ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ?

ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ຕໍ່​ການ​ເດີນ​ທາງ​ຂອງ​ເຮົາ ຜ່ານ​ຄວາມ​ເປັນ​ມະ​ຕະ ເພື່ອ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ລະ​ບຸ​ຢູ່​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ໃນ​ກອງ​ປະ​ຊຸມ​ສະ​ເຕກ​ແລງ​ວັນ​ເສົາ​ມື້​ໜຶ່ງ ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຜູ້​ເວົ້າ​ວ່າ ໝູ່​ເພື່ອນ​ຂອງ​ນາງ​ໄດ້​ຊວນ​ນາງ​ກັບ​ໄປ​ໂບດ​ຫລັງ​ຈາກ​ທີ່​ບໍ່​ໄດ້​ເຂັ້ມ​ແຂງ​ມາ​ຫລາຍ​ປີ​ແລ້ວ, ແຕ່​ນາງ​ບໍ່​ມີ​ເຫດ​ຜົນ​ວ່າ ເປັນ​ຫຍັງ​ນາງ​ຈຶ່ງ​ຢາກ​ກັບ​ໄປ. ເພື່ອ​ຊຸກ​ຍູ້​ນາງ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ເມື່ອ​ເຈົ້າ​ພິ​ຈາ​ລະ​ນາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ເຈົ້າ, ເຈົ້າ​ຈະ​ມີ​ເຫດ​ຜົນ​ຫລາຍ​ຢ່າງ​ທີ່​ຈະ​ກັບ​ໄປ​ນະ​ມັດ​ສະ​ການ ແລະ ຮັບ​ໃຊ້​ພຣະ​ອົງ.” ຂ້າ​ພະ​ເຈົ້າ​ແປກ​ໃຈ​ເມື່ອ​ນາງ​ຕອບ​ວ່າ, “ພຣະ​ອົງ​ໄດ້​ເຮັດ​ຫຍັງ​ເພື່ອ​ຂ້າ​ນ້ອຍ?”

ຮູບ​ພາບ
ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ​ແຕ່​ລະ​ຄົນ? ພຣະ​ອົງ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ຕໍ່​ການ​ເດີນ​ທາງ​ຂອງ​ເຮົາ ຜ່ານ​ຄວາມ​ເປັນ​ມະ​ຕະ ເພື່ອ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ລະ​ບຸ​ຢູ່​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ຫລັກ​ທຳ​ສີ່​ຢ່າງ​ຂອງ​ແຜນ​ນັ້ນ. ໃນ​ແຕ່​ລະ​ຢ່າງ​ເຫລົ່າ​ນີ້, ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ເປັນ​ຜູ້​ສຳ​ຄັນ. ແຮງ​ຈູງ​ໃຈ​ທັງ​ໝົດ​ນີ້​ແມ່ນ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ແຜ່​ຜາຍ​ອອກ​ມາ​ຫາ​ໃຈ​ຂອງ​ລູກ​ຫລານ​ມະນຸດ; ດັ່ງ​ນັ້ນ, ມັນ​ຈຶ່ງ​ເປັນ​ທີ່​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ​ເໜືອ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທັງ​ສິ້ນ” (1 ນີ​ໄຟ 11:22).

I.

ກ່ອນ​ວັນ​ອາ​ທິດ​ອີດ​ສະ​ເຕີ, ມັນ​ເປັນ​ເວ​ລາ​ທີ່​ຈະ​ເວົ້າ​ເລື່ອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຄັ້ງ​ທຳ​ອິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ຟື້ນ​ຄືນ​ພຣະ​ຊົນ​ຈາກ​ຄວາມ​ຕາຍ​ແມ່ນ​ການ​ໃຫ້​ຄວາມ​ໝັ້ນ​ໃຈ​ສ່ວນ​ຕົວ​ໃນ​ສິ່ງ​ທີ່​ສຳ​ຄັນ​ຕໍ່​ສັດ​ທາ​ຂອງ​ເຮົາ. ມັນ​ເພີ່ມ​ຄວາມ​ໝາຍ​ໃສ່​ຄຳ​ສອນ, ແຮງ​ຈູງ​ໃຈ​ຕໍ່​ການ​ປະ​ພຶດ, ແລະ ຄວາມ​ຫວັງ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ເຮົາ.

ເພາະ​ເຮົາ​ເຊື່ອ​ຄຳ​ບັນ​ຍາຍ ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ແທ້ໆ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຮັບ​ເອົາ​ຄຳ​ສອນ​ໃນ​ພຣະ​ຄຳ​ພີ​ຫລາຍ​ຢ່າງ ຊຶ່ງ​ການ​ຟື້ນ​ຄືນ​ຊີ​ວິດ ທີ່​ຄ້າຍ​ຄື​ກັນ​ນັ້ນ ຈະ​ເກີດ​ກັບ​ມະ​ນຸດ​ທັງ​ປວງ ຜູ້​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່​ເທິງ​ໂລກ​ນີ້.1 ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ, “ເພາະ​ເຮົາ​ມີ​ຊີ​ວິດ​ຢູ່, ພວກ​ເຈົ້າ​ກໍ​ຈະ​ມີ​ຊີ​ວິດ​ຢູ່​ເໝືອນ​ກັນ” (ໂຢ​ຮັນ 14:19). ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ສິດ​ສອນ​ວ່າ “ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ບັນ​ດານ​ໃຫ້​ເປັນ​ຂຶ້ນ​ມາ​ໂດຍ​ບໍ່​ເປື່ອຍ​​ເນົ່າ” ແລະ “ສະ​ພາບ​ທີ່​ເປື່ອຍ​ເນົ່າ​ໄດ້​ສວມ​ສະ​ພາບ​ທີ່ບໍ່​ເປື່ອຍ​ເນົ່າ” (1 ໂກ​ຣິນ​ໂທ 15:52, 54).

ຮູບ​ພາບ
ການ​ຟື້ນ​ຄືນ​ພຣະ​ຊົນ

ແຕ່​ການ​ຟື້ນ​ຄືນ​ພຣະ​ຊົນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພຽງ​ແຕ່​ໃຫ້​ເຮົາ​ໝັ້ນ​ໃຈ​ກັບ​ຄວາມ​ເປັນ​ອະ​ມະ​ຕະ​ນີ້​ເທົ່າ​ນັ້ນ. ມັນ​ປ່ຽນ​ວິ​ທີ​ທີ່​ເຮົາ​ເບິ່ງ​ຊີ​ວິດ​ມະ​ຕະ.

ການ​ຟື້ນ​ຄືນ​ພຣະ​ຊົນ​ຊ່ວຍ​ເຮົາ​ໃຫ້​ມີ​ທັດ​ສະ​ນະ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ອົດ​ທົນ​ກັບ​ການ​ທ້າ​ທາຍ​ໃນ​ຊ່ວງ​ມະ​ຕະ ທີ່​ເຮົາ​ແຕ່​ລະ​ຄົນ ແລະ ຄົນ​ທີ່​ເຮົາ​ຮັກ​ໄດ້​ປະ​ເຊີນ. ມັນ​ມອບ​ວິ​ທີ​ໃໝ່​ໃຫ້​ເຮົາ​ທີ່​ຈະ​ເບິ່ງ​ຄວາມ​ບົກ​ພ່ອງ​ທາງ​ຮ່າງ​ກາຍ, ທາງ​ຈິດ​ໃຈ, ຫລື ທາງ​ອາ​ລົມ ທີ່​ເຮົາ​ມີ​ມາ​ແຕ່​ເກີດ ແລະ ໄດ້​ມາ​ລະ​ຫວ່າງ​ຊີ​ວິດ​ມະ​ຕະ. ມັນ​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຮົາ ເພື່ອ​ອົດ​ທົນ​ກັບ​ຄວາມ​ໂສກ​ເສົ້າ, ຄວາມ​ອ່ອນ​ແອ, ແລະ ຄວາມ​ອຸກ​ອັ່ງ. ຍ້ອນ​ວ່າ​ເຮົາ​ແຕ່​ລະ​ຄົນ​ແນ່​ໃຈ​ໄດ້​ວ່າ​ຈະ​ຟື້ນ​ຄືນ​ຊີ​ວິດ, ເຮົາ​ຈຶ່ງ​ຮູ້​ວ່າ​ຄວາມ​ບົກ​ພ່ອງ ແລະ ການ​ຕໍ່​ຕ້ານ​ໃນ​ຊ່ວງ​ມະ​ຕະ​ເຫລົ່າ​ນີ້ ແມ່ນ​ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ.

ການ​ຟື້ນ​ຄືນ​ພຣະ​ຊົນ​ກໍ​ໃຫ້​ແຮງ​ຈູງ​ໃຈ​ທີ່​ມີ​ພະ​ລັງ ເພື່ອ​ໃຫ້​ຮັກ​ສາ​ພຣະ​​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ລະ​ຫວ່າງ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ. ເມື່ອ​ເຮົາ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ ແລະ ກ້າວ​ໄປ​ສູ່​ການ​ຕັດ​ສິນ​ຄັ້ງ​ສຸດ​ທ້າຍ​ຕາມ​ຄຳ​ທຳ​ນາຍ, ເຮົາ​ຈະ​ຢາກ​ມີ​ຄວາມ​ເໝາະ​ສົມ​ສຳ​ລັບ​ພອນ​ທີ່​ດີ​ທີ່​ສຸດ​ທີ່​ມີ​ໃຫ້​ບຸກ​ຄົນ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ.2

ຮູບ​ພາບ
ເຮົາ​ສາ​ມາດ​ຢູ່​ນຳ​ກັນ​ເປັນ​ຄອບ​ຄົວ​ຕະ​ຫລອດ​ໄປ.

ນອກ​ເໜືອ​ຈາກ​ນັ້ນ, ຄຳ​ສັນ​ຍາ​ທີ່​ວ່າ​ການ​ຟື້ນ​ຄືນ​ພຣະ​ຊົນ​ສາ​ມາດ​ລວມ​ທັງ​ໂອ​ກາດ​ໃຫ້​ໄດ້​ຢູ່​ນຳ​ຄອບ​ຄົວ​ຂອງ​ເຮົາ—ສາ​ມີ, ພັນ​ລະ​ຍາ, ລູກໆ, ພໍ່​ແມ່, ແລະ ​ລູກ​ຫລານ—ເປັນ​ການ​ຊຸກ​ຍູ້​ທີ່​ມີ​ພະ​ລັງ ເພື່ອ​ໃຫ້​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ໃນ​ຊ່ວງ​ມະ​ຕະ. ມັນ​ຍັງ​ຊ່ວຍ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ນຳ​ກັນ​ດ້ວຍ​ຄວາມ​ຮັກ​ໃນ​ຊີ​ວິດ​ນີ້, ແລະ ມັນ​ປອບ​ໂຍນ​ເຮົາ​ໃນ​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ. ເຮົາ​ຮູ້​ວ່າ​ການ​ແຍກ​ຈາກ​ກັນ​ຂອງ​ຊ່ວງ​ມະ​ຕະ​ເຫລົ່າ​ນີ້ ແມ່ນ​ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ, ແລະ ເຮົາ​ລໍ​ຄອຍ​ການ​ຈະ​ໄດ້​ຢູ່​ນຳ​ກັນ ແລະ ຄວາມ​ສຳ​ພັນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ອະ​ນາ​ຄົດ​ນັ້ນ. ການ​ຟື້ນ​ຄືນ​ພຣະ​ຊົນ​ໃຫ້​ຄວາມ​ຫວັງ​ແກ່​ເຮົາ ແລະ ຄວາມ​ເຂັ້ມ​ແຂງ​ເພື່ອ​ໃຫ້​ມີ​ຄວາມ​ອົດ​ທົນ​ຂະ​ນະ​ທີ່​ລໍ​ຖ້າ. ມັນ​ກໍ​ຍັງ​ຕຽມ​ເຮົາ​ດ້ວຍ​ຄວາມ​ກ້າ​ຫານ ແລະ ກຽດ​ເພື່ອ​ປະ​ເຊີນ​ກັບ​ການ​ຕາຍ​ຂອງ​ເຮົາ​ເອງ—ແມ່ນ​ແຕ່​ການ​ຕາຍ​ທີ່​ອາດ​ເອີ້ນ​ວ່າ ກ່ອນ​ກຳ​ນົດ.

ຜົນ​ກະ​ທົບ​ທັງ​ໝົດ​ນີ້​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ຄຳ​ຕອບ​ຂໍ້​ທຳ​ອິດ​ຕໍ່​ຄຳ​ຖາມ​ທີ່​ວ່າ “ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ຫຍັງ​ເພື່ອ​ຂ້າ​ນ້ອຍ?”

II.

ສຳ​ລັບ​ເຮົາ​ສ່ວນ​ຫລາຍ, ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ບາບ​ຂອງ​ເຮົາ ເປັນ​ຄວາມ​ໝາຍ​ທີ່​ສຳ​ຄັນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ການ​ນະ​ມັດ​ສະ​ການ, ເຮົາ​ຮ້ອງ​ເພງ​ນີ້​ດ້ວຍ​ຄວາມ​ຄາ​ລະ​ວະ:

ໂລ​ຫິດ​ລ້ຳ​ຄ່າ​ພຣະ​ອົງ​ຫລັ່ງ​ໃຫ້​ອີກ;

ທັງ​ຊີ​ວັນ​ຍອມ​ຕາຍ​ຖວາຍ​ບູ​ຊາ,

ເພື່ອ​ຜູ້​ມີ​ບາບ​ລົ້ນ,

ເພື່ອ​ຊ່ວຍ​ໂລກ​ລອດ​ຊີບ​ວາຍ.3

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ ໄດ້ທົນ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ເພື່ອ​ໃຫ້​ກາຍ​ເປັນ​ການ​ເສຍ​ສະ​ລະ​ແທນ​ບາບ​ຂອງ​ມະ​ນຸດ​ທຸກ​ຄົນ​ຜູ້​ຈະ​ກັບ​ໃຈ. ການ​ເສຍ​ສະ​ລະ​ຊົດ​ໃຊ້​ນີ້​ໄດ້​ມອບ​ສິ່ງ​ທີ່​ດີ​ທີ່​ສຸດ, ລູກ​ແກະ​ທີ່​ບໍ​ລິ​ສຸດ​ບໍ່​ມີ​ຕຳ​ນິ, ແລກ​ກັບ​ຄວາມ​ຊົ່ວ​ຮ້າຍ​ທີ່​ສຸດ, ບາບ​ຂອງ​ທັງ​ທົ່ວ​ໂລກ. ມັນ​ໃຫ້​ໂອ​ກາດ​ເຮົາ​ແຕ່​ລະ​ຄົນ​ເພື່ອ​ຊຳ​ລະ​ບາບ​ຂອງ​ຕົວ​ເອງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ​ອີກ​ຄັ້ງ. ໂອ​ກາດ​ທີ່​ເປີດ​ຢູ່​ນີ້​ມີ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ໃນ​ການ​ນະ​ມັດ​ສະ​ການ, ເຮົາ​ຮ້ອງ:

ຂ້າ​ແປກ​ໃຈ ເຫດ​ໃດ​ພຣະ​ອົງ​ລາ​ຈາກ​ບັນ​ລັງ​ລົງ​ມາ

ເພື່ອ​ຊ່ວຍ​ເຫລືອ​ວິນ​ຍານ​ທໍ​ລະ​ຍົດ ແລະ ເຍີ້​ຍິ່ງ​ຢ່າງ​ຂ້າ,

ທີ່​ແບ່ງ​ປັນ​ຮັກ​ລົ້ນ ໃຫ້​ກັບ​ຄົນ​ເໝືອນ​ດັ່ງ​ເຊັ່ນ​ຕົວ​ຂ້າ.4

ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງ ແລະ ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ຂຶ້ນ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ເຮົາ​ແຕ່​ລະ​ຄົນ. ມັນ​ຢືນ​ຢັນ​ການ​ປະ​ກາດ​ຂອງ​ພຣະ​ອົງ​ວ່າ “ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ”—ທຸກ​ຄົນ—“ແມ່ນ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10). ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ເຢ​ຊູ​ຄຣິດ​ໄດ້​ອະ​ທິ​ບາຍ​ເຖິງ​ເລື່ອງ​ນີ້​ໃນ​ຄຳ​ສັບ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເຖິງ​ສະ​ຫວັນ​ຂອງ​ເຮົາ​ດັ່ງ​ນີ້: “ເພາະ​ວ່າ​ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ, ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ, ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ” (ໂຢ​ຮັນ 3:16). ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ໄດ້​ປະ​ກາດ​ວ່າ ພຣະ​ອົງ “ຮັກ​ໂລກ​ຫລາຍ ຈົນ​ວ່າ​ພຣະ​ອົງ​ໄດ້​ມອບ​ຊີ​ວິດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ຈະ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 34:3).

ແລ້ວ​ບໍ່​ເປັນ​ສິ່ງ​ແປກ​ໃຈ​ບໍ​ທີ່​ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ຄຣິດ ໄດ້​ສະ​ຫລຸບ​ດ້ວຍ​ຄຳ​ສອນ​ວ່າ ຖ້າ​ຈະ​ກາຍ​ເປັນ​ຄົນ “ດີ​ພ້ອມ” ແລະ “ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ໃນ​ພຣະ​ຄຣິດ” ເຮົາ ຕ້ອງ “ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ [ຂອງ​ເຮົາ]”? (ໂມ​ໂຣ​ໄນ 10:32–33). ແຜນ​ຂອງ​ພຣະ​ອົງ​ທີ່​ຈູງ​ໃຈ​ດ້ວຍ​ຄວາມ​ຮັກ​ຕ້ອງ​ໄດ້​ຮັບ​ຄວາມ​ຮັກ​ຕອບ​ແທນ.

III.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ໄດ້​ເຮັດ​ຫຍັງ​ອີກ​ແດ່​ເພື່ອ​ເຮົາ? ຜ່ານ​ທາງ​ການ​ສິດ​ສອນ​ຂອງ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ ແລະ ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສ່ວນ​ຕົວ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ. ແຜນ​ນີ້​ລວມ​ທັງ​ການ​ສ້າງ, ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ຄວາມ​ຈຳ​ເປັນ​ຂອງ​ການ​ກົງ​ກັນ​ຂ້າມ, ແລະ ຂອງ​ປະ​ທານ​ແຫ່ງ​ອຳ​ເພີ​ໃຈ. ພຣະ​ອົງ​ຍັງ​ໄດ້​ສິດ​ສອນ​ເຮົາ​ເຖິງ​ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ ທີ່​ເຮົາ​ຕ້ອງ​ເຊື່ອ​ຟັງ ແລະ ພິ​ທີ​ການ​ທີ່​ເຮົາ​ຕ້ອງ​ມີ​ປະ​ສົບ​ການ ເພື່ອ​ຊ່ວຍ​ເຮົາ​ກັບ​ຄືນ​ໄປ​ຫາ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ​ນຳ​ອີກ.

ຮູບ​ພາບ
ການ​ເທດ​ສະ​ໜາ​ທີ່​ໂນນ​ພູ

ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ເຮົາ​ອ່ານ​ຄຳ​ສອນ​ຂອງ​ພຣະ​ອົງ​ທີ່​ວ່າ: “ເຮົາ​ນີ້​ແຫລະ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ: ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ, ແຕ່​ຈະ​ມີ​ຄວາມ​ສະ​ຫວ່າງ​ຂອງ​ຊີ​ວິດ”(ໂຢ​ຮັນ 8:12). ແລະ ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ເຮົາ​ອ່ານ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ, … ເປັນ​ຄວາມ​ສະ​ຫວ່າງ ຊຶ່ງ​ບໍ່​ສາ​ມາດ​ຊຸກ​ເຊື່ອງ​ໄວ້​ຢູ່​ໃນ​ຄວາມ​ມືດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:9). ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ເຍືອງ​ທາງ​ເຮົາ​ໄປ​ໃນ​ຊີ​ວິດ​ນີ້ ແລະ ໃຫ້​ຄວາມ​ໝັ້ນ​ໃຈ​ກັບ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ​ໃນ​ຊີ​ວິດ​ຕໍ່​ໄປ.

ເພາະ​ພຣະ​ອົງ​ຮັກ​ເຮົາ, ພຣະ​ອົງ​ຈຶ່ງ​ທ້າ​ທາຍ​ເຮົາ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ອົງ ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເປັນ​ຂອງ​ໂລກ​ມະ​ຕະ​ນີ້. ໃນ​ຄຳ​ເທດ​ສະ​ໜາ​ຂອງ​ພຣະ​ອົງ​ເລື່ອງ​ເຂົ້າ​ຈີ່​ແຫ່ງ​ຊີ​ວິດ, ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ເຮົາ​ບໍ່​ຄວນ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ—ສິ່ງ​ທີ່​ຄ້ຳ​ຈູນ​ຊີ​ວິດ​ຢູ່​ໃນ​ໂລກ ແຕ່​ບໍ່​ບຳ​ລຸງ​ລ້ຽງ​ຊີ​ວິດ​ນິ​ລັນ​ດອນ.5 ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ເຊື້ອ​ເຊີນ​ເຮົາ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”6

IV.

ໃນ​ທີ່​ສຸດ, ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ວ່າ ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ນັ້ນ ພຣະ​ເຢ​ຊູ​ຄຣິດ “ໄດ້​ທົນ​ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ ແລະ ການ​ລໍ້​ລວງ​ທຸກ​ຢ່າງ; ແລະ ນີ້​ກໍ​ເພື່ອ​ຄຳ​ເວົ້າ​ຈະ​ໄດ້​ສຳ​ເລັດ​ຊຶ່ງ​ໄດ້​ກ່າວ​ໄວ້​ວ່າ ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ເຈັບ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ” (ແອວ​ມາ 7:11).

ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ທຸກ​ທໍ​ລະ​ມານ​ກັບ​ການ​ທ້າ​ທາຍ​ຂອງ​ຄວາມ​ເປັນ​ມະ​ຕະ “ທຸກ​ຢ່າງ” ເຫລົ່າ​ນີ້? ແອວ​ມາ​ໄດ້​ອະ​ທິ​ບາຍ​ວ່າ, “ແລະ ພຣະ​ອົງ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ, ເພື່ອ​ອຸ​ທອນ​ຂອງ​ພຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ຮູ້​ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງ ຈະ​ຊ່ວຍ​ເຫລືອ [ຊຶ່ງ​ໝາຍ​ຄວາມ​ວ່າ ການ​ບັນ​ເທົາ ຫລື ການ​ສົງ​ເຄາະ] ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (ແອວ​ມາ 7:12).

ຮູບ​ພາບ
ພຣະ​ຄຣິດ​ໃນ​ສວນ​ເຄັດ​ເຊ​ມາ​ເນ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຮູ້​ສຶກ ແລະ ຮູ້​ຈັກ​ການ​ລໍ້​ລວງ​ຂອງ​ເຮົາ, ການ​ດີ້ນ​ລົນ​ຂອງ​ເຮົາ, ໃຈ​ທີ່​ເຈັບ​ປວດ​ຂອງ​ເຮົາ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ, ເພາະ​ພຣະ​ອົງ​ໄດ້​ເຕັມ​ພຣະ​ໄທ​ປະ​ເຊີນ​ກັບ​ມັນ​ທັງ​ໝົດ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ອື່ນໆ​ກໍ​ຢືນ​ຢັນ​ເຖິງ​ສິ່ງ​ນີ້. ພຣະ​ຄຳ​ພີ​ໃໝ່​ປະ​ກາດ​ວ່າ, “ພຣະ​ອົງ​ເອງ​ໄດ້​ຖືກ​ທົດ​ລອງ ແລະ ຖືກ​ທົນ​ທຸກ​ທໍ​ລະ​ມານ​ມາ​ກ່ອນ ພຣະ​ອົງ​ຈຶ່ງ​ສາ​ມາດ​ຊ່ວຍ​ຜູ້​ທີ່​ຖືກ​ທົດ​ລອງ​ນັ້ນ​ໄດ້” (ເຮັບ​ເຣີ 2:18). ເອ​ຊາ​ຢາ​ສິດ​ສອນ​ວ່າ, “ຢ່າ​ສູ່​ຢ້ານ​ສິ່ງ​ໃດໆ ເຮົາ​ຄື​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ: … ເຮົາ​ຈະ​ຊ່ວຍ​ເຫລືອ​ໃຫ້​ພວກ​ເຈົ້າ​ໄດ້​ເຂັ້ມ​ແຂງ; ເຮົາ​ຈະ​ປົກ​ປັກ​ຮັກ​ສາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ” (ເອ​ຊາ​ຢາ 41:10). ທຸກ​ຄົນ​ທີ່​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ອ່ອນ​ແອ​ໃດໆ​ຂອງ​ຊ່ວງ​ມະ​ຕະ ຄວນ​ຈື່​ຈຳ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ​ນັ້ນ​ຄື​ກັນ, ແລະ ວ່າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເພື່ອ​ອົດ​ທົນ​ກັບ​ມັນ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສະ​ຫລຸບ​ທັງ​ໝົດ​ນີ້​ຢູ່​ໃນ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສາມ ຂອງ​ເຮົາ​ວ່າ: “ພວກ​ເຮົາ​ເຊື່ອ​ວ່າ ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ມະ​ນຸດ​ຊາດ​ທັງ​ປວງ​ຈະ​ລອດ​ໄດ້​ໂດຍ​ການ​ປະ​ຕິ​ບັດ​ຕາມ​ກົດ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.”

“ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ຫຍັງ​ເພື່ອ​ຂ້າ​ນ້ອຍ?” ເອື້ອຍ​ນ້ອງ​ຄົນ​ນັ້ນ​ຖາມ. ພາຍ​ໃຕ້​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ອົງ “ໄດ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:9) ເພື່ອ​ວ່າ​ເຮົາ​ແຕ່​ລະ​ຄົນ​ຈະ​ສາ​ມາດ​ມີ​ປະ​ສົບ​ການ​ທີ່​ຈຳ​ເປັນ​ໃນ​ຊ່ວງ​ມະ​ຕະ ເພື່ອ​ສະ​ແຫວງ​ຫາ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ, ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ຄວາມ​ເປັນ​ອະ​ມະ​ຕະ. ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ໂອ​ກາດ​ເຮົາ​ແຕ່​ລະ​ຄົນ​ເພື່ອ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ ແລະ ກັບ​ໄປ​ຫາ​ບ້ານ​ໃນ​ສະ​ຫວັນ​ຂອງ​ເຮົາ​ຢ່າງ​ສະ​ອາດ. ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທາງ, ແລະ ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ມອບ​ສິດ​ອຳ​ນາດ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ​ທີ່​ຈຳ​ເປັນ​ຕໍ່​ການ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ. ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຕັມ​ພຣະ​ໄທ​ຮັບ​ເອົາ​ປະ​ສົບ​ການ​ທີ່​ເຈັບ​ປວດ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ ໃນ​ຄວາມ​ທຸກ​ຂອງ​ເຮົາ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ທັງ​ໝົດ​ນີ້​ຍ້ອນ​ວ່າ​ພຣະ​ອົງ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ຄວາມ​ຮັກ​ເປັນ​ແຮງ​ຈູງ​ໃຈ​ຂອງ​ທຸກ​ສິ່ງ, ແລະ ມັນ​ເປັນ​ເຊັ່ນ​ນັ້ນ​ຕັ້ງ​ແຕ່​ຕົ້ນ​ເດີມ​ເປັນ​ຕົ້ນ​ມາ. ພຣະ​ເຈົ້າ​ໄດ້​ບອກ​ເຮົາ​ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ວ່າ “ພຣະ​ອົງ​ໄດ້​ສ້າງ … ຊາຍ ແລະ ຍິງ, ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ພຣະ​ອົງ … , ແລະ ໄດ້​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ພວກ​ເຂົາ ເພື່ອ​ວ່າ​ພວກ​ເຂົາ​ຄວນ​ຈະ​ຮັກ ແລະ ຮັບ​ໃຊ້​ພຣະ​ອົງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:18–19).

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ເຖິງ​ທຸກ​ສິ່ງ​ເຫລົ່າ​ນີ້ ແລະ ອະ​ທິ​ຖານ​ວ່າ ເຮົາ​ຈະ​ຈື່​ຈຳ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ເຮົາ​ແຕ່​ລະ​ຄົນ ແລະ ວ່າ​ເຮົາ​ທຸກ​ຄົນ​ຈະ​ຮັກ ແລະ ຮັບ​ໃຊ້​ພຣະ​ອົງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ, ຍົກ​ຕົວ​ຢ່າງ, 1 ໂກ​ຣິນ​ໂທ 15:19–22; ຮີ​ລາ​ມັນ 14:17; ມໍ​ມອນ 9:13.

  2. ເບິ່ງ ແອວ​ມາ 41.

  3. “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 20, ບາດ​ທີ 2.

  4. “ຂ້າ​ເຝົ້າ​ພິ​ສະ​ຫວົງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ,, ເລກ​ທີ 24, ບາດ​ທີ 2.

  5. ເບິ່ງ ໂຢ​ຮັນ 6:58.

  6. ເບິ່ງ Topical Guide, “Follow.”

ພິມ