ພຣະຜູ້ຊ່ວຍໃຫ້ລອດສ່ວນຕົວຂອງເຮົາ
ເປັນເພາະການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຈຶ່ງມີອຳນາດທີ່ຈະຊຳລະເຮົາໃຫ້ສະອາດ, ປິ່ນປົວເຮົາ, ແລະ ເສີມຄວາມເຂັ້ມແຂງໃຫ້ເຮົາເທື່ອລະຄົນ.
ຂ້າພະເຈົ້າມີຄວາມກະຕັນຍູ ທີ່ຈະໄດ້ກ່າວກັບທ່ານ ໃນເຊົ້າວັນອີດສະເຕີທີ່ປະເສີດນີ້. ເມື່ອຂ້າພະເຈົ້າຄິດເຖິງເທດສະການອີດສະເຕີ, ຂ້າພະເຈົ້າມັກຈະທົບທວນຖ້ອຍຄຳຂອງເຫລົ່າທູດຢູ່ໃນໃຈ ທີ່ໄດ້ກ່າວຕໍ່ຜູ້ທີ່ຢູ່ໃນສວນອຸບມຸງວ່າ: “ເປັນຫຍັງພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນບັນດາຄົນຕາຍ? ພຣະອົງບໍ່ໄດ້ຢູ່ທີ່ນີ້, ພຣະອົງເປັນຄືນມາສູ່ຊີວິດແລ້ວ.”1 ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູແຫ່ງນາຊາເຣັດ ໄດ້ຟື້ນຄືນພຣະຊົນແລ້ວ ແລະ ພຣະອົງຊົງພຣະຊົນຢູ່.
ທ່ານຄິດຢ່າງໃດກ່ຽວກັບພຣະຄຣິດ?
ເມື່ອສາມສິບສີ່ປີກ່ອນ, ຄູ່ສອນສາດສະໜາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ພົບ ແລະ ສອນຜູ້ຊາຍທີ່ມີສະຕິປັນຍາສູງຄົນໜຶ່ງ ຜູ້ທີ່ເປັນນັກຂຽນຂອງບໍລິສັດໜັງສືພິມໃນທ້ອງຖິ່ນ ຢູ່ທີ່ເມືອງດາວາວ, ປະເທດຟີລິບປີນ. ພວກເຮົາມີຄວາມສຸກໃນການສອນລາວ ເພາະວ່າລາວໄດ້ມີຫລາຍຄຳຖາມ ແລະ ເຄົາລົບຄວາມເຊື່ອຖືຂອງພວກເຮົາຫລາຍ. ຄຳຖາມຄຳໜຶ່ງທີ່ເປັນໜ້າຊົງຈຳຫລາຍທີ່ສຸດທີ່ລາວໄດ້ຖາມນັ້ນແມ່ນ “ພວກເຈົ້າຄິດຢ່າງໃດກ່ຽວກັບພຣະຄຣິດ?”2 ແນ່ນອນວ່າພວກເຮົາໄດ້ແບ່ງປັນຄວາມຮູ້ສຶກ ແລະ ສະແດງປະຈັກພະຍານຢ່າງຕື່ນເຕັ້ນ. ຕໍ່ຈາກນັ້ນລາວໄດ້ຈັດພິມບົດຄວາມກ່ຽວກັບຫົວຂໍ້ດຽວກັນນັ້ນ ທີ່ໄດ້ບັນຈຸຄຳສັບ ແລະ ວະລີທີ່ປະເສີດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຈື່ໄດ້ວ່າຂ້າພະເຈົ້າປະທັບໃຈ ແຕ່ບໍ່ໄດ້ຮູ້ສຶກວ່າຖືກດົນໃຈ. ບົດຄວາມໄດ້ມີຂໍ້ມູນດີໆ ແຕ່ຮູ້ສຶກວ່າຂາດຄວາມໝາຍ ແລະ ຂາດພະລັງທາງວິນຍານ.
ການມາຮູ້ຈັກພຣະອົງຫລາຍຂຶ້ນ
“ທ່ານຄິດຢ່າງໃດກ່ຽວກັບພຣະຄຣິດ?” ຂ້າພະເຈົ້າຮັບຮູ້ວ່າການທີ່ຂ້າພະເຈົ້າຮູ້ຈັກພຣະຜູ້ຊ່ວຍໃຫ້ລອດຢ່າງໃກ້ຊິດເທົ່າໃດ ຈະມີອິດທິພົນຕໍ່ຄວາມສາມາດຂອງຂ້າພະເຈົ້າທີ່ຈະໄດ້ຍິນພຣະອົງ ພ້ອມທັງວ່າຂ້າພະເຈົ້າຈະຕອບຮັບແນວໃດ. ເມື່ອສີ່ຫ້າປີກ່ອນ, ແອວເດີ ເດວິດ ເອ ແບ໊ດນາ ໄດ້ຖາມຄຳຖາມຕໍ່ໄປນີ້ໃນຄຳປາໄສຂອງເພິ່ນ: “ເຮົາພຽງແຕ່ຮູ້ເລື່ອງຂອງພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນບໍ, ຫລືວ່າເຮົາກຳລັງຮູ້ຈັກພຣະອົງຢ່າງໃກ້ຊິດຫລາຍຂຶ້ນ? ເຮົາຈະມາຮູ້ຈັກພຣະຜູ້ເປັນເຈົ້າໄດ້ແນວໃດ?”3
ເມື່ອຂ້າພະເຈົ້າໄດ້ສຶກສາ ແລະ ໄຕ່ຕອງ, ຂ້າພະເຈົ້າໄດ້ມາຮູ້ຢ່າງແຈ່ມແຈ້ງວ່າ ສິ່ງທີ່ຂ້າພະເຈົ້າຮູ້ຈັກກ່ຽວກັບພຣະຜູ້ຊ່ວຍໃຫ້ລອດນັ້ນ ແມ່ນຫລາຍເກີນກວ່າທີ່ຂ້າພະເຈົ້າຮູ້ຈັກພຣະອົງຢ່າງໃກ້ຊິດແທ້ໆ. ແລ້ວຂ້າພະເຈົ້າໄດ້ຕັ້ງໃຈພະຍາຍາມທີ່ຈະຮູ້ຈັກພຣະອົງຫລາຍຂຶ້ນ. ຂ້າພະເຈົ້າກະຕັນຍູຫລາຍສຳລັບພຣະຄຳພີ ແລະ ປະຈັກພະຍານຂອງບັນດາສານຸສິດຊາຍ ແລະ ຍິງທີ່ຊື່ສັດຂອງພຣະເຢຊູຄຣິດ. ຄວາມພະຍາຍາມຂອງຂ້າພະເຈົ້າເມື່ອສາມສີ່ປີຜ່ານມານີ້ ໄດ້ນຳຂ້າພະເຈົ້າມາສູ່ການສຶກສາ ແລະ ການຄົ້ນພົບຫລາຍໆຫົວຂໍ້. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດຈະຖ່າຍທອດຕໍ່ທ່ານ ເຖິງຂ່າວສານທີ່ສຳຄັນຫລາຍກວ່າຖ້ອຍຄຳທີ່ຂາດຕົກບົກພ່ອງທີ່ຂ້າພະເຈົ້າໄດ້ຂຽນລົງ.
ໜຶ່ງ, ເຮົາຕ້ອງຮັບຮູ້ວ່າ ການຮູ້ຈັກພຣະຜູ້ຊ່ວຍໃຫ້ລອດເປັນການໄຝ່ຝັນຫາທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ. ມັນຄວນມີລຳດັບຄວາມສຳຄັນເໜືອສິ່ງອື່ນໃດ.
“ນີ້ແມ່ນຊີວິດນິລັນດອນ, ຄືໃຫ້ພວກເຂົາຮູ້ຈັກພຣະອົງ ຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ, ແລະ ຮູ້ຈັກພຣະເຢຊູຄຣິດຜູ້ທີ່ພຣະອົງໃຊ້ມາ.”4
“ພຣະເຢຊູໄດ້ຕອບເພິ່ນວ່າ, ເຮົານີ້ແຫລະເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາໄດ້, ນອກຈາກມາທາງເຮົາ.”5
“ເຮົານີ້ແຫລະເປັນຄວາມສະຫວ່າງຂອງໂລກ: ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”6
ສອງ, ໃນຂະນະທີ່ເຮົາມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ, ຂໍ້ຄວາມໃນພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາກໍຈະມີຄວາມໝາຍຢ່າງເລິກເຊິ່ງສຳລັບເຮົາ ຈົນວ່າມັນກາຍເປັນຖ້ອຍຄຳຂອງເຮົາເອງ. ມັນບໍ່ກ່ຽວກັບການກ່າຍເອົາຖ້ອຍຄຳ, ຄວາມຮູ້ສຶກ, ແລະ ປະສົບການຂອງຄົນອື່ນ ແຕ່ມັນເປັນການມາຮູ້ຈັກດ້ວຍຕົວເຮົາເອງ, ໃນວິທີທາງສະເພາະຂອງເຮົາ, ໂດຍການທົດລອງຖ້ອຍຄຳນັ້ນ7 ແລະ ໄດ້ຮັບການເປັນພະຍານຈາກພຣະວິນຍານບໍລິສຸດ. ດັ່ງທີ່ສາດສະດາແອວມາໄດ້ປະກາດ:
“ພວກທ່ານບໍ່ຄິດບໍວ່າ ຂ້າພະເຈົ້າເອງກໍຮູ້ຈັກເຖິງເລື່ອງເຫລົ່ານີ້ໂດຍຕົວຂອງຂ້າພະເຈົ້າເອງ? ຈົ່ງເບິ່ງ, ຂ້າພະເຈົ້າເປັນພະຍານຕໍ່ພວກທ່ານວ່າ ຂ້າພະເຈົ້າຮູ້ຈັກເລື່ອງເຫລົ່ານີ້ທີ່ຂ້າພະເຈົ້າເວົ້າມາແລ້ວວ່າເປັນຄວາມຈິງ. ແລະ ພວກທ່ານຄິດວ່າຂ້າພະເຈົ້າຮູ້ເຖິງຄວາມແນ່ນອນຂອງເລື່ອງເຫລົ່ານີ້ໄດ້ແນວໃດ?
“ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເລື່ອງນີ້ເປັນທີ່ຮູ້ແກ່ຂ້າພະເຈົ້າໂດຍພຣະວິນຍານສັກສິດຂອງພຣະເຈົ້າ. ຈົ່ງເບິ່ງ, ຂ້າພະເຈົ້າໄດ້ຖືສິນອົດເຂົ້າ ແລະ ອະທິຖານມາຫລາຍມື້ ເພື່ອຂ້າພະເຈົ້າຈະໄດ້ຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ. ແລະ ບັດນີ້ຂ້າພະເຈົ້າຮູ້ໄດ້ດ້ວຍຕົວເອງວ່າ ເລື່ອງເຫລົ່ານີ້ເປັນຄວາມຈິງ ເພາະອົງພຣະຜູ້ເປັນເຈົ້າໄດ້ສະແດງມັນໃຫ້ປະຈັກແກ່ຂ້າພະເຈົ້າໂດຍພຣະວິນຍານສັກສິດຂອງພຣະອົງ; ແລະ ນີ້ຄືວິນຍານແຫ່ງການເປີດເຜີຍ ຊຶ່ງຢູ່ໃນຂ້າພະເຈົ້າ.”8
ສາມ, ຄວາມເຂົ້າໃຈທີ່ເພີ່ມທະວີຂຶ້ນວ່າ ການຊົດໃຊ້ຂອງພຣະເຢຊູຄຣິດກ່ຽວຂ້ອງກັບເຮົາເປັນສ່ວນຕົວ ແລະ ສ່ວນບຸກຄົນຈະຊ່ວຍໃຫ້ເຮົາຮູ້ຈັກພຣະອົງ. ສ່ວນຫລາຍແລ້ວ ມັນເປັນເລື່ອງທີ່ງ່າຍກວ່າສຳລັບເຮົາທີ່ຈະຄິດ ແລະ ກ່າວເຖິງການຊົດໃຊ້ຂອງພຣະຄຣິດໃນດ້ານທົ່ວໄປຫລາຍກວ່າທີ່ຈະຮັບຮູ້ຄວາມສຳຄັນສ່ວນຕົວຂອງການຊົດໃຊ້ໃນຊີວິດຂອງເຮົາ. ການຊົດໃຊ້ຂອງພຣະເຢຊູຄຣິດບໍ່ມີທີ່ສິ້ນສຸດ ແລະ ເປັນຊົ່ວນິລັນດອນ ແລະ ລວມທັງທຸກສິ່ງ ແລະ ກ່ຽວພັນກັບທຸກຄົນ, ແຕ່ມັນຍັງມີຜົນກະທົບຕໍ່ເຮົາໃນລະດັບຄວາມເປັນສ່ວນຕົວ ແລະ ສ່ວນບຸກຄົນ. ເປັນເພາະການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຈຶ່ງມີອຳນາດທີ່ຈະຊຳລະເຮົາໃຫ້ສະອາດ, ປິ່ນປົວເຮົາ, ແລະ ເສີມຄວາມເຂັ້ມແຂງໃຫ້ເຮົາເທື່ອລະຄົນ.
ຄວາມປາດຖະໜາຢ່າງດຽວຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະປະສົງດຽວຂອງພຣະອົງ ຈາກຕອນຕົ້ນແລ້ວ, ແມ່ນທີ່ຈະກະທຳຕາມພຣະປະສົງຂອງພຣະບິດາ. ພຣະປະສົງຂອງພຣະບິດາແມ່ນໃຫ້ພຣະອົງຊ່ວຍໃນ “[ການ] ເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ”9 ໂດຍການກາຍເປັນ “ຜູ້ວິງວອນກັບພຣະບິດາ” ແທນເຮົາ.10 ສະນັ້ນ, “ເຖິງແມ່ນວ່າພຣະອົງເປັນພຣະບຸດ, ກໍຍັງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງໂດຍຄວາມທຸກລຳບາກທີ່ພຣະອົງທົນນັ້ນ; ເມື່ອພຣະເຈົ້າໄດ້ບັນດານໃຫ້ພຣະບຸດເຖິງທີ່ສຳເລັດແລ້ວ, ພຣະບຸດນັ້ນຈຶ່ງໄດ້ເກີດເປັນຕົ້ນກຳເນີດແຫ່ງຄວາມລອດອັນຕະຫລອດໄປເປັນນິດແກ່ຄົນທັງປວງທີ່ເຊື່ອຟັງພຣະອົງ.”11
“ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ. …
“ແລະ ພຣະອົງຈະຮັບເອົາຄວາມຕາຍ, ເພື່ອພຣະອົງຈະໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຊຶ່ງຜູກມັດຜູ້ຄົນຂອງພຣະອົງຫລຸດອອກ … ແລະ ພຣະອົງຈະຮັບເອົາຄວາມບົກພ່ອງຂອງພວກເຂົາ ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາ, … ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ.
“… ພຣະບຸດຂອງພຣະເຈົ້າຍັງຮັບທຸກທໍລະມານຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະໄດ້ຮັບເອົາບາບຂອງຜູ້ຄົນຂອງພຣະອົງ, ເພື່ອພຣະອົງຈະໄດ້ລຶບການລ່ວງລະເມີດຂອງພວກເຂົາຕາມອຳນາດແຫ່ງການປົດປ່ອຍຂອງພຣະອົງ.”12
ຂ້າພະເຈົ້າຢາກແບ່ງປັນປະສົບການທີ່ລຽບງ່າຍຢ່າງໜຶ່ງ ທີ່ສະແດງເຖິງການດີ້ນລົນທີ່ບາງເທື່ອເຮົາມີ ເພື່ອຈະເປີດໃຈຮັບເອົາທຳມະຊາດຂອງການຊົດໃຊ້ຂອງພຣະຜູ້ເປັນເຈົ້າຢ່າງເປັນສ່ວນຕົວ.
ເມື່ອຫລາຍປີກ່ອນ, ຈາກການເຊື້ອເຊີນຂອງຜູ້ນຳຄວບຄຸມຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນຕັ້ງແຕ່ຕົ້ນຈົນຈົບ ແລະ ໄດ້ໝາຍຂໍ້ຕ່າງໆທີ່ອ້າງເຖິງການຊົດໃຊ້ຂອງພຣະຜູ້ເປັນເຈົ້າ. ຜູ້ນຳຂອງຂ້າພະເຈົ້າຍັງໄດ້ເຊື້ອເຊີນໃຫ້ຂ້າພະເຈົ້າຈັດຕຽມບົດສະຫລຸບໜຶ່ງໜ້າເຖິງສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ນຳອີກ. ຂ້າພະເຈົ້າໄດ້ເວົ້າກັບຕົວເອງວ່າ, “ໜ້າດຽວ? ໄດ້ແນ່, ນັ້ນເປັນເລື່ອງງ່າຍ.” ແຕ່, ຂ້າພະເຈົ້າຕົກໃຈ, ຂ້າພະເຈົ້າໄດ້ພົບເຫັນວ່າວຽກນັ້ນຍາກຫລາຍ, ແລະ ຂ້າພະເຈົ້າໄດ້ລົ້ມເຫລວ.
ນັບຕັ້ງແຕ່ນັ້ນມາ ຂ້າພະເຈົ້າໄດ້ຮັບຮູ້ວ່າ ຂ້າພະເຈົ້າໄດ້ລົ້ມເຫລວເພາະວ່າຂ້າພະເຈົ້າບໍ່ເຂົ້າໃຈຈຸດປະສົງ ແລະ ຂ້າພະເຈົ້າໄດ້ເຂົ້າໃຈຜິດກ່ຽວກັບການເຊື້ອເຊີນນັ້ນ. ໜຶ່ງ, ຂ້າພະເຈົ້າໄດ້ຄາດຫວັງວ່າບົດສະຫລຸບນັ້ນຈະເປັນການດົນໃຈໃຫ້ແກ່ທຸກຄົນ. ບົດສະຫລຸບນັ້ນແມ່ນສຳລັບຂ້າພະເຈົ້າ ແລະ ບໍ່ແມ່ນສຳລັບຄົນອື່ນເລີຍ. ບົດສະຫລຸບນັ້ນຈະເປັນຕົວແທນໃຫ້ແກ່ຄວາມຮູ້ສຶກຂອງຂ້າພະເຈົ້າກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ສິ່ງທີ່ພຣະອົງໄດ້ກະທຳເພື່ອຂ້າພະເຈົ້າ ເພື່ອວ່າທຸກໆເທື່ອທີ່ຂ້າພະເຈົ້າໄດ້ອ່ານມັນ, ມັນຈະເຮັດໃຫ້ປະສົບການອັນປະເສີດ, ເລິກເຊິ່ງ, ແລະ ເປັນເລື່ອງສ່ວນຕົວທາງວິນຍານ ແຈ່ມແຈ້ງ ແລະ ແນ່ຊັດຕໍ່ຂ້າພະເຈົ້າ.
ສອງ, ຂ້າພະເຈົ້າໄດ້ຄາດຫວັງວ່າບົດສະຫລຸບນັ້ນຈະເປັນສິ່ງຍິ່ງໃຫຍ່ ແລະ ປານີດ ແລະ ບັນຈຸຄຳສັບ ແລະ ວະລີທີ່ຊັບຊ້ອນ. ມັນບໍ່ໄດ້ກ່ຽວກັບຄຳສັບທີ່ຊັບຊ້ອນເລີຍ. ມັນຕ້ອງເປັນຄຳປະກາດເຖິງຄວາມເຊື່ອໝັ້ນທີ່ແຈ່ມແຈ້ງ ແລະ ລຽບງ່າຍ. “ເພາະຈິດວິນຍານຂອງຂ້າພະເຈົ້າເບີກບານໃນຄວາມແຈ່ມແຈ້ງ; ເພາະຕາມວິທີນີ້ ອົງພຣະຜູ້ເປັນເຈົ້າທຳງານຢູ່ໃນບັນດາລູກຫລານມະນຸດ. ເພາະອົງພຣະຜູ້ເປັນເຈົ້າປະທານຄວາມສະຫວ່າງໃຫ້ແກ່ຄວາມເຂົ້າໃຈ.”13
ສາມ, ຂ້າພະເຈົ້າໄດ້ຄາດຫວັງໃຫ້ມັນສົມບູນຄົບຖ້ວນ, ມັນຈະເປັນບົດສະຫລຸບທີ່ດີເລີດທີ່ສຸດໃນໂລກ—ມັນຈະເປັນບົດສະຫລຸບສຸດທ້າຍທີ່ເຮົາບໍ່ສາມາດ ແລະ ບໍ່ຄວນຕື່ມຫຍັງໃສ່—ແທນທີ່ຈະເປັນວຽກງານທີ່ກຳລັງຄືບໜ້າ ຊຶ່ງໃນນັ້ນຂ້າພະເຈົ້າສາມາດຕື່ມຄຳໜຶ່ງໃສ່ບ່ອນນີ້ ຫລື ວະລີໜຶ່ງໃສ່ບ່ອນນັ້ນຂະນະທີ່ຄວາມເຂົ້າໃຈຂອງຂ້າພະເຈົ້າເຖິງການຊົດໃຊ້ຂອງພຣະເຢຊູຄຣິດເພີ່ມທະວີຂຶ້ນ.
ປະຈັກພະຍານ ແລະ ການເຊື້ອເຊີນ
ຕອນເປັນຊາຍໜຸ່ມ, ຂ້າພະເຈົ້າໄດ້ຮຽນຮູ້ຫລາຍຢ່າງຈາກການສົນທະນາກັບອະທິການຂອງຂ້າພະເຈົ້າ. ໃນລະຫວ່າງປີທີ່ລະອຽດອ່ອນເຫລົ່ານັ້ນ, ຂ້າພະເຈົ້າໄດ້ຮຽນມັກຖ້ອຍຄຳເຫລົ່ານີ້ຈາກເພງສວດທີ່ໂປດປານເພງໜຶ່ງ:
ຂ້າເຝົ້າພິສະຫວົງ ຕໍ່ຄວາມຮັກພຣະເຢຊູໃຫ້ຂ້າ,
ທັງງົງງັນຕໍ່ພຣະຄຸນຄວາມດີ ທີ່ພຣະອົງປະທານ.
ຂ້າສະທ້ານກາຍຍາເມື່ອຮູ້ວ່າ ພຣະອົງຄຶງເພື່ອຂ້າ,
ແລະ ເພື່ອຂ້າ, ຄົນບາບ, ພຣະອົງຫລັ່ງເລືອດ ແລະ ຕາຍ.
ໂອ້, ຊ່າງແສນອັດສະຈັນ ພຣະອົງຊົງຫ່ວງໃຍຂ້າ
ແມ້ວາຍຊີວັນຊົງຍອມ!
ໂອ້, ຊ່າງແສນອັດສະຈັນ, ອັດສະຈັນຕໍ່ຂ້າ!14
ສາດສະດາໂມໂຣໄນເຊື້ອເຊີນເຮົາວ່າ: “ແລະ ບັດນີ້, ຂ້າພະເຈົ້າຂໍແນະນຳໃຫ້ທ່ານສະແຫວງຫາພຣະເຢຊູອົງນີ້ຜູ້ຊຶ່ງສາດສະດາ ແລະ ອັກຄະສາວົກໄດ້ຂຽນໄວ້.”15
ປະທານຣະໂຊ ເອັມ ແນວສັນ ໄດ້ສັນຍາວ່າ “ຖ້າຫາກ [ເຮົາ] ເລີ່ມຕົ້ນຮຽນຮູ້ ທຸກສິ່ງ ທີ່ [ເຮົາ] ສາມາດເຮັດໄດ້ກ່ຽວກັບພຣະເຢຊູຄຣິດ, … ແລ້ວຄວາມສາມາດ [ຂອງເຮົາ] ທີ່ຈະຫັນໜີຈາກບາບ ຈະເພີ່ມທະວີຂຶ້ນ. ຄວາມປາດຖະໜາ [ຂອງເຮົາ] ທີ່ຈະຮັກສາພຣະບັນຍັດຈະເພີ່ມພູນຂຶ້ນ.”16
ໃນວັນອາທິດອີດສະເຕີນີ້, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ອອກມາຈາກຫີນຝັງພຣະສົບຂອງພຣະອົງ, ຂໍໃຫ້ເຮົາຈົ່ງຕື່ນຈາກການນອນຫລັບທາງວິນຍານຂອງເຮົາ ແລະ ລຸກຂຶ້ນສູງເໜືອກ້ອນເມກແຫ່ງຄວາມສົງໄສ, ເໜືອຄວາມຢ້ານກົວ, ເໜືອຄວາມທະນົງຕົວ, ແລະ ເໜືອທັດສະນະຄະຕິ. ພຣະເຢຊູຄຣິດ ແລະ ພຣະບິດາເທິງສະຫວັນຊົງພຣະຊົນຢູ່. ຂ້າພະເຈົ້າເປັນພະຍານເຖິງຄວາມຮັກທີ່ສົມບູນແບບຂອງພວກພຣະອົງທີ່ມີຕໍ່ເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.