ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພວກ​ເຈົ້າ​ສາ​ມາດ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ!
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ພວກ​ເຈົ້າ​ສາ​ມາດ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ!

ຂ້າ​ພະ​ເຈົ້າ​ແນ່​ໃຈ​ທີ່​ສຸດ​ວ່າ​ຊາວ​ໜຸ່ມ​ພວກ​ເຈົ້າ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ເພາະ​ບາງ​ສິ່ງ​ກ່ຽວ​ກັບ​ເອ​ກະ​ລັກ​ຂອງ​ພວກ​ເຈົ້າ ແລະ ພະ​ລັງ​ມະ​ຫາ​ສານ​ທີ່​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກ​ເຈົ້າ.

ເກືອບ​ສາມ​ປີ​ກ່ອນ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທຸກ​ຄົນ “ໃຫ້​ເຂົ້າ​ຮ່ວມ​ກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ” ຢູ່​ທັງ​ສອງ​ຟາກ​ມ່ານ. ເພິ່ນ​ໄດ້​ກ່າວ​ວ່າ, “ການ​ເຕົ້າ​ໂຮມ​ນັ້ນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້.”1 ຂ້າ​ພະ​ເຈົ້າ​ແນ່​ໃຈ​ທີ່​ສຸດ​ວ່າ​ຊາວ​ໜຸ່ມ​ພວກ​ເຈົ້າ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້—ແລະ ເຮັດ​ໄດ້​ດີ​ຫລາຍ—ເພາະ (1)​ບາງ​ສິ່ງ​ກ່ຽວ​ກັບ​ເອ​ກະ​ລັກ​ຂອງ​ພວກ​ເຈົ້າ ແລະ (2) ພະ​ລັງ​ມະ​ຫາ​ສານ​ທີ່​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກ​ເຈົ້າ.

ຮູບ​ພາບ
ບຣາ​ເດີ ແລະ ຊິດ​ສະ​ເຕີ ຄໍ​ບິດ

ເມື່ອ ສີ່​ສິບ​ເອັດ​ປີ​ກ່ອນ, ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ຈາກ​ສາດ​ສະ​ໜາ​ຈັກ​ໄດ້​ຮູ້​ສຶກ​ຖືກ​ນຳ​ພາ​ໄປ​ຫາ​ບ້ານ​ຫລັງ​ໜຶ່ງ​ຢູ່​ທີ່​ລັດ​ນິວ​ເຈີ​ຊີ, ໃນ​ສະ​ຫະ​ລັດ. ເມື່ອ​ເວ​ລາ​ຜ່ານ​ໄປ, ໜ້າ​ອັດ​ສະ​ຈັນ​ໃຈ​ທີ່, ພໍ່​ແມ່​ທັງ​ສອງ ແລະ ລູກໆ​ທັງ​ໝົດ 10 ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ເຂົາ​ເຈົ້າ​ໄດ້ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ”2 ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຄວນ​ຈະ​ກ່າວ​ວ່າ “ຊີ​ວິດ​ຂອງ​ພວກ​ເຮົາ.” ຂ້າ​ພະ​ເຈົ້າ​ເປັນ​ລູກ​ຄົນ​ທີ​ສາມ. ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 17 ປີ​ຕອນ​ຂ້າ​ພະ​ເ​ຈົ້າ​ໄດ້​ຕັດ​ສິນ​ໃຈ​ເຮັດ​ພັນ​ທະ​ສັນ​ຍາ​ຢ່າງ​ຖາ​ວອນ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ແຕ່​ພວກ​ເຈົ້າ​ເດົາ​ໄດ້​ບໍ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ເຮັດ​ຫຍັງ​ອີກ​ແດ່? ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ. ນັ້ນ​ເປັນ​ເລື່ອງ​ທີ່​ຍາກ​ໂພດ. ແລະ ນີ້​ກໍ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ຖືກ​ຄາດ​ຫວັງ​ຈາກ​ຂ້າ​ພະ​ເຈົ້າ, ແມ່ນ​ບໍ? ຂ້າ​ພະ​ເຈົ້າ​ເປັນ​ສະ​ມາ​ຊິກ​ໃໝ່ໆ​ຂອງ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ບໍ່​ມີ​ເງິນ. ນອກ​ຈາກ​ນັ້ນ, ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຫາ​ກໍ​ຈົບ​ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ທີ່​ຍາກ​ທີ່​ສຸດ​ຢູ່​ໃກ້​ເມືອງ​ຟີ​ລາ​ແດວ​ເຟຍ​ຕາ​ເວັນ​ຕົກ ແລະ ໄດ້​ເອົາ​ຊະ​ນະ​ການ​ທ້າ​ທາຍ​ທີ່​ອັນ​ຕະ​ລາຍ​ຫລາຍ​ຢ່າງ, ຂ້າ​ພະ​ເຈົ້າ​ບໍ່​ຢາກ​ໃຫ້​ໃຜ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ຢ້ານ​ກົວ​ຫລາຍ​ທີ່​ຈະ​ຈາກ​ບ້ານ​ໄປ​ເປັນ​ເວ​ລາ​ສອງ​ປີ​ເຕັມໆ.

ຮູບ​ພາບ
ຄອບ​ຄົວ​ຄໍ​ບິດ

ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ພວກ​ເຈົ້າ

ແຕ່​ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ຮຽນ​ຮູ້​ວ່າ ຂ້າ​ພະ​ເຈົ້າ ແລະ ມະ​ນຸດ​ຊາດ​ທັງ​ປວງ​ໄດ້​ອາ​ໄສ​ຢູ່​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ກ່ອນ​ເຮົາ​ໄດ້​ມາ​ເກີດ​ຢູ່​ເທິງ​ໂລກ. ຄົນ​ອື່ນ​ກໍ​ຈຳ​ເປັນ​ຕ້ອງ​ຮູ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້, ວ່າ​ພ​ຣະ​ອົງ​ປາດ​ຖະ​ໜາ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ​ມີ​ຊີ​ວິດ​ນິ​ລັນ​ດອນ​ກັບ​ພຣະ​ອົງ. ສະ​ນັ້ນ, ກ່ອນ​ຄົນ​ໃດ​ໄດ້​ລົງ​ມາ​ຢູ່​ເທິງ​ໂລກ, ພຣະ​ອົງ​ໄດ້​ສະ​ເໜີ​ແຜນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສຸກ​ທີ່​ສົມ​ບູນ​ໃຫ້​ແກ່​ທຸກ​ຄົນ, ໂດຍ​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ເປັນ​ຕາ​ເສົ້າ​ໃຈ​ແທ້, ຊາ​ຕານ​ໄດ້​ຄັດ​ຄ້ານ​ແຜນ​ຂອງ​ພຣະ​ເຈົ້າ.3 ອີງ​ຕາມ​ພ​ຣະ​ທຳ​ພຣະ​ນິ​ມິດ, “ຂະ​ນະ​ນັ້ນ​ໄດ້​ເກີດ​ສົງ​ຄາມ​ຂຶ້ນ​ໃນ​ສະ​ຫວັນ”!4 ຊາ​ຕານ​ໄດ້​ຫລອກ​ລວງ​ໜຶ່ງ​ສ່ວນ​ສາມ​ໃນ​ບັນ​ດາ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢ່າງ​ສະ​ຫລາດ​ໃຫ້​ມັນ​ໄຊ​ຊະ​ນະ​ແທນ​ພຣະ​ເຈົ້າ.5 ແຕ່​ບໍ່​ແມ່ນ​ພວກ​ເຈົ້າ​ແນ່! ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ເຫັນ​ວ່າ​ພວກ​ເຈົ້າ​ໄດ້​ເອົາ​ຊະ​ນະ​ຊາ​ຕານ “ເພາະ​ຄຳ​ພະ​ຍານ​ຂອງ [ພວກ​ເຈົ້າ​ເອງ].”6

ການ​ຮູ້​ຈັກ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ປິ​ຕຸ​ພອນ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ກ້າ​ຫານ ແລະ ສັດ​ທາ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ທີ່​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.7 ມັນ​ກໍ​ຈະ​ເປັນ​ແບບ​ນັ້ນ​ສຳ​ລັບ​ພວກ​ເຈົ້າ, ເພື່ອນ​ທີ່​ຮັກ​ແພງ. ການ​ຮູ້​ວ່າ​ພວກ​ເຈົ້າ​ໄດ້​ເອົາ​ຊະ​ນະ​ຊາ​ຕານ ເພາະ​ຄຳ​ພະ​ຍານ​ຂອງ​ພວກ​ເຈົ້າ​ທີ່​ຜ່ານ​ມາ ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ8 ໃນ​ທຸກ​ວັນ​ນີ້ ແລະ ຕະ​ຫລອດ​ໄປ—ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ເບິ່ງ​ເອົາ, ໃຫ້​ມາ​ຊ່ວຍ​ເຫລືອ, ແລະ ໃຫ້​ມາ​ເປັນ​ພາກ​ສ່ວນ, ໃນ​ຂະ​ນະ​ທີ່​ສົງ​ຄາມ​ເພື່ອ​ຈິດ​ວິນ​ຍານ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ສືບ​ຕໍ່​ຮ້າຍ​ແຮງ​ໄປ​ໜ້າ.

ຮູບ​ພາບ
ແອວ​ເດີ ຄໍ​ບິດ

ສັດ​ທາ​ທີ່​ມີ​ພະ​ລັງ​ໃນ​ຕົວ​ພວກ​ເຈົ້າ

ແລ້ວ​ເປັນ​ຈັ່ງ​ໃດ​ກ່ຽວ​ກັບ​ພະ​ລັງ​ມະ​ຫານ​ສານ​ພາຍ​ໃນ​ຕົວ​ຂອງ​ພວກ​ເຈົ້າ? ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້: ພວກ​ເຈົ້າ​ໄດ້​ເປັ່ງ​ສຽງ​ໂຮ​ຮ້ອງ​ຍິນ​ດີ9 ທີ່​ຈະ​ລົງ​ມາ​ສູ່​ໂລກ​ທີ່​ຕົກ ບ່ອນ​ທີ່​ທຸກ​ຄົນ​ຈະ​ໄດ້​ປະ​ສົບ​ຄວາມ​ຕາຍ​ທັງ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ. ເຮົາ​ຈະ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ຕາຍ​ທາງ​ໃດ​ໄດ້​ເລີຍ​ດ້ວຍ​ຕົວ​ເຮົາ​ເອງ. ເຮົາ​ບໍ່​ພຽງ​ແຕ່​ຈະ​ທົນ​ທຸກ​ທໍ​ລະ​ມານ​ຈາກ​ບາບ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ຈາກ​ບາບ​ຂອງ​ຄົນ​ອື່ນ​ນຳ​ອີກ. ມະ​ນຸດ​ຊາດ​ຈະ​ໄດ້​ປະ​ສົບ​ການ​ແຕກ​ສະ​ຫລາຍ ແລະ ຄວາມ​ຜິດ​ຫວັງ​ທຸກໆ​ຢ່າງ​ທີ່​ຈະ​ຈິນ​ຕະ​ນາ​ການ​ໄດ້10—ທັງ​ໝົດ​ດ້ວຍ​ຄວາມ​ຊົງ​ຈຳ​ເລື່ອງ​ຊີ​ວິດ​ກ່ອນ​ເກີດ​ຖືກ​ປິດ​ກັ້ນ ແລະ ສັດ​ຕູ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ໃນ​ໂລກ​ກໍ​ໂຈມ​ຕີ ແລະ ລໍ້​ລວງ​ເຮົາ​ຕໍ່​ໄປ. ຄວາມ​ຫວັງ​ທັງ​ໝົດ​ສຳ​ລັບ​ການ​ກັບ​ຄືນ​ໄປ​ໂດຍ​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ ແລະ ສະ​ອາດ​ຕໍ່​ທີ່​ປະ​ທັບ​ອັນ​ສັກ​ສິດ​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ພຣະ​ອົງ​ໜຶ່ງ​ທີ່​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ.11

ແມ່ນ​ຫຍັງ​ໄດ້​ໃຫ້​ພະ​ລັງ​ພວກ​ເຈົ້າ​ທີ່​ຈະ​ເລືອກ​ຮັບ​ເອົາ​ແຜນ​ຂອງ​ພຣະ​ບິ​ດາ? ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ສິດ​ສອນ​ວ່າ, “ມັນ​ຕ້ອງ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຈະ​ສະ​ໜັບ​ສະ​ໜູນ​ແຜນ​ແຫ່ງ​ຄວາມ​ສຸກ ແລະ ບົດ​ບາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ແຜນ​ນັ້ນ ເມື່ອ​ທ່ານ​ໄດ້​ຮັບ​ຮູ້​ຢ່າງ​ເລັກ​ນ້ອຍ​ເຖິງ​ການ​ທ້າ​ທາຍ ທີ່​ທ່ານ​ຈະ​ໄດ້​ປະ​ເຊີນ​ຕໍ່​ຢູ່​ໃນ​ຊີ​ວິດ​ມະ​ຕະ.”12 ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສັນ​ຍາ​ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ລົງ​ມາ​ໃນ​ຊີ​ວິດ​ມະ​ຕະ ແລະ ປະ​ທານ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ເຕົ້າ​ໂຮມ13 ແລະ ຊ່ວຍ​ເຮົາ​ໃຫ້​ລອດ, ພວກ​ເຈົ້າ​ບໍ່​ໄດ້​ພຽງ​ແຕ່​ເຊື່ອ​ພຣະ​ອົງ​ເທົ່າ​ນັ້ນ. ພວກ​ເຈົ້າ “ດວງ​ວິນ​ຍານ​ທີ່​ດີ​ເລີດ”14 ໄດ້​ມີ “ສັດ​ທາ​ອັນ​ແຮງ​ກ້າ” ຈົນ​ພວກ​ເຈົ້າ​ໄດ້​ເຫັນ​ວ່າ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ນັ້ນ​ຈະ​ສຳ​ເລັດ​ແນ່​ນອນ.15 ພຣະ​ອົງ​ຕົວະ​ບໍ່​ໄດ້, ສະ​ນັ້ນ​ພວກ​ເຈົ້າ​ຈຶ່ງ​ໄດ້​ເຫັນ​ພຣະ​ອົງ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້​ຫລັ່ງ​ໂລ​ຫິດ​ຂອງ​ພຣະ​ອົງ​ເພື່ອ​ພວກ​ເຈົ້າ​ແລ້ວ, ດົນ​ນານ​ກ່ອນ​ພຣະ​ອົງ​ໄດ້​ມາ​ກຳ​ເນີດ.16

ໃນ​ຖ້ອຍ​ຄຳ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ໂຢ​ຮັນ, ພວກ​ເຈົ້າ “ໄດ້​ເອົາ​ຊະ​ນະ [ຊາ​ຕານ] ດ້ວຍ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ.”17 ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ​ຢູ່​ໃນ​ໂລກ​ນັ້ນ “[ພວກ​ເຈົ້າ] ໄດ້​ເຫັນ​ຈຸດ​ໝາຍ​ປາຍ​ທາງ​ແຕ່​ຕອນ​ຕົ້ນ.”18

ສົມ​ມຸດ​ວ່າ​ໜຶ່ງ​ມື້​ກ່ອນ​ພວກ​ເຈົ້າ​ຈາກ​ບ້ານ​ໄປ​ໂຮງ​ຮຽນ ພໍ່​ແມ່​ຂອງ​ພວກ​ເຈົ້າ​ໃຫ້​ຄຳ​ສັນ​ຍາ​ທີ່​ແທ້​ຈິງ​ວ່າ ພວກ​ເຈົ້າ​ຈະ​ສາ​ມາດ​ໄດ້​ກິນ​ອາ​ຫານ​ໂປດ​ຕອນ​ພວກ​ເຈົ້າ​ກັບ​ບ້ານ! ພວກ​ເຈົ້າ​ກໍ​ຕື່ນ​ເຕັ້ນ! ໃນ​ຂະ​ນະ​ທີ່​ຢູ່​ໂຮງ​ຮຽນ ພວກ​ເຈົ້າ​ວາດ​ພາບ​ເຫັນ​ຕົນ​ເອງ​ກິນ​ອາ​ຫານ​ນັ້ນ, ແລະ ພວກ​ເຈົ້າ​ສາ​ມາດ​ຊີມ​ລົດ​ຊາດ​ມັນ​ໄດ້​ແລ້ວ. ຕາມ​ປົກ​ກະ​ຕິ​ແລ້ວ, ພວກ​ເຈົ້າ​ຈະ​ແບ່ງ​ປັນ​ຂ່າວ​ດີ​ຂອງ​ພວກ​ເຈົ້າ​ກັບ​ຄົນ​ອື່ນ. ການ​ມຸ້ງ​ຫວັງ​ຈະ​ໄດ້​ກັບ​ບ້ານ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ​ຫລາຍ​ຈົນ​ວ່າ​ການ​ສອບ​ເສັງ ແລະ ການ​ທ້າ​ທາຍ​ຕ່າງໆ​ຂອງ​ໂຮງ​ຮຽນ​ນັ້ນ​ເບິ່ງ​ຄື​ວ່າ​ງ່າຍໆ. ບໍ່​ມີ​ຫຍັງ​ສາ​ມາດ​ຍາດ​ເອົາ​ຄວາມ​ສຸກ​ຂອງ​ພວກ​ເຈົ້າ​ໄປ ຫລື ເຮັດ​ໃຫ້​ພວກ​ເຈົ້າ​ສົງ​ໄສ​ເພາະ​ວ່າ​ຄຳ​ສັນ​ຍາ​ນັ້ນ​ແມ່ນ​ແນ່​ນອນ​ແທ້ໆ! ຄ້າຍໆ​ຄື​ກັນ, ກ່ອນ​ພວກ​ເຈົ້າ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ໄດ້​ມາ​ເກີດ, ພວກ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ​ພິ​ຈາ​ລະ​ນາ​ຄຳ​ສັນ​ຍາ​ຂອງ​ພຣະ​ຄຣິດ​ໃນ​ທາງ​ທີ່​ແນ່​ນອນ​ນີ້, ແລະ ພວກ​ເຈົ້າ​ໄດ້​ຊີມ​ລົດ​ຊາດ​ຂອງ​ຄວາມ​ລອດ​ຂອງ​ພຣະ​ອົງ.19 ສັດ​ທາ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ​ກໍ​ຄື​ກັນ​ກັບ​ກ້າມ​ເນື້ອ​ທີ່​ແຂງ​ແຮງ ແລະ ໃຫຍ່​ຂຶ້ນ​ເມື່ອ​ພວກ​ເຈົ້າ​ນຳ​ໃຊ້​ມັນ, ແຕ່​ມັນ​ໄດ້​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກ​ເຈົ້າ​ຢູ່​ແລ້ວ.

ພວກ​ເຈົ້າ​ຈະ​ປຸກ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ​ໃນ​ພຣະ​ຄຣິດ ແລະ ນຳ​ໃຊ້​ມັນ​ເພື່ອ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ໃນ​ເວ​ລາ​ນີ້ ແລະ ເອົາ​ຊະ​ນະ​ຊາ​ຕານ​ອີກ​ຄັ້ງ​ໄດ້​ແນວ​ໃດ? ໂດຍ​ການ​ກັບ​ມາ​ຮຽນ​ຮູ້​ທີ່​ຈະ​ມຸ້ງ​ຫວັງ ແລະ ເຫັນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ແນ່​ນອນ​ໃຈ​ອັນ​ດຽວ​ກັນ​ນັ້ນ ເພື່ອ​ເຕົ້າ​ໂຮມ ແລະ ຊ່ວຍ​ໃຫ້​ລອດ​ໃນ​ວັນ​ເວ​ລາ​ນີ້. ສ່ວນ​ຫລາຍ​ພຣະ​ອົງ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ເພື່ອ​ສິດ​ສອນ​ເຮົາ​ວ່າ​ຈະ​ເຮັດ​ແນວ​ໃດ. ດົນ​ນານ​ກ່ອນ​ພຣະ​ຄຣິດ, “ສາດ​ສະ​ດາ, ແລະ … ປະ​ໂລ​ຫິດ, ແລະ … ຄູ​ສອນ … ຊາວ​ນີ​ໄພ [ໄດ້​ຊັກ​ຊວນ​ໃຫ້​ຜູ້​ຄົນ] ມຸ້ງ​ຫາ​ພຣະ​ເມ​ຊີ​ອາ, ແລະ ເຊື່ອ​ໃນ​ພຣະ​ອົງ​ທີ່​ຈະ​ສະ​ເດັດ​ມາ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ແລ້ວ.”20 ສາດ​ສະ​ດາ​ອະ​ບີ​ນາ​ໄດ​ໄດ້​ສິດ​ສອນ​ວ່າ, “ແລະ ບັດ​ນີ້​ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ສະ​ເດັດ​ມາ​ຍັງ​ແຜ່ນ​ດິນ​ໂລກ, ກ່າວ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ ເໝືອນ​ດັ່ງ​ມັນ​ມາ​ເຖິງ​ແລ້ວ, ການ​ໄຖ່​ກໍ​ຈະ​ມີ​ຂຶ້ນ​ບໍ່​ໄດ້.”21 ຄື​ກັນ​ກັບ​ແອວ​ມາ, ອະ​ບີ​ນາ​ໄດ “[ໄດ້] ຄອຍ​ຖ້າ​ດ້ວຍ​ຕາ​ແຫ່ງ​ສັດ​ທາ”22 ແລະ ໄດ້​ເຫັນ​ຄຳ​ສັນ​ຍາ​ແຫ່ງ​ຄວາມ​ລອດ​ທີ່​ແນ່​ນອນ​ຂອງ​ພຣະ​ເຈົ້າ​ເໝືອນ​ດັ່ງ​ມັນ​ໄດ້​ສຳ​ເລັດ​ແລ້ວ. ພວກ​ເພິ່ນ “ໄດ້​ເອົາ​ຊະ​ນະ​ຊາ​ຕານ​ໂດຍ​ທາງ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ ແລະ … ຖ້ອຍ​ຄຳ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ” ດົນ​ນານ​ກ່ອນ​ພຣະ​ຄຣິດ​ໄດ້​ມາ​ກຳ​ເນີດ, ເໝືອນ​ດັ່ງ​ພວກ​ເຈົ້າ​ໄດ້​ເຮັດ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ອຳ​ນາດ​ໃຫ້​ແກ່​ພວກ​ເພິ່ນ ເພື່ອ​ໃຫ້​ເຊື້ອ​ເຊີນ ແລະ ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ພຣະ​ອົງ​ຈະ​ເຮັດ​ແບບ​ດຽວ​ກັນ​ນີ້​ສຳ​ລັບ​ພວກ​ເຈົ້າ ຂະ​ນະ​ທີ່​ພວກ​ເຈົ້າ​ມຸ້ງ​ຫວັງ​ດ້ວຍ​ສັດ​ທາ, ເຫັນ​ອິດ​ສະ​ຣາ​ເອນ​ຖືກ​ເຕົ້າ​ໂຮມ—ຕະ​ຫລອດ​ທົ່ວ​ໂລກ ແລະ ຢູ່​ໃນ “ກຸ່ມ” ຂອງ​ພວກ​ເຈົ້າ​ເອງ23—ແລະ ເຊື້ອ​ເຊີນ​ທຸກ​ຄົນ!

ຜູ້​ສອນ​ສາດ​ສະ​ໜາ​ຫລາຍໆ​ຮ້ອຍ​ຄົນ​ໄດ້​ເສີມ​ສ້າງ​ສັດ​ທາ​ທີ່​ປ່ຽມ​ດ້ວຍ​ພະ​ລັງ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຄຣິດ​ໃນ​ໂລກ​ກ່ອນ​ເກີດ ໂດຍ​ການ​ວາດ​ພາບ​ເຫັນ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ໄດ້​ຕິດ​ຕໍ່​ຫາ ຫລື ໄດ້​ສິດ​ສອນ ນຸ່ງ​ເສື້ອ​ຜ້າ​ບັບ​ຕິ​ສະ​ມາ ແລະ ພຣະ​ວິ​ຫານ. ໃນ​ຄຳ​ປາ​ໄສ​ຊື່​ວ່າ “Begin with the End in Mind,”24 [ເລີ່ມ​ຕົ້ນ​ດ້ວຍ​ຈຸດ​ໝາຍ​ປາຍ​ທາງ​ຢູ່​ໃນ​ໃຈ] ປະ​ທານ​ແນວ​ສັນ​ໄດ້​ແບ່ງ​ປັນ​ຕົວ​ຢ່າງ​ສ່ວນ​ຕົວ​ຢ່າງ​ໜຶ່ງ​ໃນ​ການ​ເຮັດ​ດັ່ງ​ນີ້ ແລະ ໄດ້​ແນະ​ນຳ​ຜູ້​ນຳ​ເຂດ​ເຜີຍ​ແຜ່​ໃຫ້​ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ​ໃຫ້​ເຮັດ​ຄື​ກັນ​ນີ້. ໂດຍ​ທີ່​ຮູ້​ວ່າ​ເຂົາ​ເຈົ້າ​ໄດ້​ໃຊ້​ສັດ​ທາ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ພຣະ​ເຢ​ຊູ​ຄຣິດ​ໃນ​ໂລກ​ກ່ອນ​ເກີດ​ໄດ້​ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮັກ​ຂອງ​ເຮົາ​ຢ່າງ​ຫລວງ​ຫລາຍ​ໃຫ້ “ຟັງ​ທ່ານ”25 ແລະ ໃຊ້​ສັດ​ທາ​ມະ​ຫາ​ສານ​ຂອງ​ເຂົາ​ເຈົ້າ​ເພື່ອ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້.

ແນ່​ນອນ, ການ​ຈິນ​ຕະ​ນາ​ການ​ເຖິງ​ຄວາມ​ຕົວະ​ທຳ​ລາຍ​ສັດ​ທາ.26 ເພື່ອນໆ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ການ​ຕັ້ງ​ໃຈ​ນຶກ​ເຫັນ​ພາບ ຫລື ການ​ເບິ່ງ​ສິ່ງ​ທີ່​ຂັດ​ກັບ​ວ່າ​ພວກ​ເຈົ້າ​ເປັນ​ໃຜ​ກັນ​ແນ່, ໂດຍ​ສະ​ເພາະ​ຮູບ​ພາບ​ລາ​ມົກ, ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ເຈົ້າ​ໃນ​ພຣະ​ຄຣິດ​ອ່ອນ​ແອ​ລົງ ແລະ, ປາດ​ສະ​ຈາກ​ການ​ກັບ​ໃຈ, ກໍ​ສາ​ມາດ​ທຳ​ລາຍ​ສັດ​ທາ​ນັ້ນ​ໄດ້. ຂໍ​ໃຫ້​ໃຊ້​ການ​ຈິນ​ຕະ​ນາ​ການ​ຂອງ​ພວກ​ເຈົ້າ​ເພື່ອ​ເພີ່ມ​ສັດ​ທາ​ໃນ​ພຣະ​ຄຣິດ, ບໍ່​ໃຫ້​ທຳ​ລາຍ​ມັນ.

ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ

ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ​ກໍ​ເປັນ​ເຄື່ອງ​ມື​ຂອງ​ສາດ​ສະ​ດາ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ຊາວ​ໜຸ່ມ​ເພີ່ມ​ພະ​ລັງ​ໃຫ້​ແກ່​ສັດ​ທາ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ. ປະ​ທານ​ໂອກສ໌​ໄດ້​ສິດ​ສອນ​ວ່າ, “ໂຄງ​ການ​ນີ້​ຖືກ​ຈັດ​ຂຶ້ນ​ມາ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ໃນ​ສີ່​ດ້ານ: ທາງ​ວິນ​ຍານ, ທາງ​ສັງ​ຄົມ, ທາງ​ຮ່າງ​ກາຍ, ແລະ ທາງ​ສະ​ຕິ​ປັນ​ຍາ.”27 ຂະ​ນະ​ທີ່​ພວກ​ເຈົ້າ​ຊາວ​ໜຸ່ມ​ນຳ​ໜ້າ—ນຳ​ໜ້າ—ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ດູ​ແລ​ຄົນ​ອື່ນ, ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ເຕົ້າ​ໂຮມ​ຄອບ​ຄົວ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ, ແລະ ວາງ​ແຜນ​ກິດ​ຈະ​ກຳ​ທີ່​ມ່ວນ​ຊື່ນ,28 ສັດ​ທາ​ອັນ​ຍິ່ງ​ໃຫຍ່​ທີ່​ພວກ​ເຈົ້າ​ໄດ້​ມີ​ໃນ​ພຣະ​ຄຣິດ​ໃນ​ຊີ​ວິດ​ກ່ອນ​ເກີດ​ຈະ​ກັບ​ຄືນ​ມາ ແລະ ເສີມ​ພະ​ລັງ​ໃຫ້​ພວກ​ເຈົ້າ ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ນີ້!

ນອກ​ຈາກ​ນີ້, ເປົ້າ​ໝາຍ​ສ່ວນ​ຕົວ, “ໂດຍ​ສະ​ເພາະ​ເປົ້າ​ໝາຍ​ໄລ​ຍະ​ສັ້ນ,”29 ຈະ​ຊ່ວຍ​ພວກ​ເຈົ້າ​ນຳ​ສັດ​ທາ​ທີ່​ມີ​ພະ​ລັງ​ຂອງ​ພວກ​ເຈົ້າ​ກັບ​ຄືນ​ມາ. ເມື່ອ​ພວກ​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ທີ່​ດີ, ພວກ​ເຈົ້າ​ກໍ​ມຸ້ງ​ຫວັງ, ດັ່ງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ມາ​ກ່ອນ​ໜ້າ​ນີ້, ແລະ ເຫັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຈົ້າ​ປະ​ສົງ​ໃຫ້​ພວກ​ເຈົ້າ ແລະ ຄົນ​ອື່ນ​ກາຍ​ເປັນ.30 ແລ້ວ​ພວກ​ເຈົ້າ​ຈະ​ວາງ​ແຜນ ແລະ ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ເພື່ອ​ບັນ​ລຸ​ມັນ. ແອວ​ເດີ ຄວິນ​ຕິນ ແອວ ຄຸກ ໄດ້​ສິດ​ສອນ​ວ່າ, “ຢ່າ​ປະ​ໝາດ​ຄວາມ​ສຳ​ຄັນ​ຂອງ​ການ​ວາງ​ແຜນ, ການ​ຈັດ​ຕັ້ງ​ເປົ້າ​ໝາຍ … , ແລະ [ການ​ເຊື້ອ​ເຊີນ​ຄົນ​ອື່ນ]—ທຸກ​ຄົນ​ດ້ວຍ​ຕາ​ແຫ່ງ​ສັດ​ທາ.”31

ການ​ເລືອກ​ເປັນ​ຂອງ​ພວກ​ເຈົ້າ! ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ວ່າ, “ພະ​ລັງ [ທີ່​ຈະ​ເລືອກ] ຢູ່​ໃນ​ຕົວ​ເຂົາ.”32 ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ອະ​ທິ​ບາຍ​ວ່າ, “ບໍ່​ແມ່ນ​ໂດຍ​ບັງ​ເອີນ​ທີ່​ສັດ​ທາ​ຂອງ​ທ່ານ​ຈະ​ເຂັ້ມ​ແຂງ​ຂຶ້ນ, ແຕ່​ໂດຍ​ການ​ເລືອກ.”33 ເພິ່ນ​ໄດ້​ກ່າວ​ອີກ​ວ່າ, “ຄຳ​ຖາມ​ທີ່​ຊື່​ສັດ [ໃດໆ] [ທີ່​ທ່ານ​ອາດ​ມີ​ຢູ່] … ຈະ​ສະ​ຫງົບ​ໃຈ​ໄດ້​ດ້ວຍ​ຄວາມ​ອົດ​ທົນ ແລະ ດ້ວຍ​ຕາ​ແຫ່ງ​ສັດ​ທາ.”34

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ (1) ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ພວກ​ເຈົ້າ ແລະ (2) ພະ​ລັງ​ມະ​ຫາ​ສານ​ແຫ່ງ​ສັດ​ທາ​ໃນ​ພຣະ​ຄຣິດ​ທີ່​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກ​ເຈົ້າ ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ສາ​ມາດ “ຊ່ວຍ​ຕຽມ​ຊາວ​ໂລກ​ສຳ​ລັບ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ເອົາ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.”35 ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຈົ່ງ​ແບ່ງ​ປັນ​ຄວາມ​ສຸກ​ຂອງ​ຄຳ​ສັນ​ຍາ​ທີ່​ແນ່​ນອນ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ:

“ຄົນ​ຊອບ​ທຳ​ທີ່​ເຊື່ອ​ຟັງ … ສາດ​ສະ​ດາ, ແລະ … ມຸ້ງ​ຫາ​ພຣະ​ຄຣິດ​ດ້ວຍ​ຄວາມ​ໝັ້ນ​ຄົງ … ທັງ​ທີ່​ມີ​ການ​ຂົ່ມ​ເຫັງ​ທຸກ​ຢ່າງ … ຈະ​ບໍ່​ຕາຍ.

“ແຕ່ [ພຣະ​ຄຣິດ] … ຈະ​ປິ່ນ​ປົວ​ພວກ​ເຂົາ​ໃຫ້​ຫາຍ​ດີ, ແລະ ພວກ​ເຂົາ​ຈະ​ມີ​ສັນ​ຕິ​ສຸກ​ກັບ​ພຣະ​ອົງ.”36

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.ChurchofJesusChrist.org.

  2. ເບິ່ງ Russell M. Nelson, “Let God Prevail,” Liahona, Nov. 2020, 92–95.

  3. ເບິ່ງ Gospel Topics, “Plan of Salvation,” topics.ChurchofJesusChrist.org; ເບິ່ງ Henry B. Eyring, “The Power of Sustaining Faith,” Liahona, May 2019, 58 ນຳ​ອີກ.

  4. ເບິ່ງ ພຣະ​ນິ​ມິດ 12:7–8.

  5. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:36–37.

  6. ພຣະ​ນິ​ມິດ 12:11.

  7. ເບິ່ງ Spencer W. Kimball, “It Becometh Every Man,” Ensign, Oct. 1977, 2–7.

  8. Sharing the Gospel,” ChurchofJesusChrist.org/share.

  9. ເບິ່ງ ໂຢບ 38:4–7.

  10. ເບິ່ງ Gospel Topics, “Plan of Salvation”; ເບິ່ງ “Be Still, My Soul,” Hymns, no. 124, verse 3 ນຳ​ອີກ.

  11. ເບິ່ງ Gospel Topics, “Plan of Salvation”; ເບິ່ງ Dallin H. Oaks, “The Great Plan,” Liahona, May 2020, 93–94, 96 ນຳ​ອີກ.

  12. Henry B. Eyring, “The Power of Sustaining Faith,” 58.

  13. ເບິ່ງ 3 ນີ​ໄຟ 27:14.

  14. Russell M. Nelson, “Hope of Israel,” HopeofIsrael.ChurchofJesusChrist.org; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:55–56 ນຳ​ອີກ.

  15. ເບິ່ງ ແອວ​ມາ 13:2–4; ເບິ່ງ ພຣະ​ນິ​ມິດ 12:11; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5. ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ວ່າ ຜູ້​ທີ່​ມີ “ສັດ​ທາ​ອັນ​ແຮງ​ກ້າ” ເຫັນ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ເໝືອນ​ດັ່ງ​ມັນ​ໄດ້​ສຳ​ເລັດ​ແລ້ວ. ເບິ່ງ 1 ນີ​ໄຟ 5:5; ໂມ​ໄຊ​ຢາ 3:11–13; 4:1–3; ແອວ​ມາ 27:28; 28:12 (“ພວກ​ເຂົາ ຖືກ ລ້ຽງ​ດູ” ໃນ​ປີ 77–76 ກ່ອນ ຄ.ສ; ເນັ້ນ​ຄຳ​ເນີ້ງ);​ເບິ່ງ ອົບ​ພະ​ຍົບ 3:13; ເອ​ຊາ​ຢາ 53; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:7; ໂມ​ເຊ 7:47 ນຳ​ອີກ.

  16. ເບິ່ງ 2 ນີ​ໄຟ 31:15; ອີ​ເທີ 3:6–9, 11–13. ສັດ​ທາ​ທີ່​ຈະ​ເຫັນ​ຄຳ​ສັນ​ຍາ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ຄຣິດ​ເໝືອນ​ດັ່ງ​ມັນ​ໄດ້​ສຳ​ເລັດ​ແລ້ວ ຈຳ​ເປັນ​ຕ້ອງ​ຮຽກ​ຮ້ອງ​ການ​ຮັບ​ຮູ້​ວ່າ​ພຣະ​ຄຣິດ​ຕົວະ​ບໍ່​ໄດ້. ສັດ​ທາ​ດັ່ງ​ກ່າວ​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ໂດດ​ເດັ່ນ​ຂອງ​ຜູ້​ຄົນ​ທີ່​ຊື່​ສັດ​ໃນ​ໂລກ​ກ່ອນ​ເກີດ, ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ຂອງ​ເຮົາ. “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສະ​ຫງວນ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ທີ່​ສຸດ​ຂອງ​ພຣະ​ອົງ—ບາງ​ທີ, ຂ້າ​ພະ​ເຈົ້າ​ວ່າ, ທີມ​ທີ່​ຍອດ​ຍ້ຽມ​ທີ່​ສຸດ​ຂອງ​ພຣະ​ອົງ—ສຳ​ລັບ​ໄລ​ຍະ​ສຸດ​ທ້າຍ. ດວງ​ວິນ​ຍານ​ທີ່​ດີ​ເລີດ​ເຫລົ່າ​ນັ້ນ—ນັກ​ກິ​ລາ​ທີ່​ຍອດ​ຍ້ຽມ​ເຫລົ່າ​ນັ້ນ, ວິ​ລະ​ຊົນ​ເຫລົ່າ​ນັ້ນ—ຄື ພວກ​ເຈົ້າ ນັ້ນ​ເອງ!” (Russell M. Nelson, “Hope of Israel,” HopeofIsrael.ChurchofJesusChrist.org). ເບິ່ງ ໂຢ​ຮັນ 1:1; 14:6, 17 ນຳ​ອີກ.

  17. ພຣະ​ນິ​ມິດ 12:11; ເບິ່ງ ອີ​ເທີ 3:6–9 ນຳ​ອີກ.

  18. Dallin H. Oaks, “The Great Plan,” 93.

  19. ເບິ່ງ ແອວ​ມາ 36:24–26; ເບິ່ງ ເພງ​ສັນ​ລະ​ເສີນ 34:8; ຢາ​ໂຄບ 3:2; ໂມ​ໄຊ​ຢາ 4:11 ນຳ​ອີກ.

  20. ເຈ​ຣອມ 1:11.

  21. ໂມ​ໄຊ​ຢາ 16:6.

  22. ແອວ​ມາ 5:15.

  23. ເບິ່ງ “Gospel Living: Circles,” New Era, Oct. 2020, 15.

  24. ເບິ່ງ Russell M. Nelson, “Begin with the End in Mind” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 22 ເດືອນ​ມິ​ຖຸ​ນາ, 2014).

  25. ເບິ່ງ Russell M. Nelson, “Hear Him,” Liahona, May 2020, 88–92.

  26. ຍົກ​ຕົວ​ຢ່າງ, ແອວ​ມາ​ໄດ້​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ​ກ່ຽວ​ກັບ​ການ​ມຸ້ງ​ຫວັງ​ດ້ວຍ​ຕາ​ແຫ່ງ​ສັດ​ທາ​ເຖິງ​ເວ​ລາ​ທີ່​ພວກ​ເຂົາ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແຕ່​ໄດ້​ເຕືອນ​ວ່າ​ພວກ​ເຂົາ​ຈະ​ບໍ່​ສາ​ມາດ​ວາດ​ພາບ​ເຫັນ​ໄດ້​ວ່າ​ຈະ​ເຮັດ​ໄດ້​ດ້ວຍ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ສະ​ຫງົບ​ສຸກ ຈົນ​ກວ່າ​ພວກ​ເຂົາ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ (ເບິ່ງ ແອວ​ມາ 5:15–17).

  27. Face to Face with President and Sister Oaks (worldwide youth and children’s broadcast, Feb. 23, 2020), facetoface.ChurchofJesusChrist.org.

  28. ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 1.2; 10.2.1.3; 11.2.1.3, ChurchofJesusChrist.org.

  29. Face to Face with President and Sister Oaks, facetoface.ChurchofJesusChrist.org.

  30. ເບິ່ງ​ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 180, ChurchofJesusChrist.org; ເບິ່ງ ແອວ​ມາ 5:15–17 ນຳ​ອີກ.

  31. Quentin L. Cook, “Purpose and Planning” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 25 ເດືອນ​ມິ​ຖຸ​ນາ, 2019).

  32. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:28.

  33. Neil L. Andersen, “Faith Is Not by Chance, but by Choice,” Liahona, Nov. 2015, 66.

  34. Neil L. Andersen, “The Eye of Faith,” Liahona, May 2019, 36.

  35. Aaronic Priesthood Quorum Theme,” ChurchofJesusChrist.org.

  36. 2 ນີ​ໄຟ 26:8–9.

ພິມ