານ ທີ່ຈະຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງທ່ານ.”1
ເສັ້ນທາງແຫ່ງພັນທະສັນຍາຄືຫຍັງ? ມັນຄືເສັ້ນທາງສາຍໜຶ່ງທີ່ນຳໄປສູ່ອານາຈັກຊັ້ນສູງຂອງພຣະເຈົ້າ. ເຮົາເລີ່ມຕົ້ນໃນເສັ້ນທາງຈາກປະຕູແຫ່ງການບັບຕິສະມາ ແລະ ແລ້ວ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນ ແລະ ຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ [ພຣະບັນຍັດສອງຂໍ້ຕົ້ນ] … ຈົນເຖິງທີ່ສຸດ.”2 ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ (ຊຶ່ງ, ຕາມຈິງແລ້ວ, ຍາວຜ່ານກາຍຊ່ວງມະຕະ), ເຮົາໄດ້ຮັບພິທີການ ແລະ ພັນທະສັນຍາທັງໝົດ ທີ່ກ່ຽວກັບຄວາມລອດ ແລະ ຄວາມສູງສົ່ງ.
ຄຳໝັ້ນສັນຍາແຫ່ງພັນທະສັນຍາທັງໝົດຂອງເຮົາແມ່ນທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ “ແລະ ເພື່ອຈະໄດ້ເຊື່ອຟັງພຣະບັນຍັດຂອງພຣະອົງໃນທຸກເລື່ອງທີ່ພຣະອົງຈະບັນຊາພວກເຮົາ.”3 ການເຮັດຕາມຫລັກທຳ ແລະ ພຣະບັນຍັດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດໃນແຕ່ລະວັນ ເປັນເສັ້ນທາງທີ່ມີຄວາມສຸກ ແລະ ໜ້າເພິ່ງພໍໃຈຫລາຍທີ່ສຸດໃນຊີວິດ. ເພາະຢ່າງໜຶ່ງ, ບຸກຄົນຈະຫລີກເວັ້ນຈາກບັນຫາ ແລະ ການກິນແໜງຫລາຍຢ່າງ. ຂ້າພະເຈົ້າຂໍອະນຸຍາດໃຊ້ການຫລິ້ນກິລາເປັນການປຽບທຽບ. ໃນການຫລິ້ນເທນນິດ, ມີບາງສິ່ງທີ່ເອີ້ນວ່າ ຄວາມຜິດທີ່ບໍ່ໄດ້ຖືກບັງຄັບ. ມັນມີການຕີໝາກບານໃສ່ຕາໜ່າງ ຫລື ເຮັດຄວາມຜິດສອງເທື່ອຕອນເສີບໝາກບານ. ຄວາມຜິດທີ່ບໍ່ໄດ້ຖືກບັງຄັບແມ່ນເກີດຈາກຄວາມຜິດພາດຂອງຜູ້ຫລິ້ນ ແທນທີ່ຈະເກີດຈາກຄວາມຊຳນານຂອງຄູ່ແຂ່ງ.
ສ່ວນຫລາຍແລ້ວບັນຫາຂອງເຮົາ ຫລື ການທ້າທາຍແມ່ນເກີດຈາກຕົວເຮົາເອງ, ຜົນຂອງການເລືອກບໍ່ດີ, ຫລື, ເຮົາສາມາດເວົ້າໄດ້ວ່າ, ມັນເປັນ “ຄວາມຜິດທີ່ບໍ່ໄດ້ຖືກບັງຄັບ.” ເມື່ອເຮົາສະແຫວງຫາເສັ້ນທາງແຫ່ງພັນທະສັນຍາຢ່າງພາກພຽນ, ເຮົາຈະຫລີກເວັ້ນຈາກ “ຄວາມຜິດທີ່ບໍ່ໄດ້ຖືກບັງຄັບ” ແບບທຳມະຊາດ. ເຮົາຈະຍ່າງກາຍການຕິດແສດຕ່າງໆນາໆ. ເຮົາຈະບໍ່ຕົກລົງຂຸມຂອງການກະທຳທີ່ບໍ່ຊື່ສັດ. ເຮົາຈະຜ່ານຂ້າມຄວາມເລິກຂອງການຜິດສິນທຳ ແລະ ການນອກໃຈ. ເຮົາຈະເວັ້ນຈາກຜູ້ຄົນ ແລະ ສິ່ງທີ່, ເຖິງແມ່ນເປັນທີ່ນິຍົມ, ຈະທຳຮ້າຍຄວາມຜາສຸກທາງຮ່າງກາຍ ແລະ ທາງວິນຍານຂອງເຮົາ. ເຮົາຈະຫລີກລ້ຽງຈາກການເລືອກທີ່ເປັນໄພ ຫລື ເອົາປຽບຄົນອື່ນ ແລະ ແທນດ້ວຍການຊອກຫານິໄສຂອງການບັງຄັບຕົນເອງ ແລະ ການຮັບໃຊ້.4
ແອວເດີ ເຈ ໂກນເດັນ ຄິມໂບ ໄດ້ຖືກລາຍງານວ່າເຄີຍກ່າວດັ່ງນີ້, “ຂ້າພະເຈົ້າອາດບໍ່ເຄີຍເດີນຢູ່ໃນເສັ້ນທາງທີ່ຄັບ ແລະ ແຄບ [ສະເໝີໄປ], ແຕ່ຂ້າພະເຈົ້າກໍ [ພະຍາຍາມ] ທີ່ຈະໄປຫາມັນເລື້ອຍໆເທົ່າທີ່ຈະ [ເປັນໄປໄດ້].”5 ໃນຊ່ວງເວລາທີ່ຈິງຈັງກວ່ານີ້, ຂ້າພະເຈົ້າແນ່ໃຈວ່າ ບຣາເດີ ຄິມໂບ ຈະຕ້ອງເຫັນດ້ວຍກັບການຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ບໍ່ພຽງແຕ່ໄປຫາມັນເປັນບາງຄັ້ງເທົ່ານັ້ນ, ຊຶ່ງເປັນຄວາມຫວັງຂອງເຮົາໃນການຫລີກເວັ້ນຈາກຄວາມໂສກເສົ້າ ທີ່ຫລີກລ້ຽງໄດ້ ແລະ ປະສົບຄວາມສຳເລັດໃນການຈັດການກັບຄວາມທຸກທໍລະມານຂອງຊີວິດ ທີ່ຫລີກລ້ຽງບໍ່ໄດ້.
ບາງຄົນອາດເວົ້າວ່າ, “ຂ້ອຍສາມາດເລືອກສິ່ງດີໂດຍທີ່ບໍ່ຕ້ອງຮັບບັບຕິສະມາ; ຂ້ອຍບໍ່ຈຳເປັນຕ້ອງເຮັດພັນທະສັນຍາ ເພື່ອເປັນຄົນຊື່ສັດ ແລະ ປະສົບຄວາມສຳເລັດ.” ແນ່ນອນ, ມີຫລາຍຄົນທີ່ບໍ່ໄດ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ປະພຶດຕົນໃນທາງທີ່ເຮັດແບບການເລືອກ ແລະ ການມີສ່ວນຮ່ວມຂອງຄົນທີ່ຢູ່ໃນເສັ້ນທາງ. ທ່ານອາດເວົ້າວ່າ ພວກເຂົາໄດ້ເກັບກ່ຽວພຣະພອນຈາກການເດີນໄປໃນເສັ້ນທາງທີ່ “ສອດຄ່ອງກັບພັນທະສັນຍາ”. ແລ້ວ, ມັນແຕກຕ່າງແນວໃດກັບເສັ້ນທາງແຫ່ງພັນທະສັນຍາ?
ຕາມຈິງແລ້ວ, ຄວາມແຕກຕ່າງນັ້ນແມ່ນສຳຄັນຢ່າງປຽບທຽບກັນບໍ່ໄດ້ ແລະ ເປັນນິລັນດອນ. ຄວາມແຕກຕ່າງລວມທັງລັກສະນະຂອງການເຊື່ອຟັງຂອງເຮົາ, ລັກສະນະຂອງຄຳໝັ້ນສັນຍາຂອງພຣະເຈົ້າຕໍ່ເຮົາ, ຄວາມຊ່ວຍເຫລືອຈາກສະຫວັນທີ່ເຮົາໄດ້ຮັບ, ພອນທີ່ກ່ຽວຂ້ອງກັບການເຕົ້າໂຮມຜູ້ຄົນແຫ່ງພັນທະສັນຍາ, ແລະ ສຳຄັນທີ່ສຸດຄື, ມໍລະດົກນິລັນດອນຂອງເຮົາ.
ການເຊື່ອຟັງທີ່ໄດ້ສັນຍາ
ທຳອິດແມ່ນລັກສະນະຂອງການເຊື່ອຟັງຂອງເຮົາຕໍ່ພຣະເຈົ້າ. ບໍ່ພຽງແຕ່ມີເຈດຕະນາດີເທົ່ານັ້ນ, ເຮົາສັນຍາຢ່າງໜັກແໜ້ນວ່າ ຈະດຳລົງຊີວິດຕາມພຣະຄຳທຸກປະການທີ່ອອກມາຈາກພຣະໂອດຂອງພຣະເຈົ້າ. ໃນສິ່ງນີ້, ເຮົາເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ, ຜູ້ຊຶ່ງ, ໂດຍການຮັບບັບຕິສະມາ, “ໄດ້ສະແດງແກ່ລູກຫລານມະນຸດວ່າ ຕາມທາງຂອງເນື້ອໜັງ ພຣະອົງຖ່ອມຕົວຕໍ່ພຣະພັກຂອງພຣະບິດາ, ແລະ ເປັນພະຍານຕໍ່ພຣະບິດາວ່າ ຈະເຊື່ອຟັງພຣະອົງໃນການຮັກສາພຣະບັນຍັດຂອງພຣະອົງ.”6
ດ້ວຍພັນທະສັນຍາ, ເຮົາມີຄວາມຕັ້ງໃຈຫລາຍກວ່າພຽງແຕ່ຈະຫລີກເວັ້ນຈາກຄວາມຜິດພາດ ຫລື ການເປັນຄົນຮອບຄອບໃນການຕັດສິນໃຈຂອງເຮົາເທົ່ານັ້ນ. ເຮົາຮູ້ສຶກເຖິງຄວາມຮັບຜິດຊອບຕໍ່ພຣະເຈົ້າສຳລັບການເລືອກຂອງເຮົາ ແລະ ຊີວິດຂອງເຮົາ. ເຮົາຮັບເອົາພຣະນາມຂອງພຣະຄຣິດ. ເຮົາເອົາໃຈໃສ່ຕໍ່ພຣະຄຣິດ—ໃນການເປັນຄົນກ້າຫານທີ່ຈະເປັນພະຍານເຖິງພຣະເຢຊູ ແລະ ພັດທະນາຕົນໃນລັກສະນະຂອງພຣະຄຣິດ.
ດ້ວຍພັນທະສັນຍາ, ການເຊື່ອຟັງຕໍ່ຫລັກທຳພຣະກິດຕິຄຸນຈະຢັ່ງລົງເລິກໃນຈິດວິນຍານຂອງເຮົາ. ຂ້າພະເຈົ້າຮູ້ຈັກສາມີພັນລະຍາຄູ່ໜຶ່ງ, ຕັ້ງແຕ່ຕອນເຂົາເຈົ້າແຕ່ງງານກັນ, ພັນລະຍາບໍ່ເຂັ້ມແຂງໃນສາດສະໜາຈັກ ແລະ ສາມີບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ. ຂ້າພະເຈົ້າຈະເອີ້ນເຂົາເຈົ້າວ່າ ນາງແມຣີ ແລະ ຈອນ, ບໍ່ແມ່ນຊື່ແທ້ຂອງເຂົາເຈົ້າ. ເມື່ອເລີ່ມສ້າງຄອບຄົວ, ນາງແມຣີກໍຢາກລ້ຽງດູລູກໆ, ຕາມທີ່ພຣະຄຳພີກ່າວວ່າ, “ຕາມລະບຽບ ແລະ ຫລັກຄຳສັ່ງສອນທຸກຢ່າງຂອງພຣະຜູ້ເປັນເຈົ້າ.”7 ຈອນກໍສະໜັບສະໜູນ. ນາງແມຣີໄດ້ເສຍສະລະຫລາຍຢ່າງທີ່ສຳຄັນ ເພື່ອຈະໄດ້ຢູ່ເຮືອນສິດສອນພຣະກິດຕິຄຸນຢ່າງສະໝ່ຳສະເໝີ. ນາງໃຫ້ແນ່ໃຈໄດ້ວ່າ ຄອບຄົວຈະເອົາໃຈໃສ່ຕໍ່ການນະມັດສະການ ແລະ ກິດຈະກຳຂອງສາດສະໜາຈັກໃຫ້ຫລາຍທີ່ສຸດ. ນາງແມຣີ ແລະ ຈອນໄດ້ກາຍເປັນຕົວຢ່າງທີ່ດີ, ແລະ ລູກໆຂອງເຂົາເຈົ້າ (ເປັນຜູ້ຊາຍທີ່ຫ້າວຫັນທຸກຄົນ) ໄດ້ເຕີບໃຫຍ່ຂຶ້ນໃນສັດທາ ແລະ ອຸທິດຕົນຕໍ່ພຣະກິດຕິຄຸນ ແລະ ມາດຕະຖານ.
ພໍ່ແມ່ຂອງຈອນ, ພໍ່ຕູ້ປູ່ ແລະ ແມ່ຕູ້ຍ່າຂອງເດັກນ້ອຍຜູ້ຊາຍເຫລົ່ານັ້ນ, ກໍດີໃຈຫລາຍກັບຊີວິດທີ່ດີງາມ ແລະ ຄວາມສຳເລັດຜົນຂອງພວກຫລານຊາຍຂອງເຂົາເຈົ້າ, ແຕ່ເປັນເພາະຄວາມຮູ້ສຶກທີ່ຕໍ່ຕ້ານກັບສາດສະໜາຈັກ, ເຂົາເຈົ້າຈຶ່ງພຽງແຕ່ຮັບຮູ້ວ່າ ຄວາມສຳເລັດນັ້ນມາຈາກທັກສະຂອງການເປັນພໍ່ແມ່ຂອງຈອນ ແລະ ນາງແມຣີ. ເຖິງແມ່ນວ່າຈອນບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກກໍຕາມ, ແຕ່ລາວບໍ່ໄດ້ປ່ອຍໃຫ້ການປະເມີນຜົນນັ້ນປາດສະຈາກການທ້າທາຍ. ລາວໄດ້ຢືນຢັນວ່າພໍ່ແມ່ຂອງລາວກຳລັງເຫັນໝາກຜົນຂອງການສິດສອນພຣະກິດຕິຄຸນ—ສິ່ງທີ່ພວກລູກຊາຍຂອງລາວໄດ້ມີປະສົບການຢູ່ໃນໂບດ ຕະຫລອດທັງສິ່ງທີ່ເກີດຂຶ້ນຢູ່ໃນບ້ານ.
ຈອນເອງກໍໄດ້ຖືກຊົງນຳໂດຍອິດທິພົນຂອງພຣະວິນຍານ, ໂດຍຄວາມຮັກ ແລະ ຕົວຢ່າງຂອງພັນລະຍາຂອງລາວ, ແລະ ໂດຍການຊຸກຍູ້ຂອງພວກລູກຊາຍຂອງລາວ. ເມື່ອເວລາຜ່ານໄປ, ລາວກໍໄດ້ຮັບບັບຕິສະມາ, ຊຶ່ງເຮັດໃຫ້ສະມາຊິກຫວອດ ແລະ ໝູ່ເພື່ອນດີໃຈຫລາຍ.
ເຖິງແມ່ນວ່າຊີວິດບໍ່ເຄີຍປາດສະຈາກການທ້າທາຍສຳລັບເຂົາເຈົ້າ ແລະ ພວກລູກຊາຍຂອງເຂົາເຈົ້າ, ແຕ່ນາງແມຣີ ແລະ ຈອນກໍຍັງຢືນຢັນດ້ວຍສຸດໃຈວ່າ ຕາມຈິງແລ້ວ ພັນທະສັນຍາແຫ່ງພຣະກິດຕິຄຸນເປັນແຫລ່ງຂອງພອນຢ່າງຫລວງຫລາຍ. ເຂົາເຈົ້າໄດ້ເຫັນພຣະຄຳຂອງພຣະຜູ້ເປັນເຈົ້າຕໍ່ເຢເຣມີຢາ ໄດ້ສຳເລັດຄົບຖ້ວນໃນຊີວິດຂອງລູກໆຂອງເຂົາເຈົ້າ ຕະຫລອດທັງຕົວເຂົາເຈົ້າເອງ ທີ່ວ່າ: “ເຮົາຈະຕັ້ງກົດບັນຍັດຂອງເຮົາໄວ້ພາຍໃນພວກເຂົາ, ແລະ ຂຽນກົດບັນຍັດນັ້ນໄວ້ທີ່ຫົວໃຈຂອງພວກເຂົາ; ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ, ແລະ ພວກເຂົາກໍຈະເປັນປະຊາຊົນຂອງເຮົາ.”8
ຜູກພັນກັບພຣະເຈົ້າ
ທັດສະນະພິເສດຢ່າງທີສອງໃນເສັ້ນທາງແຫ່ງພັນທະສັນຍາແມ່ນຄວາມສຳພັນຂອງເຮົາກັບພຣະເຈົ້າ. ພັນທະສັນຍາທີ່ພຣະເຈົ້າສະເໜີມອບໃຫ້ແກ່ລູກໆຂອງພຣະອົງແມ່ນເກີນກວ່າພຽງແຕ່ນຳພາເຮົາເທົ່ານັ້ນ. ມັນຜູກມັດເຮົາເຂົ້າກັບພຣະອົງ, ແລະ, ຜູກພັນກັບພຣະອົງ, ເຮົາສາມາດເອົາຊະນະທຸກສິ່ງໄດ້.9
ມີເທື່ອໜຶ່ງຂ້າພະເຈົ້າໄດ້ອ່ານບົດຄວາມສັ້ນທີ່ນັກສື່ຂ່າວຂອງສຳນັກງານໜັງສືພິມແຫ່ງໜຶ່ງໄດ້ຂຽນໃນທາງທີ່ບໍ່ຖືກຕ້ອງວ່າ ພວກເຮົາບັບຕິສະມາແທນຄົນຕາຍ ໂດຍການຈຸ່ມມ້ວນໄມໂກຼຟິມລົງໃນນ້ຳ. ແລ້ວຜູ້ທີ່ມີລາຍຊື່ຢູ່ໃນໄມໂກຼຟິມນັ້ນກໍຖືວ່າໄດ້ຮັບບັບຕິສະມາແລ້ວ. ການທີ່ຈະເຮັດແນວນັ້ນອາດມີປະສິດທິພາບຫລາຍ, ແຕ່ເປັນການເມີນເສີຍຈາກຄ່າຄວນຂອງຈິດວິນຍານແຕ່ລະດວງ ແລະ ຄວາມສຳຄັນຂອງພັນທະສັນຍາທີ່ຈຳເປັນສ່ວນຕົວກັບພຣະເຈົ້າ.
“[ພຣະເຢຊູ] ໄດ້ກ່າວວ່າ … : ຈົ່ງເຂົ້າໄປທາງປະຕູຄັບ; ເພາະປະຕູຄັບ, ແລະ ທາງແຄບນັ້ນແຫລະທີ່ນຳໄປສູ່ຊີວິດ, ແລະ ມີໜ້ອຍຄົນທີ່ຈະພົບເຫັນມັນ.”10 ຖ້າຈະເວົ້າແບບປຽບທຽບແລ້ວ, ປະຕູນີ້ແມ່ນແຄບຫລາຍ ຊຶ່ງພຽງແຕ່ເຂົ້າໄດ້ເທື່ອລະຄົນເທົ່ານັ້ນ. ແຕ່ລະຄົນໄດ້ເຮັດຄຳໝັ້ນສັນຍາເປັນສ່ວນຕົວກັບພຣະເຈົ້າ ແລະ ກໍໄດ້ຮັບພັນທະສັນຍາສ່ວນຕົວຈາກພຣະອົງ, ຕາມຊື່, ທີ່ເຂົາເຈົ້າສາມາດເພິ່ງອາໄສໄດ້ໃນຊ່ວງການເວລາ ແລະ ຊົ່ວນິລັນດອນ. ດ້ວຍພິທີການ ແລະ ພັນທະສັນຍາ, “ອຳນາດຂອງຄວາມເປັນເໝືອນພຣະເຈົ້າ” ໃນຊີວິດຂອງເຮົາ.11
ຄວາມຊ່ວຍເຫລືອຈາກສະຫວັນ
ສິ່ງນີ້ເຮັດໃຫ້ເຮົາພິຈາລະນາເຖິງພອນຢ່າງທີສາມຂອງເສັ້ນທາງແຫ່ງພັນທະສັນຍາ. ພຣະເຈົ້າໄດ້ມອບຂອງປະທານຢ່າງທີ່ເກືອບບໍ່ສາມາດເຂົ້າໃຈໄດ້ ເພື່ອຊ່ວຍຜູ້ເຮັດພັນທະສັນຍາໃຫ້ກາຍເປັນຜູ້ຮັກສາພັນທະສັນຍາ ນັ້ນຄື: ຂອງປະທານແຫ່ງພຣະວິນຍານບໍລິສຸດ. ຂອງປະທານນີ້ແມ່ນສິດທິຂອງການເປັນເພື່ອນ, ການປົກປ້ອງ, ແລະ ການຊີ້ນຳຂອງພຣະວິນຍານສັກສິດຕະຫລອດເວລາ.12 ພ້ອມທັງຮູ້ຈັກກັນດີອີກວ່າເປັນພຣະຜູ້ປອບໂຍນ, ພຣະວິນຍານສັກສິດ “ເຕັມປ່ຽມໄປດ້ວຍຄວາມຫວັງ ແລະ ຄວາມຮັກທີ່ສົມບູນ.”13 ພຣະອົງ “ຮູ້ທຸກສິ່ງ, ແລະ ເປັນພະຍານເຖິງພຣະບິດາ ແລະ ພຣະບຸດ,”14 ຜູ້ຊຶ່ງເຮົາສັນຍາທີ່ຈະເປັນພະຍານ.15
ໃນເສັ້ນທາງແຫ່ງພັນທະສັນຍາ ເຮົາກໍຍັງພົບເຫັນພອນທີ່ສຳຄັນແຫ່ງການໃຫ້ອະໄພ ແລະ ການຊຳລະຈາກບາບນຳອີກ. ນີ້ຄືຄວາມຊ່ວຍເຫລືອທີ່ສາມາດມາເຖິງພຽງແຕ່ຜ່ານທາງພຣະຄຸນແຫ່ງສະຫວັນ, ຊຶ່ງມອບໃຫ້ໂດຍພຣະວິນຍານບໍລິສຸດເທົ່ານັ້ນ. “ບັດນີ້ ນີ້ຄືພຣະບັນຍັດ,” ພຣະຜູ້ເປັນເຈົ້າກ່າວ, “ຈົ່ງກັບໃຈ, ເຈົ້າທັງຫລາຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຮັບການຊຳລະໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ.”16
ເຕົ້າໂຮມກັບຜູ້ຄົນແຫ່ງພັນທະສັນຍາ
ສີ່, ຜູ້ທີ່ສະແຫວງຫາເສັ້ນທາງແຫ່ງພັນທະສັນຍາ ຈະພົບເຫັນພອນທີ່ສຳຄັນທີ່ສຸດຂອງການເຕົ້າໂຮມຕ່າງໆຊຶ່ງສະຫວັນກຳນົດໄວ້ນຳອີກ. ຄຳທຳນາຍເຖິງການເຕົ້າໂຮມແທ້ໆຂອງເຜົ່າທີ່ກະຈັດກະຈາຍໄປເປັນເວລາດົນນານກັບຄືນສູ່ແຜ່ນດິນທີ່ເປັນມໍລະດົກຂອງເຂົາເຈົ້າ ມີຢູ່ຕະຫລອດທົ່ວພຣະຄຳພີ.17 ການບັນລຸຕາມຄຳທຳນາຍ ແລະ ຄຳສັນຍາເຫລົ່ານັ້ນ ບັດນີ້ກຳລັງເກີດຂຶ້ນດ້ວຍການເຕົ້າໂຮມຜູ້ຄົນແຫ່ງພັນທະສັນຍາເຂົ້າໃນສາດສະໜາຈັກ, ອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ. ປະທານແນວສັນໄດ້ອະທິບາຍວ່າ, “ເມື່ອເຮົາກ່າວເຖິງ ການເຕົ້າໂຮມ, ເຮົາພຽງກ່າວເຖິງຄວາມຈິງຂັ້ນພື້ນຖານນີ້: ລູກໆທຸກຄົນຂອງພຣະບິດາເທິງສະຫວັນຂອງເຮົາ … ມີສິດທີ່ຈະໄດ້ຍິນຂ່າວສານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ.”18
ພຣະຜູ້ເປັນເຈົ້າບັນຊາສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໃຫ້ “ລຸກຂຶ້ນ ແລະ ສ່ອງແສງອອກໄປ, ເພື່ອວ່າຄວາມສະຫວ່າງຂອງພວກເຈົ້າຈະເປັນທຸງສັນຍານໃຫ້ປະຊາຊາດ; … ເພື່ອວ່າ ການເຕົ້າໂຮມຢູ່ເທິງແຜ່ນດິນຊີໂອນ, ແລະ ເທິງສະເຕກຂອງນາງ, ຈະເກີດຂຶ້ນເພື່ອການປົກປ້ອງ, ແລະ ເພື່ອເປັນບ່ອນຫລົບໄພຈາກພະຍຸ, ແລະ ຈາກພຣະພິໂລດເມື່ອມັນຈະຖອກເທລົງມາໂດຍສຸດພະລັງເທິງທັງແຜ່ນດິນໂລກ.”19
ມັນກໍຍັງມີການເຕົ້າໂຮມຂອງຜູ້ຄົນແຫ່ງພັນທະສັນຍາໃນແຕ່ລະອາທິດນຳອີກ ເຂົ້າໃນບ້ານແຫ່ງການອະທິຖານໃນວັນຂອງພຣະຜູ້ເປັນເຈົ້າ, ເພື່ອວ່າເຮົາຈະໄດ້ຮັກສາ “[ຕົວເຮົາເອງ] ໃຫ້ປາດສະຈາກມົນທິນຂອງໂລກໄດ້ຫລາຍກວ່າເກົ່າ.”20 ມັນເປັນການເຕົ້າໂຮມເພື່ອຮັບເອົາເຂົ້າຈີ່ ແລະ ນ້ຳຂອງສິນລະລຶກ ຊຶ່ງເປັນຕົວແທນໃຫ້ແກ່ການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເປັນເວລາ “ເພື່ອຖືສິນອົດເຂົ້າ ແລະ ເພື່ອອະທິຖານ ແລະ ເພື່ອສົນທະນາກັນກ່ຽວກັບຄວາມຜາສຸກຂອງຈິດວິນຍານ [ຂອງພວກເຮົາ].”21 ຕອນເປັນໄວລຸ້ນ, ຂ້າພະເຈົ້າແມ່ນຄົນດຽວທີ່ເປັນສະມາຊິກຂອງສາດສະໜາຈັກ ຢູ່ໃນຫ້ອງຮຽນມັດທະຍົມຂອງຂ້າພະເຈົ້າ. ຂ້າພະເຈົ້າມັກພົບປະສັງສັນກັບໝູ່ເພື່ອນທີ່ດີຫລາຍຄົນຢູ່ໃນໂຮງຮຽນ, ແຕ່ຂ້າພະເຈົ້າພົບວ່າ ຂ້າພະເຈົ້າໄດ້ເພິ່ງອາໄສການເຕົ້າໂຮມໃນວັນຊະບາໂຕຫລາຍທີ່ສຸດ ໃນແຕ່ລະອາທິດ ເພື່ອເຕີມພະລັງ ແລະ ຕໍ່ພັນທະສັນຍາຂອງຂ້າພະເຈົ້າທາງວິນຍານ ແລະ ແມ່ນແຕ່ທາງຮ່າງກາຍ. ເຮົາຄິດຮອດພັນທະສັນຍາຂອງການເຕົ້າໂຮມນີ້ຫລາຍແທ້ໆ ໃນຊ່ວງໄລຍະຂອງການແຜ່ລະບາດນີ້, ແລະ ເຮົາກໍລໍຖ້າເວລາເມື່ອເຮົາຈະໄດ້ກັບໄປເຕົ້າໂຮມກັນອີກ ຄືຄາວແຕ່ກ່ອນ.
ຜູ້ຄົນແຫ່ງພັນທະສັນຍາກໍເຕົ້າໂຮມຢູ່ໃນພຣະວິຫານນຳອີກ, ບ້ານຂອງພຣະຜູ້ເປັນເຈົ້າ, ເພື່ອຮັບເອົາພິທີການ, ພອນ, ແລະ ການເປີດເຜີຍ ຊຶ່ງມີໃຫ້ເຮົາແຕ່ລະຄົນເປັນພິເສດໃນນັ້ນ. ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ: “ແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການເຕົ້າໂຮມ … ຜູ້ຄົນຂອງພຣະເຈົ້າ ໃນທຸກຍຸກທຸກສະໄໝຂອງໂລກ? … ຈຸດປະສົງຕົ້ນຕໍແມ່ນ ເພື່ອກໍ່ສ້າງບ້ານແດ່ພຣະຜູ້ເປັນເຈົ້າ ບ່ອນທີ່ພຣະອົງຈະສາມາດເປີດເຜີຍພິທີການຂອງບ້ານຂອງພຣະອົງ ແລະ ລັດສະໝີພາບຂອງອານາຈັກຂອງພຣະອົງໃຫ້ແກ່ຜູ້ຄົນຂອງພຣະອົງ, ແລະ ເພື່ອສັ່ງສອນວິທີທາງແຫ່ງຄວາມລອດໃຫ້ແກ່ຜູ້ຄົນ; ເພາະມີພິທີການ ແລະ ຫລັກທຳໂດຍສະເພາະ, ເມື່ອຖືກສັ່ງສອນ ແລະ ຝຶກປະຕິບັດຕາມ, ຕ້ອງເກີດຂຶ້ນໃນສະຖານທີ່ໃດໜຶ່ງ ຫລື ບ້ານທີ່ຖືກສ້າງຂຶ້ນມາເພື່ອຈຸດປະສົງນັ້ນໂດຍສະເພາະ.”22
ການຮັບຄຳສັນຍາແຫ່ງພັນທະສັນຍາເປັນມໍລະດົກ
ໃນທີ່ສຸດ, ພຽງແຕ່ໃນການສະແຫວງຫາເສັ້ນທາງແຫ່ງພັນທະສັນຍາເທົ່ານັ້ນ ທີ່ເຮົາຈະໄດ້ຮັບພອນຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ ເປັນມໍລະດົກ, ຊຶ່ງເປັນພອນສູງສຸດແຫ່ງຄວາມລອດ ແລະ ຄວາມສູງສົ່ງ ທີ່ພຣະເຈົ້າເທົ່ານັ້ນສາມາດມອບໃຫ້.23
ແຫລ່ງອ້າງອີງໃນພຣະຄຳພີເຖິງຜູ້ຄົນແຫ່ງພັນທະສັນຍາ ສ່ວນຫລາຍແລ້ວໝາຍເຖິງລູກຫລານຂອງອັບຣາຮາມ ຫລື “ເຊື້ອສາຍອິດສະຣາເອນ.” ແຕ່ຜູ້ຄົນແຫ່ງພັນທະສັນຍາກໍລວມທັງທຸກຄົນທີ່ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດ.24 ໂປໂລໄດ້ອະທິບາຍວ່າ:
“ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະອົງ. …
“ຖ້າພວກເຈົ້າເປັນຄົນຂອງພຣະຄຣິດແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ ຄືເປັນຜູ້ໄດ້ຮັບມໍລະດົກຕາມພຣະສັນຍາ.”25
ຜູ້ທີ່ຈົງຮັກພັກດີຕໍ່ພັນທະສັນຍາຂອງຕົນ “ຈະອອກມາໃນ ການຟື້ນຄືນຊີວິດຂອງຄົນທ່ຽງທຳ.”26 ເຂົາເຈົ້າ “ຖືກເຮັດໃຫ້ດີພ້ອມທຸກຢ່າງຜ່ານພຣະເຢຊູຜູ້ເປັນກາງຂອງພັນທະສັນຍາໃໝ່. … ຜູ້ທີ່ຮ່າງກາຍຂອງພວກເຂົາເປັນຂອງຊັ້ນສູງ, ຊຶ່ງລັດສະໝີພາບຂອງພວກເຂົາເປັນຂອງດວງຕາເວັນ, ແມ່ນແຕ່ລັດສະໝີພາບຂອງພຣະເຈົ້າ, ຜູ້ສູງສຸດຂອງທຸກສິ່ງທັງປວງ.”27 “ດັ່ງນັ້ນ, ທຸກສິ່ງທັງປວງເປັນຂອງພວກເຂົາ, ບໍ່ວ່າຊີວິດ ຫລື ຄວາມຕາຍ, ຫລື ສິ່ງໃນປະຈຸບັນ, ຫລື ສິ່ງທີ່ຈະມາເຖິງ, ທັງໝົດເປັນຂອງພວກເຂົາ ແລະ ພວກເຂົາເປັນຂອງພຣະຄຣິດ, ແລະ ພຣະຄຣິດເປັນຂອງພຣະເຈົ້າ.”28
ຂໍໃຫເຮົາຈົ່ງເອົາໃຈໃສ່ຕໍ່ການເອີ້ນຂອງສາດສະດາ ເພື່ອໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ນີໄຟໄດ້ເຫັນເຮົາ ແລະ ເຫັນວັນເວລາຂອງເຮົາ ແລະ ໄດ້ບັນທຶກວ່າ, “ຂ້າພະເຈົ້າ, ນີໄຟ, ໄດ້ເຫັນອຳນາດຂອງພຣະເມສານ້ອຍຂອງພຣະເຈົ້າ, ລົງມາເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ, ແລະ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ, ຊຶ່ງກະຈັດກະຈາຍໄປຕາມຜືນແຜ່ນດິນໂລກ; ແລະ ພວກເຂົາມີອາວຸດຄືຄວາມຊອບທຳພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.”29
ພ້ອມກັບນີໄຟ, “ຈິດວິນຍານຂອງຂ້າພະເຈົ້າເບີກບານ” ໃນພັນທະສັນຍາຂອງພຣະຜູ້ເປັນເຈົ້າ.”30 ໃນວັນອາທິດອີດສະເຕີນີ້, ຂ້າພະເຈົ້າຂໍເປັນພະຍານເຖິງພຣະເຢຊູຄຣິດ, ຜູ້ຊຶ່ງການຟື້ນຄືນພຣະຊົນຂອງພຣະອົງເປັນຄວາມຫວັງຂອງເຮົາ ແລະ ເປັນການປະກັນຂອງທຸກສິ່ງທີ່ຖືກສັນຍາໄວ້ຢູ່ໃນລະຫວ່າງທາງ ແລະ ໃນປາຍເສັ້ນທາງແຫ່ງພັນທະສັນຍາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.