ອະທິການ—ຜູ້ລ້ຽງຝູງແກະຂອງພຣະຜູ້ເປັນເຈົ້າ
ອະທິການມີບົດບາດທີ່ສຳຄັນໃນການຮັບໃຊ້ເປັນຜູ້ລ້ຽງ ເພື່ອນຳພາຄົນລຸ້ນໃໝ່ໄປຫາພຣະເຢຊູຄຣິດ.
ບັນດາອ້າຍນ້ອງແຫ່ງຖານະປະໂລຫິດທີ່ຮັກແພງຂອງຂ້າພະເຈົ້າ, ຂໍ້ຄວາມໜຶ່ງທີ່ໜ້າຊົງຈຳຫລາຍທີ່ສຸດໃນເພງສວດທີ່ພວກເຮົາມັກ ໄດ້ຖາມວ່າ, “ຊາວໜຸ່ມຂອງຊີໂອນຈະຫວັ່ນໄຫວບໍ?”1 ການປະກາດດ້ວຍໃຈຈິງ ແລະ ດັງສະນັ່ນຂອງຂ້າພະເຈົ້າໃນການຕອບຄຳຖາມນັ້ນຄື “ບໍ່ຫວັ່ນໄຫວ!”
ເພື່ອໃຫ້ແນ່ໃຈວ່າ ຄຳຕອບນັ້ນຈິງຈັງ, ຂ້າພະເຈົ້າຂໍເປັນພະຍານໃນມື້ນີ້ວ່າ ການສະໜັບສະໜູນຄົນລຸ້ນໃໝ່ໃນວັນເວລາທີ່ມີການທ້າທາຍ ແລະ ການລໍ້ລວງທີ່ຜິດປົກກະຕິ ເປັນໜ້າທີ່ຮັບຜິດຊອບອັນສຳຄັນທີ່ພຣະບິດາເທິງສະຫວັນມອບໃຫ້ຜູ້ເປັນພໍ່ແມ່ ແລະ ຝ່າຍອະທິການ.2 ຂ້າພະເຈົ້າຂໍອະນຸຍາດສາທິດເຖິງຄວາມສຳຄັນຂອງຝ່າຍອະທິການດ້ວຍປະສົບການສ່ວນຕົວ.
ຕອນຂ້າພະເຈົ້າເປັນມັກຄະນາຍົກ, ຄອບຄົວຂອງຂ້າພະເຈົ້າໄດ້ຍ້າຍໄປຢູ່ເຮືອນໃໝ່ ຢູ່ໃນຫວອດອື່ນ. ຂ້າພະເຈົ້າໄດ້ເລີ່ມເຂົ້າໂຮງຮຽນມັດທະຍົມ, ສະນັ້ນຂ້າພະເຈົ້າຕ້ອງໄດ້ໄປເຂົ້າໂຮງຮຽນບ່ອນໃໝ່ອີກ. ມີກຸ່ມຊາຍໜຸ່ມທີ່ໜ້າອັດສະຈັນໃຈຢູ່ໃນກຸ່ມມັກຄະນາຍົກ. ພໍ່ແມ່ຂອງເຂົາເຈົ້າສ່ວນຫລາຍແລ້ວເປັນສະມາຊິກທີ່ເຂັ້ມແຂງ. ແມ່ຂອງຂ້າພະເຈົ້າເຂັ້ມແຂງຫລາຍທີ່ສຸດ; ພໍ່ຂອງຂ້າພະເຈົ້າກໍດີຮອບດ້ານ ແຕ່ບໍ່ເຂັ້ມແຂງໃນໂບດ.
ທີ່ປຶກສາທີສອງໃນຝ່າຍອະທິການ,3 ບຣາເດີ ດີນ ແອ, ເປັນຜູ້ນຳທີ່ພາກພຽນ. ຕອນຂ້າພະເຈົ້າຍັງປັບຕົວເຂົ້າກັບຫວອດໃໝ່ຢູ່ນັ້ນ, ໄດ້ມີການປະກາດເລື່ອງກິດຈະກຳພໍ່ກັບລູກຊາຍໄປທ່ຽວທະເລສາບ ແບ ນຳກັນ—ທີ່ຢູ່ຫ່າງໄກ ປະມານ 40 ໄມ (65 ກິໂລແມັດ). ຂ້າພະເຈົ້າບໍ່ຄິດວ່າ ຂ້າພະເຈົ້າຊິໄປປາດສະຈາກພໍ່. ແຕ່ບຣາເດີ ແອ ໄດ້ເຊື້ອເຊີນຂ້າພະເຈົ້າພິເສດ ໃຫ້ໄປກັບເພິ່ນ. ເພິ່ນໄດ້ເວົ້າເຖິງພໍ່ຂອງຂ້າພະເຈົ້າດ້ວຍການໃຫ້ກຽດ ແລະ ດ້ວຍຄວາມນັບຖື ແລະ ເນັ້ນເຖິງຄວາມສຳຄັນຂອງໂອກາດຂອງຂ້າພະເຈົ້າໃນການໄປຮ່ວມກັບສະມາຊິກກຸ່ມມັກຄະນາຍົກຄົນອື່ນໆ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈໄປກັບບຣາເດີ ແອ, ແລະ ຂ້າພະເຈົ້າກໍໄດ້ມີປະສົບການທີ່ດີເລີດ.
ບຣາເດີ ແອ ໄດ້ເປັນຕົວຢ່າງທີ່ໜ້າອັດສະຈັນເຖິງຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຝ່າຍອະທິການ ເພື່ອສະໜັບສະໜູນຜູ້ເປັນພໍ່ແມ່ ໃນການດູແລ ແລະ ບຳລຸງລ້ຽງຊາວໜຸ່ມ. ເພິ່ນໄດ້ຊ່ວຍຂ້າພະເຈົ້າເລີ່ມຕົ້ນຫວອດໃໝ່ໃນທາງທີ່ດີເລີດ ແລະ ກໍໄດ້ເປັນຄູຝຶກໃຫ້ຂ້າພະເຈົ້າ.
ສອງສາມເດືອນກ່ອນຂ້າພະເຈົ້າໄດ້ຈາກໄປເຜີຍແຜ່ໃນປີ 1960, ບຣາເດີ ແອ ອາຍຸ 39 ປີ ໄດ້ຈາກໂລກນີ້ໄປດ້ວຍໂຣກມະເລັງ. ເພິ່ນໄດ້ຈາກພັນລະຍາ ແລະ ລູກຫ້າຄົນໄປ, ທຸກຄົນອາຍຸຕ່ຳກວ່າ 16 ປີ. ຣິເຈີດ ແລະ ຄຣິສ ແອ ລູກຊາຍຜູ້ໃຫຍ່ຂອງເພິ່ນໄດ້ບອກຂ້າພະເຈົ້າວ່າ ຕອນພໍ່ເຂົາເຈົ້າຈາກໄປແລ້ວ, ຝ່າຍອະທິການໄດ້ສະໜັບສະໜູນ ແລະ ດູແລເຂົາເຈົ້າ ແລະ ພວກນ້ອງຊາຍ ແລະ ນ້ອງສາວຂອງເຂົາເຈົ້າ ດ້ວຍຄວາມຮັກເໝືອນດັ່ງພຣະຄຣິດ, ຊຶ່ງຂ້າພະເຈົ້າກໍກະຕັນຍູ.
ຜູ້ເປັນພໍ່ແມ່ຈະມີໜ້າທີ່ຮັບຜິດຊອບຕົ້ນຕໍຕໍ່ຄອບຄົວຂອງຕົນສະເໝີ.4 ຝ່າຍປະທານກຸ່ມກໍໃຫ້ການສະໜັບສະໜູນທີ່ຈຳເປັນ ແລະ ນຳພາສະມາຊິກກຸ່ມ ໂດຍການໃຫ້ຄວາມຊ່ວຍເຫລືອເຂົາເຈົ້າໃນການສົ່ງເສີມໜ້າທີ່ ແລະ ອຳນາດຂອງຖານະປະໂລຫິດແຫ່ງອາໂຣນໃນຈຸດສູນກາງຊີວິດຂອງເຂົາເຈົ້າ.5
ມື້ນີ້ຈຸດປະສົງຂອງຂ້າພະເຈົ້າແມ່ນຢາກເຈາະຈົງໃສ່ບັນດາອະທິການ ແລະ ທີ່ປຶກສາຂອງພວກເພິ່ນ, ຜູ້ຊຶ່ງເໝາະສົມທີ່ຈະຖືກເອີ້ນວ່າ “ຜູ້ລ້ຽງຝູງແກະຂອງພຣະຜູ້ເປັນເຈົ້າ”—ດ້ວຍການເນັ້ນເຖິງການເປັນຜູ້ລ້ຽງດູຄົນລຸ້ນໃໝ່.6 ມັນເປັນໜ້າສົນໃຈທີ່ອັກຄະສາວົກເປໂຕໄດ້ອ້າງເຖິງພຣະເຢຊູຄຣິດວ່າເປັນ “ຜູ້ລ້ຽງ ແລະ ເປັນຜູ້ເບິ່ງແຍງຈິດວິນຍານຂອງພວກເຈົ້າ.”7
ອະທິການມີໜ້າທີ່ຮັບຜິດຊອບຕົ້ນຕໍຢູ່ຫ້າຢ່າງໃນການຄວບຄຸມຫວອດຂອງເພິ່ນ ດັ່ງນີ້:
-
ເພິ່ນເປັນມະຫາປະໂລຫິດຜູ້ຄວບຄຸມໃນຫວອດ.8
-
ເພິ່ນເປັນປະທານຂອງຖານະປະໂລຫິດແຫ່ງອາໂຣນ.9
-
ເພິ່ນເປັນຜູ້ຕັດສິນທົ່ວໄປ.10
-
ເພິ່ນປະສານງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ, ລວມທັງການດູແລຄົນທີ່ຂັດສົນ.11
-
ແລະ ເພິ່ນຄວບຄຸມຝ່າຍການບັນທຶກ, ການເງິນ, ແລະ ການໃຊ້ຕຶກໂບດ.12
ໃນບົດບາດຂອງເພິ່ນໃນຖານະມະຫາປະໂລຫິດຜູ້ຄວບຄຸມ, ອະທິການເປັນ “ຜູ້ນຳທາງວິນຍານ” ຂອງຫວອດ.13 ເພິ່ນເປັນ “ສານຸສິດທີ່ຊື່ສັດຂອງພຣະເຢຊູຄຣິດ.”14
ນອກເໜືອຈາກນັ້ນ, “ອະທິການຍັງປະສານງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ ໃນຫວອດນຳອີກ.”15 ອະທິການຄວນມອບໝາຍໜ້າທີ່ຮັບຜິດຊອບປະຈຳວັນສຳລັບການແບ່ງປັນພຣະກິດຕິຄຸນ, ການເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກໃໝ່ ແລະ ຜູ້ກັບຄືນມາ, ການປະຕິບັດສາດສະໜາກິດ, ແລະ ວຽກງານພຣະວິຫານ ແລະ ປະຫວັດຄອບຄົວໃຫ້ແກ່ຝ່າຍປະທານກຸ່ມແອວເດີ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະ.16 ອະທິການຈະປະສານງານໃນສະພາຫວອດ ແລະ ສະພາຊາວໜຸ່ມຂອງຫວອດ.
ອະທິການມີບົດບາດທີ່ສຳຄັນໃນການຮັບໃຊ້ເປັນຜູ້ລ້ຽງ ເພື່ອນຳພາຄົນລຸ້ນໃໝ່, ລວມທັງຜູ້ໜຸ່ມໂສດ, ໄປຫາພຣະເຢຊູຄຣິດ.17 ປະທານຣະໂຊ ເອັມ ແນວສັນ ໄດ້ເນັ້ນເຖິງບົດບາດທີ່ສຳຄັນຍິ່ງນີ້ຂອງອະທິການ ແລະ ທີ່ປຶກສາຂອງເພິ່ນ. ເພິ່ນໄດ້ສິດສອນວ່າ “ໜ້າທີ່ຮັບຜິດຊອບທຳອິດ ແລະ ຕົ້ນຕໍຂອງພວກເພິ່ນແມ່ນການດູແລກຸ່ມຊາຍໜຸ່ມ ແລະ ກຸ່ມຍິງໜຸ່ມ ໃນຫວອດ [ຂອງພວກເພິ່ນ].”18 ຝ່າຍອະທິການຈະສະໜັບສະໜູນຜູ້ເປັນພໍ່ແມ່ ໃນການດູແລ ແລະ ລ້ຽງດູເດັກນ້ອຍ ແລະ ຊາວໜຸ່ມໃນຫວອດ. ອະທິການ ແລະ ປະທານກຸ່ມຍິງໜຸ່ມຈະປຶກສາຫາລືນຳກັນ. ພວກເພິ່ນພະຍາຍາມຊ່ວຍເຫລືອຊາວໜຸ່ມດຳລົງຊີວິດຕາມມາດຕະຖານຢູ່ໃນປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ໃຫ້ເໝາະສົມຕໍ່ການຮັບເອົາພິທີການຕ່າງໆ ແລະ ເຮັດ ແລະ ຮັກສາພັນທະສັນຍາສັກສິດຂອງເຂົາເຈົ້າ.
ທ່ານອາດຖາມວ່າ, “ເປັນຫຍັງອະທິການຈຶ່ງຖືກຊີ້ນຳໃຫ້ໃຊ້ເວລາຫລາຍກັບຊາວໜຸ່ມ?” ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງສາດສະໜາຈັກຂອງພຣະອົງ ເພື່ອໃຫ້ບັນລຸສິ່ງທີ່ຈຳເປັນ. ດ້ວຍເຫດນັ້ນ, ອົງການຂອງສາດສະໜາຈັກຂອງພຣະອົງຈຶ່ງຖືກສ້າງຂຶ້ນ ຊຶ່ງໃນນັ້ນອະທິການມີໜ້າທີ່ຮັບຜິດຊອບທັງສອງຝ່າຍ. ເພິ່ນມີໜ້າທີ່ຮັບຜິດຊອບໃນທາງຫລັກຄຳສອນຕໍ່ຫວອດທັງໜ່ວຍ, ແຕ່ເພິ່ນກໍຍັງມີໜ້າທີ່ຮັບຜິດຊອບໃນທາງຫລັກຄຳສອນຕໍ່ກຸ່ມປະໂລຫິດນຳອີກ.19
ຊາຍໜຸ່ມທີ່ເປັນປະໂລຫິດ ແລະ ຍິງໜຸ່ມທີ່ມີອາຍຸລຸ້ນລາວຄາວດຽວກັນ ຢູ່ໃນຊ່ວງທີ່ສຳຄັນໃນຊີວິດ ແລະ ໃນການພັດທະນາຕົນ. ໃນຊ່ວງເວລາສັ້ນໆນັ້ນ, ເຂົາເຈົ້າຈະຕັດສິນໃຈເຮັດບາງສິ່ງທີ່ຈະມີຜົນກະທົບທີ່ສຳຄັນຕະຫລອດຊີວິດຂອງເຂົາເຈົ້າ. ພວກເພິ່ນຈະພິຈາລະນາວ່າ ເຂົາເຈົ້າເໝາະສົມສຳລັບພຣະວິຫານ, ການຮັບໃຊ້ເຜີຍແຜ່,20 ພະຍາຍາມທີ່ຈະໄດ້ແຕ່ງງານຢູ່ໃນພຣະວິຫານ, ແລະ ກຽມພ້ອມສຳລັບວຽກງານໃນຊີວິດຂອງເຂົາເຈົ້າຫລືບໍ່. ການຕັດສິນໃຈເຫລົ່ານີ້, ເມື່ອໄດ້ເຮັດລົງໄປ, ຈະມີຜົນກະທົບອັນໃຫຍ່ຫລວງຕໍ່ທາງວິນຍານ ແລະ ທາງການປະຕິບັດ ຕະຫລອດຊີວິດຂອງເຂົາເຈົ້າ. ອະທິການທັງຫລາຍເອີຍ, ຈົ່ງຮູ້ໄວ້ວ່າ ໃນຊ່ວງເວລາອັນສັ້ນໆທີ່ໃຊ້ກັບປະໂລຫິດໜຸ່ມ, ຍິງໜຸ່ມ, ຫລື ຜູ້ໃຫຍ່ໜຸ່ມ ສາມາດຊ່ວຍເຂົາເຈົ້າໃຫ້ເຂົ້າໃຈເຖິງພະລັງທີ່ມີໃຫ້ເຂົາເຈົ້າຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. ມັນສາມາດໃຫ້ວິໄສທັດທີ່ຈະເປັນອິດທິພົນອັນສຳຄັນຕະຫລອດຊີວິດຂອງເຂົາເຈົ້າ.
ໜຶ່ງໃນຕົວຢ່າງທີ່ດີທີ່ສຸດທີ່ຂ້າພະເຈົ້າເຄີຍເຫັນມາຂອງອະທິການຜູ້ໄດ້ຊ່ວຍຈັດຫາວິໄສທັດເຊັ່ນນີ້ໃຫ້ແກ່ຊາວໜຸ່ມຂອງເພິ່ນ ແມ່ນອະທິການໂມອາ ມາເຮ. ເພິ່ນໄດ້ຖືກເອີ້ນໃຫ້ເປັນອະທິການຄົນທຳອິດຂອງຫວອດແຊນແຟນຊິດສະໂກ ຕົງກາ.21 ເພິ່ນເປັນຊາວອົບພະຍົບຈາກເມືອງ ວາວາອູ, ປະເທດຕົງກາ. ຫວອດຂອງເພິ່ນຕັ້ງຢູ່ໃກ້ສະໜາມບິນແຊນແຟນຊິດສະໂກ, ລັດແຄລິໂຟເນຍ ບ່ອນທີ່ເພິ່ນໄດ້ທຳງານ.22
ຫວອດຂອງເພິ່ນມີຊາວໜຸ່ມຫລາຍຄົນ, ສ່ວນຫລາຍມາຈາກຄອບຄົວທີ່ຫາກໍອົບພະຍົບມາຢູ່ສະຫະລັດ. ອະທິການມາເຮບໍ່ພຽງແຕ່ໄດ້ສິດສອນເຂົາເຈົ້າດ້ວຍຄຳເວົ້າ ແລະ ດ້ວຍຕົວຢ່າງຂອງການເປັນສານຸສິດທີ່ຊອບທຳຂອງພຣະເຢຊູຄຣິດເທົ່ານັ້ນ, ແຕ່ເພິ່ນຍັງໄດ້ຊ່ວຍໃຫ້ເຂົາເຈົ້າມີວິໄສທັດ ເຖິງສິ່ງທີ່ເຂົາເຈົ້າສາມາດກາຍເປັນ ແລະ ຊ່ວຍເຂົາເຈົ້າໃຫ້ກຽມພ້ອມສຳລັບພຣະວິຫານ, ການເຜີຍແຜ່, ການສຶກສາ, ແລະ ການງານນຳອີກ. ເພິ່ນໄດ້ຮັບໃຊ້ເກືອບເຖິງແປດປີ, ແລະ ຄວາມຝັນ ແລະ ຄວາມປາດຖະໜາຂອງເພິ່ນສຳລັບຊາວໜຸ່ມໄດ້ເກີດເປັນຈິງ.
ເກືອບ 90 ເປີເຊັນຂອງຈຳນວນຊາຍໜຸ່ມໃນກຸ່ມຖານະປະໂລຫິດແຫ່ງອາໂຣນໄດ້ໄປຮັບໃຊ້ເຜີຍແຜ່. ຊາຍໜຸ່ມ ແລະ ຍິງໜຸ່ມ 15 ຄົນ ໄດ້ເປັນຜູ້ທຳອິດໃນຄອບຄົວຂອງເຂົາເຈົ້າທີ່ໄດ້ເຂົ້າວິທະຍາໄລ.23 ເພິ່ນໄດ້ໄປພົບກັບຜູ້ອຳນວຍການໂຮງຮຽນມັດທະຍົມຢູ່ໃນທ້ອງຖິ່ນ (ທີ່ນັບຖືສາດສະໜາອື່ນ), ແລະ ພວກເພິ່ນໄດ້ຜູກມິດ ແລະ ທຳງານດ້ວຍກັນເພື່ອຊ່ວຍຄົນໜຸ່ມແຕ່ລະຄົນໃຫ້ບັນລຸເປົ້າໝາຍທີ່ກຸ້ມຄ່າ ແລະ ເອົາຊະນະບັນຫາຕ່າງໆ. ຜູ້ອຳນວຍການໄດ້ບອກຂ້າພະເຈົ້າວ່າ ອະທິການມາເຮໄດ້ຊ່ວຍເພິ່ນກັບຊາວອົບພະຍົບຜູ້ກຳລັງດີ້ນລົນ ບໍ່ວ່າຈະນັບຖືສາດສະໜາໃດກໍຕາມ. ຄົນໜຸ່ມຮູ້ວ່າອະທິການຮັກເຂົາເຈົ້າ.
ໜ້າເສຍໃຈທີ່, ອະທິການມາເຮໄດ້ຈາກໄປຂະນະທີ່ຮັບໃຊ້ເປັນອະທິການ. ຂ້າພະເຈົ້າຈະບໍ່ເຄີຍລືມງານສົ່ງສະການທີ່ປະທັບໃຈ ແລະ ໃຫ້ການດົນໃຈຂອງເພິ່ນ. ມີຄົນໄປຮ່ວມງານຢ່າງຫລວງຫລາຍ. ກຸ່ມນັກຮ້ອງມີສະມາຊິກຄົນໜຸ່ມຫລາຍກວ່າ 35 ຄົນ ທີ່ເຄີຍຮັບໃຊ້ເຜີຍແຜ່ ຫລື ໄດ້ເຂົ້າວິທະຍາໄລ ແລະ ຜູ້ທີ່ເຄີຍເປັນຊາວໜຸ່ມຕອນເພິ່ນຮັບໃຊ້ເປັນອະທິການ. ຜູ້ກ່າວປາໄສຄົນໜຶ່ງໄດ້ສະແດງຄວາມກະຕັນຍູຢ່າງໜັກແໜ້ນຕາງໜ້າໃຫ້ຊາວໜຸ່ມ ແລະ ກຸ່ມຜູ້ໃຫຍ່ໜຸ່ມໃນສາຂາຂອງເພິ່ນ. ລາວໄດ້ຍ້ອງຍໍອະທິການມາເຮ ສຳລັບວິໄສທັດທີ່ເພິ່ນໄດ້ມອບໃຫ້ເຂົາເຈົ້າ ໃນການກຽມພ້ອມສຳລັບຊີວິດ ແລະ ການຮັບໃຊ້ດ້ວຍຄວາມຊອບທຳ. ແຕ່ສຳຄັນທີ່ສຸດ, ອະທິການມາເຮໄດ້ຊ່ວຍເຂົາເຈົ້າໃນການສ້າງສັດທາໃນອົງພຣະເຢຊູຄຣິດເຈົ້າ ເພື່ອເປັນຮາກຖານໃຫ້ແກ່ຊີວິດຂອງເຂົາເຈົ້າ.
ບັດນີ້, ອະທິການທັງຫລາຍເອີຍ, ບໍ່ວ່າພວກທ່ານຈະຢູ່ໃສກໍຕາມ, ໃນການສຳພາດຂອງພວກທ່ານ ແລະ ໃນຄວາມສຳພັນອື່ນໆຂອງພວກທ່ານ, ພວກທ່ານສາມາດມອບວິໄສທັດແບບດຽວກັນນັ້ນ ແລະ ສ້າງສັດທາໃນພຣະເຢຊູຄຣິດ. ພວກທ່ານສາມາດເຊື້ອເຊີນຢ່າງມີພະລັງເພື່ອໃຫ້ປ່ຽນແປງອຸປະນິໄສ, ກະກຽມເຂົາເຈົ້າສຳລັບຊີວິດ, ແລະ ດົນໃຈເຂົາເຈົ້າໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ນອກເໜືອຈາກນັ້ນ, ພວກທ່ານອາດສາມາດຊ່ວຍຊາວໜຸ່ມບາງຄົນຜູ້ທີ່ຜິດຖຽງກັບພໍ່ແມ່ ໃນສິ່ງທີ່ຂ້ອນຂ້າງບໍ່ສຳຄັນ.24 ໃນເວລາທີ່ຄົນໜຸ່ມເບິ່ງຄືວ່າເຂົາໄດ້ຜິດຖຽງກັບພໍ່ແມ່ຂອງເຂົາຫລາຍທີ່ສຸດ, ບຸກຄົນທີ່ຄວບຄຸມກຸ່ມຂອງເຂົາ ແລະ ບຸກຄົນທີ່ຕອບຄຳຖາມເລື່ອງສາດສະໜາ ກໍແມ່ນຄົນດຽວກັນກັບຜູ້ທີ່ພໍ່ແມ່ຂອງເຂົາໄປຫາ ສຳລັບໃບຮັບຮອງເຂົ້າພຣະວິຫານ. ສິ່ງນີ້ຈະເຮັດໃຫ້ອະທິການມີບົດບາດທີ່ສຳຄັນໃນການໃຫ້ຄຳແນະນຳແກ່ທັງຊາວໜຸ່ມ ແລະ ພໍ່ແມ່ຂອງເຂົາ ເມື່ອການຜິດຖຽງນັ້ນໄດ້ເຮັດໃຫ້ເຂົາເຈົ້າແຕກແຍກກັນ. ອະທິການສາມາດຊ່ວຍໄດ້ທັງສອງຝ່າຍໃຫ້ມອງເບິ່ງທັດສະນະນິລັນດອນ ແລະ ແກ້ໄຂບັນຫາທີ່ສຳຄັນ ຫລື ບໍ່ສຳຄັນເຫລົ່ານັ້ນ. ພວກເຮົາຂໍແນະນຳວ່າ ບັນດາອະທິການບໍ່ຄວນຖືກມອບໝາຍໃຫ້ດູແລບາງຄອບຄົວໃນການປະຕິບັດສາດສະໜາກິດ ເພື່ອວ່າພວກເພິ່ນຈະໄດ້ມີເວລາ ແລະ ເຫື່ອແຮງທີ່ຈະປະຕິບັດສາດສະໜາກິດຕໍ່ຊາວໜຸ່ມ ແລະ ຄອບຄົວຂອງເຂົາເຈົ້າໃນສະຖານະການເຊັ່ນນີ້.25
ຂ້າພະເຈົ້າຮູ້ຈັກອະທິການຄົນໜຶ່ງທີ່ສາມາດແກ້ໄຂບັນຫາໜັກໜ່ວງລະຫວ່າງລູກຊາຍຄົນໜຶ່ງກັບພໍ່ແມ່ຂອງລາວ, ໂດຍການນຳຄວາມຖືກຕ້ອງປອງດອງມາໃຫ້ບ້ານເຮືອນ ແລະ ຊຸກຍູ້ຄວາມຕັ້ງໃຈຕໍ່ພຣະກິດຕິຄຸນ. ອະທິການໄດ້ຊ່ວຍຜູ້ເປັນພໍ່ແມ່ໃຫ້ເຂົ້າໃຈວ່າ ການພະຍາຍາມທີ່ຈະເປັນສານຸສິດຂອງພຣະເຢຊູຄຣິດແມ່ນສຳຄັນຫລາຍກວ່າການເຮັດວຽກບ້ານໃຫ້ສຳເລັດໃນວິທີໃດ ແລະ ເມື່ອໃດ.
ກ່ອນຈະສາມາດໃຊ້ເວລາຫລາຍຂຶ້ນກັບຊາວໜຸ່ມໄດ້, ບໍ່ວ່າຈະເປັນໃນບ່ອນໃດກໍຕາມ, ລວມທັງລາຍການ ຫລື ກິດຈະກຳຢູ່ໂຮງຮຽນ, ຝ່າຍອະທິການໄດ້ຖືກແນະນຳໃຫ້ຕິດຕໍ່ຫາຜູ້ໃຫຍ່ກ່ອນ ກ່ຽວກັບເວລາຂອງການປະຊຸມຕ່າງໆ ແລະ ການໃຫ້ຄຳແນະນຳທີ່ເໝາະສົມ. ຂະນະທີ່ອະທິການສາມາດໃຫ້ຄຳແນະນຳໃນກໍລະນີຮ້າຍແຮງ ແລະ ສຸກເສີນ, ແຕ່ພວກເຮົາແນະນຳວ່າ ສ່ວນກໍລະນີທີ່ຊຳເຮື້ອ, ບໍ່ສຸກເສີນປານໃດ ທີ່ບໍ່ກ່ຽວຂ້ອງກັບການຕັດສິນເລື່ອງການມີຄ່າຄວນ ໃຫ້ມອບໝາຍມັນໃຫ້ສະມາຊິກໃນກຸ່ມແອວເດີ ແລະ ສະມາຊິກໃນສະມາຄົມສະຕີສົງເຄາະເຮັດແທນ—ຕາມປົກກະຕິແລ້ວ ຈະເປັນຝ່າຍປະທານ ຫລື ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ພຣະວິນຍານຈະນຳພາບັນດາຜູ້ນຳ26 ໃຫ້ເລືອກເອົາສະມາຊິກຜູ້ທີ່ເໝາະສົມກັບການໃຫ້ຄຳແນະນຳນີ້. ຜູ້ທີ່ໄດ້ຮັບການມອບໝາຍເພື່ອໃຫ້ຄຳແນະນຳທີ່ລະອຽດອ່ອນນີ້ ມີສິດທີ່ຈະໄດ້ຮັບການເປີດເຜີຍ. ແນ່ນອນ, ເຂົາເຈົ້າຈະຕ້ອງຮັກສາທຸກສິ່ງໄວ້ເປັນຄວາມລັບ.
ຜູ້ນຳທີ່ຮອບຄອບຈະເສຍສະລະເພື່ອຄົນລຸ້ນໃໝ່ສະເໝີ. ນີ້ຄືສິ່ງທີ່ສະມາຊິກໃນຝ່າຍອະທິການໃຊ້ເວລາສ່ວນຫລາຍຂອງພວກເພິ່ນໃນການຮັບໃຊ້ສາດສະໜາຈັກ.
ບັດນີ້ຂ້າພະເຈົ້າຢາກກ່າວໜ້ອຍໜຶ່ງກັບຊາວໜຸ່ມໂດຍກົງ ແລະ ແລ້ວກັບບັນດາອະທິການຂອງພວກເຮົາ.
ພວກເຈົ້າຜູ້ເປັນຄົນໜຸ່ມທີ່ປະເສີດ ຫລາຍຄົນອາດບໍ່ມີວິໄສທັດທີ່ແຈ່ມແຈ້ງເຖິງຜູ້ທີ່ພວກເຈົ້າເປັນຢູ່ ແລະ ສາມາດກາຍເປັນ. ແຕ່ພວກເຈົ້າຢູ່ໃນຈຸດທີ່ຈະຕ້ອງເຮັດການຕັດສິນໃຈອັນສຳຄັນທີ່ສຸດໃນຊີວິດຂອງພວກເຈົ້າໃນບໍ່ຊ້ານີ້. ຈົ່ງປຶກສາກັບພໍ່ແມ່ທັງສອງ ແລະ ອະທິການຂອງພວກເຈົ້າກ່ຽວກັບການເລືອກທີ່ສຳຄັນ ຊຶ່ງຢູ່ຂ້າງໜ້າພວກເຈົ້າ. ຈົ່ງອະນຸຍາດໃຫ້ອະທິການເປັນເພື່ອນ ແລະ ເປັນຜູ້ປຶກສາຂອງພວກເຈົ້າ.
ພວກເຮົາຮູ້ຈັກເຖິງການທົດລອງຂອງພວກເຈົ້າ ແລະ ການລໍ້ລວງທີ່ມາສູ່ພວກເຈົ້າ ຈາກທຸກຊອກທຸກມຸມ. ເຮົາທຸກຄົນຕ້ອງກັບໃຈທຸກມື້, ດັ່ງທີ່ປະທານແນວສັນໄດ້ສິດສອນ. ໃຫ້ເວົ້າລົມກັບອະທິການຂອງພວກເຈົ້າກ່ຽວກັບເລື່ອງໃດກໍຕາມ ຊຶ່ງໃນນັ້ນຜູ້ຕັດສິນທົ່ວໄປຈະສາມາດຊ່ວຍພວກເຈົ້າໃຫ້ຈັດຊີວິດຂອງພວກເຈົ້າໃຫ້ສອດຄ່ອງກັບພຣະຜູ້ເປັນເຈົ້າ ໃນການກຽມພ້ອມສຳລັບ “ວຽກງານອັນຍິ່ງໃຫຍ່” ທີ່ພຣະອົງມີໃຫ້ສຳລັບພວກເຈົ້າໃນຍຸກສຸດທ້າຍນີ້.27 ດັ່ງທີ່ປະທານແນວສັນໄດ້ເຊື້ອເຊີນພວກເຈົ້າ, ຈົ່ງໃຫ້ຕົວເອງເໝາະສົມທີ່ຈະເປັນພາກສ່ວນໃນກອງທັບຊາວໜຸ່ມຂອງພຣະຜູ້ເປັນເຈົ້າ!28
ຕໍ່ໄປນີ້ແມ່ນຖ້ອຍຄຳສຳລັບບັນດາອະທິການທີ່ປະເສີດ ໂດຍທີ່ຕາງໜ້າໃຫ້ຜູ້ນຳ ແລະ ສະມາຊິກຂອງສາດສະໜາຈັກ. ພວກເຮົາຂໍສະແດງຄວາມກະຕັນຍູຢ່າງຍິ່ງຕໍ່ພວກທ່ານ. ບັນດາອະທິການທີ່ຮັກແພງທັງຫລາຍ, ດ້ວຍການປ່ຽນແປງທີ່ພວກທ່ານຖືກຮຽກຮ້ອງໃຫ້ເຮັດໃນປີທີ່ຜ່ານມານີ້, ຈົ່ງຮູ້ໄວ້ວ່າ ພວກເຮົາຮັກພວກທ່ານ ແລະ ຮູ້ບຸນຄຸນຫລາຍຂະໜາດໃດ. ການມີສ່ວນຮ່ວມຂອງພວກທ່ານຕໍ່ອານາຈັກແມ່ນເກີນກວ່າທີ່ຈະບັນຍາຍໄດ້. ສາດສະໜາຈັກມີອະທິການ ແລະ ປະທານສາຂາຢູ່ດ້ວຍກັນ 30,900 ຄົນ ຮັບໃຊ້ຕະຫລອດທົ່ວໂລກ.29 ພວກເຮົາເຄົາລົບນັບຖືພວກທ່ານແຕ່ລະຄົນ.
ບາງຄຳ ແລະ ການເອີ້ນທີ່ສັກສິດຊຶ່ງມັນບັນຍາຍ ເຕັມໄປດ້ວຍຄວາມສຳຄັນທາງວິນຍານ ແລະ ຍອດຢ້ຽມ. ແນ່ນອນທີ່ສຸດ ການເອີ້ນຂອງ ອະທິການ ແມ່ນຢູ່ໃນລະດັບສູງສຸດຂອງຄຳເຊັ່ນນັ້ນ. ໃນການຮັບໃຊ້ພຣະຜູ້ເປັນເຈົ້າໃນຖານະນີ້ ເປັນສິ່ງແປກປະຫລາດໃນຫລາຍວິທີທາງ. ການເອີ້ນ, ການສະໜັບສະໜູນ, ແລະ ການແຕ່ງຕັ້ງເປັນທາງການຂອງອະທິການ ເປັນປະສົບການທີ່ບໍ່ຄວນລືມ. ສຳລັບຂ້າພະເຈົ້າແລ້ວ, ມັນເປັນໂອກາດພິເສດທີ່ສຸດໃນຊີວິດຂອງຂ້າພະເຈົ້າ ແລະ ສາມາດຮູ້ສຶກໄດ້ຢ່າງເລິກເຊິ່ງ. ມັນເປັນຄືກັນກັບຄວາມຮູ້ສຶກຕອນໄດ້ແຕ່ງງານ ແລະ ຕອນໄດ້ເປັນພໍ່ ຊຶ່ງບໍ່ສາມາດອະທິບາຍໄດ້ໃນພຽງແຕ່ສອງສາມຄຳ.30
ອະທິການທັງຫລາຍເອີຍ, ພວກເຮົາສະໜັບສະໜູນພວກທ່ານ! ອະທິການທັງຫລາຍເອີຍ, ພວກເຮົາຮັກພວກທ່ານ! ພວກທ່ານເປັນຜູ້ລ້ຽງຝູງແກະຂອງພຣະຜູ້ເປັນເຈົ້າແທ້ໆ. ພຣະຜູ້ຊ່ວຍໃຫ້ລອດຈະບໍ່ປະຖິ້ມພວກທ່ານໃນການເອີ້ນທີ່ສັກສິດເຫລົ່ານີ້. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້, ໃນອາທິດຂອງວັນອີດສະເຕີນີ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.