ຈົ່ງຈື່ຈຳເສັ້ນທາງກັບບ້ານຂອງທ່ານ
ເຮົາມີຕົວຢ່າງທີ່ດີເລີດຂອງພຣະເຢຊູຄຣິດໃຫ້ເຮັດຕາມ, ແລະ ການເດີນທາງໄປຫາບ້ານນິລັນດອນຂອງເຮົາແມ່ນເປັນໄປໄດ້ພຽງແຕ່ຍ້ອນຄຳສອນຂອງພຣະອົງ, ພຣະຊົນຊີບຂອງພຣະອົງ, ແລະ ການເສຍສະລະຊົດໃຊ້ຂອງພຣະອົງ.
ໃນປີ 1946, ອາເຕີ ຮາສະເລີ ນັກຄົ້ນຄວ້າໜຸ່ມໄດ້ກຳລັງເດີນປ່າໄປຕາມລຳນ້ຳເທິງພູ ໃກ້ບ້ານໃນໄວເດັກຂອງລາວ ເມື່ອລາວໄດ້ມີປະສົບການທີ່ນຳໄປສູ່ການຄົ້ນພົບທີ່ສຳຄັນກ່ຽວກັບວິທີທີ່ປາຫາທາງກັບໄປລຳນ້ຳຖິ່ນກຳເນີດຂອງພວກມັນ.
ຕອນທີ່ກຳລັງຍ່າງຂຶ້ນພູເຂົາ, ແຕ່ຍັງບໍ່ທັນໄດ້ເຫັນນ້ຳຕົກຕາດທີ່ລາວມັກຫລາຍໃນໄວເດັກຂອງລາວເທື່ອ, ທັນໃດນັ້ນ ຮາສະເລີໄດ້ຖືກນຳກັບຄືນຫາຄວາມຊົງຈຳທີ່ໄດ້ລືມໄປແລ້ວ. ລາວໄດ້ເວົ້າວ່າ, “ຂະນະທີ່ສາຍລົມເຢັນໄດ້ພັດພາ, ສົ່ງກິ່ນຫອມຂອງເທົານ້ຳ ແລະ ດອກໄມ້ປ່າ, ທີ່ກະຈາຍຢູ່ອ້ອມໆໂພນກ້ອນຫີນ, ທັນໃດນັ້ນ ລາຍລະອຽດຂອງນ້ຳຕົກຕາດນີ້ ແລະ ທີ່ຕັ້ງຂອງມັນທີ່ຢູ່ເທິງໜ້າພູເຂົາກໍໄດ້ປະກົດເປັນພາບເຫັນຢູ່ໃນຕາຂອງຂ້ອຍ.”1
ກິ່ນຫອມເຫລົ່ານີ້ເຮັດໃຫ້ລາວຮູ້ສຶກໄດ້ເຖິງຄວາມຊົງຈຳໃນໄວເດັກຂອງລາວ ແລະ ເຕືອນລາວເຖິງບ້ານເກີດຂອງລາວ.
ຖ້າວ່າກິ່ນສາມາດກະຕຸ້ນຄວາມຊົງຈຳຂອງລາວແລ້ວ, ລາວໃຫ້ເຫດຜົນໄດ້ວ່າບາງທີກິ່ນກໍສາມາດເຕືອນຄວາມຊົງຈຳໃຫ້ກັບປາແຊວມອນທີ່, ອອກໄປສູ່ນ້ຳທະເລອັນກວ້າງໃຫຍ່ເປັນປີໆ, ໃຫ້ກັບຄືນໄປສູ່ລຳນ້ຳຖິ່ນກຳເນີດຂອງພວກມັນເພື່ອວາງໄຂ່.
ອີງຕາມປະສົບການນີ້, ຮາສະເລີ, ພ້ອມດ້ວຍນັກຄົ້ນຄວ້າຄົນອື່ນໆ, ໄດ້ພິສູດວ່າປາແຊວມອນຈື່ຈຳກິ່ນນັ້ນໆເພື່ອຊ່ວຍໃນການນຳທາງຈາກຫລາຍພັນກິໂລແມັດ ເພື່ອກັບບ້ານຂອງພວກມັນຈາກທະເລ.
ເຫດການນີ້ໄດ້ເຮັດໃຫ້ຂ້າພະເຈົ້າຄິດວ່າ ສິ່ງໜຶ່ງທີ່ສຳຄັນທີ່ສຸດ ທີ່ເຮົາສາມາດເຮັດໄດ້ໃນຊີວິດນີ້ ແມ່ນການຮັບຮູ້ ແລະ ຈື່ຈຳເສັ້ນທາງທີ່ຈະກັບໄປຫາພຣະບິດາເທິງສະຫວັນ ແລະ ອົດທົນຢ່າງຊື່ສັດ ແລະ ມີຄວາມສຸກຕະຫລອດການເດີນທາງຂອງເຮົາ.
ຂ້າພະເຈົ້າຄິດເຖິງສີ່ຢ່າງໃນການເຕືອນຄວາມຊົງຈຳວ່າ, ເມື່ອເຮົາໃຊ້ ແລະ ນຳໄປປະຕິບັດຕົວຈິງໃນຊີວິດຂອງເຮົາເປັນປະຈຳ, ມັນຈະສາມາດຊ່ວຍຈຸດປະກາຍຄວາມຮູ້ສຶກເຖິງບ້ານໃນສະຫວັນຂອງເຮົາ.
ຢ່າງທຳອິດ, ເຮົາສາມາດຈື່ຈຳວ່າເຮົາເປັນລູກຂອງພຣະເຈົ້າ.
ເຮົາມີມໍລະດົກແຫ່ງສະຫວັນ, ການຮັບຮູ້ວ່າເຮົາເປັນລູກຂອງພຣະເຈົ້າ ແລະ ພຣະອົງປາດຖະໜາໃຫ້ເຮົາກັບຄືນໄປສູ່ທີ່ປະທັບຂອງພຣະອົງ ເປັນບາດກ້າວທຳອິດຂອງການເດີນທາງກັບໄປສູ່ບ້ານໃນສະຫວັນຂອງເຮົາ.
ຈົ່ງເຕືອນຄວາມຊົງຈຳຂອງຕົວທ່ານເອງເຖິງມໍລະດົກນີ້. ໃຫ້ຈັດເວລາໃນການບຳລຸງຮັກສາຈິດວິນຍານຂອງທ່ານໃຫ້ເຂັ້ມແຂງຢ່າງສະໝ່ຳສະເໝີໂດຍການຈື່ຈຳພອນຕ່າງໆຂອງທ່ານທີ່ໄດ້ຮັບຈາກພຣະຜູ້ເປັນເຈົ້າ. ເຊື່ອໝັ້ນໃນການນຳທາງທີ່ທ່ານໄດ້ຮັບຈາກພຣະອົງ, ແທນທີ່ຈະຫັນກັບໄປຫາທາງໂລກເພື່ອວັດລະດັບຄຸນຄ່າສ່ວນຕົວ ແລະ ຊອກຫາຫົນທາງດ້ວຍຕົວທ່ານເອງ.
ບໍ່ດົນມານີ້ຂ້າພະເຈົ້າໄດ້ໄປຢ້ຽມຢາມຄົນຮັກແພງຄົນໜຶ່ງຂອງຂ້າພະເຈົ້າຫລັງຈາກລາວໄດ້ເຂົ້າໂຮງໝໍ. ລາວໄດ້ບອກກັບຂ້າພະເຈົ້າທັງນ້ຳຕາວ່າໃນຂະນະທີ່ລາວນອນຢູ່ເທິງຕຽງຄົນເຈັບ, ຄວາມປາດຖະໜາທັງໝົດຂອງລາວແມ່ນຢາກໃຫ້ມີຄົນໃດຄົນໜຶ່ງຮ້ອງເພງ “ເຮົາເປັນລູກຂອງພຣະເຈົ້າ” ໃຫ້ລາວຟັງ. ພຽງແຕ່ຄວາມຄິດດຽວເທົ່ານັ້ນ, ລາວໄດ້ເວົ້າວ່າ, ໄດ້ມອບສັນຕິສຸກທີ່ລາວຕ້ອງການໃນຊົ່ວໂມງແຫ່ງຄວາມເຈັບປວດໃຫ້ແກ່ລາວ.
ການຮັບຮູ້ວ່າທ່ານຄືໃຜ ຈະປ່ຽນແປງຄວາມຮູ້ສຶກ ແລະ ການກະທຳຂອງທ່ານ.
ການເຂົ້າໃຈວ່າທ່ານຄືໃຜແທ້ໆເປັນການກຽມພ້ອມຂອງທ່ານທີ່ດີກວ່າໃນການຮັບຮູ້ ແລະ ຈື່ຈຳຫົນທາງກັບໄປສູ່ບ້ານໃນສະຫວັນຂອງທ່ານ ແລະ ປາດຖະໜາທີ່ຈະຢູ່ທີ່ນັ້ນ.
ຢ່າງທີສອງ, ເຮົາສາມາດຈື່ຈຳຮາກຖານທີ່ຊ່ວຍປົກປ້ອງເຮົາ
ຄວາມເຂັ້ມແຂງຈະມາເຖິງເຮົາເມື່ອເຮົາຍຶດໝັ້ນໃນຄວາມຊອບທຳ, ຄວາມຖືກຕ້ອງ, ແລະ ຊື່ສັດຕໍ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ແມ່ນແຕ່ຄົນອື່ນຈະບໍ່ໃຫ້ຄວາມສົນໃຈຫລາຍປານໃດກໍຕາມເຖິງພຣະບັນຍັດ ແລະ ຫລັກທຳແຫ່ງຄວາມລອດ.2
ໃນພຣະຄຳພີມໍມອນ, ຮີລາມັນໄດ້ສິດສອນພວກລູກຊາຍຂອງເພິ່ນໃຫ້ຈື່ຈຳໄວ້ວ່າເຂົາເຈົ້າຕ້ອງສ້າງຮາກຖານເທິງພຣະເຢຊູຄຣິດເພື່ອວ່າຈະມີຄວາມເຂັ້ມແຂງເພື່ອຕ້ານທານການລໍ້ລວງຂອງຜູ້ປໍລະປັກ. ລົມຝົນ ແລະ ພະຍຸຮ້າຍຂອງຊາຕານຖືກສົ່ງລົງມາຕີເຮົາ, ແຕ່ວ່າມັນຈະບໍ່ມີອຳນາດທີ່ຈະແກ່ເຮົາລົງໄປ ຖ້າເຮົາໄວ້ວາງໃຈໃນບ່ອນປອດໄພທີ່ສຸດນັ້ນຄື—ໃນພຣະຜູ້ໄຖ່ຂອງເຮົາ.3
ຂ້າພະເຈົ້າຮູ້ຈາກປະສົບການສ່ວນຕົວວ່າເມື່ອເຮົາເລືອກທີ່ຈະຟັງສຸລະສຽງຂອງພຣະອົງ ແລະ ຕິດຕາມພຣະອົງ, ເຮົາຈະໄດ້ຮັບການຊ່ວຍເຫລືອຈາກພຣະອົງ. ເຮົາຈະໄດ້ຮັບທັດສະນະທີ່ກວ້າງອອກໄປເຖິງສະຖານະການຂອງເຮົາ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຈຸດປະສົງຂອງຊີວິດ. ເຮົາຈະຮູ້ສຶກໄດ້ຮັບການກະຕຸ້ນທາງວິນຍານ ໃນການນຳພາເຮົາກັບຄືນໄປຫາບ້ານໃນສະຫວັນຂອງເຮົາ.
ຢ່າງທີສາມ, ເຮົາສາມາດຈື່ຈຳໃນການອະທິຖານ
ເຮົາມີຊີວິດຢູ່ໃນຊ່ວງເວລາທີ່ຫາໄດ້ໄວທັນໃຈ ຫລື ການສັ່ງດ້ວຍສຽງ, ເຮົາກໍສາມາດເລີ່ມຊອກຫາຄຳຕອບໄດ້ເກືອບໝົດທຸກຫົວຂໍ້ຈາກການເກັບກຳຂໍ້ມູນທີ່ຖືກສະສົມໄວ້ຢ່າງຫລວງຫລາຍ ແລະ ຖືກຈັດຢູ່ໃນເຄືອຂ່າຍຄອມພິວເຕີທີ່ກວ້າງຂວາງ ແລະ ສະຫລັບຊັບຊ້ອນ.
ໃນທາງກົງກັນຂ້າມ, ເຮົາມີການເຊື້ອເຊີນທີ່ລຽບງ່າຍໃນການເລີ່ມຊອກຫາຄຳຕອບຈາກສະຫວັນ. “ຈົ່ງ ອະທິຖານສະເໝີ, ແລະ ເຮົາຈະຖອກເທພຣະວິນຍານຂອງເຮົາລົງມາເທິງເຈົ້າ.” ແລ້ວພຣະຜູ້ເປັນເຈົ້າສັນຍາວ່າ, “ແລະ ພອນຂອງເຈົ້າຈະຍິ່ງໃຫຍ່—ແທ້ຈິງແລ້ວ, ແມ່ນແຕ່ຫລາຍກວ່າທີ່ເຈົ້າຈະໄດ້ຮັບຊັບສົມບັດຂອງແຜ່ນດິນໂລກ.”4
ພຣະເຈົ້າຮູ້ຈັກເຮົາແຕ່ລະຄົນເປັນຢ່າງດີ ແລະ ພ້ອມທີ່ຈະຮັບຟັງຄຳອະທິຖານຂອງເຮົາ. ເມື່ອເຮົາຈື່ຈຳທີ່ຈະອະທິຖານ, ເຮົາຈະໄດ້ພົບຄວາມຮັກທີ່ຍືນຍົງຂອງພຣະອົງ, ແລະ ເມື່ອເຮົາອະທິຖານຫາພຣະບິດາຜູ້ສະຖິດໃນສະຫວັນໃນພຣະນາມຂອງພຣະຄຣິດຫລາຍເທົ່າໃດ, ເຮົາຍິ່ງນຳເອົາພຣະຜູ້ຊ່ວຍໃຫ້ລອດເຂົ້າມາໃນຊີວິດຂອງເຮົາຫລາຍເທົ່ານັ້ນ ແລະ ເຮົາຈະໄດ້ຮັບຮູ້ເຖິງເສັ້ນທາງທີ່ພຣະອົງໝາຍໄວ້ໃຫ້ເຮົາໄປເຖິງບ້ານໃນສະຫວັນຂອງເຮົາ.
ຢ່າງທີສີ່, ເຮົາສາມາດຈື່ຈຳໃນການຮັບໃຊ້ຄົນອື່ນ
ຂະນະທີ່ເຮົາພະຍາຍາມເຮັດຕາມພຣະເຢຊູຄຣິດໂດຍການຮັບໃຊ້ ແລະ ສະແດງຄວາມເມດຕາຕໍ່ຄົນອື່ນ, ເຮົາເຮັດໃຫ້ໂລກນີ້ດີຂຶ້ນກວ່າເກົ່າ.
ການກະທຳຂອງເຮົາສາມາດເປັນພອນອັນໃຫຍ່ຫລວງຕໍ່ຊີວິດຂອງຄົນທີ່ຢູ່ອ້ອມຂ້າງເຮົາ ແລະ ຊີວິດຂອງເຮົາເອງກໍເຊັ່ນດຽວກັນ. ຄວາມຮັກໃນການຮັບໃຊ້ເພີ່ມຄວາມໝາຍຂອງຊີວິດທັງຜູ້ໃຫ້ ແລະ ຜູ້ຮັບ.
ຢ່າສົບປະໝາດສັກກະຍະພາບທີ່ທ່ານມີໃນການຊັກຈູງຄົນອື່ນໃຫ້ເຮັດຄວາມດີ, ທັງໂດຍການຮັບໃຊ້ຈາກການກະທຳຂອງທ່ານ ແລະ ໂດຍການຮັບໃຊ້ຈາກການເປັນຕົວຢ່າງຂອງທ່ານ.
ຄວາມຮັກໃນການຮັບໃຊ້ຄົນອື່ນຈະຊ່ວຍນຳທາງເຮົາໄປຕາມເສັ້ນທາງສູ່ບ້ານໃນສະຫວັນຂອງເຮົາ—ເສັ້ນທາງທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ໃນປີ 1975, ເນື່ອງຈາກຜົນຂອງສົງຄາມກາງເມືອງ, ອານາດໂດ ແລະ ຢູຈີເນຍ ເທເລັດ ກິຣໂລ ແລະ ລູກໆຂອງເຂົາເຈົ້າຈຳຕ້ອງປະຖິ້ມບ້ານເຮືອນ ແລະ ທຸກຢ່າງທີ່ເຂົາເຈົ້າໄດ້ສ້າງມາຜ່ານການເຮັດວຽກໜັກເປັນເວລາຫລາຍທົດສະວັດ. ໃນບ້ານເກີດຂອງເຂົາເຈົ້າປະເທດປອກຕຸຍການ, ບຣາເດີ ແລະ ຊິດສະເຕີ ເທເລັດ ກຣິໂລ ໄດ້ປະເຊີນໜ້າກັບການທ້າທາຍຂອງການເລີ່ມຕົ້ນໃໝ່ທັງໝົດຂອງເຂົາເຈົ້າ. ແຕ່ເມື່ອເວລາຜ່ານໄປຫລາຍປີ, ຫລັງຈາກໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຂົາເຈົ້າໄດ້ເວົ້າວ່າ, “ພວກເຮົາໄດ້ສູນເສຍທຸກຢ່າງທີ່ພວກເຮົາມີ, ແຕ່ວ່າມັນເປັນສິ່ງທີ່ດີ ເພາະວ່າມັນໄດ້ບັງຄັບໃຫ້ພວກເຮົາພິຈາລະນາເຖິງຄວາມສຳຄັນຂອງພອນນິລັນດອນ.”5
ເຂົາເຈົ້າໄດ້ສູນເສຍບ້ານໃນໂລກຂອງເຂົາເຈົ້າ, ແຕ່ວ່າເຂົາເຈົ້າໄດ້ພົບເສັ້ນທາງໃນການກັບໄປສູ່ບ້ານໃນສະຫວັນຂອງເຂົາເຈົ້າ.
ສິ່ງໃດກໍຕາມທີ່ທ່ານຕ້ອງປະຖິ້ມໄວ້ເພື່ອການເດີນຕາມເສັ້ນທາງກັບໄປບ້ານໃນສະຫວັນຂອງທ່ານ ວັນໜຶ່ງມັນຈະເປັນຄືກັນກັບວ່າບໍ່ໄດ້ເປັນການເສຍສະລະຈັກນ່ອຍເລີຍ.
ເຮົາມີຕົວຢ່າງທີ່ດີເລີດຂອງພຣະເຢຊູຄຣິດໃຫ້ເຮັດຕາມ, ແລະ ການເດີນທາງໄປຫາບ້ານນິລັນດອນຂອງເຮົາແມ່ນເປັນໄປໄດ້ພຽງແຕ່ຍ້ອນຄຳສອນຂອງພຣະອົງ, ພຣະຊົນຊີບຂອງພຣະອົງ, ແລະ ການເສຍສະລະຊົດໃຊ້ຂອງພຣະອົງ—ລວມທັງການສິ້ນພຣະຊົນຂອງພຣະອົງ ແລະ ການຟື້ນຄືນພຣະຊົນທີ່ສະຫງ່າລາສີ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມີປະສົບການແຫ່ງຄວາມສຸກຂອງການຈື່ຈຳວ່າ ເຮົາເປັນລູກຂອງພຣະເຈົ້າ ແລະ ວ່າພຣະອົງຮັກໂລກຫລາຍທີ່ສຸດຈົນວ່າພຣະອົງໄດ້ປະທານພຣະບຸດອົງດຽວຂອງພຣະອົງ6 ເພື່ອສະແດງເສັ້ນທາງໃຫ້ແກ່ເຮົາ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຈື່ຈຳທີ່ຈະເປັນຄົນຊື່ສັດ, ໃຫ້ຫັນຊີວິດຂອງທ່ານມາຫາພຣະຜູ້ຊ່ວຍໃຫ້ລອດ ແລະ ສ້າງຮາກຖານຂອງທ່ານໃນພຣະອົງ. ຈົ່ງຈື່ຈຳທີ່ຈະອະທິຖານໃນການເດີນທາງຂອງທ່ານ ແລະ ຮັບໃຊ້ຄົນອື່ນຕະຫລອດເສັ້ນທາງ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ໃນວັນອາທິດອີດສະເຕີນີ້, ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດຄື ພຣະຜູ້ໄຖ່ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ພຣະອົງຄືຜູ້ທີ່ສາມາດນຳພາເຮົາໄປສູ່ໂຕະແຫ່ງຄວາມສຸກໃນຊີວິດ ແລະ ນຳທາງ ໃນການເດີນທາງຂອງເຮົາ. ຂໍໃຫ້ເຮົາຈື່ຈຳ ແລະ ຕິດຕາມພຣະອົງໃນການກັບບ້ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.