ບໍ່ເໝືອນສັນຕິສຸກທີ່ໂລກໃຫ້
ອຸປະກອນທີ່ມີໃຫ້ເພື່ອພັດທະນາເສດຖະກິດຂອງຄວາມດີງາມແມ່ນມີຢູ່ຢ່າງຫລວງຫລາຍ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ກ່ອນວັນອີດສະເຕີເທື່ອທຳອິດ, ໃນທ້າຍພິທີສິນລະລຶກທີ່ພຣະເຢຊູໄດ້ປະຕິບັດຕໍ່ອັກຄະສາວົກສິບສອງ, ພຣະອົງໄດ້ເລີ່ມຕົ້ນກ່າວຄຳອຳລາທີ່ງົດງາມ ແລະ ໄດ້ໄປຫາສວນເຄັດເຊມາເນ, ຖືກທໍລະຍົດ, ແລະ ຖືກຄຶງ. ເຖິງຢ່າງໃດກໍຕາມ, ການຮູ້ສຶກເຖິງຄວາມເປັນຫ່ວງ ແລະ ບາງທີອາດເປັນຍ້ອນຄວາມຢ້ານກົວ ທີ່ຜູ້ຊາຍເຫລົ່ານັ້ນສະແດງອອກມາ, ພຣະອົງຈຶ່ງໄດ້ກ່າວສິ່ງນີ້ກັບພວກເພິ່ນ (ແລະ ກັບເຮົາ) ວ່າ:
“ຢ່າໃຫ້ໃຈຂອງເຈົ້າທັງຫລາຍວຸ້ນວາຍໄປ: ຈົ່ງວາງໃຈເຊື່ອພຣະເຈົ້າ, ແລະ ຈົ່ງວາງໃຈເຊື່ອໃນຕົວເຮົາເໝືອນກັນ. …
“ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ: ເຮົາຈະມາຫາພວກເຈົ້າ. …
“ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ເປັນສັນຕິສຸກຂອງເຮົາ, ທີ່ເຮົາມອບໃຫ້ພວກເຈົ້າ: ສັນຕິສຸກທີ່ເຮົາໃຫ້ນັ້ນ, ບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າວຸ້ນວາຍເປັນທຸກໃຈ, ແລະ ຢ່າສູ່ຢ້ານ.”1
ເວລາທີ່ມີການທ້າທາຍຈະມາເຖິງໃນໂລກມະຕະນີ້, ລວມທັງຜູ້ທີ່ຊື່ສັດ, ແຕ່ຂ່າວສານທີ່ໃຫ້ຄວາມໝັ້ນໃຈຂອງພຣະຄຣິດແມ່ນ ເຖິງແມ່ນວ່າ ພຣະອົງ, ພຣະເມສານ້ອຍທີ່ຈະຖືກເອົາໄປຂ້າ, ຈະໄປ “ດັ່ງແກະທີ່ຖືກຕັດເອົາຂົນ [ຂອງມັນ],”2 ແຕ່ເຖິງຢ່າງໃດ ພຣະອົງກໍຈະລຸກຂຶ້ນ, ເປັນຄືກັນກັບດັ່ງທີ່ຜູ້ຂຽນພຣະທຳສັນລະເສີນ ກ່າວໄວ້ ເພື່ອ, “ເປັນທີ່ກຳບັງ ແລະ ກຳລັງ [ຂອງເຮົາ], ພຣະອົງພ້ອມຊ່ວຍເຫລືອ [ໃນຄາວ] [ເຮົາ] ຍາກລຳບາກ.”3
ໂດຍທີ່ຄຳນຶງເຖິງຊ່ວງເວລາທີ່ຍາກລຳບາກທີ່ລໍຄອຍພຣະຄຣິດ ຂະນະທີ່ພຣະອົງໄປຫາໄມ້ກາງແຂນ ແລະ ສານຸສິດຂອງພຣະອົງ ຂະນະທີ່ພວກເຂົາຈະນຳພຣະກິດຕິຄຸນຂອງພຣະອົງໄປທົ່ວໂລກໃນເວລາອັນຮຸ່ງໂລດ, ບັດນີ້ໃຫ້ໄປກັບຂ້າພະເຈົ້າ ຫາຂ່າວສານທີ່ກ່ຽວຂ້ອງກັບສະມາຊິກຂອງສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດໃນຍຸກສຸດທ້າຍ. ມັນບັນຈຸຢູ່ໃນຫລາຍໆຂໍ້ ໃນພຣະຄຳພີມໍມອນ ທີ່ກ່ຽວຂ້ອງກັບການຕໍ່ຕ້ານບາງຢ່າງ, ພຶດຕິກຳທີ່ໜ້າລຳຄານບໍ່ເລີກບໍ່ແລ້ວຂອງເລມັນ ແລະ ເລມູເອນ ເຖິງການສູ້ຮົບຄັ້ງສຸດທ້າຍ ທີ່ກ່ຽວຂ້ອງກັບກອງທະຫານເປັນຈຳນວນຫລາຍຮ້ອຍຫລາຍພັນຄົນ. ເຫດຜົນໜຶ່ງທີ່ເຫັນໄດ້ຢ່າງແຈ້ງຊັດໃນການກ່າວເນັ້ນແມ່ນວ່າ ຕາບໃດທີ່ພຣະຄຳພີມໍມອນຖືກຂຽນສຳລັບຜູ້ອ່ານໃນຍຸກສຸດທ້າຍ, ຜູ້ຂຽນເຫລົ່ານີ້ (ຜູ້ໄດ້ປະເຊີນກັບສົງຄາມຢ່າງຫລວງຫລາຍດ້ວຍຕົວເອງ) ໄດ້ເຕືອນເຮົາດ້ວຍຄຳທຳນາຍວ່າ ຄວາມຮຸນແຮງ ແລະ ການຕໍ່ຕ້ານຈະເປັນລັກສະນະທີ່ເຫັນໄດ້ແຈ້ງຂອງຄວາມສຳພັນໃນວັນເວລາສຸດທ້າຍ.
ແນ່ນອນ, ທິດສະດີຂອງຂ້າພະເຈົ້າກ່ຽວກັບການຂັດແຍ້ງໃນຍຸກສຸດທ້າຍບໍ່ແມ່ນຫາກໍໄດ້ຍິນເປັນເທື່ອທຳອິດ. ເກືອບເຖິງສອງພັນປີຜ່ານມາແລ້ວ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນວ່າ ວັນເວລາສຸດທ້າຍ ຈະມີ “ສົງຄາມ, ແລະ ຂ່າວລືເລື່ອງສົງຄາມ,”4 ຈາກນັ້ນໄດ້ກ່າວວ່າ “ສັນຕິສຸກ [ຈະ] ຖືກເອົາໄປຈາກແຜ່ນດິນໂລກ.”5 ແນ່ນອນອົງສັນຕິລາດ, ຜູ້ໄດ້ສິດສອນຢ່າງຈິງຈັງວ່າ ການຂັດແຍ້ງມາຈາກມານ,6 ຄົງກັນແສງກັບພຣະບິດາແຫ່ງສະຫວັນຂອງພຣະອົງ ນຳຄົນໃນຄອບຄົວມະນຸດເຫລົ່ານັ້ນໃນວັນເວລາຂອງເຮົາ ຜູ້ “ປາດສະຈາກຄວາມຮັກ” ພຣະຄຳພີກ່າວ, ແລະ ຜູ້ບໍ່ຮູ້ຈັກວິທີທີ່ຈະໃຊ້ຊີວິດນຳກັນດ້ວຍຄວາມຮັກ.7
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາເຫັນການຕໍ່ຕ້ານ, ຄວາມໃຈຮ້າຍ, ແລະ ການປະພຶດທີ່ຫຍາບຄາຍຢ່າງຫລວງຫລາຍຕະຫລອດທົ່ວໂລກ. ໂຊກດີຫລາຍທີ່, ຄົນລຸ້ນປະຈຸບັນບໍ່ມີສົງຄາມໂລກຄັ້ງທີສາມໃຫ້ຕໍ່ສູ້ກັນ, ທັງເຮົາກໍຍັງບໍ່ເຄີຍປະເຊີນກັບເສດຖະກິດຕົກຕ່ຳຕະຫລອດທົ່ວໂລກ ຄືກັນກັບປີ 1929 ນັ້ນ ຊຶ່ງນຳໄປສູ່ພາວະເສດຖະກິດຕົກຕ່ຳທີ່ຮ້າຍແຮງ. ເຖິງຢ່າງໃດກໍຕາມ, ເຮົາກຳລັງປະເຊີນກັບສົງຄາມໂລກຄັ້ງທີສາມໃນທາງທີ່ແຕກຕ່າງ, ມັນ ບໍ່ ແມ່ນການຕໍ່ສູ້ເພື່ອທຳລາຍສັດຕູຂອງເຮົາ ແຕ່ເປັນການເກນລູກໆຂອງພຣະເຈົ້າໃຫ້ດູແລຊຶ່ງກັນແລະກັນ ແລະ ຊ່ວຍປິ່ນປົວບາດແຜຢູ່ໃນໂລກທີ່ກຳລັງເດືອດຮ້ອນຫລາຍ. ພາວະເສດຖະກິດຕົກຕ່ຳທີ່ຮ້າຍແຮງທີ່ເຮົາປະເຊີນໃນເວລານີ້ ບໍ່ກ່ຽວຂ້ອງກັບການຂາດເງິນ ແລະ ມັນມີສ່ວນກ່ຽວຂ້ອງກັບການຂາດຄວາມໝັ້ນໃຈໃນຕົວເອງ, ການຂາດສັດທາ ແລະ ຄວາມຫວັງ ແລະ ຄວາມໃຈບຸນທີ່ຢູ່ອ້ອມຂ້າງເຮົາ. ແຕ່ອຸປະກອນທີ່ມີໃຫ້ເພື່ອພັດທະນາເສດຖະກິດຂອງຄວາມດີງາມແມ່ນມີຢູ່ຢ່າງຫລວງຫລາຍ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເຮົາຈະຢຸດໃຊ້—ແລະ ຊາວໂລກ ຈະຢຸດໃຊ້ບໍ່ໄດ້—ຄຳສອນພຣະກິດຕິຄຸນເຫລົ່ານີ້ ແລະ ການປົກປ້ອງພັນທະສັນຍາຢ່າງເຕັມປ່ຽມໃນບ່ອນສ່ວນຕົວ ແລະ ໃນສາທາລະນະ.
ສະນັ້ນ, ຢູ່ໃນໂລກທີ່ “ຖືກໂຍນໄປດ້ວຍພະຍຸຝົນຟ້າຄະນອງ, ແລະ ບໍ່ໄດ້ຮັບການປອບໂຍນ,” ດັ່ງທີ່ພຣະເຢໂຮວາໄດ້ກ່າວ ວ່າມັນຈະເປັນເຊັ່ນນັ້ນ, ເຮົາຈະພົບເຫັນສິ່ງທີ່ພຣະອົງເອີ້ນວ່າ “ສັນຍາແຫ່ງ … ສັນຕິພາບ” ໄດ້ແນວໃດ? ເຮົາພົບເຫັນມັນໂດຍການຫັນມາຫາພຣະອົງ ຜູ້ໄດ້ກ່າວວ່າພຣະອົງຈະມີຄວາມເມດຕາຕໍ່ເຮົາ “ດ້ວຍຄວາມກະລຸນາອັນເປັນນິດ” ຈະປະທານສັນຕິສຸກໃຫ້ແກ່ລູກໆຂອງເຮົາ.8 ເຖິງແມ່ນຄຳທຳນາຍທີ່ເປັນຕາຢ້ານ ແລະ ຂໍ້ພຣະຄຳພີທີ່ເຮັດໃຫ້ບໍ່ສະຫງົບປະກາດວ່າ ສັນຕິສຸກຈະຖືກເອົາໄປຈາກແຜ່ນດິນໂລກໂດຍທົ່ວໄປ, ແຕ່ບັນດາສາດສະດາ, ລວມທັງທ່ານຣະໂຊ ເອັມ ແນວສັນ ທີ່ຮັກແພງຂອງພວກເຮົາເອງ ໄດ້ສິດສອນວ່າ ມັນບໍ່ຈຳເປັນຕ້ອງຖືກເອົາໄປຈາກເຮົາແຕ່ລະຄົນ!9 ສະນັ້ນ, ໃນຊ່ວງເທດສະການບຸນອີດສະເຕີນີ້ ໃຫ້ເຮົາຝຶກຝົນຄວາມສະຫງົບໃນທາງສ່ວນຕົວ, ໂດຍການນຳໃຊ້ພຣະຄຸນ ແລະ ຫວ້ານຢາປິ່ນປົວຈາກການຊົດໃຊ້ຂອງອົງພຣະເຢຊູຄຣິດເຈົ້າທີ່ມີໃຫ້ເຮົາ ແລະ ຄອບຄົວຂອງເຮົາ ແລະ ທຸກຄົນຢູ່ອ້ອມຂ້າງເຮົາ ທີ່ເຮົາສາມາດເອື້ອມເຖິງ. ໂຊກດີທີ່, ແມ່ນແຕ່ໜ້າອັດສະຈັນ, ຫວ້ານຢາບັນເທົານີ້ ມີໃຫ້ເຮົາ “ໂດຍບໍ່ຕ້ອງເສຍຄ່າຫຍັງໝົດ.”10
ຄວາມຊ່ວຍເຫລືອ ແລະ ຄວາມຫວັງເຊັ່ນນັ້ນແມ່ນຕ້ອງການຫລາຍທີ່ສຸດ ເພາະວ່າຢູ່ໃນກອງປະຊຸມທາງອອນລາຍໃນມື້ນີ້ກໍມີຫລາຍຄົນທີ່ດີ້ນລົນກັບການທ້າທາຍຕ່າງໆນາໆ—ທາງຮ່າງກາຍ ຫລື ທາງອາລົມ, ທາງສັງຄົມ ຫລື ທາງການເງິນ, ຫລື ບັນຫາອື່ນເປັນສິບໆຢ່າງ. ແຕ່ຫລາຍຢ່າງເຫລົ່ານີ້ ເຮົາ ບໍ່ ສາມາດຈັດການກັບມັນດ້ວຍຕົວເອງ, ເພາະຄວາມຊ່ວຍເຫລືອ ແລະ ສັນຕິສຸກທີ່ເຮົາຕ້ອງການ ບໍ່ເປັນເໝືອນ “ທີ່ໂລກໃຫ້.”11 ບໍ່, ສຳລັບບັນຫາທີ່ຫຍຸ້ງຍາກຫລາຍ ເຮົາຕ້ອງການສິ່ງທີ່ພຣະຄຳພີເອີ້ນວ່າ “ອຳນາດແຫ່ງສະຫວັນ,” ແລະ ກ່ອນຈະເຂົ້າເຖິງອຳນາດເຫລົ່ານີ້ໄດ້ນັ້ນ ເຮົາຕ້ອງດຳລົງຊີວິດຕາມສິ່ງທີ່ພຣະຄຳພີເອີ້ນວ່າ “ຫລັກທຳແຫ່ງຄວາມຊອບທຳ.”12 ບັດນີ້, ການເຂົ້າໃຈຄວາມສຳພັນລະຫວ່າງຫລັກທຳ ແລະ ອຳນາດຄືບົດຮຽນ ໜຶ່ງ ທີ່ຄອບຄົວມະນຸດເບິ່ງຄືວ່າບໍ່ສາມາດຮຽນໄດ້ຈັກເທື່ອ, ດັ່ງທີ່ພຣະເຈົ້າແຫ່ງຟ້າສະຫວັນ ແລະ ແຜ່ນດິນໂລກກ່າວ!13
ແລະ ຫລັກທຳເຫລົ່ານັ້ນມີຫຍັງແດ່? ຫລັກທຳເຫລົ່ານັ້ນມີຢູ່ຫລາຍໆບ່ອນໃນພຣະຄຳພີ, ມັນຖືກສິດສອນຢູ່ໃນກອງປະຊຸມໃຫຍ່ແບບນີ້ເທື່ອແລ້ວເທື່ອອີກ, ແລະ ໃນຍຸກສະໄໝຂອງເຮົາ, ສາດສະດາໂຈເຊັບ ສະມິດ ໄດ້ຖືກສິດສອນກ່ຽວກັບມັນ ໃນການຕອບຕໍ່ຄຳອ້ອນວອນ ຂອງເພິ່ນ ເອງ ທີ່ວ່າ “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?”14 ຢູ່ໃນຄຸກລີເບີຕີທີ່ໜາວເຢັນ ແລະ ຖືກຄຸມຂັງແບບບໍ່ເອົາໃຈໃສ່ນັ້ນ, ເພິ່ນໄດ້ຖືກສິດສອນເຖິງຫລັກທຳແຫ່ງຄວາມຊອບທຳ ລວມທັງຄຸນນະທຳດັ່ງເຊັ່ນ ຄວາມອົດທົນ, ຄວາມອົດກັ້ນ, ຄວາມອ່ອນໂຍນ, ແລະ ຄວາມຮັກອັນບໍ່ແກ້ງເຮັດ.15 ຖ້າປາດສະຈາກຫລັກທຳເຫລົ່ານັ້ນ, ໃນທີ່ສຸດເຮົາຈະປະເຊີນກັບການຜິດຖຽງກັນ ແລະ ຄວາມເປັນສັດຕູກັນຢ່າງແນ່ນອນ.
ໃນເລື່ອງນັ້ນ, ຂ້າພະເຈົ້າຂໍອະນຸຍາດກ່າວຈັກບຶດໜຶ່ງກ່ຽວກັບ ການຂາດ ຫລັກທຳແຫ່ງຄວາມຊອບທຳເຫລົ່ານີ້ຢູ່ໃນວັນເວລາຂອງເຮົາ. ຕາມປົກກະຕິແລ້ວ, ຂ້າພະເຈົ້າເປັນຄົນລ່າເລີງ ແລະ ເບີກບານ, ແລະ ກໍມີສິ່ງດີໆ ແລະ ງົດງາມຢ່າງຫລວງຫລາຍຢູ່ໃນໂລກຂອງເຮົາ. ແນ່ນອນ ເຮົາໄດ້ຮັບພອນໂດຍການມີສິ່ງຂອງທາງໂລກຫລາຍກວ່າລຸ້ນໃດໆໃນປະຫວັດສາດ, ແຕ່ໃນສັດຕະວັດທີ 21 ໂດຍທົ່ວໄປແລ້ວ ແລະ ສ່ວນຫລາຍໃນສາດສະໜາຈັກ, ເຮົາຍັງເຫັນຫລາຍຄົນມີບັນຫາ, ມີການລົດສິນທຳ ຊຶ່ງນຳໄປສູ່ການລະເມີດພັນທະສັນຍາ ແລະ ຫລາຍຄົນກໍເຈັບປວດໃຈ. ໃຫ້ພິຈາລະນາພາສາຫຍາບຄາຍທີ່ຄຽງຄູ່ໄປກັບການລ່ວງລະເມີດທາງເພດ, ຊຶ່ງທັງສອງຢ່າງມີຢູ່ທົ່ວໄປໃນຮູບເງົາ ຫລື ໃນໂທລະພາບ, ຫລື ໃຫ້ສັງເກດເບິ່ງການກໍ່ກວນທາງເພດ ແລະ ຄວາມບໍ່ເໝາະສົມອື່ນໆທີ່ເຮົາອ່ານກ່ຽວກັບມັນ ຊຶ່ງເກີດຂຶ້ນໃນບ່ອນທຳງານ. ໃນເລື່ອງຂອງຄວາມບໍລິສຸດຂອງພັນທະສັນຍາ, ຄວາມສັກສິດມັກຖືກເຮັດໃຫ້ເປັນເລື່ອງທຳມະດາ ແລະ ຄວາມບໍລິສຸດມັກຖືກດູໝິ່ນຫລາຍເກີນໄປ. ຕໍ່ທຸກຄົນທີ່ຖືກລໍ້ລວງໃຫ້ເຮັດ ຫລື ໃຫ້ເວົ້າ ຫລື ໃຫ້ປະພຶດໃນທາງນີ້—“ຕາມທີ່ໂລກໃຫ້,” ດັ່ງທີ່ກ່າວ—ຢ່າຄາດຫວັງວ່າມັນຈະນຳພາໄປສູ່ຄວາມສະຫງົບສຸກ; ຂ້າພະເຈົ້າສັນຍາກັບທ່ານໃນພຣະນາມຂອງພຣະຜູ້ເປັນເຈົ້າວ່າ ຈະບໍ່ພົບ. “ຄວາມຊົ່ວຮ້າຍບໍ່ເຄີຍເປັນຄວາມສຸກເລີຍ,”16 ດັ່ງທີ່ສາດສະດາໃນສະໄໝບູຮານເຄີຍກ່າວໄວ້. ເມື່ອການເຕັ້ນລຳທຳເພງສິ້ນສຸດລົງ, ຜູ້ເປົ່າປີ່ສີຊໍຈະຕ້ອງທວງເອົາຄ່າຈ້າງ, ແລະ ສ່ວນຫລາຍແລ້ວເງິນຊຳລະໜີ້ຈະເປັນນ້ຳຕາ ແລະ ຄວາມກິນແໜງແຄງໃຈ.17
ຫລື ບາງທີເຮົາເຫັນການຂົ່ມເຫັງ ຫລື ການລົດກຽດໃນຮູບແບບອື່ນ. ແຕ່ເຮົາຕ້ອງລະມັດລະວັງເປັນສອງເທົ່າໃນຖານະສານຸສິດຂອງອົງພຣະເຢຊູຄຣິດເຈົ້າ ທີ່ຈະບໍ່ມີພາກສ່ວນໃນການປະພຶດເຊັ່ນນັ້ນ. ບໍ່ມີກໍລະນີໃດທີ່ເຮົາເປັນຝ່າຍຜິດເມື່ອຢູ່ໃນການປົກຄອງທີ່ບໍ່ຊອບທຳ ຫລື ໃນການຂົ່ມເຫັງ ຫລື ໃນການຖືກບັງຄັບທີ່ຜິດສິນທຳໃດໆ—ທາງຮ່າງກາຍ ຫລື ທາງອາລົມ ຫລື ທາງສາດສະໜາ ຫລື ທາງອື່ນໆ. ຂ້າພະເຈົ້າຈື່ໄດ້ເຖິງຄວາມໜັກແໜ້ນຂອງປະທານກໍດອນ ບີ ຮິງລີ ເມື່ອເພິ່ນກ່າວຈາກແທ່ນປາໄສນີ້ ເມື່ອບໍ່ຫລາຍປີຜ່ານມານີ້ ຕໍ່ບັນດາຜູ້ຊາຍຂອງສາດສະໜາຈັກກ່ຽວກັບຜູ້ທີ່ເພິ່ນເອີ້ນວ່າ “ຄົນຜະເດັດການຢູ່ໃນບ້ານຂອງຕົນ”:18
ເພິ່ນກ່າວວ່າ, “ມັນເປັນເລື່ອງໜ້າເສົ້າ ແລະ ໜ້າກຽດຊັງທີ່ສຸດໃນເລື່ອງທີ່ພັນລະຍາຖືກຂົ່ມເຫັງ”. “ຊາຍຄົນໃດໃນສາດສະໜາຈັກນີ້ທີ່ຂົ່ມເຫັງພັນລະຍາຂອງຕົນ, ດູຖູກນາງ, ໃຊ້ການປົກຄອງທີ່ບໍ່ຊອບທຳກັບນາງ ຊາຍຄົນນັ້ນບໍ່ມີຄ່າຄວນທີ່ຈະດຳລົງຖານະປະໂລຫິດ. … [ເຂົາ] ບໍ່ມີຄ່າຄວນທີ່ຈະມີໃບຮັບຮອງເຂົ້າພຣະວິຫານ.”19 ສິ່ງທີ່ໜ້າກຽດຊັງຄືກັນນັ້ນ, ເພິ່ນກ່າວ, ແມ່ນການຂົ່ມເຫັງລູກ ບໍ່ວ່າຈະເປັນໃນແບບໃດ—ຫລື ການຂົ່ມເຫັງໃດໆກໍຕາມ.20
ມີຫລາຍເກີນໄປ, ຊຶ່ງໂດຍບໍ່ໄດ້ຕັ້ງໃຈ, ຊາຍ, ຍິງ, ແລະ ແມ່ນແຕ່ເດັກນ້ອຍສາມາດເປັນຝ່າຍຜິດໄດ້ ເລື່ອງການເວົ້າຈາບໍ່ສຸພາບ, ແມ່ນແຕ່ເປັນການທຳລາຍ, ຕໍ່ຜູ້ທີ່ສ່ວນຫລາຍແລ້ວໄດ້ຜະນຶກເຂົ້າກັນໂດຍພິທີການສັກສິດຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ. ທຸກຄົນມີສິດທີ່ຈະໄດ້ຮັບຄວາມຮັກ, ທີ່ຈະຮູ້ສຶກສະຫງົບສຸກ, ແລະ ທີ່ຈະພົບຄວາມປອດໄພໃນບ້ານ. ຂໍໃຫ້ເຮົາຈົ່ງພະຍາຍາມຮັກສາສະພາບແວດລ້ອມໃນທີ່ນັ້ນໄວ້. ຄຳສັນຍາສຳລັບການເປັນຄົນມັກສະຫງົບແມ່ນ ທ່ານຈະມີພຣະວິນຍານບໍລິສຸດເປັນເພື່ອນຕະຫລອດເວລາ ແລະ ພອນຈະຫລັ່ງໄຫລມາສູ່ທ່ານ “ປາດສະຈາກການບັງຄັບ” ຕະຫລອດໄປ.21 ຄົນທີ່ມີລີ້ນທີ່ແຫລມຄົມ ຫລື ໃຊ້ຄຳເວົ້າທີ່ຂາດຄວາມເມດຕາປານີ ຈະບໍ່ສາມາດ “ຮ້ອງເພງແຫ່ງຄວາມຮັກທີ່ໄຖ່” ໄດ້.22
ຂ້າພະເຈົ້າຂໍປິດຈາກບ່ອນທີ່ຂ້າພະເຈົ້າໄດ້ເລີ່ມຕົ້ນ. ມື້ອື່ນຈະເປັນວັນອີດສະເຕີ, ເປັນເວລາທີ່ໃຫ້ຫລັກທຳແຫ່ງຄວາມຊອບທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ “ເອົາຊະນະ”—ເອົາຊະນະການຕໍ່ຕ້ານ ແລະ ການຂັດແຍ້ງ, ເອົາຊະນະຄວາມສິ້ນຫວັງ ແລະ ການລ່ວງລະເມີດ, ແລະ ໃນທີ່ສຸດ ເອົາຊະນະຄວາມຕາຍ. ມັນເປັນເວລາໃຫ້ປະຕິຍານຕົນໃນຄຳເວົ້າ ແລະ ການກະທຳ ວ່າຈະຈົງຮັກພັກດີຕໍ່ພຣະເມສານ້ອຍຂອງພຣະເຈົ້າຈົນໝົດໃຈ, ຜູ້ “[ໄດ້ທົນກັບ] ຄວາມເຈັບປວດ, ທີ່ພວກເຮົາສົມຄວນໄດ້ຮັບ”23 ຊຶ່ງພຣະອົງຕັ້ງພຣະໄທທີ່ຈະສຳເລັດວຽກງານແຫ່ງຄວາມລອດແທນເຮົາ.
ເຖິງແມ່ນໄດ້ຖືກທໍລະຍົດ ແລະ ເຈັບປວດ, ຖືກກະທຳຕໍ່ຢ່າງບໍ່ຖືກຕ້ອງ ແລະ ໂຫດຮ້າຍ, ແລະ ຮັບເອົາບາບ ແລະ ຄວາມໂສກເສົ້າທັງໝົດຂອງຄອບຄົວມະນຸດ, ແຕ່ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນ ກໍຍັງຫລຽວລົງເບິ່ງອະນາຄົດຂອງຄວາມເປັນມະຕະ, ເຫັນເຮົາໃນທ້າຍອາທິດນີ້, ແລະ ໄດ້ກ່າວວ່າ: “ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ເປັນສັນຕິສຸກຂອງເຮົາ, ທີ່ເຮົາມອບໃຫ້ພວກເຈົ້າ: ສັນຕິສຸກທີ່ເຮົາໃຫ້ນັ້ນ, ບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າວຸ້ນວາຍເປັນທຸກໃຈ, ແລະ ຢ່າສູ່ຢ້ານ.”24 ຂໍໃຫ້ທ່ານຈົ່ງມີວັນອີດສະເຕີທີ່ເປັນພອນ, ຊົມຊື່ນຍິນດີ, ແລະ ສັນຕິສຸກ. ມັນເປັນພອນຢ່າງລົ້ນເຫລືອທີ່ອົງສັນຕິລາດໄດ້ຈ່າຍຄ່າແທນເຮົາ, ຜູ້ຊຶ່ງຂ້າພະເຈົ້າຮັກສຸດຫົວໃຈ, ສາດສະໜາຈັກນີ້ເປັນຂອງພຣະອົງ, ແລະ ຂ້າພະເຈົ້າເປັນພະຍານຢ່າງຊັດເຈນເຖິງພຣະອົງ, ແມ່ນແຕ່ອົງພຣະເຢຊູຄຣິດເຈົ້າ, ອາແມນ.