ຄວາມໂສກເສົ້າຂອງເຮົາຈະກາຍເປັນຄວາມຊົມຊື່ນຍິນດີ
ຂ້າພະເຈົ້າເຊື້ອເຊີນທຸກຄົນທີ່ຮູ້ສຶກໂສກເສົ້າ, ທຸກຄົນທີ່ຢາກຮູ້ວ່າມີຫຍັງຈະເກີດຂຶ້ນຫລັງຈາກເຮົາຕາຍໄປ, ໃຫ້ວາງສັດທາຂອງທ່ານໄວ້ໃນພຣະຄຣິດ.
ສອງສາມປີກ່ອນ, ຂະນະທີ່ເຂົ້າຮ່ວມການປະຊຸມໃນເມືອງເຊົາເລັກ, ຂ້າພະເຈົ້າໄດ້ຮັບການທັກທາຍຈາກສາດສະດາທີ່ຮັກແພງຂອງເຮົາ, ທ່ານຣະໂຊ ເອັມ ແນວສັນ. ໃນທ່າທີອົບອຸ່ນ ແລະ ເປັນກັນເອງຂອງເພິ່ນ, ເພິ່ນໄດ້ຖາມວ່າ, “ມາກ, ແມ່ເຈົ້າສະບາຍດີບໍ?”
ຂ້າພະເຈົ້າໄດ້ຕອບເພິ່ນໄປວ່າຂ້າພະເຈົ້າໄດ້ຢູ່ກັບແມ່ໃນຕົ້ນອາທິດນັ້ນທີ່ບ້ານຂອງລາວປະເທດນູແວນເຊລັງ ແລະ ວ່າລາວເລີ່ມເຖົ້າແກ່ລົງແຕ່ຍັງເຕັມປ່ຽມໄປດ້ວຍສັດທາ ແລະ ເປັນແຮງບັນດານໃຈໃຫ້ກັບທຸກຄົນທີ່ຮູ້ຈັກລາວ.
ຕໍ່ຈາກນັ້ນເພິ່ນໄດ້ເວົ້າວ່າ, “ບອກລາວແດ່ວ່າຂ້ອຍຮັກລາວເດີ … ແລະ ບອກລາວວ່າຂ້ອຍຄອງຄອຍທີ່ຈະໄດ້ພົບກັບລາວອີກຄັ້ງ.”
ຂ້າພະເຈົ້າຮູ້ສຶກປະຫລາດໃຈ ແລະ ຖາມວ່າ, “ທ່ານວາງແຜນຈະໄປປະເທດນູແວນເຊລັງໄວໆນີ້ບໍ?”
ດ້ວຍຄວາມຈິງໃຈທີ່ຮອບຄອບ ເພິ່ນໄດ້ຕອບວ່າ, “ໂອບໍ່ໄດ້ໄປ, ຂ້ອຍຈະພົບກັບລາວໃນຊີວິດໜ້າ.”
ໃນຄຳຕອບຂອງເພິ່ນ ບໍ່ໄດ້ແມ່ນການເວົ້າຢອກຈັກນ່ອຍ. ມັນແມ່ນການສະແດງອອກເຖິງຄວາມເປັນຈິງຂອງທຳມະຊາດ. ໃນເວລາທີ່ເປັນສ່ວນຕົວ ແລະ ບໍ່ໄດ້ລະວັງຄວາມເວົ້ານັ້ນ, ຂ້າພະເຈົ້າໄດ້ຍິນ ແລະ ຮູ້ສຶກໄດ້ເຖິງປະຈັກພະຍານທີ່ບໍລິສຸດຂອງສາດສະດາຜູ້ຍັງມີຊີວິດຢູ່ ວ່າຊີວິດຈະດຳເນີນຕໍ່ໄປຫລັງຈາກຄວາມຕາຍ.
ອາທິດຂອງກອງປະຊຸມໃຫຍ່ນີ້ ທ່ານຈະໄດ້ຍິນອັກຄະສາວົກ ແລະ ສາດສະດາຫລາຍທ່ານເປັນພະຍານເຖິງການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ. “ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ, ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຟື້ນຄືນມາອີກໃນມື້ທີສາມ[;] … ທຸກສິ່ງທັງໝົດທີ່ກ່ຽວພັນກັບສາດສະໜາຂອງເຮົາເປັນພຽງສ່ວນປະກອບໃສ່ກັບ [ຄວາມຈິງນີ້] ເທົ່ານັ້ນ.”1 ຂ້າພະເຈົ້າສັນຍາວ່າຂະນະທີ່ທ່ານຮັບຟັງດ້ວຍເຈດຕະນາອັນແທ້ຈິງ, ພຣະວິນຍານຈະຢືນຢັນໃນຈິດໃຈ ແລະ ໃນຫົວໃຈຂອງທ່ານເຖິງຄວາມຈິງຂອງປະຈັກພະຍານເຫລົ່ານີ້.2
ອັກຄະສາວົກຂອງພຣະເຢຊູສະໄໝບູຮານໄດ້ຖືກປ່ຽນແປງຕະຫລອດການຫລັງຈາກທີ່ພຣະອົງໄດ້ປະກົດຕົວຕໍ່ພວກເພິ່ນຫລັງຈາກການສິ້ນພຣະຊົນຂອງພຣະອົງ. ສິບຄົນໃນພວກເພິ່ນໄດ້ເຫັນດ້ວຍຕົວເອງວ່າພຣະອົງໄດ້ຟື້ນຄືນພຣະຊົນແລ້ວ. ໂທມາ, ບໍ່ໄດ້ຢູ່ໃນເຫດການ, ໄດ້ເວົ້າວ່າ, “ຂ້ອຍຈະບໍ່ເຊື່ອ … , ຖ້າຂ້ອຍບໍ່ເຫັນ.”3 ຕໍ່ມາພຣະເຢຊູໄດ້ຕັກເຕືອນໂທມາວ່າ, “ຢ່າຂາດຄວາມເຊື່ອ, ແຕ່ຈົ່ງເຊື່ອ.”4 ຫລັງຈາກນັ້ນພຣະຜູ້ເປັນເຈົ້າໄດ້ສິດສອນເຖິງບົດບາດທີ່ສຳຄັນຂອງສັດທາ: “ຜູ້ທີ່ ບໍ່ ເຫັນເຮົາ, ແຕ່ໄດ້ເຊື່ອກໍເປັນສຸກ.”5
ພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນໄດ້ມອບໜ້າທີ່ໃຫ້ອັກຄະສາວົກຂອງພຣະອົງເພື່ອເປັນພະຍານເຖິງພຣະອົງ. ເຊັ່ນດຽວກັນກັບອັກຄະສາວົກທີ່ມີຊີວິດຢູ່ຂອງເຮົາໃນປະຈຸບັນ, ພວກເພິ່ນໄດ້ປະລະອາຊີບທາງໂລກ ແລະ ໃຊ້ເວລາທີ່ເຫລືອຢູ່ໃນຊີວິດຂອງພວກເພິ່ນຢືນເປັນພະຍານຢ່າງກ້າຫານ ວ່າພຣະເຈົ້າໄດ້ຍົກພຣະເຢຊູອົງນີ້ຂຶ້ນ. ປະຈັກພະຍານທີ່ມີພະລັງຂອງພວກເພິ່ນໄດ້ນຳພາຫລາຍພັນຄົນທີ່ຍອມຮັບການເຊື້ອເຊີນມາສູ່ການຮັບບັບຕິສະມາ.6
ຂ່າວສານທີ່ປະເສີດຂອງເຊົ້າວັນອີດສະເຕີເປັນສູນກາງຂອງຊາວຄຣິດທັງໝົດ. ພຣະເຢຊູຄຣິດໄດ້ລຸກຂຶ້ນຈາກຄວາມຕາຍ, ແລະ ດ້ວຍເຫດນີ້, ເຮົາກໍຈະມີຊີວິດຫລັງຄວາມຕາຍເຊັ່ນກັນ. ຄວາມຮູ້ນີ້ໄດ້ໃຫ້ຄວາມໝາຍ ແລະ ຈຸດປະສົງຕໍ່ຊີວິດຂອງເຮົາ. ຖ້າເຮົາດຳເນີນຕໍ່ໄປໃນສັດທາ, ເຮົາຈະຖືກປ່ຽນແປງຕະຫລອດການ, ເຊັ່ນດຽວກັນກັບອັກຄະສາວົກໃນສະໃໝກ່ອນ. ເຮົາ, ເຊັ່ນດຽວກັບເພິ່ນ, ຈະສາມາດອົດທົນຕໍ່ຄວາມລຳບາກດ້ວຍສັດທາໃນພຣະເຢຊູຄຣິດ. ສັດທານີ້ຈະໃຫ້ຄວາມຫວັງແກ່ເຮົາໃນເວລາທີ່ “ຄວາມໂສກເສົ້າ [ຂອງເຮົາ] ຈະກາຍເປັນຄວາມຊົມຊື່ນຍິນດີ.”7
ສັດທາຂອງຂ້າພະເຈົ້າເອງໄດ້ເລີ່ມຕົ້ນຈາກເວລາທີ່ມີຄວາມໂສກເສົ້າ.
ພໍ່ແມ່ຂອງຂ້າພະເຈົ້າເປັນຊາວກະສິກອນລ້ຽງແກະທີ່ປະເທດນູແວນເຊລັງ.8 ພວກເພິ່ນມີຄວາມສຸກກັບຊີວິດຂອງພວກເພິ່ນ. ຕອນເປັນຄູ່ຜົວເມຍໜຸ່ມ, ພວກເພິ່ນໄດ້ຮັບພອນຫລາຍທີ່ມີລູກສາວສາມຄົນ. ຜູ້ທີ່ອາຍຸນ້ອຍທີ່ສຸດໃນນີ້ມີຊື່ວ່າ ແອນ. ມີມື້ໜຶ່ງຂະນະທີ່ເຂົາເຈົ້າໄປທ່ຽວພັກຜ່ອນທີ່ທະເລສາບແຫ່ງໜຶ່ງ, ນາງແອນອາຍຸ 17 ເດືອນໄດ້ຍ່າງຫລົງທາງອອກໄປ. ຫລັງຈາກຫລາຍນາທີຂອງການຊອກຫາດ້ວຍຄວາມໝົດຫວັງ, ນາງຖືກພົບຢູ່ໃນນ້ຳເສຍຊີວິດແລ້ວ.
ຝັນຮ້າຍນີ້ເປັນຕົ້ນເຫດຂອງຄວາມໂສກເສົ້າທີ່ບັນຍາຍບໍ່ໄດ້. ພໍ່ໄດ້ຂຽນໄວ້ໃນຫລາຍປີຕໍ່ມາວ່າ ສຽງຫົວຂອງພວກເພິ່ນໄດ້ໜີຈາກຊີວິດຂອງເພິ່ນໄປຕະຫລອດການ. ມັນກໍເປັນຄຳຖາມທີ່ສຳຄັນທີ່ສຸດເຊັ່ນດຽວກັນຂອງຊີວິດທີ່ໂຫຍຫາຄຳຕອບວ່າ: ນາງແອນທີ່ຮັກຂອງພວກເຮົາຈະເປັນແນວໃດ? ພວກເຮົາຈະໄດ້ພົບນາງອີກບໍ? ຄອບຄົວຂອງພວກເຮົາຈະກັບມາມີຄວາມສຸກອີກໄດ້ແນວໃດ?
ຫລາຍປີຫລັງຈາກເລື່ອງໂສກເສົ້າຂອງຄວາມສູນເສຍນີ້, ມີຜູ້ສອນສາດສະໜາໜຸ່ມສອງຄົນຈາກ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ມາເຮືອນຂອງພວກເຮົາ. ເຂົາເຈົ້າໄດ້ເລີ່ມສິດສອນຄວາມຈິງທີ່ມີຢູ່ໃນພຣະຄຳພີມໍມອນ ແລະ ພຣະຄຣິສຕະທຳຄຳພີ. ຄວາມຈິງເຫລົ່ານີ້ລວມທັງການຮັບຮອງວ່າ ບັດນີ້ນາງແອນໄດ້ອາໄສຢູ່ໃນໂລກວິນຍານ. ຍ້ອນການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ, ນາງຈຶ່ງຈະໄດ້ຟື້ນຄືນຊີວິດເຊັ່ນດຽວກັນ. ເຂົາເຈົ້າໄດ້ສິດສອນວ່າ ສາດສະໜາຈັກຂອງພຣະເຢຊູຄຣິດ ໄດ້ຖືກຟື້ນຟູມາສູ່ໂລກອີກຄັ້ງພ້ອມດ້ວຍສາດສະດາ ແລະ ອັກຄະສາວົກສິບສອງທີ່ມີຊີວິດຢູ່. ແລະ ເຂົາເຈົ້າໄດ້ສິດສອນຄຳສອນທີ່ເປັນເອກະລັກ ແລະ ໂດດເດັ່ນວ່າ ຄອບຄົວສາມາດຖືກຜູກມັດເຂົ້າກັນຕະຫລອດໄປໂດຍສິດອຳນາດຖານະປະໂລຫິດອັນດຽວກັນກັບທີ່ພຣະເຢຊູຄຣິດໄດ້ມອບໃຫ້ເປໂຕ ຫົວໜ້າອັກຄະສາວົກຂອງພຣະອົງ.9
ແມ່ໄດ້ຮັບຮູ້ຄວາມຈິງໃນທັນທີ ແລະ ໄດ້ຮັບການເປັນພະຍານຂອງພຣະວິນຍານ. ພໍ່, ເຖິງຢ່າງໃດກໍຕາມ, ສຳລັບປີຕໍ່ມາ ຍັງຕໍ່ສູ້ກັບຄວາມສົງໄສ ແລະ ການສະກິດທາງວິນຍານຢູ່. ເຊັ່ນກັນ, ເພິ່ນຍັງລັງເລໃນການປ່ຽນແປງຊີວິດຂອງເພິ່ນຢູ່. ເຊົ້າມື້ໜຶ່ງຫລັງຈາກຄືນທີ່ນອນບໍ່ຫລັບ, ຂະນະທີ່ເພິ່ນຍ່າງໄປຍ່າງມາຕາມພື້ນເຮືອນ, ເພິ່ນໄດ້ງວກໜ້າຫາແມ່ ແລະ ເວົ້າວ່າ, “ຂ້ອຍຊິຮັບບັບຕິສະມາມື້ນີ້ ຄັນບໍ່ຊັ້ນ ຈະບໍ່ມີວັນນັ້ນເລີຍ.”
ແມ່ໄດ້ບອກຜູ້ສອນສາດສະໜາເຖິງສິ່ງທີ່ໄດ້ເກີດຂຶ້ນ, ແລະ ເຂົາເຈົ້າກໍສັງເກດເຫັນໃນທັນທີທັນໃດເຖິງສັດທາທີ່ວິບວັບໃນພໍ່ຂອງຂ້າພະເຈົ້າວ່າ ບັດນີ້ຈະຮຸ່ງຂຶ້ນ ຫລື ດັບລົງ.
ໃນຕອນເຊົ້າຂອງມື້ນັ້ນຄອບຄົວຂອງພວກເຮົາໄດ້ເດີນທາງໄປທະເລທີ່ໃກ້ທີ່ສຸດ. ໂດຍທີ່ບໍ່ທັນໄດ້ສັງເກດວ່າເກີດຫຍັງຂຶ້ນ, ພວກເຮົາຜູ້ເປັນລູກໆໄດ້ພາກັນກິນເຂົ້າຢູ່ເທິງເນີນຫາດຊາຍຂະນະທີ່ແອວເດີ ບອຍ ກຣີນ ແລະ ແອວເດີ ແກຣີ ຊາຟຽວ ໄດ້ນຳພໍ່ແມ່ຂອງຂ້າພະເຈົ້າລົງໄປໃນນ້ຳທະເລ ແລະ ບັບຕິສະມາໃຫ້ພວກເພິ່ນ. ໃນການກະທຳຕໍ່ໄປດ້ວຍສັດທາ, ພໍ່ໄດ້ເຮັດຄຳໝັ້ນສັນຍາສ່ວນຕົວກັບພຣະຜູ້ເປັນເຈົ້າວ່າ ບໍ່ວ່າຈະມີຫຍັງເກີດຂຶ້ນ, ເພິ່ນຈະຊື່ສັດໃນຊີວິດຂອງເພິ່ນຕໍ່ຄຳສັນຍາທີ່ເພິ່ນໄດ້ເຮັດ.
ໜຶ່ງປີຕໍ່ມາພຣະວິຫານແຫ່ງໜຶ່ງໄດ້ຖືກອຸທິດໃນເມືອງແຮມໂມຕັນ, ປະເທດນູແວນເຊລັງ. ບໍ່ດົນຕໍ່ຈາກນັ້ນຄອບຄົວຂອງພວກເຮົາ, ໂດຍທີ່ມີຄົນໃດຄົນໜຶ່ງເປັນຕົວແທນໃຫ້ນາງແອນ, ໄດ້ຄຸເຂົ່າອ້ອມແທ່ນບູຊາໃນບ້ານສັກສິດຂອງພຣະຜູ້ເປັນເຈົ້າ. ນະທີ່ນີ້, ໂດຍສິດອຳນາດຖານະປະໂລຫິດ, ພວກເຮົາໄດ້ເປັນໜຶ່ງດຽວແມ່ນແຕ່ຄອບຄົວນິລັນດອນພາຍໃຕ້ພິທີການທີ່ລຽບງ່າຍ ແລະ ສວຍງາມ. ສິ່ງນີ້ໄດ້ນຳຄວາມສະຫງົບ ແລະ ຄວາມສຸກທີ່ຍິ່ງໃຫຍ່ມາໃຫ້.
ຫລາຍປີຕໍ່ມາ ພໍ່ໄດ້ບອກຂ້າພະເຈົ້າວ່າ ຖ້າບໍ່ແມ່ນຍ້ອນການເສຍຊີວິດຂອງນາງແອນ, ເພິ່ນອາດຈະບໍ່ຖ່ອມຕົວພຽງພໍທີ່ຈະຍອມຮັບພຣະກິດຕິຄຸນທີ່ຖືກຟື້ນຟູ. ແຕ່ວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຄ່ອຍໆສ້າງຄວາມຫວັງທີ່ວ່າ ສິ່ງທີ່ຜູ້ສອນສາດສະໜາໄດ້ສິດສອນເປັນຄວາມຈິງ. ສັດທາຂອງພໍ່ແມ່ຂອງຂ້າພະເຈົ້າໄດ້ເຕີບໂຕຕໍ່ໄປຈົນກວ່າພວກເພິ່ນແຕ່ລະຄົນເຕັມໄປດ້ວຍໄຟແຫ່ງປະຈັກພະຍານທີ່ນຳພາດ້ວຍຄວາມຖ່ອມໃຈແບບງຽບໆໃນທຸກໆການຕັດສິນໃຈໃນຊີວິດຂອງພວກເພິ່ນ.
ຂ້າພະເຈົ້າຈະກະຕັນຍູຕະຫລອດໄປສຳລັບການເປັນຕົວຢ່າງຂອງພໍ່ແມ່ຂ້າພະເຈົ້າທີ່ມີໃຫ້ກັບລູກຫລານໃນອະນາຄົດ. ມັນບໍ່ສາມາດນັບຈຳນວນຊີວິດທີ່ໄດ້ປ່ຽນໄປຕະຫລອດການ ຍ້ອນວ່າການກະທຳດ້ວຍສັດທາຂອງພວກເພິ່ນໃນການຕອບສະໜອງຄວາມໂສກເສົ້າຢ່າງຫລວງຫລາຍນັ້ນ.
ຂ້າພະເຈົ້າເຊື້ອເຊີນທຸກຄົນທີ່ຮູ້ສຶກໂສກເສົ້າ, ທຸກຄົນທີ່ຕໍ່ສູ້ກັບຄວາມສົງໄສ, ທຸກຄົນທີ່ຢາກຮູ້ວ່າມີຫຍັງຈະເກີດຂຶ້ນຫລັງຈາກເຮົາຕາຍໄປ, ໃຫ້ວາງສັດທາຂອງທ່ານໄວ້ໃນພຣະຄຣິດ. ຂ້າພະເຈົ້າສັນຍາວ່າ ຖ້າທ່ານ ປາດຖະໜາ ທີ່ຈະເຊື່ອ, ຕໍ່ຈາກນັ້ນ ປະຕິບັດ ໃນສັດທາ ແລະ ເຮັດຕາມ ການກະຊິບຂອງພຣະວິນຍານ, ແລ້ວທ່ານຈະພົບຄວາມສຸກໃນຊີວິດນີ້ ແລະ ໃນໂລກທີ່ຈະມາເຖິງ.
ຂ້າພະເຈົ້າຄອງຄອຍມື້ທີ່ຂ້າພະເຈົ້າຈະໄດ້ພົບກັບນາງແອນ ເອື້ອຍຂອງຂ້າພະເຈົ້າ. ຂ້າພະເຈົ້າຄອງຄອຍມື້ທີ່ຈະໄດ້ພົບກັບພໍ່ຂອງຂ້າພະເຈົ້າອີກຢ່າງຊົມຊື່ນຍິນດີ, ຜູ້ທີ່ເສຍຊີວິດໄປຫລາຍກວ່າ 30 ປີທີ່ຜ່ານມາ. ຂ້າພະເຈົ້າເປັນປະຈັກພະຍານເຖິງຄວາມສຸກໃນການດຳລົງຊີວິດດ້ວຍສັດທາ, ເຊື່ອໂດຍປາດສະຈາກການເບິ່ງເຫັນ, ແຕ່ວ່າຮັບຮູ້ດ້ວຍພະລັງຂອງພຣະວິນຍານບໍລິສຸດ ວ່າພຣະເຢຊູຄຣິດຊົງພຣະຊົນຢູ່. ດ້ວຍໝົດຫົວໃຈ ແລະ ຈິດວິນຍານຂອງຂ້າພະເຈົ້າ, ຂ້າພະເຈົ້າເລືອກຕິດຕາມພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງທີ່ໄດ້ຖືກຟື້ນຟູ. ສິ່ງນີ້ໃຫ້ພອນໃນທຸກດ້ານຂອງຊີວິດຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.