ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ

ມັນ​ບໍ່​ໄດ້​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຜ່ານ​ຜ່າ​ໃນ​ຊີ​ວິດ ແຕ່​ແມ່ນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຈະ​ກາຍ​ເປັນ.

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ພຣະ​ທຳ​ກິດ​ຈະ​ການ ແລະ ສານ​ຂອງ​ໂປ​ໂລ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ອັດ​ສະ​ຈັນ​ໃຈ​ທີ່​ໂປ​ໂລ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ຈາກ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ໃນ​ການ​ຮັບ​ໃຊ້, ການ​ສິດ​ສອນ, ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຄົນໆ​ໜຶ່ງ​ສາ​ມາດ​ຮັບ​ໃຊ້​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ, ໂດຍ​ສະ​ເພາະ​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ໃຫຍ່​ຫລວງ​ຂອງ​ເພິ່ນ. ແມ່ນ​ຫຍັງ​ທີ່​ກະ​ຕຸ້ນ​ໃຫ້​ໂປ​ໂລ​ຮັບ​ໃຊ້? “ເຮົາ​ກຳ​ລັງ​ບາກ​ບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ ເພື່ອ​ຈະ​ໄດ້​ຮັບ​ລາງ​ວັນ​ຄື​ຊີ​ວິດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະ​ຄຣິດ​ເຈົ້າ​ເຢ​ຊູ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ.”1

ການ​ບາກ​ບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ ແມ່ນ​ການ​ສືບ​ຕໍ່​ເດີນ​ໄປ​ໃນ “ທາງ​ທີ່​ຄັບ ແລະ ແຄບ ຊຶ່ງ​ນໍາ​ໄປ​​ຫາ​ຊີ​ວິດ”2 ພ້ອມ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ. ໂປ​ໂລ​ໄດ້​ຖື​ວ່າ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ​ນັ້ນ “ບໍ່​ອາດ​ທຽບ​ໃສ່​ກັບ​ສະ​ຫງ່າ​ລາ​ສີ ທີ່​ຈະ​ຖືກ​ເປີດ​ເຜີຍ​ແກ່​ພວກ​ເຮົາ​ໃນ​ພາຍ​ໜ້າ​ໄດ້.”3 ຈົດ​ໝາຍ​ຂອງ​ໂປ​ໂລ​ເຖິງ​ຊາວ​ຟີ​ລິບ​ປອຍ​ທີ່​ເພິ່ນ​ໄດ້​ຂຽນ​ເມື່ອ​ເພິ່ນ​ຍັງ​ຖືກ​ຂັງ​ຢູ່​ຄຸກ​ນັ້ນ ແມ່ນ​ຈົດ​ໝາຍ​ແຫ່ງ​ຄວາມ​ສຸກ ແລະ ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ປ່ຽມ​ລົ້ນ ແລະ ເປັນ​ກຳ​ລັງ​ໃຈ​ໃຫ້​ເຮົາ​ທຸກ​ຄົນ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລໍາ​ບາກ​ແຫ່ງ​ຄວາມ​ບໍ່​ແນ່​ນອນ​ນີ້. ເຮົາ​ທຸກ​ຄົນ​ຕ້ອງ​ຮັບ​ເອົາ​ຄວາມ​ກ້າ​ຫານ​ຈາກ​ໂປ​ໂລ ທີ່​ວ່າ: “ເຮົາ​ຖື​ວ່າ​ສິ່ງ​ສາ​ລະ​ພັດ​ເປັນ​ຂອງ​ໄຮ້​ປະ​ໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ເຫລືອ​ລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະ​ຄຣິດ​ເຈົ້າ​ເຢ​ຊູ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ: ເພາະ​ເຫດ​ພຣະ​ອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະ​ລະ​ສິ່ງ​ສາ​ລະ​ພັດ ແລະ ຖື​ວ່າ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ເໝືອນ​ຂີ້​ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະ​ຄຣິດ​ມາ​ເປັນ​ປະ​ໂຫຍດ​ແກ່​ເຮົາ.”4

ຂະ​ນະ​ທີ່​ເຮົາ​ເບິ່ງ​ການ​ຮັບ​ໃຊ້​ຂອງ​ໂປ​ໂລ, ເຮົາ​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ ແລະ ຮັບ​ການ​ເຊີດ​ຊູ​ໃຈ​ໂດຍ “ບັນ​ດາ​ໂປ​ໂລ​ທັງ​ຫລາຍ” ຂອງ​ເຮົາ​ເອງ​ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ, ຜູ້​ທີ່​ຮັບ​ໃຊ້, ສິດ​ສອນ, ແລະ ເປັນ​ພະ​ຍານ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ເຊັ່ນ​ກັນ ທ່າມ​ກາງ​ການ​ທ້າ​ທາຍ​ຕ່າງໆ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ໃນ​ຊີ​ວິດ​ປະ​ຈໍາ​ວັນ​ຂອງ​ເຂົາ​ເຈົ້າ ແລະ ໃນ​ຊີ​ວິດ​ຂອງ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ. ປະ​ສົບ​ການ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເມື່ອ​ເກົ້າ​ປີ​ກ່ອນ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ຄວາມ​ສໍາ​ຄັນ​ຂອງ​ການ​ບາກ​ບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ.

ໃນ​ປີ 2012, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຍ່າງ​ເຂົ້າ​ໄປ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ສຳ​ລັບ​ຜູ້​ນຳ​ເປັນ​ເທື່ອ​ທໍາ​ອິດ​ນັ້ນ, ຂ້າ​ພະ​ເຈົ້າ​ອົດ​ບໍ່​ໄດ້​ທີ່​ຈະ​ຮູ້​ສຶກ​ໜັກ​ໃຈ ແລະ ບໍ່​ພຽບ​ພ້ອມ. ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ມີ​ສຽງ​ທີ່​ເວົ້າ​ຊໍ້າ​ຄຳ​ເກົ່າ​ວ່າ, “ເຈົ້າ​ບໍ່​ຄູ່​ຄວນ​ທີ່​ຈະ​ຢູ່​ທີ່​ນີ້! ເກີດ​ຄວາມ​ຜິດ​ພາດ​ຮ້າຍ​ແຮງ​ຂຶ້ນ​ແລ້ວ!” ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຍ່າງ​ຊອກ​ບ່ອນ​ນັ່ງ​ຢູ່​ນັ້ນ, ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ກໍ​ເຫັນ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ວ່າ, “ເອດ​ເວີດ, ດີ​ໃຈ​ທີ່​ໄດ້​ພົບ​ເຈົ້າ​ຢູ່​ທີ່​ນີ້,” ແລະ ເພິ່ນ​ກໍ​ແຕະ​ໜ້າ​ຂອງ​ຂ້າ​ພະ​ເຈົ້າ​ເບົາໆ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ເດັກ​ນ້ອຍ! ຄວາມ​ຮັກ ແລະ ການ​ຮັບ​ຕ້ອນ​ຂອງ​ເພິ່ນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ອົບ​ອຸ່ນ​ຂຶ້ນ ແລະ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ວິນ​ຍານ​ແຫ່ງ​ຄວາມ​ຄູ່​ຄວນ, ວິນ​ຍານ​ແຫ່ງ​ຄວາມ​ເປັນ​ອ້າຍ​ນ້ອງ​ກັນ. ມື້​ຕໍ່​ມາ, ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ແອວ​ເດີ ຮໍ​ແລນ ກຳ​ລັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ທີ່​ເພິ່ນ​ໄດ້​ເຮັດ​ກັບ​ຂ້າ​ພະ​ເຈົ້າ​ມື້​ກ່ອນ​ນີ້, ເພິ່ນ​ກຳ​ລັງ​ແຕະ​ໜ້າ​ທ່ານ​ໂອກສ໌​ເບົາໆ ຊຶ່ງ​ຕອນ​ນັ້ນ​ເອີ້ນ​ເພິ່ນ ແອວ​ເດີ ດາ​ລິນ ເອັຈ ໂອກສ໌, ຜູ້​ທີ່​ເປັນ​ຜູ້​ໃຫຍ່​ກວ່າ​ເພິ່ນ!

ໃນ​ຕອນ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ອ້າຍ​ນ້ອງ​ເຫລົ່າ​ນີ້​ທີ່​ເຮົາ​ສະ​ໜັບ​ສະ​ໜູນ​ໃຫ້​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ. ຜ່ານ​ທາງ​ການ​ກະ​ທໍາ​ທີ່​ມີ​ເມດ​ຕາ ແລະ ເປັນ​ທໍາ​ມະ​ຊາດ​ຂອງ​ເພິ່ນ, ແອວ​ເດີ ຮໍ​ແລນ ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ເອົາ​ຊະ​ນະ​ຄວາມ​ເອົາ​ແຕ່​ໃຈ​ຕົວ​ເອງ ແລະ ຄວາມ​ຮູ້​ສຶກ​ທີ່​ບໍ່​ພຽບ​ພ້ອມ​ຂອງ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ສຸມ​ໃຈ​ໃສ່​ວຽກ​ງານ​ທີ່​ສັກ​ສິດ ແລະ ໜ້າ​ຊົມ​ຊື່ນ​ຍິນ​ດີ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ—ເພື່ອ​ນໍາ​ດວງ​ວິນ​ຍານ​ທັງ​ຫລາຍ​ມາ​ຫາ​ພຣະ​ຄຣິດ. ເພິ່ນ, ເໝືອນ​ດັ່ງ​ໂປ​ໂລ​ໃນ​ສະ​ໄໝ​ກ່ອນ, ໄດ້​ຊີ້​ໃຫ້​ຂ້າ​ພະ​ເຈົ້າ​ບາກ​ບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ.

ທີ່​ໜ້າ​ສົນ​ໃຈ​ກໍ​ຄື, ໂປ​ໂລ​ກຳ​ລັງ​ເຕືອນ​ໃຫ້​ເຮົາ​ບາກ​ບັ່ນ​ມຸ່ງ​ໜ້າ ຂະ​ນະ​ທີ່​ບອກ​ໃຫ້​ເຮົາ​ລືມ​ສິ່ງ​ທີ່​ຢູ່​ທາງ​ຫລັງ—ຄວາມ​ຢ້ານ​ກົວ​ໃນ​ອະ​ດີດ​ຂອງ​ເຮົາ, ຈຸດ​ສຸມ​ໃນ​ອະ​ດີດ​ຂອງ​ເຮົາ, ຄວາມ​ລົ້ມ​ເຫລວ​ໃນ​ອະ​ດີດ​ຂອງ​ເຮົາ, ແລະ ຄວາມ​ໂສກ​ເສົ້າ​ໃນ​ອະ​ດີດ​ຂອງ​ເຮົາ. ເພິ່ນ​ກຳ​ລັງ​ເຊື້ອ​ເຊີນ​ເຮົາ, ເຊັ່ນ​ດຽວ​ກັບ​ສາດ​ສະ​ດາ​ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, “ໃຫ້​ປະ​ຕິ​ບັດ​ຕາມ​ແບບ​ແຜນ​ທີ່​ໃໝ່​ກວ່າ ແລະ ສັກ​ສິດ​ກວ່າ.”5 ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ​ເປັນ​ຄວາມ​ຈິງ: “ເພາະ​ຜູ້​ໃດ​ທີ່​ຢາກ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ໄວ້​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສຍ​ຊີ​ວິດ, ແຕ່​ຜູ້​ໃດ​ທີ່​ຈະ​ເສຍ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ພົບ​ຊີ​ວິດ​ນັ້ນ.”6

ໃນ​ການ​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ທໍາ​ອິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ປະ​ສົບ​ການ​ທີ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສອນ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ວຽກ​ໃນ​ທົ່ງ​ຂອງ​ພວກ​ເຮົາ. “ຢ່າ​ເບິ່ງ​ຄືນ​ຫລັງ,” ເພິ່ນ​ເວົ້າ. “ໃຫ້​ເບິ່ງ​ໄປ​ທາງ​ໜ້າ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ຍັງ​ຕ້ອງ​ເຮັດ.”7

ໃນ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ເພິ່ນ, ຂະ​ນະ​ທີ່​ແມ່​ຕໍ່​ສູ້​ກັບ​ໂຣກ​ມະ​ເລັງ, ເພິ່ນ​ໄດ້​ຢູ່​ກັບ​ນາ​ອູ​ມີ ແລະ ຂ້າ​ພະ​ເຈົ້າ. ຄືນ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເພິ່ນ​ຮ້ອງ​ໄຫ້​ຢູ່​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ. ຄວາມ​ເຈັບ​ປວດ​ຂອງ​ເພິ່ນ​ຮຸນ​ແຮງ​ຫລາຍ, ເຖິງ​ແມ່ນ​ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຮັບ​ຢາ​ແກ້​ປວດ​ມໍ​ຟີນ​ຫລອດ​ສຸດ​ທ້າຍ​ຂອງ​ມື້​ນັ້ນ​ແລ້ວ ພຽງ​ແຕ່​ສອງ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ​ກໍ​ຕາມ.

ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເພິ່ນ ແລະ ຮ້ອງ​ໄຫ້​ກັບ​ເພິ່ນ. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ອອກ​ສຽງ​ເພື່ອ​ຂໍ​ໃຫ້​ເພິ່ນ​ໄດ້​ຮັບ​ການ​ບັນ​ເທົາ​ຈາກ​ຄວາມ​ເຈັບ​ປວດ​ຂອງ​ເພິ່ນ​ໂດຍ​ທັນ​ທີ. ແລະ ເພິ່ນ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ກັບ​ທີ່​ເພິ່ນ​ໄດ້​ເຮັດ​ຢູ່​ໃນ​ທົ່ງ​ເມື່ອ​ຫລາຍ​ປີ​ກ່ອນ: ເພິ່ນ​ໄດ້​ຢຸດ ແລະ ໄດ້​ສອນ​ບົດ​ຮຽນ​ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ໃບ​ໜ້າ​ຂອງ​ເພິ່ນ​ໃນ​ຕອນ​ນັ້ນ: ອ່ອນ​ເພຍ, ເຈັບ​ປ່ວຍ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ, ໄດ້​ແນມ​ເບິ່ງ​ລູກ​ຊາຍ​ທີ່​ໂສກ​ເສົ້າ​ດ້ວຍ​ຄວາມ​ສົງ​ສານ. ເພິ່ນ​ຍິ້ມ​ຜ່ານ​ນໍ້າ​ຕາ​ຂອງ​ເພິ່ນ, ສົບ​ຕາ​ຂ້າ​ພະ​ເຈົ້າ, ແລະ ເວົ້າ​ວ່າ, “ມັນ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ລູກ ຫລື ຄົນ​ໃດ​ເລີຍ, ແຕ່​ມັນ​ຂຶ້ນ​ຢູ່​ກັບ​ພຣະ​ເຈົ້າ ວ່າ​ຄວາມ​ເຈັບ​ປວດ​ນີ້​ຈະ​ຫາຍ​ໄປ​ຫລື​ບໍ່.”

ຂ້າ​ພະ​ເຈົ້າ​ລຸກ​ນັ່ງ​ຂຶ້ນ​ຢ່າງ​ງຽບໆ. ເພິ່ນ​ກໍ​ນັ່ງ​ຢ່າງ​ງຽບໆ​ຄື​ກັນ. ພາບ​ນີ້​ຍັງ​ຄົງ​ແຈ່ມ​ແຈ້ງ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຢູ່. ໃນ​ຄືນ​ນັ້ນ, ຜ່ານ​ແມ່​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ບົດ​ຮຽນ​ໃຫ້​ຂ້າ​ພະ​ເຈົ້າ ຊຶ່ງ​ຈະ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ໄປ. ຂະ​ນະ​ທີ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ການ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ເຖິງ​ເຫດ​ຜົນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ​ທີ່​ພູ​ກະ​ໂຫລກ​ຫົວ. ພຣະ​ອົງ​ກ່າວ​ວ່າ: “ຈົ່ງ​ເບິ່ງ ເຮົາ​ໄດ້​ມອບ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ, ແລະ ນີ້​ຄື​ພຣະ​ກິດ​ຕິ​ຄຸນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ—ຄື​ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ເພື່ອ​ກະ​ທຳ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ເພາະ​ວ່າ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ.”8

ພຣະ​ຄຣິດ​ໃນ​ສວນ​ເຄັດ​ເຊ​ມາ​ເນ

ຂ້າ​ພະ​ເຈົ້າ​ສະ​ທ້ອນ​ຄິດ​ເຖິງ​ຄຳ​ຖາມ​ຂອງ​ສາດ​ສະ​ດາ ຊຶ່ງ​ປະ​ທານ​ແນວ​ສັນ ສາດ​ສະ​ດາ​ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ​ໄດ້​ຖາມ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້. ປະ​ທານ​ແນວ​ສັນ​ໄດ້​ຖາມ​ວ່າ: ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? … ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ສຸ​ລະ​ສຽງ​ຂອງ​ພຣະ​ອົງ … ມີ​ຄວາມ​ສຳ​ຄັນ​ກວ່າ​ຄວາມ​ທະ​ເຍີ​ທະ​ຍານ​ທຸກ​ຢ່າງ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ໃຫ້​ຄວາມ​ປະ​ສົງ​ຂອງ​ທ່ານ​ຖືກ​ກືນ​ລົງ​ໄປ​ໃນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ບໍ່?”9 ແມ່​ຂອງ​ຂ້າ​ພະ​ເຈົ້າ​ຄົງ​ຈະ​ຕອບ​ຢ່າງ​ສະ​ເທືອນ​ອາ​ລົມ ແຕ່​ໜັກ​ແໜ້ນ​ວ່າ “ໂດຍ,” ແລະ ສະ​ມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ​ກໍ​ຈະ​ຕອບ​ຢ່າງ​ສະ​ເທືອນ​ອາ​ລົມ ແຕ່​ໜັກ​ແໜ້ນ​ວ່າ “ໂດຍ.” ປະ​ທານ​ແນວ​ສັນ, ຂອບ​ໃຈ​ທີ່​ເປັນ​ແຮງ​ບັນ​ດານ​ໃຈ ແລະ ເຊີດ​ຊູ​ໃຈ​ພວກ​ເຮົາ​ດ້ວຍ​ຄໍາ​ຖາມ​ເຫລົ່າ​ນີ້​ຂອງ​ສາດ​ສະ​ດາ.

ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ການ​ສົນ​ທະ​ນາ​ໃນ​ເມືອງ​ພຣີ​ໂທ​ເຣຍ, ປະ​ເທດ​ອາ​ຟຣິ​ກາ​ໃຕ້, ກັບ​ອະ​ທິ​ການ​ຄົນ​ໜຶ່ງ​ທີ່​ໄດ້​ຝັງ​ສົບ​ພັນ​ລະ​ຍາ ແລະ ລູກ​ສາວ​ຜູ້​ໃຫຍ່​ຂອງ​ລາວ​ໃນ​ມື້​ດຽວ​ກັນ. ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັສ​ໂຄ​ໂຣ​ນາ​ນີ້​ເອົາ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ​ລາວ​ເປັນ​ແນວ​ໃດ. ຄຳ​ຕອບ​ຂອງ​ອະ​ທິ​ການ ເທັດ​ດີ ທາ​ບີດ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຖ້ອຍ​ຄຳ ແລະ ຄຳ​ແນະ​ນໍາ​ຈາກ​ບັນ​ດາ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ. ອະ​ທິ​ການ ທາ​ບີດ ໄດ້​ຕອບ​ວ່າ ມີ​ຄວາມ​ຫວັງ ແລະ ການ​ປອບ​ໂຍນ​ຢູ່​ສະ​ເໝີ ເມື່ອ​ຮູ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ດ້ວຍ​ພຣະ​ອົງ​ເອງ, ວ່າ​ພຣະ​ອົງ​ຮູ້​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ.10 ດ້ວຍ​ສັດ​ທາ​ທີ່​ເລິກ​ເຊິ່ງ ລາວ​ໄດ້​ເປັນ​ພະ​ຍານ​ວ່າ, “ຂ້ອຍ​ກະ​ຕັນ​ຍູ​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ, ແຜນ​ແຫ່ງ​ຄວາມ​ສຸກ.” ແລ້ວ​ລາວ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: “ນີ້​ບໍ່​ແມ່ນ​ສິ່ງ​ທີ່​ສາດ​ສະ​ດາ​ຂອງ​ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ສິດ​ສອນ​ພວກ​ເຮົາ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້​ບໍ?”

ເຖິງ​ແມ່ນ​ວ່າ ການ​ທ້າ​ທາຍ​ຕ່າງໆ​ແຫ່ງ​ຄວາມ​ເປັນ​ມະ​ຕະ​ຈະ​ມາ​ສູ່​ເຮົາ​ທຸກ​ຄົນ ບໍ່​ວ່າ​ຈະ​ໃນ​ທາງ​ໃດ​ກໍ​ທາງ​ໜຶ່ງ​ກໍ​ຕາມ, ຂໍ​ໃຫ້​ເຮົາ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ເປົ້າ​ໝາຍ​ຂອງ​ເຮົາ​ທີ່​ຈະ “ບາກ​ບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ,” ຊຶ່ງ​ແມ່ນ “ລາງ​ວັນ​ຄື​ຊີ​ວິດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ.”11

ຄໍາ​ເຊື້ອ​ເຊີນ​ດ້ວຍ​ຄວາມ​ຖ່ອມ​ຂອງ​ຂ້າ​ພະ​ເຈົ້າ​ແກ່​ເຮົາ​ທຸກ​ຄົນ​ກໍ​ຄື ຢ່າ​ຍອມ​ແພ້! ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້ “ຊັດ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ຜິດ​ບາບ​ທີ່​ຕິດ​ແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນ​ແຂ່ງ​ທີ່​ກຳ​ນົດ​ໄວ້​ຕໍ່​ໜ້າ​ພວກ​ເຮົາ​ນັ້ນ, ຈົ່ງ​ພາ​ກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະ​ຍາ​ຍາມ. ຈົ່ງ​ປັກ​ຕາ​ເບິ່ງ​ພຣະ​ເຢ​ຊູ ຄື​ຜູ້​ບຸກ​ເບີກ​ຄວາມ​ເຊື່ອ ແລະ ຜູ້​ຊົງ​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ເຮົາ​ເຖິງ​ທີ່​ສໍາ​ເລັດ.”12

ມັນ​ບໍ່​ໄດ້​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຜ່ານ​ຜ່າ​ໃນ​ຊີ​ວິດ ແຕ່​ແມ່ນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຈະ​ກາຍ​ເປັນ. ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ການ​ບາກ​ບັ່ນ​ມຸ່ງ​ໜ້າ​ໄປ​ສູ່​ຫລັກ​ໄຊ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຜູ້​ໄດ້​ເອົາ​ຊະ​ນະ​ທຸກ​ຢ່າງ​ມາ​ແລ້ວ ຈະ​ຊ່ວຍ​ເຮົາ ເມື່ອ​ເຮົາ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.