ພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ
ພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ—ແລະ ມີພາກສ່ວນໃນຊີວິດຂອງເຮົາດ້ວຍພຣະອົງເອງ ແລະ ຊີ້ນຳລູກໆຂອງພຣະອົງຢ່າງແຂງຂັນ.
ຕະຫລອດທຸກຍຸກທຸກສະໄໝ, ພຣະເຈົ້າໄດ້ກ່າວຜ່ານທາງຜູ້ຮັບໃຊ້ຂອງພຣະອົງ, ບັນດາສາດສະດາ.1 ເຊົ້າມື້ນີ້ພວກເຮົາໄດ້ຮັບກຽດຢ່າງຍິ່ງທີ່ຈະໄດ້ຍິນຈາກສາດສະດາຂອງພຣະເຈົ້າກ່າວກັບທຸກຄົນທົ່ວໂລກ. ພວກເຮົາຮັກທ່ານ, ປະທານແນວສັນ, ແລະ ຂ້າພະເຈົ້າຊຸກຍູ້ທຸກໆຄົນໃນທຸກແຫ່ງຫົນ ໃຫ້ສຶກສາ ແລະ ເຊື່ອຟັງຖ້ອຍຄຳຂອງທ່ານ.
ກ່ອນຂ້າພະເຈົ້າອາຍຸ 12 ປີ, ຄອບຄົວຂອງພວກເຮົາໄດ້ຖືກບັງຄັບໃຫ້ໜີຈາກບ້ານເຮືອນຂອງພວກເຮົາສອງເທື່ອ ແລະ ໄດ້ເລີ່ມຕົ້ນໃໝ່ທ່າມກາງຄວາມວຸ້ນວາຍ, ຄວາມຢ້ານກົວ, ແລະ ຄວາມບໍ່ແນ່ນອນຕ່າງໆທີ່ເກີດຈາກສົງຄາມ ແລະ ການແຕກແຍກທາງການເມືອງ. ມັນເປັນເວລາທີ່ໜ້າກັງວົນສຳລັບຂ້າພະເຈົ້າ, ແຕ່ມັນຄົງເປັນເລື່ອງທີ່ໜ້າຢ້ານກົວສຳລັບພໍ່ແມ່ທີ່ຮັກຂອງຂ້າພະເຈົ້າ.
ແມ່ ແລະ ພໍ່ຂອງຂ້າພະເຈົ້າບໍ່ໄດ້ແບ່ງປັນພາລະໜັກໜ່ວງນີ້ໃຫ້ກັບລູກໆສີ່ຄົນຂອງພວກເພິ່ນຫລາຍປານໃດ. ພວກເພິ່ນໄດ້ທົນກັບຄວາມອິດເມື່ອຍ ແລະ ຄວາມທຸກທໍລະມານດ້ວຍສຸດຄວາມສາມາດຂອງພວກເພິ່ນ. ຄວາມຢ້ານກົວນັ້ນຄົງໜັກໜ່ວງແທ້ໆ, ໄດ້ໃຊ້ເວລາຂອງພວກເພິ່ນຫລາຍ ແລະ ເຮັດໃຫ້ຄວາມຫວັງຂອງພວກເພິ່ນມີໜ້ອຍລົງ.
ໄລຍະເວລາທີ່ຮູ້ສຶກໝົດຫວັງຫລັງຈາກສົງຄາມໂລກຄັ້ງທີສອງນີ້ ກໍໄດ້ມີຜົນກະທົບຕໍ່ໂລກຫລາຍ. ມັນໄດ້ມີຜົນກະທົບຕໍ່ຂ້າພະເຈົ້າ.
ໃນຕອນນັ້ນ, ໃນຄວາມໂດດດ່ຽວຂອງເວລາທີ່ດຽວດາຍຂອງຂ້າພະເຈົ້າ, ຂ້າພະເຈົ້າມັກຈະຖາມວ່າ, “ຍັງມີຄວາມຫວັງຢູ່ບໍໃນໂລກນີ້?”
ເຫລົ່າທູດໃນບັນດາພວກເຮົາ
ຂະນະທີ່ຂ້າພະເຈົ້າໄຕ່ຕອງຄຳຖາມນີ້, ຂ້າພະເຈົ້າໄດ້ຄິດກ່ຽວກັບຜູ້ສອນສາດສະໜາໜຸ່ມຄົນອາເມຣິກາ ຜູ້ທີ່ໄດ້ຮັບໃຊ້ໃນບັນດາພວກເຮົາໃນຊ່ວງນັ້ນ. ເຂົາເຈົ້າໄດ້ໄປຈາກຄວາມປອດໄພຂອງບ້ານເຮືອນຂອງເຂົາເຈົ້າທີ່ຢູ່ໄກແສນໄກ ແລະ ໄດ້ເດີນທາງໄປປະເທດເຢຍລະມັນ—ດິນແດນຂອງສັດຕູໃໝ່ຂອງເຂົາເຈົ້າ—ເພື່ອໄປສະເໜີມອບຄວາມຫວັງຈາກສະຫວັນໃຫ້ແກ່ຜູ້ຄົນຂອງພວກເຮົາ. ເຂົາເຈົ້າບໍ່ໄດ້ໄປເພື່ອຈະກ່າວໂທດ, ຕິຕຽນ, ຫລື ເຮັດໃຫ້ອັບອາຍ. ເຂົາເຈົ້າໄດ້ເຕັມໃຈທີ່ຈະມອບຊີວິດໜຸ່ມຂອງເຂົາເຈົ້າ ໂດຍບໍ່ຄິດເຖິງຄວາມລ້ຳລວຍທາງໂລກ, ພຽງແຕ່ຢາກຊ່ວຍເຫລືອຄົນອື່ນໃຫ້ໄດ້ພົບຄວາມສຸກ ແລະ ຄວາມສະຫງົບທີ່ເຂົາເຈົ້າໄດ້ປະສົບມາແລ້ວ.
ສຳລັບຂ້າພະເຈົ້າ, ຊາຍໜຸ່ມ ແລະ ຍິງໜຸ່ມເຫລົ່ານີ້ແມ່ນສົມບູນແບບ. ຂ້າພະເຈົ້າແນ່ໃຈວ່າເຂົາເຈົ້າມີຄວາມບົກພ່ອງ, ແຕ່ບໍ່ແມ່ນຕໍ່ຂ້າພະເຈົ້າ. ຂ້າພະເຈົ້າຈະຄິດເຖິງເຂົາເຈົ້າວ່າເປັນຜູ້ຄົນທີ່ໜ້ານັບຖື—ເປັນເຫລົ່າທູດແຫ່ງຄວາມສະຫວ່າງ ແລະ ລັດສະໝີພາບ, ຜູ້ປະຕິບັດສາດສະໜາກິດແຫ່ງຄວາມເຫັນອົກເຫັນໃຈ, ຄວາມດີງາມ, ແລະ ຄວາມຈິງ.
ຂະນະທີ່ຊາວໂລກຈົມຢູ່ໃນຄວາມສົງໄສ, ຄວາມຂົມຂື່ນ, ຄວາມກຽດຊັງ, ແລະ ຄວາມຢ້ານກົວຢູ່ນັ້ນ, ຕົວຢ່າງ ແລະ ການສິດສອນຂອງຄົນໜຸ່ມເຫລົ່ານີ້ໄດ້ເຮັດໃຫ້ຂ້າພະເຈົ້າເຕັມໄປດ້ວຍຄວາມຫວັງ. ຂ່າວສານແຫ່ງພຣະກິດຕິຄຸນທີ່ເຂົາເຈົ້າໄດ້ສະເໜີມອບໃຫ້ນັ້ນແມ່ນຢູ່ເໜືອການເມືອງ, ປະຫວັດສາດ, ຄວາມຄຽດແຄ້ນ, ຄວາມທຸກໃຈ, ແລະ ລາຍການສ່ວນຕົວ. ມັນໄດ້ໃຫ້ຄຳຕອບຈາກສະຫວັນຕໍ່ຄຳຖາມທີ່ສຳຄັນທີ່ພວກເຮົາໄດ້ມີລະຫວ່າງຊ່ວງເວລາທີ່ຫຍຸ້ງຍາກນັ້ນ.
ຂ່າວສານນັ້ນແມ່ນ ພຣະເຈົ້າຊົງພຣະຊົນຢູ່ ແລະ ຫ່ວງໃຍເຮົາ, ແມ່ນແຕ່ໃນຊ່ວງເວລາທີ່ມີຄວາມວຸ້ນວາຍ, ຄວາມສັບສົນ, ແລະ ຄວາມໂກລາຫົນ. ວ່າພຣະອົງໄດ້ມາປະກົດຕົວແທ້ໆໃນວັນເວລາຂອງເຮົາ ເພື່ອຟື້ນຟູຄວາມຈິງ ແລະ ຄວາມສະຫວ່າງ—ພຣະກິດຕິຄຸນຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງ. ວ່າພຣະອົງກ່າວຕໍ່ບັນດາສາດສະດາອີກຄັ້ງ; ວ່າພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ—ແລະ ມີພາກສ່ວນໃນຊີວິດຂອງເຮົາດ້ວຍພຣະອົງເອງ ແລະ ຊີ້ນຳລູກໆຂອງພຣະອົງຢ່າງແຂງຂັນ.
ມັນເປັນເລື່ອງທີ່ໜ້າປະຫລາດໃຈກັບສິ່ງທີ່ເຮົາສາມາດຮຽນຮູ້ເມື່ອເຮົາເບິ່ງຄັກໆເຖິງແຜນແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະບິດາເທິງສະຫວັນຂອງເຮົາ, ແຜນແຫ່ງຄວາມສຸກ, ສຳລັບລູກໆຂອງພຣະອົງ. ເມື່ອເຮົາຮູ້ສຶກວ່າບໍ່ສຳຄັນ, ຖືກປະຖິ້ມ, ຖືກລືມໄລ, ເຮົາຮຽນຮູ້ວ່າເຮົາອາດແນ່ໃຈໄດ້ວ່າພຣະເຈົ້າຍັງບໍ່ໄດ້ລືມໄລເຮົາ—ແທ້ຈິງແລ້ວ, ວ່າພຣະອົງສະເໜີມອບບາງສິ່ງທີ່ບໍ່ໜ້າເປັນໄປໄດ້ໃຫ້ແກ່ລູກໆຂອງພຣະອົງທຸກຄົນ: ເພື່ອໃຫ້ກາຍເປັນ “ຜູ້ຮ່ວມຮັບມໍລະດົກກັບພຣະຄຣິດ.”2
ນີ້ໝາຍຄວາມວ່າແນວໃດ?
ມັນໝາຍຄວາມວ່າເຮົາຈະມີຊີວິດຕະຫລອດໄປ, ໄດ້ຮັບຄວາມສົມບູນແຫ່ງຄວາມສຸກ,3 ແລະ ມີສັກກະຍະພາບທີ່ຈະໄດ້ “ຮັບບັນລັງ, ອານາຈັກ, ເຂດປົກຄອງ, ແລະ ອຳນາດ.”4
ມັນເປັນເລື່ອງທີ່ໜ້າຖ່ອມຕົວທີ່ຮູ້ວ່າອະນາຄົດທີ່ງົດງາມ ແລະ ສູງສົ່ງນີ້ເປັນໄປໄດ້—ບໍ່ແມ່ນເປັນເພາະວ່າເຮົາເປັນໃຜ ແຕ່ເປັນເພາະວ່າພຣະເຈົ້ານັ້ນເປັນໃຜ.
ການຮູ້ເລື່ອງນີ້, ແລ້ວເຮົາຈະຈົ່ມ ຫລື ຂົມຂື່ນຢູ່ຕໍ່ໄປໄດ້ແນວໃດ? ເຮົາຈະກົ້ມໜ້າຢູ່ໄດ້ແນວໃດເມື່ອມະຫາກະສັດເໜືອກະສັດທັງຫລາຍ ເຊື້ອເຊີນເຮົາ ເພື່ອເຂົ້າສູ່ອະນາຄົດຂອງຄວາມສຸກແຫ່ງສະຫວັນທີ່ບໍ່ໜ້າເປັນໄປໄດ້ນັ້ນ?5
ຄວາມລອດໃນບັນດາພວກເຮົາ
ເປັນເພາະຄວາມຮັກທີ່ສົມບູນຂອງພຣະເຈົ້າ ທີ່ມີຕໍ່ເຮົາ ແລະ ການເສຍສະລະນິລັນດອນຂອງພຣະເຢຊູຄຣິດ, ບາບຂອງເຮົາ—ທັງໃຫຍ່ ແລະ ນ້ອຍ—ສາມາດຖືກລົບລ້າງ ແລະ ບໍ່ຖືກຈື່ຈຳອີກເລີຍ.6 ເຮົາສາມາດຢືນຢູ່ຕໍ່ພຣະພັກຂອງພຣະອົງຢ່າງບໍລິສຸດ, ມີຄ່າຄວນ, ແລະ ສະອາດ.
ຫົວໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມກະຕັນຍູຕໍ່ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ. ຂ້າພະເຈົ້າຮັບຮູ້ວ່າພຣະອົງບໍ່ໄດ້ປ່ອຍໃຫ້ລູກໆຂອງພຣະອົງດີ້ນລົນຜ່ານຜ່າຊີວິດມະຕະນີ້ ປາດສະຈາກຄວາມຫວັງສຳລັບອະນາຄົດທີ່ແຈ່ມໃສ ແລະ ເປັນນິລັນດອນ. ພຣະອົງໄດ້ຈັດຫາໃຫ້ມີຄຳສອນທີ່ເປີດເຜີຍໃຫ້ເຫັນເສັ້ນທາງທີ່ນຳກັບໄປຫາພຣະອົງ. ໃນຈຸດໃຈກາງທັງໝົດນີ້ກໍແມ່ນ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ,7 ແລະ ການເສຍສະລະຂອງພຣະອົງເພື່ອເຮົາ.
ການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະຜູ້ຊ່ວຍໃຫ້ລອດ ປ່ຽນທັດສະນະທີ່ເຮົາມອງເຫັນການລ່ວງລະເມີດ ແລະ ຄວາມບໍ່ດີພ້ອມຂອງເຮົາໄປໝົດ. ແທນທີ່ຈະເອົາໃຈໃສ່ກັບເລື່ອງນີ້ ແລະ ຮູ້ສຶກວ່າຈະຖືກໄຖ່ບໍ່ໄດ້ ຫລື ໝົດຫວັງ, ເຮົາສາມາດຮຽນຮູ້ຈາກສິ່ງເຫລົ່ານີ້ ແລະ ມີຄວາມຫວັງ.8 ຂອງປະທານທີ່ຊຳລະໃຫ້ສະອາດແຫ່ງການກັບໃຈ ອະນຸຍາດໃຫ້ເຮົາປ່ອຍປະບາບຂອງເຮົາໄປ ແລະ ກາຍເປັນສິ່ງໃໝ່.9
ເປັນເພາະພຣະເຢຊູຄຣິດ, ຄວາມລົ້ມເຫລວຂອງເຮົາບໍ່ຈຳເປັນຕ້ອງຈຳກັດເຮົາ. ມັນສາມາດຫລໍ່ຫລອມເຮົາ.
ເໝືອນດັ່ງນົດເພງທີ່ນັກດົນຕີຝຶກຊ້ອມ, ເຮົາກໍສາມາດເຫັນຄວາມຜິດພາດ, ຄວາມບົກພ່ອງ, ແລະ ບາບຂອງເຮົາວ່າເປັນໂອກາດໃຫ້ຮັບຮູ້ຕົນຫລາຍຂຶ້ນ, ເລິກເຊິ່ງຂຶ້ນ ແລະ ມີຄວາມຮັກທີ່ຊື່ສັດຫລາຍຂຶ້ນຕໍ່ຄົນອື່ນ, ແລະ ເປັນການຫລໍ່ຫລອມຜ່ານການກັບໃຈ.
ຖ້າຫາກເຮົາກັບໃຈ, ຄວາມຜິດພາດຈະກີດກັນເຮົາບໍ່ໄດ້. ມັນເປັນພາກສ່ວນຂອງຄວາມກ້າວໜ້າຂອງເຮົາ.
ເຮົາທຸກຄົນເປັນດັ່ງແອນ້ອຍເມື່ອປຽບທຽບໃສ່ກັບບຸກຄົນແຫ່ງລັດສະໝີພາບ ແລະ ຍິ່ງໃຫຍ່ທີ່ເຮົາຖືກສ້າງຂຶ້ນໃຫ້ກາຍເປັນ. ບໍ່ມີມະນຸດຄົນໃດຈະກ້າວໄປໜ້າຈາກການຄານໄປສູ່ການຍ່າງ ໄປສູ່ການແລ່ນ ປາດສະຈາກການສະດຸດລົ້ມ, ການກະແທກ, ແລະ ການເຈັບຊ້ຳເລື້ອຍໆ. ມັນເປັນວິທີທີ່ເຮົາຮຽນຮູ້.
ຖ້າຫາກເຮົາຝຶກຝົນຢ່າງຕັ້ງໃຈ, ພະຍາຍາມຮັກສາພຣະບັນຍັດຂອງພຣະເຈົ້າສະເໝີໄປ, ແລະ ອຸທິດຄວາມພະຍາຍາມຂອງເຮົາຕໍ່ການກັບໃຈ, ອົດທົນ, ແລະ ນຳໃຊ້ສິ່ງທີ່ເຮົາຮຽນຮູ້, ເປັນບັນທັດ, ແລ້ວເຮົາຈະຮວບຮວມຄວາມສະຫວ່າງເຂົ້າສູ່ຈິດວິນຍານຂອງເຮົາ.10 ແລະ ເຖິງແມ່ນວ່າເຮົາຍັງບໍ່ເຂົ້າໃຈຢ່າງຄົບຖ້ວນເຖິງສັກກະຍະພາບທີ່ສົມບູນຂອງເຮົາໃນເວລານີ້, “ເຮົາຮູ້ວ່າເມື່ອ [ພຣະຜູ້ຊ່ວຍໃຫ້ລອດ] ສະເດັດມາປະກົດ,” ເຮົາຈະເຫັນພຣະພັກຂອງພຣະອົງຢູ່ໃນຕົວເຮົາ, ແລະ “ຈະເຫັນພຣະອົງຢ່າງທີ່ພຣະອົງເປັນຢູ່.”11
ຊ່າງເປັນຄຳສັນຍາທີ່ສຳຄັນແທ້ໆ!
ແມ່ນແລ້ວ, ໂລກຕົກຢູ່ໃນຄວາມວຸ້ນວາຍ. ແລະ ແມ່ນແລ້ວ, ເຮົາມີຄວາມອ່ອນແອ. ແຕ່ເຮົາບໍ່ຈຳເປັນຕ້ອງກົ້ມຫົວຢູ່ໃນຄວາມໝົດຫວັງ, ເພາະເຮົາສາມາດໄວ້ວາງໃຈໃນພຣະເຈົ້າ, ເຮົາສາມາດໄວ້ວາງໃຈໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ເຮົາສາມາດຮັບເອົາຂອງປະທານແຫ່ງພຣະວິນຍານເພື່ອນຳພາເຮົາຢູ່ໃນເສັ້ນທາງນີ້ ທີ່ນຳໄປສູ່ຊີວິດທີ່ເຕັມໄປດ້ວຍຄວາມຊື່ນຊົມ ແລະ ຄວາມສຸກແຫ່ງສະຫວັນ.12
ພຣະເຢຊູປະທັບຢູ່ໃນບັນດາພວກເຮົາ
ຂ້າພະເຈົ້າມັກຈະຖາມວ່າ, ພຣະເຢຊູຈະສິດສອນ ແລະ ຈະເຮັດຫຍັງແດ່ຖ້າຫາກວ່າພຣະອົງໄດ້ປະທັບຢູ່ໃນບັນດາພວກເຮົາ?
ຫລັງຈາກການຟື້ນຄືນພຣະຊົນ, ພຣະເຢຊູຄຣິດໄດ້ສຳເລັດຄຳສັນຍາຂອງພຣະອົງທີ່ຈະໄປຢ້ຽມຢາມ “ຝູງແກະອື່ນ” ຂອງພຣະອົງ.13
ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ກ່າວເຖິງການສະເດັດມາປະກົດດັ່ງກ່າວຕໍ່ຜູ້ຄົນຢູ່ທີ່ທະວີບອາເມຣິກາ. ເຮົາມີບັນທຶກທີ່ລ້ຳຄ່ານີ້ເປັນພະຍານທີ່ເຫັນໄດ້ເຖິງວຽກງານຂອງພຣະຜູ້ຊ່ວຍໃຫ້ລອດ.
ຜູ້ຄົນໃນພຣະຄຳພີມໍມອນໄດ້ອາໄສຢູ່ອີກຟາກໜຶ່ງຂອງໂລກ—ປະຫວັດສາດ, ວັດທະນະທຳ, ແລະ ບັນຍາກາດທາງການເມືອງຂອງພວກເຂົາກໍແຕກຕ່າງກັນຫລາຍຈາກຜູ້ຄົນທີ່ພຣະເຢຊູໄດ້ສິດສອນລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ. ແຕ່ພຣະອົງໄດ້ສິດສອນພວກເຂົາໃນສິ່ງດຽວກັນນັ້ນທີ່ພຣະອົງໄດ້ສິດສອນຢູ່ໃນແຜ່ນດິນສັກສິດ.
ເປັນຫຍັງພຣະອົງຈຶ່ງເຮັດສິ່ງນັ້ນ?
ພຣະຜູ້ຊ່ວຍໃຫ້ລອດສິດສອນຄວາມຈິງທີ່ບໍ່ປ່ຽນແປງສະເໝີ. ມັນກ່ຽວພັນກັບຜູ້ຄົນໃນທຸກຍຸກທຸກສະໄໝ ແລະ ທຸກສະຖານະການ.
ຂ່າວສານຂອງພຣະອົງໄດ້ເປັນ ແລະ ຍັງເປັນຂ່າວສານແຫ່ງຄວາມຫວັງ ແລະ ການເປັນພາກສ່ວນ—ເປັນປະຈັກພະຍານວ່າພຣະເຈົ້າ ພຣະບິດາເທິງສະຫວັນຂອງເຮົາບໍ່ໄດ້ປະຖິ້ມລູກໆຂອງພຣະອົງ.
ວ່າພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ!
ເມື່ອສອງຮ້ອຍປີກ່ອນ, ພຣະຜູ້ຊ່ວຍໃຫ້ລອດໄດ້ສະເດັດກັບມາສູ່ໂລກອີກຄັ້ງ. ພ້ອມກັບພຣະເຈົ້າອົງເປັນພຣະບິດາ, ພຣະອົງໄດ້ມາປະກົດຕໍ່ໂຈເຊັບ ສະມິດ ຜູ້ມີອາຍຸ 14 ປີ ແລະ ໄດ້ນຳການຟື້ນຟູພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດຄືນມາ. ນັບແຕ່ມື້ນັ້ນເປັນຕົ້ນມາ, ສະຫວັນກໍໄດ້ເປີດ, ແລະ ເຫລົ່າທູດກໍໄດ້ລົງມາປະກາດຂ່າວສານຈາກສະຫວັນ. ຄວາມສະຫວ່າງ ແລະ ຄວາມຮູ້ກໍຖືກຖອກເທລົງມາຈາກບັນລັງສະຫວັນ.
ອົງພຣະເຢຊູຄຣິດເຈົ້າໄດ້ກ່າວຕໍ່ໂລກອີກຄັ້ງ.
ພຣະອົງໄດ້ກ່າວຫຍັງແດ່?
ເພື່ອເປັນພອນໃຫ້ແກ່ເຮົາ, ພຣະຄຳຢ່າງຫລວງຫລາຍຂອງພຣະອົງຈຶ່ງຖືກບັນທຶກໄວ້ຢູ່ໃນຄຳສອນ ແລະ ພັນທະສັນຍາ—ມີໃຫ້ທຸກຄົນຢູ່ໃນໂລກນີ້ ຜູ້ທີ່ປາດຖະໜາຈະອ່ານ ແລະ ສຶກສາມັນ. ຖ້ອຍຄຳເຫລົ່ານີ້ແມ່ນລ້ຳຄ່າຫລາຍຂະໜາດໃດສຳລັບເຮົາໃນທຸກວັນນີ້!
ແລະ ເຮົາບໍ່ຄວນແປກໃຈເລີຍທີ່ຈະພົບເຫັນວ່າ ພຣະຜູ້ຊ່ວຍໃຫ້ລອດກໍສິດສອນຂ່າວສານຫລັກຂອງພຣະກິດຕິຄຸນຂອງພຣະອົງອີກຄັ້ງວ່າ: “ຈົ່ງຮັກພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຈົ້າດ້ວຍສຸດໃຈຂອງເຈົ້າ, ດ້ວຍສຸດພະລັງ, ຄວາມຄິດ, ແລະ ກຳລັງຂອງເຈົ້າ; ແລະ ໃນພຣະນາມຂອງພຣະເຢຊູຄຣິດ ໃຫ້ເຈົ້າຮັບໃຊ້ພຣະອົງ.”14 ພຣະອົງດົນໃຈເຮົາໃຫ້ສະແຫວງຫາພຣະເຈົ້າ15 ແລະ ດຳລົງຊີວິດຕາມຄຳສອນທີ່ພຣະອົງໄດ້ເປີດເຜີຍຕໍ່ຜູ້ຮັບໃຊ້ຂອງພຣະອົງ, ບັນດາສາດສະດາ.16
ພຣະອົງສິດສອນເຮົາໃຫ້ຮັກກັນແລະກັນ17 ແລະ ໃຫ້ “ເຕັມປ່ຽມໄປດ້ວຍຄວາມໃຈບຸນຕໍ່ມະນຸດທັງປວງ.”18
ພຣະອົງເຊື້ອເຊີນເຮົາໃຫ້ເປັນພຣະຫັດຂອງພຣະອົງ, ເພື່ອອອກໄປເຮັດຄຸນງາມຄວາມດີໃນທຸກຫົນທຸກແຫ່ງ.19 “ຢ່າໃຫ້ພວກເຮົາຮັກດ້ວຍຄວາມເວົ້າເທົ່ານັ້ນ, ແຕ່ຈົ່ງສະແດງຄວາມຮັກອັນແທ້ຈິງດ້ວຍການກະທຳ.”20
ພຣະອົງທ້າທາຍເຮົາໃຫ້ເຮັດຕາມການມອບໝາຍອັນຍິ່ງໃຫຍ່ຂອງພຣະອົງ: ໃຫ້ຮັກ, ໃຫ້ແບ່ງປັນ, ໃຫ້ເຊື້ອເຊີນທຸກໆຄົນມາສູ່ພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງ.21
ພຣະອົງບັນຊາເຮົາໃຫ້ສ້າງພຣະວິຫານສັກສິດ ແລະ ໃຫ້ເຂົ້າໄປ ແລະ ຮັບໃຊ້ຢູ່ໃນນັ້ນ.22
ພຣະອົງສິດສອນເຮົາໃຫ້ກາຍເປັນສານຸສິດຂອງພຣະອົງ—ວ່າບໍ່ໃຫ້ຫົວໃຈຂອງເຮົາພະຍາຍາມສະແຫວງຫາອຳນາດສ່ວນຕົວ, ຄວາມຮັ່ງມີ, ການຍອມຮັບ, ຫລື ຕ່ຳແໜ່ງ. ພຣະອົງສິດສອນເຮົາໃຫ້ “ປ່ອຍວາງສິ່ງທີ່ເປັນຂອງໂລກນີ້, ແລະ ສະແຫວງຫາສິ່ງທີ່ດີກວ່າ.”23
ພຣະອົງຊຸກຍູ້ເຮົາໃຫ້ສະແຫວງຫາຄວາມຊື່ນຊົມ, ຄວາມຮູ້ແຈ້ງ, ຄວາມສະຫງົບ, ຄວາມຈິງ, ຄວາມສຸກ,24 ແລະ ຄຳສັນຍາເຖິງຄວາມເປັນອະມະຕະ ແລະ ຊີວິດນິລັນດອນ.25
ໃຫ້ເຮົາມາກ່າວຕື່ມອີກ. ໃຫ້ສົມມຸດວ່າ ພຣະເຢຊູໄດ້ມາທີ່ຫວອດຂອງທ່ານ, ມາທີ່ສາຂາຂອງທ່ານ, ຫລື ມາທີ່ບ້ານຂອງທ່ານໃນມື້ນີ້. ນັ້ນຈະເປັນແບບໃດ?
ພຣະອົງຈະຮູ້ໃຈຂອງທ່ານ. ຮູບພາບພາຍນອກຈະສູນເສຍຄວາມສຳຄັນຂອງມັນ. ພຣະອົງຈະຮູ້ຈັກທ່ານດັ່ງທີ່ທ່ານເປັນຢູ່. ພຣະອົງຈະຮູ້ຈັກຄວາມປາດຖະໜາຂອງໃຈທ່ານ.
ພຣະອົງຈະຍົກຜູ້ທີ່ອ່ອນນ້ອມ ແລະ ຖ່ອມຕົນຂຶ້ນ.
ພຣະອົງຈະປິ່ນປົວຄົນທີ່ເຈັບປ່ວຍ.
ພຣະອົງຈະຕື່ມສັດທາໃຫ້ແກ່ຜູ້ທີ່ສົງໄສ ແລະ ໃຫ້ຄວາມກ້າຫານເພື່ອຈະເຊື່ອ.
ພຣະອົງຈະສິດສອນເຮົາໃຫ້ເປີດໃຈຕໍ່ພຣະເຈົ້າ ແລະ ເອື້ອມອອກໄປຫາຄົນອື່ນ.
ພຣະອົງຈະຮັບຮູ້ ແລະ ໃຫ້ກຽດຄວາມສຸດຈະລິດ, ຄວາມຖ່ອມຕົນ, ຄວາມຊື່ສັດ, ຄວາມຍຶດໝັ້ນ, ຄວາມເຫັນອົກເຫັນໃຈ, ແລະ ຄວາມໃຈບຸນ.
ໂດຍການຈ້ອງມອງພຣະເນດຂອງພຣະອົງ ແລ້ວເຮົາຈະບໍ່ຄືເກົ່າອີກຕໍ່ໄປ. ເຮົາຈະຖືກປ່ຽນໄປຕະຫລອດການ. ເຮົາຈະຖືກປ່ຽນແປງໂດຍຄວາມຮັບຮູ້ທີ່ເລິກເຊິ່ງນັ້ນ, ແທ້ຈິງແລ້ວ, ພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ.
ພວກເຮົາຈະຕ້ອງເຮັດຢ່າງໃດ?26
ຂ້າພະເຈົ້າຫວນຄິດເຖິງອະດີດດ້ວຍຄວາມເມດຕາ ເຖິງຊາຍໜຸ່ມທີ່ຂ້າພະເຈົ້າໄດ້ເປັນລະຫວ່າງການເຕີບໂຕຂອງຂ້າພະເຈົ້າ. ຖ້າຂ້າພະເຈົ້າສາມາດກັບຄືນໄປໃນອະດີດ, ຂ້າພະເຈົ້າຈະປອບໂຍນລາວ ແລະ ບອກລາວວ່າໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ ແລະ ຄົ້ນຫາຕໍ່ໄປ. ແລະ ຂ້າພະເຈົ້າຈະຂໍໃຫ້ລາວເຊື້ອເຊີນພຣະເຢຊູຄຣິດໃຫ້ເຂົ້າໄປຢູ່ໃນຊີວິດຂອງລາວ, ເພາະພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ!
ຕໍ່ທ່ານ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ແລະ ຕໍ່ທຸກຄົນທີ່ສະແຫວງຫາຄຳຕອບ, ຄວາມຈິງ, ແລະ ຄວາມສຸກ, ຂ້າພະເຈົ້າຂໍສະເໜີໃຫ້ຄຳແນະນຳອັນດຽວກັນນີ້: ຂໍໃຫ້ຄົ້ນຫາດ້ວຍສັດທາ ແລະ ດ້ວຍຄວາມອົດທົນຕໍ່ໄປ.27
ຈົ່ງໝັ່ນຂໍ ແລ້ວທ່ານຈະໄດ້ຮັບ. ຈົ່ງໝັ່ນເຄາະ, ແລ້ວຈະມີຜູ້ໄຂປະຕູໃຫ້.28 ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.29
ໃນຊີວິດປະຈຳວັນຂອງເຮົາ ມັນເປັນໜ້າທີ່ອັນສຳຄັນທີ່ສຸດ ແລະ ໂອກາດອັນເປັນພອນຂອງເຮົາທີ່ຈະຮູ້ຈັກພຣະເຈົ້າ.
ເມື່ອເຮົາປ່ອຍວາງຄວາມທະນົງຕົວ ແລະ ເຂົ້າຫາບັນລັງຂອງພຣະອົງດ້ວຍໃຈທີ່ຊອກຊ້ຳ ແລະ ດ້ວຍວິນຍານທີ່ສຳນຶກຜິດ,30 ພຣະອົງຈະເຂົ້າໃກ້ເຮົາ.31
ເມື່ອເຮົາສະແຫວງຫາທີ່ຈະຕິດຕາມພຣະເຢຊູຄຣິດ ແລະ ດຳເນີນໄປໃນເສັ້ນທາງແຫ່ງການເປັນສານຸສິດ, ເປັນບັນທັດ, ແລ້ວວັນນັ້ນຈະມາເຖິງ ເມື່ອເຮົາຈະໄດ້ພົບຂອງປະທານທີ່ບໍ່ໜ້າເປັນໄປໄດ້ຂອງການໄດ້ຮັບຄວາມສຸກທີ່ເຕັມປ່ຽມ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ພຣະບິດາເທິງສະຫວັນຂອງທ່ານຮັກທ່ານດ້ວຍຄວາມຮັກທີ່ສົມບູນ. ພຣະອົງໄດ້ພິສູດຄວາມຮັກຂອງພຣະອົງໃນຫລາຍໆວິທີທາງ, ແຕ່ເໜືອທຸກສິ່ງທັງໝົດແມ່ນ ໂດຍການປະທານພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ ໃຫ້ເປັນການເສຍສະລະ ແລະ ເປັນຂອງປະທານໃຫ້ແກ່ລູກໆຂອງພຣະອົງ ເພື່ອເຮັດໃຫ້ການກັບຄືນໄປຫາບິດາມານດາເທິງສະຫວັນຂອງເຮົາເກີດເປັນຈິງໄດ້.
ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາຊົງພຣະຊົນຢູ່, ວ່າພຣະເຢຊູຄຣິດນຳພາສາດສະໜາຈັກຂອງພຣະອົງ, ວ່າປະທານຣະໂຊ ເອັມ ແນວສັນ ເປັນສາດສະດາຂອງພຣະອົງ.
ຂ້າພະເຈົ້າຂໍມອບຄວາມຮັກ ແລະ ພອນຂອງຂ້າພະເຈົ້າໃຫ້ແກ່ທ່ານທັງຫລາຍ ໃນເທດສະການອີດສະເຕີທີ່ຊົມຊື່ນຍິນດີນີ້. ຈົ່ງເປີດຫົວໃຈຂອງທ່ານຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ບໍ່ວ່າສະຖານະການ, ການທົດລອງ, ຄວາມທຸກທໍລະມານ, ຫລື ຄວາມຜິດພາດຂອງທ່ານຈະເປັນແນວໃດກໍຕາມ; ທ່ານສາມາດຮູ້ໄດ້ວ່າ ພຣະອົງຊົງພຣະຊົນຢູ່, ວ່າພຣະອົງຮັກທ່ານ, ແລະ ເປັນເພາະພຣະອົງ, ທ່ານຈະບໍ່ເຄີຍໂດດດ່ຽວ.
ພຣະເຈົ້າປະທັບຢູ່ໃນບັນດາພວກເຮົາ.
ຂ້າພະເຈົ້າເປັນພະຍານ ແລະ ສະແດງປະຈັກພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.