ການປົກປ້ອງລັດຖະທຳມະນູນທີ່ໄດ້ຮັບການດົນໃຈຈາກສະຫວັນຂອງເຮົາ
ຄວາມເຊື່ອຂອງເຮົາໃນການດົນໃຈຈາກສະຫວັນໄດ້ມອບໜ້າທີ່ຮັບຜິດຊອບພິເສດໃຫ້ແກ່ໄພ່ພົນຍຸກສຸດທ້າຍ ເພື່ອຮັກສາ ແລະ ປົກປ້ອງລັດຖະທຳມະນູນຂອງສະຫະລັດ ແລະ ຫລັກການແຫ່ງລັດຖະທຳມະນູນ.
ໃນວັນເວລາທີ່ຫຍຸ້ງຍາກນີ້, ຂ້າພະເຈົ້າຮູ້ສຶກວ່າຢາກກ່າວກ່ຽວກັບລັດຖະທຳມະນູນທີ່ໄດ້ຮັບການດົນໃຈຂອງສະຫະລັດ. ລັດຖະທຳມະນູນນີ້ມີຄວາມສຳຄັນພິເສດຕໍ່ສະມາຊິກຂອງພວກເຮົາໃນສະຫະລັດ, ແຕ່ມັນກໍຍັງເປັນມໍລະດົກຂອງລັດຖະທຳມະນູນຮ່ວມກັນຕະຫລອດທົ່ວໂລກ.
I.
ລັດຖະທຳມະນູນແມ່ນຮາກຖານຂອງລັດຖະບານ. ມັນໃຫ້ໂຄງຮ່າງ ແລະ ຂໍ້ຈຳກັດໃນການໃຊ້ອຳນາດຂອງລັດຖະບານ. ລັດຖະທຳມະນູນຂອງສະຫະລັດເປັນລັດຖະທຳມະນູນທີ່ເກົ່າແກ່ທີ່ສຸດ ທີ່ຍັງມີຜົນສັກສິດໃນທຸກວັນນີ້. ເຖິງແມ່ນວ່າແຕ່ກ່ອນກີ້ມັນໄດ້ຖືກຮັບຮູ້ໂດຍກຸ່ມອານານິຄົມຈຳນວນໜ້ອຍໜຶ່ງ, ແຕ່ບໍ່ດົນມັນກໍກາຍເປັນແບບຢ່າງໃຫ້ຕະຫລອດທົ່ວໂລກ. ປະຈຸບັນນີ້, ທຸກປະເທດຍົກເວັ້ນແຕ່ສາມປະເທດ ໄດ້ມີກົດລັດຖະທຳມະນູນຄືກັນ.1
ໃນຄຳປາໄສນີ້ ຂ້າພະເຈົ້າບໍ່ໄດ້ກ່າວເພື່ອພັກການເມືອງ ຫລື ກຸ່ມອື່ນໃດໆ. ຂ້າພະເຈົ້າກ່າວເພື່ອລັດຖະທຳມະນູນຂອງສະຫະລັດ, ຊຶ່ງຂ້າພະເຈົ້າໄດ້ສຶກສາມາເປັນເວລາຫລາຍກວ່າ 60 ປີແລ້ວ. ຂ້າພະເຈົ້າກ່າວຈາກປະສົບການຕອນທຳງານເປັນສະໝຽນໃຫ້ຫົວໜ້າຜູ້ຕັດສິນໃນສານສູງສຸດຂອງສະຫະລັດ. ຂ້າພະເຈົ້າກ່າວຈາກການເປັນອາຈານສອນຝ່າຍກົດໝາຍເປັນເວລາ 15 ປີ, ແລະ 3 ປີເຄິ່ງ ໃນຖານະຜູ້ຕັດສິນໃນສານສູງສຸດຂອງລັດຢູທາ. ສຳຄັນທີ່ສຸດຄື, ຂ້າພະເຈົ້າກ່າວຈາກ 37 ປີໃນຖານະອັກຄະສາວົກຄົນໜຶ່ງຂອງພຣະເຢຊູຄຣິດ, ມີຄວາມຮັບຜິດຊອບໃນການສຶກສາຄວາມໝາຍຂອງລັດຖະທຳມະນູນທີ່ໄດ້ຮັບການດົນໃຈຈາກສະຫວັນຂອງສະຫະລັດ ຊຶ່ງມັນກ່ຽວຂ້ອງກັບວຽກງານຂອງສາດສະໜາຈັກທີ່ຟື້ນຟູຂອງພຣະອົງ.
ລັດຖະທຳມະນູນຂອງສະຫະລັດແມ່ນແຕກຕ່າງ ເພາະວ່າພຣະເຈົ້າໄດ້ເປີດເຜີຍວ່າ ພຣະອົງ “ໄດ້ຈັດຕັ້ງ” ມັນຂຶ້ນ “ເພື່ອສິດທິ ແລະ ການຄຸ້ມຄອງເນື້ອໜັງທັງປວງ” (ຄຳສອນ ແລະ ພັນທະສັນຍາ 101:77); ເບິ່ງ ຂໍ້ທີ 80 ນຳອີກ). ນັ້ນຄືເຫດຜົນທີ່ລັດຖະທຳມະນູນນີ້ຈຶ່ງເປັນທີ່ໜ້າຫ່ວງໃຍພິເສດຕໍ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຕະຫລອດທົ່ວໂລກ. ບໍ່ວ່າຫລັກການຂອງມັນຄວນຖືກນຳໃຊ້ໃນປະຊາຊາດອື່ນຂອງໂລກແນວໃດກໍຕາມ ມັນຂຶ້ນກັບການຕັດສິນໃຈຂອງເຂົາເຈົ້າ.
ແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການຈັດຕັ້ງລັດຖະທຳມະນູນຂອງສະຫະລັດຂຶ້ນມາ? ເຮົາເຫັນມັນຢູ່ໃນຄຳສອນກ່ຽວກັບອຳເພີໃຈທາງສິນທຳ. ໃນທົດສະວັດທຳອິດຂອງການຟື້ນຟູສາດສະໜາຈັກ, ສະມາຊິກທີ່ຢູ່ໃນເຂດຊາຍແດນຕາເວັນຕົກ ໄດ້ທົນກັບການຂົ່ມເຫັງໃນບ່ອນສ່ວນຕົວ ແລະ ໃນສະຖານທີ່ສາທາລະນະ. ພາກສ່ວນໜຶ່ງຍ້ອນວ່າເຂົາເຈົ້າຄັດຄ້ານກັບການໃຫ້ມະນຸດເປັນຂ້າທາດ ທີ່ມີຢູ່ໃນສະຫະລັດໃນເວລານັ້ນ. ໃນສະຖານະການທີ່ໂຊກຮ້າຍເຫລົ່ານີ້, ພຣະເຈົ້າໄດ້ເປີດເຜີຍຄວາມຈິງກ່ຽວກັບຄຳສອນຂອງພຣະອົງຜ່ານທາງສາດສະດາໂຈເຊັບ ສະມິດ.
ພຣະເຈົ້າໄດ້ມອບອຳເພີໃຈທາງສິນທຳໃຫ້ແກ່ລູກໆຂອງພຣະອົງ—ອຳນາດທີ່ຈະຕັດສິນໃຈ ແລະ ປະຕິບັດ. ເງື່ອນໄຂທີ່ໜ້າເພິ່ງປາດຖະໜາທີ່ສຸດສຳລັບການໃຊ້ອຳເພີໃຈນັ້ນແມ່ນສິດເສລີພາບສູງສຸດຂອງຊາຍ ແລະ ຍິງທີ່ຈະຕັດສິນໃຈ ແລະ ປະຕິບັດອີງຕາມການເລືອກຂອງຕົນ. ການເປີດເຜີຍອະທິບາຍວ່າ “ມະນຸດທຸກຄົນຈະຮັບຜິດຊອບຕໍ່ບາບຂອງຕົນເອງໃນວັນແຫ່ງການພິພາກສາ” (ຄຳສອນ ແລະ ພັນທະສັນຍາ 101:78). “ສະນັ້ນ,” ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ, “ມັນຈຶ່ງບໍ່ຖືກຕ້ອງທີ່ມະນຸດຄົນໃດຈະຢູ່ໃນຄວາມເປັນທາດຂອງຄົນອື່ນ” (ຄຳສອນ ແລະ ພັນທະສັນຍາ 101:79). ເຫັນໄດ້ຢ່າງແຈ່ມແຈ້ງວ່າ ການໃຫ້ມະນຸດເປັນຂ້າທາດນັ້ນຜິດ. ແລະ ອີງຕາມຫລັກການດຽວກັນ, ມັນຜິດທີ່ປະຊາຊົນບໍ່ສາມາດປາກເວົ້າໃນການເລືອກຕັ້ງຜູ້ນຳຂອງພວກເຂົາ ຫລື ການສ້າງຕັ້ງກົດໝາຍຂອງພວກເຂົາ.
II.
ຄວາມເຊື່ອຂອງພວກເຮົາທີ່ວ່າລັດຖະທຳມະນູນທີ່ໄດ້ຮັບການດົນໃຈຈາກສະຫວັນຂອງສະຫະລັດ ບໍ່ໄດ້ໝາຍຄວາມວ່າ ການເປີດເຜີຍຈາກສະຫວັນກຳນົດທຸກຄຳ ແລະ ວະລີ, ດັ່ງເຊັ່ນການຈັດຈຳນວນຕົວແທນຈາກແຕ່ລະລັດ ຫລື ອາຍຸຕ່ຳສຸດຂອງຜູ້ແທນແຕ່ລະຄົນ.2 ລັດຖະທຳມະນູນບໍ່ແມ່ນ “ເອກະສານທີ່ສົມບູນເຕັມທີ່,” ປະທານເຈ ຣູເບັນ ຄະລາກ ໄດ້ກ່າວ. “ກົງກັນຂ້າມ,” ເພິ່ນອະທິບາຍ, “ພວກເຮົາເຊື່ອວ່າມັນຈະຖືກດັດແປງ ແລະ ພັດທະນາເພື່ອສະໜອງການປ່ຽນແປງທີ່ຈຳເປັນຕາມຄວາມຈະເລີນຂອງໂລກ.”3 ຍົກຕົວຢ່າງ, ການດັດແປງ ທີ່ໄດ້ຮັບການດົນໃຈໄດ້ຍົກເລີກການເປັນຂ້າທາດ ແລະ ມອບສິດໃຫ້ແມ່ຍິງໃນການເລືອກຕັ້ງ. ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ເຫັນການດົນໃຈໃນທຸກໆການຕັດສິນຂອງສານສູງສຸດທີ່ຕີຄວາມໝາຍຂອງລັດຖະທຳມະນູນ.
ຂ້າພະເຈົ້າເຊື່ອວ່າລັດຖະທຳມະນູນຂອງສະຫະລັດບັນຈຸຫລັກການທີ່ໄດ້ຮັບການດົນໃຈຈາກສະຫວັນຢູ່ຫ້າຢ່າງ.4
ຫລັກການຢ່າງທຳອິດແມ່ນ ແຫລ່ງອຳນາດຂອງລັດຖະບານຄື ປະຊາຊົນ. ໃນຊ່ວງເວລາທີ່ອຳນາດອະທິປະໄຕຖືກສັນນິຖານໂດຍທົ່ວໄປ ວ່າກະສັດ ຫລື ກຸ່ມທະຫານໄດ້ຮັບສິດຈາກສະຫວັນໃຫ້ປົກຄອງ, ມັນຈະມີການປະຕິວັດເພື່ອມອບສິດອຳນາດອະທິປະໄຕໃຫ້ແກ່ປະຊາຊົນ. ນັກປັດຊະຍາໄດ້ສະໜັບສະໜູນເລື່ອງນີ້, ແຕ່ລັດຖະທຳມະນູນຂອງສະຫະລັດໄດ້ຖືກນຳໃຊ້ກ່ອນໝູ່ໝົດ. ອຳນາດອະທິປະໄຕໃນປະຊາຊົນ ບໍ່ ໝາຍຄວາມວ່າກຸ່ມອັນຕະພານ ຫລື ກຸ່ມອື່ນໆສາມາດແຊກແຊງເພື່ອຂົ່ມຂູ່ ຫລື ບັງຄັບໃຫ້ລັດຖະບານດຳເນີນການ. ລັດຖະທຳມະນູນໄດ້ຈັດຕັ້ງ ສາທາລະນະລັດປະຊາທິປະໄຕຕາມລັດຖະທຳມະນູນ, ບ່ອນທີ່ປະຊາຊົນໃຊ້ອຳນາດຂອງຕົນເລືອກຕັ້ງຜູ້ແທນ.
ຫລັກການທີ່ໄດ້ຮັບການດົນໃຈຢ່າງທີສອງຄື ການແບ່ງອຳນາດທີ່ຖືກມອບໝາຍລະຫວ່າງປະເທດ ແລະ ບັນດາລັດ. ໃນລະບົບລັດຖະບານຂອງເຮົາ, ຫລັກການທີ່ບໍ່ເຄີຍມີມາກ່ອນນີ້ ບາງຄັ້ງໄດ້ມີການປ່ຽນແປງໂດຍການດັດແປງທີ່ໄດ້ຮັບການດົນໃຈ, ເຊັ່ນການຍົກເລີກການເປັນຂ້າທາດ ແລະ ການຂະຫຍາຍສິດອອກສຽງໃຫ້ກັບແມ່ຍິງ, ຊຶ່ງໄດ້ກ່າວມາກ່ອນໜ້ານີ້. ທີ່ສຳຄັນ, ລັດຖະທຳມະນູນຂອງສະຫະລັດຈຳກັດລັດຖະບານແຫ່ງຊາດໃນການໃຊ້ອຳນາດທີ່ອະນຸຍາດດັ່ງທີ່ອະທິບາຍ ຫລື ມີຂຽນໄວ້, ແລະ ມັນສະຫງວນອຳນາດຂອງລັດຖະບານອື່ນໆທັງໝົດ “ໃຫ້ແກ່ບັນດາລັດ ຫລື ປະຊາຊົນ.”5
ຫລັກການທີ່ດົນໃຈອີກຢ່າງໜຶ່ງຄື ການແບ່ງອຳນາດ. ເປັນເວລາຫລາຍສັດຕະວັດກ່ອນສົນທິສັນຍາລັດຖະທຳມະນູນປີ 1787, ລັດຖະສະພາອັງກິດໄດ້ບຸກເບີກການແບ່ງແຍກອຳນາດນິຕິບັນຍັດ ແລະ ສິດອຳນາດບໍລິຫານເມື່ອພວກເຂົາຕໍ່ສູ້ກັບອຳນາດບາງຢ່າງຈາກກະສັດ. ແຮງດົນໃຈໃນສົນທິສັນຍາອາເມຣິກາແມ່ນການມອບອຳນາດການບໍລິຫານ, ນິຕິບັນຍັດ, ແລະ ອຳນາດຕຸລາການ ຢ່າງເປັນອິດສະລະ ເພື່ອໃຫ້ສາມສາຂານີ້ສາມາດກວດກາຊຶ່ງກັນແລະກັນ.
ຫລັກການທີ່ໃຫ້ການດົນໃຈຢ່າງທີສີ່ແມ່ນຢູ່ໃນກຸ່ມຂອງການຮັບປະກັນທີ່ສຳຄັນຂອງສິດທິບຸກຄົນ ແລະ ຂໍ້ຈຳກັດສະເພາະຕໍ່ສິດອຳນາດຂອງລັດຖະບານໃນໃບແຈ້ງສິດທິ, ໄດ້ຖືກຮັບຮອງພຽງແຕ່ສາມປີຫລັງຈາກລັດຖະທຳມະນູນໄດ້ມີຜົນບັງຄັບໃຊ້. ໃບແຈ້ງສິດທິບໍ່ແມ່ນສິ່ງໃໝ່. ທີ່ນີ້ ແຮງດົນໃຈຄືການນຳເອົາຫລັກການໄປໃຊ້ ຊຶ່ງບຸກເບີກຢູ່ປະເທດອັງກິດ, ເລີ່ມຈາກກົດບັນຍັດ ແມກນາ ຄາຕາ. ຜູ້ຂຽນລັດຖະທຳມະນູນຄຸ້ນເຄີຍກັບສິ່ງເຫລົ່ານີ້ ຍ້ອນວ່າກົດບັນຍັດອານານິຄົມມີການຮັບປະກັນເຊັ່ນນີ້.
ປາດສະຈາກໃບແຈ້ງສິດທິ, ອາເມຣິກາຄົງບໍ່ສາມາດເປັນປະເທດເຈົ້າພາບສຳລັບການຟື້ນຟູພຣະກິດຕິຄຸນ, ຊຶ່ງເລີ່ມຕົ້ນພຽງແຕ່ສາມທົດສະວັດຕໍ່ມາ. ມີການດົນໃຈຈາກສະຫວັນໃນບົດບັນຍັດດັ້ງເດີມທີ່ບໍ່ຄວນມີການທົດສອບທາງສາດສະໜາສຳລັບຜູ້ຢາກທຳງານໃນຫ້ອງການສາທາລະນະ,6 ແຕ່ການເພີ່ມເສລີພາບທາງສາດສະໜາ ແລະ ການຮັບປະກັນຕໍ່ຕ້ານການສະຖາປະນາສາດສະໜາໃດໜຶ່ງເປັນສາດສະໜາທາງການຂອງປະເທດ ຢູ່ໃນລັດຖະທຳມະນູນຂໍ້ທຳອິດແມ່ນສຳຄັນ. ເຮົາຍັງເຫັນການດົນໃຈຈາກສະຫວັນໃນລັດຖະທຳມະນູນຂໍ້ທຳອິດຂອງສິດທິການປາກເວົ້າ ແລະ ສື່ມວນຊົນ ແລະ ໃນການປົກຄອງ ທີ່ລວມຢູ່ໃນລັດຖະທຳມະນູນຂໍ້ອື່ນໆ, ດັ່ງເຊັ່ນການດຳເນີນຄະດີທາງອາຍານຳອີກ.
ຫ້າ ແລະ ສຸດທ້າຍ, ຂ້າພະເຈົ້າເຫັນການດົນໃຈຈາກສະຫວັນໃນຈຸດປະສົງທີ່ສຳຄັນຂອງລັດຖະທຳມະນູນທັງໝົດ. ເຮົາຖືກປົກຄອງໂດຍ ກົດໝາຍ ແລະ ບໍ່ແມ່ນໂດຍ ບຸກຄົນໃດໜຶ່ງ, ແລະ ຄວາມຈົງຮັກພັກດີຂອງເຮົາແມ່ນມີຕໍ່ ລັດຖະທຳມະນູນ ແລະ ຫລັກການ ແລະ ຂະບວນການຂອງມັນ, ບໍ່ແມ່ນຕໍ່ ຜູ້ດຳລົງຕຳແໜ່ງ ໃດໆ. ດ້ວຍວິທີນີ້, ທຸກຄົນຈຶ່ງສະເໝີພາບຢູ່ຕໍ່ໜ້າກົດໝາຍ. ຫລັກການເຫລົ່ານີ້ກີດກັນຄວາມທະເຍີທະຍານຜະເດັດການ, ຊຶ່ງເຮັດໃຫ້ປະຊາທິປະໄຕເສື່ອມໂຊມໃນບາງປະເທດ. ມັນຍັງໝາຍຄວາມວ່າ ບໍ່ຄວນມີສາຂາໃດໃນສາມສາຂາຂອງລັດຖະບານ ໂດດເດັ່ນເໜືອກຸ່ມອື່ນ ຫລື ປ້ອງກັນກຸ່ມອື່ນບໍ່ໃຫ້ອີກຝ່າຍປະຕິບັດໜ້າທີ່ຕາມລັດຖະທຳມະນູນຢ່າງເໝາະສົມ ເພື່ອກວດກາຊຶ່ງກັນແລະກັນ.
III.
ເຖິງແມ່ນວ່າມີຫລັກການທີ່ດົນໃຈຈາກສະຫວັນໃນລັດຖະທຳມະນູນຂອງສະຫະລັດ, ເມື່ອນຳໃຊ້ໂດຍມະນຸດທີ່ບໍ່ດີພ້ອມ ພວກເຂົາຈະບໍ່ປະຕິບັດຕາມຄວາມຕັ້ງໃຈດັ້ງເດີມສະເໝີໄປ. ຫົວຂໍ້ສຳຄັນຂອງການສ້າງກົດ, ດັ່ງເຊັ່ນກົດໝາຍບາງຢ່າງທີ່ກ່ຽວກັບການຄວບຄຸມຄວາມສຳພັນໃນຄອບຄົວ, ໄດ້ຖືກລັດຖະບານກາງເອົາໄປຈາກບັນດາລັດ. ລັດຖະທຳມະນູນຂໍ້ທຳອິດທີ່ຮັບປະກັນເສລີພາບໃນການປາກເວົ້າ ບາງເທື່ອກໍຖືກເຮັດໃຫ້ອ່ອນແອລົງໂດຍການສະກັດກັ້ນການເວົ້າທີ່ບໍ່ເປັນທີ່ນິຍົມ. ຫລັກການຂອງການແບ່ງແຍກອຳນາດແມ່ນຢູ່ພາຍໃຕ້ຄວາມກົດດັນສະເໝີ ຕາມການເຄື່ອນໄຫວຂອງລັດຖະບານສາຂາໜຶ່ງ ຫລື ການຢັບຢັ້ງອຳນາດທີ່ມອບໃຫ້ອີກຝ່າຍ.
ມີໄພຂົ່ມຂູ່ອື່ນໆອີກທີ່ຫວັງທຳລາຍຫລັກການທີ່ໄດ້ຮັບການດົນໃຈຂອງລັດຖະທຳມະນູນຂອງສະຫະລັດ. ຄວາມສຳຄັນຂອງລັດຖະທຳມະນູນໄດ້ຫລຸດລົງເນື່ອງຈາກກະແສຂອງສັງຄົມໃນປະຈຸບັນພະຍາມປ່ຽນແປງມັນ ຊຶ່ງເປັນເຫດຜົນຂອງການສ້າງຕັ້ງມັນຂຶ້ນມາ, ແທນທີ່ຈະເປັນເສລີພາບ ແລະ ການປົກຄອງຕົນເອງ. ສິດອຳນາດຂອງລັດຖະທຳມະນູນຈະເປັນເລື່ອງບໍ່ສຳຄັນເມື່ອຜູ້ສະໝັກ ຫລື ເຈົ້າໜ້າທີ່ບໍ່ສົນໃຈກັບຫລັກການຂອງມັນ. ກຽດສັກສີ ແລະ ຜົນບັງຄັບຂອງລັດຖະທຳມະນູນໄດ້ຫລຸດລົງໂດຍຜູ້ທີ່ກ່າວເຖິງມັນຄືກັບວ່າເປັນການທົດສອບ ຫລື ເປັນຄຳຂວັນທາງການເມືອງ, ແທນທີ່ຈະເປັນສະຖານະພາບສູງສົ່ງ ໃນຖານະແຫລ່ງຂອງການອະນຸຍາດ ແລະ ຂໍ້ຈຳກັດສຳລັບສິດອຳນາດຂອງລັດຖະບານ.
IV.
ຄວາມເຊື່ອຂອງເຮົາໃນການດົນໃຈຈາກສະຫວັນໄດ້ມອບໜ້າທີ່ຮັບຜິດຊອບພິເສດໃຫ້ແກ່ໄພ່ພົນຍຸກສຸດທ້າຍ ເພື່ອຮັກສາ ແລະ ປົກປ້ອງລັດຖະທຳມະນູນຂອງສະຫະລັດ ແລະ ຫລັກການແຫ່ງລັດຖະທຳມະນູນໃນບ່ອນທີ່ເຮົາອາໄສຢູ່. ເຮົາຄວນໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄິດໃນທາງບວກກ່ຽວກັບອະນາຄົດຂອງປະເທດຊາດ.
ໄພ່ພົນຍຸກສຸດທ້າຍທີ່ຊື່ສັດຄວນເຮັດຫຍັງຕື່ມອີກແດ່? ເຮົາຕ້ອງອະທິຖານເພື່ອຂໍໃຫ້ພຣະຜູ້ເປັນເຈົ້າຊີ້ນຳ ແລະ ອວຍພອນປະຊາຊາດ ແລະ ຜູ້ນຳຂອງພວກເຂົາ. ນີ້ຄືພາກສ່ວນໜຶ່ງໃນຫລັກແຫ່ງຄວາມເຊື່ອຂອງເຮົາ. ການຢູ່ພາຍໃຕ້ປະທານາທິບໍດີ ຫລື ຜູ້ປົກຄອງ7 ແນ່ນອນວ່າບໍ່ມີອຸປະສັກໃດໆຕໍ່ການຕໍ່ຕ້ານກົດໝາຍ ຫລື ນະໂຍບາຍສ່ວນບຸກຄົນຂອງເຮົາ. ມັນຮຽກຮ້ອງເຮົາໃຫ້ໃຊ້ອິດທິພົນຂອງເຮົາຢ່າງສຸພາບ ແລະ ດ້ວຍສັນຕິ, ໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍທີ່ນຳໃຊ້. ໃນປະເດັນທີ່ມີການໂຕ້ແຍ້ງກັນ, ເຮົາຄວນຊ່ວຍຜູ້ຄົນໃຫ້ຢຸດຕິ ແລະ ເປັນນ້ຳໜຶ່ງໃຈດຽວກັນ.
ມີໜ້າທີ່ອື່ນອີກທີ່ເປັນພາກສ່ວນຂອງການຮັກສາລັດຖະທຳມະນູນທີ່ໄດ້ຮັບການດົນໃຈນັ້ນ. ເຮົາຄວນຮຽນຮູ້ ແລະ ສະໜັບສະໜູນ ຫລັກການ ຂອງລັດຖະທຳມະນູນທີ່ໄດ້ຮັບການດົນໃຈນັ້ນ. ເຮົາຄວນຊອກຫາ ແລະ ສະໜັບສະໜູນບຸກຄົນທີ່ສະຫລາດ ແລະ ດີ ທີ່ຈະສະໜັບສະໜູນຫລັກການເຫລົ່ານັ້ນໃນການກະທຳສາທາລະນະຂອງເຂົາເຈົ້າ.8 ເຮົາຄວນເປັນພົນລະເມືອງທີ່ມີຄວາມຮູ້ຄວາມສາມາດ ໃນການເຮັດໃຫ້ອິດທິພົນຂອງເຮົາເປັນທີ່ຮູ້ຈັກໃນເລື່ອງວຽກງານຂອງພົນລະເມືອງ.
ໃນສະຫະລັດ ແລະ ໃນປະຊາທິປະໄຕອື່ນໆ, ອິດທິພົນທາງການເມືອງຖືກໃຊ້ໂດຍການດຳລົງຕຳແໜ່ງ (ຊຶ່ງເຮົາສະໜັບສະໜູນ), ໂດຍການລົງຄະແນນສຽງ, ໂດຍການສະໜັບສະໜູນດ້ານການເງິນ, ໂດຍການເຂົ້າເປັນສະມາຊິກ ແລະ ຮັບໃຊ້ໃນພັກການເມືອງ, ແລະ ໂດຍການຕິດຕໍ່ສື່ສານກັບເຈົ້າໜ້າທີ່, ພັກຕ່າງໆ, ແລະ ຜູ້ສະໝັກ. ເພື່ອໃຫ້ທຳງານໄດ້ດີ, ປະຊາທິປະໄຕຕ້ອງການທັງໝົດເຫລົ່ານີ້, ແຕ່ວ່າພົນລະເມືອງທີ່ມີສະຕິບໍ່ຈຳເປັນຕ້ອງຈັດຫາໃຫ້ທັງໝົດ.
ມີຫລາຍບັນຫາທາງດ້ານການເມືອງ, ແລະ ບໍ່ມີພັກໃດ, ນະໂຍບາຍ, ແລະ ຜູ້ສະໝັກຄົນໃດສາມາດຕອບສະໜອງຄວາມມັກຊອບສ່ວນຕົວທັງໝົດ. ພົນລະເມືອງແຕ່ລະຄົນຕ້ອງຕັດສິນໃຈເອງວ່າ ປະເດັນໃດທີ່ສຳຄັນທີ່ສຸດຕໍ່ເຂົາໃນເວລານັ້ນ. ແລ້ວສະມາຊິກຄວນສະແຫວງຫາການດົນໃຈກ່ຽວກັບວິທີທີ່ຈະໃຊ້ອິດທິພົນຂອງເຂົາເຈົ້າ ຕາມລຳດັບຄວາມສຳຄັນຂອງແຕ່ລະຄົນ. ຂັ້ນຕອນເຫລົ່ານີ້ຈະບໍ່ເປັນເລື່ອງງ່າຍ. ອາດຈະຕ້ອງປ່ຽນການສະໜັບສະໜູນພັກ ຫລື ການເລືອກຜູ້ສະໝັກ, ແມ່ນແຕ່ຈາກການເລືອກຕັ້ງໜຶ່ງຫາອີກການເລືອກຕັ້ງໜຶ່ງ.
ການກະທຳແບບເປັນອິດສະລະເຊັ່ນນັ້ນ ບາງເທື່ອຈະຮຽກຮ້ອງໃຫ້ຜູ້ລົງຄະແນນສຽງສະໜັບສະໜູນຜູ້ສະໝັກ ຫລື ພັກການເມືອງ ຫລື ນະໂຍບາຍ ຊຶ່ງເຂົາບໍ່ເຫັນດ້ວຍກັບຕຳແໜ່ງ.9 ນັ້ນແມ່ນເຫດຜົນໜຶ່ງທີ່ພວກເຮົາຊຸກຍູ້ສະມາຊິກຂອງພວກເຮົາໃຫ້ຫລີກເວັ້ນຈາກການຕັດສິນກັນແລະກັນໃນເລື່ອງການເມືອງ. ເຮົາບໍ່ຄວນເວົ້າວ່າໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ບໍ່ສາມາດຂຶ້ນກັບພັກໃດ ຫລື ລົງຄະແນນສຽງສຳລັບຜູ້ສະໝັກຄົນໃດ. ພວກເຮົາສິດສອນຫລັກທຳທີ່ຖືກຕ້ອງ ແລະ ປ່ອຍໃຫ້ສະມາຊິກຂອງພວກເຮົາເລືອກເອົາວິທີການຈັດລຳດັບຄວາມສຳຄັນເອງ ແລະ ນຳໃຊ້ຫລັກທຳເຫລົ່ານັ້ນໃນປະເດັນຕ່າງໆທີ່ເກີດຂຶ້ນເປັນບາງຄັ້ງບາງຄາວ. ພວກເຮົາຢືນຢັນ, ແລະ ພວກເຮົາຂໍໃຫ້ຜູ້ນຳໃນທ້ອງຖິ່ນຂອງພວກເຮົາຢືນຢັນ, ວ່າສະມາຊິກບໍ່ຄວນສິດສອນເລື່ອງການເລືອກ ແລະ ສິ່ງທີ່ກ່ຽວຂ້ອງກັບການເມືອງຢູ່ໃນການປະຊຸມໃດໆຂອງສາດສະໜາຈັກຂອງພວກເຮົາ.
ແນ່ນອນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຈະໃຊ້ສິດໃນການຮັບຮອງ ຫລື ຄັດຄ້ານຂໍ້ສະເໜີດ້ານກົດໝາຍໃດໜຶ່ງໂດຍສະເພາະ ທີ່ພວກເຮົາເຊື່ອວ່າຈະມີຜົນກະທົບຕໍ່ການໃຊ້ສາດສະໜາ ຫລື ຜົນປະໂຫຍດທີ່ສຳຄັນຂອງສາດສະໜາຈັກຢ່າງເປັນອິດສະລະ.
ຂ້າພະເຈົ້າເປັນພະຍານເຖິງລັດຖະທຳມະນູນທີ່ໄດ້ຮັບການດົນໃຈຈາກສະຫວັນຂອງສະຫະລັດ ແລະ ອະທິຖານວ່າ ເຮົາຜູ້ຮັບຮູ້ພຣະເຈົ້າແຫ່ງສະຫວັນທີ່ໄດ້ດົນໃຈໃຫ້ສ້າງມັນຂຶ້ນມາ ຈະຮັກສາ ແລະ ປົກປ້ອງຫລັກການທີ່ຍິ່ງໃຫຍ່ຂອງລັດຖະທຳມະນູນສະເໝີ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.